ມັດທາຍ 6 - ພຣະຄຳພີສັກສິຄຳສັ່ງສອນເລື່ອງການໃຫ້ທານ 1 “ຈົ່ງລະວັງໃຫ້ດີ ຢ່າຖືສິນກິນທານຕໍ່ໜ້າປະຊາຊົນເພື່ອເປັນການອວດຄົນ ເພາະຖ້າເຮັດຢ່າງນັ້ນ ພວກເຈົ້າຈະບໍ່ໄດ້ບຳເໜັດຫຍັງຈາກພຣະບິດາຂອງພວກເຈົ້າຜູ້ສະຖິດຢູ່ໃນສະຫວັນ. 2 ດັ່ງນັ້ນ ເມື່ອເຈົ້າໃຫ້ທານຢ່າສູ່ເປົ່າແກໄປກ່ອນໜ້າເຈົ້າ ເໝືອນດັ່ງຄົນໜ້າຊື່ໃຈຄົດມັກເຮັດໃນທຳມະສາລາແລະຕາມຖະໜົນຫົນທາງ ເພື່ອໃຫ້ຄົນຊົມເຊີຍ ເຮົາບອກເຈົ້າຕາມຄວາມຈິງວ່າ ພວກເຂົາໄດ້ຮັບບຳເໜັດແລ້ວ. 3 ຝ່າຍພວກເຈົ້າ, ເມື່ອໃຫ້ທານ ຢ່າໃຫ້ມືຊ້າຍຮູ້ການທີ່ມືຂວາກຳລັງເຮັດນັ້ນ. 4 ເພື່ອການໃຫ້ທານຂອງພວກເຈົ້າຈະເປັນທາງລັບ ຝ່າຍພຣະບິດາຂອງເຈົ້າຜູ້ທີ່ຮູ້ເຫັນສິ່ງທີ່ເຈົ້າເຮັດໃນທີ່ລັບລີ້ ກໍຈະໃຫ້ບຳເໜັດແກ່ເຈົ້າ.” ຄຳສັ່ງສອນເລື່ອງການພາວັນນາອະທິຖານ ( ລກ 11:2-4 ) 5 “ເມື່ອເຈົ້າທັງຫລາຍພາວັນນາອະທິຖານ ຢ່າເຮັດເໝືອນຄົນໜ້າຊື່ໃຈຄົດ ພວກເຂົາມັກຢືນພາວັນນາອະທິຖານໃນທຳມະສາລາ ແລະຕາມແຈຖະໜົນຫົນທາງ ເພື່ອໃຫ້ຄົນເຫັນພວກເຂົາ, ເຮົາບອກພວກເຈົ້າຕາມຄວາມຈິງວ່າ ພວກເຂົາໄດ້ຮັບບຳເໜັດແລ້ວ. 6 ແຕ່ສຳລັບເຈົ້າ ເມື່ອພາວັນນາອະທິຖານ ຈົ່ງເຂົ້າໄປໃນຫ້ອງຂອງເຈົ້າ ອັດປະຕູໄວ້ ແລ້ວຈຶ່ງພາວັນນາອະທິຖານຫາພຣະບິດາຂອງເຈົ້າຜູ້ຢູ່ໃນທີ່ລັບລີ້ ແລະພຣະບິດາຂອງເຈົ້າຜູ້ເຫັນໃນທີ່ລັບລີ້ຈະໃຫ້ບຳເໜັດແກ່ເຈົ້າ.” 7 “ແຕ່ເມື່ອເຈົ້າພາວັນນາອະທິຖານ ຢ່າເວົ້າຊໍ້າຄຳເກົ່າເໝືອນຄົນບໍ່ນັບຖືພຣະເຈົ້າ ເພາະພວກເຂົາຄິດວ່າພຣະເຈົ້າຈະໄດ້ຍິນຖ້າເວົ້າຊໍ້າຫລາຍເທື່ອ. 8 ດັ່ງນັ້ນ ຢ່າເຮັດເໝືອນພວກເຂົາ ເພາະພຣະບິດາຂອງພວກເຈົ້າຮູ້ສິ່ງທີ່ເຈົ້າຕ້ອງການ ກ່ອນພວກເຈົ້າພາວັນນາອະທິຖານຂໍ. 9 ດ້ວຍເຫດນັ້ນ ພວກເຈົ້າຄວນພາວັນນາອະທິຖານດັ່ງນີ້: ‘ຂ້າແດ່ພຣະບິດາເຈົ້າ ຂອງພວກຂ້ານ້ອຍທັງຫລາຍ ຜູ້ຊົງສະຖິດຢູ່ໃນສະຫວັນ ຂໍໃຫ້ພຣະນາມຂອງພຣະອົງ ຊົງເປັນທີ່ເຄົາຣົບບູຊາ 10 ຂໍໃຫ້ພຣະຣາຊອານາຈັກ ຂອງພຣະອົງມາຕັ້ງຢູ່ ຂໍໃຫ້ເປັນໄປຕາມນໍ້າພຣະໄທ ຂອງພຣະອົງ ໃນສະຫວັນເປັນຢ່າງໃດ ຂໍໃຫ້ເປັນໄປຢ່າງນັ້ນທີ່ແຜ່ນດິນໂລກ. 11 ຂໍຊົງໂຜດປະທານເຂົ້າຈີ່ປະຈຳວັນ ໃຫ້ແກ່ຂ້ານ້ອຍທັງຫລາຍ ໃນກາລະວັນນີ້ 12 ຂໍຊົງໂຜດຍົກໂທດໃຫ້ຂ້ານ້ອຍ ເໝືອນຂ້ານ້ອຍຍົກໂທດ ໃຫ້ແກ່ຜູ້ທີ່ເຮັດຜິດຕໍ່ຂ້ານ້ອຍນັ້ນ 13 ແລະຂໍຢ່າພາຂ້ານ້ອຍເຂົ້າໄປ ໃນການທົດລອງ ແຕ່ຂໍຊົງໂຜດໃຫ້ພົ້ນຈາກມານຊົ່ວຮ້າຍ [ເຫດວ່າ ຣາຊອານາຈັກ ຣິດອຳນາດ ແລະ ພຣະຣັດສະໝີກໍເປັນຂອງພຣະອົງສືບໆໄປເປັນນິດ ອາແມນ’] 14 ຖ້າເຈົ້າຍົກໂທດຄວາມຜິດຂອງຄົນອື່ນທີ່ໄດ້ເຮັດຕໍ່ເຈົ້າ ພຣະບິດາຂອງເຈົ້າຜູ້ສະຖິດໃນສະຫວັນ ກໍຈະຍົກຄວາມຜິດຂອງເຈົ້າເໝືອນກັນ. 15 ແຕ່ຖ້າເຈົ້າບໍ່ຍົກໂທດໃຫ້ຄົນອື່ນ, ພຣະບິດາຂອງເຈົ້າທັງຫລາຍກໍຈະບໍ່ຍົກຄວາມຜິດຂອງເຈົ້າເໝືອນກັນ.” ຄຳສັ່ງສອນເລື່ອງການຖືສິນອົດອາຫານ 16 “ເມື່ອເຈົ້າທັງຫລາຍຖືສິນອົດອາຫານ ຢ່າເຮັດສີໜ້າເສົ້າໝອງເໝືອນດັ່ງຄົນໜ້າຊື່ໃຈຄົດ. ດ້ວຍວ່າ, ເຂົາເຮັດສີໜ້າເສົ້າໝອງ ເພື່ອໃຫ້ຄົນທັງຫລາຍເຫັນວ່າພວກຕົນຖືສິນອົດອາຫານ. ເຮົາບອກເຈົ້າທັງຫລາຍຕາມຄວາມຈິງວ່າ ພວກເຂົາໄດ້ຮັບບຳເໜັດແລ້ວ. 17 ເມື່ອເຈົ້າຖືສິນອົດອາຫານນັ້ນ ຈົ່ງລ້າງໜ້າແລະຫວີຜົມ, 18 ເພື່ອບໍ່ໃຫ້ຄົນອື່ນຮູ້ໄດ້ວ່າ ເຈົ້າກຳລັງຖືສິນອົດອາຫານ ມີແຕ່ພຣະບິດາຂອງເຈົ້າຜູ້ທີ່ຢູ່ໃນທີ່ລັບລີ້ຮູ້ຈັກ ຝ່າຍພຣະບິດາຂອງເຈົ້າຜູ້ທີ່ເຫັນໃນທີ່ລັບລີ້ ກໍຈະໃຫ້ບຳເໜັດແກ່ເຈົ້າ.” ຄວາມຮັ່ງມີໃນສະຫວັນ ( ລກ 12:33-34 ) 19 “ຢ່າທ້ອນໂຮມຊັບສົມບັດໄວ້ສຳລັບຕົນເອງໃນແຜ່ນດິນໂລກນີ້ ຊຶ່ງເປັນບ່ອນມອດແລະຂີ້ໝ້ຽງກັດກິນໄດ້ ແລະ ໂຈນເຈາະລັກເອົາໄດ້. 20 ແຕ່ຈົ່ງທ້ອນໂຮມຊັບສົມບັດສຳລັບຕົນໄວ້ໃນສະຫວັນ ບ່ອນທີ່ມອດແລະຂີ້ໝ້ຽງກັດກິນບໍ່ໄດ້ ແລະ ໂຈນເຈາະລັກເອົາບໍ່ໄດ້. 21 ເພາະຊັບສົມບັດຂອງເຈົ້າຢູ່ທີ່ໃດ ໃຈຂອງເຈົ້າກໍຢູ່ທີ່ນັ້ນ.” ຄວາມສະຫວ່າງຂອງຮ່າງກາຍ ( ລກ 11:34-36 ) 22 “ຕາເປັນໂຄມໄຟຂອງຮ່າງກາຍ ຖ້າຕາຂອງເຈົ້າແຈ້ງເປັນປົກກະຕິ ຮ່າງກາຍທຸກສ່ວນກໍແຈ້ງດີ, 23 ແຕ່ຖ້າຕາຂອງເຈົ້າບໍ່ດີ ຮ່າງກາຍທຸກສ່ວນກໍຈະຢູ່ໃນຄວາມມືດ. ດັ່ງນັ້ນ ຖ້າຄວາມສະຫວ່າງໃນຕົວຂອງເຈົ້າມືດໄປ ຄວາມມືດນັ້ນກໍຈະໜາເທົ່າໃດໜໍ.” ພຣະເຈົ້າ ແລະ ເງິນຄຳ ( ລກ 16:13 ) 24 “ບໍ່ຫ່ອນມີຜູ້ໃດເປັນຂ້າສອງເຈົ້າ ບ່າວສອງນາຍໄດ້ຄື: ເຂົາຈະຊັງນາຍຜູ້ນີ້ ແລະໄປຮັກນາຍຜູ້ນັ້ນ ເຂົາຈະສັດຊື່ຕໍ່ນາຍຜູ້ນີ້ ແລະໝິ່ນປະໝາດນາຍຜູ້ນັ້ນ ພວກເຈົ້າຮັບໃຊ້ພຣະເຈົ້າ ແລະເງິນຄຳພ້ອມກັນກໍບໍ່ໄດ້.” ເລື່ອງຄວາມກະວົນກະວາຍ ( ລກ 12:22-31 ) 25 “ດັ່ງນັ້ນ ເຮົາຈຶ່ງບອກພວກເຈົ້າ ບໍ່ໃຫ້ກະວົນກະວາຍເຖິງເລື່ອງອາຫານສຳລັບຊີວິດຕົນວ່າ, ຈະກິນຫຍັງ ຈະດື່ມຫຍັງ ຫລືເຖິງເລື່ອງເຄື່ອງນຸ່ງຫົ່ມສຳລັບຮ່າງກາຍ ຊີວິດສຳຄັນກວ່າອາຫານ ແລະຮ່າງກາຍກໍສຳຄັນກວ່າເຄື່ອງນຸ່ງຫົ່ມບໍ່ແມ່ນບໍ? 26 ຈົ່ງເບິ່ງຝູງນົກໃນທ້ອງຟ້າ ມັນບໍ່ໄດ້ຫວ່ານ ບໍ່ໄດ້ເກັບກ່ຽວ ແລະບໍ່ໄດ້ທ້ອນໂຮມໄວ້ໃນເລົ້າ ແຕ່ພຣະບິດາຂອງພວກເຈົ້າຜູ້ສະຖິດຢູ່ໃນສະຫວັນກໍຍັງລ້ຽງນົກນັ້ນ ພວກເຈົ້າມີຄ່າຫລາຍກວ່າຝູງນົກນັ້ນບໍ່ແມ່ນບໍ? 27 ມີຜູ້ໃດແດ່ໃນພວກເຈົ້າທີ່ກະວົນກະວາຍ ແລ້ວຕໍ່ອາຍຸໃຫ້ມີຊີວິດຍືນຍາວໄດ້ອີກຈັກໜ້ອຍໜຶ່ງ?” 28 “ເປັນດ້ວຍເຫດໃດ ຈຶ່ງກະວົນກະວາຍເຖິງເລື່ອງເຄື່ອງນຸ່ງຫົ່ມ? ຈົ່ງເບິ່ງດອກໄມ້ປ່ານັ້ນແມ ມັນໃຫຍ່ຂຶ້ນມາໄດ້ຢ່າງໃດ ມັນບໍ່ໄດ້ເຮັດວຽກ ບໍ່ໄດ້ຕໍ່າຜ້າເຮັດເຄື່ອງນຸ່ງສຳລັບມັນເອງ. 29 ແຕ່ເຮົາບອກພວກເຈົ້າວ່າ ແມ່ນແຕ່ກະສັດໂຊໂລໂມນ ຜູ້ທີ່ຮັ່ງມີດ້ວຍຊັບສົມບັດທີ່ຕົນມີຢູ່ທັງໝົດ ກໍຍັງບໍ່ມີເຄື່ອງນຸ່ງງາມເທົ່າກັບດອກໄມ້ເຫຼົ່ານີ້ດອກໜຶ່ງ. 30 ແມ່ນພຣະເຈົ້າທີ່ເປັນຜູ້ຕົບແຕ່ງດອກໄມ້ປ່າຢູ່ຕາມທົ່ງຫຍ້າ ຊຶ່ງເປັນຢູ່ໃນມື້ນີ້ ແລະມື້ອື່ນກໍຈະຖືກຕັດຖິ້ມເຜົາໄຟເສຍ ພຣະເຈົ້າຈະບໍ່ຕົບແຕ່ງພວກເຈົ້າຫລາຍກວ່າດອກໄມ້ນັ້ນບໍ? ໂອ ຜູ້ມີຄວາມເຊື່ອຫນ້ອຍເອີຍ.” 31 “ດັ່ງນັ້ນ ຢ່າກະວົນກະວາຍເລີຍວ່າ, ‘ຈະກິນຫຍັງ? ຈະດື່ມຫຍັງ? ແລະຈະນຸ່ງຫົ່ມຫຍັງ?’ 32 ສິ່ງທັງໝົດເຫຼົ່ານີ້ແຫຼະ ທີ່ຄົນບໍ່ນັບຖືພຣະເຈົ້າຊອກຫາ ພຣະບິດາຂອງພວກເຈົ້າຜູ້ສະຖິດຢູ່ໃນສະຫວັນຮູ້ວ່າ ພວກເຈົ້າຕ້ອງການສິ່ງເຫຼົ່ານີ້ແລ້ວ. 33 ແຕ່ກ່ອນອື່ນໝົດ ເຈົ້າທັງຫລາຍຈົ່ງສະແຫວງຫາຣາຊອານາຈັກຂອງພຣະເຈົ້າ ແລະຄວາມຊອບທຳຂອງພຣະອົງ ແລ້ວພຣະອົງຈະຊົງເພີ່ມເຕີມສິ່ງທັງປວງເຫຼົ່ານີ້ໃຫ້ແກ່ພວກເຈົ້າ. 34 ເຫດສະນັ້ນ ຢ່າກະວົນກະວາຍເຖິງມື້ອື່ນ ເພາະມື້ອື່ນຈະມີເລື່ອງກະວົນກະວາຍໃນໂຕມັນເອງ ຄວາມທຸກໃນວັນໃດກໍພໍແລ້ວສຳລັບວັນນັ້ນ.” |
@ 2012 United Bible Societies. All Rights Reserved.