ມັດທາຍ 22 - ພຣະຄຳພີສັກສິຄຳອຸປະມາເລື່ອງງານກິນລ້ຽງສົມຣົດ ( ລກ 14:15-24 ) 1 ອີກຄັ້ງໜຶ່ງ ພຣະເຢຊູເຈົ້າໄດ້ໃຊ້ຄຳອຸປະມາກ່າວກັບປະຊາຊົນວ່າ, 2 “ຣາຊອານາຈັກສະຫວັນປຽບເໝືອນກະສັດຜູ້ໜຶ່ງ ຕຽມງານກິນລ້ຽງເນື່ອງໃນພິທີສົມຣົດລູກຊາຍຂອງຕົນ. 3 ເພິ່ນໄດ້ໃຊ້ບັນດາຜູ້ຮັບໃຊ້ໄປເອີ້ນພວກທີ່ຖືກເຊີນໃຫ້ມາໃນງານ, ແຕ່ພວກທີ່ຖືກເຊີນນັ້ນບໍ່ຢາກມາ. 4 ດັ່ງນັ້ນ ເພິ່ນຈຶ່ງສົ່ງຜູ້ຮັບໃຊ້ພວກອື່ນອີກອອກໄປໂດຍສັ່ງວ່າ, ‘ຈົ່ງບອກພວກທີ່ຖືກເຊີນວ່າ ບັດນີ້ ງານກິນລ້ຽງຂອງເຮົາກໍຈັດຕຽມໄວ້ພ້ອມແລ້ວ ງົວເຖິກແລະສັດທີ່ຕຸ້ຍພີດີງາມກໍມີຄົນຂ້າໄວ້ແລ້ວ ແລະທຸກສິ່ງກໍຕຽມໄວ້ພ້ອມແລ້ວ, ຈົ່ງມາຮ່ວມງານສົມຣົດນີ້ເຖີດ’, 5 ແຕ່ພວກທີ່ຖືກເຊີນບໍ່ໄດ້ເອົາໃຈໃສ່ຕໍ່ຄຳເຊີນນັ້ນເລີຍ ແລະສົນໃຈນຳແຕ່ທຸລະກິດຂອງຕົນ ຄົນໜຶ່ງໄປໄຮ່ໄປນາຂອງຕົນ, ອີກຄົນໜຶ່ງໄປເຮັດຄ້າຂາຍຂອງຕົນ, 6 ສ່ວນຄົນອື່ນໆອີກກໍຈັບພວກຮັບໃຊ້ມາຂ້ຽນຕີ ແລະຂ້າເຂົາເສຍ. 7 ກະສັດໂກດຮ້າຍຫລາຍ, ສະນັ້ນ ເພິ່ນຈຶ່ງສັ່ງໃຫ້ກອງທະຫານຂອງຕົນອອກໄປຂ້າຄາດຕະກອນພວກນັ້ນ ແລະຈູດເມືອງຂອງພວກເຂົາ. 8 ແລ້ວເພິ່ນກໍເອີ້ນບັນດາຜູ້ຮັບໃຊ້ຂອງຕົນມາ ແລະກ່າວແກ່ພວກເຂົາວ່າ, ‘ງານກິນລ້ຽງສົມຣົດຂອງເຮົາກໍພ້ອມແລ້ວ, ແຕ່ຄົນທີ່ຖືກເຊີນນັ້ນບໍ່ສົມກັບງານນີ້. 9 ບັດນີ້ ຈົ່ງອອກໄປຖະໜົນໃຫຍ່ບ່ອນທາງແຍກ ແລະເຊີນທຸກຄົນທີ່ພວກເຈົ້າພົບໃຫ້ມາຮ່ວມໃນງານນີ້.’ 10 ສະນັ້ນ ພວກຜູ້ຮັບໃຊ້ຈຶ່ງອອກໄປຕາມຖະໜົນຫົນທາງ ແລະຮວບຮວມເອົາຄົນທັງຫລາຍ ບໍ່ວ່າດີຫລືຊົ່ວທີ່ພວກເຂົາໄດ້ພົບ ແລະຫ້ອງທີ່ຈັດໄວ້ສຳລັບງານສົມຣົດນັ້ນກໍເຕັມໄປດ້ວຍແຂກຄົນ. 11 ດັ່ງນັ້ນ ກະສັດຈຶ່ງເຂົ້າໄປເລາະລຽບເບິ່ງບັນດາແຂກຄົນທີ່ມາໃນງານ ແລະເຫັນຊາຍຜູ້ໜຶ່ງທີ່ບໍ່ໄດ້ນຸ່ງເຄື່ອງສຳລັບພິທີສົມຣົດ. 12 ກະສັດຈຶ່ງຖາມລາວວ່າ, ‘ສະຫາຍເອີຍ ເຫດໃດເຈົ້າຈຶ່ງເຂົ້າມາທີ່ນີ້ ໂດຍບໍ່ນຸ່ງເຄື່ອງສຳລັບພິທີງານສົມຣົດ?’ ແຕ່ຜູ້ນັ້ນບໍ່ຕອບປະການໃດເລີຍ. 13 ແລ້ວກະສັດກໍບອກພວກຜູ້ຮັບໃຊ້ວ່າ, ‘ຈົ່ງມັດມືແລະຕີນຂອງມັນໄວ້ ແລະໂຍນມັນຖິ້ມອອກໄປຂ້າງນອກທີ່ມືດໆ ໃນທີ່ນັ້ນຈະມີການຮ້ອງໄຫ້ ແລະຂົບແຂ້ວຄ້ຽວຟັນ.”’ 14 “ດ້ວຍວ່າມີຫລາຍຄົນຖືກເຊີນມາ ແຕ່ມີໜ້ອຍຄົນທີ່ຖືກເລືອກໄວ້.” ບັນຫາເລື່ອງການເສຍພາສີ ( ມຣກ 12:13-17 ; ລກ 20:20-26 ) 15 ເມື່ອນັ້ນ ພວກຟາຣີຊາຍໄດ້ໄປປະຊຸມປຶກສາກັນວາງແຜນ ເພື່ອຈັບຜິດພຣະເຢຊູເຈົ້າໃນເລື່ອງໃດເລື່ອງໜຶ່ງ. 16 ແລ້ວພວກເຂົາກໍໃຊ້ພວກສິດຂອງພວກຕົນ ພ້ອມກັບພັກພວກຂອງເຮໂຣດບາງຄົນ ໄປເວົ້າກັບພຣະອົງວ່າ, “ອາຈານເອີຍ ພວກເຮົາຮູ້ວ່າທ່ານເປັນຜູ້ສັດຊື່ ແລະທ່ານສັ່ງສອນຄວາມຈິງໃນທາງຂອງພຣະເຈົ້າ ໂດຍບໍ່ໄດ້ເອົາໃຈຜູ້ໃດ, ເພາະທ່ານບໍ່ເຫັນແກ່ໜ້າຜູ້ໃດ. 17 ດັ່ງນັ້ນ ຈົ່ງບອກພວກເຮົາແດ່ວ່າ ທ່ານຄິດຢ່າງໃດກ່ຽວກັບເລື່ອງນີ້? ເປັນການສົມຄວນຫລືບໍ່ ທີ່ເສຍພາສີໃຫ້ກາຍຊາ?” 18 ແຕ່ພຣະເຢຊູເຈົ້າຮູ້ເຈດຕະນາຊົ່ວຮ້າຍຂອງພວກເຂົາຈຶ່ງກ່າວວ່າ, “ຄົນໜ້າຊື່ໃຈຄົດເອີຍ ເປັນຫຍັງພວກເຈົ້າຈຶ່ງຢາກທົດລອງເຮົາ? 19 ຈົ່ງເອົາເງິນຫລຽນທີ່ໃຊ້ເສຍພາສີນັ້ນ ມາໃຫ້ເຮົາເບິ່ງດູ.” ພວກເຂົາຈຶ່ງນຳເອົາເງິນຫລຽນໜຶ່ງມາໃຫ້ພຣະອົງ 20 ແລ້ວພຣະອົງກໍຖາມພວກເຂົາວ່າ, “ຮູບແລະຄຳຈາລຶກນີ້ ເປັນຂອງຜູ້ໃດ?” 21 ພວກເຂົາຕອບວ່າ, “ເປັນຂອງກາຍຊາ.” ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງກ່າວແກ່ພວກເຂົາວ່າ, “ເຫດສະນັ້ນ ສິ່ງທີ່ເປັນຂອງກາຍຊາ ຈົ່ງຄືນໃຫ້ແກ່ກາຍຊາ ສິ່ງທີ່ເປັນຂອງພຣະເຈົ້າ ຈົ່ງຄືນຖວາຍໃຫ້ແກ່ພຣະເຈົ້າ.” 22 ເມື່ອພວກເຂົາໄດ້ຍິນເຊັ່ນນີ້ແລ້ວ ກໍປະຫລາດໃຈຫລາຍຈຶ່ງໜີໄປຈາກພຣະອົງ. ບັນຫາເລື່ອງຄວາມເປັນຄືນມາຈາກຕາຍ ( ມຣກ 12:18-27 ; ລກ 20:27-40 ) 23 ໃນວັນດຽວກັນນັ້ນ ພວກຊາດູກາຍບາງຄົນກໍມາຫາພຣະເຢຊູເຈົ້າ ພວກນີ້ຖືວ່າມະນຸດຈະບໍ່ເປັນຄືນມາຈາກຕາຍ, ພວກເຂົາຖາມພຣະອົງວ່າ, 24 “ອາຈານເອີຍ, ໂມເຊໄດ້ກ່າວວ່າ, ຖ້າຊາຍຄົນໜຶ່ງຕາຍໄປໂດຍຍັງບໍ່ມີລູກນຳເມຍຂອງຕົນ ຕ້ອງໃຫ້ນ້ອງຊາຍຂອງຜູ້ຕາຍນັ້ນ ເອົາເອື້ອຍໃພ້ຂອງຕົນເປັນເມຍ ເພື່ອສືບເຊື້ອສາຍໃຫ້ອ້າຍຂອງຕົນທີ່ຕາຍໄປແລ້ວນັ້ນ. 25 ບັດນີ້ ຍັງມີເຈັດອ້າຍນ້ອງທີ່ຢູ່ທ່າມກາງພວກເຮົາ, ອ້າຍກົກແຕ່ງງານແລ້ວ ແລະໄດ້ຕາຍໄປເມື່ອຍັງບໍ່ມີລູກ, ດັ່ງນັ້ນ ລາວກໍປະເມຍທີ່ເປັນໝ້າຍໄວ້ໃຫ້ນ້ອງຊາຍຂອງຕົນ. 26 ເຫດການເຊັ່ນດຽວກັນນີ້ ໄດ້ເກີດຂຶ້ນກັບນ້ອງຊາຍຜູ້ທີສອງ, ນ້ອງຊາຍຜູ້ທີສາມ ແລະຈົນເຖິງຜູ້ທີເຈັດ. 27 ໃນທີ່ສຸດ ຍິງນັ້ນກໍໄດ້ຕາຍໄປເໝືອນກັນ. 28 ດັ່ງນັ້ນ ໃນວັນທີ່ມະນຸດເປັນຄືນມາຈາກຕາຍນັ້ນ ຍິງນີ້ຈະເປັນເມຍຂອງຜູ້ໃດໃນຊາຍເຈັດຄົນນີ້? ເພາະພວກເຂົາທັງເຈັດໄດ້ເປັນຜົວຂອງນາງ.” 29 ພຣະເຢຊູເຈົ້າຕອບພວກເຂົາວ່າ, “ພວກເຈົ້າຫລົງຜິດແລ້ວ ເພາະພວກເຈົ້າບໍ່ຮູ້ຈັກພຣະຄຳພີ ຫລືຣິດເດດອຳນາດຂອງພຣະເຈົ້າ. 30 ເພາະເມື່ອມະນຸດເປັນຄືນມານັ້ນ ຈະບໍ່ມີການແຕ່ງງານ ຫລືຍົກໃຫ້ເປັນຜົວເມຍກັນອີກ ແຕ່ພວກເຂົາຈະເປັນເໝືອນເທວະດາໃນສະຫວັນ. 31 ສຳລັບເລື່ອງຄົນຕາຍເປັນຄືນມານັ້ນ ພວກເຈົ້າບໍ່ເຄີຍອ່ານຖ້ອຍຄຳທີ່ພຣະເຈົ້າບອກພວກເຈົ້າຈັກເທື່ອບໍ? ພຣະອົງຊົງກ່າວວ່າ, 32 ‘ຝ່າຍເຮົາເປັນພຣະເຈົ້າຂອງອັບຣາຮາມ ເປັນພຣະເຈົ້າຂອງອີຊາກ ແລະເປັນພຣະເຈົ້າຂອງຢາໂຄບ.’ ພຣະອົງແມ່ນພຣະເຈົ້າຂອງຄົນເປັນ ບໍ່ແມ່ນພຣະເຈົ້າຂອງຄົນຕາຍ.” 33 ເມື່ອປະຊາຊົນໄດ້ຍິນເລື່ອງນີ້ແລ້ວ ກໍປະຫລາດໃຈໃນຄຳສັ່ງສອນຂອງພຣະອົງ. ກົດບັນຍັດຂໍ້ສຳຄັນທີ່ສຸດ ( ມຣກ 12:28-34 ; ລກ 10:25-28 ) 34 ເມື່ອພວກຟາຣີຊາຍໄດ້ຍິນຂ່າວວ່າ ພຣະເຢຊູເຈົ້າຕອບພວກຊາດູກາຍຈົນພວກເຂົາມິດຢູ່ ພວກເຂົາກໍພາກັນມາເປັນໝູ່ 35 ແລະຄົນໜຶ່ງໃນພວກເຂົາທີ່ເປັນທຳມະຈານກໍທົດລອງພຣະອົງ 36 ໂດຍຖາມວ່າ, “ອາຈານເອີຍ ໃນກົດບັນຍັດແມ່ນຂໍ້ໃດ ທີ່ເປັນຂໍ້ໃຫຍ່ສຳຄັນທີ່ສຸດ?” 37 ພຣະເຢຊູເຈົ້າຊົງຕອບວ່າ, “‘ຈົ່ງຮັກອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າດ້ວຍສຸດໃຈ, ດ້ວຍສຸດຈິດ, ແລະດ້ວຍສຸດຄວາມຄິດຂອງເຈົ້າ.’ 38 ນັ້ນແຫຼະ ແມ່ນກົດບັນຍັດຂໍ້ໃຫຍ່ແລະຂໍ້ຕົ້ນ. 39 ຂໍ້ທີສອງກໍເໝືອນກັນຄື: ‘ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ.’ 40 ກົດບັນຍັດທັງໝົດ ແລະບັນດາຖ້ອຍຄຳຂອງພວກຜູ້ທຳນວາຍ ກໍຂຶ້ນກັບກົດບັນຍັດສອງຂໍ້ນີ້ແຫຼະ.” ບັນຫາເລື່ອງພຣະຄຣິດ ( ມຣກ 12:35-37 ; ລກ 20:41-44 ) 41 ໃນຂະນະທີ່ພວກຟາຣີຊາຍຍັງເຕົ້າໂຮມກັນເປັນໝູ່ນັ້ນ ພຣະເຢຊູເຈົ້າຖາມພວກເຂົາວ່າ, 42 “ພວກເຈົ້າຄິດຢ່າງໃດກ່ຽວກັບພຣະຄຣິດ? ເພິ່ນເປັນເຊື້ອສາຍຂອງຜູ້ໃດ?” ພວກເຂົາຕອບວ່າ, “ເປັນເຊື້ອສາຍຂອງດາວິດ.” 43 ພຣະອົງຈຶ່ງຖາມພວກເຂົາວ່າ, “ຖ້າຢ່າງນັ້ນ ດ້ວຍເຫດໃດພຣະວິນຍານບໍຣິສຸດເຈົ້າ ຈຶ່ງດົນໃຈດາວິດໃຫ້ເອີ້ນພຣະຄຣິດວ່າ ‘ພຣະອົງເຈົ້າ?’ ດາວິດໄດ້ເວົ້າວ່າ, 44 ‘ອົງພຣະຜູ້ເປັນເຈົ້າໄດ້ກ່າວແກ່ ພຣະອົງເຈົ້າຂອງຂ້ານ້ອຍວ່າ, ຈົ່ງນັ່ງທີ່ເບື້ອງຂວາມືຂອງເຮົາ ຈົນກວ່າເຮົາຈະປາບສັດຕູຂອງເຈົ້າ ໃຫ້ຢູ່ໃຕ້ຕີນຂອງເຈົ້າ.’ 45 ດັ່ງນັ້ນ ຖ້າດາວິດເອີ້ນພຣະຄຣິດວ່າ, ‘ພຣະອົງເຈົ້າ’ ແລ້ວພຣະຄຣິດຈະເປັນເຊື້ອສາຍຂອງດາວິດໄດ້ຢ່າງໃດ?” 46 ບໍ່ມີຜູ້ໃດໃນພວກເຂົາສາມາດຕອບພຣະອົງໄດ້ ແລະນັບແຕ່ວັນນັ້ນມາ ກໍບໍ່ມີຜູ້ໃດກ້າຖາມພຣະອົງອີກ. |
@ 2012 United Bible Societies. All Rights Reserved.