Biblia Todo Logo
Bìoball air-loidhne

- Sanasan -

ມີກາ 5 - ພຣະຄຳພີສັກສິ

1 ປະຊາຊົນ​ເຢຣູຊາເລັມ​ເອີຍ ຈົ່ງ​ຮວບຮວມ​ກຳລັງ​ຂອງ​ພວກເຈົ້າ​ສາ ພວກເຮົາ​ຖືກ​ປິດລ້ອມ​ແລ້ວ ພວກເຂົາ​ກຳລັງ​ໂຈມຕີ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ.


ພຣະເຈົ້າ​ສັນຍາ​ໃຫ້​ຜູ້ປົກຄອງ​ຄົນ​ໜຶ່ງ​ຈາກ​ເບັດເລເຮັມ

2 ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເບັດເລເຮັມ​ເອຟຣາທາ​ເອີຍ ເຈົ້າ​ເປັນ​ເມືອງ​ໜຶ່ງ​ທີ່​ນ້ອຍ​ທີ່ສຸດ ໃນ​ເມືອງ​ທັງຫລາຍ​ຂອງ​ຢູດາຍ ແຕ່​ເຮົາ​ຈະ​ໃຫ້​ມີ​ຜູ້ປົກຄອງ​ຄົນ​ໜຶ່ງ ອອກ​ມາ​ຈາກ​ເຈົ້າ​ສຳລັບ​ຊາດ​ອິດສະຣາເອນ ຊຶ່ງ​ໜໍ່ແນວ​ເຊື້ອສາຍ​ສືບມາ​ຈາກ​ສະໄໝ​ເດີມ.”

3 ສະນັ້ນ ເພິ່ນ​ຈຶ່ງ​ມອບ​ພວກເຂົາ​ໃຫ້​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ ຈົນເຖິງ​ເວລາ​ຍິງສາວ​ທີ່​ໃຫ້​ກຳເນີດ​ມີ​ລູກຊາຍ​ຂອງຕົນ. ແລ້ວ​ບັນດາ​ພວກ​ພີ່ນ້ອງ​ທີ່​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ນັ້ນ ກໍ​ຈະ​ມາ​ທ້ອນໂຮມກັນ​ກັບ​ປະຊາຊົນ​ຂອງ​ພວກເຂົາ​ເອງ.

4 ເວລາ​ຜູ້ນັ້ນ​ມາ ເພິ່ນ​ຈະ​ປົກຄອງ​ປະຊາຊົນ​ຂອງ​ເພິ່ນ​ດ້ວຍ​ກຳລັງ ຊຶ່ງ​ມາ​ຈາກ​ພຣະເຈົ້າຢາເວ ແລະ​ດ້ວຍ​ສະຫງ່າຣາສີ​ແຫ່ງ​ພຣະນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງຕົນ. ປະຊາຊົນ​ຂອງ​ພຣະອົງ​ຈະ​ຢູ່​ຢ່າງ​ປອດໄພ ເພາະ​ປະຊາຊົນ​ໝົດ​ທັງໂລກ​ຈະ​ຮັບຮູ້​ຄວາມ​ຍິ່ງໃຫຍ່​ຂອງເພິ່ນ

5 ແລະ​ເພິ່ນ​ຈະ​ນຳ​ສັນຕິສຸກ​ມາ​ໃຫ້. ເມື່ອ​ພວກ​ອັດຊີເຣຍ​ຮຸກຮານ​ປະເທດ​ຂອງ​ພວກເຮົາ ແລະ​ທຳລາຍ​ບ່ອນ​ປ້ອງກັນ​ຂອງ​ພວກເຮົາ​ນັ້ນ ພວກເຮົາ​ຈະ​ສົ່ງ​ພວກ​ຜູ້ນຳ​ທີ່​ເຂັ້ມແຂງ​ທີ່ສຸດ​ອອກ​ໄປ​ສູ້ຮົບ​ພວກເຂົາ.


ອົງພຣະ​ຜູ້​ເປັນເຈົ້າ​ລຶບລ້າງ​ການ​ອູ້ມຊູ​ທີ່​ບໍ່​ຖືກຕ້ອງ

6 ພວກເຂົາ​ຈະ​ຕີ​ຊະນະ​ອັດຊີເຣຍ ຄື​ດິນແດນ​ຂອງ​ນິມໂຣດ​ດ້ວຍ​ກຳລັງ​ອາວຸດ; ແລະ​ເຂົາ ຈະ​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ພວກ​ອັດຊີເຣຍ ເມື່ອ​ພວກເຂົາ​ຮຸກຮານ​ດິນແດນ​ຂອງ​ພວກເຮົາ.

7 ປະຊາຊົນ​ອິດສະຣາເອນ​ຜູ້​ທີ່​ລອດຊີວິດ​ມາ​ໄດ້ ກໍ​ຈະ​ເປັນ​ດັ່ງ​ນໍ້າ​ຄ້າງ​ອັນ​ສົດຊື່ນ ທີ່​ອົງພຣະ​ຜູ້​ເປັນເຈົ້າ​ສົ່ງ​ລົງ​ມາ​ສຳລັບ​ຫລາຍ​ຊົນຊາດ ເໝືອນ​ຫ່າຝົນ​ທີ່​ຕົກ​ເທິງ​ພືດພັນ​ທີ່​ຫາກໍ່​ປົ່ງ​ໃໝ່. ພວກເຂົາ​ຈະ​ອາໄສ​ພຣະເຈົ້າ ແຕ່​ບໍ່ແມ່ນ​ອາໄສ​ມະນຸດ.

8 ພວກເຂົາ​ທີ່​ຖືກ​ປະໄວ້​ຢູ່​ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ ກໍ​ຈະ​ເປັນ​ດັ່ງ​ສິງ​ໂຕໜຶ່ງ ທີ່​ກຳລັງ​ຊອກຫາ​ອາຫານ​ໃນ​ປ່າ​ຫລື​ຕາມ​ທົ່ງຫຍ້າ: ມັນ​ເຂົ້າ​ໄປ​ຄຸບ​ເອົາ​ແກະ​ຢູ່​ໃນ​ຝູງ ແລະ​ຈີກ​ເປັນ​ຕ່ອນໆ ແລະ​ຄວາມຫວັງ​ໃດໆ​ທີ່​ຈະ​ຊ່ວຍກູ້​ເອົາ​ກໍ​ບໍ່ມີ.

9 ຊາດ​ອິດສະຣາເອນ​ຈະ​ຕີ​ຊະນະ​ເຫຼົ່າ​ສັດຕູ​ຂອງຕົນ ແລະ​ຈະ​ທຳລາຍ​ພວກເຂົາ​ໃຫ້​ດັບກ້ຽງ.

10 ພຣະເຈົ້າຢາເວ​ກ່າວ​ວ່າ, “ໃນ​ເວລາ​ນັ້ນ ເຮົາ​ຈະ​ເອົາ​ມ້າ​ທັງຫລາຍ​ຂອງ​ພວກເຈົ້າ​ໜີໄປ ແລະ​ທັງ​ຈະ​ທຳລາຍ​ລົດຮົບ​ຂອງ​ພວກເຈົ້າ​ດ້ວຍ.

11 ເຮົາ​ຈະ​ທຳລາຍ​ເມືອງ​ທັງຫລາຍ​ໃນ​ດິນແດນ​ຂອງ​ພວກເຈົ້າ ແລະ​ທັບມ້າງ​ຄ້າຍ​ປ້ອງກັນ​ທັງໝົດ​ຂອງ​ພວກເຈົ້າ.

12 ເຮົາ​ຈະ​ທຳລາຍ​ເຄື່ອງແຄ້ວ​ຂອງຄົງ​ອັນ​ວິເສດ ທີ່​ພວກເຈົ້າ​ໃຊ້​ນັ້ນ ແລະ​ຈະ​ບໍ່​ໃຫ້​ມີ​ໝໍມໍ​ອີກ​ຕໍ່ໄປ.

13 ເຮົາ​ຈະ​ທຳລາຍ​ບັນດາ​ຮູບເຄົາຣົບ ແລະ​ເສົາຫີນ​ສັກສິດ​ທັງຫລາຍ; ພວກເຈົ້າ​ຈະ​ບໍ່ໄດ້​ຂາບໄຫວ້​ສິ່ງ​ຕ່າງໆ​ທີ່​ພວກເຈົ້າ​ໄດ້​ເຮັດ​ຂຶ້ນມາ​ນັ້ນ​ອີກ​ຕໍ່ໄປ.

14 ເຮົາ​ຈະ​ຖອນ​ຮູບ​ຕ່າງໆ​ຂອງ​ເຈົ້າແມ່​ອາເຊຣາ ໃນ​ດິນແດນ​ຂອງ​ພວກເຈົ້າ​ຖິ້ມ ແລະ​ຈະ​ທຳລາຍ​ເມືອງ​ຕ່າງໆ​ຂອງ​ພວກເຈົ້າ​ອີກ​ດ້ວຍ.

15 ແລະ​ດ້ວຍ​ຄວາມ​ໂກດຮ້າຍ​ອັນ​ໃຫຍ່​ຂອງເຮົາ ເຮົາ​ຈະ​ແກ້ແຄ້ນ​ຊົນຊາດ​ທັງຫລາຍ​ທີ່​ບໍ່​ເຊື່ອຟັງ​ເຮົາ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan