ມັດທາຍ 25 - ພຣະຄຳພີສັກສິຄຳອຸປະມາເລື່ອງຍິງສາວບໍຣິສຸດສິບຄົນ 1 “ເມື່ອນັ້ນ ອານາຈັກສະຫວັນປຽບເໝືອນຍິງສາວບໍຣິສຸດສິບຄົນ ທີ່ຖືໂຄມໄຟຂອງຕົນອອກໄປຮັບເຈົ້າບ່າວ. 2 ຫ້າຄົນໃນພວກເຂົາເປັນຄົນໂງ່ ແລະອີກຫ້າຄົນເປັນຄົນສະຫລາດ. 3 ຝ່າຍພວກຄົນໂງ່ນັ້ນຖືໂຄມໄຟໄປນຳ ແຕ່ບໍ່ເອົານໍ້າມັນໄປເພື່ອ, 4 ສ່ວນພວກຄົນສະຫລາດນັ້ນຖືໂຄມໄຟໄປນຳ ແລະເອົານໍ້າມັນໃສ່ແກ້ວໄປເພື່ອ. 5 ຂະນະທີ່ເຈົ້າບ່າວຍັງບໍ່ມາ ພວກຍິງສາວທັງໝົດຕ່າງກໍເຫງົານອນ ແລະຫລັບໄປ. 6 ພໍເຖິງທ່ຽງຄືນກໍມີສຽງຮ້ອງດັງຂຶ້ນວ່າ, ‘ເຈົ້າບ່າວມາແລ້ວ ຈົ່ງອອກໄປຮັບເພິ່ນເຖີດ.’ 7 ຍິງສາວທຸກຄົນຈຶ່ງລຸກຂຶ້ນ ແລະຈັດຕຽມໂຄມໄຟຂອງຕົນ. 8 ແລ້ວພວກຄົນໂງ່ກໍເວົ້າກັບພວກຄົນສະຫລາດວ່າ, ‘ຂໍປັນນໍ້າມັນຂອງພວກເຈົ້າໃຫ້ພວກຂ້ອຍແດ່ ເພາະໂຄມໄຟຂອງພວກຂ້ອຍໃກ້ຈະມອດແລ້ວ.’ 9 ແຕ່ພວກຄົນສະຫລາດຕອບວ່າ, ‘ບໍ່ໄດ້ດອກ ນໍ້າມັນມີບໍ່ພຽງພໍສຳລັບພວກຂ້ອຍ ແລະພວກເຈົ້າ, ຈົ່ງໄປຫາຄົນຂາຍນໍ້າມັນ ແລະຊື້ເອົາສຳລັບພວກເຈົ້າສາ.’ 10 ແລະໃນຂະນະທີ່ພວກເຂົາອອກໄປຊື້ນໍ້າມັນນັ້ນ ເຈົ້າບ່າວກໍມາຮອດ ແລະຜູ້ທີ່ຕຽມພ້ອມຢູ່ແລ້ວກໍເຂົ້າໄປກັບເຈົ້າບ່າວໃນງານກິນລ້ຽງສົມຣົດ ແລະປະຕູກໍອັດ. 11 ຫລັງຈາກນັ້ນ ພວກຍິງສາວຄົນອື່ນໆກໍມາຮອດ ແລະຮ້ອງວ່າ, ‘ພຣະອົງເຈົ້າເອີຍ ພຣະອົງເຈົ້າເອີຍ ໂຜດໄຂປະຕູໃຫ້ພວກຂ້ານ້ອຍເຂົ້າໄປແດ່ທ້ອນ.’ 12 ແຕ່ເພິ່ນໄດ້ຕອບວ່າ, ‘ເຮົາບອກເຈົ້າທັງຫລາຍຕາມຄວາມຈິງວ່າ, ເຮົາບໍ່ຮູ້ຈັກພວກເຈົ້າ.’ 13 ເຫດສະນັ້ນ ຈົ່ງເຝົ້າລະວັງຢູ່ ເພາະພວກເຈົ້າບໍ່ຮູ້ຈັກວັນຫລືໂມງນັ້ນ.” ຄຳອຸປະມາເລື່ອງຄົນຮັບໃຊ້ສາມຄົນ ( ລກ 19:11-27 ) 14 “ແລະ ອານາຈັກສະຫວັນຍັງປຽບເໝືອນມີຊາຍຜູ້ໜຶ່ງ ທີ່ກຳລັງຈະອອກເດີນທາງໄປ ເພິ່ນຈຶ່ງເອີ້ນພວກຄົນຮັບໃຊ້ມາ ແລະໃຫ້ພວກເຂົາຮັບຜິດຊອບຊັບສິນຂອງຕົນ. 15 ເພິ່ນໄດ້ມອບໝາຍໃຫ້ແຕ່ລະຄົນຕາມຄວາມສາມາດຂອງໃຜລາວ ຄືຜູ້ໜຶ່ງໄດ້ຮັບເງິນຫ້າຕະລັນຕົນ ຜູ້ໜຶ່ງໄດ້ຮັບສອງຕະລັນຕົນ ແລະຜູ້ໜຶ່ງອີກໄດ້ຮັບເງິນໜຶ່ງຕະລັນຕົນ ແລ້ວເພິ່ນກໍອອກເດີນທາງໄປ. 16 ຄົນຮັບໃຊ້ຜູ້ທີ່ໄດ້ຮັບເງິນຫ້າຕະລັນຕົນ ກໍໄປລົງທຶນທັນທີ ແລະໄດ້ກຳໄລເທົ່າຕົວ. 17 ຄົນຮັບໃຊ້ຜູ້ທີ່ໄດ້ຮັບເງິນສອງຕະລັນຕົນ ກໍໄດ້ກຳໄລເທົ່າຕົວເໝືອນກັນ. 18 ສ່ວນຄົນໃຊ້ຜູ້ທີ່ໄດ້ຮັບເງິນໜຶ່ງຕະລັນຕົນໄດ້ໄປຂຸດຂຸມ ແລະເຊື່ອງເງິນຂອງນາຍໄວ້. 19 ຢູ່ດົນນານຕໍ່ມາ ນາຍຂອງຄົນຮັບໃຊ້ເຫຼົ່ານີ້ກໍກັບມາຄິດບັນຊີກັບພວກເຂົາ. 20 ຄົນຮັບໃຊ້ຜູ້ທີ່ໄດ້ຮັບເງິນຫ້າຕະລັນຕົນ ໄດ້ເຂົ້າມາພ້ອມເງິນກຳໄລຫ້າຕະລັນຕົນຕື່ມອີກ ລາວກ່າວວ່າ, ‘ນາຍເອີຍ ທ່ານໄດ້ມອບເງິນຫ້າຕະລັນຕົນໃຫ້ຂ້ານ້ອຍ ເບິ່ງແມ! ຂ້ານ້ອຍໄດ້ກຳໄລຫ້າຕະລັນຕົນຕື່ມອີກ.’ 21 ນາຍຂອງລາວກ່າວວ່າ, ‘ດີແລ້ວຄົນຮັບໃຊ້ທີ່ດີແລະສັດຊື່ເອີຍ ເຈົ້າເປັນຜູ້ສັດຊື່ໃນຂອງເລັກນ້ອຍ ເຮົາຈະໃຫ້ເຈົ້າຮັບຜິດຊອບດູແລສິ່ງຂອງຫລາຍຢ່າງ, ຈົ່ງມາຮ່ວມຊົມຊື່ນຍິນດີກັບເຮົາເຖີດ.’ 22 ແລ້ວຄົນຮັບໃຊ້ຜູ້ທີ່ໄດ້ຮັບເງິນສອງຕະລັນຕົນ ກໍເຂົ້າມາເໝືອນກັນ ແລະເວົ້າວ່າ, ‘ນາຍເອີຍ ທ່ານໄດ້ມອບເງິນສອງຕະລັນຕົນໃຫ້ຂ້ານ້ອຍ ເບິ່ງແມ! ຂ້ານ້ອຍໄດ້ສອງຕະລັນຕົນມາຕື່ມ.’ 23 ນາຍຂອງລາວຈຶ່ງກ່າວວ່າ, ‘ດີແລ້ວຄົນຮັບໃຊ້ທີ່ສັດຊື່ເອີຍ ເຈົ້າເປັນຜູ້ສັດຊື່ໃນຂອງອັນເລັກນ້ອຍ ເຮົາຈະໃຫ້ເຈົ້າຮັບຜິດຊອບດູແລສິ່ງຂອງຫລາຍຢ່າງ ຈົ່ງມາຮ່ວມຊົມຊື່ນຍິນດີກັບເຮົາເຖີດ.’ 24 ຕໍ່ມາ ຄົນຮັບໃຊ້ຜູ້ທີ່ໄດ້ຮັບເງິນໜຶ່ງຕະລັນຕົນກໍເຂົ້າມາ ແລະເວົ້າວ່າ, ‘ນາຍເອີຍ ຂ້ານ້ອຍຮູ້ວ່າທ່ານເປັນຄົນໃຈແຂງ ທ່ານເກັບກ່ຽວຜົນໃນບ່ອນທີ່ທ່ານບໍ່ໄດ້ຫວ່ານ ທ່ານຮວບຮວມເອົາຜົນລະປູກໃນບ່ອນທີ່ທ່ານບໍ່ໄດ້ຝັດ. 25 ຂ້ານ້ອຍຢ້ານຈຶ່ງໄດ້ເອົາເງິນທີ່ທ່ານມອບໃຫ້ໄປຝັງດິນໄວ້. ເບິ່ງແມ! ນີ້ເດ ສິ່ງທີ່ເປັນຂອງທ່ານກໍໄດ້ແລ້ວ.’ 26 ນາຍຂອງລາວຕອບວ່າ, ‘ອ້າຍຄົນໃຊ້ຜູ້ຊົ່ວຊ້າແລະກຽດຄ້ານເອີຍ ເຈົ້າຮູ້ວ່າ ເຮົາເກັບກ່ຽວເອົາຜົນໃນບ່ອນທີ່ເຮົາບໍ່ໄດ້ຫວ່ານ ແລະຮວບຮວມເອົາຜົນລະປູກໃນບ່ອນທີ່ເຮົາບໍ່ໄດ້ຝັດ?’ 27 ດັ່ງນັ້ນ ເຈົ້າຄວນເອົາເງິນຂອງເຮົາໄປຝາກໄວ້ກັບທະນາຄານ ແລ້ວເມື່ອເຮົາກັບມາກໍຈະໄດ້ເງິນນັ້ນຄືນພ້ອມກັບດອກເບ້ຍ. 28 ບັດນີ້ ຈົ່ງເອົາເງິນໜຶ່ງຕະລັນຕົນນຳມັນມາຄືນ ແລະມອບໃຫ້ຜູ້ທີ່ມີສິບຕະລັນຕົນ. 29 ເພາະທຸກຄົນທີ່ມີຢູ່ແລ້ວ ກໍຈະໄດ້ຮັບເພີ່ມເຕີມຂຶ້ນອີກ ເພື່ອວ່າລາວຈະໄດ້ມີຢ່າງເຕັມບໍລິບູນ, ແຕ່ຜູ້ທີ່ບໍ່ມີນັ້ນ ແມ່ນແຕ່ສິ່ງທີ່ຕົນມີຢູ່ແລ້ວເລັກນ້ອຍ ກໍຈະຖືກເອົາໄປເສຍຈາກລາວ. 30 ແລະເອົາຄົນຮັບໃຊ້ຜູ້ບໍ່ມີປະໂຫຍດຜູ້ນີ້ ໂຍນຖິ້ມອອກໄປຂ້າງນອກໃນຄວາມມືດ ໃນທີ່ນັ້ນຈະມີການຮ້ອງໄຫ້ ແລະຂົບແຂ້ວຢູ່.” ການຕັດສິນລົງໂທດບັນດາປະຊາຊາດ 31 “ເມື່ອບຸດມະນຸດສະເດັດມາໃນສະຫງ່າຣາສີ ພ້ອມດ້ວຍຝູງເທວະດາຂອງພຣະອົງນັ້ນ ເພິ່ນຈະນັ່ງເທິງບັນລັງອັນຮຸ່ງເຮືອງຂອງພຣະອົງ 32 ບັນດາປະຊາຊົນທຸກຊົນຊາດ ຈະຖືກນຳມາໂຮມກັນຢູ່ຕໍ່ໜ້າພຣະອົງ, ແລ້ວພຣະອົງຈະແຍກພວກເຂົາອອກຈາກກັນ ເໝືອນກັບຄົນລ້ຽງສັດແຍກຝູງແກະອອກຈາກຝູງແບ້. 33 ພຣະອົງຈະຈັດໃຫ້ຝູງແກະຢູ່ເບື້ອງຂວາຂອງພຣະອົງ, ແຕ່ຝູງແບ້ນັ້ນຈະຈັດໃຫ້ຢູ່ເບື້ອງຊ້າຍ. 34 ແລ້ວຈອມກະສັດກໍຈະກ່າວແກ່ບັນດາຜູ້ທີ່ຢູ່ເບື້ອງຂວາຂອງພຣະອົງວ່າ, ‘ມາເຖີດ ພວກເຈົ້າຜູ້ທີ່ໄດ້ຮັບພຣະພອນຈາກພຣະບິດາເຈົ້າຂອງເຮົາ ຈົ່ງມາຮັບເອົາຣາຊອານາຈັກ ຊຶ່ງໄດ້ຖືກຈັດຕຽມໄວ້ສຳລັບພວກເຈົ້າ ຕັ້ງແຕ່ຕົ້ນເດີມສ້າງໂລກ. 35 ເພາະເມື່ອເຮົາຫິວເຂົ້າ ພວກເຈົ້າກໍເອົາໃຫ້ເຮົາກິນ ເມື່ອເຮົາຫິວນໍ້າພວກເຈົ້າກໍເອົາໃຫ້ເຮົາດື່ມ, ເຮົາເປັນແຂກບ້ານ ພວກເຈົ້າໄດ້ຕ້ອນຮັບເຮົາໄວ້. 36 ເຮົາເປືອຍກາຍ ພວກເຈົ້າກໍເອົາເຄື່ອງໃຫ້ເຮົານຸ່ງຫົ່ມ ເຮົາເຈັບປ່ວຍ ພວກເຈົ້າກໍໄດ້ມາເບິ່ງແຍງເຮົາ, ເຮົາຢູ່ໃນຄຸກ ພວກເຈົ້າກໍໄດ້ມາຢ້ຽມຢາມເຮົາ.’ 37 ແລ້ວຝ່າຍພວກຜູ້ຊອບທຳ ກໍຈະຕອບພຣະອົງວ່າ, ‘ພຣະອົງເຈົ້າເອີຍ ເມື່ອໃດພວກຂ້ານ້ອຍເຫັນພຣະອົງຫິວເຂົ້າ ແລະເອົາເຂົ້າໃຫ້ພຣະອົງກິນ ແລະເຫັນພຣະອົງຫິວນໍ້າ ແລະເອົານໍ້າໃຫ້ພຣະອົງດື່ມ? 38 ເມື່ອໃດພວກຂ້ານ້ອຍເຫັນພຣະອົງເປັນແຂກບ້ານ ແລະຮັບຕ້ອນພຣະອົງໄວ້ ຫລືເຫັນພຣະອົງເປືອຍກາຍ ແລະເອົາເຄື່ອງໃຫ້ພຣະອົງນຸ່ງຫົ່ມ? 39 ເມື່ອໃດພວກຂ້ານ້ອຍເຫັນພຣະອົງເຈັບປ່ວຍ ຫລືຢູ່ໃນຄຸກ ແລະໄປຢ້ຽມຢາມພຣະອົງ?’ 40 ຈອມກະສັດຈະຕອບວ່າ, ‘ເຮົາບອກພວກເຈົ້າຕາມຄວາມຈິງວ່າ ເມື່ອພວກເຈົ້າໄດ້ເຮັດສິ່ງເຫຼົ່ານີ້ ແກ່ຜູ້ທີ່ຕໍ່າຕ້ອຍທີ່ສຸດຄົນໜຶ່ງໃນພວກພີ່ນ້ອງເຫຼົ່ານີ້ຂອງເຮົາ, ພວກເຈົ້າກໍໄດ້ເຮັດແກ່ເຮົາເໝືອນກັນ.’ 41 ເມື່ອນັ້ນ ພຣະອົງກໍຈະກ່າວຕໍ່ບັນດາຜູ້ທີ່ຢູ່ເບື້ອງຊ້າຍວ່າ, ‘ຫຍັບອອກໄປໃຫ້ຫ່າງຈາກເຮົາ ພວກສູຜູ້ທີ່ຖືກສາບແຊ່ງເອີຍ ລົງໄປໃນບຶງໄຟທີ່ໄໝ້ຢູ່ຕະຫລອດໄປເປັນນິດ ຊຶ່ງໄດ້ຖືກຈັດຕຽມໄວ້ສຳລັບມານຮ້າຍ ແລະບໍລິວານຂອງມັນ 42 ເມື່ອເຮົາຫິວເຂົ້າ ພວກສູບໍ່ໄດ້ເອົາໃຫ້ເຮົາກິນ ເມື່ອເຮົາຫິວນໍ້າ ພວກສູບໍ່ໄດ້ເອົາໃຫ້ເຮົາດື່ມ, 43 ເມື່ອເຮົາເປັນແຂກບ້ານ ພວກສູບໍ່ໄດ້ຮັບຕ້ອນເຮົາໄວ້ ເມື່ອເຮົາເປືອຍກາຍ ພວກສູບໍ່ໄດ້ເອົາເຄື່ອງໃຫ້ເຮົານຸ່ງຫົ່ມ ເມື່ອເຮົາເຈັບປ່ວຍແລະຢູ່ໃນຄຸກ ພວກສູບໍ່ໄດ້ມາຢ້ຽມຢາມເຮົາ.’ 44 ແລ້ວພວກເຂົາກໍຈະຕອບພຣະອົງວ່າ, ‘ພຣະອົງເຈົ້າເອີຍ, ເມື່ອໃດພວກຂ້ານ້ອຍເຫັນພຣະອົງຫິວເຂົ້າ ຫລືຫິວນໍ້າ ຫລືເປັນແຂກບ້ານ ຫລືເປືອຍກາຍ ຫລືເຈັບປ່ວຍ ຫລືຢູ່ໃນຄຸກ ແລະພວກຂ້ານ້ອຍບໍ່ໄດ້ບົວລະບັດພຣະອົງ?’ 45 ຈອມກະສັດຈະຕອບພວກເຂົາວ່າ, ‘ເຮົາບອກພວກສູຕາມຄວາມຈິງວ່າ ເມື່ອພວກສູບໍ່ໄດ້ເຮັດສິ່ງເຫຼົ່ານັ້ນ ແກ່ຜູ້ໜຶ່ງໃນບັນດາຜູ້ທີ່ຕໍ່າຕ້ອຍທີ່ສຸດພວກນີ້ ພວກສູກໍບໍ່ໄດ້ເຮັດແກ່ເຮົາເໝືອນກັນ’ 46 ແລ້ວພວກເຫຼົ່ານີ້ຈະຖືກສົ່ງໄປສູ່ການລົງໂທດອັນຕະຫລອດໄປເປັນນິດ, ແຕ່ພວກຊອບທຳຈະເຂົ້າສູ່ຊີວິດນິຣັນດອນ.” |
@ 2012 United Bible Societies. All Rights Reserved.