Biblia Todo Logo
Bìoball air-loidhne

- Sanasan -

ມັດທາຍ 24 - ພຣະຄຳພີສັກສິ


ພຣະເຢຊູເຈົ້າ​ຊົງ​ກ່າວ​ເຖິງ​ການ​ທຳລາຍ​ພຣະວິຫານ
( ມຣກ 13:1-2 ; ລກ 21:5-6 )

1 ຂະນະທີ່​ພຣະເຢຊູເຈົ້າ​ກຳລັງ​ສະເດັດ​ອອກ​ໄປ​ຈາກ​ພຣະວິຫານ​ນັ້ນ ພວກ​ສາວົກ​ໄດ້​ມາ​ຫາ​ພຣະອົງ ເພື່ອ​ຊີ້​ຕຶກ​ຕ່າງໆ​ໃນ​ພຣະວິຫານ​ໃຫ້​ພຣະອົງ​ເບິ່ງ.

2 ພຣະອົງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ພວກເຈົ້າ​ເຫັນ​ສິ່ງ​ທັງໝົດ​ເຫຼົ່ານີ້​ແລ້ວ​ບໍ່ແມ່ນ​ບໍ? ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຫີນ​ທຸກໆ​ກ້ອນ​ທີ່​ຢອງ​ທັບ​ກັນ​ຢູ່​ນີ້ ຈະ​ຖືກ​ທຳລາຍ​ລົງ​ຈົນ​ບໍ່​ເຫຼືອ​ຈັກ​ກ້ອນ.”


ເບື້ອງ​ຕົ້ນ​ຂອງ​ຄວາມ​ທຸກ​ລຳບາກ
( ມຣກ 13:3-13 ; ລກ 21:7-19 )

3 ຂະນະທີ່​ພຣະເຢຊູເຈົ້າ​ນັ່ງ​ຢູ່​ເທິງ​ພູເຂົາ​ໝາກ​ກອກເທດ​ນັ້ນ ພວກ​ສາວົກ​ກໍ​ມາ​ຫາ​ພຣະອົງ​ຕ່າງຫາກ ພວກເພິ່ນ​ຖາມ​ວ່າ, “ຈົ່ງ​ບອກ​ພວກ​ຂ້ານ້ອຍ​ແດ່​ວ່າ ເຫດການ​ທັງໝົດ​ນັ້ນ​ຈະ​ເກີດຂຶ້ນ​ເມື່ອໃດ? ແລະ​ມີ​ສິ່ງໃດ​ເປັນ​ໝາຍສຳຄັນ​ເພື່ອ​ຊີ້​ໃຫ້​ເຫັນ​ວ່າ ແມ່ນ​ເວລາ​ມາ​ປາກົດ​ຂອງທ່ານ ແລະ​ເວລາ​ສິ້ນສຸດ​ຂອງ​ໂລກ?”

4 ພຣະເຢຊູເຈົ້າ​ຕອບ​ພວກເພິ່ນ​ວ່າ, “ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ຫລອກລວງ​ພວກເຈົ້າ​ໃຫ້​ຫລົງ.

5 ເພາະ​ຈະ​ມີ​ຫລາຍ​ຄົນ​ມາ​ອ້າງ​ນາມຊື່​ຂອງເຮົາ​ໂດຍ​ເວົ້າ​ວ່າ ‘ຂ້ອຍ​ນີ້​ແຫຼະ ເປັນ​ພຣະຄຣິດ,’ ແລະ ພວກເຂົາ​ຈະ​ຫລອກລວງ​ຫລາຍ​ຄົນ​ໃຫ້​ເສຍ​ໄປ.

6 ພວກເຈົ້າ​ຈະ​ໄດ້ຍິນ​ເຖິງ​ເລື່ອງ​ການ​ສູ້ຮົບ​ທາງ​ໃກ້ ແລະ​ຂ່າວ​ການ​ເຮັດ​ເສິກ​ສົງຄາມ​ທາງໄກ, ແຕ່​ຢ່າ​ຕົກໃຈ​ຢ້ານກົວ​ເລີຍ ເຫດການ​ເຊັ່ນນີ້​ຈຳເປັນ​ຕ້ອງ​ເກີດຂຶ້ນ ແຕ່​ບໍ່ໄດ້​ໝາຍຄວາມວ່າ ເວລາ​ສິ້ນສຸດ​ໄດ້​ມາ​ເຖິງ​ແລ້ວ.

7 ປະເທດ​ທັງຫລາຍ​ຈະ​ລົບລາ​ຂ້າຟັນ​ກັນ, ອານາຈັກ​ຕ່າງໆ​ຈະ​ໂຈມຕີ​ກັນ, ການ​ອຶດຢາກ ແລະ​ແຜ່ນດິນ​ໄຫວ​ຈະ​ເກີດຂຶ້ນ​ໃນ​ທຸກ​ແຫ່ງຫົນ.

8 ເຫດການ​ທັງປວງ​ເຫຼົ່ານີ້ ຈະ​ເປັນ​ເໝືອນ​ເບື້ອງ​ຕົ້ນ​ຂອງ​ການ​ເຈັບທ້ອງ​ເກີດລູກ.

9 ເມື່ອນັ້ນ ພວກເຈົ້າ​ຈະ​ຖືກ​ຈັບ​ໄປ​ທໍລະມານ ແລະ​ຖືກ​ນຳ​ໄປ​ປະຫານ​ຊີວິດ ຄົນ​ທຸກ​ຊາດ​ຈະ​ກຽດຊັງ​ພວກເຈົ້າ ເພາະ​ເຫັນ​ແກ່​ນາມຊື່​ຂອງເຮົາ.

10 ໃນ​ເວລາ​ນັ້ນ ຫລາຍ​ຄົນ​ຈະ​ປະຖິ້ມ​ຄວາມເຊື່ອ​ຂອງຕົນ, ຈະ​ຫັກ​ຫລັງ​ກັນແລະກັນ ຈະ​ກຽດຊັງ​ຊຶ່ງກັນແລະກັນ.

11 ແລ້ວ​ຜູ້ທຳນວາຍ​ປອມ​ຫລາຍ​ຄົນ​ກໍ​ຈະ​ເກີດຂຶ້ນ ເພື່ອ​ຫລອກລວງ​ຫລາຍ​ຄົນ​ໃຫ້​ຫລົງ​ເສຍ​ໄປ.

12 ຄວາມ​ຊົ່ວຮ້າຍ​ຈະ​ແຜ່​ກວ້າງ​ຢູ່​ທຸກ​ແຫ່ງ​ຫົນ ຄວາມຮັກ​ຂອງ​ຄົນ​ສ່ວນ​ຫລາຍ​ເຢັນ​ລົງ.

13 ແຕ່​ຜູ້ໃດ​ທີ່​ອົດທົນ​ໄດ້​ຈົນເຖິງ​ທີ່ສຸດ ຜູ້ນັ້ນ​ຈະ​ໄດ້​ລອດພົ້ນ.

14 ຂ່າວປະເສີດ​ຂອງ​ຣາຊອານາຈັກ​ນີ້​ຈະ​ໄດ້​ປະກາດ​ໄປ​ທົ່ວ​ໂລກ ເພື່ອ​ເປັນ​ຄຳ​ພະຍານ​ແກ່​ຄົນ​ທຸກ​ຊາດ ແລ້ວ​ທີ່ສຸດປາຍ​ຈະ​ມາ​ເຖິງ.”


ຄວາມ​ທຸກ​ລຳບາກ​ອັນ​ໃຫຍ່
( ມຣກ 13:14-23 ; ລກ 21:20-24 )

15 “ພວກເຈົ້າ​ຈະ​ເຫັນ ‘ສິ່ງ​ປະຫລາດ​ອັນ​ໜ້າ​ຢ້ານ’ ທີ່​ເຮັດ​ໃຫ້​ເກີດ​ວິບັດ​ຕັ້ງ​ຢູ່​ໃນ​ພຣະວິຫານ​ອັນ​ສັກສິດ​ຂອງ​ພຣະເຈົ້າ ຕາມ​ທີ່​ຜູ້ທຳນວາຍ​ດານີເອນ​ໄດ້​ກ່າວ​ໄວ້. (ໃຫ້​ຜູ້​ອ່ານ​ເຂົ້າໃຈ​ເອງ)

16 ເມື່ອນັ້ນ ຜູ້​ທີ່​ຢູ່​ໃນ​ແຂວງ​ຢູດາຍ​ໃຫ້​ປົບໜີໄປ​ສູ່​ພູເຂົາ​ທັງຫລາຍ.

17 ຜູ້​ທີ່​ຢູ່​ເທິງ​ຫລັງຄາ​ເຮືອນ​ຂອງຕົນ ບໍ່​ຕ້ອງ​ລົງ​ມາ​ເກັບ​ເອົາ​ສິ່ງຂອງ​ອອກ​ໄປ.

18 ສ່ວນ​ຜູ້​ທີ່​ຢູ່​ຕາມ​ທົ່ງນາ​ນັ້ນ ບໍ່​ຕ້ອງ​ກັບຄືນ​ເມືອ​ເອົາ​ເສື້ອຜ້າ​ຂອງຕົນ.

19 ໃນ​ວັນ​ເຫຼົ່ານັ້ນ ເປັນ​ໜ້າ​ເວດທະນາ​ສົງສານ​ຜູ້ຍິງ​ຖືພາ ແລະ ແມ່​ກັບ​ລູກ​ອ່ອນ​ທີ່​ຍັງ​ກິນ​ນົມ​ຢູ່

20 ຈົ່ງ​ພາວັນນາ​ອະທິຖານ​ຂໍ​ຕໍ່​ພຣະເຈົ້າ ເພື່ອ​ການ​ທີ່​ພວກເຈົ້າ​ຈະ​ປົບໜີໄປ​ນັ້ນ ຈະ​ບໍ່​ຖືກ​ໃນ​ລະດູ​ໜາວ​ຫລື​ໃນ​ວັນ​ຊະບາໂຕ

21 ເພາະ​ຄວາມ​ທຸກ​ລຳບາກ​ໃນ​ວັນ​ເຫຼົ່ານັ້ນ ຈະ​ໜັກໜ່ວງ​ຫລາຍ​ທີ່ສຸດ​ຢ່າງ​ບໍ່ເຄີຍ​ມີ​ມາ ຕັ້ງແຕ່​ຕົ້ນເດີມ​ໂລກ​ຈົນເຖິງ​ທຸກ​ວັນນີ້ ຄວາມ​ທຸກ​ອັນ​ຮ້າຍແຮງ​ຢ່າງ​ນີ້​ຈະ​ບໍ່​ເກີດຂຶ້ນ​ອີກ​ຈັກເທື່ອ.

22 ແຕ່​ຖ້າ​ພຣະເຈົ້າ​ບໍ່ໄດ້​ເຮັດ​ໃຫ້​ວັນ​ເຫຼົ່ານັ້ນ​ສັ້ນ​ເຂົ້າ​ແລ້ວ ກໍ​ຈະ​ບໍ່ມີ​ມະນຸດ​ຄົນ​ໃດ​ພົ້ນ​ໄດ້, ແຕ່​ເພື່ອ​ເຫັນ​ແກ່​ປະຊາຊົນ​ທີ່​ພຣະອົງ​ໄດ້​ເລືອກ​ໄວ້​ນັ້ນ ພຣະເຈົ້າ​ຈະ​ເຮັດ​ໃຫ້​ວັນ​ເຫຼົ່ານັ້ນ​ສັ້ນ​ເຂົ້າ.

23 ໃນ​ເວລາ​ນັ້ນ ຖ້າ​ຜູ້ໃດ​ຜູ້ໜຶ່ງ​ເວົ້າ​ກັບ​ພວກເຈົ້າ​ວ່າ, ‘ເບິ່ງແມ! ພຣະຄຣິດ​ຢູ່​ທີ່​ນີ້’ ຫລື​ວ່າ ‘ຢູ່​ທີ່​ນັ້ນ’ ຢ່າ​ສູ່​ເຊື່ອ.

24 ດ້ວຍວ່າ, ຈະ​ມີ​ພຣະຄຣິດ​ປອມ​ແລະ​ຜູ້ທຳນວາຍ​ປອມ​ຫລາຍ​ຄົນ​ຈະ​ເກີດຂຶ້ນ ພວກເຂົາ​ຈະ​ເຮັດ​ການ​ອັດສະຈັນ​ອັນ​ຍິ່ງໃຫຍ່ ແລະ​ໝາຍສຳຄັນ​ຫລາຍ​ປະການ ເພື່ອ​ຖ້າ​ເປັນ​ໄປ​ໄດ້​ຈະ​ຫລອກລວງ​ແມ່ນແຕ່​ປະຊາຊົນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ໃຫ້​ຫລົງ​ເສຍ​ໄປ.

25 ຈົ່ງ​ຟັງ​ເອົາ ນີ້​ແຫຼະ ເຮົາ​ໄດ້​ບອກ​ພວກເຈົ້າ​ໃຫ້​ຮູ້​ໄວ້​ກ່ອນ.”

26 “ສະນັ້ນ ຖ້າ​ມີ​ຄົນ​ບອກ​ພວກເຈົ້າ​ວ່າ, ‘ເພິ່ນ​ອອກ​ໄປ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ພຸ້ນ.’ ພວກເຈົ້າ​ຢ່າ​ໄປ​ທີ່​ນັ້ນ ຫລື​ຖ້າ​ມີ​ຄົນ​ບອກ​ພວກເຈົ້າ​ວ່າ, ‘ເບິ່ງແມ! ເພິ່ນ​ລີ້​ຢູ່​ໃນ​ຫ້ອງ’ ກໍ​ຢ່າ​ໄດ້​ເຊື່ອ.

27 ດ້ວຍວ່າ, ບຸດ​ມະນຸດ​ຈະ​ມາ ເໝືອນ​ດັ່ງ​ຟ້າ​ແມບເຫຼື້ອມ​ສົ່ງ​ຂ້າມ​ທົ່ວ​ທ້ອງຟ້າ ແຕ່​ທິດ​ຕາເວັນອອກ​ຫາ​ທິດ​ຕາເວັນຕົກ.

28 ຊາກສົບ​ຢູ່​ບ່ອນ​ໃດ ຝູງ​ແຮ້ງ​ກໍ​ໂຮມ​ກັນ​ຢູ່​ບ່ອນ​ນັ້ນ.”


ການ​ມາ​ປາກົດ​ຂອງ​ບຸດ​ມະນຸດ
( ມຣກ 13:24-27 ; ລກ 21:25-28 )

29 “ພໍ​ໝົດ​ຄວາມ​ທຸກ​ລຳບາກ​ຂອງ​ວັນ​ເຫຼົ່ານັ້ນ​ແລ້ວ ດວງອາທິດ​ຈະ​ມືດ​ໄປ ດວງຈັນ​ຈະ​ບໍ່​ສ່ອງແສງ​ຕໍ່ໄປ, ດວງດາວ​ທັງຫລາຍ​ຈະ​ຕົກລົງ​ຈາກ​ທ້ອງຟ້າ ແລະ​ສິ່ງ​ທີ່​ມີ​ອຳນາດ​ໃນ​ທ້ອງຟ້າ​ກໍ​ຈະ​ສັ່ນ​ສະທ້ານ​ຫວັ່ນໄຫວ.

30 ເມື່ອນັ້ນ ໝາຍສຳຄັນ​ແຫ່ງ​ບຸດ​ມະນຸດ​ກໍ​ຈະ​ປາກົດ​ຂຶ້ນ​ໃນ​ທ້ອງຟ້າ ແລະ​ມະນຸດ​ທຸກ​ຊາດ​ເທິງ​ແຜ່ນດິນ​ໂລກ​ກໍ​ຈະ​ຕີ​ເອິກ​ຮ້ອງໄຫ້​ຄໍ່າຄວນ ແລະ​ເຫັນ​ບຸດ​ມະນຸດ​ກຳລັງ​ມາ​ເທິງ​ເມກ​ໃນ​ສະຫວັນ​ດ້ວຍ​ຣິດທານຸພາບ ແລະ​ສະຫງ່າຣາສີ​ອັນ​ຍິ່ງໃຫຍ່.

31 ພຣະອົງ​ຈະ​ໃຊ້​ບັນດາ​ເທວະດາ​ຂອງ​ພຣະອົງ​ອອກ​ໄປ ດ້ວຍ​ສຽງ​ແກ​ດັງ​ກ້ອງສະໜັ່ນ, ເພື່ອ​ຮວບຮວມ​ເອົາ​ປະຊາຊົນ​ຂອງ​ພຣະເຈົ້າ​ທີ່​ພຣະອົງ​ໄດ້​ເລືອກ​ໄວ້​ຈາກ​ລົມ​ທິດ​ທັງ​ສີ່ ຕັ້ງແຕ່​ສຸດ​ຂອບຟ້າ​ເບື້ອງນີ້​ຈົນເຖິງ​ສຸດ​ຂອບຟ້າ​ເບື້ອງນັ້ນ.”


ບົດຮຽນ​ຈາກ​ຕົ້ນ​ເດື່ອເທດ
( ມຣກ 13:28-31 ; ລກ 21:29-33 )

32 “ພວກເຈົ້າ​ຈົ່ງ​ຮຽນ​ຮູ້​ຈາກ​ຕົ້ນ​ເດື່ອເທດ ເມື່ອ​ກິ່ງ​ແຕກ​ໃບ​ອ່ອນ​ອອກ​ພວກເຈົ້າ​ກໍ​ຮູ້​ວ່າ​ລະດູ​ຮ້ອນ​ໃກ້​ຈະ​ມາ​ເຖິງ.

33 ຢ່າງ​ດຽວກັນ ເມື່ອ​ພວກເຈົ້າ​ເຫັນ​ເຫດການ​ນັ້ນ​ເກີດຂຶ້ນ ພວກເຈົ້າ​ກໍ​ຈະ​ຮູ້​ໄດ້​ວ່າ​ເວລາ​ມາ​ໃກ້​ແລ້ວ​ພ້ອມ​ທີ່​ຈະ​ເກີດຂຶ້ນ.

34 ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ເຫດການ​ທັງໝົດ​ເຫຼົ່ານີ້​ຈະ​ເກີດຂຶ້ນ ກ່ອນ​ຄົນ​ສະໄໝ​ນີ້​ຕາຍໄປ​ໝົດ.

35 ຟ້າ​ແລະ​ດິນ​ກໍ​ຈະ​ລ່ວງພົ້ນ​ໄປ, ແຕ່​ຖ້ອຍຄຳ​ຂອງເຮົາ​ຈະ​ບໍ່​ລ່ວງພົ້ນ​ໄປ​ຈັກເທື່ອ.”


ບໍ່ມີ​ຜູ້ໃດ​ຮູ້​ວັນ ແລະ ເວລາ
( ມຣກ 13:32-37 ; ລກ 17:26-30 , 34-36 )

36 “ບໍ່ມີ​ຜູ້ໃດ​ຮູ້​ວ່າ​ວັນ ຫລື​ໂມງ​ນັ້ນ​ຈະ​ມາ​ເຖິງ​ເມື່ອໃດ ແມ່ນແຕ່​ບັນດາ​ເທວະດາ ແລະ​ພຣະບຸດ ກໍ​ບໍ່​ຮູ້ ມີ​ແຕ່​ພຣະບິດາ​ອົງ​ດຽວ​ເທົ່ານັ້ນ​ຮູ້.

37 ເມື່ອ​ບຸດ​ມະນຸດ​ມາ​ນັ້ນ ເຫດການ​ຈະ​ເປັນ​ດັ່ງ​ທີ່​ໄດ້​ເກີດຂຶ້ນ​ໃນ​ສະໄໝ​ຂອງ​ໂນອາ.

38 ກ່ອນ​ວັນ​ນໍ້າ​ໄດ້​ຖ້ວມ​ໂລກ​ນັ້ນ ປະຊາຊົນ​ໄດ້​ກິນ​ແລະ​ໄດ້​ດື່ມ ແລະ​ໄດ້​ເອົາ​ກັນ​ເປັນ​ຜົວ​ເປັນ​ເມຍ ຈົນເຖິງ​ວັນ​ທີ່​ໂນອາ​ໄດ້​ເຂົ້າ​ໄປ​ໃນ​ເຮືອ,

39 ແຕ່​ພວກເຂົາ​ບໍ່ໄດ້​ສຳນຶກ​ຫຍັງ​ເລີຍ ຈົນກວ່າ​ນໍ້າ​ໄຫລ​ມາ​ຖ້ວມ​ກວາດ​ເອົາ​ພວກເຂົາ​ໃຫ້​ດັບສູນ​ໄປ ເມື່ອ​ບຸດ​ມະນຸດ​ມາ ກໍ​ຈະ​ເປັນ​ດັ່ງນັ້ນແຫລະ.

40 ໃນ​ເວລາ​ນັ້ນ ຊາຍ​ສອງ​ຄົນ​ຈະ​ເຮັດ​ວຽກ​ຢູ່​ໃນ​ທົ່ງນາ, ຄົນ​ໜຶ່ງ​ຈະ​ຖືກ​ຮັບ​ເອົາ​ໄປ ແລະ​ຄົນ​ໜຶ່ງ​ຈະ​ຖືກ​ປະ​ໄວ້.

41 ຈະ​ມີ​ຍິງ​ສອງ​ຄົນ​ກຳລັງ​ໂມ້ແປ້ງ​ຢູ່ ຄົນ​ໜຶ່ງ​ຈະ​ຖືກ​ຮັບ​ເອົາໄປ ແລະ​ຄົນ​ໜຶ່ງ​ຈະ​ຖືກ​ປະໄວ້.

42 ດັ່ງນັ້ນ ຈົ່ງ​ໃຫ້​ເຝົ້າ​ລະວັງ​ຢູ່ ເພາະ​ພວກເຈົ້າ​ບໍ່​ຮູ້​ວ່າ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຈົ້າ​ຈະ​ມາ​ເວລາ​ໃດ.

43 ແຕ່​ຈົ່ງ​ເຂົ້າໃຈ​ຢ່າງ​ນີ້​ວ່າ ຖ້າ​ເຈົ້າຂອງ​ເຮືອນ​ໄດ້​ຮູ້​ກ່ອນ​ວ່າ ໂຈນ​ຈະ​ມາ​ຍາມ​ໃດ ເພິ່ນ​ຈະ​ເຝົ້າ​ລະວັງ​ໄວ້​ບໍ່​ໃຫ້​ໂຈນ​ເຈາະ​ເຂົ້າ​ເຮືອນ​ຂອງຕົນ​ໄດ້.

44 ເຫດສະນັ້ນ ພວກເຈົ້າ​ກໍ​ເໝືອນກັນ​ຈົ່ງ​ຕຽມພ້ອມ​ຢູ່​ສະເໝີ ເພາະວ່າ​ບຸດ​ມະນຸດ​ຈະ​ມາ​ໃນ​ໂມງ​ທີ່​ພວກເຈົ້າ​ບໍ່​ຄາດຄິດ.”


ຄົນ​ຮັບໃຊ້​ສັດຊື່ ແລະ ຄົນ​ຮັບໃຊ້​ບໍ່​ສັດຊື່
( ລກ 12:41-48 )

45 “ເຫດສະນັ້ນ ແມ່ນ​ຜູ້ໃດ​ທີ່​ເປັນ​ຄົນ​ຮັບໃຊ້​ສັດຊື່​ແລະ​ສະຫລາດ? ກໍ​ແມ່ນ​ຜູ້​ທີ່​ນາຍ​ຂອງຕົນ​ມອບ​ໃຫ້​ຮັບຜິດຊອບ​ຄົນ​ຮັບໃຊ້​ຜູ້​ອື່ນໆ ເພື່ອ​ແຈກ​ອາຫານ​ໃຫ້​ພວກເຂົາ​ຕາມ​ເວລາ.

46 ຄົນ​ຮັບໃຊ້​ຜູ້​ນີ້​ຈະ​ເປັນ​ສຸກ​ໃຈ ເມື່ອ​ຜູ້​ເປັນ​ນາຍ​ກັບ​ມາ​ເຮືອນ​ຂອງຕົນ ພົບ​ລາວ​ກຳລັງ​ເຮັດ​ໜ້າທີ່​ຂອງຕົນ​ຢູ່.

47 ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້​ເປັນ​ນາຍ​ຈະ​ມອບ​ໃຫ້​ຄົນ​ຮັບໃຊ້​ຜູ້​ນີ້ ຮັບຜິດຊອບ​ຊັບສິນ​ທັງໝົດ​ຂອງຕົນ.

48 ແຕ່​ຖ້າ​ລາວ​ເປັນ​ຄົນ​ຮັບໃຊ້​ບໍ່​ດີ ລາວ​ຈະ​ຄິດ​ວ່າ ຍັງ​ອີກ​ດົນ​ກວ່າ​ນາຍ​ຂອງຕົນ​ຈະ​ກັບ​ມາ

49 ແລະ​ລາວ​ກໍ​ຈະ​ເລີ່ມ​ຂ້ຽນຕີ​ຄົນ​ຮັບໃຊ້​ດ້ວຍກັນ ທັງ​ກິນ​ແລະ​ດື່ມ​ກັບ​ຄົນ​ຂີ້ເມົາ​ດ້ວຍ.

50 ແລ້ວ​ວັນ​ໜຶ່ງ ນາຍ​ຂອງ​ຄົນ​ຮັບໃຊ້​ຜູ້​ນັ້ນ​ກໍ​ຈະ​ກັບ​ມາ ໂດຍ​ທີ່​ລາວ​ບໍ່​ຄາດຄິດ ແລະ​ໃນ​ເວລາ​ທີ່​ລາວ​ບໍ່​ຮູ້

51 ແລະ​ຈະ​ຜ່າ​ລາວ​ໃຫ້​ເປັນ​ສອງ​ຕ່ອນ ທັງ​ຈະ​ໃຫ້​ເຂົ້າ​ສ່ວນ​ກັບ​ຄົນ​ໜ້າຊື່​ໃຈຄົດ ບ່ອນ​ນັ້ນ​ຈະ​ມີ​ການ​ຮ້ອງໄຫ້ ແລະ​ຂົບ​ແຂ້ວ​ຢູ່.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan