Biblia Todo Logo
Bìoball air-loidhne

- Sanasan -

ມັດທາຍ 18 - ພຣະຄຳພີສັກສິ


ຜູ້ໃດ​ເປັນ​ໃຫຍ່​ໃນ​ສະຫວັນ
( ມຣກ 9:33-37 ; ລກ 9:46-48 )

1 ໃນ​ຂະນະ​ນັ້ນ ພວກ​ສາວົກ​ມາ​ຫາ​ພຣະເຢຊູເຈົ້າ ແລະ​ຖາມ​ວ່າ, “ຜູ້ໃດ​ເປັນ​ໃຫຍ່​ໃນ​ຣາຊອານາຈັກ​ສະຫວັນ?”

2 ພຣະອົງ​ເອີ້ນ​ເອົາ​ເດັກນ້ອຍ​ຄົນ​ໜຶ່ງ​ມາ​ຢືນ​ຢູ່​ທ່າມກາງ​ພວກເພິ່ນ

3 ແລະ​ກ່າວ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຖ້າ​ພວກເຈົ້າ​ບໍ່​ກັບໃຈ ແລະ​ກາຍເປັນ​ເໝືອນ​ເດັກນ້ອຍ ພວກເຈົ້າ​ຈະ​ເຂົ້າ​ໄປ​ໃນ​ຣາຊອານາຈັກ​ສະຫວັນ​ບໍ່ໄດ້​ຈັກເທື່ອ.

4 ຜູ້​ເປັນ​ໃຫຍ່​ທີ່ສຸດ​ໃນ​ຣາຊອານາຈັກ​ສະຫວັນ ແມ່ນ​ຜູ້​ທີ່​ຖ່ອມຕົວ​ລົງ​ເໝືອນ​ດັ່ງ​ເດັກນ້ອຍ​ຜູ້​ນີ້.

5 ແລະ ຜູ້ໃດ​ທີ່​ຕ້ອນຮັບ​ເດັກນ້ອຍ​ຜູ້ໜຶ່ງ​ຢ່າງ​ນີ້​ໄວ້​ໃນ​ນາມ​ຂອງເຮົາ ຜູ້ນັ້ນ​ກໍ​ຕ້ອນຮັບ​ເຮົາ.”


ການ​ລໍ້ລວງ​ໃຫ້​ເຮັດ​ບາບ
( ມຣກ 9:42-48 ; ລກ 17:1-2 )

6 “ຖ້າ​ຜູ້ໃດ​ເປັນ​ຕົ້ນເຫດ ພາ​ໃຫ້​ເດັກນ້ອຍ​ຄົນ​ໜຶ່ງ​ໃນ​ບັນດາ​ເດັກນ້ອຍ​ເຫຼົ່ານີ້ ທີ່​ເຊື່ອ​ໃນ​ເຮົາ​ຕົກ​ໃນ​ບາບ ແມ່ນ​ຈະ​ເອົາ​ຫີນ​ໂມ້ແປ້ງ​ກ້ອນ​ໃຫຍ່​ຜູກ​ຄໍ​ຜູ້​ນັ້ນ ແລະ​ຖິ້ມ​ລົງ​ໃນ​ທະເລ​ເລິກ​ເສຍ​ກໍ​ດີກວ່າ.

7 ວິບັດ​ແກ່​ໂລກນີ້ ເພາະ​ເຫດ​ລໍ້ລວງ​ມະນຸດ​ໃຫ້​ຕົກ​ໃນ​ບາບ ເຫດການ​ນີ້​ຈະ​ເກີດຂຶ້ນ​ສະເໝີ, ແຕ່​ວິບັດ​ແກ່​ຄົນ​ນັ້ນ ຜູ້​ທີ່​ເປັນ​ຕົ້ນເຫດ​ເຮັດ​ໃຫ້​ຕົກ​ໃນ​ບາບ.”

8 “ຖ້າ​ມື​ຫລື​ຕີນ​ຂອງ​ເຈົ້າ​ເປັນ​ຕົ້ນເຫດ​ເຮັດ​ໃຫ້​ຕົກ​ໃນ​ບາບ ຈົ່ງ​ຕັດ​ຖິ້ມ​ເສຍ ມີ​ມື​ຫລື​ຕີນ​ເບື້ອງ​ດຽວ​ເຂົ້າ​ສູ່​ຊີວິດ ກໍດີກວ່າ​ມີ​ມື​ຫລື​ຕີນ​ທັງສອງ​ເບື້ອງ ແຕ່​ຕ້ອງ​ໂຍນ​ຖິ້ມ​ໃສ່​ໃນ​ບຶງໄຟ​ທີ່​ໄໝ້​ຢູ່​ເປັນນິດ.

9 ແລະ​ຖ້າ​ຕາ​ຂອງ​ເຈົ້າ​ເປັນ​ຕົ້ນເຫດ​ພາ​ໃຫ້​ຕົກ​ໃນ​ບາບ ຈົ່ງ​ຄວັດ​ມັນ​ອອກ​ຖິ້ມ​ເສຍ ມີ​ຕາ​ເບື້ອງ​ດຽວ​ເຂົ້າ​ສູ່​ຊີວິດ ກໍ​ດີກວ່າ​ມີ​ຕາ​ທັງສອງ​ເບື້ອງ, ແຕ່​ຕ້ອງ​ໂຍນ​ຖິ້ມ​ໃສ່​ບຶງ​ໄຟ​ນະຣົກ.”


ເລື່ອງ​ແກະ​ທີ່​ເສຍ
( ລກ 15:3-7 )

10 “ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ດູໝິ່ນ​ເດັກນ້ອຍ​ເຫຼົ່ານີ້​ແມ່ນແຕ່​ຜູ້ໜຶ່ງ, ເຮົາ​ບອກ​ພວກເຈົ້າ​ວ່າ ເທວະດາ​ປະຈຳ​ຂອງ​ເຂົາ​ໃນ​ສະຫວັນ​ເຝົ້າ​ຢູ່​ສະເໝີ ຕໍ່​ພຣະພັກ​ພຣະບິດາເຈົ້າ​ຂອງເຮົາ ຜູ້​ຊົງ​ສະຖິດ​ຢູ່​ໃນ​ສະຫວັນ. [

11 ດ້ວຍວ່າ, ບຸດ​ມະນຸດ​ໄດ້​ມາ​ໂຜດ​ເອົາ​ຜູ້​ທີ່​ຫລົງ​ເສຍ​ໄປ​ແລ້ວ​ນັ້ນ​ໃຫ້​ພົ້ນ]

12 ພວກເຈົ້າ​ຄິດ​ຢ່າງ​ໃດ? ຖ້າ​ຄົນ​ຜູ້ໜຶ່ງ​ມີ​ແກະ​ຢູ່​ຮ້ອຍ​ໂຕ ແລະ​ໂຕໜຶ່ງ​ຫລົງ​ເສຍ​ໄປ​ຈາກ​ຝູງ? ລາວ​ຈະ​ບໍ່​ປະ​ແກະ​ເກົ້າສິບ​ເກົ້າ​ໂຕ​ໄວ້​ຢູ່​ຫັ້ນ ແລ້ວ​ໄປ​ຊອກ​ຫາ​ໂຕ​ທີ່​ຫລົງ​ເສຍ​ໄປ​ນັ້ນ​ບໍ?

13 ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ພົບ​ແກະ​ໂຕ​ທີ່​ເສຍ​ແລ້ວ ຜູ້ນັ້ນ​ຄົງ​ມີ​ຄວາມ​ຊົມຊື່ນ​ຍິນດີ​ໃນ​ແກະ​ໂຕ​ນັ້ນ ຫລາຍກວ່າ​ແກະ​ເກົ້າສິບ​ເກົ້າ​ໂຕ​ທີ່​ບໍ່​ຫລົງ​ເສຍ​ໄປ.

14 ດັ່ງນັ້ນ ພຣະບິດາ​ຂອງ​ພວກເຈົ້າ ຜູ້​ສະຖິດ​ຢູ່​ໃນ​ສະຫວັນ ກໍ​ບໍ່​ປາຖະໜາ​ໃຫ້​ເດັກນ້ອຍ​ເຫຼົ່ານີ້​ຈິບຫາຍ​ແມ່ນແຕ່​ຄົນ​ດຽວ.”


ເມື່ອ​ພີ່ນ້ອງ​ຜູ້ໜຶ່ງ​ເຮັດ​ບາບ

15 “ຖ້າ​ພີ່ນ້ອງ​ຂອງ​ເຈົ້າ​ເຮັດ​ບາບ​ຕໍ່ສູ້​ເຈົ້າ ຈົ່ງ​ໄປ​ຕັກເຕືອນ​ລາວ​ໃຫ້​ຮູ້​ຄວາມຜິດ​ດ້ວຍ​ຕົນເອງ​ກັບ​ລາວ​ເທົ່ານັ້ນ ຖ້າ​ລາວ​ຍອມ​ຟັງ​ເຈົ້າ ກໍໄດ້​ພີ່ນ້ອງ​ຄືນ​ມາ.

16 ແຕ່​ຖ້າ​ລາວ​ບໍ່​ຟັງ​ເຈົ້າ ຈົ່ງ​ນຳ​ເອົາ​ຄົນ​ໜຶ່ງ ຫລື​ສອງ​ຄົນ​ໄປ​ກັບ​ເຈົ້າ ເພື່ອ​ໃຫ້​ເປັນ​ພະຍານ​ສອງ​ຫລື​ສາມ​ປາກ ເພື່ອ​ວ່າ​ທຸກໆ​ຖ້ອຍຄຳ​ນັ້ນ​ຈະ​ລວມ​ເປັນ​ຫຼັກຖານ.

17 ແຕ່​ຖ້າ​ລາວ​ບໍ່​ຟັງ​ຄົນ​ເຫຼົ່ານີ້ ຈົ່ງ​ໄປ​ແຈ້ງ​ເລື່ອງ​ທັງໝົດ​ຕໍ່​ຄຣິສຕະຈັກ ແລະ​ຖ້າ​ລາວ​ບໍ່​ຟັງ​ຄຣິສຕະຈັກ ກໍ​ໃຫ້​ຖື​ວ່າ​ຄົນ​ນີ້​ເປັນ​ເໝືອນ​ຄົນ​ບໍ່​ເຊື່ອ​ພຣະເຈົ້າ ແລະ​ເປັນ​ເໝືອນ​ຄົນ​ເກັບພາສີ.”

18 “ດັ່ງນັ້ນ ເຮົາ​ຈຶ່ງ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ສິ່ງໃດ​ທີ່​ພວກເຈົ້າ​ຈະ​ຜູກ​ມັດ​ໄວ້​ເທິງ​ແຜ່ນດິນ​ໂລກ​ນີ້ ສິ່ງ​ນັ້ນ​ກໍ​ຈະ​ຖືກ​ຜູກ​ມັດ​ໄວ້​ໃນ​ສະຫວັນ ແລະ​ສິ່ງໃດ​ທີ່​ພວກເຈົ້າ​ແກ້​ໃນ​ແຜ່ນດິນ​ໂລກ​ນີ້ ສິ່ງ​ນັ້ນ​ກໍ​ຈະ​ຖືກ​ແກ້​ໃຫ້​ຫລຸດ​ເສຍ​ແລ້ວ​ໃນ​ສະຫວັນ​ເໝືອນກັນ.”

19 “ເຮົາ​ບອກ​ພວກເຈົ້າ​ອີກ​ວ່າ, ເມື່ອໃດ​ສອງ​ຄົນ​ໃນ​ພວກເຈົ້າ​ຮ່ວມ​ໃຈ​ກັນ​ຂໍ​ສິ່ງໃດ​ສິ່ງໜຶ່ງ​ເທິງ​ແຜ່ນດິນ​ໂລກ​ນີ້ ພຣະບິດາເຈົ້າ​ຂອງເຮົາ​ຜູ້​ຊົງ​ສະຖິດ​ຢູ່​ໃນ​ສະຫວັນ​ຈະ​ເຮັດ​ໃຫ້​ເປັນ​ໄປ​ຕາມ​ນັ້ນ.

20 ດ້ວຍວ່າ, ມີ​ສອງ​ຫລື​ສາມ​ຄົນ​ມາ​ຮ່ວມ​ປະຊຸມ​ກັນ​ໃນ​ນາມ​ຂອງເຮົາ​ຢູ່​ບ່ອນ​ໃດ ເຮົາ​ກໍ​ຢູ່​ທ່າມກາງ​ພວກເຂົາ​ໃນ​ບ່ອນ​ນັ້ນ​ແຫຼະ.”


ຄຳອຸປະມາ​ເລື່ອງ​ການ​ຍົກໂທດ​ໃຫ້​ກັນແລະກັນ

21 ແລ້ວ​ເປໂຕ​ກໍ​ມາ​ຫາ​ພຣະເຢຊູເຈົ້າ ແລະ​ຖາມ​ວ່າ, “ພຣະອົງເຈົ້າ​ເອີຍ ຖ້າ​ພີ່ນ້ອງ​ຂອງ​ຂ້ານ້ອຍ​ເຮັດ​ຜິດ​ຕໍ່​ຂ້ານ້ອຍ, ຂ້ານ້ອຍ​ຕ້ອງ​ຍົກໂທດ​ໃຫ້​ລາວ​ຈັກເທື່ອ? ເຖິງ​ເຈັດ​ເທື່ອ​ບໍ?”

22 ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ບໍ່ແມ່ນ​ເຈັດ​ເທື່ອ ແຕ່​ແມ່ນ​ເຈັດສິບ​ເທື່ອ​ຄູນ​ເຈັດ

23 ດ້ວຍເຫດນັ້ນ ຣາຊອານາຈັກ​ສະຫວັນ​ກໍ​ປຽບ​ເໝືອນ​ດັ່ງ​ກະສັດ​ອົງ​ໜຶ່ງ ຢາກ​ຄິດ​ບັນຊີ​ກັບ​ຜູ້ຮັບໃຊ້​ຂອງຕົນ.

24 ເມື່ອ​ເພິ່ນ​ເລີ່ມຕົ້ນ​ຄິດ​ບັນຊີ​ຢູ່ ກໍ​ມີ​ຜູ້ຮັບໃຊ້​ຄົນ​ໜຶ່ງ​ຖືກ​ນຳ​ຕົວ​ເຂົ້າ​ມາ ເພາະ​ລາວ​ເປັນ​ໜີ້​ເພິ່ນ​ໝື່ນ​ຕະລັນຕົນ.

25 ເມື່ອ​ລາວ​ບໍ່ມີ​ສິ່ງໃດ​ເພື່ອ​ໃຊ້​ໜີ້​ຄືນ ສະນັ້ນ ກະສັດ​ຈຶ່ງ​ສັ່ງ​ໃຫ້​ຂາຍ​ຕົວ​ພ້ອມ​ທັງ​ເມຍ​ແລະ​ລູກ ຕະຫລອດ​ທັງ​ທຸກສິ່ງ​ທີ່​ລາວ​ມີ​ເພື່ອ​ເອົາ​ເງິນ​ມາ​ໃຊ້​ໜີ້.

26 ຄົນ​ຮັບໃຊ້​ຜູ້ນັ້ນ​ຈຶ່ງ​ຂາບລົງ​ຕໍ່ໜ້າ​ກະສັດ ແລະ​ວອນຂໍ​ຕໍ່​ເພິ່ນ​ວ່າ, ‘ຂໍໂຜດ​ຜ່ອນຜັນ​ໃຫ້​ຂ້ານ້ອຍ​ກ່ອນ ແລ້ວ​ຂ້ານ້ອຍ​ຈະ​ໃຊ້​ແທນຄືນ​ໃຫ້​ຄົບ​ໝົດ.’

27 ກະສັດ​ຄິດ​ເມດຕາ​ສົງສານ​ລາວ. ດັ່ງນັ້ນ ເພິ່ນ​ຈຶ່ງ​ຍົກ​ໜີ້​ໃຫ້​ແລ້ວ​ປ່ອຍ​ໃຫ້​ລາວ​ໄປ.

28 ຕໍ່ມາ ຊາຍ​ຜູ້​ນີ້​ອອກ​ໄປ​ແລ້ວ ກໍ​ພົບ​ເພື່ອນ​ຜູ້ຮັບໃຊ້​ຄົນ​ໜຶ່ງ ທີ່​ເປັນ​ໜີ້​ຕົນ​ບໍ່ພໍ​ເທົ່າ​ໃດ​ສິບ​ຕະລັນຕົນ ລາວ​ຈຶ່ງ​ຄວ້າ​ຈັບ​ຄໍ​ຄົນ​ນັ້ນ​ບີບ​ເຂົ້າ​ແໜ້ນໆ ແລະ​ເວົ້າ​ວ່າ ‘ໃຊ້​ໜີ້​ກູ​ແມ.’

29 ເພື່ອນ​ຜູ້ຮັບໃຊ້​ຄົນ​ນັ້ນ​ຈຶ່ງ​ຂາບລົງ​ວອນ​ຂໍ​ວ່າ, ‘ຂໍ​ຜ່ອນຜັນ​ໃຫ້​ເຮົາ​ກ່ອນ​ທ້ອນ ແລ້ວ​ເຮົາ​ຈະ​ໃຊ້​ເຈົ້າ​ຄືນ.’

30 ແຕ່​ລາວ​ບໍ່​ຍອມ​ໃຫ້ ແລະ​ສັ່ງ​ຈັບ​ລູກ​ໜີ້​ຂັງ​ຄຸກ​ໄວ້ ຈົນກວ່າ​ຈະ​ໃຊ້​ໜີ້​ນັ້ນ.

31 ເມື່ອ​ພວກ​ຜູ້ຮັບໃຊ້​ດ້ວຍ​ກັນ​ເຫັນ​ເຫດການ​ທີ່​ເກີດຂຶ້ນ​ແລ້ວ ກໍ​ເປັນທຸກໃຈ​ຫລາຍ ຈຶ່ງ​ໄປ​ແຈ້ງ​ເລື່ອງລາວ​ທັງໝົດ​ໃຫ້​ກະສັດ​ຮັບຮູ້.

32 ດັ່ງນັ້ນ ກະສັດ​ຈຶ່ງ​ເອີ້ນ​ຜູ້ຮັບໃຊ້​ຄົນ​ນັ້ນ​ມາ​ພົບ ແລະ​ກ່າວ​ຕໍ່​ລາວ​ວ່າ, ‘ອ້າຍ​ຂີ້ຂ້າ​ຊາດຊົ່ວ ເຮົາ​ໄດ້​ຍົກ​ໜີ້​ທັງໝົດ​ໃຫ້​ເຈົ້າ ເພາະ​ເຈົ້າ​ໄດ້​ວອນ​ຂໍ​ນຳ​ເຮົາ.

33 ເຈົ້າ​ຄວນ​ຈະ​ສົງສານ​ເພື່ອນ​ຜູ້ຮັບໃຊ້​ດ້ວຍ​ກັນ ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ສົງສານ​ເຈົ້າ​ບໍ່ແມ່ນ​ບໍ?’

34 ກະສັດ​ໂກດຮ້າຍ​ຫລາຍ ແລະ​ເພິ່ນ​ກໍ​ສັ່ງ​ໃຫ້​ເອົາ​ຜູ້ຮັບໃຊ້​ຄົນ​ນັ້ນ​ໄປ​ຂັງ​ໄວ້​ຄຸກ​ທໍລະມານ ຈົນກວ່າ​ລາວ​ໃຊ້​ໜີ້​ຄືນ​ໝົດ.

35 ສະນັ້ນ ພຣະບິດາເຈົ້າ​ຂອງເຮົາ​ຜູ້​ຊົງ​ສະຖິດ​ຢູ່​ໃນ​ສະຫວັນ ກໍ​ຈະ​ເຮັດ​ຢ່າງ​ນັ້ນ​ແກ່​ພວກເຈົ້າ​ທຸກຄົນ ຖ້າ​ແຕ່ລະຄົນ​ໃນ​ພວກເຈົ້າ​ບໍ່​ຍົກໂທດ​ໃຫ້​ພີ່ນ້ອງ​ຂອງຕົນ​ດ້ວຍ​ໃຈ​ຈິງ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan