Biblia Todo Logo
Bìoball air-loidhne

- Sanasan -

ມີກາ 7 - ພຣະຄຳພີສັກສິ


ສິນທຳ​ຂອງ​ຊາດ​ອິດສະຣາເອນ​ເຊື່ອມໂຊມ

1 ໝົດຫວັງ​ສາ​ແລ້ວ ຂ້າພະເຈົ້າ​ເປັນ​ດັ່ງ​ຄົນ​ອຶດຫິວ​ຜູ້ໜຶ່ງ ທີ່​ຫາ​ໝາກໄມ້​ລະດູ​ຮ້ອນ​ກິນ ແຕ່​ບໍ່​ພົບ ແລະ​ໝາກອະງຸ່ນ​ໃນ​ສວນ​ກໍ​ບໍ່ມີ​ເລີຍ. ໝາກອະງຸ່ນ​ແລະ​ໝາກເດື່ອ​ໄດ້​ຖືກ​ເກັບ​ໄປ​ໝົດ​ສາ​ແລ້ວ.

2 ຢູ່​ໃນ​ດິນແດນ​ບໍ່ມີ​ຄົນ​ສຸດຈະຣິດ​ເຫຼືອ​ຢູ່​ເລີຍ ບໍ່ມີ​ຈັກ​ຄົນດຽວ ທີ່​ສັດຊື່​ຕໍ່​ພຣະເຈົ້າ. ທຸກຄົນ​ຕ່າງ​ກໍ​ຫາ​ໂອກາດ ເພື່ອ​ຂ້າຟັນ​ລັນແທງ​ຊຶ່ງກັນແລະກັນ ທຸກຄົນ​ຕ່າງ​ກໍ​ຕາມລ່າ​ພີ່ນ້ອງ​ຮ່ວມຊາດ​ຂອງ​ຕົນເອງ.

3 ພວກເຂົາ​ລ້ວນແຕ່​ເປັນ​ນັກ​ຊ່ຽວຊານ​ໃນ​ການ​ເຮັດຊົ່ວ. ບັນດາ​ເຈົ້າໜ້າທີ່ ແລະ​ຜູ້​ຕັດສິນ​ຄວາມ​ກໍ​ຖາມ​ຫາ​ສິນບົນ. ຄົນ​ທີ່​ມີ​ອິດທິພົນ​ກໍ​ເອີ່ຍ​ເຖິງ​ສິ່ງ​ທີ່​ຕົນ​ຕ້ອງການ; ສະນັ້ນ ພວກເຂົາ​ຈຶ່ງ​ວາງ​ອຸບາຍ​ໃສ່​ກັນແລະກັນ.

4 ແມ່ນແຕ່​ຄົນດີ​ແລະ​ຄົນ​ສຸດຈະຣິດ​ກວ່າໝູ່​ໃນ​ພວກເຂົາ ກໍ​ເປັນ​ດັ່ງ​ກໍ​ໜາມ. ວັນ​ແຫ່ງ​ການລົງໂທດ​ຂອງ​ພວກເຈົ້າ​ມາເຖິງ​ແລ້ວ ຊຶ່ງ​ປະກາດ​ໂດຍ​ຜູ້ເຝົ້າຍາມ​ຄື​ຜູ້ທຳນວາຍ. ບັດນີ້ ພວກເຂົາ​ກຳລັງ​ສັບສົນ​ວຸ້ນວາຍ.

5 ຢ່າ​ເຊື່ອ​ເພື່ອນບ້ານ​ຫລື​ໄວ້ໃຈ​ເພື່ອນມິດ​ຂອງຕົນ. ຈົ່ງ​ລະວັງ​ໃນ​ສິ່ງ​ທີ່​ພວກເຈົ້າ​ເວົ້າ ແມ່ນແຕ່​ກັບ​ເມຍ​ຂອງ​ພວກເຈົ້າ​ກໍດີ.

6 ໃນ​ຍາມ​ນີ້​ແຫຼະ ລູກຊາຍ​ຈະ​ດູຖູກ​ພໍ່​ຂອງຕົນ​ວ່າ​ໂງ່ຈ້າ; ລູກສາວ​ກໍ​ຈະ​ຕໍ່ສູ້​ແມ່​ຂອງຕົນ ແລະ​ລູກໃພ້​ຈະ​ຕໍ່ສູ້​ແມ່ຍ່າ​ຂອງຕົນ; ແມ່ນແຕ່​ສະມາຊິກ​ຢູ່​ໃນ​ຄອບຄົວ​ດຽວກັນ​ກໍ​ຈະ​ກາຍເປັນ​ສັດຕູ​ກັນ.

7 ແຕ່​ຂ້າພະເຈົ້າ​ຈະ​ເຝົ້າ​ຄອງຄອຍ​ຫາ​ພຣະເຈົ້າຢາເວ; ຂ້າພະເຈົ້າ​ຈະ​ລໍຖ້າ​ພຣະເຈົ້າ ຜູ້​ຈະ​ຊ່ວຍ​ຂ້າພະເຈົ້າ​ໃຫ້​ພົ້ນ ດ້ວຍ​ຄວາມ​ເຊື່ອໝັ້ນ​ຕາຍໃຈ. ພຣະເຈົ້າ​ຂອງ​ຂ້າພະເຈົ້າ​ຈະ​ຟັງ​ຂ້າພະເຈົ້າ.


ອົງພຣະ​ຜູ້​ເປັນເຈົ້າ​ນຳ​ຄວາມພົ້ນ​ມາ​ໃຫ້

8 ເຫຼົ່າ​ສັດຕູ​ຂອງ​ພວກເຮົາ​ບໍ່ມີ​ເຫດຜົນ​ຫຍັງ​ທີ່​ຈະ​ເຍາະເຍີ້ຍ​ພວກເຮົາ. ພວກເຮົາ​ລົ້ມລົງ​ແຕ່​ຈະ​ລຸກຂຶ້ນ​ໃໝ່. ເວລາ​ນີ້​ພວກເຮົາ​ຢູ່​ໃນ​ຄວາມມືດ ແຕ່​ພຣະເຈົ້າຢາເວ​ຈະ​ໃຫ້​ຄວາມ​ສະຫວ່າງ​ແກ່​ພວກເຮົາ.

9 ພວກເຮົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ; ດັ່ງນັ້ນ ບັດນີ້ ພວກເຮົາ​ຈຶ່ງ​ຕ້ອງ​ຍອມ​ອົດທົນ​ຕໍ່​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ຊົ່ວ​ໄລຍະ​ໜຶ່ງ, ແຕ່​ໃນ​ທີ່ສຸດ ພຣະອົງ​ຈະ​ປ້ອງກັນ​ພວກເຮົາ​ໄວ້ ແລະ​ເຮັດ​ໃຫ້​ຜູ້​ທີ່​ກ່າວ​ຜິດ​ຕໍ່​ພວກເຮົາ​ນັ້ນ​ພ່າຍແພ້​ຄະດີ​ໄປ. ພຣະອົງ​ຈະ​ນຳ​ພວກເຮົາ​ມາ​ສູ່​ແສງ​ສະຫວ່າງ ແລະ​ພວກເຮົາ​ກໍ​ຈະ​ມີ​ຊີວິດ​ຢູ່ ຈົນ​ເຫັນ​ພຣະອົງ​ຊ່ວຍຊູ​ພວກເຮົາ​ໃຫ້​ພົ້ນ.

10 ແລ້ວ​ເຫຼົ່າ​ສັດຕູ​ຂອງ​ພວກເຮົາ​ກໍ​ຈະ​ເຫັນ​ສິ່ງນີ້ ແລະ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ ຄື​ເຫຼົ່າ​ສັດຕູ​ຜູ້​ດຽວກັນ​ທີ່​ເວົ້າ​ທັບຖົມ​ພວກເຮົາ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ນັ້ນ​ຢູ່​ໃສ?” ພວກເຮົາ​ຈະ​ເຫັນ​ພວກເຂົາ​ພ່າຍແພ້​ຖືກ​ຢຽບຢໍ່າ​ລົງ ເໝືອນ​ດັ່ງ​ຢຽບ​ຂີ້ຕົມ​ຕາມ​ຖະໜົນ​ຫົນທາງ.

11 ປະຊາຊົນ​ເຢຣູຊາເລັມ​ເອີຍ ເວລາ​ທີ່​ຈະ​ສ້າງ​ກຳແພງ​ເມືອງ​ຂຶ້ນ​ໃໝ່​ກຳລັງ​ມາຮອດ. ໃນ​ເວລາ​ນັ້ນ ເຂດແດນ​ຂອງ​ພວກເຈົ້າ​ຈະ​ຂະຫຍາຍ​ອອກ​ໄປ.

12 ປະຊາຊົນ​ຂອງ​ພວກເຈົ້າ​ຈະ​ກັບຄືນ​ມາ​ຫາ​ເຈົ້າ​ຈາກ​ທຸກຫົນ​ທຸກແຫ່ງ ຄື​ຈາກ​ອັດຊີເຣຍ​ທາງທິດ​ຕາເວັນອອກ, ຈາກ​ປະເທດ​ເອຢິບ​ທາງ​ທິດໃຕ້, ຈາກ​ຂົງເຂດ​ຂອງ​ແມ່ນໍ້າ​ເອີຟຣັດ, ຈາກ​ທະເລ ແລະ​ພູເຂົາ​ຕ່າງໆ​ທີ່​ຫ່າງໄກ.

13 ແຕ່​ແຜ່ນດິນ​ໂລກ​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ຍ້ອນ​ຄວາມຊົ່ວ​ຂອງ​ຄົນ​ທີ່​ອາໄສ​ຢູ່​ໃນ​ທີ່ນັ້ນ.


ອົງພຣະ​ຜູ້​ເປັນເຈົ້າ​ເມດຕາ​ຊາດ​ອິດສະຣາເອນ

14 ໂຜດ​ໃຊ້​ຄ້ອນເທົ້າ​ຂອງ​ພຣະອົງ​ລ້ຽງ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ​ເຖີດ ຄື​ປະຊາຊົນ​ທີ່​ເປັນ​ຂອງ​ພຣະອົງ​ພວກດຽວ​ໃນ​ປ່າ. ໃນ​ອ້ອມແອ້ມ​ພວກເຂົາ​ນັ້ນ​ມີ​ດິນ​ດີ. ໂຜດ​ປ່ອຍ​ໃຫ້​ພວກເຂົາ​ໄປ ແລະ​ລ້ຽງ​ພວກເຂົາ​ໃນ​ທົ່ງຫຍ້າ​ຂອງ​ເມືອງ​ບາຊານ ແລະ​ກີເລອາດ ດັ່ງ​ໃນ​ຄາວກ່ອນ​ແຕ່​ດົນນານ​ມາ​ແລ້ວ.

15 ໂຜດ​ເຮັດ​ການ​ອັດສະຈັນ​ສຳລັບ​ພວກ​ຂ້ານ້ອຍ​ທັງຫລາຍ​ດ້ວຍ​ເຖີດ ດັ່ງ​ທີ່​ພຣະອົງ​ໄດ້​ເຮັດ​ຄາວ​ທີ່​ພຣະອົງ​ໄດ້​ນຳພາ​ພວກ​ຂ້ານ້ອຍ​ທັງຫລາຍ ອອກ​ມາ​ຈາກ​ປະເທດ​ເອຢິບ.

16 ແລ້ວ​ຊົນຊາດ​ທັງຫລາຍ​ກໍ​ຈະ​ເຫັນ​ເຫດການ​ນີ້ ແລະ​ຈະ​ອັບອາຍ​ຂາຍໜ້າ ເຖິງ​ແມ່ນ​ວ່າ​ພວກເຂົາ​ຈະ​ມີ​ກຳລັງ​ອັນ​ຫລວງຫລາຍ​ກໍຕາມ ດ້ວຍ​ການ​ຕົກ​ຕະລຶງ ພວກເຂົາ​ຈະ​ງັບ​ປາກ​ແລະ​ອັດ​ຫູ​ໄວ້.

17 ພວກເຂົາ​ຈະ​ລິເລືອ​ໄປ​ຕາມ​ຂີ້ຝຸ່ນ​ດິນ​ເໝືອນ​ດັ່ງ​ງູ; ພວກເຂົາ​ຈະ​ອອກ​ມາ​ຈາກ​ປ້ອມ​ປ້ອງກັນ​ທັງ​ຢ້ານກົວ​ຈົນ​ສັ່ນເຊັນ. ພວກເຂົາ​ຈະ​ກັບ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ດ້ວຍ​ຄວາມ​ຢຳເກງ.

18 ບໍ່ມີ​ພະ​ຕົນໃດ​ເໝືອນ​ພຣະອົງ; ພຣະອົງ​ຍົກ​ການບາບ​ປະຊາຊົນ​ຂອງ​ພຣະອົງ​ຜູ້​ທີ່​ລອດຊີວິດ​ມາ​ໄດ້. ພຣະອົງ​ຈະ​ບໍ່​ໂກດຮ້າຍ​ຕະຫລອດໄປ, ແຕ່​ພຣະອົງ​ຍິນດີ ໂດຍ​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ແກ່​ພວກ​ຂ້ານ້ອຍ.

19 ພຣະອົງ​ຍັງ​ຈະ​ເມດຕາ​ພວກ​ຂ້ານ້ອຍ​ອີກເທື່ອໜຶ່ງ. ພຣະອົງ​ຈະ​ຢຽບຢໍ່າ​ການບາບ​ຕ່າງໆ​ຂອງ​ພວກ​ຂ້ານ້ອຍ​ລົງ​ໃຕ້​ຕີນ​ຂອງ​ພຣະອົງ ແລະ​ໂຍນ​ລົງ​ໄປ​ໃນ​ພື້ນ​ທະເລ​ເລິກ

20 ພຣະອົງ​ຈະ​ສຳແດງ​ຄວາມສັດຊື່ ແລະ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ແກ່​ປະຊາຊົນ​ຂອງ​ພຣະອົງ ຄື​ຕໍ່​ເຊື້ອສາຍ​ຂອງ​ອັບຣາຮາມ​ແລະ​ຢາໂຄບ ດັ່ງ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ ແຕ່​ດົນນານ​ມາແລ້ວ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan