Biblia Todo Logo
Bìoball air-loidhne

- Sanasan -

ມັດທາຍ 28 - ພຣະຄຳພີສັກສິ


ພຣະເຢຊູເຈົ້າ​ຊົງ​ຄືນພຣະຊົນ
( ມຣກ 16:1-10 ; ລກ 24:1-12 ; ຢຮ 20:1-10 )

1 ຫລັງຈາກ​ວັນ​ຊະບາໂຕ​ນັ້ນ​ເປັນ​ວັນ​ອາທິດ ຕັ້ງແຕ່​ເຊົ້າ​ໃກ້​ຕາເວັນ​ຂຶ້ນ ມາຣີ​ໄທ​ມັກດາລາ ແລະ​ມາຣີ​ຄົນ​ໜຶ່ງ​ອີກ​ໄດ້​ໄປ​ເບິ່ງ​ອຸບມຸງ.

2 ໃນ​ທັນໃດນັ້ນ ກໍ​ເກີດ​ແຜ່ນດິນ​ຫວັ່ນໄຫວ​ຢ່າງ​ຮ້າຍແຮງ ມີ​ເທວະດາ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຕົນ​ໜຶ່ງ ໄດ້​ລົງ​ມາ​ຈາກ​ສະຫວັນ ກື່ງ​ກ້ອນຫີນ​ອອກ ແລະ​ນັ່ງ​ຢູ່​ເທິງ​ກ້ອນຫີນ​ນັ້ນ.

3 ເທວະດາ​ຕົນ​ນີ້​ມີ​ລັກສະນະ​ເໝືອນ​ແສງ​ຟ້າ​ແມບ ແລະ​ເຄື່ອງ​ນຸ່ງ​ກໍ​ຂາວ​ເໝືອນ​ຫິມະ.

4 ຝ່າຍ​ພວກ​ທະຫານ​ຍາມ​ອຸບມຸງ​ນັ້ນ ສະທ້ານ​ຢ້ານກົວ​ຫລາຍ ແລະ​ໄດ້​ກາຍເປັນ​ເໝືອນ​ຄົນ​ຕາຍ.

5 ເທວະດາ​ຕົນ​ນັ້ນ ໄດ້​ກ່າວ​ແກ່​ພວກ​ແມ່ຍິງ​ວ່າ, “ຢ່າ​ສູ່​ຢ້ານ​ເລີຍ ເຮົາ​ຮູ້​ແລ້ວ​ວ່າ ພວກເຈົ້າ​ມາ​ຊອກ​ຫາ​ພຣະເຢຊູເຈົ້າ ຜູ້​ທີ່​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ.

6 ພຣະອົງ​ບໍ່​ຢູ່​ທີ່​ນີ້ ພຣະອົງ​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້ ຈົ່ງ​ມາ​ເບິ່ງ​ບ່ອນ​ທີ່​ພວກເຂົາ​ວາງ​ພຣະອົງ​ໄວ້.

7 ບັດນີ້ ຈົ່ງ​ຟ້າວ​ໄປ​ບອກ​ພວກ​ສາວົກ​ຂອງ​ພຣະອົງ​ວ່າ, ‘ພຣະອົງ​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ແລະ​ພຣະອົງ​ໄປ​ທີ່​ແຂວງ​ຄາລີເລ​ກ່ອນ​ພວກເຈົ້າ ພວກເຈົ້າ​ຈະ​ເຫັນ​ພຣະອົງ​ໃນ​ທີ່ນັ້ນ’ ນີ້​ແຫຼະ ເຮົາ​ໄດ້​ບອກ​ພວກເຈົ້າ​ແລ້ວ.”

8 ຍິງ​ເຫຼົ່ານັ້ນ​ຈຶ່ງ​ຟ້າວ​ອອກ​ໄປ​ຈາກ​ອຸບມຸງ​ທັງ​ຢ້ານ ແລະ​ທັງ​ຊົມຊື່ນ​ຍິນດີ​ທີ່ສຸດ ແລະ​ແລ່ນ​ໄປ​ບອກ​ພວກ​ສາວົກ​ຂອງ​ພຣະອົງ.

9 ໃນ​ຂະນະນັ້ນ ພຣະເຢຊູເຈົ້າ​ໄດ້​ມາ​ພົບ​ພວກເຂົາ ແລະ​ກ່າວ​ວ່າ, “ສັນຕິສຸກ​ຈົ່ງ​ມີ​ແກ່​ພວກເຈົ້າ​ເທີ້ນ.” ຍິງ​ເຫຼົ່ານັ້ນ​ຈຶ່ງ​ຫຍັບ​ມາ​ຈັບ​ຕີນ​ຂອງ​ພຣະອົງ ແລະ​ໄດ້​ຂາບລົງ​ນະມັດສະການ​ພຣະອົງ.

10 ພຣະເຢຊູເຈົ້າ​ກ່າວ​ແກ່​ພວກ​ນາງ​ວ່າ, “ຢ່າ​ສູ່​ຢ້ານ ຈົ່ງ​ໄປ​ບອກ​ພວກ​ພີ່ນ້ອງ​ຂອງເຮົາ​ໃຫ້​ໄປ​ຍັງ​ແຂວງ​ຄາລີເລ ແລະ​ໃນ​ທີ່ນັ້ນ​ພວກເຂົາ​ຈະ​ເຫັນ​ເຮົາ.”


ລາຍງານ​ຂອງ​ພວກ​ທະຫານ​ຍາມ

11 ໃນ​ຂະນະທີ່​ຍິງ​ເຫຼົ່ານັ້ນ​ກຳລັງ​ໄປ ທະຫານ​ຍາມ​ອຸບມຸງ​ບາງຄົນ​ໄດ້​ເຂົ້າ​ໄປ​ໃນ​ເມືອງ ແລະ​ໄດ້​ບອກ​ພວກ​ຫົວໜ້າ​ປະໂຣຫິດ ເຖິງ​ເຫດການ​ທັງປວງ​ທີ່​ໄດ້​ເກີດຂຶ້ນ​ນັ້ນ.

12 ພວກ​ຫົວໜ້າ​ປະໂຣຫິດ​ຈຶ່ງ​ປະຊຸມ​ກັນ​ກັບ​ພວກ​ເຖົ້າແກ່ ແລະ​ໄດ້​ເອົາ​ເງິນ​ຈຳນວນ​ຫລາຍ​ໃຫ້​ພວກ​ທະຫານ​ຍາມ

13 ແລະ ສັ່ງ​ວ່າ, “ໃຫ້​ພວກເຈົ້າ​ເວົ້າ​ວ່າ, ‘ພວກ​ສາວົກ​ຂອງ​ລາວ​ໄດ້​ມາ​ລັກ​ເອົາ​ສົບ​ໄປ​ໃນ​ຕອນ​ກາງຄືນ ໃນ​ຂະນະທີ່​ພວກເຮົາ​ນອນ​ຫລັບ​ຢູ່.’

14 ຖ້າ​ທ່ານ​ຜູ້​ປົກຄອງ​ຮູ້​ເຖິງ​ເລື່ອງ​ນີ້ ພວກເຮົາ​ຈະ​ຊັກຊວນ​ເອົາ​ໃຈ​ເພິ່ນ ແລະ​ຊ່ວຍ​ໃຫ້​ພວກເຈົ້າ​ພົ້ນ​ຈາກ​ຄວາມ​ທຸກ​ຮ້ອນ​ໃຈ.”

15 ເມື່ອ​ພວກ​ທະຫານ​ຍາມ​ຮັບ​ເອົາ​ເງິນ​ແລ້ວ ກໍ​ເຮັດ​ຕາມ​ຄຳແນະນຳ​ນັ້ນ ເລື່ອງ​ນີ້​ຈຶ່ງ​ເປັນ​ທີ່​ເລົ່າລືກັນ ໃນ​ທ່າມກາງ​ຊາວ​ຢິວ​ຈົນເຖິງ​ທຸກ​ວັນນີ້.


ພຣະເຢຊູເຈົ້າ​ຊົງ​ປາກົດ​ແກ່​ພວກ​ສາວົກ
( ມຣກ 16:14-18 ; ລກ 24:36-49 ; ຢຮ 20:19-23 ; ກຈກ 1:6-8 )

16 ແລ້ວ​ພວກ​ສາວົກ​ສິບເອັດ​ຄົນ ກໍໄດ້​ໄປ​ທີ່​ໂນນ​ພູ​ໃນ​ແຂວງ​ຄາລີເລ ບ່ອນ​ທີ່​ພຣະເຢຊູເຈົ້າ​ໄດ້​ບອກ​ໃຫ້​ແກ່​ພວກເພິ່ນ​ນັ້ນ.

17 ເມື່ອ​ເຫັນ​ພຣະອົງ​ແລ້ວ ພວກເພິ່ນ​ກໍ​ຂາບລົງ​ນະມັດສະການ​ພຣະອົງ ແຕ່​ບາງຄົນ​ໃນ​ພວກເພິ່ນ​ຍັງ​ສົງໄສ​ຢູ່.

18 ພຣະເຢຊູເຈົ້າ​ຈຶ່ງ​ໄດ້​ຫຍັບ​ເຂົ້າ​ມາ​ໃກ້ ແລ້ວ​ຊົງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ອຳນາດ​ທັງໝົດ​ໃນ​ສະຫວັນ ແລະ​ທີ່​ແຜ່ນດິນ​ໂລກ ໄດ້​ມອບ​ໃຫ້​ແກ່​ເຮົາ​ແລ້ວ.

19 ເຫດສະນັ້ນ ພວກເຈົ້າ​ຈົ່ງ​ອອກ​ໄປ ຈົ່ງ​ເຮັດ​ໃຫ້​ຄົນ​ທຸກ​ຊາດ​ເປັນ​ລູກສິດ ໃຫ້​ພວກເຂົາ​ຮັບ​ບັບຕິສະມາ​ໃນ​ພຣະນາມ​ແຫ່ງ​ພຣະບິດາ, ພຣະບຸດ ແລະ ພຣະວິນຍານ​ບໍຣິສຸດເຈົ້າ

20 ສັ່ງສອນ​ພວກເຂົາ​ໃຫ້​ຖື​ຮັກສາ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ ນີ້​ແຫຼະ ເຮົາ​ຢູ່​ກັບ​ເຈົ້າ​ທັງຫລາຍ​ທຸກໆ​ວັນ​ຈົນ​ສິ້ນ​ໂລກນີ້.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan