Biblia Todo Logo
Bìoball air-loidhne

- Sanasan -

ມັດທາຍ 13 - ພຣະຄຳພີສັກສິ


ຄຳອຸປະມາ​ເລື່ອງ​ຜູ້​ຫວ່ານ
( ມຣກ 4:1-9 ; ລກ 8:4-8 )

1 ໃນ​ວັນ​ນັ້ນ ພຣະເຢຊູເຈົ້າ​ໄດ້​ສະເດັດ​ອອກ​ຈາກ​ເຮືອນ ໄປ​ປະທັບ​ຢູ່​ແຄມ​ຝັ່ງ​ທະເລສາບ.

2 ປະຊາຊົນ​ຢ່າງ​ຫລວງຫລາຍ​ໄດ້​ມາ​ເຕົ້າໂຮມ​ກັນ​ອ້ອມ​ພຣະອົງ ຈົນ​ພຣະອົງ​ຕ້ອງ​ຂຶ້ນ​ຂີ່​ເຮືອ ແລະ​ປ່ອຍ​ໃຫ້​ປະຊາຊົນ​ຢືນ​ຢູ່​ທີ່​ແຄມ​ຝັ່ງ.

3 ພຣະອົງ​ກ່າວ​ຫລາຍ​ເລື່ອງ​ເປັນ​ຄຳອຸປະມາ​ເພື່ອ​ສອນ​ປະຊາຊົນ ໂດຍ​ກ່າວ​ວ່າ, “ມີ​ຊາຍ​ຄົນ​ໜຶ່ງ​ອອກ​ໄປ​ຫວ່ານ​ເມັດ​ພືດ.

4 ຂະນະທີ່​ເຂົາ​ກຳລັງ​ຫວ່ານ​ເມັດ​ພືດ​ຢູ່​ນັ້ນ ບາງ​ເມັດ​ກໍ​ຕົກ​ຕາມ​ທາງ ແລ້ວ​ຝູງ​ນົກ​ກໍ​ມາ​ສັບ​ກິນ​ເມັດ​ນັ້ນ​ເສຍ.

5 ບາງ​ເມັດ​ກໍ​ຕົກ​ໃສ່​ບ່ອນ​ມີ​ຫີນ​ຫລາຍ​ດິນ​ໜ້ອຍ, ເມັດ​ເຫຼົ່ານີ້​ຈຶ່ງ​ງອກ​ຂຶ້ນ​ໄດ້​ໄວ​ເພາະ​ພື້ນດິນ​ບໍ່​ເລິກ.

6 ແຕ່​ເມື່ອ​ຕາເວັນ​ຂຶ້ນ​ມາ ພືດ​ນັ້ນ​ກໍ​ແຫ້ມ​ຈຶ່ງ​ຫ່ຽວແຫ້ງ​ໄປ​ເພາະ​ຮາກ​ບໍ່​ເລິກ.

7 ບາງ​ເມັດ​ກໍ​ຕົກ​ໃສ່​ກາງ​ຟຸ່ມ​ໜາມ, ໜາມ​ເຫຼົ່ານີ້​ກໍ​ໃຫຍ່​ຂຶ້ນ​ຫຸ້ມ​ຮັດ​ພືດ​ນັ້ນ​ໃຫ້​ເສຍ​ໄປ.

8 ແຕ່​ບາງ​ເມັດ​ຕົກ​ໃສ່​ດິນ​ດີ​ພືດ​ຈຶ່ງ​ເກີດຜົນ: ເມັດ​ໜຶ່ງ​ໄດ້​ຮ້ອຍ​ຕໍ່, ເມັດ​ໜຶ່ງ​ໄດ້​ຫົກສິບ​ຕໍ່ ແລະ​ເມັດ​ໜຶ່ງ​ໄດ້​ສາມສິບ​ຕໍ່.

9 ຜູ້ໃດ​ມີ​ຫູຟັງ ຈົ່ງ​ຟັງ​ເອົາ.”


ຈຸດປະສົງ​ຂອງ​ຄຳອຸປະມາ
( ມຣກ 4:10-12 ; ລກ 8:9-10 )

10 ພວກ​ສາວົກ​ຈຶ່ງ​ມາ​ຫາ​ພຣະເຢຊູເຈົ້າ ແລະ​ຖາມ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ໃຊ້​ຄຳອຸປະມາ ເມື່ອ​ທ່ານ​ກ່າວ​ກັບ​ປະຊາຊົນ?”

11 ພຣະເຢຊູເຈົ້າ​ຕອບ​ວ່າ, “ສຳລັບ​ພວກເຈົ້າ​ນັ້ນ ພຣະເຈົ້າ​ຊົງ​ໂຜດ​ໃຫ້​ພວກເຈົ້າ​ຮູ້​ໄດ້​ຄວາມ​ລັບເລິກ​ແຫ່ງ​ຣາຊອານາຈັກ​ສະຫວັນ, ແຕ່​ຄົນ​ເຫຼົ່ານັ້ນ​ບໍ່ໄດ້​ຊົງ​ໂຜດ​ໃຫ້​ຮູ້.

12 ດ້ວຍວ່າ, ຜູ້​ທີ່​ມີ​ຢູ່​ແລ້ວ​ກໍ​ຈະ​ໄດ້​ເພີ່ມ​ຕື່ມ​ອີກ ເພື່ອ​ວ່າ​ເຂົາ​ຈະ​ມີ​ຢ່າງ​ເຕັມ​ບໍລິບູນ, ແຕ່​ຜູ້​ທີ່​ບໍ່ມີ​ນັ້ນ ເຖິງ​ແມ່ນ​ສິ່ງ​ທີ່​ຕົນ​ມີ​ຢູ່​ພຽງ​ເລັກນ້ອຍ ກໍ​ຈະ​ຖືກ​ເອົາ​ໄປ​ເສຍ​ຈາກ​ຜູ້ນັ້ນ.

13 ດ້ວຍເຫດນີ້ ທີ່​ເຮົາ​ໃຊ້​ຄຳອຸປະມາ​ກ່າວ​ກັບ​ພວກເຂົາ ເພື່ອ​ວ່າ​ພວກເຂົາ​ເບິ່ງ ແຕ່​ກໍ​ບໍ່ໄດ້​ເຫັນ ແລະ​ພວກເຂົາ​ຟັງ ແຕ່​ກໍ​ບໍ່ໄດ້ຍິນ​ຫລື​ເຂົ້າໃຈ.

14 ດັ່ງນັ້ນ ຈຶ່ງ​ເປັນ​ຈິງ​ຕາມ​ທີ່​ຜູ້ທຳນວາຍ​ເອຊາຢາ​ໄດ້​ກ່າວ​ໄວ້​ວ່າ, ‘ປະຊາຊົນ​ນີ້​ຈະ​ຟັງ ເມື່ອ​ຟັງ​ແລ້ວ ແຕ່​ກໍ​ບໍ່​ເຂົ້າໃຈ​ຈັກເທື່ອ, ພວກເຂົາ​ຈະ​ເບິ່ງ ເມື່ອ​ເບິ່ງ​ແລ້ວ ແຕ່​ກໍ​ບໍ່​ເຫັນ​ຈັກເທື່ອ

15 ດ້ວຍວ່າ, ໃຈ​ຂອງ​ພວກເຂົາ​ປຶກຕັນ ຫູ​ກໍ​ໜັກ ຕາ​ກໍ​ຫລັບ​ເສຍ. ບໍ່​ດັ່ງນັ້ນ ພວກເຂົາ​ຈະ​ສັງເກດ ເຫັນ​ດ້ວຍ​ຕາ ຈະ​ໄດ້ຍິນ​ດ້ວຍ​ຫູ ແລະ​ຈະ​ຮູ້​ດ້ວຍ​ໃຈ ແລະ​ຈະ​ຄືນ​ມາ​ຫາ​ເຮົາ ແລ້ວ​ເຮົາ​ຈະ​ຊົງ​ໂຜດ​ພວກເຂົາ​ໃຫ້​ຫາຍ​ດີ.’

16 ແຕ່​ຕາ​ຂອງ​ພວກເຈົ້າ​ກໍ​ເປັນ​ສຸກ ເພາະ​ພວກເຈົ້າ​ໄດ້​ເຫັນ ແລະ​ຫູ​ຂອງ​ພວກເຈົ້າ​ກໍ​ເປັນ​ສຸກ​ເພາະ​ໄດ້ຍິນ.

17 ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ທຳນວາຍ​ແລະ​ຜູ້​ມີ​ສິນທຳ​ຫລາຍ​ຄົນ ປາຖະໜາ​ຢາກ​ເຫັນ​ສິ່ງ​ທີ່​ພວກເຈົ້າ​ເຫັນ​ຢູ່​ນີ້ ແຕ່​ບໍ່ໄດ້​ເຫັນ ແລະ​ເຂົາ​ປາຖະໜາ​ຢາກ​ໄດ້ຍິນ​ຖ້ອຍຄຳ​ທີ່​ພວກເຈົ້າ​ໄດ້ຍິນ ແຕ່​ບໍ່ໄດ້ຍິນ.”


ພຣະເຢຊູເຈົ້າ​ອະທິບາຍ​ຄຳອຸປະມາ​ເລື່ອງ​ຜູ້​ຫວ່ານ
( ມຣກ 4:13-20 ; ລກ 8:11-15 )

18 “ເຫດສະນັ້ນ ພວກເຈົ້າ​ຈົ່ງ​ຟັງ​ຄຳອຸປະມາ​ເລື່ອງ​ຜູ້​ຫວ່ານ​ພືດ​ນັ້ນ.

19 ຜູ້ໃດ​ທີ່​ໄດ້ຍິນ​ພຣະທຳ​ເລື່ອງ​ຣາຊອານາຈັກ​ສະຫວັນ ແຕ່​ບໍ່​ເຂົ້າໃຈ​ກໍ​ຄ້າຍ​ຄື​ກັບ​ເມັດ​ພືດ​ທີ່​ຕົກ​ຕາມ​ທາງ, ມານຊົ່ວຮ້າຍ​ມາ​ຍາດ​ເອົາ​ພຣະທຳ​ທີ່​ຖືກ​ຫວ່ານ​ເຂົ້າ​ໃນ​ຈິດໃຈ​ຂອງ​ຄົນ​ນັ້ນ​ໄປ​ເສຍ.

20 ບາງ​ເມັດ​ທີ່​ຕົກ​ໃສ່​ບ່ອນ​ມີ​ຫີນ​ຫລາຍ​ດິນ​ໜ້ອຍ ຄື​ຄົນ​ທີ່​ໄດ້ຍິນ​ພຣະທຳ ແລະ​ຮັບ​ເອົາ​ໄວ້​ທັນທີ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ.

21 ແຕ່​ບໍ່​ໃຫ້​ພຣະທຳ​ນັ້ນ​ໄດ້​ຝັງ​ຮາກ​ເລິກ​ລົງ​ໃນ​ຈິດໃຈ​ຂອງ​ພວກ​ຕົນ ກໍ​ທົນ​ຢູ່​ບໍ່ໄດ້​ດົນ, ເມື່ອ​ເກີດ​ຄວາມ​ຍາກ​ລຳບາກ ຫລື​ຖືກ​ການ​ຂົ່ມເຫັງ​ເພາະ​ພຣະທຳ​ນັ້ນ ຕົນ​ຈຶ່ງ​ເຊົາ​ເຊື່ອ​ພຣະທຳ​ນັ້ນ​ທັນທີ.

22 ບາງ​ເມັດ​ທີ່​ຕົກ​ໃສ່​ກາງ​ຟຸ່ມ​ໜາມ ຄື​ຄົນ​ທີ່​ໄດ້ຍິນ​ພຣະທຳ ແຕ່​ຍັງ​ກັງວົນ​ເຖິງ​ຊີວິດ​ຢູ່​ໃນ​ໂລກນີ້ ແລະ​ຄວາມ​ຢາກ​ຮັ່ງ​ຢາກ​ມີ​ຫຸ້ມຮັດ​ພຣະທຳ​ນັ້ນ​ເສຍ​ຈຶ່ງ​ບໍ່​ເກີດຜົນ.

23 ສ່ວນ​ເມັດ​ທີ່​ຕົກ​ໃສ່​ດິນ​ດີ ຄື​ຄົນ​ທີ່​ໄດ້ຍິນ​ພຣະທຳ ແລະ​ເຂົ້າໃຈ​ພຣະທຳ​ນັ້ນ, ຜູ້ນັ້ນ​ຈຶ່ງ​ເກີດຜົນ​ໄດ້​ຮ້ອຍ​ຕໍ່, ຫົກສິບ​ຕໍ່ ແລະ​ສາມສິບ​ຕໍ່.”


ຄຳອຸປະມາ​ເລື່ອງ​ເຂົ້າ​ນົກ​ປົນ​ເຂົ້າ​ດີ

24 ພຣະເຢຊູເຈົ້າ​ໄດ້​ກ່າວ​ຄຳອຸປະມາ​ເລື່ອງ​ໜຶ່ງ​ສູ່​ພວກເຂົາ​ຟັງ​ວ່າ, “ຣາຊອານາຈັກ​ສະຫວັນ​ກໍ​ປຽບ​ເໝືອນ​ຄົນ​ຜູ້ໜຶ່ງ ທີ່​ຫວ່ານ​ພືດ​ໃນ​ນາ​ຂອງຕົນ.

25 ໃນ​ຂະນະທີ່​ທຸກຄົນ​ນອນ​ຫລັບ​ຢູ່​ນັ້ນ ສັດຕູ​ຂອງ​ຜູ້ນັ້ນ​ກໍ​ມາ​ຫວ່ານ​ເຂົ້າ​ນົກ​ໃສ່​ທ່າມກາງ​ເຂົ້າ​ດີ​ແລ້ວ​ກໍ​ໜີໄປ.

26 ເມື່ອ​ເຂົ້າ​ດີ​ງອກ​ໃຫຍ່​ຂຶ້ນ​ເປັນ​ຮວງເຂົ້າ​ແລ້ວ ເຂົ້າ​ນົກ​ກໍ​ໃຫຍ່​ຂຶ້ນ​ດ້ວຍ​ກັນ.

27 ພວກ​ຜູ້ຮັບໃຊ້​ຂອງ​ຊາຍ​ຄົນ​ນັ້ນ​ຈຶ່ງ​ມາ​ຫາ ແລະ​ເວົ້າ​ວ່າ, ‘ນາຍ​ເອີຍ ທ່ານ​ໄດ້​ຫວ່ານ​ເຂົ້າ​ດີ​ໃນ​ນາ​ຂອງທ່ານ​ບໍ່ແມ່ນ​ບໍ? ແລ້ວ​ເຂົ້າ​ນົກ​ນັ້ນ​ມາ​ແຕ່​ໃສ?’

28 ຝ່າຍ​ນາຍ​ໄດ້​ຕອບ​ວ່າ ‘ນີ້​ແມ່ນ​ສັດຕູ​ເປັນ​ຜູ້​ເຮັດ’ ພວກ​ຜູ້ຮັບໃຊ້​ຈຶ່ງ​ຖາມ​ນາຍ​ວ່າ, ‘ທ່ານ​ຕ້ອງການ​ໃຫ້​ພວກ​ຂ້ານ້ອຍ​ຫລົກ​ເຂົ້າ​ນົກ​ຖິ້ມ​ບໍ?’

29 ນາຍ​ຕອບ​ວ່າ, ‘ບໍ່ ເພາະ​ຂະນະທີ່​ຫລົກ​ເຂົ້າ​ນົກ​ຖິ້ມ​ນັ້ນ ພວກເຈົ້າ​ອາດ​ຫລົກ​ເຂົ້າ​ດີ​ກໍ​ເປັນ​ໄດ້.

30 ປະ​ໃຫ້​ມັນ​ໃຫຍ່​ຂຶ້ນ​ນຳ​ກັນ ຈົນກວ່າ​ເຖິງ​ລະດູ​ເກັບກ່ຽວ ແລ້ວ​ເຮົາ​ກໍ​ຈະ​ສັ່ງ​ໃຫ້​ພວກ​ຄົນງານ​ເກັບກ່ຽວ​ເຂົ້າ​ນົກ​ກ່ອນ ໂຮມ​ເປັນ​ມັດ​ແລະ​ເຜົາ​ໄຟ​ຖິ້ມ​ເສຍ, ສ່ວນ​ເຂົ້າ​ດີ​ນັ້ນ​ໃຫ້​ໂຮມ​ໄວ້​ໃສ່​ເລົ້າ​ຂອງເຮົາ.”’


ຄຳອຸປະມາ​ເລື່ອງ​ເມັດ​ຜັກ​ກາດ
( ມຣກ 4:30-32 ; ລກ 13:18-19 )

31 ພຣະເຢຊູເຈົ້າ​ໄດ້​ກ່າວ​ຄຳອຸປະມາ​ເລື່ອງ​ໜຶ່ງ​ແກ່​ພວກເຂົາ​ຟັງ​ອີກ​ວ່າ, “ຣາຊອານາຈັກ​ສະຫວັນ​ກໍ​ປຽບ​ເໝືອນ​ແກ່ນ​ຜັກ​ກາດ​ເມັດ​ໜຶ່ງ ຊຶ່ງ​ຊາຍ​ຄົນ​ໜຶ່ງ​ນຳ​ເອົາ​ໄປ​ຫວ່ານ​ໃນ​ສວນ​ຂອງຕົນ.

32 ເມັດ​ນັ້ນ​ນ້ອຍ​ກວ່າ​ເມັດ​ທັງຫລາຍ ແຕ່​ເມື່ອ​ງອກ​ຂຶ້ນ​ແລ້ວ​ກໍ​ໃຫຍ່​ກວ່າ​ຜັກ​ຊະນິດ​ອື່ນໆ, ມັນ​ໃຫຍ່​ຂຶ້ນ​ກາຍເປັນ​ກົກ ຈົນ​ວ່າ​ຝູງ​ນົກ​ມາ​ຈັບ ແລະ​ເຮັດ​ຮັງ​ໃສ່​ງ່າ​ຂອງ​ມັນ​ໄດ້.”


ຄຳອຸປະມາ​ເລື່ອງ​ເຊື້ອແປ້ງ
( ລກ 13:20-21 )

33 ພຣະເຢຊູເຈົ້າ​ຍັງ​ໄດ້​ກ່າວ​ຄຳອຸປະມາ​ເລື່ອງ​ໜຶ່ງ​ແກ່​ພວກເຂົາ​ວ່າ, “ຣາຊອານາຈັກ​ສະຫວັນ​ກໍ​ປຽບ​ເໝືອນ​ເຊື້ອແປ້ງ ທີ່​ຍິງ​ຜູ້ໜຶ່ງ​ໄດ້​ນຳ​ເອົາ​ໄປ​ປົນ​ໃສ່​ແປ້ງ​ສາມ​ຜອງ​ໃຫຍ່ ຈົນ​ແປ້ງ​ນັ້ນ​ຟູ​ຂຶ້ນ​ທັງໝົດ.”


ເປັນຫຍັງ​ພຣະເຢຊູເຈົ້າ​ຈຶ່ງ​ໃຊ້​ຄຳອຸປະມາ.
( ມຣກ 4:33-34 )

34 ພຣະເຢຊູເຈົ້າ​ກ່າວ​ທຸກສິ່ງ​ເຫຼົ່ານີ້ ແກ່​ປະຊາຊົນ​ໂດຍ​ໄດ້​ໃຊ້​ຄຳອຸປະມາ​ທັງໝົດ, ນອກຈາກ​ຄຳອຸປະມາ ພຣະອົງ​ບໍ່ໄດ້​ກ່າວ​ສິ່ງໃດ​ເລີຍ​ແກ່​ພວກເຂົາ.

35 ພຣະອົງ​ກະທຳ​ເຊັ່ນ​ນີ້​ເພື່ອ​ໃຫ້​ສຳເລັດ ຕາມ​ທີ່​ຜູ້ທຳນວາຍ​ໄດ້​ກ່າວ​ໄວ້​ວ່າ, “ເຮົາ​ຈະ​ໃຊ້​ຄຳອຸປະມາ ເພື່ອ​ກ່າວ​ກັບ​ພວກເຂົາ ທັງ​ບອກ​ຂໍ້ຄວາມ​ທີ່​ປົກບັງ​ໄວ້ ຕັ້ງແຕ່​ຕົ້ນເດີມ​ສ້າງ​ໂລກ.”


ພຣະເຢຊູເຈົ້າ​ຊົງ​ອະທິບາຍ​ຄຳອຸປະມາ​ເລື່ອງ​ເຂົ້າ​ນົກ

36 ເມື່ອ​ພຣະເຢຊູເຈົ້າ​ໃຫ້​ປະຊາຊົນ​ເລີກ​ກັບ​ໄປ​ແລ້ວ, ພຣະອົງ​ກໍ​ເຂົ້າ​ໄປ​ໃນ​ເຮືອນ ແລ້ວ​ພວກ​ສາວົກ​ຂອງ​ພຣະອົງ​ກໍ​ເຂົ້າ​ມາ ແລະ​ກ່າວ​ວ່າ, “ຂໍ​ທ່ານ​ຊ່ວຍ​ອະທິບາຍ​ຄຳອຸປະມາ​ເລື່ອງ​ເຂົ້າ​ນົກ​ແກ່​ພວກ​ຂ້ານ້ອຍ​ແດ່.”

37 ພຣະເຢຊູເຈົ້າ​ຈຶ່ງ​ອະທິບາຍ​ວ່າ, “ຜູ້​ທີ່​ຫວ່ານ​ເຂົ້າ​ດີ​ນັ້ນ​ແມ່ນ​ບຸດ​ມະນຸດ,

38 ສ່ວນ​ນາ​ນັ້ນ​ແມ່ນ​ໂລກນີ້, ເຂົ້າ​ດີ​ແມ່ນ​ປະຊາຊົນ​ແຫ່ງ​ຣາຊອານາຈັກ​ຂອງ​ພຣະເຈົ້າ, ສ່ວນ​ເຂົ້າ​ນົກ​ແມ່ນ​ປະຊາຊົນ​ຂອງ​ມານຊົ່ວຮ້າຍ,

39 ແລະ ສັດຕູ​ຜູ້​ທີ່​ຫວ່ານ​ເຂົ້າ​ນົກ​ແມ່ນ​ມານຮ້າຍ ລະດູ​ເກັບກ່ຽວ​ແມ່ນ​ຄາວ​ສຸດ​ໂລກ ແລະ​ຜູ້​ເກັບກ່ຽວ​ແມ່ນ​ຝູງ​ເທວະດາ.

40 ເຂົ້າ​ນົກ​ຖືກ​ກວາດ​ເອົາ​ໄປ​ເຜົາ​ໃສ່​ໄຟ​ຢ່າງ​ໃດ ຄາວ​ສຸດ​ໂລກ​ກໍ​ຈະ​ເປັນ​ຢ່າງ​ນັ້ນ.

41 ບຸດ​ມະນຸດ​ຈະ​ໃຊ້​ຝູງ​ເທວະດາ​ຂອງຕົນ​ອອກ​ໄປ ຮວບຮວມ​ເອົາ​ອອກ​ມາ​ຈາກ​ອານາຈັກ​ຂອງ​ພຣະອົງ ຄື​ພວກ​ທີ່​ກໍ່​ເຫດ​ທັງໝົດ​ໃຫ້​ມະນຸດ​ເຮັດ​ບາບ ແລະ​ບັນດາ​ຜູ້​ທີ່​ເຮັດ​ຊົ່ວ​ທັງໝົດ

42 ແລ້ວ​ຈະ​ໂຍນ​ພວກເຂົາ​ຖິ້ມ​ໃສ່​ໃນ​ເຕົາ​ໄຟ​ອັນ​ຮ້ອນກ້າ ບ່ອນ​ທີ່​ມີ​ການ​ຮ້ອງໄຫ້​ຄວນຄາງ ແລະ​ຂົບແຂ້ວ​ຄ້ຽວຟັນ.

43 ແລ້ວ​ພວກ​ທີ່​ຊອບທຳ ກໍ​ຈະ​ຮຸ່ງເຮືອງ​ດັ່ງ​ດວງ​ຕາເວັນ ໃນ​ຣາຊອານາຈັກ​ແຫ່ງ​ພຣະບິດາ​ຂອງ​ພວກເຂົາ, ຜູ້ໃດ​ມີ​ຫູຟັງ ຈົ່ງ​ຟັງ​ເອົາ.”


ຄຳອຸປະມາ​ເລື່ອງ​ຊັບ​ທີ່​ເຊື່ອງ​ໄວ້

44 “ຣາຊອານາຈັກ​ສະຫວັນ​ປຽບ​ເໝືອນ​ຊັບ​ທີ່​ເຊື່ອງ​ໄວ້​ໃນ​ທົ່ງນາ, ຊາຍ​ຄົນ​ໜຶ່ງ​ພົບ​ແລ້ວ​ຈຶ່ງ​ເຊື່ອງ​ໄວ້​ອີກ, ລາວ​ດີ​ໃຈ​ທີ່ສຸດ​ຈຶ່ງ​ໄປ​ຂາຍ​ທຸກສິ່ງ​ທີ່​ຕົນ​ມີ​ຢູ່ ແລ້ວ​ໄປ​ຊື້​ເອົາ​ນາ​ທົ່ງ​ນັ້ນ.”


ຄຳອຸປະມາ​ເລື່ອງ​ໄຂ່ມຸກ

45 “ເຊັ່ນດຽວ​ກັນ ຣາຊອານາຈັກ​ສະຫວັນ ປຽບ​ເໝືອນ​ພໍ່ຄ້າ​ຜູ້ໜຶ່ງ​ທີ່​ຊອກ​ຫາ​ໄຂ່ມຸກ​ຢ່າງ​ງາມ.

46 ເມື່ອ​ລາວ​ພົບ​ໄຂ່ມຸກ​ເມັດ​ໜຶ່ງ​ທີ່​ມີ​ຄ່າ​ແພງ​ຫລາຍ​ທີ່ສຸດ ກໍ​ໄປ​ຂາຍ​ທຸກສິ່ງ​ທີ່​ຕົນ​ມີ​ຢູ່ ແລ້ວ​ໄປ​ຊື້​ໄຂ່ມຸກ​ນັ້ນ.”


ຄຳອຸປະມາ​ເລື່ອງ​ມອງ

47 “ເຊັ່ນດຽວ​ກັນ ຣາຊອານາຈັກ​ສະຫວັນ​ປຽບ​ເໝືອນ​ກັບ​ມອງ ທີ່​ຖິ້ມ​ລົງ​ໃນ​ທະເລ​ຈັບ​ປາ​ທຸກ​ຊະນິດ.

48 ເມື່ອ​ເຕັມ​ມອງ​ແລ້ວ ກໍ​ດຶງ​ມອງ​ນັ້ນ​ຂຶ້ນ​ເທິງ​ຝັ່ງ ແລະ​ນັ່ງ​ລົງ​ເລືອກ​ເອົາ​ໂຕ​ດີ​ໃສ່​ຄຸ​ໄວ້ ສ່ວນ​ໂຕ​ບໍ່​ດີ​ນັ້ນ​ໂຍນ​ຖິ້ມ​ໄປ.

49 ໃນ​ຍຸກ​ສຸດທ້າຍ ໂລກ​ກໍ​ຈະ​ເປັນ​ຢ່າງ​ນັ້ນ​ແຫຼະ ຝູງ​ເທວະດາ​ກໍ​ຈະ​ອອກ​ໄປ​ແຍກ​ເອົາ​ຄົນຊົ່ວ​ອອກ​ຈາກ​ຄົນ​ຊອບທຳ,

50 ແລະ​ຈະ​ໂຍນ​ພວກເຂົາ​ຖິ້ມ​ໃສ່​ໃນ​ເຕົາ​ໄຟ​ອັນ​ຮ້ອນກ້າ ບ່ອນ​ທີ່​ມີ​ການ​ຮ້ອງໄຫ້​ຄວນຄາງ ແລະ​ຂົບແຂ້ວ​ຄ້ຽວຟັນ.”


ຄຳອຸປະມາ​ເລື່ອງ​ຂອງ​ເກົ່າ ແລະ​ຂອງ​ໃໝ່

51 ພຣະເຢຊູເຈົ້າ​ຖາມ​ພວກເພິ່ນ​ວ່າ, “ພວກເຈົ້າ​ເຂົ້າໃຈ​ເລື່ອງ​ທັງໝົດ​ນີ້​ແລ້ວ​ບໍ?” ພວກເພິ່ນ​ຕອບ​ພຣະອົງ​ວ່າ, “ເຂົ້າໃຈ​ແລ້ວ.”

52 ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ດ້ວຍເຫດນັ້ນ​ທຳມະຈານ​ທຸກຄົນ ທີ່​ໄດ້​ຮຽນຮູ້​ເຖິງ​ຣາຊອານາຈັກ​ສະຫວັນ ກໍ​ເໝືອນ​ເຈົ້າ​ຂອງ​ເຮືອນ​ຜູ້ໜຶ່ງ​ທີ່​ເອົາ​ຂອງ​ໃໝ່ ແລະ​ຂອງ​ເກົ່າ​ອອກ​ມາ​ຈາກ​ສາງ​ຂອງຕົນ.”


ຊາວ​ນາຊາເຣັດ​ບໍ່​ຍອມ​ຮັບ​ພຣະເຢຊູເຈົ້າ
( ມຣກ 6:1-6 ; ລກ 4:16-30 )

53 ເມື່ອ​ພຣະເຢຊູເຈົ້າ​ກ່າວ​ຄຳອຸປະມາ​ເຫຼົ່ານີ້​ຈົບ​ແລ້ວ ກໍ​ສະເດັດ​ຈາກ​ບ່ອນ​ນັ້ນ​ໄປ

54 ເມື່ອ​ກັບ​ໄປ​ເຖິງ​ເມືອງ​ຂອງຕົນ​ແລ້ວ ພຣະອົງ​ໄດ້​ສັ່ງສອນ​ຄົນ​ທັງຫລາຍ​ໃນ​ທຳມະສາລາ​ຂອງ​ພວກເຂົາ ຈົນ​ພວກເຂົາ​ງຶດ​ປະຫລາດ​ໃຈ ແລະ​ຖາມ​ກັນ​ວ່າ, “ຄົນ​ນີ້​ໄດ້​ສະຕິປັນຍາ ແລະ​ເຮັດ​ການ​ອັດສະຈັນ​ນີ້​ມາ​ຈາກ​ໃສ?

55 ລາວ​ບໍ່ແມ່ນ​ລູກຊາຍ​ຂອງ​ຊ່າງ​ໄມ້​ນັ້ນ​ບໍ? ມາຣີ​ເປັນ​ແມ່​ຂອງ​ລາວ​ບໍ່ແມ່ນ​ບໍ? ຢາໂກໂບ, ໂຢເຊັບ, ຊີໂມນ ແລະ ຢູດາ​ເປັນ​ນ້ອງຊາຍ​ຂອງ​ລາວ​ບໍ່ແມ່ນ​ບໍ?

56 ແລະ​ນ້ອງສາວ​ທຸກຄົນ​ຂອງ​ລາວ​ກໍ​ຢູ່​ໃນ​ເມືອງ​ນີ້​ບໍ່ແມ່ນ​ບໍ? ລາວ​ໄດ້​ສິ່ງ​ທັງໝົດ​ນີ້​ມາ​ແຕ່​ໃສ?”

57 ດັ່ງນັ້ນ ພວກເຂົາ​ຈຶ່ງ​ບໍ່​ຍອມ​ຮັບ​ພຣະອົງ. ພຣະເຢຊູເຈົ້າ​ຊົງ​ກ່າວ​ແກ່​ພວກເຂົາ​ວ່າ, “ຜູ້​ປະກາດ​ພຣະທຳ​ຈະ​ບໍ່​ຂາດ​ຄວາມນັບຖື​ໃນ​ທຸກ​ບ່ອນ ເວັ້ນ​ໄວ້​ແຕ່​ໃນ​ບ້ານ​ເມືອງ​ຂອງຕົນ ແລະ​ຈາກ​ຄອບຄົວ​ຂອງຕົນ.”

58 ຍ້ອນ​ພວກເຂົາ​ບໍ່ມີ​ຄວາມເຊື່ອ, ພຣະອົງ​ຈຶ່ງ​ບໍ່ໄດ້​ເຮັດ​ການ​ອັດສະຈັນ​ຫລາຍ​ຢູ່​ໃນ​ເມືອງ​ນີ້.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan