ມັດທາຍ 2 - ພຣະຄຳພີສັກສິພວກໂຫຣາຈານມາພົບພຣະເຢຊູເຈົ້າ 1 ພຣະເຢຊູເຈົ້າໄດ້ເກີດທີ່ເມືອງເບັດເລເຮັມ ແຂວງຢູດາຍໃນສະໄໝທີ່ເຮໂຣດເປັນກະສັດ. ເບິ່ງແມ! ມີພວກໂຫຣາຈານໄດ້ມາຈາກທິດຕາເວັນອອກໄປທີ່ນະຄອນເຢຣູຊາເລັມ. 2 ແລະຖາມວ່າ, “ເດັກທີ່ຫາກໍເກີດມາເປັນກະສັດຂອງຊາວຢິວນັ້ນຢູ່ໃສ? ພວກເຮົາໄດ້ເຫັນດາວຂອງເພິ່ນປາກົດຂຶ້ນທາງທິດຕາເວັນອອກ ແລະພວກເຮົາໄດ້ມາເພື່ອຂາບໄຫວ້ນະມັດສະການເພິ່ນ.” 3 ເມື່ອກະສັດເຮໂຣດໄດ້ຍິນເຊັ່ນນີ້ແລ້ວ, ກໍກັງວົນໃຈຫລາຍ ແລະຊາວນະຄອນເຢຣູຊາເລັມທຸກຄົນກໍເໝືອນກັນດ້ວຍ. 4 ເພິ່ນໄດ້ເອີ້ນພວກຫົວໜ້າປະໂຣຫິດແລະພວກທຳມະຈານທັງໝົດມາເຕົ້າໂຮມກັນ ແລ້ວເພິ່ນກໍຖາມພວກເຂົາວ່າ, “ພຣະຄຣິດນັ້ນ ຈະບັງເກີດຢູ່ທີ່ໃດ?” 5 ພວກເຂົາຕອບວ່າ, “ຢູ່ໃນເມືອງເບັດເລເຮັມແຂວງຢູດາຍ ເພາະຜູ້ທຳນວາຍໄດ້ຂຽນໄວ້ດັ່ງນີ້ວ່າ, 6 ‘ເບັດເລເຮັມໃນດິນແດນຢູດາຍເອີຍ, ເຈົ້າກໍບໍ່ແມ່ນຜູ້ເລັກນ້ອຍທີ່ສຸດ ໃນບັນດາເມືອງໃຫຍ່ໆຂອງຢູດາຍ ເພາະຜູ້ນຳຄົນໜຶ່ງຈະມາຈາກເຈົ້າ ຜູ້ທີ່ຈະມາປົກຄອງປະຊາຊົນຂອງເຮົາ ຄື ຊາວອິດສະຣາເອນ.”’ 7 ດັ່ງນັ້ນ ເຮໂຣດຈຶ່ງເອີ້ນພວກໂຫຣາຈານເຂົ້າມາທາງລັບ ແລະສືບຖາມເອົາຄວາມນຳພວກເຂົາເຖິງເວລາອັນແນ່ນອນທີ່ດາວນັ້ນໄດ້ປາກົດຂຶ້ນ. 8 ແລ້ວເພິ່ນກໍໃຊ້ພວກໂຫຣາຈານໄປທີ່ເມືອງເບັດເລເຮັມ ແລະສັ່ງພວກເຂົາວ່າ, “ຈົ່ງໄປຊອກຫາກຸມມານນັ້ນຢ່າງຄັກແນ່ ເມື່ອພວກເຈົ້າພົບແລ້ວຈົ່ງບອກໃຫ້ເຮົາຮູ້, ເພື່ອເຮົາຈະໄປຂາບໄຫວ້ນະມັດສະການເພິ່ນເໝືອນກັນ.” 9 ເມື່ອພວກໂຫຣາຈານໄດ້ຍິນຄຳສັ່ງດັ່ງນີ້ ກໍພາກັນອອກໄປ. ເບິ່ງແມ! ດາວທີ່ພວກເຂົາໄດ້ເຫັນເມື່ອປາກົດຂຶ້ນນັ້ນ ກໍໄດ້ນຳໜ້າພວກເຂົາໄປ ຈົນມາຢຸດຢູ່ຊື່ສະຖານທີ່ກຸມມານຢູ່ນັ້ນ. 10 ເມື່ອພວກໂຫຣາຈານໄດ້ເຫັນດາວນັ້ນແລ້ວ ກໍມີຄວາມຊົມຊື່ນຍິນດີອັນໃຫຍ່, 11 ເມື່ອພວກເຂົາເຂົ້າໄປໃນເຮືອນແລ້ວ ກໍໄດ້ເຫັນກຸມມານ ແລະ ມາຣີແມ່ຂອງເພິ່ນ, ແລ້ວພວກເຂົາຈຶ່ງກົ້ມລົງຂາບໄຫວ້ນະມັດສະການກຸມມານນັ້ນ ແລ້ວກໍໄຂຫີບເອົາຊັບຂອງພວກເຂົາອອກມາຖວາຍແກ່ກຸມມານມີດັ່ງນີ້: ຄຳ, ກຳຍານ ແລະ ຢາງໄມ້ຫອມ. 12 ຕໍ່ມາ ພຣະເຈົ້າໄດ້ເຕືອນພວກເຂົາທາງຄວາມຝັນ ບໍ່ໃຫ້ກັບຄືນໄປຫາເຮໂຣດ. ສະນັ້ນ ພວກເຂົາຈຶ່ງກັບຄືນເມືອບ້ານເມືອງຂອງຕົນເອງຕາມທາງອື່ນ. ໂຢເຊັບພາກຸມມານໜີໄປປະເທດເອຢິບ 13 ເມື່ອໂຫຣາຈານຈາກໄປແລ້ວ ມີເທວະດາຂອງອົງພຣະຜູ້ເປັນເຈົ້າຕົນໜຶ່ງໄດ້ປາກົດໃຫ້ໂຢເຊັບເຫັນທາງຄວາມຝັນ ແລ້ວກ່າວວ່າ, “ຈົ່ງລຸກຂຶ້ນ ໃຫ້ພາກຸມມານກັບແມ່ຂອງເພິ່ນໜີໄປປະເທດເອຢິບ ຈົ່ງຢູ່ໃນທີ່ນັ້ນ ຈົນກວ່າເຮົາບອກເຈົ້າໃຫ້ກັບຄືນມາ ເພາະເຮໂຣດກຳລັງຊອກຫາກຸມມານເພື່ອຈະຂ້າເພິ່ນເສຍ.” 14 ໂຢເຊັບຈຶ່ງລຸກຂຶ້ນພາກຸມມານກັບແມ່ຂອງເພິ່ນໜີໄປປະເທດເອຢິບໃນຕອນກາງຄືນ 15 ແລະ ໄດ້ອາໄສຢູ່ໃນທີ່ນັ້ນ ຈົນເຮໂຣດຕາຍ ເຫດການທີ່ໄດ້ເກີດຂຶ້ນນີ້ ກໍເພື່ອໃຫ້ສຳເລັດຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ກ່າວໄວ້ທາງຜູ້ທຳນວາຍວ່າ, “ເຮົາໄດ້ເອີ້ນເອົາລູກຂອງເຮົາໃຫ້ອອກມາຈາກປະເທດເອຢິບ.” ເຮໂຣດສັ່ງໃຫ້ຂ້າພວກເດັກນ້ອຍ 16 ເມື່ອເຮໂຣດໄດ້ຮູ້ວ່າ ພວກໂຫຣາຈານຫລອກລວງຕົນ ເພິ່ນກໍໃຈຮ້າຍຫລາຍ. ສະນັ້ນ ເພິ່ນຈຶ່ງໃຊ້ຄົນໄປຂ້າເດັກນ້ອຍຜູ້ຊາຍທຸກຄົນໃນເມືອງເບັດເລເຮັມ ແລະໃນເຂດໃກ້ຄຽງຕັ້ງແຕ່ອາຍຸສອງປີລົງມາ ຕາມເວລາທີ່ເພິ່ນໄດ້ພົບກັບພວກໂຫຣາຈານນັ້ນ. 17 ເຫດການທີ່ໄດ້ເກີດຂຶ້ນນີ້ ເພື່ອໃຫ້ສຳເລັດຕາມທີ່ຜູ້ທຳນວາຍເຢເຣມີຢາໄດ້ກ່າວໄວ້ວ່າ, 18 “ໄດ້ຍິນສຽງດັງຂຶ້ນຢູ່ໃນບ້ານຣາມາ ເປັນສຽງຮ້ອງໄຫ້ ແລະໂອ່ຍຄວນຄາງ. ນາງຣາເຊັນກຳລັງຮ້ອງໄຫ້ ນຳລູກໆຂອງຕົນ ນາງບໍ່ຟັງຄຳປອບໃຈ ເພາະລູກເຂົາຕາຍແລ້ວ.” ໂຢເຊັບພາກຸມມານກັບຄືນມາຈາກປະເທດເອຢິບ 19 ຫລັງຈາກເຮໂຣດໄດ້ຕາຍໄປແລ້ວ ເທວະດາຂອງອົງພຣະຜູ້ເປັນເຈົ້າຕົນໜຶ່ງ ກໍໄດ້ປາກົດແກ່ໂຢເຊັບທາງຄວາມຝັນໃນປະເທດເອຢິບ. 20 ເທວະດາຕົນນີ້ໄດ້ກ່າວວ່າ, “ຈົ່ງລຸກຂຶ້ນ ພາກຸມມານແລະແມ່ຂອງເພິ່ນກັບຄືນໄປດິນແດນອິດສະຣາເອນ ເພາະຜູ້ທີ່ຕ້ອງການຂ້າກຸມມານນັ້ນຕາຍແລ້ວ.” 21 ດັ່ງນັ້ນ ໂຢເຊັບຈຶ່ງລຸກຂຶ້ນ ແລ້ວພາກຸມມານພ້ອມແມ່ຂອງເພິ່ນກັບຄືນສູ່ດິນແດນອິດສະຣາເອນ. 22 ແຕ່ເມື່ອໄດ້ຍິນວ່າ ອາກເຄລາວໄດ້ຂຶ້ນປົກຄອງເປັນກະສັດແຫ່ງຢູດາຍແທນເຮໂຣດຜູ້ເປັນບິດາ, ໂຢເຊັບກໍຢ້ານບໍ່ກ້າໄປຢູ່ທີ່ນັ້ນ. ຫລັງຈາກໄດ້ຮັບຄຳເຕືອນທາງຄວາມຝັນ ໂຢເຊັບຈຶ່ງໄປທີ່ແຂວງຄາລີເລ 23 ແລະໄປອາໄສຢູ່ເມືອງໜຶ່ງຊື່ວ່າ ນາຊາເຣັດ ເຫດການທີ່ໄດ້ເກີດຂຶ້ນນີ້ ກໍເພື່ອໃຫ້ສຳເລັດຕາມທີ່ຜູ້ທຳນວາຍໄດ້ກ່າວໄວ້ວ່າ, “ທ່ານຈະຖືກເອີ້ນວ່າ ໄທນາຊາເຣັດ.” |
@ 2012 United Bible Societies. All Rights Reserved.