ມັດທາຍ 7 - ພຣະຄຳພີສັກສິເລື່ອງການຕັດສິນຄົນອື່ນ ( ລກ 6:37-38 , 41-42 ) 1 “ຢ່າຕັດສິນຄົນອື່ນ ເພື່ອວ່າພຣະເຈົ້າຈະບໍ່ຕັດສິນເຈົ້າ. 2 ດ້ວຍວ່າ, ເຈົ້າຈະຕັດສິນຄົນອື່ນຢ່າງໃດ ພຣະເຈົ້າກໍຈະຕັດສິນເຈົ້າຢ່າງນັ້ນ ແລະເຈົ້າຈະຕວງໃຫ້ເຂົາດ້ວຍເຄື່ອງຜອງອັນໃດ ພຣະເຈົ້າກໍຈະຕວງໃຫ້ເຈົ້າດ້ວຍເຄື່ອງຜອງອັນນັ້ນ. 3 ເປັນຫຍັງເຈົ້າຈຶ່ງຫລຽວເຫັນຂີ້ເຫຍື້ອຢູ່ໃນຕາຂອງພີ່ນ້ອງຂອງເຈົ້າ ແຕ່ໄມ້ທັງທ່ອນຢູ່ໃນຕາຂອງເຈົ້າເອງແລ້ວເຈົ້າບໍ່ເຫັນ? 4 ດ້ວຍເຫດໃດເຈົ້າຈຶ່ງເວົ້າຕໍ່ພີ່ນ້ອງຂອງເຈົ້າວ່າ, ‘ຂໍອະນຸຍາດໃຫ້ຂ້ອຍເອົາຂີ້ເຫຍື້ອອອກຈາກຕາຂອງເຈົ້າແດ່’ ໃນເມື່ອໄມ້ທັງທ່ອນຍັງຢູ່ໃນຕາຂອງເຈົ້າ? 5 ໂອຄົນໜ້າຊື່ໃຈຄົດເອີຍ ຈົ່ງເອົາໄມ້ທັງທ່ອນອອກຈາກຕາຂອງເຈົ້າເອງສາກ່ອນ ແລ້ວເຈົ້າກໍຈະສາມາດເຫັນໄດ້ແຈ້ງ ເພື່ອເອົາຂີ້ເຫຍື້ອອອກຈາກຕາພີ່ນ້ອງຂອງເຈົ້າ.” 6 “ຢ່າເອົາສິ່ງທີ່ບໍຣິສຸດໂຍນໃຫ້ໝາ ຢ້ານວ່າມັນຈະຫັນຄືນມາສວບກັດເຈົ້າ ຢ່າໂຍນໄຂ່ມຸກໃສ່ຕໍ່ໜ້າໝູ ຢ້ານວ່າມັນຈະຢຽບຢໍ່າຖິ້ມເທົ່ານັ້ນ.” ຈົ່ງໝັ່ນຂໍ ຈົ່ງໝັ່ນຊອກ ແລະຈົ່ງໝັ່ນເຄາະ ( ລກ 11:9-13 ; 6:31 ) 7 “ຈົ່ງໝັ່ນຂໍແລ້ວເຈົ້າຈະໄດ້ຮັບ, ຈົ່ງໝັ່ນຊອກຫາແລ້ວເຈົ້າກໍຈະໄດ້ພົບ ຈົ່ງໝັ່ນເຄາະແລ້ວຈະຊົງໄຂໃຫ້ເຈົ້າ. 8 ດ້ວຍວ່າ, ທຸກຄົນທີ່ຂໍກໍຈະໄດ້ຮັບ, ທຸກຄົນທີ່ຊອກຫາກໍຈະໄດ້ພົບ ແລະທຸກຄົນທີ່ເຄາະກໍຈະມີຜູ້ໄຂໃຫ້. 9 ມີຜູ້ໃດແດ່ໃນພວກເຈົ້າເມື່ອລູກຂໍເຂົ້າປັ້ນໜຶ່ງ ຈະເອົາກ້ອນຫີນໃຫ້ແກ່ລູກຂອງຕົນ? 10 ຫລືຖ້າລູກຂໍປາ ລາວກໍຈະບໍ່ເອົາງູໃຫ້ຕີ້? 11 ດ້ວຍເຫດນັ້ນ ພວກເຈົ້າທີ່ເປັນຄົນຊົ່ວກໍຍັງຮູ້ຈັກເອົາຂອງດີໃຫ້ແກ່ລູກຂອງຕົນ ຫລາຍກວ່ານັ້ນອີກຈັກເທົ່າໃດ ພຣະບິດາຂອງພວກເຈົ້າຜູ້ຊົງສະຖິດຢູ່ໃນສະຫວັນ ກໍຈະເອົາຂອງດີໃຫ້ແກ່ຜູ້ທີ່ຂໍຈາກພຣະອົງ.” 12 “ເຈົ້າຢາກໃຫ້ຄົນອື່ນເຮັດຕໍ່ເຈົ້າຢ່າງໃດ ກໍຈົ່ງເຮັດຕໍ່ເພິ່ນຢ່າງນັ້ນເໝືອນກັນ ອັນນີ້ແມ່ນກົດບັນຍັດ ແລະ ຄຳສັ່ງສອນຂອງພວກຜູ້ທຳນວາຍ.” ເລື່ອງປະຕູຄັບແຄບ ( ລກ 13:24 ) 13 “ຈົ່ງເຂົ້າໄປທາງປະຕູຄັບແຄບ ເພາະປະຕູເຂົ້າໄປນະຣົກກໍກວ້າງ ແລະທາງທີ່ນຳໄປສູ່ທີ່ນັ້ນກໍງ່າຍ ແລະຄົນທີ່ເດີນໄປຕາມທາງນັ້ນກໍມີຫລວງຫລາຍ. 14 ແຕ່ປະຕູທີ່ນຳໄປສູ່ຊີວິດກໍຄັບແຄບ ແລະທາງທີ່ນຳໄປສູ່ທີ່ນັ້ນກໍຍາກ ແລະຄົນທີ່ພົບທາງນັ້ນກໍມີໜ້ອຍ.” ເລື່ອງຕົ້ນໄມ້ ແລະ ຜົນຂອງມັນ ( ລກ 6:43-44 ) 15 “ຈົ່ງລະວັງຜູ້ປະກາດພຣະຄຳປອມເຂົ້າມາຫາພວກເຈົ້າ ເບິ່ງພາຍນອກເຂົາອ່ອນໂຍນຄືໂຕແກະ, ແຕ່ພາຍໃນແລ້ວເຂົາໂຫດຮ້າຍຄືໝາໄນ. 16 ພວກເຈົ້າຈະຮູ້ຈັກຄົນເຫຼົ່ານີ້ດ້ວຍການກະທຳຂອງເຂົາ ມີຜູ້ໃດເກັບໝາກອະງຸ່ນຈາກເຄືອມີໜາມ? ມີຜູ້ໃດເກັບໝາກເດື່ອເທດຈາກຕົ້ນມີໜາມ? 17 ດັ່ງນັ້ນ ຕົ້ນໄມ້ດີຍ່ອມເກີດໝາກດີ, ແຕ່ຕົ້ນໄມ້ບໍ່ດີຍ່ອມເກີດໝາກບໍ່ດີ. 18 ຕົ້ນໄມ້ດີເກີດຜົນບໍ່ດີກໍບໍ່ຫ່ອນເປັນ ແລະຕົ້ນໄມ້ບໍ່ດີເກີດຜົນດີກໍບໍ່ຫ່ອນໄດ້. 19 ຕົ້ນໄມ້ທຸກຕົ້ນທີ່ເກີດຜົນບໍ່ດີຍ່ອມຖືກຕັດລົງ ແລະຖືກໂຍນຖິ້ມໃສ່ໄຟເສຍ. 20 ດ້ວຍເຫດນັ້ນ ພວກເຈົ້າຈະຮູ້ຈັກຜູ້ປະກາດພຣະຄຳປອມດ້ວຍຜົນຂອງພວກເຂົາ.” ເລື່ອງການຊົງປະຕິເສດ ( ລກ 13:25-27 ) 21 “ບໍ່ແມ່ນວ່າທຸກຄົນທີ່ເອີ້ນເຮົາວ່າ, ‘ພຣະອົງເຈົ້າ ພຣະອົງເຈົ້າ’ ແລ້ວຈະເຂົ້າໄປໃນອານາຈັກຂອງພຣະເຈົ້າໄດ້ ເຂົ້າໄດ້ແຕ່ຜູ້ທີ່ປະຕິບັດຕາມນໍ້າພຣະໄທຂອງພຣະບິດາຂອງເຮົາຜູ້ຊົງສະຖິດຢູ່ໃນສະຫວັນ. 22 ເມື່ອວັນພິພາກສາມາເຖິງ ຫລາຍຄົນຈະເວົ້າກັບເຮົາວ່າ, ‘ພຣະອົງເຈົ້າ, ພຣະອົງເຈົ້າ ພວກຂ້ານ້ອຍໄດ້ປະກາດຖ້ອຍຄຳຂອງພຣະເຈົ້າໃນນາມຂອງພຣະອົງ ພວກຂ້ານ້ອຍໄດ້ຂັບໄລ່ຜີມານຮ້າຍອອກ ແລະໄດ້ເຮັດການອັດສະຈັນຫລາຍປະການໃນນາມຂອງພຣະອົງບໍ່ແມ່ນບໍ’ 23 ເມື່ອນັ້ນ ເຮົາກໍຈະປະກາດຕໍ່ພວກເຂົາວ່າ, ‘ເຮົາບໍ່ເຄີຍຮູ້ຈັກພວກເຈົ້າ ຈົ່ງຖອຍໜີໄປຈາກເຮົາເສຍ ພວກເຈົ້າຄົນທີ່ເຮັດການຊົ່ວຮ້າຍເອີຍ.”’ ເລື່ອງຮາກຖານສອງຢ່າງ ( ລກ 6:47-49 ) 24 “ດ້ວຍເຫດນັ້ນ ຜູ້ໃດທີ່ໄດ້ຍິນຖ້ອຍຄຳເຫຼົ່ານີ້ຂອງເຮົາແລ້ວແລະປະຕິບັດຕາມ ຄົນເຫຼົ່ານັ້ນກໍເປັນເໝືອນຄົນສະຫລາດທີ່ປຸກເຮືອນຂອງຕົນຢູ່ເທິງດານຫີນ. 25 ຝົນທັ່ງເທລົງມາ ນໍ້າກໍນອງຖ້ວມລົ້ນຫ້ວຍຮ່ອງ ແລະລົມກໍພັດປະທະເຮືອນຢ່າງແຮງ, ແຕ່ເຮືອນນັ້ນກໍບໍ່ເຈື່ອນເພພັງລົງ ເພາະມັນຖືກສ້າງຂຶ້ນຢູ່ເທິງດານຫີນ.” 26 “ແຕ່ຜູ້ໃດທີ່ໄດ້ຍິນຖ້ອຍຄຳເຫຼົ່ານີ້ຂອງເຮົາແລ້ວ ແລະບໍ່ປະຕິບັດຕາມ ຄົນນັ້ນກໍເປັນດັ່ງຄົນໂງ່ທີ່ປຸກເຮືອນຂອງຕົນຢູ່ເທິງຫາດຊາຍ. 27 ຝົນທັ່ງເທລົງມາ ນໍ້ານອງຖ້ວມລົ້ນຫ້ວຍຮ່ອງ ແລະລົມກໍພັດປະທະເຮືອນຢ່າງແຮງ ແລະເຮືອນນັ້ນກໍໄດ້ເຈື່ອນເພພັງລົງ ແລະການເພພັງຂອງມັນກໍເປັນການໃຫຍ່ຫລວງ.” ພຣະເຢຊູເຈົ້າມີສິດອຳນາດ 28 ເມື່ອພຣະເຢຊູເຈົ້າໄດ້ຊົງກ່າວຄຳເຫຼົ່ານີ້ຈົບແລ້ວ ປະຊາຊົນກໍປະຫລາດໃຈຫລາຍໃນຄຳສັ່ງສອນຂອງພຣະອົງ. 29 ພຣະອົງບໍ່ໄດ້ເປັນເໝືອນດັ່ງພວກທຳມະຈານ, ແຕ່ພຣະອົງໄດ້ສັ່ງສອນດ້ວຍຣິດອຳນາດ. |
@ 2012 United Bible Societies. All Rights Reserved.