Biblia Todo Logo
Bìoball air-loidhne

- Sanasan -

ມັດທາຍ 21 - ພຣະຄຳພີສັກສິ


ພຣະເຢຊູເຈົ້າ​ເຂົ້າ​ໄປ​ນະຄອນ​ເຢຣູຊາເລັມ​ຢ່າງ​ມີໄຊ
( ມຣກ 11:1-11 ; ລກ 19:28-40 ; ຢຮ 12:12-19 )

1 ເມື່ອ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ເຂົ້າ​ໄປ​ໃກ້​ນະຄອນ​ເຢຣູຊາເລັມ​ແລ້ວ ກໍ​ມາ​ຮອດ​ບ້ານ​ເບັດຟາເຄ ທີ່​ພູເຂົາ​ໝາກກອກເທດ ພຣະເຢຊູເຈົ້າ​ໄດ້​ໃຊ້​ສາວົກ​ສອງ​ຄົນ​ລ່ວງໜ້າ​ໄປກ່ອນ

2 ໂດຍ​ສັ່ງ​ພວກເພິ່ນ​ວ່າ, “ຈົ່ງ​ເຂົ້າ​ໄປ​ທີ່​ບ້ານ​ຂ້າງ​ໜ້າ​ນັ້ນ ແລະ​ເມື່ອ​ໄປ​ຮອດ ພວກເຈົ້າ​ກໍ​ຈະ​ພົບ​ລໍ​ແມ່​ໂຕໜຶ່ງ​ຖືກ​ມັດ​ຢູ່​ກັບ​ລູກ​ຂອງ​ມັນ ຈົ່ງ​ແກ້​ມັນ​ອອກ​ແລະ​ຈູງ​ມາ​ຫາ​ເຮົາ.

3 ຖ້າ​ມີ​ຜູ້ໃດ​ເວົ້າ​ສິ່ງໃດ ຈົ່ງ​ບອກ​ຜູ້​ນັ້ນ​ວ່າ, ‘ພຣະອົງເຈົ້າ ຕ້ອງການ.’ ແລ້ວ​ລາວ​ກໍ​ຈະ​ປ່ອຍ​ໃຫ້​ທັນທີ.”

4 ເຫດການ​ໄດ້​ເກີດຂຶ້ນ ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ຜູ້ທຳນວາຍ​ກ່າວ​ໄວ້​ວ່າ,

5 “ຈົ່ງ​ກ່າວ​ບອກ​ປະຊາຊົນ​ ນະຄອນ​ຊີໂອນ​ວ່າ, ‘ເບິ່ງແມ! ກະສັດ​ຂອງ​ເຈົ້າ​ກຳລັງ ສະເດັດ​ມາ​ຫາ​ເຈົ້າ ເພິ່ນ​ເປັນ​ຜູ້​ໃຈ​ອ່ອນ​ສຸພາບ ແລະ​ນັ່ງ​ເທິງ​ຫລັງ​ລໍ ຄື​ນັ່ງ​ເທິງ​ຫລັງ​ລໍ​ນ້ອຍ​ ລູກ​ສັດ​ໃຊ້​ໂຕໜຶ່ງ.”’

6 ສາວົກ​ທັງສອງ​ຈຶ່ງ​ໄປ​ເຮັດ​ຕາມ​ທີ່​ພຣະເຢຊູເຈົ້າ​ສັ່ງ.

7 ພວກເພິ່ນ​ຈູງ​ລໍ​ແມ່​ແລະ​ລູກ​ຂອງ​ມັນ​ມາ ເອົາ​ເສື້ອຜ້າ​ຂອງ​ພວກ​ຕົນ​ປົກ​ຫລັງ​ມັນ ແລ້ວ​ໃຫ້​ພຣະເຢຊູເຈົ້າ​ຂຶ້ນ​ຂີ່.

8 ແລ້ວ​ປະຊາຊົນ​ຕ່າງ​ກໍ​ວາງ​ເສື້ອຜ້າ​ຂອງຕົນ​ປູ​ຕາມ​ທາງ ບາງຄົນ​ຕັດ​ຟົດ​ໄມ້​ມາ​ປູ​ຕາມ​ທາງ.

9 ປະຊາຊົນ​ທີ່​ຍ່າງ​ໄປ​ທາງ​ຫລັງ​ພຣະອົງ​ຮ້ອງ​ຂຶ້ນ​ວ່າ, “ໂຮຊັນນາ ແດ່​ບຸດ​ຂອງ​ດາວິດ ຂໍ​ພຣະເຈົ້າ​ອວຍພອນ​ທ່ານ​ຜູ້​ທີ່​ສະເດັດ​ມາ​ໃນ​ນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ຊົງ​ພຣະ​ຈະເລີນ ໂຮຊັນນາ​ໃນ​ທີ່​ສູງສຸດ.”

10 ເມື່ອ​ພຣະເຢຊູເຈົ້າ​ເຂົ້າ​ໄປ​ນະຄອນ​ເຢຣູຊາເລັມ​ແລ້ວ ປະຊາຊົນ​ທົ່ວ​ທັງ​ນະຄອນ​ກໍ​ແຕກຕື່ນ ແລະ​ຖາມ​ກັນ​ວ່າ, “ຄົນ​ນີ້​ແມ່ນ​ຜູ້ໃດ?”

11 ປະຊາຊົນ​ຕອບ​ວ່າ, “ຄົນ​ນີ້​ແມ່ນ​ພຣະເຢຊູເຈົ້າ ຜູ້ທຳນວາຍ​ທີ່​ມາ​ຈາກ​ເມືອງ​ນາຊາເຣັດ ແຂວງ​ຄາລີເລ.”


ພຣະເຢຊູເຈົ້າ​ຊົງ​ຊຳລະ​ພຣະວິຫານ
( ມຣກ 11:15-19 ; ລກ 19:45-48 ; ຢຮ 2:13-22 )

12 ແລ້ວ​ພຣະເຢຊູເຈົ້າ​ກໍ​ເຂົ້າ​ໄປ​ໃນ​ພຣະວິຫານ ແລະ​ຂັບໄລ່​ບັນດາ​ຄົນ​ຊື້​ຂາຍ​ໃນ​ທີ່ນັ້ນ​ອອກ​ໄປ ແລະ​ຂວໍ້າ​ໂຕະ​ຂອງ​ຄົນ​ແລກປ່ຽນ​ເງິນ​ກັບ​ບ່ອນ​ນັ່ງ​ຂອງ​ຄົນ​ຂາຍ​ນົກເຂົາ.

13 ແລ້ວ​ພຣະອົງ​ກໍ​ກ່າວ​ຕໍ່​ພວກເຂົາ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ພຣະວິຫານ​ຂອງເຮົາ​ຈະ​ເປັນ​ທີ່​ເອີ້ນ​ວ່າ ສະຖານທີ່​ແຫ່ງ​ການ​ໄຫວ້ວອນ,’ ແຕ່​ພວກເຈົ້າ​ໄດ້​ເຮັດ​ໃຫ້​ເປັນ​ຖໍ້າ​ຂອງ​ໂຈນ.”

14 ແລ້ວ​ຄົນ​ຕາບອດ ແລະ​ຄົນ​ຂາ​ພິການ​ກໍ​ມາ​ຫາ​ພຣະເຢຊູເຈົ້າ​ໃນ​ພຣະວິຫານ ແລະ ພຣະອົງ​ກໍ​ຊົງ​ໂຜດ​ພວກເຂົາ​ໃຫ້​ຫາຍ​ດີ.

15 ພວກ​ຫົວໜ້າ​ປະໂຣຫິດ​ກັບ​ພວກ​ທຳມະຈານ​ຈຶ່ງ​ຂັດເຄືອງ​ໃຈ ເມື່ອ​ໄດ້​ເຫັນ​ສິ່ງ​ທີ່​ອັດສະຈັນ ຊຶ່ງ​ພຣະອົງ​ຊົງ​ກະທຳ ແລະ​ໄດ້ຍິນ​ພວກ​ເດັກນ້ອຍ​ຮ້ອງ​ໃນ​ພຣະວິຫານ​ວ່າ, “ໂຮຊັນນາ​ແດ່​ບຸດ​ດາວິດ.”

16 ດັ່ງນັ້ນ ພວກເຂົາ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ເຈົ້າ​ໄດ້ຍິນ​ຄຳ​ທີ່​ພວກເຂົາ​ກຳລັງ​ຮ້ອງ​ນັ້ນ​ບໍ?” ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ໄດ້ຍິນ​ແລ້ວ ພວກເຈົ້າ​ບໍ່ເຄີຍ​ອ່ານ​ຈັກເທື່ອ​ບໍ​ໃນ​ຄຳ​ທີ່​ວ່າ, ‘ພຣະອົງ​ຊົງ​ຈັດ​ໃຫ້​ຄຳ​ສັນລະເສີນ​ອັນ​ແທ້ຈິງ ອອກ​ມາ​ຈາກ​ປາກ​ຂອງ​ເດັກນ້ອຍ​ອ່ອນ ແລະ​ຜູ້​ທີ່​ຍັງ​ກິນ​ນໍ້ານົມ​ຢູ່.”’

17 ແລ້ວ​ພຣະເຢຊູເຈົ້າ​ກໍ​ສະເດັດ​ຈາກ​ພວກເຂົາ ອອກ​ຈາກ​ເມືອງ​ໄປ​ຍັງ​ບ້ານ​ເບັດທານີ ເພື່ອ​ພັກ​ນອນ​ຢູ່​ທີ່​ນັ້ນ.


ພຣະເຢຊູເຈົ້າ​ສາບແຊ່ງ​ຕົ້ນ​ເດື່ອເທດ
( ມຣກ 11:12-14 , 20-24 )

18 ແຕ່​ເຊົ້າ​ຂອງ​ວັນ​ຕໍ່ມາ ຂະນະທີ່​ພຣະເຢຊູເຈົ້າ​ສະເດັດ​ຄືນ​ເຂົ້າ​ໄປ​ໃນ​ນະຄອນ ພຣະອົງ​ຊົງ​ຫິວ​ອາຫານ.

19 ເມື່ອ​ພຣະອົງ​ເຫັນ​ຕົ້ນ​ເດື່ອເທດ​ກົກ​ໜຶ່ງ ຢູ່​ແຄມ​ທາງ​ຈຶ່ງ​ຍ່າງ​ໄປ​ທີ່​ຕົ້ນໄມ້​ນັ້ນ ແລະ​ເຫັນ​ວ່າ​ບໍ່ມີ​ໝາກ ມີ​ແຕ່​ໃບ​ເທົ່ານັ້ນ. ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ຕໍ່​ຕົ້ນ​ເດື່ອເທດ​ວ່າ, “ມຶງ​ຢ່າ​ໄດ້​ເກີດ​ໝາກ​ອີກ​ຕໍ່ໄປ​ຈັກເທື່ອ” ໃນ​ທັນໃດນັ້ນ ຕົ້ນ​ເດື່ອເທດ​ກໍ​ຫ່ຽວແຫ້ງ​ລົງ.

20 ເມື່ອ​ພວກ​ສາວົກ​ເຫັນ​ເຊັ່ນນີ້ ກໍ​ປະຫລາດ​ໃຈ​ພວກເພິ່ນ​ເວົ້າ​ວ່າ, “ດ້ວຍເຫດໃດ​ໜໍ ຕົ້ນ​ເດື່ອເທດ​ຈຶ່ງ​ຫ່ຽວແຫ້ງ​ຕາຍ​ໃນ​ທັນທີ?”

21 ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ ແລະ​ບໍ່​ສົງໄສ ພວກເຈົ້າ​ກໍ​ເຮັດ​ຕໍ່​ຕົ້ນ​ເດື່ອເທດ​ນີ້​ໄດ້ ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ເຮັດ ບໍ່​ພຽງ​ເທົ່ານັ້ນ ພວກເຈົ້າ​ຈະ​ສາມາດ​ສັ່ງ​ແມ່ນແຕ່​ພູເຂົາ​ໜ່ວຍ​ນີ້​ວ່າ ‘ຈົ່ງ​ເຈື່ອນ​ລົງ​ໄປ​ສູ່​ທະເລ’ ກໍ​ຈະ​ເປັນ​ໄປ​ຕາມ​ນັ້ນ.

22 ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ຕາມ​ທີ່​ພາວັນນາ​ອະທິຖານ​ຂໍ​ໃນ​ສິ່ງ​ນັ້ນ.”


ເລື່ອງ​ສິດ​ອຳນາດ​ຂອງ​ພຣະເຢຊູເຈົ້າ
( ມຣກ 11:27-33 ; ລກ 20:1-8 )

23 ເມື່ອ​ພຣະເຢຊູເຈົ້າ​ເຂົ້າ​ໄປ​ໃນ​ພຣະວິຫານ, ໃນ​ຂະນະທີ່​ກຳລັງ​ສັ່ງສອນ​ຢູ່​ນັ້ນ ພວກ​ຫົວໜ້າ​ປະໂຣຫິດ​ກັບ​ພວກ​ເຖົ້າແກ່ ກໍ​ມາ​ຫາ​ພຣະອົງ ແລະ​ຖາມ​ວ່າ, “ເຈົ້າ​ມີ​ສິດ​ຫຍັງ​ທີ່​ເຮັດ​ການ​ເຫຼົ່ານີ້? ຜູ້ໃດ​ໃຫ້​ສິດ​ນີ້​ແກ່​ເຈົ້າ?”

24 ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ເຮົາ​ຂໍ​ຖາມ​ພວກເຈົ້າ​ພຽງ​ຂໍ້​ດຽວ ແລະ​ຖ້າ​ພວກເຈົ້າ​ໃຫ້​ຄຳຕອບ​ແກ່​ເຮົາ, ເຮົາ​ກໍ​ຈະ​ບອກ​ພວກເຈົ້າ​ວ່າ ດ້ວຍ​ສິດ​ອັນ​ໃດ​ທີ່​ເຮົາ​ເຮັດ​ການ​ເຫຼົ່ານີ້.

25 ຄື​ຜູ້ໃດ​ໃຫ້​ສິດ​ແກ່​ໂຢຮັນ​ເພື່ອ​ໃຫ້​ຮັບ​ບັບຕິສະມາ ພຣະເຈົ້າ​ໃຫ້​ຫລື​ວ່າ​ມະນຸດ​ໃຫ້?” ພວກເຂົາ​ຈຶ່ງ​ໄດ້​ປຶກສາ​ກັນ​ວ່າ, “ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ຖ້າ​ພວກເຮົາ​ຕອບ​ວ່າ ‘ພຣະເຈົ້າ​ໃຫ້’ ລາວ​ກໍ​ຈະ​ຖາມ​ວ່າ ‘ດ້ວຍເຫດໃດ​ພວກເຈົ້າ​ຈຶ່ງ​ບໍ່​ເຊື່ອ​ໂຢຮັນ?’

26 ແຕ່​ຖ້າ​ພວກເຮົາ​ຕອບ​ວ່າ, ‘ມະນຸດ​ໃຫ້’ ພວກເຮົາ​ກໍ​ຢ້ານ​ປະຊາຊົນ ເພາະ​ທຸກຄົນ​ເຊື່ອ​ວ່າ​ໂຢຮັນ​ເປັນ​ຜູ້ທຳນວາຍ.”

27 ສະນັ້ນ ພວກເຂົາ​ຈຶ່ງ​ຕອບ​ພຣະເຢຊູເຈົ້າ​ວ່າ, “ພວກເຮົາ​ບໍ່​ຮູ້.” ແລ້ວ​ພຣະອົງ​ກໍ​ຕອບ​ພວກເຂົາ​ວ່າ, “ຝ່າຍ​ເຮົາ​ກໍ​ຈະ​ບໍ່​ບອກ​ພວກເຈົ້າ​ເໝືອນກັນ​ວ່າ ດ້ວຍ​ສິດ​ຫຍັງ​ເຮົາ​ຈຶ່ງ​ເຮັດ​ການ​ເຫຼົ່ານີ້.”


ຄຳອຸປະມາ​ເລື່ອງ​ລູກຊາຍ​ສອງ​ຄົນ

28 “ແຕ່​ພວກເຈົ້າ​ຄິດ​ຢ່າງ​ໃດ​ກ່ຽວກັບ​ເລື່ອງ​ນີ້? ຊາຍ​ຜູ້ໜຶ່ງ​ມີ​ລູກຊາຍ​ສອງ​ຄົນ ລາວ​ໄປ​ຫາ​ລູກກົກ ແລະ​ສັ່ງ​ວ່າ, ‘ລູກ​ເອີຍ ວັນ​ນີ້​ເຈົ້າ​ຈົ່ງ​ໄປ​ເຮັດ​ວຽກ​ໃນ​ສວນ​ອະງຸ່ນ​ເດີ.’

29 ເຂົາ​ຕອບ​ພໍ່​ວ່າ ‘ລູກ​ບໍ່​ໄປ’, ແຕ່​ຕໍ່ມາ ເຂົາ​ເລີຍ​ປ່ຽນ​ໃຈ​ແລ້ວ​ກໍ​ໄປ.

30 ແລ້ວ​ພໍ່​ກໍ​ໄປ​ຫາ​ລູກຊາຍ​ຜູ້​ທີ​ສອງ ແລະ​ສັ່ງ​ຢ່າງ​ດຽວກັນ ລູກ​ຂອງ​ລາວ​ຕອບ​ວ່າ, ‘ເຈົ້າ ລູກ​ຈະ​ໄປ’, ແຕ່​ເຂົາ​ບໍ່​ໄປ.

31 ໃນ​ລູກ​ສອງ​ຄົນ​ນີ້​ຜູ້ໃດ​ເຮັດ​ຕາມໃຈ​ຂອງ​ພໍ່?” ພວກເຂົາ​ຕອບ​ວ່າ, “ແມ່ນ​ລູກກົກ.” ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຄົນ​ເກັບພາສີ​ແລະ​ຍິງ​ໂສເພນີ ກຳລັງ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ກ່ອນ​ພວກເຈົ້າ.

32 ເພາະ​ໂຢຮັນ​ບັບຕິສະໂຕ​ໄດ້​ມາ​ຊີ້​ບອກ​ທາງ​ທີ່​ຖືກຕ້ອງ​ໃຫ້​ພວກເຈົ້າ ແລະ​ພວກເຈົ້າ​ບໍ່​ເຊື່ອ​ເພິ່ນ, ສ່ວນ​ຄົນ​ເກັບພາສີ​ແລະ​ຍິງ​ໂສເພນີ​ໄດ້​ເຊື່ອ​ເພິ່ນ, ຝ່າຍ​ພວກເຈົ້າ​ເຖິງ​ແມ່ນ​ໄດ້​ເຫັນ​ດັ່ງນີ້​ແລ້ວ​ກໍຕາມ, ແຕ່​ພາຍລຸນ​ມາ​ພວກເຈົ້າ​ກໍ​ບໍ່​ກັບໃຈ ແລະ​ເຊື່ອ​ເພິ່ນ.”


ຄຳອຸປະມາ​ເລື່ອງ​ຄົນ​ເຊົ່າ​ສວນ​ອະງຸ່ນ
( ມຣກ 12:1-12 ; ລກ 20:9-19 )

33 “ຈົ່ງ​ຟັງ​ຄຳອຸປະມາ​ເລື່ອງ​ໜຶ່ງ​ອີກ ມີ​ຄົນ​ໜຶ່ງ​ທີ່​ເຮັດ​ສວນ​ອະງຸ່ນ ເພິ່ນ​ເຮັດ​ຮົ້ວ​ລ້ອມ​ສວນ​ໄວ້ ແລະ​ສະກັດ​ອ່າງ​ເພື່ອ​ໃຊ້​ຢຽບ​ໝາກ​ອະງຸ່ນ ແລະ​ທັງ​ໄດ້​ສ້າງ​ຫໍຄອຍ​ເພື່ອ​ເຝົ້າ​ຍາມ​ໄວ້. ເພິ່ນ​ໄດ້​ເອົາ​ສວນ​ອະງຸ່ນ​ໃຫ້​ຄົນ​ເຊົ່າ ແລ້ວ​ເພິ່ນ​ກໍ​ອອກ​ໄປ​ຈາກ​ທີ່​ນັ້ນ.

34 ພໍ​ເຖິງ​ລະດູ​ເກັບກ່ຽວ​ມາ ເພິ່ນ​ກໍ​ໃຊ້​ບັນດາ​ຜູ້ຮັບໃຊ້​ຂອງຕົນ​ໄປ​ຫາ​ພວກ​ເຊົ່າ​ສວນ ເພື່ອ​ຮັບ​ເອົາ​ສ່ວນ​ແບ່ງ​ຂອງຕົນ.

35 ແຕ່​ພວກ​ຄົນ​ເຊົ່າ​ສວນ​ນັ້ນ ໄດ້​ຈັບ​ພວກ​ຜູ້ຮັບໃຊ້​ຂອງ​ເພິ່ນ, ຂ້ຽນຕີ​ຜູ້ໜຶ່ງ, ຂ້າ​ຜູ້ໜຶ່ງ ແລະ​ເອົາ​ຫີນ​ແກວ່ງ​ໃສ່​ຜູ້ໜຶ່ງ.

36 ເຈົ້າ​ຂອງ​ສວນ​ໄດ້​ໃຊ້​ຜູ້ຮັບໃຊ້​ຄົນອື່ນໆ​ໄປ​ອີກ ເປັນ​ຈຳນວນ​ຫລວງຫລາຍ​ກວ່າ​ຄັ້ງ​ທຳອິດ, ແຕ່​ພວກ​ຄົນ​ເຊົ່າ​ສວນ​ກໍ​ເຮັດ​ຕໍ່​ຄົນ​ເຫຼົ່ານັ້ນ​ເຊັ່ນດຽວ​ກັນ.

37 ໃນ​ທີ່ສຸດ​ເພິ່ນ​ຈຶ່ງ​ໃຊ້​ລູກຊາຍ​ຂອງຕົນ ໄປ​ຫາ​ພວກເຂົາ​ໂດຍ​ຄິດ​ວ່າ ‘ພວກເຂົາ​ຄົງ​ຈະ​ໃຫ້​ຄວາມນັບຖື​ແກ່​ລູກຊາຍ​ຂອງເຮົາ​ຢ່າງ​ແນ່ນອນ.’

38 ແຕ່​ເມື່ອ​ຄົນ​ເຊົ່າ​ສວນ​ເຫຼົ່ານັ້ນ ເຫັນ​ລູກຊາຍ​ຂອງ​ເພິ່ນ ພວກເຂົາ​ຈຶ່ງ​ເວົ້າ​ຕໍ່​ກັນແລະກັນ​ວ່າ, ‘ຄົນ​ນີ້​ແຫຼະ ເປັນ​ເຈົ້າ​ຂອງ​ມໍຣະດົກ ຈົ່ງ​ຂ້າ​ມັນ​ເສຍ ແລ້ວ​ພວກເຮົາ​ກໍ​ຈະ​ໄດ້​ມໍຣະດົກ​ຂອງ​ມັນ’

39 ດັ່ງນັ້ນ ພວກເຂົາ​ຈຶ່ງ​ຈັບ​ລູກຊາຍ​ຂອງ​ເຈົ້າ​ຂອງ​ສວນ​ໂຍນ​ຖິ້ມ​ອອກ​ໄປ​ນອກ​ສວນ​ແລ້ວ​ຂ້າ​ເສຍ.

40 ເຫດສະນັ້ນ ເມື່ອ​ເຈົ້າ​ຂອງ​ສວນອະງຸ່ນ​ມາ ເພິ່ນ​ຈະ​ເຮັດ​ຢ່າງ​ໃດ​ຕໍ່​ຄົນ​ເຊົ່າ​ສວນ​ເຫຼົ່ານັ້ນ?”

41 ພວກເຂົາ​ຕອບ​ວ່າ, “ເພິ່ນ​ຈະ​ຕ້ອງ​ລົງໂທດ​ຄົນຊົ່ວ​ເຫຼົ່ານັ້ນ​ຢ່າງ​ຮ້າຍແຮງ ແລະ​ຂ້າ​ຖິ້ມ​ເສຍ, ແລ້ວ​ຍົກ​ສວນ​ອະງຸ່ນ​ນັ້ນ​ໃຫ້​ຄົນອື່ນ​ເຊົ່າ ຄື​ຜູ້​ຈະ​ນຳ​ຜົນ​ທີ່​ເກັບ​ໄດ້ ມາ​ໃຫ້​ເພິ່ນ​ຖືກຕ້ອງ​ຕາມ​ລະດູ​ການ.”

42 ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ບໍ່ເຄີຍ​ອ່ານ​ໃນ​ພຣະຄຳພີ​ບໍ? ໃນ​ຕອນ​ທີ່​ກ່າວ​ວ່າ, ‘ຫີນ​ທີ່​ນາຍ​ຊ່າງ​ກໍ່​ໄດ້​ໂຍນ​ຖິ້ມ​ແລ້ວ ເພາະ​ຖື​ວ່າ​ໄຮ້​ຄ່າ ກໍ​ກາຍເປັນ​ຫີນ​ເສົາ​ເອກ ສຳຄັນ​ກວ່າ​ໝູ່​ໝົດ. ເລື່ອງ​ນີ້​ມາ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ ຜູ້​ຊຶ່ງ​ເປັນ​ການ​ປະຫລາດ ແກ່​ຕາ​ຂອງ​ພວກເຮົາ.”’

43 ເພາະສະນັ້ນ ເຮົາ​ຈຶ່ງ​ບອກ​ພວກເຈົ້າ​ວ່າ, “ຣາຊອານາຈັກ​ຂອງ​ພຣະເຈົ້າ​ຈະ​ຖືກ​ຍົກ​ໜີໄປ​ຈາກ​ພວກເຈົ້າ ແລະ​ມອບ​ໃຫ້​ແກ່​ຊົນຊາດ​ໜຶ່ງ ຊຶ່ງ​ຈະ​ໃຫ້​ຜົນ​ດີ​ສົມ​ກັບ​ຊົນຊາດ​ນັ້ນ. [

44 ຜູ້ໃດ​ລົ້ມ​ທັບ​ຫີນ​ນີ້ ຜູ້ນັ້ນ​ຈະ​ຕ້ອງ​ແຕກ​ຫັກ​ໄປ ແຕ່​ຖ້າ​ຫີນ​ນັ້ນ​ຈະ​ຕົກ​ທັບ​ຜູ້ໃດ ຜູ້ນັ້ນ​ຈະ​ແຫລກ​ໝຸ່ນ​ໄປ.”]

45 ເມື່ອ​ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ຟາຣີຊາຍ ໄດ້ຍິນ​ຄຳອຸປະມາ​ນີ້ ກໍ​ຮູ້​ໄດ້​ວ່າ​ພຣະອົງ​ເວົ້າ​ເຖິງ​ພວກເຂົາ,

46 ດັ່ງນັ້ນ ພວກເຂົາ​ຈຶ່ງ​ພະຍາຍາມ​ຈັບ​ພຣະອົງ ແຕ່​ພວກເຂົາ​ຢ້ານ​ປະຊາຊົນ ເພາະ​ປະຊາຊົນ​ຖື​ວ່າ​ພຣະເຢຊູເຈົ້າ​ເປັນ​ຜູ້ທຳນວາຍ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan