Biblia Todo Logo
Bìoball air-loidhne

- Sanasan -

ມາຣະໂກ 10 - ພຣະຄຳພີສັກສິ


ພຣະເຢຊູເຈົ້າ​ຊົງ​ສັ່ງສອນ​ເຖິງ​ເລື່ອງ​ການ​ຢ່າຮ້າງ
( ມທ 19:1-12 ; ລກ 16:18 )

1 ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ຈາກ​ທີ່​ນັ້ນ​ໄປ​ແຂວງ​ຢູດາຍ ແລ້ວ​ພຣະອົງ​ກໍ​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ​ທາງ​ຟາກ​ເບື້ອງ​ນັ້ນ ປະຊາຊົນ​ໝູ່ໃຫຍ່​ໄດ້​ມາ​ຫາ​ພຣະອົງ​ອີກ ແລະ​ພຣະອົງ​ກໍໄດ້​ສັ່ງສອນ​ພວກເຂົາ​ດັ່ງ​ທີ່​ພຣະອົງ​ເຄີຍ​ເຮັດ​ມາ.

2 ພວກ​ຟາຣີຊາຍ​ໄດ້​ມາ​ຫາ​ພຣະເຢຊູເຈົ້າ ເພື່ອ​ທົດລອງ​ພຣະອົງ ພວກເຂົາ​ຖາມ​ວ່າ, “ຕາມ​ກົດບັນຍັດ​ຜູ້ຊາຍ​ຢ່າຮ້າງ​ເມຍ​ຂອງຕົນ​ໄດ້​ບໍ?”

3 ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ໂດຍ​ຢ້ອນ​ຖາມ​ຄືນ​ວ່າ, “ໂມເຊ​ໄດ້​ໃຫ້​ຂໍ້ຄຳສັ່ງ​ໄວ້​ຢ່າງ​ໃດ?”

4 ພວກເຂົາ​ຕອບ​ວ່າ, “ໂມເຊ​ໄດ້​ອະນຸຍາດ​ໃຫ້​ເຮັດ​ໜັງສື​ຢ່າຮ້າງ​ແລ້ວ​ໃຫ້​ປະ​ໄດ້.”

5 ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ໂມເຊ​ໄດ້​ຂຽນ​ຂໍ້ຄຳສັ່ງ​ໄວ້​ຢ່າງ​ນັ້ນ ເພາະ​ໃຈ​ຂອງ​ພວກເຈົ້າ​ແຂງ​ກະດ້າງ.

6 ຕັ້ງແຕ່​ຕົ້ນເດີມ ‘ພຣະເຈົ້າ​ໄດ້​ສ້າງ​ມະນຸດ​ໃຫ້​ເປັນ​ຊາຍ​ແລະ​ຍິງ

7 ດ້ວຍເຫດນັ້ນ ຜູ້ຊາຍ​ຈຶ່ງ​ລະ​ຈາກ​ພໍ່​ແມ່​ຂອງຕົນ ແລະ​ໄປ​ຕິດພັນ​ຢູ່​ກັບ​ເມຍ​ຂອງຕົນ,

8 ແລະ​ທັງສອງ​ກໍ​ຈະ​ເປັນ​ກາຍ​ອັນ​ດຽວ.’ ເພາະ​ສະນັ້ນ ເຂົາ​ຈຶ່ງ​ບໍ່​ເປັນ​ສອງ​ອີກ​ຕໍ່ໄປ ແຕ່​ເປັນ​ໜຶ່ງ​ດຽວກັນ.

9 ດັ່ງນັ້ນ ສິ່ງ​ທີ່​ພຣະເຈົ້າ​ໄດ້​ໃຫ້​ເຂົ້າ​ຮ່ວມ​ກັນ​ຢູ່​ແລ້ວ ຢ່າ​ໃຫ້​ມະນຸດ​ເຮັດ​ໃຫ້​ພັດພາກ​ຈາກ​ກັນ.”

10 ເມື່ອ​ເຂົ້າ​ໄປ​ໃນ​ເຮືອນ​ແລ້ວ ພວກ​ສາວົກ​ໄດ້​ຖາມ​ພຣະເຢຊູເຈົ້າ​ເຖິງ​ເລື່ອງ​ການ​ຢ່າຮ້າງ​ນີ້​ອີກ.

11 ພຣະອົງ​ຕອບ​ພວກເພິ່ນ​ວ່າ, “ຊາຍ​ໃດ​ທີ່​ຢ່າຮ້າງ​ເມຍ​ຂອງຕົນ ແລ້ວ​ໄປ​ແຕ່ງງານ​ກັບ​ຍິງ​ອື່ນ ຊາຍ​ຜູ້ນັ້ນ​ກໍ​ເຮັດ​ຜິດ​ໃນ​ຖານ​ຫລິ້ນຊູ້.

12 ໃນທຳນອງ​ດຽວກັນ ຍິງ​ໃດ​ທີ່​ຢ່າຮ້າງ​ຜົວ​ຂອງຕົນ ແລະ​ໄປ​ແຕ່ງງານ​ກັບ​ຊາຍ​ອື່ນ ຍິງ​ນັ້ນ​ກໍ​ເຮັດ​ຜິດ​ໃນ​ຖານ​ຫລິ້ນຊູ້​ເໝືອນກັນ.”


ພຣະເຢຊູເຈົ້າ​ຊົງ​ອວຍພອນ​ພວກ​ເດັກນ້ອຍ
( ມທ 19:13-15 ; ລກ 18:15-17 )

13 ພວກເຂົາ​ໄດ້​ພາ​ພວກ​ເດັກນ້ອຍ​ມາ​ຫາ​ພຣະເຢຊູເຈົ້າ ເພື່ອ​ພຣະອົງ​ຈະ​ໄດ້​ວາງ​ມື​ໃສ່​ພວກເຂົາ, ແຕ່​ພວກ​ສາວົກ​ໄດ້​ຫ້າມ​ໄວ້.

14 ເມື່ອ​ພຣະເຢຊູເຈົ້າ​ເຫັນ​ດັ່ງນັ້ນ, ພຣະອົງ​ກໍ​ບໍ່​ພໍໃຈ ແລະ​ກ່າວ​ແກ່​ພວກ​ສາວົກ​ວ່າ, “ຈົ່ງ​ປ່ອຍ​ເດັກນ້ອຍ​ໃຫ້​ເຂົ້າ​ມາ​ຫາ​ເຮົາ ແລະ​ຢ່າ​ຫ້າມ​ພວກເຂົາ ເພາະ​ອານາຈັກ​ພຣະເຈົ້າ​ເປັນ​ຂອງ​ຜູ້​ທີ່​ເປັນ​ເໝືອນ​ເດັກນ້ອຍ​ເຫຼົ່ານີ້​ແຫຼະ.

15 ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ຜູ້ໃດ​ບໍ່​ຮັບ​ຣາຊອານາຈັກ​ຂອງ​ພຣະເຈົ້າ​ເໝືອນ​ເດັກນ້ອຍ ຈະ​ບໍ່ໄດ້​ເຂົ້າ​ໄປ​ໃນ​ຣາຊອານາຈັກ​ນັ້ນ​ຈັກເທື່ອ.”

16 ແລ້ວ​ພຣະອົງ​ກໍໄດ້​ອູ້ມ​ເດັກນ້ອຍ​ນັ້ນ ວາງ​ມື​ໃສ່​ແລະ​ອວຍພອນ​ໃຫ້​ພວກເຂົາ.


ເລື່ອງ​ມະຫາ​ເສດຖີ
( ມທ 19:16-30 ; ລກ 18:18-30 )

17 ເມື່ອ​ພຣະເຢຊູເຈົ້າ​ອອກ​ເດີນທາງ​ຕໍ່ໄປ ກໍ​ມີ​ຊາຍ​ຄົນ​ໜຶ່ງ ແລ່ນ​ມາ​ຫາ​ພຣະອົງ ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະອົງ ແລະ​ຖາມ​ວ່າ, “ພຣະອາຈານ​ຜູ້​ປະເສີດ​ເອີຍ, ຂ້ານ້ອຍ​ຕ້ອງ​ປະຕິບັດ​ຢ່າງ​ໃດ​ຈຶ່ງ​ຈະ​ໄດ້​ຮັບ​ຊີວິດ​ນິຣັນດອນ?”

18 ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ດ້ວຍເຫດໃດ​ເຈົ້າ​ຈຶ່ງ​ເອີ້ນ​ເຮົາ​ວ່າ ຜູ້​ປະເສີດ? ບໍ່ມີ​ຜູ້ໃດ​ປະເສີດ​ດອກ ນອກຈາກ​ພຣະເຈົ້າ​ອົງ​ດຽວ​ເທົ່ານັ້ນ.

19 ເຈົ້າ​ກໍ​ຮູ້ຈັກ​ກົດບັນຍັດ​ທີ່​ວ່າ, ‘ຢ່າ​ຂ້າ​ຄົນ, ຢ່າ​ຫລິ້ນຊູ້​ສູ່​ຜົວເມຍ​ຜູ້ອື່ນ, ຢ່າ​ລັກ​ຊັບ, ຢ່າ​ເປັນ​ພະຍານ​ບໍ່​ຈິງ, ຢ່າ​ສໍ້ໂກງ, ຈົ່ງ​ນັບຖື​ພໍ່​ແມ່​ຂອງຕົນ.”’

20 ຊາຍ​ຄົນ​ນັ້ນ​ໄດ້​ຕອບ​ວ່າ, “ອາຈານ​ເອີຍ ກົດບັນຍັດ​ທັງໝົດ​ເຫຼົ່ານີ້​ຂ້ານ້ອຍ​ໄດ້​ຖື​ຮັກສາ ຕັ້ງແຕ່​ເປັນ​ເດັກນ້ອຍ​ພຸ້ນ​ມາ.”

21 ພຣະເຢຊູເຈົ້າ​ເພັ່ງ​ຕາ​ເບິ່ງ​ຊາຍ​ຜູ້​ນັ້ນ​ດ້ວຍ​ຄວາມຮັກ ແລະ​ກ່າວ​ວ່າ, “ເຈົ້າ​ຍັງ​ຂາດ​ຢູ່​ສິ່ງ​ໜຶ່ງ​ຄື: ຈົ່ງ​ໄປ​ຂາຍ​ທຸກສິ່ງ​ທີ່​ເຈົ້າ​ມີ​ຢູ່ ແລະ​ບໍລິຈາກ​ເງິນ​ນັ້ນ​ໃຫ້​ແກ່​ຄົນ​ຍາກຈົນ ແລະ​ເຈົ້າ​ຈະ​ມີ​ຊັບສົມບັດ​ໃນ​ສະຫວັນ, ແລ້ວ​ຈົ່ງ​ຕາມ​ເຮົາ​ມາ.”

22 ເມື່ອ​ໄດ້ຍິນ​ຄຳ​ເວົ້າ​ນີ້ ລາວ​ກໍ​ໜ້າ​ເສົ້າ​ລົງ ແລະ​ອອກ​ໄປ​ເປັນທຸກໃຈ​ຢ່າງ​ໜັກ ເພາະ​ລາວ​ເປັນ​ຄົນ​ຮັ່ງມີ​ຫລາຍ.

23 ພຣະເຢຊູເຈົ້າ​ແນມ​ເບິ່ງ​ອ້ອມຮອບ​ແລ້ວ ກ່າວ​ແກ່​ພວກ​ສາວົກ​ວ່າ, “ທີ່​ຄົນ​ຮັ່ງມີ​ຈະ​ເຂົ້າ​ໄປ​ໃນ​ຣາຊອານາຈັກ​ຂອງ​ພຣະເຈົ້າ ກໍ​ຍາກ​ແທ້​ໜໍ.”

24 ພວກ​ສາວົກ​ຕ່າງ​ກໍ​ປະຫລາດ​ໃຈ​ໃນ​ຄຳ​ເວົ້າ​ຂອງ​ພຣະອົງ ແຕ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ແກ່​ພວກເພິ່ນ​ອີກ​ວ່າ, “ລູກ​ທັງຫລາຍ​ເອີຍ, ທີ່​ຈະ​ເຂົ້າ​ໄປ​ໃນ​ຣາຊອານາຈັກ​ຂອງ​ພຣະເຈົ້າ​ກໍ​ຍາກ​ແທ້

25 ອູດ​ໂຕໜຶ່ງ​ຈະ​ລອດ​ຮູ​ເຂັມ ກໍ​ງ່າຍ​ກວ່າ​ຄົນ​ຮັ່ງມີ​ຜູ້ໜຶ່ງ​ຈະ​ເຂົ້າ​ໄປ​ໃນ​ຣາຊອານາຈັກ​ຂອງ​ພຣະເຈົ້າ.”

26 ພວກ​ສາວົກ​ປະຫລາດ​ໃຈ​ຫລາຍ ຈຶ່ງ​ຖາມ​ກັນ​ວ່າ, “ຖ້າ​ຢ່າງ​ນັ້ນ ຜູ້ໃດ​ຈະ​ລອດພົ້ນ​ໄດ້?”

27 ພຣະເຢຊູເຈົ້າ​ເພັ່ງ​ຕາ​ເບິ່ງ​ພວກເພິ່ນ ແລະ​ກ່າວ​ວ່າ, “ຝ່າຍ​ມະນຸດ​ກໍ​ເຫຼືອ​ກຳລັງ​ທີ່​ຈະ​ເຮັດ​ໄດ້ ແຕ່​ບໍ່​ເຫຼືອ​ກຳລັງ​ຂອງ​ພຣະເຈົ້າ ເພາະ​ຝ່າຍ​ພຣະເຈົ້າ​ຊົງ​ເຮັດ​ໄດ້​ທຸກສິ່ງ.”

28 ແລ້ວ​ເປໂຕ​ກໍ​ກ່າວ​ຂຶ້ນ​ວ່າ, “ເບິ່ງດູ ພວກ​ຂ້ານ້ອຍ​ໄດ້​ສະຫລະ​ທຸກສິ່ງ ແລະ​ໄດ້​ຕິດຕາມ​ພຣະອົງ​ມາ.”

29 ພຣະເຢຊູເຈົ້າ​ຊົງ​ຕອບ​ພວກເພິ່ນ​ວ່າ, “ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ ຜູ້ໃດ​ໄດ້​ສະຫລະ​ບ້ານ​ເຮືອນ ຫລື​ອ້າຍ​ເອື້ອຍ​ນ້ອງ ຫລື​ພໍ່ແມ່ ຫລື​ລູກ ຫລື​ໄຮ່​ນາ​ຂອງຕົນ ເພາະ​ເຫັນ​ແກ່​ເຮົາ​ແລະ​ເຫັນ​ແກ່​ຂ່າວປະເສີດ.

30 ໃນ​ໂລກນີ້ ຜູ້​ນັ້ນ​ຈະ​ໄດ້​ຮັບ​ຕອບ​ແທນ​ຮ້ອຍ​ເທົ່າ​ຄື: ບ້ານ​ເຮືອນ, ອ້າຍ​ເອື້ອຍ​ນ້ອງ, ພໍ່ແມ່, ລູກ ແລະ​ໄຮ່​ນາ ແລະ​ທັງ​ຈະ​ໄດ້​ຮັບ​ການ​ຂົ່ມເຫັງ​ດ້ວຍ ແລະ​ໃນ​ໂລກ​ໜ້າ​ເຂົາ​ຈະ​ໄດ້​ຊີວິດ​ນິຣັນດອນ.

31 ແຕ່​ຫລາຍ​ຄົນ​ທີ່​ເປັນ​ຜູ້ຕົ້ນ ຈະ​ກັບ​ເປັນ​ຜູ້ປາຍ ແລະ​ຜູ້​ທີ່​ເປັນ​ປາຍ​ໃນ​ເວລາ​ນີ້ ກໍ​ຈະ​ເປັນ​ຜູ້ຕົ້ນ.”


ພຣະເຢຊູເຈົ້າ​ຊົງ​ກ່າວ​ເປັນ​ຄັ້ງ​ທີ​ສາມ​ເຖິງ​ຄວາມ​ຕາຍ​ຂອງ​ພຣະອົງ
( ມທ 20:17-19 ; ລກ 18:31-34 )

32 ເມື່ອ​ກຳລັງ​ເດີນທາງ​ຂຶ້ນ​ເມືອ​ນະຄອນ​ເຢຣູຊາເລັມ, ພຣະເຢຊູເຈົ້າ​ໄດ້​ຍ່າງ​ນຳ​ໜ້າ​ພວກເຂົາ​ໄປ ພວກ​ສາວົກ​ໄດ້​ວຸ້ນວາຍ​ໃຈ ແລະ​ພວກ​ອື່ນ​ທີ່​ຍ່າງ​ມາ​ຕາມ​ຫລັງ​ຕ່າງ​ກໍ​ມີ​ຄວາມ​ຢ້ານ ແລ້ວ​ພຣະເຢຊູເຈົ້າ​ກໍ​ພາ​ສາວົກ​ສິບສອງ​ຄົນ ຍ່າງ​ຫລີກ​ອອກ​ໄປ​ທາງ​ຂ້າງ​ອີກເທື່ອໜຶ່ງ ແລະ​ກ່າວ​ເຖິງ​ເຫດການ​ທີ່​ຈຳ​ຕ້ອງ​ເກີດຂຶ້ນ​ກັບ​ພຣະອົງ.

33 ພຣະອົງ​ບອກ​ພວກເພິ່ນ​ວ່າ, “ເບິ່ງແມ! ພວກເຮົາ​ກຳລັງ​ຂຶ້ນ​ໄປ​ນະຄອນ​ເຢຣູຊາເລັມ ບ່ອນ​ທີ່​ບຸດ​ມະນຸດ​ຈະ​ຖືກ​ມອບ​ໄວ້ ໃນ​ກຳມື​ຂອງ​ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ທຳມະຈານ ພວກ​ເຫຼົ່ານີ້​ຈະ​ຕັດສິນ​ລົງໂທດ​ເພິ່ນ​ໃຫ້​ເຖິງ​ຕາຍ ແລະ​ຈະ​ມອບ​ເພິ່ນ​ໄວ້​ກັບ​ຄົນ​ຕ່າງຊາດ.

34 ຄົນ​ພວກ​ນີ້ ຈະ​ເຢາະເຢີ້ຍ​ເພິ່ນ, ຈະ​ຖົ່ມ​ນໍ້າລາຍ​ໃສ່​ເພິ່ນ, ຈະ​ຂ້ຽນຕີ​ເພິ່ນ ແລະ​ຈະ​ຂ້າ​ເພິ່ນ​ເສຍ, ແຕ່​ໃນ​ວັນ​ຖ້ວນ​ສາມ ເພິ່ນ​ຈະ​ເປັນ​ຄືນ​ມາ​ຈາກ​ຄວາມ​ຕາຍ.”


ຢາໂກໂບ​ແລະ​ໂຢຮັນ​ຂໍຮ້ອງ​ນຳ​ພຣະເຢຊູເຈົ້າ
( ມທ 20:20-28 )

35 ແລ້ວ​ຢາໂກໂບ ແລະ ໂຢຮັນ​ລູກຊາຍ​ຂອງ​ເຊເບດາຍ ໄດ້​ເຂົ້າ​ມາ​ຫາ​ພຣະເຢຊູເຈົ້າ ແລະ​ເວົ້າ​ວ່າ, “ອາຈານ​ເອີຍ, ພວກ​ຂ້ານ້ອຍ​ທັງສອງ ປາຖະໜາ​ຈະ​ໃຫ້​ທ່ານ​ເຮັດ​ຕາມ​ຄຳ​ຂໍຮ້ອງ​ຂອງ​ພວກ​ຂ້ານ້ອຍ.”

36 ພຣະເຢຊູເຈົ້າ​ຖາມ​ພວກເພິ່ນ​ວ່າ, “ເຈົ້າ​ທັງສອງ​ຕ້ອງການ​ຫຍັງ?”

37 ພວກເພິ່ນ​ຕອບ​ວ່າ, “ເມື່ອ​ທ່ານ​ຢູ່​ໃນ​ສະຫງ່າຣາສີ​ແລ້ວ ຂໍ​ໃຫ້​ພວກ​ຂ້ານ້ອຍ​ທັງສອງ​ນັ່ງ​ທີ່​ເບື້ອງ​ຂວາ​ຂອງທ່ານ​ຄົນ​ໜຶ່ງ ແລະ​ທີ່​ເບື້ອງ​ຊ້າຍ​ຄົນ​ໜຶ່ງ.”

38 ພຣະເຢຊູເຈົ້າ​ຊົງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ທີ່​ພວກເຈົ້າ​ຂໍຮ້ອງ​ນັ້ນ​ພວກເຈົ້າ​ບໍ່​ຮູ້ຈັກ, ຈອກ​ທີ່​ເຮົາ​ຈະ​ດື່ມ​ນັ້ນ ພວກເຈົ້າ​ຈະ​ດື່ມ​ໄດ້​ບໍ? ແລະ​ບັບຕິສະມາ​ທີ່​ເຮົາ​ຮັບ​ນັ້ນ ພວກເຈົ້າ​ຈະ​ຮັບ​ໄດ້​ບໍ?”

39 ພວກເພິ່ນ​ຕອບ​ວ່າ, “ໄດ້​ຢູ່​ຂ້ານ້ອຍ.” ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ພວກເຈົ້າ​ຈະ​ດື່ມ​ຈາກ​ຈອກ​ທີ່​ເຮົາ​ຕ້ອງ​ດື່ມ​ແທ້ ແລະ​ບັບຕິສະມາ​ທີ່​ເຮົາ​ຮັບ ພວກເຈົ້າ​ກໍ​ຕ້ອງ​ຮັບ​ແທ້.

40 ແຕ່​ຈະ​ເລືອກ​ວ່າ ຜູ້ໃດ​ຈະ​ນັ່ງ​ທີ່​ເບື້ອງ​ຂວາ ຫລື​ທີ່​ເບື້ອງ​ຊ້າຍ​ຂອງເຮົາ​ນັ້ນ ບໍ່ແມ່ນ​ໜ້າທີ່​ເຮົາ​ຈະ​ຈັດໃຫ້, ແຕ່​ພຣະເຈົ້າ​ໄດ້​ຈັດໄວ້​ສຳລັບ​ຜູ້ໃດ ກໍ​ເປັນ​ຂອງ​ຜູ້ນັ້ນ.”

41 ເມື່ອ​ສາວົກ​ຄົນອື່ນໆ​ອີກ​ສິບ​ຄົນ​ໄດ້ຍິນ​ເຖິງ​ເລື່ອງ​ນີ້​ແລ້ວ, ພວກເພິ່ນ​ກໍ​ເຄືອງໃຈ​ໃຫ້​ຢາໂກໂບ ແລະ ໂຢຮັນ.

42 ແຕ່​ເມື່ອ​ພຣະເຢຊູເຈົ້າ​ເອີ້ນ​ພວກເພິ່ນ​ມາ​ເຕົ້າໂຮມ​ກັນ ແລ້ວ​ກ່າວ​ວ່າ, “ພວກເຈົ້າ​ຕ່າງ​ກໍ​ຮູ້​ວ່າ ຜູ້​ທີ່​ມະນຸດ​ຖື​ວ່າ ເປັນ​ຜູ້​ປົກຄອງ​ປະຊາຊົນ ກໍ​ມີ​ອຳນາດ​ເໜືອ​ປະຊາຊົນ​ທີ່​ເຂົາ​ປົກຄອງ ແລະ​ຜູ້​ໃຫຍ່​ກໍ​ໃຊ້​ສິດ​ອຳນາດ​ເໜືອ​ພວກເຂົາ.

43 ແຕ່​ໃນ​ທ່າມກາງ​ພວກເຈົ້າ​ແລ້ວ ບໍ່​ເປັນ​ດັ່ງນັ້ນ​ເລີຍ, ຖ້າ​ຜູ້ໜຶ່ງ​ໃນ​ພວກເຈົ້າ ຢາກ​ເປັນ​ໃຫຍ່ ເຂົາ​ຕ້ອງ​ເປັນ​ຜູ້ຮັບໃຊ້​ເຈົ້າ​ທັງຫລາຍ;

44 ແລະ ຖ້າ​ຜູ້ໜຶ່ງ​ໃນ​ພວກເຈົ້າ​ຢາກ​ເປັນ​ເອກ ເຂົາ​ກໍ​ຕ້ອງ​ເປັນ​ຂ້ອຍໃຊ້​ຂອງ​ທຸກຄົນ.

45 ເພາະ​ບຸດ​ມະນຸດ​ບໍ່ໄດ້​ມາ ເພື່ອ​ໃຫ້​ຄົນອື່ນ​ຮັບໃຊ້​ຕົນ ແຕ່​ມາ​ເພື່ອ​ຮັບໃຊ້​ເຂົາ ແລະ​ປະທານ​ຊີວິດ​ຂອງຕົນ ເປັນ​ຄ່າ​ໄຖ່​ຄົນ​ຈຳນວນ​ຫລວງຫລາຍ.”


ພຣະເຢຊູເຈົ້າ​ຊົງ​ໂຜດ​ບາຣະຕີມາຍ​ທີ່​ຕາບອດ
( ມທ 20:29-34 ; ລກ 18:35-43 )

46 ພຣະເຢຊູເຈົ້າ​ແລະ​ພວກ​ສາວົກ​ຂອງ​ພຣະອົງ ເດີນທາງ​ມາ​ເຖິງ​ເມືອງ​ເຢຣີໂກ, ເມື່ອ​ພຣະອົງ​ກຳລັງ​ອອກ​ຈາກ​ເມືອງ​ໄປ​ກັບ​ພວກ​ສາວົກ ແລະ​ປະຊາຊົນ​ໝູ່ໃຫຍ່​ທີ່​ຕິດຕາມ​ຈຳນວນ​ຫລວງຫລາຍ ກໍ​ມີ​ຊາຍ​ຕາບອດ​ຜູ້ໜຶ່ງ​ຊື່​ວ່າ ບາຣະຕີມາຍ​ເປັນ​ລູກຊາຍ​ຂອງ​ຕີມາຍ ນັ່ງ​ຂໍທານ​ທີ່​ແຄມ​ທາງ.

47 ເມື່ອ​ລາວ​ໄດ້ຍິນ​ວ່າ ພຣະເຢຊູເຈົ້າ​ໄທ​ນາຊາເຣັດ​ກຳລັງ​ມາ​ໃກ້ ລາວ​ກໍ​ຮ້ອງ​ຂຶ້ນ​ວ່າ, “ເຢຊູ ບຸດ​ດາວິດ​ເອີຍ, ຂໍ​ຊົງ​ເມດຕາ​ສົງສານ​ຂ້ານ້ອຍ​ແດ່ທ້ອນ.”

48 ມີ​ຫລາຍ​ຄົນ​ໄດ້​ຫ້າມ​ລາວ​ໃຫ້​ມິດ​ຢູ່ ແຕ່​ລາວ​ແຮ່ງ​ຮ້ອງ​ດັງ​ຂຶ້ນ​ຕື່ມ​ວ່າ, “ເຢຊູ ບຸດ​ດາວິດ​ເອີຍ ຂໍໂຜດ​ເມດຕາ​ສົງສານ​ຂ້ານ້ອຍ​ແດ່ທ້ອນ.”

49 ພຣະເຢຊູເຈົ້າ​ຈຶ່ງ​ຢຸດ ແລະ​ສັ່ງ​ວ່າ, “ຈົ່ງ​ໄປ​ເອີ້ນ​ເອົາ​ລາວ​ມາ.” ສະນັ້ນ ພວກເຂົາ​ຈຶ່ງ​ໄປ​ເອີ້ນ​ເອົາ​ຊາຍ​ຕາບອດ​ນັ້ນ​ມາ ແລ້ວ​ເວົ້າ​ວ່າ, “ຈົ່ງ​ຊື່ນ​ໃຈ​ແລະ​ລຸກ​ຂຶ້ນ ເພິ່ນ​ກຳລັງ​ເອີ້ນ​ເອົາ​ເຈົ້າ.”

50 ຊາຍ​ຕາບອດ​ຖິ້ມ​ຜ້າຕູ້ມ​ຂອງຕົນ ແລະ​ຮີບ​ລຸກ​ຂຶ້ນ​ມາ​ຫາ​ພຣະເຢຊູເຈົ້າ.

51 ພຣະເຢຊູເຈົ້າ​ຖາມ​ລາວ​ວ່າ, “ເຈົ້າ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ​ແກ່​ເຈົ້າ?” ຊາຍ​ຕາບອດ​ຕອບ​ວ່າ, “ພຣະອາຈານ​ເອີຍ ຂໍໂຜດ​ໃຫ້​ຂ້ານ້ອຍ​ໄດ້​ເຫັນ​ຮຸ່ງ​ແດ່ທ້ອນ.”

52 ພຣະເຢຊູເຈົ້າ​ຕອບ​ວ່າ, “ໄປ​ສາ ຄວາມເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ດີ​ແລ້ວ.” ໃນ​ທັນໃດນັ້ນ ລາວ​ກໍ​ເຫັນ​ຮຸ່ງ​ໄດ້ ແລະ​ເດີນ​ຕິດຕາມ​ພຣະເຢຊູເຈົ້າ​ໄປ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan