Biblia Todo Logo
Bìoball air-loidhne

- Sanasan -

ລູກາ 5 - ພຣະຄຳພີສັກສິ


ພຣະເຢຊູເຈົ້າ​ຊົງ​ເອີ້ນ​ເອົາ​ສາວົກ​ພວກ​ທຳອິດ
( ມທ 4:18-22 ; ມຣກ 1:16-20 )

1 ວັນ​ໜຶ່ງ ຂະນະທີ່​ພຣະເຢຊູເຈົ້າ​ຢືນ​ຢູ່​ທີ່​ແຄມ​ທະເລສາບ​ເຄັນເນຊາເຣັດ ປະຊາຊົນ​ກໍ​ບຸບຽດ​ກັນ​ເຂົ້າ​ມາ​ຫາ​ພຣະອົງ ເພື່ອ​ຟັງ​ພຣະທຳ​ຂອງ​ພຣະເຈົ້າ.

2 ພຣະອົງ​ຫລຽວ​ເຫັນ​ເຮືອ​ສອງ​ລຳ​ຈອດ​ໄວ້​ຢູ່​ແຄມ​ຝັ່ງ ຄົນ​ຫາປາ​ໄດ້​ອອກ​ໄປ​ຈາກ​ເຮືອ​ນັ້ນ ແລ້ວ​ພວກເຂົາ​ກຳລັງ​ລ້າງ​ມອງ​ຢູ່.

3 ພຣະເຢຊູເຈົ້າ​ຈຶ່ງ​ເຂົ້າ​ໄປ​ໃນ​ເຮືອ​ລຳ​ໜຶ່ງ ຊຶ່ງ​ເປັນ​ຂອງ​ຊີໂມນ ແລະ​ບອກ​ໃຫ້​ເພິ່ນ​ຖອຍ​ເຮືອ​ອອກ​ຫ່າງ​ຈາກ​ຝັ່ງ​ໜ້ອຍ​ໜຶ່ງ ແລ້ວ​ພຣະອົງ​ກໍ​ນັ່ງ​ລົງ​ໃນ​ເຮືອ ແລະ​ສັ່ງສອນ​ປະຊາຊົນ.

4 ເມື່ອ​ພຣະອົງ​ສັ່ງສອນ​ຈົບ​ແລ້ວ ຈຶ່ງ​ກ່າວ​ແກ່​ຊີໂມນ​ວ່າ, “ຈົ່ງ​ຖອຍ​ເຮືອ​ອອກ​ໄປ​ສູ່​ບ່ອນ​ນໍ້າ​ເລິກ ແລະ​ຢ່ອນ​ມອງ​ຂອງ​ພວກເຈົ້າ​ລົງ​ຈັບ​ປາ.”

5 ຊີໂມນ​ຕອບ​ວ່າ, “ພຣະອາຈານ​ເອີຍ ພວກ​ຂ້ານ້ອຍ​ໄດ້​ຫາ​ຕະຫລອດ​ຄືນ ຈົນ​ອິດເມື່ອຍ ແລະ​ບໍ່ໄດ້​ຫຍັງ​ເລີຍ, ແຕ່​ເພື່ອ​ເຫັນແກ່​ທ່ານ​ບອກ ຂ້ານ້ອຍ​ກໍ​ຈະ​ຢ່ອນ​ມອງ​ລົງ​ຕາມ​ຄຳ​ຂອງ​ນາຍ.”

6 ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ໄດ້​ຢ່ອນ​ມອງ​ລົງ ແລະ​ຖືກ​ປາ​ຈຳນວນ​ຫລວງຫລາຍ ຈົນ​ມອງ​ຂອງ​ພວກເພິ່ນ​ກຳລັງ​ຈະ​ຂາດ.

7 ພວກເພິ່ນ​ກວັກ​ມື​ເອົາ​ໝູ່ ທີ່​ຢູ່​ເຮືອ​ລຳ​ອື່ນ​ໃຫ້​ມາ​ຊ່ວຍ ພວກເຂົາ​ຈຶ່ງ​ມາ​ຊ່ວຍ ແລະ​ໄດ້​ປາ​ເຕັມ​ເຮືອ​ທັງສອງ​ລຳ ຈົນ​ເຮືອ​ແຊມ​ເກືອບ​ຫລົ້ມ.

8 ເມື່ອ​ຊີໂມນ​ເປໂຕ​ເຫັນ​ເຫດການ​ທີ່​ເກີດຂຶ້ນ​ແລ້ວ ເພິ່ນ​ກໍ​ຂາບລົງ​ທີ່​ຕີນ​ຂອງ​ພຣະເຢຊູເຈົ້າ ແລະ​ກ່າວ​ວ່າ, “ພຣະອົງເຈົ້າ​ເອີຍ, ຂໍ​ໄປ​ໃຫ້​ຫ່າງ​ຈາກ​ຂ້ານ້ອຍ​ທ້ອນ ເພາະ​ຂ້ານ້ອຍ​ເປັນ​ຄົນ​ບາບ.”

9 ເປໂຕ​ກັບ​ໝູ່​ເພື່ອນ​ຄົນອື່ນໆ​ຂອງ​ເພິ່ນ ທີ່​ຢູ່​ນຳ​ກັນ​ໄດ້​ງຶດ​ປະຫລາດ​ໃຈ ທີ່​ພວກເພິ່ນ​ຈັບ​ປາ​ໄດ້​ຢ່າງ​ຫລວງຫລາຍ​ເຊັ່ນ​ນີ້.

10 ຢາໂກໂບ ແລະ ໂຢຮັນ​ລູກຊາຍ​ຂອງ​ເຊເບດາຍ ຜູ້​ຮ່ວມ​ງານ​ຂອງ​ຊີໂມນ ກໍ​ປະຫລາດ​ໃຈ​ເໝືອນກັນ ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ຊີໂມນ​ວ່າ, “ຢ່າ​ສູ່​ຢ້ານ ຕັ້ງແຕ່​ນີ້​ໄປ ເຈົ້າ​ຈະ​ເປັນ​ຜູ້​ຫາ​ຄົນ.”

11 ເມື່ອ​ພວກເພິ່ນ​ນຳ​ເຮືອ​ມາ​ເຖິງ​ແຄມ​ຝັ່ງ​ແລ້ວ ພວກເພິ່ນ​ກໍໄດ້​ສະຫລະ​ທຸກສິ່ງ ແລະ​ຕິດຕາມ​ພຣະເຢຊູເຈົ້າ​ໄປ.


ພຣະເຢຊູເຈົ້າ​ຊົງ​ໂຜດ​ຊາຍ​ຄົນ​ໜຶ່ງ​ໃຫ້​ດີ​ພະຍາດ
( ມທ 8:1-4 ; ມຣກ 1:40-45 )

12 ເມື່ອ​ພຣະເຢຊູເຈົ້າ​ຢູ່​ໃນ​ເມືອງ​ໜຶ່ງ ກໍ​ມີ​ຊາຍ​ຄົນ​ໜຶ່ງ​ເປັນ​ພະຍາດ​ຂີ້ທູດ​ເຕັມ​ຕົວ ເມື່ອ​ເຫັນ​ພຣະເຢຊູເຈົ້າ ລາວ​ຈຶ່ງ​ກົ້ມ​ຂາບລົງ​ຕໍ່ໜ້າ​ພຣະອົງ ແລະ​ອ້ອນວອນ​ຂໍ​ວ່າ, “ພຣະອົງເຈົ້າ​ເອີຍ ຖ້າ​ທ່ານ​ພໍໃຈ ກໍ​ສາມາດ​ເຮັດ​ໃຫ້​ຂ້ານ້ອຍ​ດີ​ສະອາດ​ໄດ້.”

13 ພຣະເຢຊູເຈົ້າ​ເດ່​ມື​ອອກ​ແຕະຕ້ອງ​ລາວ ແລະ​ກ່າວ​ວ່າ, “ເຮົາ​ພໍໃຈ​ແລ້ວ ຈົ່ງ​ດີ​ສະອາດ​ສາ” ໃນ​ທັນໃດນັ້ນ ພະຍາດ​ຂີ້ທູດ​ກໍ​ຫາຍ​ໄປ​ຈາກ​ຊາຍ​ຄົນ​ນັ້ນ.

14 ແລ້ວ​ພຣະເຢຊູເຈົ້າ ກໍ​ສັ່ງ​ລາວ​ວ່າ, “ຢ່າ​ເວົ້າ​ເລື່ອງ​ນີ້​ສູ່​ຜູ້ໃດ​ຟັງ ແຕ່​ຈົ່ງ​ໄປ​ສະແດງ​ຕົວ​ຕໍ່​ປະໂຣຫິດ ໃຫ້​ເພິ່ນ​ກວດເບິ່ງ​ເຈົ້າ ແລະ​ຈົ່ງ​ຖວາຍ​ເຄື່ອງ​ບູຊາ​ຕາມ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້ ເພື່ອ​ພິສູດ​ໃຫ້​ທຸກຄົນ​ເຫັນ​ວ່າ ເຈົ້າ​ດີ​ສະອາດ​ແລ້ວ.”

15 ແຕ່​ຊື່ສຽງ​ຂອງ​ພຣະເຢຊູເຈົ້າ ກໍໄດ້​ຊ່າລື​ໄປ​ອີກ​ທົ່ວ​ທຸກ​ແຫ່ງ ແລະ​ປະຊາຊົນ​ກໍ​ມາ​ເຕົ້າໂຮມ​ກັນ ເພື່ອ​ຟັງ​ພຣະອົງ ແລະ​ຮັບ​ການ​ຊົງ​ໂຜດ​ຮັກສາ​ພະຍາດ​ໂຣຄາ​ຕ່າງໆ​ຂອງ​ພວກ​ຕົນ​ໃຫ້​ຫາຍ​ດີ.

16 ແຕ່​ພຣະອົງ​ໄດ້​ໜີໄປ​ສະຖານທີ່​ປ່ຽວ ແລະ​ພາວັນນາ​ອະທິຖານ.


ພຣະເຢຊູເຈົ້າ​ຊົງ​ໂຜດ​ຄົນເປ້ຍ​ຜູ້ໜຶ່ງ​ໃຫ້​ດີ​ພະຍາດ
( ມທ 9:1-8 ; ມຣກ 2:1-12 )

17 ວັນ​ໜຶ່ງ ພຣະເຢຊູເຈົ້າ​ກຳລັງ​ສັ່ງສອນ​ຢູ່ ພວກ​ຟາຣີຊາຍ​ແລະ​ພວກ​ທຳມະຈານ​ບາງຄົນ ກໍ​ນັ່ງ​ຢູ່​ໃນ​ທີ່ນັ້ນ​ດ້ວຍ ພວກເຂົາ​ມາ​ແຕ່​ທຸກ​ບ້ານ​ຈາກ​ແຂວງ​ຄາລີເລ, ຈາກ​ແຂວງ​ຢູດາຍ ແລະ​ຈາກ​ນະຄອນ​ເຢຣູຊາເລັມ. ຣິດເດດ​ອຳນາດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ສະຖິດ​ຢູ່​ກັບ​ພຣະອົງ ເພື່ອ​ໂຜດ​ຄົນ​ເຈັບໄຂ້​ໄດ້ປ່ວຍ​ໃຫ້​ດີ​ພະຍາດ.

18 ແລ້ວ​ກໍ​ມີ​ບາງຄົນ​ຫາມ​ຄົນເປ້ຍ​ຜູ້ໜຶ່ງ ນອນ​ຢູ່​ເທິງ​ບ່ອນ​ນອນ​ມາ ແລະ​ຊອກ​ຫາ​ທາງ​ນຳ​ລາວ​ເຂົ້າ​ໄປ​ໃນ​ເຮືອນ ເພື່ອ​ວາງ​ລາວ​ຕໍ່ໜ້າ​ພຣະເຢຊູເຈົ້າ.

19 ເມື່ອ​ຫາ​ທາງ​ເຂົ້າ​ບໍ່ໄດ້​ເພາະ​ມີ​ຄົນ​ຫລາຍ ພວກເຂົາ​ຈຶ່ງ​ຂຶ້ນ​ໄປ​ທີ່​ເທິງ​ຫລັງຄາ​ເຮືອນ ແລະ​ຢ່ອນ​ຄົນເປ້ຍ​ກັບ​ທັງ​ບ່ອນ​ນອນ ລົງ​ຕາມ​ປ່ອງ​ດິນ​ຂໍ​ຕໍ່ໜ້າ​ພຣະເຢຊູເຈົ້າ ທ່າມກາງ​ປະຊາຊົນ.

20 ເມື່ອ​ພຣະເຢຊູເຈົ້າ​ໄດ້​ເຫັນ​ຄວາມເຊື່ອ​ຂອງ​ພວກເຂົາ ພຣະອົງ​ຈຶ່ງ​ກ່າວ​ແກ່​ຄົນເປ້ຍ​ນັ້ນ​ວ່າ, “ຊາຍ​ເອີຍ ບາບກຳ​ທັງຫລາຍ​ຂອງ​ເຈົ້າ​ໄດ້​ຮັບ​ການອະໄພ​ແລ້ວ.”

21 ພວກ​ທຳມະຈານ​ກັບ​ພວກ​ຟາຣີຊາຍ ຈຶ່ງ​ເລີ່ມ​ຄິດ​ວ່າ, “ຄົນ​ນີ້​ແມ່ນ​ຜູ້ໃດ ທີ່​ກຳລັງ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ? ມີ​ແຕ່​ພຣະເຈົ້າ​ເທົ່ານັ້ນ​ທີ່​ອະໄພ​ບາບກຳ​ໄດ້.”

22 ພຣະເຢຊູເຈົ້າ​ຮູ້​ຄວາມ​ຄິດ​ຂອງ​ພວກເຂົາ ຈຶ່ງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຄິດ​ເຊັ່ນນັ້ນ

23 ອັນໃດ​ງ່າຍ​ກວ່າ ທີ່​ຈະ​ເວົ້າ​ວ່າ, ‘ບາບກຳ​ຂອງ​ເຈົ້າ​ໄດ້​ຮັບ​ການອະໄພ​ແລ້ວ’ ຫລື​ຈະ​ເວົ້າ​ວ່າ, ‘ຈົ່ງ​ລຸກ​ຂຶ້ນ ແລະ​ຍ່າງ​ໄປ’

24 ແຕ່​ເຮົາ​ຢາກ​ໃຫ້​ພວກເຈົ້າ​ເຫັນ​ວ່າ ບຸດ​ມະນຸດ​ມີ​ສິດ​ອຳນາດ​ເທິງ​ແຜ່ນດິນ​ໂລກ ໃຫ້​ອະໄພ​ບາບກຳ​ຂອງ​ມະນຸດ​ໄດ້.” ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ແກ່​ຄົນເປ້ຍ​ວ່າ, “ເຮົາ​ສັ່ງ​ເຈົ້າ​ໃຫ້​ລຸກ​ຂຶ້ນ ຍົກ​ເອົາ​ບ່ອນ​ນອນ​ຂອງ​ເຈົ້າ ແລະ​ເມືອ​ເຮືອນ​ສາ.”

25 ໃນ​ທັນໃດນັ້ນ ຄົນເປ້ຍ​ກໍ​ລຸກ​ຂຶ້ນ​ຕໍ່ໜ້າ​ພວກເຂົາ​ທຸກຄົນ ຍົກ​ເອົາ​ບ່ອນ​ນອນ​ຂອງຕົນ ແລະ​ກັບ​ເມືອ​ເຮືອນ​ພ້ອມ​ທັງ​ສັນລະເສີນ​ພຣະເຈົ້າ.

26 ພວກເຂົາ​ທຸກຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ​ຫລາຍ​ທີ່ສຸດ ແລະ​ກ່າວ​ສັນລະເສີນ​ພຣະເຈົ້າ. ດ້ວຍ​ຄວາມ​ຢ້ານ​ຢ່າງ​ເຕັມທີ່​ຢູ່​ນັ້ນ ພວກເຂົາ​ກໍ​ເວົ້າ​ວ່າ, “ວັນ​ນີ້ ພວກເຮົາ​ໄດ້​ເຫັນ​ສິ່ງ​ທີ່​ເຫລືອເຊື່ອ.”


ພຣະເຢຊູເຈົ້າ​ເອີ້ນ​ເອົາ​ເລວີ
( ມທ 9:9-13 ; ມຣກ 2:13-17 )

27 ຫລັງຈາກ​ເຫດການ​ນີ້​ແລ້ວ, ພຣະເຢຊູເຈົ້າ​ກໍ​ອອກ​ໄປ ແລະ ເຫັນ​ຄົນເກັບພາສີ​ຜູ້ໜຶ່ງ​ຊື່​ວ່າ ເລວີ, ນັ່ງ​ຢູ່​ທີ່​ດ່ານ​ພາສີ ພຣະເຢຊູເຈົ້າ​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ.”

28 ຝ່າຍ​ເລວີ​ກໍ​ສະຫລະ​ໝົດ​ທຸກສິ່ງ ລຸກ​ຂຶ້ນ ແລະ​ຕາມ​ພຣະອົງ​ໄປ.

29 ແລ້ວ​ເລວີ​ກໍໄດ້​ຈັດ​ງານກິນລ້ຽງ​ອັນ​ໃຫຍ່​ຂຶ້ນ ໃນ​ເຮືອນ​ຂອງຕົນ​ເພື່ອ​ເປັນ​ກຽດ​ແກ່​ພຣະເຢຊູເຈົ້າ ແລະ​ມີ​ຄົນເກັບພາສີ​ກັບ​ຄົນອື່ນ​ອີກ ຈຳນວນ​ຫລວງຫລາຍ​ມາ​ຮ່ວມ​ນຳ​ດ້ວຍ.

30 ພວກ​ຟາຣີຊາຍ​ກັບ​ພວກ​ທຳມະຈານ ຜູ້​ທີ່​ເປັນ​ຝ່າຍ​ຂອງ​ພວກເຂົາ ໄດ້​ຈົ່ມ​ຕຳໜິ​ຕໍ່​ພວກ​ສາວົກ​ຂອງ​ພຣະເຢຊູເຈົ້າ, ພວກເຂົາ​ຖາມ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ກິນ​ແລະ​ດື່ມ​ກັບ​ຄົນ​ເກັບພາສີ ແລະ​ຄົນ​ນອກສິນທຳ?”

31 ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ຄົນ​ທີ່​ມີ​ສຸຂະພາບ​ດີ​ບໍ່​ຕ້ອງການ​ໝໍ ມີ​ແຕ່​ຄົນ​ເຈັບ​ປ່ວຍ​ເທົ່ານັ້ນ​ທີ່​ຕ້ອງການ​ໝໍ.

32 ເຮົາ​ບໍ່ໄດ້​ມາ​ເພື່ອ​ເອີ້ນ​ເອົາ​ຄົນ​ສິນທຳ, ແຕ່​ມາ​ເອີ້ນ​ເອົາ​ຄົນ​ນອກສິນທຳ​ໃຫ້​ຖິ້ມໃຈເກົ່າ​ເອົາໃຈໃໝ່.”


ຄຳ​ຖາມ​ເລື່ອງ​ການ​ຖືສິນ​ອົດອາຫານ
( ມທ 9:14-17 ; ມຣກ 2:18-22 )

33 ແລ້ວ​ບາງຄົນ​ກໍ​ເວົ້າ​ຕໍ່​ພຣະເຢຊູເຈົ້າ​ວ່າ, “ພວກ​ສິດ​ຂອງ​ໂຢຮັນ​ຖືສິນ​ອົດອາຫານ​ຢູ່​ເລື້ອຍ ແລະ​ເຮັດ​ພິທີ​ພາວັນນາ​ອະທິຖານ ແລະ​ສິດ​ຂອງ​ພວກ​ຟາຣີຊາຍ​ກໍ​ເຮັດ​ເໝືອນກັນ ສ່ວນ​ສາວົກ​ຂອງທ່ານ​ແລ້ວ​ພັດ​ກິນ​ແລະ​ດື່ມ.”

34 ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ຄິດ​ວ່າ ຈະ​ໃຫ້​ບັນດາ​ເພື່ອນ​ຂອງ​ເຈົ້າບ່າວ​ຕ້ອງ​ອົດ​ອາຫານ​ຢູ່​ບໍ? ໃນ​ເມື່ອ​ເຈົ້າບ່າວ​ຍັງ​ຢູ່​ກັບ​ພວກເຂົາ?

35 ແຕ່​ຈະ​ມີ​ວັນ​ໜຶ່ງ​ມາ​ເຖິງ ເມື່ອ​ເຈົ້າບ່າວ​ຈະ​ຕ້ອງ​ພາກ​ຈາກ​ພວກເຂົາ​ໄປ ເມື່ອນັ້ນ​ແຫຼະ ພວກເຂົາ​ຈະ​ຖືສິນ​ອົດອາຫານ.”

36 ແລ້ວ​ພຣະອົງ​ຍັງ​ໄດ້​ກ່າວ​ຄຳອຸປະມາ​ນີ້​ສູ່​ພວກເຂົາ​ຟັງ​ວ່າ, “ບໍ່ມີ​ຜູ້ໃດ​ດອກ ທີ່​ຈີກ​ເສື້ອຜ້າ​ໃໝ່ ເພື່ອ​ໃຊ້​ຕາບ​ເສື້ອຜ້າ​ເກົ່າ ຖ້າ​ເຮັດ​ດັ່ງນັ້ນ ກໍ​ຈະ​ເຮັດ​ໃຫ້​ເສື້ອຜ້າ​ໃໝ່​ຂາດ​ເສຍ​ໄປ ແລະ​ຜ້າ​ຕ່ອນ​ໃໝ່​ກໍ​ຈະ​ບໍ່​ສົມ​ກັບ​ເສື້ອ​ເກົ່າ.

37 ບໍ່ມີ​ຜູ້ໃດ​ດອກ ທີ່​ເອົາ​ນໍ້າ​ອະງຸ່ນ ໃໝ່​ໃສ່​ຖົງ​ໜັງ​ເກົ່າ, ເພາະ​ນໍ້າ​ອະງຸ່ນ​ໃໝ່​ຈະ​ເຮັດ​ໃຫ້​ຖົງ​ໜັງ​ຂາດ, ນໍ້າ​ອະງຸ່ນ​ຈະ​ໄຫລ​ອອກ ແລະ​ຖົງ​ໜັງ​ກໍ​ຈະ​ເສຍ​ໄປ​ເໝືອນກັນ.

38 ແຕ່​ນໍ້າ​ອະງຸ່ນ​ໃໝ່​ຕ້ອງ​ໃສ່​ໄວ້​ໃນ​ຖົງ​ໜັງ​ໃໝ່

39 ແລະ​ບໍ່ມີ​ຜູ້ໃດ​ດອກ ທີ່​ຢາກ​ຈະ​ໄດ້​ນໍ້າ​ອະງຸ່ນ​ໃໝ່ ຫລັງຈາກ​ດື່ມ​ນໍ້າ​ອະງຸ່ນ​ເກົ່າ​ແລ້ວ ເພິ່ນ​ຍ່ອມ​ເວົ້າ​ວ່າ, ‘ອັນ​ເກົ່າ​ນັ້ນ​ແຫຼະ ດີກວ່າ.”’

@ 2012 United Bible Societies. All Rights Reserved.

Lean sinn:



Sanasan