ມັດທາຍ 4 - ພຣະຄຳພີສັກສິມານທົດລອງພຣະເຢຊູເຈົ້າ ( ມຣກ 1:12-13 ; ລກ 4:1-13 ) 1 ຕໍ່ມາ ພຣະວິນຍານໄດ້ນຳພຣະເຢຊູເຈົ້າ ເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ ເພື່ອໃຫ້ມານຮ້າຍທົດລອງ. 2 ຫລັງຈາກອົດອາຫານໄດ້ສີ່ສິບວັນສີ່ສິບຄືນແລ້ວ ພຣະເຢຊູເຈົ້າກໍຢາກອາຫານ. 3 ແລ້ວຜູ້ລໍ້ລວງກໍມາຫາພຣະອົງ ແລະເວົ້າວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ ຈົ່ງສັ່ງກ້ອນຫີນເຫຼົ່ານີ້ໃຫ້ເປັນອາຫານແມ.” 4 ຝ່າຍພຣະອົງກໍຊົງຕອບວ່າ, “ມີຄຳຂຽນໄວ້ໃນພຣະຄຳພີວ່າ ‘ມະນຸດຈະບໍ່ລ້ຽງຊີວິດດ້ວຍອາຫານສິ່ງດຽວ, ແຕ່ລ້ຽງດ້ວຍພຣະຄຳທຸກຂໍ້ທີ່ອອກມາຈາກພຣະໂອດຂອງພຣະເຈົ້າ’.” 5 ແລ້ວມານຮ້າຍໄດ້ນຳພຣະເຢຊູເຈົ້າໄປທີ່ນະຄອນສັກສິດ ແລະໃຫ້ພຣະອົງຢືນຢູ່ເທິງຍອດພຣະວິຫານ 6 ແລ້ວເວົ້າຕໍ່ພຣະອົງວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ ຈົ່ງໂດດລົງເບິ່ງດູ ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ, ‘ພຣະເຈົ້າຈະສັ່ງຝູງເທວະດາ ເຖິງເລື່ອງທ່ານ ຝູງເທວະດາຈະໃຊ້ມືຂອງເພິ່ນ ອູ້ມທ່ານໄວ້ ແມ່ນແຕ່ຕີນຂອງທ່ານຈະບໍ່ໄດ້ ຖືກກ້ອນຫີນ.”’ 7 ພຣະເຢຊູເຈົ້າຊົງຕອບວ່າ, “ມີຄຳຂຽນໄວ້ໃນພຣະຄຳພີອີກວ່າ, ‘ຢ່າທົດລອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ.”’ 8 ອີກເທື່ອໜຶ່ງ ມານຮ້າຍກໍພາພຣະເຢຊູເຈົ້າຂຶ້ນໄປເທິງຍອດພູທີ່ສູງສຸດແຫ່ງໜຶ່ງ ແລະສຳແດງບັນດາອານາຈັກແຫ່ງໂລກນີ້ກັບຄວາມຍິ່ງໃຫຍ່ທັງໝົດໃຫ້ພຣະອົງເຫັນ. 9 ແລ້ວມັນເວົ້າວ່າ, “ຖ້າທ່ານກົ້ມຂາບນະມັດສະການເຮົາ, ເຮົາຈະມອບສິ່ງທັງໝົດນີ້ໃຫ້ທ່ານ.” 10 ແຕ່ພຣະເຢຊູເຈົ້າຕອບມັນວ່າ, “ຈົ່ງໜີໄປ໋ ອ້າຍຊາຕານ! ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ, ‘ຈົ່ງຂາບໄຫວ້ນະມັດສະການອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຈົ້າ ແລະປະຕິບັດແຕ່ພຣະອົງຜູ້ດຽວ.”’ 11 ແລ້ວມານຮ້າຍກໍໄດ້ໜີໄປຈາກພຣະເຢຊູເຈົ້າ ແລະ ມີຝູງເທວະດາມາບົວລະບັດຮັບໃຊ້ພຣະອົງ. ພຣະເຢຊູເຈົ້າເລີ່ມພາລະກິດຂອງພຣະອົງໃນຄາລີເລ ( ມຣກ 1:14-15 ; ລກ 4:14-15 ) 12 ເມື່ອພຣະເຢຊູເຈົ້າໄດ້ຍິນຂ່າວວ່າໂຢຮັນຖືກຈັບຂັງຄຸກແລ້ວ, ພຣະອົງກໍໄດ້ກັບໄປແຂວງຄາລີເລ. 13 ພຣະອົງຍ້າຍຈາກເມືອງນາຊາເຣັດໄປຢູ່ກາເປນາອູມ ເມືອງໜຶ່ງທີ່ແຄມທະເລສາບໃນຂົງເຂດເຊບູໂລນ ແລະ ເນັບທາລີ. 14 ເຫດການໄດ້ເກີດຂຶ້ນເຊັ່ນນີ້ ກໍເພື່ອໃຫ້ສຳເລັດຕາມທີ່ຜູ້ທຳນວາຍເອຊາຢາໄດ້ກ່າວໄວ້ວ່າ, 15 “ດິນແດນເຊບູໂລນ ແລະດິນແດນເນັບທາລີ ຕາມທາງໄປສູ່ທະເລ ທາງຟາກໜຶ່ງອີກຂອງແມ່ນໍ້າຈໍແດນ ທີ່ແຂວງຄາລີເລແຫ່ງບັນດາປະຊາຊາດ 16 ປະຊາຊົນຜູ້ທີ່ໃຊ້ຊີວິດຢູ່ໃນຄວາມມືດໜາ ໄດ້ເຫັນແສງແຈ້ງອັນຍິ່ງໃຫຍ່. ສຳລັບພວກທີ່ຢູ່ໃນເງົາແຫ່ງຄວາມຕາຍ ແສງແຈ້ງໃສໄດ້ສ່ອງໃສ່ເຂົາເຈົ້າ.” 17 ຕັ້ງແຕ່ເວລານັ້ນມາ ພຣະເຢຊູເຈົ້າກໍເລີ່ມຕົ້ນປ່າວປະກາດວ່າ, “ຈົ່ງຖິ້ມໃຈເກົ່າເອົາໃຈໃໝ່ ເພາະວ່າຣາຊອານາຈັກສະຫວັນມາໃກ້ແລ້ວ.” ພຣະເຢຊູເຈົ້າເອີ້ນເອົາຄົນຫາປາສີ່ຄົນ ( ມຣກ 1:16-20 ; ລກ 5:1-11 ) 18 ຂະນະທີ່ພຣະເຢຊູເຈົ້າກຳລັງຍ່າງໄປຕາມແຄມທະເລສາບຄາລີເລນັ້ນ ພຣະອົງກໍເຫັນສອງອ້າຍນ້ອງທີ່ເປັນຄົນຫາປາ ຜູ້ໜຶ່ງຊື່ວ່າຊີໂມນ (ຍັງມີຊື່ອີກວ່າ ເປໂຕ) ແລະນ້ອງຂອງເພິ່ນຊື່ວ່າ ອັນເດອາ, ພວກເພິ່ນກຳລັງຖິ້ມມອງຫາປາລົງໃນທະເລສາບ. 19 ພຣະເຢຊູເຈົ້າກ່າວແກ່ພວກເພິ່ນວ່າ, “ຈົ່ງຕາມເຮົາມາ ແລະເຮົາຈະສອນພວກເຈົ້າໃຫ້ເປັນຜູ້ຫາຄົນ.” 20 ໃນທັນໃດນັ້ນ ພວກເພິ່ນກໍປະມອງໄວ້ແລະຕິດຕາມໄປກັບພຣະອົງ. 21 ພຣະເຢຊູເຈົ້າໄດ້ຍ່າງຕໍ່ໄປ ແລະເຫັນສອງອ້າຍນ້ອງຄື ຢາໂກໂບກັບໂຢຮັນ ລູກຊາຍຂອງເຊເບດາຍ ກຳລັງຝູງມອງຊ່ວຍພໍ່ຂອງຕົນຢູ່ໃນເຮືອ. ພຣະເຢຊູເຈົ້າຈຶ່ງເອີ້ນເອົາພວກເພິ່ນ, 22 ທັນໃດນັ້ນ ທ່ານທັງສອງກໍປະເຮືອກັບຄອບລາພໍ່ຂອງພວກເພິ່ນແລະຕາມພຣະອົງໄປ. ພຣະເຢຊູເຈົ້າສັ່ງສອນ, ເທດສະໜາ ແລະຊົງໂຜດຮັກສາຄົນໃຫ້ດີພະຍາດ ( ລກ 6:17-19 ) 23 ພຣະເຢຊູເຈົ້າໄດ້ເດີນທາງໄປທົ່ວແຂວງຄາລີເລ, ສັ່ງສອນຄົນຕາມທຳມະສາລາ ແລະປະກາດຂ່າວປະເສີດຂອງຣາຊອານາຈັກສະຫວັນ ຕະຫລອດທັງຊົງໂຜດຮັກສາຄົນທີ່ມີພະຍາດໂຣຄາແລະເຈັບໄຂ້ໄດ້ປ່ວຍທຸກຊະນິດໃຫ້ຫາຍດີ. 24 ຊື່ສຽງຂອງພຣະອົງໄດ້ຊ່າລືໄປທົ່ວທັງປະເທດຊີເຣຍ ແລະພວກເຂົາຈຶ່ງໄດ້ນຳຄົນທີ່ເຈັບໄຂ້ໄດ້ປ່ວຍຕ່າງໆກັບຄົນຈິດໃຈບໍ່ປົກກະຕິ, ຄົນຜີມານຮ້າຍເຂົ້າສິງ, ຄົນບ້າໝູ ແລະຄົນເປັນເປ້ຍມາຫາພຣະອົງ ພຣະອົງກໍຊົງໂຜດຮັກສາພວກເຂົາໃຫ້ຫາຍດີທຸກຄົນ. 25 ປະຊາຊົນຢ່າງໜາແໜ້ນຈາກແຂວງຄາລີເລກັບເດກາໂປລີ ຈາກນະຄອນເຢຣູຊາເລັມ, ແຂວງຢູດາຍ ແລະດິນແດນທາງຟາກເບື້ອງນັ້ນຂອງແມ່ນໍ້າຈໍແດນ ຕ່າງກໍໄດ້ຕິດຕາມພຣະອົງໄປ. |
@ 2012 United Bible Societies. All Rights Reserved.