ມັດທາຍ 8 - ພຣະຄຳພີສັກສິພຣະເຢຊູເຈົ້າຊົງໂຜດຊາຍຄົນໜຶ່ງໃຫ້ດີ ( ມຣກ 1:40-45 ; ລກ 5:12-16 ) 1 ເມື່ອພຣະເຢຊູເຈົ້າສະເດັດລົງມາຈາກພູແລ້ວ ປະຊາຊົນຢ່າງຫລວງຫລາຍກໍຕິດຕາມພຣະອົງໄປ. 2 ຊາຍຄົນໜຶ່ງທີ່ເປັນພະຍາດຂີ້ທູດໄດ້ມາຫາພຣະອົງໂດຍກົ້ມຂາບລົງ ແລະເວົ້າວ່າ, “ພຣະອົງເຈົ້າເອີຍ ຖ້າພຣະອົງພໍໃຈຊົງໂຜດຂ້ານ້ອຍ ພຣະອົງກໍໂຜດໃຫ້ຂ້ານ້ອຍດີສະອາດໄດ້.” 3 ພຣະເຢຊູເຈົ້າໄດ້ເດ່ມືອອກໄປແຕະຕ້ອງຄົນນັ້ນ ແລະກ່າວວ່າ, “ເຮົາພໍໃຈໃຫ້ເຈົ້າດີ ຈົ່ງດີສະອາດສາ” ໃນທັນໃດນັ້ນ ຊາຍຜູ້ນັ້ນກໍດີພະຍາດ. 4 ແລ້ວພຣະເຢຊູເຈົ້າກໍຊົງກ່າວແກ່ລາວວ່າ, “ຈົ່ງຟັງໃຫ້ດີ ຢ່າເວົ້າເລື່ອງນີ້ສູ່ຜູ້ໃດຟັງ ແຕ່ຈົ່ງໄປຫາປະໂຣຫິດເພື່ອໃຫ້ເພິ່ນກວດເບິ່ງເຈົ້າ ແລ້ວເພື່ອເປັນຫຼັກຖານໃຫ້ທຸກຄົນເຫັນວ່າເຈົ້າດີສະອາດ ຈົ່ງຖວາຍເຄື່ອງບູຊາຕາມທີ່ໂມເຊໄດ້ສັ່ງໄວ້.” ພຣະເຢຊູເຈົ້າຊົງໂຜດຂ້ອຍໃຊ້ຂອງນາຍທະຫານໃຫ້ດີ ( ລກ 7:1-10 ; ຢຮ 4:43-54 ) 5 ເມື່ອພຣະເຢຊູເຈົ້າກຳລັງສະເດັດເຂົ້າໄປໃນເມືອງກາເປນາອູມ ກໍມີນາຍທະຫານຜູ້ໜຶ່ງເຂົ້າມາຫາພຣະອົງເພື່ອຂໍຮ້ອງໃຫ້ຊ່ວຍເຫລືອ. 6 ໂດຍກ່າວວ່າ, “ພຣະອົງເຈົ້າເອີຍ ຂ້ອຍໃຊ້ຂອງຂ້ານ້ອຍນອນປ່ວຍຢູ່ທີ່ເຮືອນ ເຂົາເປັນເປ້ຍແລະທົນທຸກຢ່າງເວດທະນາຫລາຍ.” 7 ພຣະເຢຊູເຈົ້າຊົງກ່າວວ່າ, “ເຮົາຈະໄປຮັກສາລາວໃຫ້ຫາຍດີ.” 8 ແຕ່ນາຍທະຫານຜູ້ນັ້ນຕອບວ່າ, “ບໍ່ໄດ້ດອກ ພຣະອົງເຈົ້າເອີຍ, ຂ້ານ້ອຍບໍ່ສົມຄວນທີ່ຈະໃຫ້ພຣະອົງເຂົ້າໄປໃນເຮືອນຂອງຂ້ານ້ອຍ ຂໍພຽງແຕ່ກ່າວຖ້ອຍຄຳດຽວເທົ່ານັ້ນ ຂ້ອຍໃຊ້ຂອງຂ້ານ້ອຍກໍຈະດີພະຍາດ. 9 ຂ້ານ້ອຍເອງຢູ່ໃຕ້ບັງຄັບບັນຊາຂອງຜູ້ເປັນນາຍ ແລະຂ້ານ້ອຍກໍມີທະຫານຢູ່ໃຕ້ບັງຄັບບັນຊາຂອງຂ້ານ້ອຍດ້ວຍ ຂ້ານ້ອຍສັ່ງວ່າ, ‘ໄປ’ ເຂົາກໍໄປ, ຂ້ານ້ອຍສັ່ງວ່າ ‘ມາ’ ເຂົາກໍມາ ແລະຂ້ານ້ອຍສັ່ງຄົນໃຊ້ວ່າ ‘ເຮັດອັນນີ້’ ເຂົາກໍເຮັດ.” 10 ເມື່ອພຣະເຢຊູເຈົ້າໄດ້ຍິນດັ່ງນີ້ພຣະອົງກໍແປກໃຈ ແລະເວົ້າກັບປະຊາຊົນທີ່ຕິດຕາມພຣະອົງມານັ້ນວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ ຢູ່ໃນພວກອິດສະຣາເອນເຮົາຍັງບໍ່ໄດ້ພົບຜູ້ໃດທີ່ມີຄວາມເຊື່ອໃຫຍ່ເຊັ່ນນີ້. 11 ເຮົາບອກພວກເຈົ້າຕາມຄວາມຈິງວ່າ ຫລາຍຄົນຈະມາຈາກທິດຕາເວັນອອກກັບທິດຕາເວັນຕົກ ແລະນັ່ງຮ່ວມໂຕະກັບອັບຣາຮາມ, ອີຊາກ ແລະ ຢາໂຄບ ທີ່ງານກິນລ້ຽງໃນອານາຈັກສະຫວັນ. 12 ສ່ວນພວກທີ່ຄວນຈະໄດ້ຢູ່ໃນອານາຈັກນັ້ນ ຈະຖືກໂຍນຖິ້ມອອກຂ້າງນອກຢູ່ໃນຄວາມມືດ. ໃນທີ່ນັ້ນ ພວກເຂົາຈະຮ້ອງໄຫ້ ແລະຂົບແຂ້ວຄ້ຽວຟັນ” 13 ແລ້ວພຣະເຢຊູເຈົ້າກໍເວົ້າກັບນາຍທະຫານວ່າ, “ເມືອເຮືອນສາ ເຈົ້າເຊື່ອຢ່າງໃດກໍຈະເປັນຢ່າງນັ້ນສຳລັບເຈົ້າ.” ຝ່າຍຂ້ອຍໃຊ້ຂອງນາຍທະຫານກໍດີເປັນປົກກະຕິໃນເວລານັ້ນເອງ. ພຣະເຢຊູເຈົ້າຊົງໂຜດຫລາຍຄົນໃຫ້ດີ ( ມຣກ 1:29-34 ; ລກ 4:38-41 ) 14 ພຣະເຢຊູເຈົ້າໄປເຮືອນຂອງເປໂຕ ພຣະອົງໄດ້ເຫັນແມ່ເຖົ້າຂອງເປໂຕນອນຢູ່ເພາະເປັນໄຂ້. 15 ພຣະອົງຈັບມືຂອງນາງແລະໄຂ້ກໍຫາຍ ແລ້ວນາງກໍລຸກຂຶ້ນບົວລະບັດຮັບໃຊ້ພຣະອົງ. 16 ເມື່ອເຖິງຍາມຄໍ່າ, ປະຊາຊົນກໍພາບັນດາຄົນທີ່ມີຜີມານຮ້າຍສິງຢູ່ມາຫາພຣະເຢຊູເຈົ້າ ພຣະເຢຊູເຈົ້າໄດ້ຂັບໄລ່ຜີມານຮ້າຍເຫຼົ່ານັ້ນອອກດ້ວຍຄຳສັ່ງຂອງພຣະອົງ ແລະຊົງໂຜດຜູ້ເຈັບໄຂ້ໄດ້ປ່ວຍທຸກຄົນໃຫ້ຫາຍດີ. 17 ພຣະອົງເຮັດເຊັ່ນນີ້ ກໍເພື່ອໃຫ້ສຳເລັດຕາມທີ່ຜູ້ທຳນວາຍເອຊາຢາໄດ້ກ່າວໄວ້ວ່າ, “ພຣະອົງໄດ້ຮັບເອົາຄວາມເຈັບໄຂ້ ແລະຮັບແບກພະຍາດໂຣຄາຂອງພວກເຮົາໄປ.” ຜູ້ທີ່ສະໝັກຈະຕິດຕາມພຣະເຢຊູເຈົ້າ ( ລກ 9:57-62 ) 18 ເມື່ອພຣະເຢຊູເຈົ້າສັງເກດເຫັນປະຊາຊົນອ້ອມພຣະອົງຢູ່ ພຣະອົງຈຶ່ງສັ່ງໃຫ້ຂ້າມໄປທະເລສາບຟາກພຸ້ນ. 19 ມີທຳມະຈານຜູ້ໜຶ່ງມາຫາພຣະເຢຊູເຈົ້າ ແລະເວົ້າວ່າ, “ອາຈານເຈົ້າເອີຍ, ທ່ານໄປທີ່ໃດຂ້ານ້ອຍກໍຈະໄປທີ່ນັ້ນກັບທ່ານ.” 20 ພຣະເຢຊູເຈົ້າຊົງຕອບເຂົາວ່າ, “ໝາຈິກຈອກຍັງມີໂຜ້ງນອນ ແລະ ນົກກໍຍັງມີຮັງຢູ່ ສ່ວນບຸດມະນຸດແລ້ວບໍ່ມີບ່ອນຈະວາງຫົວນອນ.” 21 ມີຊາຍຄົນອື່ນອີກທີ່ເປັນສາວົກຜູ້ໜຶ່ງຂອງພຣະເຢຊູເຈົ້າເວົ້າວ່າ, “ພຣະອົງເຈົ້າເອີຍ, ໃຫ້ຂ້ານ້ອຍກັບເມືອເຮືອນຝັງສົບພໍ່ຂອງຂ້ານ້ອຍກ່ອນ.” 22 ພຣະເຢຊູເຈົ້າຊົງຕອບວ່າ, “ຈົ່ງຕາມເຮົາມາ ແລະປ່ອຍໃຫ້ຄົນຕາຍຝັງກັນເອງເທາະ.” ພຣະເຢຊູເຈົ້າຊົງຫ້າມລົມພະຍຸ ( ມຣກ 4:35-41 ; ລກ 8:22-25 ) 23 ພຣະເຢຊູເຈົ້າໄດ້ລົງເຮືອລຳໜຶ່ງ ແລະພວກສາວົກກໍໄປກັບພຣະອົງ. 24 ໃນທັນໃດນັ້ນ ກໍເກີດລົມພະຍຸໃຫຍ່ພັດທະເລສາບຢ່າງແຮງ ຈົນເຮືອເກືອບຫລົ້ມ ເພາະນໍ້າຊັດເຂົ້າເຮືອ ສ່ວນພຣະເຢຊູເຈົ້ານັ້ນຊົງນອນຫລັບຢູ່. 25 ພວກສາວົກຈຶ່ງໄປປຸກພຣະອົງ ພວກເພິ່ນເວົ້າວ່າ, “ພຣະອົງເຈົ້າເອີຍ ຊ່ວຍພວກຂ້ານ້ອຍແດ່ທ້ອນ ພວກຂ້ານ້ອຍກຳລັງຈະຕາຍຢູ່ແລ້ວ.” 26 ພຣະເຢຊູເຈົ້າຊົງຕອບວ່າ, “ເປັນຫຍັງພວກເຈົ້າຈຶ່ງຢ້ານ? ໂອ ຄົນທີ່ມີຄວາມເຊື່ອຫນ້ອຍເອີຍ” ແລ້ວພຣະອົງກໍລຸກຢືນຂຶ້ນສັ່ງລົມ ແລະຟອງນໍ້າໃຫ້ຢຸດ ລົມແລະຟອງນໍ້າຈຶ່ງງຽບສະຫງົບລົງ. 27 ຄົນເຫຼົ່ານັ້ນຕ່າງກໍງຶດປະຫລາດໃຈ ແລະເວົ້າວ່າ, “ທ່ານຜູ້ນີ້ເປັນຜູ້ໃດ? ແມ່ນແຕ່ລົມແລະຟອງນໍ້າທະເລກໍຍອມຟັງຄວາມເພິ່ນ!” ພຣະເຢຊູເຈົ້າຊົງໂຜດຊາຍທີ່ຜີສິງສອງຄົນໃຫ້ຫາຍດີ ( ມຣກ 5:1-20 ; ລກ 8:26-39 ) 28 ເມື່ອພຣະເຢຊູເຈົ້າຂ້າມຟາກມາຮອດເຂດແດນຄາດາຣາ ກໍມີຊາຍສອງຄົນອອກຈາກປ່າຊ້າມາພົບພຣະອົງ, ສອງຄົນນີ້ມີຜີມານຮ້າຍສິງແລະໂຫດຮ້າຍຫລາຍ ຈົນບໍ່ມີຜູ້ໃດກ້າຜ່ານໄປມາຕາມທາງນັ້ນ. 29 ໃນທັນໃດນັ້ນ ມັນກໍແຜດສຽງວ່າ, “ໂອ ບຸດພຣະເຈົ້າເອີຍ ທ່ານຕ້ອງການຫຍັງຈາກພວກຂ້ານ້ອຍ? ທ່ານຈະມາລົງໂທດພວກຂ້ານ້ອຍກ່ອນເຖິງເວລາຊັ້ນບໍ?” 30 ບໍ່ໄກຈາກທີ່ນັ້ນພໍເທົ່າໃດ ມີຝູງໝູກຳລັງຫາກິນຢູ່. 31 ດັ່ງນັ້ນ ຜີມານຮ້າຍຈຶ່ງຂໍຮ້ອງນຳພຣະເຢຊູເຈົ້າວ່າ, “ຖ້າທ່ານຂັບໄລ່ພວກຂ້ານ້ອຍອອກໄປ ຂໍໃຫ້ພວກຂ້ານ້ອຍໄປຢູ່ໃນຝູງໝູນັ້ນທ້ອນ.” 32 ພຣະອົງໄດ້ບອກພວກມັນວ່າ, “ໄປໄດ້” ດັ່ງນັ້ນ ພວກມັນຈຶ່ງອອກໄປແລະໄດ້ເຂົ້າໄປສິງໃນຝູງໝູ ໃນທັນໃດນັ້ນ ໝູທັງຝູງກໍຟ້າວແລ່ນລົງຕາລິ່ງຊັນ ແລະໂຕນລົງທະເລສາບຈົມນໍ້າຕາຍໝົດ. 33 ພວກຄົນລ້ຽງໝູໄດ້ປົບໜີ ແລະແລ່ນເຂົ້າໄປໃນເມືອງ ພວກເຂົາໄດ້ເລົ່າເຫດການທັງໝົດກັບເລື່ອງທີ່ໄດ້ເກີດຂຶ້ນແກ່ຊາຍຜີມານຮ້າຍສິງນັ້ນ. 34 ດັ່ງນັ້ນ ຊາວເມືອງທຸກຄົນຈຶ່ງອອກມາພົບພຣະເຢຊູເຈົ້າ ເມື່ອພວກເຂົາໄດ້ເຫັນພຣະອົງແລ້ວ ພວກເຂົາໄດ້ຂໍຮ້ອງພຣະອົງໃຫ້ອອກໄປຈາກເຂດແດນຂອງພວກເຂົາ. |
@ 2012 United Bible Societies. All Rights Reserved.