Biblia Todo Logo
Bìoball air-loidhne

- Sanasan -

ມາຣະໂກ 11 - ພຣະຄຳພີສັກສິ


ພຣະເຢຊູເຈົ້າ​ເຂົ້າ​ໄປ​ນະຄອນ​ເຢຣູຊາເລັມ​ຢ່າງ​ມີໄຊ
( ມທ 21:1-11 ; ລກ 19:28-40 ; ຢຮ 12:12-19 )

1 ເມື່ອ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ ເຂົ້າ​ໄປ​ໃກ້​ນະຄອນ​ເຢຣູຊາເລັມ ຄື​ໃກ້​ບ້ານ​ເບັດຟາເຄ ແລະ​ບ້ານ​ເບັດທານີ ກໍ​ມາ​ເຖິງ​ພູເຂົາ​ໝາກກອກເທດ, ພຣະເຢຊູເຈົ້າ​ໄດ້​ໃຊ້​ສາວົກ​ສອງ​ຄົນ​ລ່ວງໜ້າ​ໄປ​ກ່ອນ ແລະ​ສັ່ງ​ພວກເພິ່ນ​ວ່າ,

2 “ຈົ່ງ​ເຂົ້າ​ໄປ​ໃນ​ບ້ານ​ທີ່​ຢູ່​ຕໍ່ໜ້າ​ພວກເຈົ້າ​ນັ້ນ ພໍ​ໄປ​ຮອດ​ທີ່​ນັ້ນ​ແລ້ວ ພວກເຈົ້າ​ຈະ​ພົບ​ລໍ​ນ້ອຍ​ໂຕໜຶ່ງ​ທີ່​ເຂົາ​ຜູກ​ໄວ້ ລໍ​ນ້ອຍ​ໂຕ​ນີ້​ຍັງ​ບໍ່ມີ​ຜູ້ໃດ​ເຄີຍ​ຂີ່​ຈັກເທື່ອ. ຈົ່ງ​ແກ້​ເຊືອກ​ນັ້ນ​ອອກ ແລະ​ຈູງ​ມັນ​ມາ​ທີ່​ນີ້.

3 ຖ້າ​ມີ​ຜູ້ໃດ​ຖາມ​ວ່າ, ‘ເປັນຫຍັງ​ຈຶ່ງ​ເຮັດ​ແນວ​ນີ້?’ ໃຫ້​ບອກ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ຕ້ອງການ ແລະ​ບຶດ​ໜຶ່ງ​ຈະ​ສົ່ງ​ມັນ​ຄືນ​ມາ​ໃຫ້​ທີ່​ນີ້.”’

4 ແລ້ວ​ສາວົກ​ທັງສອງ​ຈຶ່ງ​ຈາກ​ໄປ ແລະ​ກໍ​ພົບ​ລໍ​ນ້ອຍ​ໂຕໜຶ່ງ ທີ່​ເຂົາ​ຜູກ​ໄວ້​ຢູ່​ໃກ້​ປະຕູ​ເຮືອນ​ທີ່​ແຄມ​ຖະໜົນ ຂະນະທີ່​ພວກເພິ່ນ​ກຳລັງ​ແກ້​ເຊືອກ​ຢູ່​ນັ້ນ,

5 ບາງຄົນ​ທີ່​ຢືນ​ຢູ່​ໃນ​ທີ່ນັ້ນ​ກໍ​ຖາມ​ວ່າ, “ພວກເຈົ້າ​ແກ້​ເອົາ​ລໍ​ນ້ອຍ​ໄປ​ເຮັດ​ຫຍັງ?”

6 ພວກເພິ່ນ​ຈຶ່ງ​ຕອບ​ຕາມ​ທີ່​ພຣະເຢຊູເຈົ້າ​ໄດ້​ບອກ ແລ້ວ​ຄົນ​ເຫຼົ່ານັ້ນ​ກໍ​ຍອມ​ໃຫ້​ພວກເພິ່ນ​ເອົາ​ໄປ.

7 ສາວົກ​ໄດ້​ຈູງ​ລໍ​ນ້ອຍ​ນັ້ນ​ມາ​ຫາ​ພຣະເຢຊູເຈົ້າ ແລ້ວ​ພວກເພິ່ນ​ກໍ​ເອົາ​ເຄື່ອງນຸ່ງ​ຂອງຕົນ​ປູ​ຫລັງ​ຂອງ​ມັນ ແລະ​ໃຫ້​ພຣະເຢຊູເຈົ້າ​ຂຶ້ນ​ຂີ່.

8 ມີ​ຫລາຍ​ຄົນ​ໄດ້​ເອົາ​ເສື້ອຜ້າ​ຂອງຕົນ​ປູ​ລົງ​ຕາມ​ທາງຍ່າງ ແລະ​ບາງຄົນ​ກໍໄດ້​ຕັດ​ເອົາ​ຟົດ​ໄມ້​ຕາມ​ທົ່ງນາ​ມາ​ປູ​ຕາມ​ຫົນທາງ.

9 ຄົນ​ທີ່​ຍ່າງ​ໄປ​ກ່ອນ​ກັບ​ຄົນ​ທີ່​ຕາມ​ຫລັງ​ພຣະເຢຊູເຈົ້າ​ໄປ ຕ່າງ​ກໍ​ຮ້ອງ​ຂຶ້ນ​ວ່າ, “ໂຮຊັນນາ ຂໍ​ພຣະເຈົ້າ​ອວຍພອນ​ທ່ານ ທີ່​ສະເດັດ​ມາ​ໃນ​ນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ

10 ຂໍ​ພຣະເຈົ້າ​ອວຍພອນ​ອານາຈັກ​ທີ່​ກຳລັງ​ຈະ​ມາ ຄື​ອານາຈັກ​ຂອງ​ດາວິດ​ບັນພະບຸລຸດ​ຂອງ​ພວກເຮົາ ໂຮຊັນນາ​ໃນ​ສະຫວັນ​ສູງສຸດ.”

11 ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ນະຄອນ​ເຢຣູຊາເລັມ ແລ້ວ​ເຂົ້າ​ໄປ​ໃນ​ພຣະວິຫານ ແລະ​ລຽບ​ເບິ່ງ​ທົ່ວ​ໄປ ເມື່ອ​ຄໍ່າ​ຫລາຍ​ແລ້ວ ພຣະອົງ​ຈຶ່ງ​ກັບຄືນ​ໄປ​ບ້ານ​ເບັດທານີ​ກັບ​ສາວົກ​ສິບສອງ​ຄົນ.


ພຣະເຢຊູເຈົ້າ​ຊົງ​ສາບແຊ່ງ​ຕົ້ນ​ເດື່ອເທດ
( ມທ 21:18-19 )

12 ໃນ​ຕອນເຊົ້າ​ວັນ​ຕໍ່ມາ ເມື່ອ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ອອກ​ຈາກ​ບ້ານ​ເບັດທານີ​ໄປ ພຣະອົງ​ກໍ​ຫິວ​ເຂົ້າ.

13 ເມື່ອ​ເຫັນ​ຕົ້ນ​ໝາກ​ເດື່ອເທດ​ຕົ້ນ​ໜຶ່ງ​ແຕ່​ໄກ ຊຶ່ງ​ມີ​ໃບ​ດົກ​ໜາ​ດີ ແລະ​ພຣະອົງ​ກໍ​ໄປ​ເບິ່ງ​ວ່າ​ມັນ​ມີ​ໝາກ​ຫລື​ບໍ່, ແຕ່​ເມື່ອ​ພຣະອົງ​ໄປ​ເຖິງ​ຕົ້ນໄມ້​ແລ້ວ ກໍ​ບໍ່​ເຫັນ​ໝາກ​ມີ​ແຕ່​ໃບ​ເທົ່ານັ້ນ ເພາະ​ບໍ່ແມ່ນ​ລະດູ​ເກີດ​ໝາກ.

14 ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ຕໍ່​ຕົ້ນ​ໝາກ​ເດື່ອເທດ​ວ່າ, “ຢ່າ​ໃຫ້​ຜູ້ໃດ​ໄດ້​ກິນ​ໝາກ​ຂອງ​ມຶງ​ອີກ​ຈັກເທື່ອ.” ຝ່າຍ​ສາວົກ​ກໍ​ໄດ້​ຍິນ​ຄຳ​ທີ່​ພຣະອົງ​ໄດ້​ກ່າວ​ນັ້ນ.


ພຣະເຢຊູເຈົ້າ​ຊົງ​ຊຳລະ​ພຣະວິຫານ
( ມທ 21:12-17 ; ລກ 19:45-48 ; ຢຮ 2:13-22 )

15 ເມື່ອ​ພຣະເຢຊູເຈົ້າ​ແລະ​ພວກ​ສາວົກ​ຂອງ​ພຣະອົງ ມາ​ເຖິງ​ນະຄອນ​ເຢຣູຊາເລັມ, ແລ້ວ​ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ບໍລິເວນ​ພຣະວິຫານ ພຣະອົງ​ໄດ້​ຕັ້ງຕົ້ນ​ຂັບໄລ່​ບັນດາ​ພວກ​ຄົນ​ຊື້ຂາຍ​ໃນ​ບໍລິເວນ​ພຣະວິຫານ​ອອກ​ໄປ, ພຣະອົງ​ຂວໍ້າ​ໂຕະ​ຂອງ​ພວກ​ຮັບ​ແລກປ່ຽນ​ເງິນ ແລະ​ຂວໍ້າ​ບ່ອນ​ນັ່ງ​ຂອງ​ຄົນ​ຂາຍ​ນົກເຂົາ.

16 ແລະ ພຣະອົງ​ບໍ່​ອະນຸຍາດ​ໃຫ້​ຜູ້ໃດ ຂົນ​ສິ່ງຂອງ​ຜ່ານ​ພຣະວິຫານ​ໄປ.

17 ແລ້ວ​ພຣະອົງ​ກໍໄດ້​ສັ່ງສອນ​ພວກເຂົາ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ພຣະວິຫານ​ຂອງເຮົາ​ຈະ​ເອີ້ນ​ວ່າ ເປັນ​ສະຖານທີ່​ພາວັນນາ​ອະທິຖານ​ສຳລັບ​ຄົນ​ທຸກ​ຊາດ’, ແຕ່​ພວກເຈົ້າ​ເຮັດ​ໃຫ້​ເປັນ​ຖໍ້າ​ຂອງ​ໂຈນ.”

18 ເມື່ອ​ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ທຳມະຈານ ໄດ້ຍິນ​ເຊັ່ນ​ນີ້ ພວກເຂົາ​ຈຶ່ງ​ຊອກ​ຫາ​ວິທີ​ທາງ​ຈະ​ຂ້າ​ພຣະເຢຊູເຈົ້າ. ພວກເຂົາ​ຢ້ານ​ພຣະອົງ ເພາະ​ປະຊາຊົນ​ທັງໝົດ​ໄດ້​ປະຫລາດ​ໃຈ​ໃນ​ຄຳສັ່ງສອນ​ຂອງ​ພຣະອົງ.

19 ພໍ​ຕອນ​ຄໍ່າ​ມາ ພຣະເຢຊູເຈົ້າ​ແລະ​ພວກ​ສາວົກ​ກໍ​ພາກັນ​ອອກ​ໄປ​ຈາກ​ເມືອງ.


ຄຳ​ສອນ​ຈາກ​ຕົ້ນ​ເດື່ອເທດ​ທີ່​ຫ່ຽວແຫ້ງ​ໄປ
( ມທ 21:20-22 )

20 ວັນ​ໃໝ່​ຕໍ່ມາ ໃນ​ເວລາ​ເຊົ້າໆ ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ຍ່າງ​ຜ່ານ​ຕົ້ນ​ເດື່ອເທດ​ອີກ ພວກເພິ່ນ​ໄດ້​ສັງເກດ​ເຫັນ​ຕົ້ນ​ເດື່ອເທດ​ນັ້ນ ມັນ​ຫ່ຽວແຫ້ງ ແລະ​ຕາຍໄປ​ຈົນເຖິງ​ຮາກ.

21 ເປໂຕ​ຈື່​ເຫດການ​ທີ່​ພຣະເຢຊູເຈົ້າ​ໄດ້​ເວົ້າ​ແກ່​ຕົ້ນໄມ້​ນັ້ນ ຈຶ່ງ​ເວົ້າ​ກັບ​ພຣະອົງ​ວ່າ, “ພຣະອາຈານ​ເອີຍ ເບິ່ງແມ! ຕົ້ນ​ເດື່ອເທດ​ທີ່​ທ່ານ​ໄດ້​ສາບແຊ່ງ​ນັ້ນ​ຕາຍ​ເສຍ​ແລ້ວ.”

22 ພຣະເຢຊູເຈົ້າ​ໄດ້​ກ່າວ​ແກ່​ພວກ​ສາວົກ​ວ່າ, “ຈົ່ງ​ມີ​ຄວາມເຊື່ອ​ໃນ​ພຣະເຈົ້າ.

23 ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ກໍຕາມ​ທີ່​ສັ່ງ​ພູ​ໜ່ວຍ​ນີ້​ວ່າ, ‘ຈົ່ງ​ເຄື່ອນຍ້າຍ​ໄປ​ຕົກລົງ​ສູ່​ທະເລ’ ແລະ​ບໍ່ມີ​ຄວາມ​ສົງໄສ​ໃນ​ໃຈ ແຕ່​ເຊື່ອ​ວ່າ​ຈະ​ເປັນ​ໄປ​ຕາມ​ຄຳສັ່ງ​ນັ້ນ ແລ້ວ​ກໍ​ເປັນ​ໄປ​ຕາມ​ນັ້ນ.

24 ດ້ວຍເຫດນັ້ນ ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ສິ່ງໃດ​ທີ່​ພວກເຈົ້າ​ພາວັນນາ​ອະທິຖານ​ຂໍ​ນັ້ນ ຈົ່ງ​ເຊື່ອ​ວ່າ​ໄດ້​ຮັບ​ແລ້ວ ແລະ​ຄົງ​ຈະ​ເປັນ​ແກ່​ເຈົ້າ​ທັງຫລາຍ.

25 ແລະ​ເມື່ອ​ເຈົ້າ​ຢືນ​ພາວັນນາ​ອະທິຖານ​ຢູ່ ຖ້າ​ເຈົ້າ​ມີ​ເລື່ອງ​ກັບ​ຜູ້ໃດ​ຜູ້ໜຶ່ງ​ຈົ່ງ​ຍົກໂທດ​ໃຫ້​ເຂົາ ເພື່ອ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ ຜູ້​ສະຖິດ​ຢູ່​ໃນ​ສະຫວັນ ຈະ​ຍົກ​ຄວາມ​ຜິດບາບ​ຂອງ​ພວກເຈົ້າ​ດ້ວຍ, [

26 ແຕ່​ຖ້າ​ເຈົ້າ​ບໍ່​ຍົກໂທດ​ນັ້ນ ພຣະບິດາ​ຂອງ​ເຈົ້າ​ຜູ້​ຊົງ​ສະຖິດ​ໃນ​ສະຫວັນ ກໍ​ຈະ​ບໍ່​ຍົກ​ຄວາມຜິດ​ຂອງ​ເຈົ້າ​ເໝືອນກັນ.”]


ເລື່ອງ​ສິດ​ອຳນາດ​ຂອງ​ພຣະເຢຊູເຈົ້າ
( ມທ 21:23-27 ; ລກ 20:1-8 )

27 ອີກເທື່ອໜຶ່ງ ພຣະເຢຊູເຈົ້າ​ແລະ​ສາວົກ​ຂອງ​ພຣະອົງ ໄດ້​ກັບຄືນ​ເຂົ້າ​ໄປ​ໃນ​ນະຄອນ​ເຢຣູຊາເລັມ, ເມື່ອ​ພຣະອົງ​ຍ່າງ​ເຂົ້າ​ໄປ​ໃນ​ພຣະວິຫານ ພວກ​ຫົວໜ້າ​ປະໂຣຫິດ, ພວກ​ທຳມະຈານ​ແລະ​ພວກ​ເຖົ້າແກ່ ກໍ​ມາ​ຫາ​ພຣະອົງ.

28 ພວກເຂົາ​ໄດ້​ຖາມ​ວ່າ, “ເຈົ້າ​ມີ​ສິດ​ອຳນາດ​ຫຍັງ ຈຶ່ງ​ເຮັດ​ການ​ເຫຼົ່ານີ້? ຜູ້ໃດ​ໃຫ້​ສິດ​ນີ້​ແກ່​ເຈົ້າ?”

29 ພຣະເຢຊູເຈົ້າ​ຊົງ​ຕອບ​ພວກເຂົາ​ວ່າ, “ເຮົາ​ມີ​ຄຳ​ຖາມ​ຂໍ້​ໜຶ່ງ​ຈະ​ຖາມ​ພວກເຈົ້າ ແລະ​ຈົ່ງ​ໃຫ້​ຄຳຕອບ​ແກ່​ເຮົາ ແລະ​ເຮົາ​ຈະ​ບອກ​ພວກເຈົ້າ​ວ່າ, ‘ເຮົາ​ເຮັດ​ການ​ເຫຼົ່ານີ້​ດ້ວຍ​ສິດ​ອັນ​ໃດ.’

30 ຄື​ບອກ​ເຮົາ​ມາ​ເບິ່ງດູ​ວ່າ, ‘ຜູ້ໃດ​ໃຫ້​ສິດ​ແກ່​ໂຢຮັນ​ເພື່ອ​ໃຫ້​ຮັບ​ບັບຕິສະມາ ພຣະເຈົ້າ​ໃຫ້ ຫລື​ວ່າ​ມະນຸດ​ໃຫ້?”’

31 ພວກເຂົາ​ໄດ້​ປຶກສາ​ກັນ​ວ່າ, “ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ຖ້າ​ພວກເຮົາ​ຕອບ​ວ່າ, ‘ພຣະເຈົ້າ​ໃຫ້’ ມັນ​ກໍ​ຈະ​ຖາມ​ວ່າ, ‘ຖ້າດັ່ງນັ້ນ ເປັນຫຍັງ​ພວກເຈົ້າ ຈຶ່ງ​ບໍ່​ເຊື່ອ​ໂຢຮັນ?’

32 ຫລື​ວ່າ ພວກເຮົາ​ຈະ​ຕອບ​ວ່າ, ‘ມະນຸດ​ໃຫ້...”’ (ພວກເຂົາ​ກໍ​ຢ້ານ​ປະຊາຊົນ ເພາະ​ທຸກຄົນ​ຖື​ວ່າ ໂຢຮັນ​ເປັນ​ຜູ້ທຳນວາຍ.)

33 ສະນັ້ນ ພວກເຂົາ​ຈຶ່ງ​ຕອບ​ພຣະເຢຊູເຈົ້າ​ວ່າ, “ພວກເຮົາ​ບໍ່​ຮູ້.” ແລ້ວ​ພຣະເຢຊູເຈົ້າ​ກໍ​ຕອບ​ພວກເຂົາ​ວ່າ, “ດັ່ງນັ້ນ ຂ້ອຍ​ກໍ​ຈະ​ບໍ່​ບອກ​ພວກເຈົ້າ​ຄື​ກັນ​ວ່າ ຂ້ອຍ​ເຮັດ​ການ​ເຫຼົ່ານີ້​ດ້ວຍ​ສິດ​ອັນໃດ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan