ມາລາກີ 4 - ພຣະຄຳພີສັກສິວັນຂອງອົງພຣະຜູ້ເປັນເຈົ້າກຳລັງມາ 1 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ວັນນັ້ນກຳລັງມາເຖິງ ຄືມື້ທີ່ຄົນຈອງຫອງແລະຄົນຊົ່ວທຸກຄົນຈະຖືກໄຟເຜົາດັ່ງເຟືອງ. ໃນວັນນັ້ນ ພວກເຂົາຈະຖືກໄຟເຜົາ ແລະຈະບໍ່ມີຫຍັງເຫຼືອຢູ່ເລີຍ. 2 ແຕ່ສຳລັບພວກທີ່ຢຳເກງນາມຂອງເຮົາ ເຮົາຈະນຳຄວາມພົ້ນມາໃຫ້ພວກເຂົາ ດ້ວຍອານຸພາບອັນຮຸ່ງເຮືອງຂອງເຮົາ ດັ່ງດວງຕາເວັນຂຶ້ນ ແລະຈະນຳເອົາການປິ່ນປົວມາສູ່ພວກເຂົາ ດັ່ງແສງດວງອາທິດ. ພວກເຈົ້າຈະເປັນອິດສະຫລະເສລີແລະມີຄວາມສຸກ ດັ່ງລູກງົວທີ່ອອກມາຈາກຄອກ. 3 ໃນມື້ທີ່ເຮົາດຳເນີນການນັ້ນ ພວກເຈົ້າຈະຊະນະຄົນຊົ່ວຊ້າອະທຳ ແລະພວກເຂົາຈະເປັນດັ່ງຂີ້ຝຸ່ນຢູ່ໃຕ້ພື້ນຕີນຂອງພວກເຈົ້າ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ. 4 “ຈົ່ງຈົດຈຳກົດບັນຍັດຕ່າງໆຂອງໂມເຊຄົນຮັບໃຊ້ຂອງເຮົາ ຄືກົດບັນຍັດທັງຫລາຍແລະຂໍ້ຄຳສັ່ງຕ່າງໆ ຊຶ່ງເຮົາໄດ້ມອບໃຫ້ລາວທີ່ເທິງພູເຂົາຊີນາຍ ເພື່ອໃຫ້ປະຊາຊົນອິດສະຣາເອນທຸກຄົນປະຕິບັດຕາມ. 5 ແຕ່ກ່ອນວັນຍິ່ງໃຫຍ່ແລະວັນອັນໜ້າຢ້ານຂອງພຣະເຈົ້າຢາເວຈະມາເຖິງ ເຮົາຈະໃຊ້ເອລີຢາຜູ້ທຳນວາຍຂອງເຮົາມາ. 6 ລາວຈະນຳພໍ່ກັບລູກມາພົບກັນອີກ; ບໍ່ດັ່ງນັ້ນ ເຮົາຈະມາ ແລະທຳລາຍປະເທດຂອງພວກເຈົ້າ.” |
@ 2012 United Bible Societies. All Rights Reserved.