Biblia Todo Logo
Bìoball air-loidhne

- Sanasan -

ມັດທາຍ 20 - ພຣະຄຳພີສັກສິ


ຄົນ​ເຮັດ​ວຽກ​ໃນ​ສວນ​ອະງຸ່ນ

1 “ຣາຊອານາຈັກ​ສະຫວັນ​ປຽບ​ເໝືອນ​ພໍ່​ເຮືອນ​ຜູ້ໜຶ່ງ​ອອກ​ໄປ​ແຕ່​ເຊົ້າໆ ເພື່ອ​ຈ້າງ​ຄົນ​ມາ​ເຮັດ​ວຽກ​ໃນ​ສວນອະງຸ່ນ​ຂອງຕົນ.

2 ເພິ່ນ​ຕົກລົງ​ຈ່າຍ​ຄ່າ​ແຮງງານ​ໃຫ້​ພວກເຂົາ​ຕາມ​ອັດຕາ​ປົກກະຕິ ຄື​ວັນ​ລະ​ໜຶ່ງ​ຫລຽນ​ເງິນ ແລະ​ໃຊ້​ພວກເຂົາ​ໄປ​ເຮັດ​ວຽກ​ໃນ​ສວນ​ອະງຸ່ນ​ຂອງຕົນ.

3 ໃນ​ເວລາ​ເກົ້າ​ໂມງ​ເຊົ້າ ເພິ່ນ​ກໍ​ອອກ​ໄປ​ອີກ ແລະ​ເຫັນ​ຄົນອື່ນ​ຢູ່​ລ້າໆ​ໃນ​ກາງ​ຕະຫລາດ

4 ເພິ່ນ​ຈຶ່ງ​ບອກ​ກັບ​ຄົນ​ເຫຼົ່ານີ້​ວ່າ, ‘ໃຫ້​ພວກເຈົ້າ​ໄປ​ເຮັດ​ວຽກ​ໃນ​ສວນອະງຸ່ນ​ຂອງຂ້ອຍ​ເໝືອນກັນ ແລະ​ຂ້ອຍ​ຈະ​ຈ່າຍ​ຄ່າ​ແຮງງານ​ໃຫ້​ພວກເຈົ້າ​ຢ່າງ​ຍຸດຕິທຳ.’

5 ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄປ​ເຮັດ​ວຽກ, ແລ້ວ​ໃນ​ເວລາ​ທ່ຽງ ແລະ​ໃນ​ເວລາ​ບ່າຍ​ສາມ​ໂມງ ເຈົ້າ​ຂອງ​ສວນ​ອະງຸ່ນ​ກໍ​ອອກ​ໄປ​ອີກ ເຮັດ​ເໝືອນ​ເທື່ອ​ກ່ອນ.

6 ພໍ​ເພິ່ນ​ອອກ​ໄປ​ອີກ​ເມື່ອ​ເວລາ​ປະມານ​ຫ້າ​ໂມງ​ແລງ ແລະ​ເຫັນ​ຄົນອື່ນ​ຢືນ​ຢູ່​ທີ່​ນັ້ນ ເພິ່ນ​ຈຶ່ງ​ຖາມ​ພວກເຂົາ​ວ່າ ‘ດ້ວຍເຫດໃດ​ພວກເຈົ້າ​ຈຶ່ງ​ຢູ່​ທີ່​ນີ້​ໝົດ​ມື້ ໂດຍ​ບໍ່​ເຮັດ​ຫຍັງ?’

7 ພວກເຂົາ​ຕອບ​ວ່າ ‘ເພາະ​ບໍ່ມີ​ຜູ້ໃດ​ຈ້າງ​ພວກເຮົາ.’ ເພິ່ນ​ຈຶ່ງ​ບອກ​ພວກເຂົາ​ວ່າ ‘ໃຫ້​ພວກເຈົ້າ​ໄປ​ເຮັດ​ວຽກ​ຢູ່​ສວນ​ອະງຸ່ນ​ຂອງຂ້ອຍ​ເໝືອນກັນ.’

8 ເມື່ອ​ຮອດ​ຕອນແລງ​ມາ ເຈົ້າ​ຂອງ​ສວນ​ອະງຸ່ນ​ກໍ​ບອກ​ຜູ້​ຈັດການ​ຂອງຕົນ​ວ່າ, ‘ຈົ່ງ​ເອີ້ນ​ຄົນງານ​ມາ ແລະ​ຈ່າຍ​ຄ່າ​ແຮງງານ​ໃຫ້​ພວກເຂົາ ໂດຍ​ເລີ່ມ​ຕັ້ງແຕ່​ຜູ້​ຮັບຈ້າງ​ຜູ້​ທີ່​ມາ​ຫລ້າສຸດ ຈົນເຖິງ​ຄົນ​ຮັບຈ້າງ​ຜູ້​ມາ​ທຳອິດ.’

9 ເມື່ອ​ພວກ​ຮັບ​ຈ້າງ​ຜູ້​ທີ່​ມາ​ເຮັດ​ວຽກ​ໃນ​ເວລາ​ຫ້າ​ໂມງ​ແລງ ໄດ້​ຮັບ​ຄົນ​ລະ​ໜຶ່ງ​ຫລຽນ​ເງິນ.

10 ສະນັ້ນ ຄົນ​ຮັບຈ້າງ​ພວກ​ທຳອິດ ທີ່​ມາ​ຮັບ​ຄ່າຈ້າງ ຈຶ່ງ​ຄິດ​ວ່າ​ພວກ​ຕົນ​ຈະ​ໄດ້​ຮັບ​ຫລາຍກວ່າ​ນັ້ນ, ແຕ່​ພວກເຂົາ​ໄດ້​ຮັບ​ໜຶ່ງ​ຫລຽນ​ເງິນ​ເໝືອນກັນ.

11 ເມື່ອ​ຮັບ​ເງິນ​ແລ້ວ ພວກເຂົາ​ກໍ​ຈົ່ມ​ຕໍ່​ນາຍຈ້າງ​ວ່າ,

12 ‘ຄົນ​ຮັບຈ້າງ​ຜູ້​ທີ່​ມາ​ສຸດທ້າຍ​ເຮັດ​ວຽກ​ພຽງແຕ່​ຊົ່ວໂມງ​ດຽວ​ເທົ່ານັ້ນ, ສ່ວນ​ພວກເຮົາ​ເຮັດ​ວຽກ​ໜັກ​ຕາກ​ແດດ​ຮ້ອນ​ຕະຫລອດ​ໝົດ​ມື້, ແຕ່​ທ່ານ​ໄດ້​ຈ່າຍ​ໃຫ້​ພວກເຮົາ​ເທົ່າ​ກັບ​ພວກເຂົາ.’

13 ເຈົ້າ​ຂອງ​ສວນ​ອະງຸ່ນ​ຕອບ​ຄົນ​ໜຶ່ງ​ໃນ​ພວກເຂົາ​ວ່າ, ‘ສະຫາຍ​ເອີຍ ຂ້ອຍ​ບໍ່ໄດ້​ສໍ້ໂກງ​ເຈົ້າ, ເຈົ້າ​ຕົກລົງ​ເຮັດ​ວຽກ​ໃຫ້​ຂ້ອຍ​ວັນ​ລະ​ໜຶ່ງ​ຫລຽນ​ເງິນ​ບໍ່ແມ່ນ​ບໍ?

14 ສະນັ້ນ ສິ່ງ​ທີ່​ເປັນ​ຂອງ​ເຈົ້າ ຈົ່ງ​ຮັບ​ເອົາ​ແລະ​ເມືອ​ສາ ຂ້ອຍ​ພໍໃຈ​ຢາກ​ໃຫ້​ຄົນ​ຮັບຈ້າງ ຜູ້​ທີ່​ມາ​ສຸດທ້າຍ​ນີ້​ເທົ່າ​ກັບ​ເຈົ້າ.

15 ຂ້ອຍ​ມີ​ສິດ​ເຮັດ​ໃນ​ສິ່ງ​ທີ່​ຂ້ອຍ​ຢາກ​ເຮັດ​ກັບ​ເງິນ​ຂອງຂ້ອຍ​ບໍ່ແມ່ນ​ບໍ? ເປັນຫຍັງ​ຈຶ່ງ​ອິດສາ​ເມື່ອ​ເຫັນ​ຂ້ອຍ​ໃຈ​ດີ?”’

16 “ດັ່ງນັ້ນແຫລະ ຄົນ​ທີ່​ເປັນ​ຜູ້ປາຍ ຈະ​ກັບ​ເປັນ​ຜູ້ຕົ້ນ ແລະ​ຜູ້​ທີ່​ເປັນ​ຜູ້ຕົ້ນ ກໍ​ຈະ​ກັບ​ເປັນ​ຜູ້ປາຍ.”


ພຣະເຢຊູເຈົ້າ​ຊົງ​ກ່າວ​ເປັນ​ຄັ້ງ​ທີ​ສາມ ເຖິງ​ຄວາມ​ຕາຍ​ຂອງ​ພຣະອົງ
( ມຣກ 10:32-34 ; ລກ 18:31-34 )

17 ຂະນະທີ່​ພຣະເຢຊູເຈົ້າ​ກຳລັງ​ຂຶ້ນ​ໄປ​ນະຄອນ​ເຢຣູຊາເລັມ​ນັ້ນ ພຣະອົງ​ພາ​ພວກ​ສາວົກ​ສິບສອງ​ຄົນ​ອອກ​ໄປ​ຕ່າງຫາກ ແລະ​ກ່າວ​ແກ່​ພວກເພິ່ນ​ເປັນ​ການ​ສ່ວນຕົວ.

18 ຕາມ​ທາງ​ນັ້ນ ພຣະອົງ​ບອກ​ພວກເພິ່ນ​ວ່າ, “ຈົ່ງ​ຟັງ​ເທີ້ນ ພວກເຮົາ​ກຳລັງ​ຂຶ້ນ​ໄປ​ນະຄອນ​ເຢຣູຊາເລັມ ບ່ອນ​ທີ່​ບຸດ​ມະນຸດ​ຈະ​ຖືກ​ມອບ​ໄວ້​ໃນ​ກຳມື​ຂອງ​ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ທຳມະຈານ ພວກເຂົາ​ຈະ​ລົງໂທດ​ເພິ່ນ​ໃຫ້​ເຖິງ​ຕາຍ

19 ແລະ​ຈະ​ມອບ​ເພິ່ນ​ໃຫ້​ຄົນຕ່າງຊາດ, ຄົນ​ເຫຼົ່ານີ້​ຈະ​ເຢາະເຢີ້ຍ​ເພິ່ນ ຈະ​ຂ້ຽນ​ຕີ​ເພິ່ນ ແລະ​ຈະ​ຄຶງ​ເພິ່ນ​ໄວ້​ທີ່​ໄມ້ກາງແຂນ ແຕ່​ໃນ​ວັນ​ຖ້ວນ​ສາມ​ເພິ່ນ​ຈະ​ເປັນ​ຄືນ​ມາ​ຈາກ​ຕາຍ​ສູ່​ຊີວິດ.”


ຄຳ​ຮ້ອງ​ຂໍ​ຕຳແໜ່ງ​ຂອງ​ແມ່​ຢາໂກໂບ ແລະ ໂຢຮັນ
( ມຣກ 10:35-45 )

20 ຕໍ່ມາ ເມຍ​ຂອງ​ເຊເບດາຍ​ກໍ​ມາ​ຫາ​ພຣະເຢຊູເຈົ້າ​ພ້ອມ​ກັບ​ລູກ​ທັງສອງ​ຂອງຕົນ, ພວກເພິ່ນ​ຂາບລົງ​ຕໍ່ໜ້າ​ພຣະອົງ ແລະ​ຂໍຮ້ອງ​ສິ່ງ​ໜຶ່ງ​ຈາກ​ພຣະອົງ.

21 ພຣະອົງ​ຖາມ​ນາງ​ວ່າ, “ເຈົ້າ​ຕ້ອງການ​ຫຍັງ?” ນາງ​ຕອບ​ວ່າ, “ຂໍ​ທ່ານ​ຮັບ​ສັ່ງ​ໃຫ້​ລູກຊາຍ​ຂອງ​ຂ້ານ້ອຍ​ສອງ​ຄົນ​ນີ້ ນັ່ງ​ໃນ​ອານາຈັກ​ຂອງທ່ານ ຄື​ເບື້ອງຂວາ​ຜູ້ໜຶ່ງ ແລະ​ເບື້ອງຊ້າຍ​ອີກ​ຜູ້ໜຶ່ງ.”

22 ພຣະເຢຊູເຈົ້າ​ຕອບ​ວ່າ, “ພວກເຈົ້າ​ບໍ່​ຮູ້ຈັກ​ໃນ​ສິ່ງ​ທີ່​ພວກເຈົ້າ​ກຳລັງ​ຂໍ​ນັ້ນ ພວກເຈົ້າ​ຈະ​ດື່ມ​ຈາກ​ຈອກ​ແຫ່ງ​ຄວາມ​ທົນທຸກ ທີ່​ເຮົາ​ກຳລັງ​ຈະ​ຕ້ອງ​ດື່ມ​ນັ້ນ​ໄດ້​ບໍ?” ທ່ານ​ທັງສອງ​ຕອບ​ວ່າ, “ດື່ມ​ໄດ້.”

23 ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ພວກເຈົ້າ​ຈະ​ດື່ມ​ຈາກ​ຈອກ​ທີ່​ເຮົາ​ຕ້ອງ​ດື່ມ​ແທ້ຈິງ, ແຕ່​ຜູ້ໃດ​ຈະ​ນັ່ງ​ທີ່​ເບື້ອງຂວາ ຫລື​ເບື້ອງຊ້າຍ​ຂອງເຮົາ​ນັ້ນ​ບໍ່ແມ່ນ​ໜ້າທີ່​ຂອງເຮົາ​ຈະ​ຈັດ​ໃຫ້ ແຕ່​ແມ່ນ​ພຣະບິດາເຈົ້າ​ຂອງເຮົາ​ຈັດຕຽມ​ໄວ້​ແລ້ວ​ສຳລັບ​ຜູ້ໃດ ກໍ​ເປັນ​ຂອງ​ຜູ້ນັ້ນ.”

24 ເມື່ອ​ສາວົກ​ອີກ​ສິບ​ຄົນ​ໄດ້ຍິນ​ເຖິງ​ເລື່ອງ​ນັ້ນ​ແລ້ວ ພວກເພິ່ນ​ກໍ​ໂກດຮ້າຍ​ສອງ​ອ້າຍ​ນ້ອງ​ນີ້.

25 ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ເອີ້ນ​ພວກເພິ່ນ​ທັງໝົດ​ມາ ແລະ​ກ່າວ​ວ່າ, “ພວກເຈົ້າ​ຕ່າງ​ກໍ​ຮູ້​ດີ​ວ່າ ຜູ້​ປົກຄອງ​ມີ​ອຳນາດ​ເໜືອ​ປະຊາຊົນ​ທີ່​ເຂົາ​ປົກຄອງ​ຢູ່ ແລະ​ຜູ້​ໃຫຍ່​ກໍ​ໃຊ້​ສິດ​ເດັດຂາດ​ເໜືອ​ພວກເຂົາ.

26 ແຕ່​ໃນ​ທ່າມກາງ​ພວກເຈົ້າ​ບໍ່​ເປັນ​ດັ່ງນັ້ນ, ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ຢາກ​ເປັນ​ໃຫຍ່ ຜູ້ນັ້ນ​ຕ້ອງ​ເປັນ​ຜູ້ຮັບໃຊ້​ຂອງ​ພວກເຈົ້າ

27 ແລະ​ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ຢາກ​ເປັນ​ເອກ ລາວ​ຕ້ອງ​ເປັນ​ຜູ້ຮັບໃຊ້​ຂອງ​ພວກເຈົ້າ

28 ເໝືອນ​ຢ່າງ​ບຸດ​ມະນຸດ​ບໍ່ໄດ້​ມາ​ເພື່ອ​ໃຫ້​ຄົນອື່ນ​ຮັບໃຊ້​ຕົນ ແຕ່​ມາ​ເພື່ອ​ຮັບໃຊ້ ແລະ​ຍອມ​ສະຫລະ​ຊີວິດ​ຂອງຕົນ ເປັນ​ຄ່າ​ໄຖ່​ຄົນ​ຈຳນວນ​ຫລວງຫລາຍ.”


ພຣະເຢຊູເຈົ້າ​ຊົງ​ໂຜດ​ຊາຍ​ຕາບອດ​ສອງ​ຄົນ
( ມຣກ 10:46-52 ; ລກ 18:35-43 )

29 ເມື່ອ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ຂອງ​ພຣະອົງ ຈາກ​ເມືອງ​ເຢຣີໂກ​ໄປ​ນັ້ນ ປະຊາຊົນ​ຢ່າງ​ຫລວງຫລາຍ​ໄດ້​ຕິດຕາມ​ພຣະອົງ​ໄປ.

30 ມີ​ຊາຍ​ຕາບອດ​ສອງ​ຄົນ​ທີ່​ນັ່ງ​ຢູ່​ແຄມ​ທາງ, ເມື່ອ​ໄດ້ຍິນ​ວ່າ​ພຣະເຢຊູເຈົ້າ​ກຳລັງ​ຜ່ານ​ມາ​ທາງ​ນັ້ນ ພວກເຂົາ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ພຣະອົງເຈົ້າ ຜູ້​ເປັນ​ບຸດ​ດາວິດ​ເອີຍ ໂຜດ​ເມດຕາ​ສົງສານ​ພວກ​ຂ້ານ້ອຍ​ແດ່ທ້ອນ.”

31 ປະຊາຊົນ​ໄດ້​ຫ້າມປາມ​ໄວ້ ແລະ​ບອກ​ພວກເຂົາ​ໃຫ້​ມິດ​ຢູ່ ແຕ່​ພວກເຂົາ​ແຮ່ງ​ຮ້ອງ​ດັງ​ຂຶ້ນ​ວ່າ, “ພຣະອົງເຈົ້າ ຜູ້​ເປັນ​ບຸດ​ດາວິດ​ເອີຍ ໂຜດ​ເມດຕາ​ສົງສານ​ຂ້ານ້ອຍ​ແດ່ທ້ອນ.”

32 ພຣະເຢຊູເຈົ້າ​ຈຶ່ງ​ຢຸດ ແລ້ວ​ເອີ້ນ​ຊາຍ​ຕາບອດ​ສອງ​ຄົນ​ນັ້ນ​ມາ ພຣະອົງ​ຖາມ​ພວກເຂົາ​ວ່າ, “ພວກເຈົ້າ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ​ໃຫ້​ພວກເຈົ້າ?”

33 ພວກເຂົາ​ຈຶ່ງ​ຕອບ​ວ່າ, “ພຣະອົງເຈົ້າ​ເອີຍ ຂໍໂຜດ​ໃຫ້​ຕາ​ຂອງ​ພວກ​ຂ້ານ້ອຍ​ໄດ້​ເຫັນ​ຮຸ່ງ​ແດ່ທ້ອນ.”

34 ພຣະເຢຊູເຈົ້າ​ສົງສານ​ພວກເຂົາ ຈຶ່ງ​ບາຍ​ຕາ​ຂອງ​ພວກເຂົາ ໃນ​ທັນໃດນັ້ນ ພວກເຂົາ​ກໍ​ເຫັນ​ຮຸ່ງ ແລະ​ຕິດຕາມ​ພຣະອົງ​ໄປ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan