Biblia Todo Logo
Bìoball air-loidhne

- Sanasan -

ມີກາ 1 - ພຣະຄຳພີສັກສິ

1 ພຣະທຳ​ເລື່ອງນີ້​ບັນຈຸ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ສົ່ງ​ເຖິງ​ມີກາ ຊາວ​ເມືອງ​ໂມເຣເຊັດ ຢູ່​ໃນ​ສະໄໝ​ຂອງ​ເຈົ້າ​ໂຢທາມ ອາຮາດ ແລະ​ເຮເຊກີຢາ ໄດ້​ເປັນ​ກະສັດ​ແຫ່ງ​ຢູດາຍ. ພຣະອົງ​ໄດ້​ສຳແດງ​ໃຫ້​ມີກາ​ຮູ້​ສິ່ງ​ທັງໝົດ​ເຫຼົ່ານີ້ ກ່ຽວກັບ​ນະຄອນ​ຊາມາເຣຍ​ແລະ​ນະຄອນ​ເຢຣູຊາເລັມ.


ມີກາ​ຄໍ່າຄວນ​ເຖິງ​ຊາມາເຣຍ​ແລະ​ເຢຣູຊາເລັມ

2 ຈົ່ງ​ຟັງ​ເລື່ອງ​ນີ້​ບັນດາ​ທຸກ​ຊົນຊາດ​ເອີຍ ຈົ່ງ​ຟັງ​ເລື່ອງ​ນີ້​ທຸກຄົນ ທັງ​ທຸກສິ່ງ​ທີ່​ແຜ່ນດິນ​ໂລກ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈະ​ເປັນ​ພະຍານ​ຕໍ່ສູ້​ພວກເຈົ້າ​ໃດ ອົງພຣະ​ຜູ້​ເປັນເຈົ້າ​ຈາກ​ພຣະວິຫານ​ທີ່​ບໍຣິສຸດ​ຂອງ​ພຣະອົງ.

3 ພຣະເຈົ້າຢາເວ​ກຳລັງ​ມາ​ແຕ່​ບ່ອນ​ສະຖິດ​ຂອງ​ພຣະອົງ ພຣະອົງ​ຈະ​ສະເດັດ​ມາ​ຍ່າງ​ເທິງ​ບ່ອນສູງ​ທັງຫລາຍ​ຂອງ​ແຜ່ນດິນ​ໂລກ.

4 ແລ້ວ​ພູ​ທັງຫລາຍ​ກໍ​ຈະ​ລະລາຍ​ສິ້ນ​ຢູ່​ໃຕ້​ຕີນ​ຂອງ​ພຣະອົງ ດັ່ງ​ຂີ້ເຜິ້ງ​ລະລາຍ​ເມື່ອ​ມັນ​ຖືກ​ໄຟ​ຮ້ອນ. ພູເຂົາ​ທັງຫລາຍ​ນັ້ນ​ຈະ​ເຈື່ອນ​ລົງ​ສູ່​ຮ່ອມພູ​ທັງຫລາຍ ດັ່ງ​ນໍ້າ​ໄຫລລົງ​ມາ​ແຕ່​ເນີນພູ​ແຫ່ງ​ໜຶ່ງ.

5 ເຫດການ​ທັງປວງ​ນີ້​ຈະ​ເກີດຂຶ້ນ​ເພາະ​ປະຊາຊົນ​ອິດສະຣາເອນ​ໄດ້​ເຮັດ​ບາບ ແລະ​ກະບົດ​ຕໍ່​ພຣະເຈົ້າ. ເປັນ​ຄວາມຜິດ​ຂອງ​ຜູ້ໃດ​ທີ່​ຊາດ​ອິດສະຣາເອນ​ເປັນ​ກະບົດ? ເປັນ​ຄວາມຜິດ​ຂອງ​ນະຄອນ​ຊາມາເຣຍ​ບໍ່ແມ່ນບໍ? ຜູ້ໃດ​ເຮັດ​ຜິດ​ຖານ​ຂາບໄຫວ້​ຮູບເຄົາຣົບ​ໃນ​ຊາດ​ຢູດາ? ແມ່ນ​ນະຄອນ​ເຢຣູຊາເລັມ​ບໍ່ແມ່ນບໍ?

6 ສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ກ່າວ​ວ່າ, “ເຮົາ​ຈະ​ກະທຳ​ໃຫ້​ຊາມາເຣຍ ເປັນ​ກອງສິ່ງ​ຮົກຮ້າງ​ເພພັງ​ຢູ່​ໃນ​ທົ່ງນາ ຄື​ເປັນ​ບ່ອນ​ໜຶ່ງ​ສຳລັບ​ປູກ​ຕົ້ນອະງຸ່ນ. ເຮົາ​ຈະ​ເທ​ກ້ອນຫີນ​ທີ່​ໃຊ້​ສ້າງ​ເມືອງ​ນັ້ນ​ລົງ​ໃນ​ຮ່ອມພູ ແລະ​ເຮົາ​ຈະ​ເຮັດ​ໃຫ້​ຮາກຖານ​ຂອງ​ເມືອງ​ພົ້ນ​ໜ້າດິນ​ຂຶ້ນມາ​ໃຫ້​ເຫັນ.

7 ບັນດາ​ຮູບເຄົາຣົບ​ອັນ​ມີຄ່າ​ຈະ​ຖືກ​ທັບ​ໃຫ້​ໝຸ່ນ​ທະລາຍ ທຸກສິ່ງ​ທີ່​ຖືກ​ຖວາຍ​ແກ່​ບັນດາ​ໂສເພນີ ຈະ​ຖືກ​ທຳລາຍ​ດ້ວຍ​ໄຟ ແລະ​ຮູບເຄົາຣົບ​ທັງໝົດ​ໃນ​ເມືອງ​ນີ້​ຈະ​ຖືກ​ກອງ​ປະໄວ້​ຢ່າງ​ເປັນ​ຕາຢ້ານ. ນະຄອນ​ຊາມາເຣຍ​ໄດ້​ຮັບ​ສິ່ງ​ເຫຼົ່ານີ້​ມາ​ຈາກ​ພິທີ​ຕ່າງໆ ສຳລັບ​ໃຫ້​ເກີດ​ມີ​ຄວາມ​ອຸດົມ​ສົມບູນ ມາບັດນີ້ ເຫຼົ່າ​ສັດຕູ​ຈະ​ມາ​ຈັບ​ພວກເຂົາ​ໄປ​ເພື່ອ​ໃຫ້​ຂາບໄຫວ້​ໃນ​ແຫ່ງ​ອື່ນ.”

8 ແລ້ວ​ມີກາ​ກໍໄດ້​ກ່າວ​ວ່າ, “ຍ້ອນ​ເຫດການ​ເຫຼົ່ານີ້​ແຫຼະ ຂ້ອຍ​ຈຶ່ງ​ໂສກເສົ້າ​ແລະ​ຄໍ່າຄວນ. ເພື່ອ​ສະແດງ​ເຖິງ​ຄວາມທຸກໃຈ, ຂ້ອຍ​ຈະ​ຍ່າງ​ໄປ​ຕີນ​ເປົ່າ​ແລະ​ເປືອຍຕົວ. ຂ້ອຍ​ຈະ​ຫອນ​ເໝືອນ​ດັ່ງ​ໝາປ່າ ແລະ​ອືດຄາງ​ເໝືອນ​ດັ່ງ​ນົກ​ກະຈອກເທດ.

9 ບາດແຜ​ຂອງ​ນະຄອນ​ຊາມາເຣຍ​ຮັກສາ​ໃຫ້​ດີ​ບໍ່ໄດ້ ແລະ​ໄດ້​ລາມ​ມາເຖິງ​ຢູດາ ໄພພິບັດ​ໄດ້​ມາຮອດ​ປະຕູ​ເມືອງ​ຂອງ​ນະຄອນ​ເຢຣູຊາເລັມ ຄື​ບ່ອນ​ທີ່​ປະຊາຊົນ​ຂອງຂ້ອຍ​ອາໄສ​ຢູ່.”


ສັດຕູ​ເຂົ້າ​ມາ​ໃກ້​ນະຄອນ​ເຢຣູຊາເລັມ

10 ຢ່າ​ບອກ​ເລື່ອງ​ການ​ພ່າຍແພ້​ຂອງ​ພວກເຮົາ​ໃຫ້​ຊາວ​ກາດ​ຜູ້​ເປັນ​ສັດຕູ​ຮູ້ ຢ່າ​ສູ່​ໃຫ້​ພວກເຂົາ​ເຫັນ​ພວກເຈົ້າ​ຮ້ອງໄຫ້. ຊາວ​ເມືອງ​ເບັດ-ເລອາຟະຣາ​ເອີຍ ຈົ່ງ​ກິ້ງເກືອກ​ຢູ່​ໃນ​ຂີ້ຝຸ່ນ​ດິນ ລະບາຍ​ຄວາມ​ສິ້ນຫວັງ​ຂອງ​ພວກເຈົ້າ​ສາ

11 ພວກເຈົ້າ​ຊາວ​ເມືອງ​ຊາເຟຍ​ເອີຍ ຈົ່ງ​ໜີໄປ​ຢູ່​ຕ່າງຖິ່ນ​ຢ່າງ​ເປືອຍຕົວ ແລະ​ອັບອາຍ​ຂາຍໜ້າ​ສາ. ຄົນ​ທີ່​ອາໄສ​ຢູ່​ໃນ​ເມືອງ​ຊາອານານ ບໍ່​ກ້າ​ອອກ​ມາ​ຈາກ​ເມືອງ​ຂອງຕົນ. ເມື່ອໃດ​ພວກເຈົ້າ​ໄດ້ຍິນ​ປະຊາຊົນ​ໃນ​ເມືອງ​ເບັດ​ເອເຊນ​ຮ້ອງໄຫ້​ຮໍ່າໄຮ ເຈົ້າ​ຈົ່ງ​ຮູ້​ວ່າ​ໃນ​ທີ່ນັ້ນ​ບໍ່ມີ​ບ່ອນ​ລີ້ໄພ​ສາ​ແລ້ວ.

12 ຊາວ​ເມືອງ​ມາໂຣດ ຕ່າງ​ກໍ​ລໍຖ້າ​ການ​ບັນເທົາທຸກ​ດ້ວຍ​ໃຈ​ກະວົນ​ກະວາຍ ຍ້ອນ​ພຣະເຈົ້າຢາເວ​ໄດ້​ນຳ​ໄພພິບັດ​ເຂົ້າ​ມາ​ໃກ້​ນະຄອນ​ເຢຣູຊາເລັມ​ສາ​ແລ້ວ.

13 ພວກເຈົ້າ​ທີ່​ຢູ່​ໃນ​ເມືອງ​ລາກິດ ຈົ່ງ​ເອົາ​ມ້າ​ໃສ່​ລົດຮົບ​ຂອງ​ພວກເຈົ້າ​ຕຽມໄວ້. ພວກເຈົ້າ​ໄດ້​ເຮັດ​ບາບ​ຕາມ​ພວກ​ອິດສະຣາເອນ; ສະນັ້ນ ມັນ​ຈຶ່ງ​ເຮັດ​ໃຫ້​ນະຄອນ​ເຢຣູຊາເລັມ​ມີ​ບາບ.

14 ແຕ່​ບັດນີ້ ປະຊາຊົນ​ຢູດາ​ເອີຍ ຈົ່ງ​ສັ່ງລາ​ເມືອງ​ໂມເຣເຊັດກາດ​ສາ​ເຖີດ. ບັນດາ​ກະສັດ​ແຫ່ງ​ຊາດ​ອິດສະຣາເອນ​ຈະ​ບໍ່ໄດ້​ຮັບ​ການ​ຊ່ວຍເຫລືອ​ຈາກ​ເມືອງ​ອັກຊິບ.

15 ປະຊາຊົນ​ຊາວ​ເມືອງ​ມາເຣຊາ​ເອີຍ ເຮົາ​ຈະ​ມອບ​ພວກເຈົ້າ​ໃຫ້​ແກ່​ສັດຕູ ຄື​ຜູ້​ທີ່​ກຳລັງ​ຈະ​ຢຶດເອົາ​ເມືອງ​ຂອງ​ພວກເຈົ້າ. ບັນດາ​ເຈົ້ານາຍ​ທີ່​ມີ​ກຽດ​ຂອງ​ຊາດ​ອິດສະຣາເອນ ຈະ​ປົບໜີໄປ​ລີ້​ຢູ່​ໃນ​ຖໍ້າ​ເມືອງ​ອາດຸນລຳ.

16 ປະຊາຊົນ​ຢູດາ​ເອີຍ ຈົ່ງ​ແຖ​ຫົວ​ພວກເຈົ້າ​ເພື່ອ​ໄວ້ທຸກ​ໃຫ້​ແກ່​ລູກຫລານ​ທີ່​ພວກເຈົ້າ​ຮັກ​ນັ້ນ​ສາ. ຈົ່ງ​ແຖ​ຫົວ​ພວກເຈົ້າ​ໃຫ້​ໂຫລ້ນ​ເໝືອນ​ຫົວແຮ້ງ​ສາ ກໍ​ເພາະວ່າ​ລູກຫລານ​ພວກເຈົ້າ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan