Biblia Todo Logo
Bìoball air-loidhne

- Sanasan -

ມັດທາຍ 3 - ພຣະຄຳພີສັກສິ


ການ​ປະກາດ​ຂອງ​ໂຢຮັນ​ບັບຕິສະໂຕ
( ມຣກ 1:1-8 ; ລກ 3:1-18 ; ຢຮ 1:19-28 )

1 ໃນ​ເວລາ​ນັ້ນ ໂຢຮັນ​ບັບຕິສະໂຕ​ໄດ້​ຕັ້ງຕົ້ນ​ເທດສະໜາ​ປ່າວ​ປະກາດ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ແຂວງ​ຢູດາຍ​ວ່າ,

2 “ຈົ່ງ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ເຊົາ​ເຮັດ​ບາບ​ສາ ເພາະວ່າ​ອານາຈັກ​ສະຫວັນ​ມາ​ໃກ້​ແລ້ວ”

3 ແມ່ນ​ໂຢຮັນ​ຄົນ​ນີ້​ແຫຼະ ທີ່​ຜູ້ທຳນວາຍ​ເອຊາຢາ​ໄດ້​ກ່າວ​ເຖິງ​ວ່າ, “ແມ່ນ​ສຽງ​ຂອງ​ຄົນ​ໜຶ່ງ​ທີ່​ຮ້ອງ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ວ່າ, ‘ຈົ່ງ​ຈັດຕຽມ​ຫົນທາງ​ສຳລັບ ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ເຮັດ​ຫົນທາງ​ຂອງ​ພຣະອົງ​ໃຫ້​ຊື່​ໄປ.”’

4 ເຄື່ອງນຸ່ງ​ຂອງ​ໂຢຮັນ​ແມ່ນ​ເຮັດ​ດ້ວຍ​ຂົນ​ອູດ ແລະ ເພິ່ນ​ໃຊ້​ສາຍ​ໜັງ​ຮັດ​ແອວ ສ່ວນ​ອາຫານ​ຂອງ​ເພິ່ນ​ແມ່ນ​ຕັກແຕນ​ແລະ​ນໍ້າເຜິ້ງ​ປ່າ

5 ປະຊາຊົນ​ຈາກ​ນະຄອນ​ເຢຣູຊາເລັມ ຈາກ​ທົ່ວ​ທັງ​ແຂວງ​ຢູດາຍ ແລະ ຄົນ​ທັງປວງ​ທີ່​ຢູ່​ແຄມ​ແມ່ນໍ້າ​ຈໍແດນ​ກໍ​ອອກ​ມາ​ຫາ​ໂຢຮັນ.

6 ພວກເຂົາ​ໄດ້​ສາລະພາບ​ບາບກຳ​ຂອງຕົນ ແລະ ໂຢຮັນ​ກໍ​ໃຫ້​ພວກເຂົາ​ຮັບ​ບັບຕິສະມາ​ໃນ​ແມ່ນໍ້າ​ຈໍແດນ.

7 ພໍ​ໂຢຮັນ​ເຫັນ​ພວກ​ຟາຣີຊາຍ​ແລະ​ພວກ​ຊາດູກາຍ​ຢ່າງ​ຫລວງຫລາຍ​ມາ​ຫາ​ຕົນ ເພື່ອ​ຮັບ​ບັບຕິສະມາ ເພິ່ນ​ຈຶ່ງ​ເວົ້າ​ຕໍ່​ພວກເຂົາ​ວ່າ, “ພວກ​ຊາດ​ງູ​ຮ້າຍ​ເອີຍ ຜູ້ໃດ​ໄດ້​ບອກ​ພວກເຈົ້າ​ໃຫ້​ປົບໜີ​ຈາກ​ການ​ຕັດສິນ​ຂອງ​ພຣະເຈົ້າ ທີ່​ໃກ້​ຈະ​ມາ​ເຖິງ​ນັ້ນ?

8 ເຫດສະນັ້ນ ຈົ່ງ​ປະຕິບັດ​ໃຫ້​ໄດ້​ຜົນ​ສົມ​ກັບ​ວ່າ ພວກເຈົ້າ​ໄດ້​ຖິ້ມໃຈເກົ່າ​ເອົາໃຈໃໝ່

9 ແລະ ຢ່າ​ຄິດ​ໃນ​ໃຈ​ວ່າ ພວກເຮົາ​ມີ​ອັບຣາຮາມ​ເປັນ​ພໍ່​ເຄົ້າ​ຂອງ​ພວກເຮົາ. ຂ້າພະເຈົ້າ​ບອກ​ພວກເຈົ້າ​ວ່າ, ພຣະເຈົ້າ​ຊົງ​ຣິດ​ສາມາດ​ບັນດານ​ໃຫ້​ກ້ອນຫີນ​ເຫຼົ່ານີ້​ເປັນ​ລູກຫລານ​ຂອງ​ອັບຣາຮາມ​ກໍໄດ້

10 ບັດນີ້ ຂວານ​ກໍ​ມີ​ຢູ່​ແລ້ວ ທີ່​ວາງ​ໄວ້​ພ້ອມ​ຈະ​ຕັດ​ຕົ້ນໄມ້​ໃຫ້​ຄຸງ​ເຫງົ້າ. ສະນັ້ນ ໄມ້​ທຸກ​ຕົ້ນ​ທີ່​ບໍ່​ເກີດຜົນ​ດີ​ຈະ​ຖືກ​ຕັດ ແລະ​ຖືກ​ໂຍນ​ຖິ້ມ​ໃສ່​ໄຟ​ເສຍ.

11 ຂ້າພະເຈົ້າ​ໃຫ້​ພວກເຈົ້າ​ຮັບ​ບັບຕິສະມາ​ດ້ວຍ​ນໍ້າ ໝາຍເຖິງ​ການ​ຖິ້ມໃຈເກົ່າ​ເອົາໃຈໃໝ່​ກໍ​ແມ່ນ, ແຕ່​ຜູ້​ທີ່​ຈະ​ມາ​ພາຍຫລັງ​ຂ້າພະເຈົ້າ​ກໍ​ມີ​ຣິດ​ກວ່າ​ຂ້າພະເຈົ້າ​ອີກ ຊຶ່ງ​ຂ້າພະເຈົ້າ​ບໍ່​ສົມຄວນ​ຈະ​ຈັບ​ແມ່ນແຕ່​ເກີບ​ເພິ່ນ, ເພິ່ນ​ຈະ​ໃຫ້​ພວກເຈົ້າ​ຮັບ​ບັບຕິສະມາ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ​ແລະ​ດ້ວຍ​ໄຟ

12 ມື​ຂອງ​ເພິ່ນ​ຖື​ກະດົ້ງ​ຝັດ​ເຂົ້າ ເພິ່ນ​ຈະ​ເຮັດ​ລານເຂົ້າ​ໃຫ້​ກ້ຽງ​ດີ ແລະ​ຮວບຮວມ​ເອົາ​ເຂົ້າ​ເມັດ​ດີ​ຂອງ​ເພິ່ນ​ໄວ້​ໃນ​ເລົ້າ​ຂອງຕົນ ສ່ວນ​ເມັດ​ລີບ​ນັ້ນ ເພິ່ນ​ຈະ​ເອົາ​ໄຟ​ເຜົາ​ໃຫ້​ໄໝ້​ຢູ່​ຕະຫລອດໄປ.”


ພຣະເຢຊູເຈົ້າ​ຮັບ​ບັບຕິສະມາ
( ມຣກ 1:9-11 ; ລກ 3:21-22 )

13 ໃນ​ເວລາ​ນັ້ນ ພຣະເຢຊູເຈົ້າ​ໄດ້​ຈາກ​ແຂວງ​ຄາລີເລ ມາ​ຫາ​ໂຢຮັນ​ທີ່​ແມ່ນໍ້າ​ຈໍແດນ ເພື່ອ​ຮັບ​ບັບຕິສະມາ​ຈາກ​ເພິ່ນ.

14 ແຕ່​ໂຢຮັນ​ໄດ້​ຄັດຄ້ານ​ພຣະເຢຊູເຈົ້າ ແລະ​ເວົ້າ​ກັບ​ພຣະອົງ​ວ່າ, “ຂ້ານ້ອຍ​ຄວນ​ຈະ​ຮັບ​ບັບຕິສະມາ​ຈາກ​ທ່ານ ແລ້ວ​ທ່ານ​ຊໍ້າ​ພັດ​ມາ​ຫາ​ຂ້ານ້ອຍ​ບໍ?”

15 ແຕ່​ພຣະເຢຊູເຈົ້າ​ຊົງ​ຕອບ​ລາວ​ວ່າ, “ບັດນີ້ ຈົ່ງ​ຍອມ​ໃຫ້​ເປັນ​ໄປ​ຢ່າງ​ນີ້​ສາ ເພາະ​ສົມຄວນ​ທີ່​ເຮົາ​ຈະ​ເຮັດ​ຢ່າງ​ນີ້​ໃຫ້​ສຳເລັດ​ຕາມ​ຄວາມ​ຊອບທຳ​ທຸກຢ່າງ​ທີ່​ພຣະເຈົ້າ​ປະສົງ.” ດັ່ງນັ້ນ ໂຢຮັນ​ຈຶ່ງ​ຍອມ.

16 ເມື່ອ​ພຣະເຢຊູເຈົ້າ​ຮັບ​ບັບຕິສະມາ​ແລ້ວ ພຣະອົງ​ກໍ​ຂຶ້ນ​ຈາກ​ນໍ້າ ໃນ​ທັນໃດນັ້ນ ຟ້າ​ສະຫວັນ​ກໍ​ໄຂ​ອອກ ແລະ ພຣະອົງ​ໄດ້​ເຫັນ​ພຣະວິນຍານ​ຂອງ​ພຣະເຈົ້າ​ເໝືອນ​ດັ່ງ​ນົກເຂົາ​ລົງ​ມາ​ຢູ່​ເທິງ​ພຣະອົງ.

17 ແລ້ວ​ກໍ​ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ທ້ອງຟ້າ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ບຸດ​ທີ່​ຮັກ​ຂອງເຮົາ​ເອງ ເຮົາ​ພໍໃຈ​ນຳ​ເພິ່ນ​ຫລາຍ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan