Biblia Todo Logo
Bìoball air-loidhne

- Sanasan -

ມັດທາຍ 26 - ພຣະຄຳພີສັກສິ


ການ​ປອງຮ້າຍ​ພຣະເຢຊູເຈົ້າ
( ມຣກ 14:1-2 ; ລກ 22:1-2 ; ຢຮ 11:45-53 )

1 ເມື່ອ​ພຣະເຢຊູເຈົ້າ​ກ່າວ​ຖ້ອຍຄຳ​ເຫຼົ່ານີ້​ຈົບ​ແລ້ວ ພຣະອົງ​ກໍ​ບອກ​ພວກ​ສາວົກ​ຂອງ​ພຣະອົງ​ວ່າ,

2 “ພວກເຈົ້າ​ຮູ້​ຢູ່​ແລ້ວ ຍັງ​ອີກ​ສອງ​ວັນ​ຈະ​ແມ່ນ​ເທດສະການ​ປັດສະຄາ ແລະ​ບຸດ​ມະນຸດ​ຈະ​ຖືກ​ມອບ​ໃຫ້​ພວກເຂົາ​ຄຶງ​ໄວ້​ທີ່​ໄມ້ກາງແຂນ.”

3 ໃນ​ເວລາ​ນັ້ນ​ພວກ​ມະຫາ​ປະໂຣຫິດ​ແລະ​ພວກ​ເຖົ້າແກ່ ກໍໄດ້​ປະຊຸມ​ກັນ​ໃນ​ເຮືອນ​ຂອງ​ມະຫາ​ປະໂຣຫິດ​ກາຢະຟາ

4 ແລະ​ວາງແຜນ​ກົນ​ອຸບາຍ​ຈັບ​ພຣະເຢຊູເຈົ້າ ເພື່ອ​ເອົາ​ພຣະອົງ​ໄປ​ຂ້າ.

5 ພວກເຂົາ​ເວົ້າ​ວ່າ, “ພວກເຮົາ​ບໍ່​ຕ້ອງ​ເຮັດ​ໃນ​ລະຫວ່າງ​ເທດສະການ ຢ້ານ​ວ່າ​ປະຊາຊົນ​ອາດ​ຈະ​ວຸ້ນວາຍ​ຂຶ້ນ​ກໍໄດ້.”


ພຣະເຢຊູເຈົ້າ​ໄດ້​ຮັບ​ການ​ຫົດສົງ​ທີ່​ເບັດທານີ
( ມຣກ 14:3-9 ; ຢຮ 12:1-8 )

6 ໃນ​ເວລາ​ດຽວກັນ​ນັ້ນ ພຣະເຢຊູເຈົ້າ​ໄດ້​ໄປ​ທີ່​ເຮືອນ​ຂອງ​ຊີໂມນ ຜູ້​ທີ່​ເຄີຍ​ເປັນ​ພະຍາດ​ຂີ້ທູດ​ໃນ​ບ້ານ​ເບັດທານີ.

7 ຂະນະທີ່​ພຣະອົງ​ນັ່ງ​ຮັບປະທານ​ອາຫານ​ຢູ່​ນັ້ນ ກໍ​ມີ​ຍິງ​ຜູ້ໜຶ່ງ​ມາ​ຫາ​ພຣະອົງ​ໂດຍ​ຖື​ເຕົ້າ​ຫີນ​ຂາວ​ອັນ​ໜຶ່ງ ຊຶ່ງ​ເຕັມ​ດ້ວຍ​ນໍ້າມັນ​ຫອມ​ລາຄາ​ແພງ​ຫລາຍ ແລະ​ນາງ​ໄດ້​ຖອກ​ລິນ​ນໍ້າມັນ​ຫອມ​ນີ້​ຫົດສົງ​ຫົວ​ຂອງ​ພຣະອົງ.

8 ເມື່ອ​ພວກ​ສາວົກ​ເຫັນ​ເຫດການ​ນີ້​ກໍ​ເຄືອງ​ໃຈ ຈຶ່ງ​ເວົ້າ​ຂຶ້ນ​ວ່າ, “ເປັນຫຍັງ​ຈຶ່ງ​ເຮັດ​ໃຫ້​ເສຍ​ຂອງ​ລ້າໆ​ຢ່າງ​ນີ້

9 ເພາະ​ຖ້າ​ຂາຍ​ນໍ້າມັນ​ຫອມ​ນີ້​ກໍ​ຄົງ​ໄດ້​ເງິນ​ຫລວງຫລາຍ ແລະ​ເອົາ​ໄປ​ແຈກ​ທານ​ໃຫ້​ຄົນ​ຍາກຈົນ​ກໍໄດ້.”

10 ພຣະເຢຊູເຈົ້າ​ຮູ້​ຄວາມ​ຄິດ​ຂອງ​ພວກເຂົາ​ທີ່​ກຳລັງ​ເວົ້າ ແລະ​ພຣະອົງ​ຈຶ່ງ​ກ່າວ​ວ່າ, “ພວກເຈົ້າ​ກວນ​ໃຈ​ຍິງ​ນີ້​ເຮັດ​ຫຍັງ? ນາງ​ໄດ້​ເຮັດ​ສິ່ງ​ທີ່​ດີ​ງາມ​ໃຫ້​ແກ່​ເຮົາ​ແລ້ວ.

11 ດ້ວຍວ່າ, ຄົນ​ຍາກຈົນ​ມີ​ຢູ່​ກັບ​ພວກເຈົ້າ​ສະເໝີ​ ແຕ່​ຝ່າຍ​ເຮົາ​ບໍ່​ຢູ່​ກັບ​ພວກເຈົ້າ​ສະເໝີ​ໄປ.

12 ນາງ​ໄດ້​ຖອກ​ນໍ້າຫອມ​ນີ້​ຫົດສົງ​ຮ່າງກາຍ​ຂອງເຮົາ ເພື່ອ​ຕຽມ​ການ​ປົງສົບ​ຂອງເຮົາ.

13 ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ທົ່ວ​ທຸກ​ບ່ອນ​ໃນ​ໂລກ​ທີ່​ມີ​ການ​ປະກາດ​ຂ່າວປະເສີດ ສິ່ງ​ທີ່​ຍິງ​ຜູ້​ນີ້​ໄດ້​ເຮັດ ຈະ​ເປັນ​ທີ່​ກ່າວ​ກັນ​ໄປ​ເຖິງ​ບ່ອນ​ນັ້ນ ເພື່ອ​ລະນຶກເຖິງ​ນາງ.”


ຢູດາ​ອິດສະກາຣີອົດ​ທໍລະຍົດ​ຕໍ່​ພຣະເຢຊູເຈົ້າ
( ມຣກ 14:10-11 ; ລກ 22:3-6 )

14 ຕໍ່ມາ ຜູ້ໜຶ່ງ​ໃນ​ພວກ​ສາວົກ​ສິບສອງ​ຄົນ ຄື​ຜູ້​ທີ່​ຊື່​ວ່າ ຢູດາ​ອິດສະກາຣີອົດ​ກໍໄດ້​ໄປ​ຫາ​ບັນດາ​ຫົວໜ້າ​ປະໂຣຫິດ

15 ແລະ​ຖາມ​ວ່າ, “ຖ້າ​ຂ້ານ້ອຍ​ມອບ​ພຣະເຢຊູເຈົ້າ​ໃຫ້​ພວກທ່ານ ພວກທ່ານ​ຈະ​ໃຫ້​ຂ້ານ້ອຍ​ຫລາຍ​ເທົ່າ​ໃດ?” ພວກເຂົາ​ຈຶ່ງ​ເອົາ​ເງິນ​ສາມສິບ​ຫລຽນ​ໃຫ້​ລາວ.

16 ຕັ້ງແຕ່​ນັ້ນ​ມາ ຢູດາ​ກໍ​ລໍ​ຫາ​ໂອກາດ​ທີ່​ຈະ​ມອບ​ພຣະເຢຊູເຈົ້າ​ໃຫ້​ພວກເຂົາ.


ພຣະເຢຊູເຈົ້າ​ກິນ​ອາຫານ​ປັດສະຄາ​ກັບ​ສາວົກ
( ມຣກ 14:12-21 ; ລກ 22:7-13 , 21-23 ; ຢຮ 13:21-30 )

17 ໃນ​ວັນ​ທີ​ໜຶ່ງ​ຂອງ​ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ, ພວກ​ສາວົກ​ໄດ້​ມາ​ຫາ​ພຣະເຢຊູເຈົ້າ ແລະ​ຖາມ​ພຣະອົງ​ວ່າ, “ທ່ານ​ຢາກ​ໃຫ້​ພວກ​ຂ້ານ້ອຍ​ຈັດແຈ່ງ​ອາຫານ​ປັດສະຄາ​ສຳລັບ​ທ່ານ​ຢູ່​ທີ່​ໃດ?”

18 ພຣະອົງ​ຊົງ​ຕອບ​ວ່າ, “ຈົ່ງ​ເຂົ້າ​ໄປ​ຫາ​ຄົນ​ໜຶ່ງ​ຢູ່​ໃນ​ເມືອງ ແລະ​ບອກ​ລາວ​ວ່າ, ‘ອາຈານ​ບອກ​ວ່າ, ເວລາ​ຂອງເຮົາ​ໃກ້​ເຂົ້າ​ມາ​ແລ້ວ ເຮົາ​ຈະ​ສະຫລອງ​ປັດສະຄາ​ທີ່​ບ້ານ​ຂອງ​ເຈົ້າ ພ້ອມ​ກັບ​ພວກ​ສາວົກ​ຂອງເຮົາ.”’

19 ພວກ​ສາວົກ​ກໍ​ປະຕິບັດ​ຕາມ​ທີ່​ພຣະເຢຊູເຈົ້າ​ໄດ້​ບອກ ແລະ​ໄດ້​ຈັດແຈ່ງ​ອາຫານ​ປັດສະຄາ​ໄວ້.

20 ເມື່ອ​ເຖິງ​ຕອນ​ຄໍ່າ​ມາ ພຣະເຢຊູເຈົ້າ ແລະ​ສາວົກ​ສິບສອງ​ຄົນ​ກໍ​ຮ່ວມ​ໂຕະ​ອາຫານ​ນຳ​ກັນ.

21 ເມື່ອ​ເວລາ​ກຳລັງ​ຮັບປະທານ​ອາຫານ​ຢູ່​ນັ້ນ ພຣະອົງ​ກ່າວ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຜູ້ໜຶ່ງ​ໃນ​ພວກເຈົ້າ​ຈະ​ທໍລະຍົດ​ຕໍ່​ເຮົາ.”

22 ຝ່າຍ​ພວກ​ສາວົກ​ກໍ​ເປັນທຸກໃຈ​ຫລາຍ ແລະ​ທຸກຄົນ​ຕ່າງ​ກໍ​ເລີ່ມ​ຖາມ​ພຣະອົງ​ເທື່ອລະ​ຄົນ​ວ່າ, “ພຣະອົງເຈົ້າ​ເອີຍ ຄົງ​ຈະ​ບໍ່ແມ່ນ​ຂ້ານ້ອຍ​ຕີ້?”

23 ພຣະເຢຊູເຈົ້າ​ຕອບ​ວ່າ, “ຜູ້​ທີ່​ຈໍ້າ​ໃນ​ຖ້ວຍ​ຮ່ວມ​ກັບ​ເຮົາ ຜູ້ນັ້ນ​ແຫຼະ ຈະ​ທໍລະຍົດ​ຕໍ່​ເຮົາ.

24 ບຸດ​ມະນຸດ​ຈະ​ຕາຍໄປ​ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ເຖິງ​ເລື່ອງ​ເພິ່ນ, ແຕ່​ໄພພິບັດ​ຈະ​ຕົກ​ຖືກ​ຜູ້​ທີ່​ທໍລະຍົດ​ຕໍ່​ບຸດ​ມະນຸດ ຖ້າ​ຄົນ​ຜູ້​ນີ້​ບໍ່​ເກີດ​ມາ​ກໍ​ຈະ​ເປັນ​ການ​ດີກວ່າ.”

25 ຝ່າຍ​ຢູດາ​ຜູ້​ທີ່​ທໍລະຍົດ​ຕໍ່​ພຣະອົງ​ກໍ​ເວົ້າ​ຂຶ້ນ​ວ່າ, “ອາຈານ​ເອີຍ ທ່ານ​ຄົງ​ບໍ່​ໝາຍຄວາມວ່າ​ແມ່ນ​ຂ້ານ້ອຍ​ຕີ້?” ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ໄດ້​ເວົ້າ​ເອງ.”


ສິນ​ມະຫາ​ສະໜິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ
( ມຣກ 14:22-26 ; ລກ 22:14-23 ; 1 ກຣທ 11:23-25 )

26 ໃນ​ລະຫວ່າງ​ອາຫານ​ວັນ​ນັ້ນ ພຣະເຢຊູເຈົ້າ​ໄດ້​ຈັບ​ເອົາ​ເຂົ້າຈີ່​ຂຶ້ນ​ມາ ແລະ​ໂມທະນາ​ຂອບພຣະຄຸນ ພຣະອົງ​ຫັກ​ເຂົ້າຈີ່​ນັ້ນ ແລະ​ຍື່ນໃຫ້​ພວກ​ສາວົກ ໂດຍ​ກ່າວ​ແກ່​ພວກເພິ່ນ​ວ່າ, “ຈົ່ງ​ຮັບ​ກິນ​ເຖີດ ນີ້​ແຫຼະ ແມ່ນ​ກາຍ​ຂອງເຮົາ.”

27 ແລ້ວ​ພຣະອົງ​ກໍ​ຈັບ​ເອົາ​ຈອກ​ຂຶ້ນ​ມາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ​ຍື່ນໃຫ້​ພວກ​ສາວົກ ໂດຍ​ກ່າວ​ແກ່​ພວກເພິ່ນ​ວ່າ, “ພວກເຈົ້າ​ທຸກຄົນ​ຈົ່ງ​ດື່ມ,

28 ນີ້​ແຫຼະ ແມ່ນ​ເລືອດ​ຂອງເຮົາ ຊຶ່ງ​ເປັນ​ເລືອດ​ແຫ່ງ​ພັນທະສັນຍາ​ຂອງ​ພຣະເຈົ້າ ທີ່​ຫລັ່ງ​ໄຫລ​ອອກ​ສຳລັບ​ຄົນ​ຈຳນວນ​ຫລາຍ ເພື່ອ​ຄວາມ​ຜິດບາບ​ຈະ​ໄດ້​ຮັບ​ການອະໄພ.

29 ເຮົາ​ບອກ​ພວກເຈົ້າ​ວ່າ ເຮົາ​ຈະ​ບໍ່​ດື່ມ​ນໍ້າ​ອະງຸ່ນ​ນີ້​ອີກ​ຈັກເທື່ອ ຈົນກວ່າ​ວັນ​ນັ້ນ​ມາ​ເຖິງ​ທີ່​ເຮົາ​ຈະ​ດື່ມ​ນໍ້າ​ອະງຸ່ນ​ໃໝ່​ກັບ​ພວກເຈົ້າ ໃນ​ອານາຈັກ​ແຫ່ງ​ພຣະບິດາເຈົ້າ​ຂອງເຮົາ.”

30 ເມື່ອ​ພວກເພິ່ນ​ຮ້ອງເພງ​ສັນລະເສີນ​ພຣະເຈົ້າ​ບົດ​ໜຶ່ງ​ແລ້ວ ກໍ​ພາກັນ​ອອກ​ໄປ​ທີ່​ພູເຂົາ​ໝາກກອກເທດ.


ພຣະເຢຊູເຈົ້າ​ກ່າວ​ລ່ວງໜ້າ​ວ່າ​ເປໂຕ​ຈະ​ປະຕິເສດ​ພຣະອົງ
( ມຣກ 14:27-31 ; ລກ 22:31-34 ; ຢຮ 13:36-38 )

31 ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກ​ສາວົກ​ວ່າ, “ໃນ​ຄືນ​ນີ້​ແຫຼະ ພວກເຈົ້າ​ທຸກຄົນ​ຈະ​ແລ່ນ​ໜີ​ຈາກ​ເຮົາ ແລະ​ປະຖິ້ມ​ເຮົາ​ໄປ ເພາະ​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ເຮົາ​ຈະ​ຂ້າ​ຜູ້​ທີ່​ລ້ຽງ​ແກະ ແລະ​ຝູງແກະ​ຈະ​ແຕກຊະ​ກັນ​ໄປ.’

32 ແຕ່​ຫລັງຈາກ​ເຮົາ​ເປັນ​ຄືນ​ມາ​ຈາກ​ຕາຍ​ສູ່​ຊີວິດ​ແລ້ວ ເຮົາ​ຈະ​ໄປ​ທີ່​ແຂວງ​ຄາລີເລ​ກ່ອນ​ໜ້າ​ພວກເຈົ້າ.”

33 ເປໂຕ​ຈຶ່ງ​ເວົ້າ​ຕໍ່​ພຣະເຢຊູເຈົ້າ​ວ່າ, “ຂ້ານ້ອຍ​ຈະ​ບໍ່​ໜີ​ຈາກ​ທ່ານ​ໄປ​ຈັກເທື່ອ ເຖິງ​ແມ່ນ​ວ່າ​ທຸກຄົນ​ໜີ​ຈາກ​ທ່ານ​ໄປ​ກໍຕາມ.”

34 ພຣະເຢຊູເຈົ້າ​ກ່າວ​ຕໍ່​ເປໂຕ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ ກ່ອນ​ໄກ່​ຂັນ​ໃນ​ຄືນ​ນີ້ ເຈົ້າ​ຈະ​ປະຕິເສດ​ວ່າ​ບໍ່​ຮູ້ຈັກ​ເຮົາ​ເຖິງ​ສາມ​ເທື່ອ.”

35 ເປໂຕ​ກ່າວ​ຕໍ່​ພຣະອົງ​ວ່າ, “ຂ້ານ້ອຍ​ຈະ​ບໍ່​ປະຕິເສດ​ທ່ານ​ຈັກເທື່ອ ເຖິງ​ແມ່ນ​ຂ້ານ້ອຍ​ຈະ​ຕ້ອງ​ຕາຍ​ກັບ​ທ່ານ.” ຝ່າຍ​ພວກ​ສາວົກ​ທຸກຄົນ​ກໍ​ເວົ້າ​ເໝືອນກັນ.


ພຣະເຢຊູເຈົ້າ​ຊົງ​ພາວັນນາ​ອະທິຖານ​ທີ່​ເຄັດເຊມາເນ
( ມຣກ 14:32-42 ; ລກ 22:39-46 )

36 ແລ້ວ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ຂອງ​ພຣະອົງ ກໍ​ໄປ​ບ່ອນ​ໜຶ່ງ​ທີ່​ຊື່​ວ່າ​ເຄັດເຊມາເນ ແລະ ພຣະອົງ​ໄດ້​ກ່າວ​ແກ່​ພວກເພິ່ນ​ວ່າ, “ຈົ່ງ​ນັ່ງ​ຢູ່​ທີ່​ນີ້ ຂະນະທີ່​ເຮົາ​ໄປ​ພາວັນນາ​ອະທິຖານ​ໃນ​ທີ່ນັ້ນ.”

37 ພຣະອົງ​ໄດ້​ເອົາ​ເປໂຕ​ກັບ​ລູກຊາຍ​ສອງ​ຄົນ​ຂອງ​ເຊເບດາຍ​ໄປ​ນຳ ພຣະອົງ​ຮູ້ສຶກ​ໂສກເສົ້າ ແລະ ໜັກໜ່ວງ​ຫລາຍ​ໃນ​ຈິດໃຈ

38 ຈຶ່ງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ຈິດໃຈ​ຂອງເຮົາ​ເປັນ​ທຸກ​ໜັກ​ແທບ​ຈະ​ຕາຍ​ຢູ່​ແລ້ວ ຈົ່ງ​ເຝົ້າຄອຍ​ຢູ່​ທີ່​ນີ້​ກັບ​ເຮົາ​ເທີ້ນ.”

39 ພຣະອົງ​ຍ່າງ​ເລີຍ​ໄປ​ໄກ​ໜ້ອຍ​ໜຶ່ງ​ໝູບ​ໜ້າ​ລົງ​ກັບ​ພື້ນ ແລະ​ພາວັນນາ​ອະທິຖານ​ວ່າ, “ພຣະບິດາເຈົ້າ​ຂອງ​ລູກ​ເອີຍ ຖ້າ​ເປັນ​ໄປ​ໄດ້ ຂໍ​ໃຫ້​ຈອກ​ແຫ່ງ​ຄວາມ​ທົນທຸກ​ທໍລະມານ​ນີ້ ເລື່ອນ​ພົ້ນ​ໄປ​ຈາກ​ລູກ​ທ້ອນ ແຕ່​ເຖິງ​ຢ່າງ​ໃດ​ກໍດີ ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ໃຈ​ປາຖະໜາ​ຂອງ​ລູກ ແຕ່​ໃຫ້​ເປັນ​ໄປ​ຕາມ​ຄວາມປະສົງ​ຂອງ​ພຣະອົງ.”

40 ແລ້ວ​ພຣະອົງ​ກໍ​ກັບຄືນ​ມາ​ຫາ​ສາວົກ ແລະ​ເຫັນ​ພວກເພິ່ນ​ນອນ​ຫລັບ​ຢູ່ ພຣະອົງ​ຈຶ່ງ​ກ່າວ​ຕໍ່​ເປໂຕ​ວ່າ, “ເປັນ​ຈັ່ງ​ໃດ ພວກເຈົ້າ​ຈຶ່ງ​ບໍ່​ສາມາດ​ເຝົ້າ​ຄອຍ​ຢູ່​ກັບ​ເຮົາ​ໄດ້ ແມ່ນແຕ່​ຊົ່ວໂມງ​ດຽວ?

41 ຈົ່ງ​ເຝົ້າ​ລະວັງ ແລະ​ພາວັນນາ​ອະທິຖານ​ຢູ່ ເພື່ອ​ພວກເຈົ້າ​ຈະ​ບໍ່​ຕົກ​ໃນ​ການ​ທົດລອງ ຈິດໃຈ​ພ້ອມ​ຢູ່​ແລ້ວ​ກໍ​ຈິງ ແຕ່​ຮ່າງກາຍ​ກໍ​ອ່ອນແຮງ.”

42 ພຣະອົງ​ສະເດັດ​ໄປ​ອີກ​ເທື່ອ​ທີ​ສອງ ກໍໄດ້​ພາວັນນາ​ອະທິຖານ​ວ່າ, “ພຣະບິດາເຈົ້າ​ຂອງ​ລູກ​ເອີຍ ຖ້າ​ລູກ​ຈຳເປັນ​ຕ້ອງ​ດື່ມ​ຈອກ​ແຫ່ງ​ຄວາມ​ທົນທຸກ​ທໍລະມານ​ນີ້ ກໍ​ໃຫ້​ເປັນ​ໄປ​ຕາມ​ຄວາມປະສົງ​ຂອງ​ພຣະອົງ​ເທີ້ນ.”

43 ພຣະອົງ​ໄດ້​ກັບ​ມາ​ເທື່ອໜຶ່ງ​ອີກ ແລະ​ເຫັນ​ພວກ​ສາວົກ​ນອນ​ຫລັບ​ຢູ່ ພວກເພິ່ນ​ບໍ່​ສາມາດ​ມືນ​ຕາ​ຂຶ້ນ​ໄດ້.

44 ພຣະອົງ​ຈຶ່ງ​ປະ​ພວກເພິ່ນ​ໄວ້​ແລ້ວ​ໄປ​ອີກ ເພື່ອ​ພາວັນນາ​ອະທິຖານ​ເປັນ​ເທື່ອ​ທີ​ສາມ ໂດຍ​ກ່າວ​ຖ້ອຍຄຳ​ຢ່າງ​ດຽວກັນ.

45 ແລ້ວ​ພຣະອົງ​ກໍ​ກັບ​ມາ​ຫາ​ພວກ​ສາວົກ ແລະ​ກ່າວ​ວ່າ, “ພວກເຈົ້າ​ຍັງ​ພັກຜ່ອນ​ນອນ​ຫລັບ​ຢູ່​ບໍ? ເບິ່ງດູ​ເວລາ​ມາ​ເຖິງ​ແລ້ວ ບຸດ​ມະນຸດ​ກຳລັງ​ຈະ​ຖືກ​ມອບ​ໄວ້​ໃນ​ກຳມື​ຂອງ​ຄົນ​ບາບ​ທັງຫລາຍ.

46 ຈົ່ງ​ລຸກ​ຂຶ້ນ ພາກັນ​ໄປ​ເທາະ ເບິ່ງແມ! ຄົນ​ທີ່​ຈະ​ມອບ​ເຮົາ​ໄວ້​ກໍ​ມາ​ທີ່​ນີ້​ແລ້ວ.”


ການ​ຈັບກຸມ​ພຣະເຢຊູເຈົ້າ
( ມຣກ 14:43-50 ; ລກ 22:47-53 ; ຢຮ 18:3-12 )

47 ພຣະເຢຊູເຈົ້າ​ກ່າວ​ຍັງ​ບໍ່​ທັນ​ຂາດຄຳ ຜູ້ໜຶ່ງ​ໃນ​ສາວົກ​ສິບສອງ​ຄົນ​ນັ້ນ ຄື​ຢູດາ​ກໍ​ມາ​ຮອດ​ພ້ອມ​ກັບ​ຄົນ​ຈຳນວນ​ຫລວງຫລາຍ​ທີ່​ຖື​ດາບ ແລະ​ໄມ້ຄ້ອນ​ມາ​ຈາກ​ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ເຖົ້າແກ່.

48 ຢູດາ​ຜູ້​ທີ່​ຈະ​ມອບ​ພຣະອົງ​ໄວ້​ນັ້ນ ໄດ້​ໃຊ້​ສັນຍານ​ບອກ​ພວກເຂົາ​ວ່າ, “ຜູ້ໃດ​ທີ່​ຂ້ອຍ​ຄຳນັບ​ແລະ​ຈູບ ແມ່ນ​ຜູ້​ນັ້ນ​ແຫຼະ ໃຫ້​ພວກເຈົ້າ​ຈັບກຸມ​ເອົາ​ໄວ້.”

49 ຢູດາ​ຍ່າງ​ເຂົ້າ​ໄປ​ຫາ​ພຣະເຢຊູເຈົ້າ ແລະ​ເວົ້າ​ວ່າ, “ສະບາຍ​ດີ ທ່ານ​ອາຈານ.” ແລ້ວ​ລາວ​ກໍ​ຈູບ​ພຣະອົງ​ຢ່າງ​ຮັກແພງ.

50 ພຣະເຢຊູເຈົ້າ​ຕອບ​ວ່າ, “ສະຫາຍ​ເອີຍ ຈົ່ງ​ເຮັດ​ຕາມ​ສິ່ງ​ທີ່​ເຈົ້າ​ຕັ້ງໃຈ​ໄວ້​ສາ.” ແລ້ວ​ພວກເຂົາ​ກໍ​ເຂົ້າ​ໄປ​ຈັບກຸມ​ພຣະເຢຊູເຈົ້າ​ໄວ້.

51 ໃນ​ຂະນະນັ້ນ ມີ​ຄົນ​ໜຶ່ງ​ໃນ​ພວກ​ທີ່​ໄປ​ກັບ​ພຣະເຢຊູເຈົ້າ ຊັກ​ດາບ​ຂອງຕົນ​ອອກ​ຟັນ​ຫູ​ຂອງ​ຄົນ​ຮັບໃຊ້​ຂອງ​ມະຫາ​ປະໂຣຫິດ​ເບື້ອງ​ໜຶ່ງ​ຂາດ

52 ພຣະເຢຊູເຈົ້າ​ຈຶ່ງ​ບອກ​ຜູ້ນັ້ນ​ວ່າ, “ຈົ່ງ​ເອົາ​ດາບ​ຂອງ​ເຈົ້າ​ມ້ຽນ​ໃສ່​ຝັກ​ໄວ້​ສາ ເພາະວ່າ​ຜູ້​ທີ່​ໃຊ້​ດາບ​ກໍ​ຈະ​ຕາຍ​ດ້ວຍ​ດາບ.

53 ເຈົ້າ​ບໍ່​ຮູ້​ບໍ​ວ່າ ເຮົາ​ເອີ້ນ​ຫາ​ພຣະບິດາເຈົ້າ​ຂອງເຮົາ​ໃຫ້​ຊ່ວຍເຫລືອ​ໄດ້ ແລະ​ໃນ​ທັນທີ ພຣະອົງ​ຈະ​ໃຊ້​ຝູງ​ເທວະດາ​ຫລາຍກວ່າ​ສິບສອງ​ກອງທັບ​ມາ​ຊ່ວຍ​ເຮົາ.

54 ຖ້າ​ຢ່າງ​ນັ້ນ ພຣະຄຳພີ​ທີ່​ກ່າວ​ວ່າ, ຈຳເປັນ​ຕ້ອງ​ເກີດຂຶ້ນ​ຢ່າງ​ນັ້ນ ຈະ​ສຳເລັດ​ໄດ້​ຢ່າງ​ໃດ?”

55 ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ຕໍ່​ປະຊາຊົນ​ວ່າ, “ພວກເຈົ້າ​ຖື​ດາບ ຖື​ໄມ້ຄ້ອນ​ມາ​ຈັບ​ເຮົາ​ເໝືອນ​ດັ່ງ​ຈັບ​ໂຈນ​ຊັ້ນບໍ? ທຸກໆ​ວັນ​ເຮົາ​ໄດ້​ນັ່ງ​ສັ່ງສອນ​ຢູ່​ໃນ​ບໍລິເວນ​ພຣະວິຫານ ແຕ່​ພວກເຈົ້າ​ບໍ່ໄດ້​ຈັບ​ເຮົາ.

56 ແຕ່​ເຫດການ​ທັງໝົດ​ນີ້​ໄດ້​ເກີດຂຶ້ນ ກໍ​ເພື່ອ​ໃຫ້​ສຳເລັດ ຕາມ​ທີ່​ພວກ​ຜູ້ທຳນວາຍ​ໄດ້​ຂຽນ​ໄວ້​ໃນ​ພຣະຄຳພີ.” ເມື່ອນັ້ນ ພວກ​ສາວົກ​ທຸກຄົນ​ໄດ້​ປະຖິ້ມ​ພຣະອົງ ແລະ​ແລ່ນ​ປົບໜີໄປ.


ພຣະເຢຊູເຈົ້າ​ຕໍ່ໜ້າ​ສະພາ​ສູງສຸດ
( ມຣກ 14:53-65 ; ລກ 22:54-55 , 63-71 ; ຢຮ 18:12-14 , 19-24 )

57 ພວກ​ທີ່​ຈັບ​ພຣະເຢຊູເຈົ້າ​ນັ້ນ ໄດ້​ພາ​ພຣະອົງ​ໄປ​ທີ່​ເຮືອນ​ຂອງ​ມະຫາ​ປະໂຣຫິດ​ກາຢະຟາ ບ່ອນ​ທີ່​ພວກ​ທຳມະຈານ​ກັບ​ພວກ​ເຖົ້າແກ່​ໄດ້​ມາ​ປະຊຸມ​ກັນ​ຢູ່.

58 ສ່ວນ​ເປໂຕ​ກໍ​ຕິດຕາມ​ພຣະອົງ​ໄປ​ໃນ​ໄລຍະ​ຫ່າງໆ ຈົນ​ມາ​ເຖິງ​ເດີ່ນ​ບ້ານ​ຂອງ​ມະຫາ​ປະໂຣຫິດ, ແລ້ວ​ລາວ​ກໍ​ເຂົ້າ​ໄປ​ນັ່ງ​ທີ່​ເດີ່ນ​ບ້ານ​ຮ່ວມ​ກັບ​ພວກ​ທະຫານ​ຍາມ ເພື່ອ​ຊອມ​ເບິ່ງ​ວ່າ​ເລື່ອງນັ້ນ​ຈະ​ສິ້ນສຸດ​ລົງ​ຢ່າງ​ໃດ.

59 ບັນດາ​ຫົວໜ້າ​ປະໂຣຫິດ ແລະ​ບັນດາ​ສະມາຊິກ​ສະພາ ຫາ​ພະຍານ​ຫຼັກຖານ​ບໍ່​ຈິງ​ຂຶ້ນ​ມາ​ຕໍ່ສູ້​ພຣະອົງ ເພື່ອ​ໃຫ້​ພຣະອົງ​ຖືກ​ໂທດ​ປະຫານ,

60 ແຕ່​ພວກເຂົາ​ຫາ​ຫຼັກຖານ​ບໍ່ໄດ້ ເຖິງ​ແມ່ນ​ວ່າ ມີ​ຫລາຍ​ຄົນ​ອອກ​ມາ​ກ່າວຫາ​ພຣະອົງ ໂດຍ​ບໍ່ມີ​ມູນ​ຄວາມຈິງ​ກໍຕາມ ໃນ​ທີ່ສຸດ ກໍ​ມີ​ສອງ​ຄົນ​ອອກ​ມາ

61 ແລະ​ກ່າວຫາ​ວ່າ, “ຄົນ​ນີ້​ແຫຼະ ໄດ້​ເວົ້າ​ວ່າ, ‘ເຮົາ​ສາມາດ​ມ້າງ​ວິຫານ​ຂອງ​ພຣະເຈົ້າ​ລົງ ແລະ​ສ້າງ​ຂຶ້ນ​ໃໝ່​ໄດ້​ພາຍ​ໃນ​ສາມ​ວັນ.”’

62 ມະຫາ​ປະໂຣຫິດ​ຢືນ​ຂຶ້ນ ແລະ​ເວົ້າ​ຕໍ່​ພຣະເຢຊູເຈົ້າ​ວ່າ, “ເຈົ້າ​ບໍ່​ຕອບ​ຫຍັງ​ບໍ? ຂໍ້​ກ່າວຫາ​ຕໍ່ສູ້​ເຈົ້າ​ເຫຼົ່ານີ້​ເປັນ​ແນວ​ໃດ?”

63 ແຕ່​ພຣະເຢຊູເຈົ້າ​ມິດງຽບ​ຢູ່ ແລ້ວ​ມະຫາ​ປະໂຣຫິດ​ໄດ້​ເວົ້າ​ຕໍ່​ພຣະອົງ​ອີກ​ວ່າ, “ໃນ​ນາມ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ໃຫ້​ເຈົ້າ​ສາບານ​ວ່າ, ‘ເຈົ້າ​ເປັນ​ພຣະຄຣິດ​ພຣະບຸດ​ຂອງ​ພຣະເຈົ້າ.”’

64 ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ດັ່ງ​ທີ່​ເຈົ້າ​ເວົ້າ​ນັ້ນ​ແລ້ວ, ແຕ່​ຫລາຍກວ່າ​ນັ້ນ​ອີກ ເຮົາ​ບອກ​ພວກເຈົ້າ​ວ່າ ໃນ​ເວລາ​ຕໍ່ໄປ ພວກເຈົ້າ​ຈະ​ເຫັນ​ບຸດ​ມະນຸດ​ນັ່ງ​ຢູ່​ເບື້ອງ​ຂວາ​ຂອງ​ອົງ​ຊົງຣິດອຳນາດ​ຍິ່ງໃຫຍ່ ແລະ​ກຳລັງ​ສະເດັດ​ມາ​ເທິງ​ເມກ​ໃນ​ສະຫວັນ.”

65 ເມື່ອ​ໄດ້ຍິນ​ດັ່ງນັ້ນ ມະຫາ​ປະໂຣຫິດ​ກໍ​ຈີກ​ເສື້ອ​ຂອງຕົນ ແລ້ວ​ເວົ້າ​ຂຶ້ນ​ວ່າ, “ມັນ​ໄດ້​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ແລ້ວ ພວກເຮົາ​ຍັງ​ຈະ​ຕ້ອງການ​ພະຍານ​ຫຍັງ​ຕື່ມ​ອີກ? ນີ້​ແຫຼະ ພວກເຈົ້າ​ໄດ້ຍິນ​ຄຳ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ແລ້ວ

66 ພວກເຈົ້າ​ຄິດ​ເຫັນ​ຢ່າງ​ໃດ?” ພວກເຂົາ​ຕອບ​ວ່າ, “ມັນ​ຜິດ​ແລະ​ສົມຄວນ​ຕາຍ.”

67 ແລ້ວ​ພວກເຂົາ​ກໍ​ຖົ່ມ​ນໍ້າລາຍ​ໃສ່​ໜ້າ​ພຣະເຢຊູເຈົ້າ ແລະ​ຕົບຕີ​ພຣະອົງ ສ່ວນ​ພວກ​ທີ່​ຕົບ​ໜ້າ​ພຣະອົງ

68 ກໍ​ເວົ້າ​ເຢາະເຢີ້ຍ​ວ່າ, “ເຈົ້າ​ພຣະຄຣິດ ທວາຍ​ເບິ່ງດູ​ວ່າ ແມ່ນ​ຜູ້ໃດ​ຕີ​ມຶງ?”


ເປໂຕ​ປະຕິເສດ​ພຣະເຢຊູເຈົ້າ
( ມຣກ 14:66-72 ; ລກ 22:56-62 ; ຢຮ 18:15-18 , 25-27 )

69 ຝ່າຍ​ເປໂຕ​ທີ່​ນັ່ງ​ຢູ່​ຂ້າງ​ນອກ​ໃນ​ເດີ່ນ​ບ້ານ ເມື່ອ​ສາວ​ໃຊ້​ຄົນ​ໜຶ່ງ​ໄດ້​ຍ່າງ​ມາ​ຫາ ແລະ​ເວົ້າ​ວ່າ, “ເຈົ້າ​ເຄີຍ​ໄປມາ​ກັບ​ເຢຊູ​ໄທ​ຄາລີເລ​ເໝືອນກັນ.”

70 ແຕ່​ເປໂຕ​ໄດ້​ຕອບ​ປະຕິເສດ​ຕໍ່ໜ້າ​ທຸກຄົນ​ວ່າ, “ຂ້ອຍ​ບໍ່​ຮູ້​ເລື່ອງ​ທີ່​ເຈົ້າ​ໄດ້​ເວົ້າ​ມາ​ນັ້ນ.”

71 ແລ້ວ​ລາວ​ກໍ​ຍ່າງ​ໄປ​ທາງ​ປະຕູ​ເດີ່ນ​ບ້ານ ສາວ​ໃຊ້​ຄົນອື່ນ​ເຫັນ​ລາວ ຈຶ່ງ​ເວົ້າ​ກັບ​ຄົນ​ທີ່​ຢືນ​ຢູ່​ໃນ​ບ່ອນ​ນັ້ນ​ວ່າ, “ຄົນ​ນີ້​ແຫຼະ ເຄີຍ​ໄປມາ​ກັບ​ເຢຊູ​ໄທ​ນາຊາເຣັດ.”

72 ເປໂຕ​ໄດ້​ປະຕິເສດ​ອີກ​ໂດຍ​ສາບານ​ວ່າ, “ຂ້ອຍ​ບໍ່​ຮູ້ຈັກ​ຄົນ​ນັ້ນ”.

73 ຫລັງຈາກ​ນັ້ນ​ໜ້ອຍ​ໜຶ່ງ ຄົນ​ທີ່​ຢືນ​ຢູ່​ບ່ອນ​ນັ້ນ​ກໍ​ມາ​ຫາ​ເປໂຕ ແລະ​ເວົ້າ​ວ່າ, “ເຈົ້າ​ເປັນ​ພັກພວກ​ຂອງ​ຄົນ​ເຫຼົ່ານັ້ນ​ແທ້. ດ້ວຍວ່າ, ສຳນຽງ​ຄຳເວົ້າ​ຂອງ​ເຈົ້າ​ກໍ​ສໍ່​ໃຫ້​ຮູ້​ແລ້ວ.”

74 ແລ້ວ​ເປໂຕ​ໄດ້​ຕັ້ງຕົ້ນ​ສາບແຊ່ງ​ຕົນເອງ ແລະ​ສາບານ​ຕໍ່​ພວກເຂົາ​ວ່າ, “ຂ້ອຍ​ບໍ່​ຮູ້ຈັກ​ຊາຍ​ຄົນ​ນັ້ນ.” ໃນ​ທັນໃດນັ້ນ ໄກ່​ກໍ​ຂັນ

75 ແລະ​ເປໂຕ​ກໍ​ສຳນຶກ​ໄດ້​ເຖິງ​ຄຳເວົ້າ​ທີ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ໄວ້​ວ່າ, “ກ່ອນ​ໄກ່​ຂັນ​ເຈົ້າ​ຈະ​ປະຕິເສດ​ວ່າ ບໍ່​ຮູ້ຈັກ​ເຮົາ​ເຖິງ​ສາມ​ເທື່ອ.” ແລ້ວ​ລາວ​ກໍ​ອອກ​ໄປ​ຂ້າງ​ນອກ ແລະ​ຮ້ອງໄຫ້​ຢ່າງ​ຂົມຂື່ນ​ໃນ​ຈິດໃຈ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan