ມາຣະໂກ 1 - ພຣະຄຳພີສັກສິການປະກາດຂອງໂຢຮັນບັບຕິສະໂຕ ( ມທ 3:1-12 ; ລກ 3:1-18 ; ຢຮ 1:19-28 ) 1 ນີ້ແມ່ນຂ່າວປະເສີດເລື່ອງພຣະເຢຊູຄຣິດເຈົ້າ ພຣະບຸດຂອງພຣະເຈົ້າ 2 ເລີ່ມຕົ້ນຕາມທີ່ພຣະເຈົ້າໄດ້ກ່າວໃຫ້ຜູ້ທຳນວາຍເອຊາຢາໄດ້ຂຽນໄວ້ດັ່ງນີ້: “ເຮົາຈະໃຊ້ຜູ້ນຳຂ່າວຂອງເຮົາ ໄປກ່ອນໜ້າທ່ານ. ເພື່ອໄຂຫົນທາງໄວ້ສຳລັບທ່ານ.” 3 “ແມ່ນສຽງຂອງຄົນໜຶ່ງທີ່ຮ້ອງປະກາດ ໃນຖິ່ນແຫ້ງແລ້ງກັນດານ ວ່າ, ‘ຈົ່ງຈັດຕຽມຫົນທາງສຳລັບ ອົງພຣະຜູ້ເປັນເຈົ້າ, ຄືເຮັດທາງໃຫ້ຊື່ສຳລັບພຣະອົງ ຈະເດີນໄປ.”’ 4 ສະນັ້ນ ໂຢຮັນບັບຕິສະໂຕຈຶ່ງໄດ້ປາກົດຕົວໃນຖິ່ນແຫ້ງແລ້ງກັນດານ ໂດຍໃຫ້ຮັບບັບຕິສະມາ ແລະປະກາດ. “ຈົ່ງຖິ້ມໃຈເກົ່າເອົາໃຈໃໝ່ ແລະຮັບບັບຕິສະມາ ແລ້ວພຣະເຈົ້າກໍຈະອະໄພການບາບໃຫ້ທ່ານ.” 5 ປະຊາຊົນຢ່າງຫລວງຫລາຍຈາກແຂວງຢູດາຍ ແລະຈາກນະຄອນເຢຣູຊາເລັມໄດ້ອອກໄປຫາໂຢຮັນ, ພວກເຂົາໄດ້ສາລະພາບການບາບຂອງພວກຕົນ ແລະໂຢຮັນກໍໃຫ້ພວກເຂົາຮັບບັບຕິສະມາໃນແມ່ນໍ້າຈໍແດນ. 6 ໂຢຮັນນຸ່ງເຄື່ອງທີ່ເຮັດດ້ວຍຂົນອູດ ໃສ່ສາຍໜັງຮັດແອວ ແລະກິນຕັກແຕນກັບນໍ້າເຜິ້ງປ່າເປັນອາຫານ. 7 ເພິ່ນໄດ້ປະກາດແກ່ປະຊາຊົນວ່າ, “ຜູ້ທີ່ຈະມາພາຍຫລັງເຮົາ ກໍຍິ່ງໃຫຍ່ກວ່າເຮົາ ຊຶ່ງເຮົາບໍ່ສົມຄວນທີ່ຈະກົ້ມລົງແກ້ ແມ່ນແຕ່ສາຍຮັດເກີບຂອງເພິ່ນ. 8 ຝ່າຍເຮົາໃຫ້ເຈົ້າທັງຫລາຍຮັບບັບຕິສະມາໃນນໍ້າ ແຕ່ເພິ່ນຜູ້ນັ້ນຈະໃຫ້ເຈົ້າທັງຫລາຍຮັບບັບຕິສະມາ ດ້ວຍພຣະວິນຍານບໍຣິສຸດເຈົ້າ.” ພຣະເຢຊູເຈົ້າຮັບບັບຕິສະມາ ( ມທ 3:13 ; ລກ 3:21-22 ) 9 ຕໍ່ຈາກນັ້ນມາບໍ່ດົນ ພຣະເຢຊູເຈົ້າໄດ້ຈາກໝູ່ບ້ານນາຊາເຣັດໃນແຂວງຄາລີເລ ແລະຮັບບັບຕິສະມາຈາກໂຢຮັນໃນແມ່ນໍ້າຈໍແດນ. 10 ໃນເວລາທີ່ພຣະເຢຊູເຈົ້າຂຶ້ນຈາກນໍ້ານັ້ນ ພຣະອົງເງີຍໜ້າສູ່ທ້ອງຟ້າໄດ້ເຫັນຟ້າສະຫວັນເປີດອອກ ແລະມີພຣະວິນຍານເໝືອນນົກເຂົາລົງມາຢູ່ເທິງພຣະອົງ. 11 ແລະ ໄດ້ມີສຽງໜຶ່ງດັງອອກມາຈາກທ້ອງຟ້າວ່າ, “ທ່ານເປັນບຸດທີ່ຮັກຂອງເຮົາ, ເຮົາພໍໃຈໃນທ່ານຫລາຍ.” ມານທົດລອງພຣະເຢຊູເຈົ້າ ( ມທ 4:1-11 ; ລກ 4:1-13 ) 12 ໃນທັນໃດນັ້ນ ພຣະວິນຍານໄດ້ພາພຣະອົງເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ, 13 ບ່ອນທີ່ພຣະອົງຖືກມານຊາຕານທົດລອງເປັນເວລາສີ່ສິບວັນ ພຣະອົງຢູ່ທ່າມກາງເຫຼົ່າສັດຮ້າຍ, ແຕ່ມີພວກເທວະດາໄດ້ມາບົວລະບັດພຣະອົງ. ພຣະເຢຊູເຈົ້າຊົງເອີ້ນເອົາຊາວຫາປາສີ່ຄົນ ( ມທ 4:12-22 ; ລກ 4:14-15 ; 5:1-11 ) 14 ຫລັງຈາກໂຢຮັນຖືກຈັບໃສ່ຄຸກແລ້ວ ພຣະເຢຊູເຈົ້າໄດ້ໄປປະກາດຂ່າວປະເສີດຂອງພຣະເຈົ້າທີ່ແຂວງຄາລີເລ. 15 ພຣະອົງກ່າວວ່າ, “ເວລາທີ່ໄດ້ກຳນົດໄວ້ມາເຖິງແລ້ວ ແລະຣາຊອານາຈັກຂອງພຣະເຈົ້າກໍມາໃກ້ແລ້ວ ຈົ່ງຖິ້ມໃຈເກົ່າເອົາໃຈໃໝ່ ແລະເຊື່ອໃນຂ່າວປະເສີດ.” 16 ໃນຂະນະທີ່ພຣະເຢຊູເຈົ້າກຳລັງຍ່າງໄປຕາມແຄມທະເລສາບຄາລີເລນັ້ນ ພຣະອົງໄດ້ເຫັນຊີໂມນ ແລະ ອັນເດອານ້ອງຊາຍຂອງຊີໂມນກຳລັງໃຊ້ມອງຫາປາຢູ່. 17 ພຣະເຢຊູເຈົ້າຊົງກ່າວແກ່ພວກເພິ່ນວ່າ, “ຈົ່ງຕາມເຮົາມາ ແລະເຮົາຈະບັນດານພວກເຈົ້າໃຫ້ເປັນຜູ້ຫາຄົນແທນຫາປາ.” 18 ໃນທັນໃດນັ້ນ ຊາຍທັງສອງກໍປະມອງຂອງຕົນ ແລະຕິດຕາມພຣະອົງໄປ. 19 ເມື່ອພຣະອົງເດີນທາງໄປອີກໜ້ອຍໜຶ່ງ ພຣະອົງກໍເຫັນຢາໂກໂບ ແລະ ໂຢຮັນນ້ອງຊາຍຂອງຕົນ ພວກເພິ່ນເປັນລູກຊາຍຂອງເຊເບດາຍ ສອງຄົນນີ້ກຳລັງແປງມອງຂອງຕົນຢູ່ໃນເຮືອ. 20 ພໍພຣະເຢຊູເຈົ້າເຫັນຈຶ່ງເອີ້ນເອົາພວກເພິ່ນ ຊາຍທັງສອງຈຶ່ງປະພໍ່ຂອງຕົນ ຄືເຊເບດາຍກັບລູກຈ້າງໄວ້ໃນເຮືອ ແລະໄປກັບພຣະອົງ. ຊາຍຄົນໜຶ່ງທີ່ຜີຊົ່ວຮ້າຍສິງຢູ່ ( ລກ 4:31-37 ) 21 ພຣະເຢຊູເຈົ້າກັບບັນດາສາວົກຂອງພຣະອົງ ໄດ້ມາທີ່ເມືອງກາເປນາອູມ ແລະເຖິງວັນຊະບາໂຕ ພຣະອົງໄດ້ເຂົ້າໄປໃນທຳມະສາລາ ແລະໄດ້ຕັ້ງຕົ້ນສັ່ງສອນ. 22 ປະຊາຊົນທີ່ໄດ້ຍິນຕ່າງກໍປະຫລາດໃຈໃນຄຳສອນຂອງພຣະອົງ ພຣະອົງໄດ້ສັ່ງສອນດ້ວຍສິດອຳນາດບໍ່ເໝືອນພວກທຳມະຈານ. 23 ໃນຂະນະນັ້ນ ມີຊາຍຄົນໜຶ່ງໃນທຳມະສາລາຂອງພວກເຂົາທີ່ມີຜີຊົ່ວຮ້າຍສິງຢູ່ ແລະລາວໄດ້ຮ້ອງຂຶ້ນວ່າ, 24 “ເຢຊູໄທນາຊາເຣັດເອີຍ ທ່ານມາຫຍຸ້ງກ່ຽວນຳພວກເຮົາເຮັດຫຍັງ? ທ່ານມາທີ່ນີ້ເພື່ອທຳລາຍພວກເຮົາບໍ? ພວກເຮົາຮູ້ແລ້ວວ່າທ່ານເປັນຜູ້ໃດ ກໍເປັນຜູ້ບໍຣິສຸດຂອງພຣະເຈົ້າ.” 25 ພຣະເຢຊູເຈົ້າສັ່ງຜີຊົ່ວຮ້າຍນັ້ນວ່າ, “ມິດແມ ແລະອອກຈາກຊາຍຄົນນີ້ສາ.” 26 ຜີຊົ່ວຮ້າຍໄດ້ເຮັດໃຫ້ລາວຊັກດິ້ນຢ່າງແຮງ ຮ້ອງສຽງດັງ ແລະມັນກໍອອກໄປຈາກລາວ. 27 ປະຊາຊົນທຸກຄົນຕ່າງກໍງຶດປະຫລາດໃຈ ແລະເວົ້າກັນວ່າ, “ນີ້ແມ່ນຫຍັງ? ຄຳສັ່ງສອນໃໝ່ມີສິດອຳນາດແທ້ ເພາະທ່ານຜູ້ນີ້ສັ່ງຜີຊົ່ວຮ້າຍ ແລະມັນກໍຍອມຟັງຄວາມເພິ່ນ.” 28 ດັ່ງນັ້ນ ຊື່ສຽງຂອງພຣະເຢຊູເຈົ້າຈຶ່ງຊ່າລືໄປທົ່ວທຸກທີ່ທຸກບ່ອນໃນແຂວງຄາລີເລ. ພຣະເຢຊູເຈົ້າຊົງໂຜດຫລາຍຄົນໃຫ້ດີພະຍາດ. ( ມທ 8:14-17 ; ລກ 4:38-41 ) 29 ໃນຂະນະນັ້ນ ພຣະເຢຊູເຈົ້າກໍອອກຈາກທຳມະສາລາພ້ອມກັບຢາໂກໂບ ແລະ ໂຢຮັນໄປທີ່ເຮືອນຂອງຊີໂມນ ແລະ ອັນເດອາ. 30 ແມ່ເມຍຂອງຊີໂມນນອນຢູ່ ເພາະວ່ານາງເປັນໄຂ້ ພໍພຣະເຢຊູເຈົ້າມາຮອດ ເຂົາຈຶ່ງບອກເລື່ອງຂອງນາງໃຫ້ພຣະອົງຮູ້. 31 ພຣະອົງຈຶ່ງໄປຫາ ແລະຈັບມືນາງໃຫ້ລຸກຂຶ້ນ ໃນທັນໃດນັ້ນ ໄຂ້ກໍຫາຍ ແລະນາງກໍຄອຍບົວລະບັດຮັບໃຊ້ພຣະອົງແລະພວກສາວົກ. 32 ເມື່ອຍາມແລງພໍຕາເວັນຕົກດິນ ປະຊາຊົນກໍພາທຸກຄົນທີ່ເຈັບປ່ວຍ ແລະມີຜີມານຮ້າຍສິງມາຫາພຣະເຢຊູເຈົ້າ. 33 ປະຊາຊົນໃນເມືອງທັງໝົດໄດ້ມາອັ່ງອໍກັນຢູ່ປະຕູເຮືອນ. 34 ພຣະເຢຊູເຈົ້າໄດ້ຊົງໂຜດຫລາຍຄົນ ທີ່ເຈັບໄຂ້ໄດ້ປ່ວຍດ້ວຍພະຍາດທຸກຊະນິດໃຫ້ຫາຍດີ ແລະຂັບໄລ່ຜີມານຮ້າຍຫລາຍໂຕອອກໄປ ພຣະອົງບໍ່ອະນຸຍາດໃຫ້ຜີມານຮ້າຍທັງຫລາຍເວົ້າຫຍັງຈັກຄຳ ເພາະພວກມັນຮູ້ວ່າພຣະອົງເປັນຜູ້ໃດ. ພຣະເຢຊູເຈົ້າຊົງເທດສະໜາໃນແຂວງຄາລີເລ ( ລກ 4:42-44 ) 35 ເຊົ້າວັນໃໝ່ເວລາຍັງມືດຢູ່ ພຣະເຢຊູເຈົ້າໄດ້ລຸກຂຶ້ນ ແລະໄປຍັງສະຖານທີ່ງຽບສະຫງັດ ແລ້ວພາວັນນາອະທິຖານຢູ່ທີ່ນັ້ນ. 36 ແຕ່ຊີໂມນກັບເພື່ອນທີ່ຢູ່ນຳກັນ ໄດ້ອອກໄປຊອກຫາພຣະອົງ, 37 ເມື່ອພົບແລ້ວພວກເພິ່ນກໍເວົ້າວ່າ, “ທຸກຄົນກຳລັງຊອກຫາທ່ານຢູ່.” 38 ພຣະເຢຊູເຈົ້າຕອບພວກເພິ່ນວ່າ, “ໃຫ້ພວກເຮົາໄປບ່ອນອື່ນທີ່ເມືອງໃກ້ຄຽງ, ເພື່ອເຮົາຈະປະກາດຂ່າວປະເສີດໃຫ້ປະຊາຊົນໃນທີ່ເຫຼົ່ານັ້ນດ້ວຍ, ເຮົາໄດ້ມາກໍເພື່ອຈະກະທຳການນີ້ແຫຼະ.” 39 ດັ່ງນັ້ນ ພຣະອົງຈຶ່ງໄດ້ໄປທົ່ວແຂວງຄາລີເລໄດ້ສັ່ງສອນໃນທຳມະສາລາ ແລະຂັບໄລ່ພວກຜີມານຮ້າຍທັງຫລາຍໃຫ້ອອກໄປ. ພຣະເຢຊູເຈົ້າຊົງໂຜດຊາຍຄົນໜຶ່ງ ( ມທ 8:1-4 ; ລກ 5:12-16 ) 40 ມີຊາຍຄົນໜຶ່ງທີ່ເປັນພະຍາດຂີ້ທູດ ມາຫາພຣະເຢຊູເຈົ້າເພື່ອຂໍໃຫ້ພຣະອົງຊ່ວຍ, ລາວຄຸເຂົ່າລົງຕໍ່ໜ້າພຣະອົງແລ້ວເວົ້າວ່າ, “ຖ້າທ່ານພໍໃຈ ກໍຈະເຮັດໃຫ້ຂ້ານ້ອຍສະອາດດີໄດ້.” 41 ພຣະເຢຊູເຈົ້າມີໃຈສົງສານຄົນນັ້ນ ຈຶ່ງເດ່ມືອອກໄປແຕະຕ້ອງລາວໂດຍກ່າວວ່າ, “ເຮົາພໍໃຈແລ້ວ ຈົ່ງດີສະອາດສາ.” 42 ໃນທັນໃດນັ້ນ ພະຍາດຂີ້ທູດກໍຫາຍໄປຈາກຊາຍຄົນນີ້ ແລະລາວຈຶ່ງດີສະອາດ. 43 ແລ້ວພຣະເຢຊູເຈົ້າກໍເຕືອນລາວຢ່າງເຂັ້ມງວດ ແລະບອກລາວໃຫ້ໜີໄປໃນທັນທີທັນໃດ 44 ໂດຍສັ່ງໃຫ້ລາວວ່າ, “ຢ່າບອກເລື່ອງນີ້ສູ່ຜູ້ໃດຟັງເປັນອັນຂາດ ແຕ່ຈົ່ງໄປຫາປະໂຣຫິດເພື່ອໃຫ້ເພິ່ນກວດເບິ່ງເຈົ້າວ່າດີສະອາດແລ້ວ ຕໍ່ຈາກນັ້ນໃຫ້ເຈົ້າຖວາຍເຄື່ອງບູຊາຕາມທີ່ໂມເຊໄດ້ສັ່ງໄວ້ ເພື່ອເປັນຫຼັກຖານຢັ້ງຢືນວ່າ ເຈົ້າດີສະອາດແລ້ວ.” 45 ແຕ່ຊາຍຄົນນີ້ພໍຈາກໄປແລ້ວ ລາວກໍປະກາດຂ່າວນີ້ໃຫ້ຊ່າລືໄປທົ່ວທຸກບ່ອນ. ຍ້ອນຂ່າວນີ້ ພຣະເຢຊູເຈົ້າຈຶ່ງບໍ່ອາດເຂົ້າໃນເມືອງໄດ້ຢ່າງເປີດເຜີຍອີກຕໍ່ໄປ, ແຕ່ພຣະອົງໄດ້ໄປອາໄສຢູ່ນອກເມືອງ ໃນບ່ອນປ່ຽວ ເຖິງປານນັ້ນ ກໍຍັງມີຄົນຈາກທຸກທີ່ທຸກບ່ອນມາຫາພຣະອົງ. |
@ 2012 United Bible Societies. All Rights Reserved.