ມັດທາຍ 10 - ພຣະຄຳພີສັກສິພຣະເຢຊູເຈົ້າຊົງເລືອກອັກຄະສາວົກສິບສອງຄົນ ( ມຣກ 3:13-19 ; ລກ 6:12-16 ) 1 ເມື່ອພຣະເຢຊູເຈົ້າເອີ້ນສາວົກສິບສອງຄົນຂອງພຣະອົງມາພ້ອມກັນແລ້ວ, ພຣະອົງໃຫ້ສິດອຳນາດແກ່ພວກເພິ່ນ ເພື່ອຂັບໄລ່ຜີຊົ່ວຮ້າຍອອກ ແລະເພື່ອໃຫ້ພະຍາດໂຣຄາທັງການເຈັບໄຂ້ໄດ້ປ່ວຍທຸກຢ່າງດີໄດ້. 2 ພວກອັກຄະສາວົກສິບສອງຄົນນັ້ນ ຜູ້ທຳອິດຊື່ ຊີໂມນ (ຜູ້ທີ່ເອີ້ນວ່າເປໂຕ) ແລະ ອັນເດອານ້ອງຊາຍຂອງຕົນ, ຢາໂກໂບ ແລະ ໂຢຮັນນ້ອງຊາຍຂອງຕົນເປັນລູກຊາຍຂອງເຊເບດາຍ; 3 ຟີລິບ ແລະ ບາຣະໂທໂລມາຍ, ໂທມາ ແລະ ມັດທາຍຄົນເກັບພາສີ, ຢາໂກໂບລູກຊາຍຂອງອາລະຟາຍ ແລະ ທາດາຍ, 4 ຊີໂມນຜູ້ຮັກຊາດ ແລະ ຢູດາອິດສະກາຣີອົດ ຜູ້ທີ່ທໍລະຍົດຕໍ່ພຣະເຢຊູເຈົ້ານັ້ນ. ພຣະເຢຊູເຈົ້າຊົງໃຊ້ອັກຄະສາວົກສິບສອງຄົນ ( ມຣກ 6:7-13 ; ລກ 9:1-6 ) 5 ພຣະເຢຊູເຈົ້າໄດ້ໃຊ້ສິບສອງຄົນນີ້ອອກໄປ ໂດຍໃຫ້ຄຳສັ່ງດັ່ງນີ້: “ຢ່າໄປໃນທາງຂອງພວກຕ່າງຊາດ ຫລືຢ່າເຂົ້າໄປໃນເມືອງຂອງຊາວຊາມາເຣຍ. 6 ແຕ່ຈົ່ງໄປຫາຝູງແກະທີ່ເສຍແຫ່ງປະຊາຊົນຂອງຊາດອິດສະຣາເອນ. 7 ເວລາເດີນທາງໄປນັ້ນ ຈົ່ງປະກາດວ່າ, ‘ອານາຈັກສະຫວັນມາໃກ້ແລ້ວ’ 8 ຈົ່ງເຮັດໃຫ້ຄົນເຈັບໄຂ້ໄດ້ປ່ວຍຫາຍດີ ຈົ່ງເຮັດໃຫ້ຄົນຕາຍຄືນມີຊີວິດ, ຈົ່ງເຮັດໃຫ້ຜູ້ທີ່ເປັນພະຍາດຂີ້ທູດຫາຍດີ ແລະຂັບໄລ່ຜີມານຮ້າຍອອກ, ພວກເຈົ້າໄດ້ຮັບລ້າໆໂດຍບໍ່ຄິດຄ່າຢ່າງໃດ ຈົ່ງໃຫ້ລ້າໆໂດຍບໍ່ຄິດຄ່າຢ່າງນັ້ນ. 9 ຢ່າຖືຄຳ ຫລືເງິນ ຫລືທອງແດງໃສ່ຖົງໄປນຳ; 10 ຢ່າເອົາຖົງໄປໃສ່ເຄື່ອງຂອງຕາມທາງ ຫລືເຄື່ອງນຸ່ງຫົ່ມໄປ ຫລືເກີບ ຫລືໄມ້ເທົ້າໄປນຳ, ເພາະຄົນງານກໍສົມຄວນໄດ້ຮັບອາຫານກິນ.” 11 “ເມື່ອພວກເຈົ້າໄປໃນເມືອງໃດຫລືບ້ານໃດ ຈົ່ງເຂົ້າໄປຫາຜູ້ທີ່ສົມຄວນຈະຕ້ອນຮັບພວກເຈົ້າ ແລະໃຫ້ອາໄສຢູ່ກັບເຂົາຈົນກວ່າຈາກໄປ. 12 ເມື່ອພວກເຈົ້າເຂົ້າໄປໃນເຮືອນຫລັງໃດ ຈົ່ງຄຳນັບໄທເຮືອນນັ້ນ. 13 ຖ້າໄທເຮືອນນັ້ນສົມຄວນຮັບພຣະພອນ ກໍຂໍໃຫ້ສັນຕິສຸກຂອງເຈົ້າຢູ່ນຳເຮືອນນັ້ນ, ແຕ່ຖ້າໄທເຮືອນນັ້ນບໍ່ສົມຄວນຮັບພຣະພອນ ກໍໃຫ້ສັນຕິສຸກນັ້ນກັບຄືນມາສູ່ພວກເຈົ້າ. 14 ຖ້າບ້ານໃດຫລືເມືອງໃດບໍ່ຕ້ອນຮັບພວກເຈົ້າ ຫລືບໍ່ຟັງພວກເຈົ້າ ຈົ່ງອອກໄປຈາກບ່ອນນັ້ນ ແລະສັ່ນຂີ້ຝຸ່ນທີ່ຕິດຕີນຂອງພວກເຈົ້າອອກດ້ວຍ. 15 ເຮົາບອກພວກເຈົ້າຕາມຄວາມຈິງວ່າ ໃນວັນພິພາກສາ ໂທດຂອງຊາວເມືອງໂຊໂດມແລະໂກໂມຣາ ຈະທົນງ່າຍກວ່າໂທດຂອງປະຊາຊົນໃນເມືອງນັ້ນ.” ການຂົ່ມເຫັງທີ່ຈະມາເຖິງ ( ມຣກ 13:9-13 ; ລກ 21:12-17 ) 16 “ເບິ່ງແມ! ເຮົາໃຊ້ພວກເຈົ້າອອກໄປເໝືອນແກະຢູ່ໃນທ່າມກາງຝູງໝາໄນ. ສະນັ້ນ ຈົ່ງສະຫລາດເໝືອນງູ ແລະອ່ອນສຸພາບເໝືອນນົກເຂົາ. 17 ຈົ່ງລະວັງໃຫ້ດີ. ດ້ວຍວ່າ, ຈະມີຄົນຈັບພວກເຈົ້າຂຶ້ນສານ ແລະເຂົາຈະຂ້ຽນຕີພວກເຈົ້າໃນທຳມະສາລາຂອງພວກເຂົາ. 18 ພວກເຈົ້າຈະຖືກລາກດຶງນຳຕົວຂຶ້ນໄປຢູ່ຕໍ່ໜ້າບັນດາຜູ້ມີອຳນາດ ແລະບັນດາກະສັດ ເພາະເຫັນແກ່ເຮົາ ເພື່ອຈະບອກຂ່າວປະເສີດແກ່ພວກເຂົາ ແລະແກ່ຄົນທີ່ບໍ່ເຊື່ອເໝືອນກັນ. 19 ເມື່ອພວກເຂົາຈັບກຸມພວກເຈົ້າຂຶ້ນໄປນັ້ນ ຢ່າຄິດກະວົນກະວາຍເລີຍວ່າ ພວກເຈົ້າຈະເວົ້າຫຍັງແດ່ ຫລືຈະເວົ້າແນວໃດ, ເມື່ອເຖິງເວລານັ້ນ ພວກເຈົ້າຈະໄດ້ຮັບຖ້ອຍຄຳທີ່ພວກເຈົ້າຈະເວົ້າ. 20 ເພາະຖ້ອຍຄຳທີ່ພວກເຈົ້າຈະເວົ້ານັ້ນ ຈະບໍ່ມາຈາກພວກເຈົ້າເອງ, ແຕ່ແມ່ນພຣະວິນຍານຈາກພຣະບິດາຂອງພວກເຈົ້າ ທີ່ຈະເປັນຜູ້ກ່າວໃນພວກເຈົ້າ.” 21 “ອ້າຍເອື້ອຍນ້ອງຈະມອບກັນແລະກັນໃຫ້ເຖິງແກ່ຄວາມຕາຍ ແລະພໍ່ກໍຈະເຮັດຢ່າງດຽວກັນຕໍ່ລູກ, ລູກຈະຫັນມາຕໍ່ສູ້ພໍ່ແມ່ຂອງຕົນໃຫ້ເຖິງແກ່ຄວາມຕາຍ. 22 ຄົນທັງປວງຈະກຽດຊັງພວກເຈົ້າເພາະເຫັນແກ່ນາມຊື່ຂອງເຮົາ, ແຕ່ຜູ້ໃດທີ່ທົນໄດ້ຈົນເຖິງທີ່ສຸດ ຜູ້ນັ້ນຈະໄດ້ລອດພົ້ນ. 23 ເມື່ອພວກເຂົາຂົ່ມເຫັງພວກເຈົ້າໃນເມືອງໜຶ່ງ ຈົ່ງໜີໄປທີ່ເມືອງອື່ນ, ເຮົາບອກພວກເຈົ້າຕາມຄວາມຈິງວ່າ ພວກເຈົ້າຈະບໍ່ທັນໄປໃນທົ່ວທຸກເມືອງຂອງຊາດອິດສະຣາເອນ ກ່ອນທີ່ບຸດມະນຸດມາ.” 24 “ສິດບໍ່ຫ່ອນໃຫຍ່ກວ່າຄູຂອງຕົນ ແລະຂ້ອຍໃຊ້ບໍ່ຫ່ອນໃຫຍ່ກວ່ານາຍຂອງຕົນ. 25 ໃຫ້ສິດສະເໝີກັບຄູ ແລະຂ້ອຍໃຊ້ສະເໝີກັບນາຍຂອງຕົນກໍພໍແລ້ວ ຖ້າຄົນເອີ້ນຫົວໜ້າຄອບຄົວວ່າ, ເບເອນເຊບູນ ສະມາຊິກໃນຄອບຄົວກໍຈະຖືກປະນາມຍິ່ງກວ່ານັ້ນຫລາຍເທົ່າໃດໜໍ.” ຜູ້ທີ່ມະນຸດຄວນຢ້ານ ( ລກ 12:2-7 ) 26 “ດັ່ງນັ້ນ ຢ່າສູ່ຢ້ານມະນຸດ ສິ່ງໃດທີ່ຖືກປິດບັງໄວ້ຈະຖືກເປີດເຜີຍ ສິ່ງໃດທີ່ເປັນຄວາມລັບຈະຖືກໄຂອອກໃຫ້ຮູ້. 27 ສິ່ງທີ່ເຮົາກ່າວແກ່ພວກເຈົ້າໃນທີ່ມືດພວກເຈົ້າຈົ່ງກ່າວໃນທີ່ແຈ້ງ ແລະສິ່ງໃດທີ່ພວກເຈົ້າໄດ້ຍິນສຽງຊິ່ມເປັນທາງສ່ວນຕົວ ພວກເຈົ້າຈົ່ງປະກາດເທິງຫລັງຄາເຮືອນ. 28 ຢ່າສູ່ຢ້ານຜູ້ທີ່ຂ້າໄດ້ແຕ່ຮ່າງກາຍ, ແຕ່ຂ້າຈິດວິນຍານບໍ່ໄດ້, ແຕ່ຈົ່ງຢ້ານພຣະເຈົ້າຜູ້ທີ່ທຳລາຍໄດ້ ທັງຮ່າງກາຍ ແລະຈິດວິນຍານໃນໄຟນະຣົກ. 29 ນົກຈອກສອງໂຕເຂົາຂາຍລາຄາອັດໜຶ່ງບໍ່ແມ່ນບໍ? ແມ່ນແຕ່ນົກຈອກໂຕດຽວຈະຕົກລົງດິນກໍບໍ່ໄດ້ ຖ້າພຣະບິດາເຈົ້າຂອງພວກເຈົ້າບໍ່ເຫັນພ້ອມ. 30 ສຳລັບພວກເຈົ້າແມ່ນແຕ່ຜົມເທິງຫົວຂອງເຈົ້າ ກໍຖືກນັບໄວ້ໝົດທຸກເສັ້ນແລ້ວ. 31 ດັ່ງນັ້ນ ຢ່າສູ່ຢ້ານ ພວກເຈົ້າກໍປະເສີດຫລາຍກວ່ານົກຈອກຫລາຍໂຕ.” ການຍອມຮັບ ແລະ ການປະຕິເສດພຣະຄຣິດຕໍ່ໜ້າມະນຸດ ( ລກ 12:8-9 ) 32 “ທຸກຄົນທີ່ຮັບເຮົາຕໍ່ໜ້າມະນຸດ ເຮົາກໍຈະຮັບຜູ້ນັ້ນຕໍ່ພຣະພັກພຣະບິດາເຈົ້າຂອງເຮົາໃນສະຫວັນເໝືອນກັນ. 33 ແຕ່ຖ້າຜູ້ໃດປະຕິເສດເຮົາຕໍ່ໜ້າມະນຸດ ເຮົາກໍຈະປະຕິເສດຜູ້ນັ້ນຕໍ່ພຣະພັກພຣະບິດາເຈົ້າຂອງເຮົາໃນສະຫວັນເໝືອນກັນ.” ບໍ່ແມ່ນຄວາມສະຫງົບສຸກແຕ່ແມ່ນດາບ ( ລກ 12:51-53 ; 14:26-27 ) 34 “ຢ່າຄິດວ່າເຮົານຳຄວາມສະຫງົບສຸກມາສູ່ໂລກ, ເຮົາບໍ່ໄດ້ມາເພື່ອນຳຄວາມສະຫງົບສຸກມາໃຫ້ ແຕ່ໃຫ້ມີດາບ. 35 ເຮົາໄດ້ມາເພື່ອເຮັດໃຫ້ລູກຊາຍບໍ່ຖືກກັນກັບພໍ່, ລູກສາວບໍ່ຖືກກັນກັບແມ່, ລູກໃພ້ບໍ່ຖືກກັບແມ່ຍ່າ, 36 ແລະສະມາຊິກໃນຄອບຄົວຂອງຕົນກໍຈະເປັນສັດຕູຜູ້ຮ້າຍຕໍ່ກັນ.” 37 “ຜູ້ທີ່ຮັກພໍ່ແມ່ຂອງຕົນຫລາຍກວ່າເຮົາ ກໍບໍ່ສົມຄວນເປັນສາວົກຂອງເຮົາ, ຜູ້ທີ່ຮັກລູກຊາຍຫລືລູກສາວຂອງຕົນຫລາຍກວ່າເຮົາ ກໍບໍ່ສົມຄວນເປັນສາວົກຂອງເຮົາ. 38 ຜູ້ທີ່ບໍ່ຮັບເອົາໄມ້ກາງແຂນຂອງຕົນ ແລະຕິດຕາມເຮົາໄປ ກໍບໍ່ສົມຄວນເປັນສາວົກຂອງເຮົາ. 39 ຜູ້ທີ່ຮັກສາຊີວິດຂອງຕົນໄວ້ ກໍຈະເສຍຊີວິດ, ແຕ່ຜູ້ທີ່ເສຍຊີວິດຂອງຕົນເພື່ອເຫັນແກ່ເຮົາ ກໍຈະໄດ້ຊີວິດ.” ເລື່ອງບຳເໜັດ ( ມຣກ 9:41 ) 40 “ຜູ້ທີ່ຕ້ອນຮັບພວກເຈົ້າກໍຕ້ອນຮັບເຮົາ ແລະຜູ້ທີ່ຕ້ອນຮັບເຮົາກໍຕ້ອນຮັບພຣະອົງຜູ້ທີ່ໄດ້ໃຊ້ເຮົາມາ. 41 ຜູ້ທີ່ຕ້ອນຮັບຜູ້ປະກາດພຣະທຳ ເພາະເປັນຜູ້ປະກາດພຣະທຳ ກໍຈະໄດ້ບຳເໜັດເໝືອນຜູ້ປະກາດພຣະທຳ ແລະຜູ້ທີ່ຕ້ອນຮັບຄົນຊອບທຳ ເພາະເປັນຄົນຊອບທຳ ກໍຈະໄດ້ຮັບບຳເໜັດເໝືອນຄົນຊອບທຳ. 42 ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າຜູ້ໃດຈະເອົານໍ້າເຢັນພຽງຈອກດຽວ ໃຫ້ຜູ້ຕໍ່າຕ້ອຍທີ່ສຸດໃນຈຳພວກນີ້ດື່ມ ເພາະເປັນສິດຂອງເຮົາ ຜູ້ນັ້ນກໍຈະໄດ້ຮັບບຳເໜັດຢ່າງແນ່ນອນ.” |
@ 2012 United Bible Societies. All Rights Reserved.