ມັດທາຍ 5 - ພຣະຄຳພີສັກສິພຣະເຢຊູເຈົ້າເທດສະໜາທີ່ໂນນພູ ( ມທ 5–7 ) 1 ເມື່ອພຣະເຢຊູເຈົ້າເຫັນປະຊາຊົນຢ່າງຫລວງຫລາຍເຊັ່ນນີ້, ພຣະອົງຈຶ່ງຂຶ້ນໄປເທິງໂນນພູແຫ່ງໜຶ່ງ ແລະນັ່ງລົງທີ່ນັ້ນ ແລ້ວພວກສາວົກຂອງພຣະອົງກໍມາເຕົ້າໂຮມກັນອ້ອມພຣະອົງ. ຄວາມສຸກອັນແທ້ຈິງ ( ລກ 6:20-23 ) 2 ພຣະອົງໄດ້ຊົງຕັ້ງຕົ້ນສັ່ງສອນພວກເຂົາວ່າ, 3 “ຜູ້ໃດຍາກຈົນຝ່າຍຈິດວິນຍານກໍເປັນສຸກ, ເພາະວ່າອານາຈັກສະຫວັນ ເປັນຂອງຜູ້ນັ້ນ 4 ຜູ້ໃດໂສກເສົ້າກໍເປັນສຸກ, ເພາະວ່າຜູ້ນັ້ນຈະໄດ້ຮັບ ການຊົງເລົ້າໂລມ 5 ຜູ້ໃດມີໃຈອ່ອນຫວານກໍເປັນສຸກ, ເພາະວ່າຜູ້ນັ້ນຈະໄດ້ຮັບແຜ່ນດິນໂລກເປັນມໍຣະດົກ. 6 ຜູ້ໃດອຶດຫິວຄວາມຊອບທຳກໍເປັນສຸກ, ເພາະວ່າພຣະເຈົ້າຈະຊົງໃຫ້ອີ່ມບໍລິບູນ 7 ຜູ້ໃດມີໃຈກະລຸນາກໍເປັນສຸກ, ເພາະວ່າຜູ້ນັ້ນຈະໄດ້ຮັບ ພຣະກະລຸນາຕອບ 8 ຜູ້ໃດມີໃຈບໍຣິສຸດກໍເປັນສຸກ, ເພາະວ່າຜູ້ນັ້ນຈະໄດ້ເຫັນພຣະເຈົ້າ 9 ຜູ້ໃດສ້າງຄວາມສະຫງົບສຸກກໍເປັນສຸກ, ເພາະວ່າພຣະເຈົ້າຈະຊົງເອີ້ນຜູ້ນັ້ນວ່າ ເປັນບຸດ 10 ຜູ້ໃດຖືກຂົ່ມເຫັງເພາະເຫັນແກ່ ຄວາມຊອບທຳກໍເປັນສຸກ, ເພາະວ່າອານາຈັກສະຫວັນ ເປັນຂອງຜູ້ນັ້ນ.” 11 “ເມື່ອຄົນກ່າວນິນທາແລະຂົ່ມເຫັງເຈົ້າທັງຫລາຍ ແລະເວົ້າຄວາມຊົ່ວອັນບໍ່ຈິງທຸກຢ່າງຕໍ່ສູ້ເຈົ້າທັງຫລາຍ ເພາະເຫັນແກ່ເຮົາ ພວກເຈົ້າກໍເປັນສຸກ. 12 ຈົ່ງເປັນສຸກແລະຈົ່ງຊົມຊື່ນຍິນດີເຖີດ ເພາະພວກເຈົ້າມີບຳເໜັດອັນຍິ່ງໃຫຍ່ໃນສະຫວັນແລ້ວ ບັນດາຜູ້ທຳນວາຍໃນສະໄໝກ່ອນກໍຖືກຂົ່ມເຫັງຢ່າງດຽວກັນນີ້ແຫຼະ.” ເລື່ອງເກືອ ແລະ ຄວາມສະຫວ່າງ ( ມຣກ 9:50 ; ລກ 14:34-35 ) 13 “ເຈົ້າທັງຫລາຍເປັນເກືອສຳລັບມວນມະນຸດໂລກ, ແຕ່ຖ້າເກືອໝົດຣົດເຄັມແລ້ວຈະເຮັດໃຫ້ເຄັມຄືນໄດ້ອີກຢ່າງໃດ? ມັນບໍ່ມີຄ່າເສຍແລ້ວ. ດັ່ງນັ້ນ ຈຶ່ງມີແຕ່ໂຍນຖິ້ມໃຫ້ຄົນຢຽບຢໍ່າເທົ່ານັ້ນ.” 14 “ພວກເຈົ້າເປັນແສງສະຫວ່າງສຳລັບໂລກນີ້. ເມືອງຊຶ່ງຕັ້ງຢູ່ເທິງໂນນພູກໍເປັນທີ່ບັງໄວ້ບໍ່ໄດ້. 15 ບໍ່ຫ່ອນມີຜູ້ໃດເມື່ອໄຕ້ໂຄມໄຟແລ້ວຈະເອົາເຂົ້າໄວ້ໃນກະບຸງ, ແຕ່ເຄີຍຕັ້ງໄວ້ເທິງທີ່ສູງເພື່ອໃຫ້ສ່ອງແຈ້ງໃສ່ທຸກໆຄົນທີ່ຢູ່ໃນເຮືອນນັ້ນ. 16 ໃນທຳນອງດຽວກັນນີ້ແຫຼະ ຈົ່ງໃຫ້ແສງສະຫວ່າງທີ່ຢູ່ໃນພວກເຈົ້ານັ້ນສ່ອງແຈ້ງຕໍ່ໜ້າຄົນທັງຫລາຍ ເພື່ອວ່າພວກເຂົາຈະໄດ້ເຫັນຄຸນງາມຄວາມດີທີ່ພວກເຈົ້າເຮັດ ແລະພວກເຂົາຈະສັນລະເສີນພຣະບິດາເຈົ້າຂອງພວກເຈົ້າທີ່ສະຖິດຢູ່ໃນສະຫວັນ.” ຄຳສັ່ງສອນເລື່ອງກົດບັນຍັດ 17 “ຢ່າຄິດວ່າເຮົາມາເພື່ອລຶບລ້າງກົດບັນຍັດ ຫລືຜູ້ທຳນວາຍ ເຮົາບໍ່ໄດ້ມາລຶບລ້າງ ແຕ່ມາເຮັດໃຫ້ສຳເລັດຄົບຖ້ວນ. 18 ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຕາບໃດທີ່ຟ້າແລະດິນຍັງຕັ້ງຢູ່ ແມ່ນແຕ່ເມັດ ຫລືຂໍ້ປີກຍ່ອຍອັນເລັກນ້ອຍທີ່ສຸດຂອງກົດບັນຍັດຈະບໍ່ຖືກລຶບລ້າງໄປ ຈົນກວ່າທຸກສິ່ງຈະເກີດຂຶ້ນຄົບຖ້ວນ. 19 ດັ່ງນັ້ນ ຜູ້ໃດປະຕິເສດກົດບັນຍັດຂໍ້ເລັກນ້ອຍທີ່ສຸດ ແລະທັງສັ່ງສອນຄົນອື່ນໃຫ້ປະຕິເສດ, ຜູ້ນັ້ນຈະເປັນຜູ້ນ້ອຍໃນອານາຈັກສະຫວັນ, ແຕ່ຜູ້ໃດທີ່ປະຕິບັດຕາມກົດບັນຍັດ ແລະສັ່ງສອນຄົນອື່ນໃຫ້ປະຕິບັດຕາມ ຜູ້ນັ້ນຈະເປັນຜູ້ໃຫຍ່ໃນອານາຈັກສະຫວັນ. 20 ເຮົາຈຶ່ງບອກພວກເຈົ້າວ່າ, ຖ້າການປະຕິບັດຂໍ້ຄຳສັ່ງຂອງພຣະເຈົ້າຂອງພວກເຈົ້າ ບໍ່ລື່ນກວ່າການປະຕິບັດຂອງພວກທຳມະຈານ ແລະພວກຟາຣີຊາຍແລ້ວ ພວກເຈົ້າຈະເຂົ້າໄປໃນອານາຈັກຂອງພຣະເຈົ້າບໍ່ໄດ້.” ຄຳສັ່ງສອນເລື່ອງຄວາມໂກດຮ້າຍ ( ລກ 12:57-59 ) 21 “ເຈົ້າທັງຫລາຍເຄີຍໄດ້ຍິນຄຳທີ່ກ່າວໄວ້ແກ່ຄົນບູຮານວ່າ, ‘ຢ່າຂ້າຄົນ ຖ້າຜູ້ໃດທີ່ຂ້າຄົນຈະຕ້ອງຖືກນຳຂຶ້ນສານເພື່ອຕັດສິນລົງໂທດ.’ 22 ແຕ່ເຮົາບອກເຈົ້າທັງຫລາຍວ່າ, ຜູ້ໃດທີ່ໂກດຮ້າຍເຄືອງໃຈ ຕໍ່ອ້າຍເອື້ອຍນ້ອງຂອງຕົນ ຈະຖືກນຳຂຶ້ນສານເພື່ອຕັດສິນລົງໂທດ ຜູ້ໃດທີ່ເອີ້ນອ້າຍເອື້ອຍນ້ອງຂອງຕົນວ່າ, ‘ຄົນໂງ່ຈ້າ’ ຈະຖືກນຳຂຶ້ນສານສູງເພື່ອຕັດສິນລົງໂທດ ແລະຜູ້ໃດທີ່ເອີ້ນອ້າຍເອື້ອຍນ້ອງຂອງຕົນວ່າ, ‘ຄົນບ້າ’ ຜູ້ນັ້ນຈະຕົກບຶງໄຟນະຣົກ. 23 ດັ່ງນັ້ນ ເມື່ອເຈົ້າເອົາເຄື່ອງບູຊາມາຖວາຍທີ່ເທິງແທ່ນບູຊາ ແລະທີ່ນັ້ນ ເຈົ້າຄິດໄດ້ວ່າອ້າຍເອື້ອຍນ້ອງຂອງເຈົ້າມີຂໍ້ຂຸ້ນເຄືອງໃຈກັບເຈົ້າເພາະເລື່ອງໃດເລື່ອງໜຶ່ງ, 24 ຈົ່ງວາງເຄື່ອງຖວາຍຂອງເຈົ້າໄວ້ຕໍ່ໜ້າແທ່ນບູຊາ ແລ້ວກັບໄປຄືນດີກັບອ້າຍເອື້ອຍນ້ອງຂອງຕົນສາກ່ອນ ຈຶ່ງກັບຄືນມາຖວາຍເຄື່ອງບູຊາຂອງເຈົ້າ.” 25 “ຈົ່ງຮີບປອງດອງກັບຄູ່ໂຈດຂອງຕົນ ໃນຂະນະທີ່ຍັງຢູ່ກາງທາງນຳກັນ ຢ້ານວ່າໂຈດນັ້ນຈະມອບເຈົ້າໄວ້ກັບຕຸລາການ ແລະຕຸລາການຈະມອບເຈົ້າໄວ້ກັບເຈົ້າໜ້າທີ່ ແລ້ວເຈົ້າຈະໄດ້ຖືກຂັງໄວ້ໃນຄຸກ. 26 ເຮົາບອກເຈົ້າຕາມຄວາມຈິງວ່າ, ເຈົ້າຈະອອກຈາກຄຸກບໍ່ໄດ້ ຈົນກວ່າເຈົ້າໄດ້ຈ່າຍໜີ້ຄົບທຸກອັດ.” ຄຳສັ່ງສອນເລື່ອງການຫລິ້ນຊູ້ 27 “ເຈົ້າທັງຫລາຍເຄີຍໄດ້ຍິນຄຳທີ່ກ່າວໄວ້ວ່າ, ‘ຢ່າຫລິ້ນຊູ້ສູ່ຜົວເມຍທ່ານ.’ 28 ແຕ່ຝ່າຍເຮົາ ເຮົາບອກພວກເຈົ້າວ່າ, ຜູ້ໃດແນມເບິ່ງແມ່ຍິງດ້ວຍໃຈຄິດຢາກລ່ວງເກີນຍິງນັ້ນ ຜູ້ນັ້ນໄດ້ຫລິ້ນຊູ້ໃນໃຈກັບຍິງນັ້ນແລ້ວ. 29 ຖ້າຕາເບື້ອງຂວາຂອງເຈົ້າເປັນຕົ້ນເຫດພາໃຫ້ເຈົ້າເຮັດບາບ ຈົ່ງຄວັດອອກແລະໂຍນມັນຖິ້ມໃຫ້ໄກຈາກເຈົ້າເສຍ ທີ່ເສຍອະໄວຍະວະສ່ວນໜຶ່ງໃນຮ່າງກາຍ ກໍດີກວ່າທັງໝົດຕົນຕົວຕ້ອງຖືກໂຍນຖິ້ມລົງໃນໝໍ້ນະຣົກ. 30 ຖ້າມືເບື້ອງຂວາຂອງເຈົ້າເປັນຕົ້ນເຫດພາໃຫ້ເຈົ້າເຮັດບາບ ຈົ່ງຕັດອອກແລະໂຍນມັນຖິ້ມໃຫ້ໄກຈາກເຈົ້າເສຍ ເສຍອະໄວຍະວະສ່ວນໜຶ່ງໃນຮ່າງກາຍ ກໍດີກວ່າທັງໝົດຕົນຕົວຕ້ອງຕົກໃນໝໍ້ນະຣົກ.” ຄຳສັ່ງສອນເລື່ອງການຢ່າຮ້າງ ( ມທ 19:9 ; ມຣກ 10:11-12 ; ລກ 16:18 ) 31 “ຍັງມີຄຳກ່າວໄວ້ວ່າ, ‘ຖ້າຜູ້ໃດທີ່ປະຮ້າງເມຍຂອງຕົນ ໃຫ້ລາວເຮັດໜັງສືຢ່າຮ້າງໃຫ້ນາງ.’ 32 ແຕ່ເຮົາບອກເຈົ້າທັງຫລາຍວ່າ, ຖ້າຜູ້ໃດປະຮ້າງເມຍຂອງຕົນດ້ວຍເຫດຜົນອື່ນໃດ ນອກຈາກການຫລິ້ນຊູ້ກັບຊາຍອື່ນ. ກໍເທົ່າກັບວ່າຜູ້ນັ້ນເຮັດໃຫ້ນາງຫລິ້ນຊູ້ ເມື່ອນາງແຕ່ງງານໃໝ່ ແລະຜູ້ທີ່ແຕ່ງງານກັບນາງນັ້ນ ກໍມີຄວາມຜິດໃນຖານຫລິ້ນຊູ້ເໝືອນກັນ.” ຄຳສັ່ງສອນເລື່ອງການສາບານ 33 “ອັນໜຶ່ງອີກ ເຈົ້າທັງຫລາຍໄດ້ຍິນຄຳທີ່ກ່າວແກ່ຄົນໃນສະໄໝບູຮານວ່າ, ‘ຢ່າເຮັດຜິດຕໍ່ຄຳສາບານ, ແຕ່ຈົ່ງປະຕິບັດຕາມທີ່ຕົນໄດ້ສາບານໄວ້ກັບອົງພຣະຜູ້ເປັນເຈົ້າ.’ 34 ແຕ່ບັດນີ້ ເຮົາບອກເຈົ້າທັງຫລາຍວ່າ, ຢ່າສາບານເລີຍ, ຢ່າສາບານໂດຍອ້າງເຖິງສະຫວັນ ເພາະສະຫວັນແມ່ນບັນລັງຂອງພຣະເຈົ້າ 35 ຫລືໂດຍອ້າງເຖິງແຜ່ນດິນໂລກ ເພາະແຜ່ນດິນໂລກແມ່ນບ່ອນຮອງຕີນຂອງພຣະອົງ ຫລືໂດຍອ້າງເຖິງນະຄອນເຢຣູຊາເລັມ ເພາະນະຄອນເຢຣູຊາເລັມແມ່ນນະຄອນຂອງກະສັດຜູ້ຍິ່ງໃຫຍ່. 36 ຢ່າສາບານໂດຍອ້າງໃສ່ແມ່ນແຕ່ຫົວຂອງເຈົ້າເອງ ເພາະເຈົ້າເອງຈະເຮັດໃຫ້ຜົມຂາວຫລືດຳແມ່ນແຕ່ເສັ້ນດຽວກໍບໍ່ໄດ້. 37 ແຕ່ຈົ່ງໃຫ້ຖ້ອຍຄຳຂອງເຈົ້າເປັນດັ່ງນີ້, ‘ແມ່ນ’ ກໍວ່າ ‘ແມ່ນ’ ຫລື ‘ບໍ່ແມ່ນ’ ກໍວ່າ ‘ບໍ່ແມ່ນ’ ສ່ວນຄຳເວົ້າທີ່ເກີນກວ່ານີ້ແມ່ນມາຈາກມານຊົ່ວຮ້າຍ.” ຄຳສັ່ງສອນເລື່ອງການແກ້ແຄ້ນ ( ລກ 6:29-30 ) 38 “ເຈົ້າທັງຫລາຍກໍໄດ້ຍິນຄຳທີ່ກ່າວໄວ້ວ່າ, ‘ຕາແທນຕາ ແຂ້ວແທນແຂ້ວ’ 39 ແຕ່ເຮົາບອກພວກເຈົ້າວ່າ, ຢ່າແກ້ແຄ້ນຜູ້ທີ່ເຮັດຜິດຕໍ່ພວກເຈົ້າ ຖ້າຜູ້ໃດຕົບແກ້ມເບື້ອງຂວາຂອງເຈົ້າ ຈົ່ງປິ່ນໃຫ້ເຂົາຕົບແກ້ມເບື້ອງຊ້າຍດ້ວຍ. 40 ຖ້າມີຜູ້ໃດຟ້ອງເອົາເສື້ອຊັ້ນໃນຂອງເຈົ້າ ຈົ່ງໃຫ້ເຂົາເອົາເສື້ອຊັ້ນນອກດ້ວຍ. 41 ຖ້າຜູ້ໃດຈະເກນເຈົ້າໃຫ້ແບກໄປໜຶ່ງຫລັກ ຈົ່ງແບກໄປເຖິງສອງຫລັກ. 42 ເມື່ອຜູ້ໃດຂໍສິ່ງໃດນຳເຈົ້າ ຈົ່ງໃຫ້ເຂົາ ຢ່າປິ່ນຫລັງໃສ່ຜູ້ທີ່ຂໍຢືມນຳເຈົ້າ ຈົ່ງໃຫ້ເຂົາຢືມ.” ຄວາມຮັກສຳລັບສັດຕູ ( ລກ 6:27-28 , 32-36 ) 43 “ເຈົ້າທັງຫລາຍໄດ້ຍິນຄຳທີ່ກ່າວໄວ້ວ່າ, ‘ຈົ່ງຮັກເພື່ອນບ້ານແລະຊັງສັດຕູ.’ 44 ແຕ່ເຮົາບອກເຈົ້າທັງຫລາຍວ່າ, ຈົ່ງຮັກສັດຕູຂອງເຈົ້າ ແລະພາວັນນາອະທິຖານເພື່ອຜູ້ທີ່ຂົ່ມເຫັງເຈົ້າ, 45 ເພື່ອວ່າເຈົ້າທັງຫລາຍຈະກາຍເປັນບຸດແຫ່ງພຣະບິດາເຈົ້າ ຜູ້ຊົງສະຖິດໃນສະຫວັນ ເພາະພຣະອົງບັນດານໃຫ້ແສງຕາເວັນຂອງພຣະອົງສ່ອງໃສ່ທັງຄົນຊົ່ວແລະຄົນດີເໝືອນກັນ ແລະໃຫ້ຝົນຕົກໃສ່ທັງຄົນທີ່ຊອບທຳແລະບໍ່ຊອບທຳ. 46 ຖ້າເຈົ້າທັງຫລາຍຮັກຄົນທີ່ຮັກພວກເຈົ້າແຕ່ເທົ່ານັ້ນ ພວກເຈົ້າຈະໄດ້ຮັບບຳເໜັດຫຍັງຈາກພຣະເຈົ້າ? ແມ່ນແຕ່ຄົນເກັບພາສີກໍຍັງເຮັດຢ່າງນັ້ນບໍ່ແມ່ນບໍ? 47 ຖ້າເຈົ້າຄຳນັບພີ່ນ້ອງຂອງຕົນເທົ່ານັ້ນ ພວກເຈົ້າໄດ້ເຮັດຫຍັງດີລື່ນຄົນອື່ນແດ່? ແມ່ນແຕ່ຄົນບໍ່ເຊື່ອພຣະເຈົ້າກໍເຮັດເຊັ່ນນັ້ນເໝືອນກັນ. 48 ດ້ວຍເຫດນັ້ນ ເຈົ້າທັງຫລາຍຕ້ອງເປັນຄົນດີທີ່ສຸດ ເໝືອນຢ່າງພຣະບິດາຂອງເຈົ້າຜູ້ສະຖິດຢູ່ໃນສະຫວັນເປັນຜູ້ດີທີ່ສຸດ.” |
@ 2012 United Bible Societies. All Rights Reserved.