Biblia Todo Logo
Bìoball air-loidhne

- Sanasan -

ລູກາ 4 - ພຣະຄຳພີສັກສິ


ມານ​ທົດລອງ​ພຣະເຢຊູເຈົ້າ
( ມທ 4:1-11 ; ມຣກ 1:12-13 )

1 ພຣະເຢຊູເຈົ້າ​ໄດ້​ກັບ​ມາ​ຈາກ​ແມ່ນໍ້າ​ຈໍແດນ ໂດຍ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ພຣະວິນຍານ​ບໍຣິສຸດເຈົ້າ ໄດ້​ນຳ​ພຣະອົງ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ.

2 ໃນ​ທີ່ນັ້ນ ພຣະອົງ​ໄດ້​ຖືກ​ມານຮ້າຍ​ທົດລອງ​ເປັນ​ເວລາ​ສີ່ສິບ​ວັນ ໃນ​ວັນ​ເຫຼົ່ານັ້ນ ພຣະອົງ​ບໍ່ໄດ້​ກິນ​ຫຍັງ​ເລີຍ ເມື່ອ​ວັນ​ເຫຼົ່ານັ້ນ​ຜ່ານ​ພົ້ນ​ໄປ​ແລ້ວ ພຣະອົງ​ກໍ​ຢາກ​ອາຫານ.

3 ມານຮ້າຍ​ໄດ້​ເວົ້າ​ຕໍ່​ພຣະອົງ​ວ່າ, “ຖ້າ​ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ ຈົ່ງ​ສັ່ງ​ກ້ອນຫີນ​ນີ້​ໃຫ້​ກາຍເປັນ​ອາຫານ​ເບິ່ງດູ.”

4 ແຕ່​ພຣະເຢຊູເຈົ້າ​ຕອບ​ມັນ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ມະນຸດ​ຈະ​ບໍ່​ລ້ຽງ​ຊີວິດ ພຽງແຕ່​ອາຫານ​ຢ່າງ​ດຽວ.”’

5 ແລ້ວ​ມານຮ້າຍ​ກໍໄດ້​ນຳ​ພຣະອົງ​ຂຶ້ນ​ໄປ ແລະ​ສະແດງ​ໃຫ້​ເຫັນ​ໃນ​ພິບ​ຕາ​ດຽວ ເຖິງ​ອານາຈັກ​ທັງໝົດ​ແຫ່ງ​ໂລກນີ້.

6 ມານຮ້າຍ​ໄດ້​ບອກ​ພຣະອົງ​ວ່າ, “ເຮົາ​ຈະ​ໃຫ້​ອຳນາດ​ທັງໝົດ​ນີ້ ກັບ​ສະຫງ່າຣາສີ​ແຫ່ງ​ແຜ່ນດິນ​ທັງໝົດ​ແກ່​ທ່ານ. ເພາະ​ສິ່ງ​ທັງໝົດ​ເຫຼົ່ານັ້ນ​ຖືກ​ມອບ​ໃຫ້​ແກ່​ເຮົາ​ແລ້ວ ແລະ​ເຮົາ​ຢາກ​ມອບ​ໃຫ້​ແກ່​ຜູ້ໃດ​ກໍໄດ້ ຕາມ​ທີ່​ເຮົາ​ຕ້ອງການ.

7 ດັ່ງນັ້ນ ສິ່ງ​ທັງໝົດ​ເຫຼົ່ານີ້ ຈະ​ເປັນ​ຂອງທ່ານ ຖ້າ​ທ່ານ​ນະມັດສະການ​ເຮົາ.”

8 ພຣະເຢຊູເຈົ້າ​ຕອບ​ມັນ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ຈົ່ງ​ນະມັດສະການ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ເຈົ້າ ແລະ​ບົວລະບັດ​ຮັບໃຊ້​ແຕ່​ພຣະອົງ​ເທົ່ານັ້ນ.”’

9 ແລ້ວ​ມານຮ້າຍ​ກໍໄດ້​ນຳ​ພຣະອົງ​ໄປ​ທີ່​ນະຄອນ​ເຢຣູຊາເລັມ ໃຫ້​ພຣະອົງ​ຢືນ​ຢູ່​ເທິງ​ຍອດ​ຂອງ​ພຣະວິຫານ ແລະ​ເວົ້າ​ຕໍ່​ພຣະອົງ​ວ່າ, “ຖ້າ​ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ ຈົ່ງ​ໂຕນ​ລົງ​ຈາກ​ທີ່​ນີ້​ເບິ່ງດູ.

10 ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ພຣະເຈົ້າ​ຈະ​ສັ່ງ​ໃຫ້​ຝູງ​ເທວະດາ​ຂອງ​ພຣະອົງ ມາ​ພິທັກ​ຮັກສາ​ທ່ານ​ໄວ້.’

11 ແລະ ຍັງ​ມີ​ຄຳ​ຂຽນ​ໄວ້​ອີກ​ວ່າ, ‘ຝູງ​ເທວະດາ​ຈະ​ໃຊ້​ມື​ຂອງຕົນ​ຫອບ​ອູ້ມ​ທ່ານ​ໄວ້ ເພື່ອ​ບໍ່​ໃຫ້​ຕີນ​ຂອງທ່ານ​ຕຳ​ກ້ອນຫີນ.”’

12 ແຕ່​ພຣະເຢຊູເຈົ້າ​ຕອບ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ຢ່າ​ທົດລອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ເຈົ້າ.”’

13 ເມື່ອ​ມານຮ້າຍ​ທົດລອງ​ພຣະເຢຊູເຈົ້າ​ທຸກປະການ​ແລ້ວ ມັນ​ກໍ​ໜີ​ຈາກ​ພຣະອົງ​ໄປ ຈົນເຖິງ​ເວລາ​ທີ່​ມັນ​ມີ​ໂອກາດ​ອີກ.


ພຣະເຢຊູເຈົ້າ​ເລີ່ມ​ປະຕິບັດ​ພາລະກິດ​ຂອງ​ພຣະອົງ​ໃນ​ຄາລີເລ
( ມທ 4:12-17 ; ມຣກ 1:14-15 )

14 ແລ້ວ​ພຣະເຢຊູເຈົ້າ ກໍໄດ້​ກັບຄືນ​ມາ​ແຂວງ​ຄາລີເລ ດ້ວຍ​ຣິດອຳນາດ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ ຂ່າວ​ເລື່ອງ​ຂອງ​ພຣະອົງ​ໄດ້​ຊ່າລື​ໄປ​ທົ່ວ​ຂົງເຂດ​ນັ້ນ.

15 ພຣະອົງ​ໄດ້​ສັ່ງສອນ​ໃນ​ທຳມະສາລາ​ຂອງ​ພວກເຂົາ ແລະ​ໄດ້​ຮັບ​ຄຳ​ສັນລະເສີນ​ຈາກ​ທຸກຄົນ.


ຊາວ​ນາຊາເຣັດ​ບໍ່​ຍອມ​ຮັບ​ພຣະເຢຊູເຈົ້າ
( ມທ 13:53-58 ; ມຣກ 6:1-6 )

16 ແລ້ວ​ພຣະເຢຊູເຈົ້າ ກໍໄດ້​ມາ​ຍັງ​ນາຊາເຣັດ ຊຶ່ງ​ເປັນ​ເມືອງ​ທີ່​ພຣະອົງ​ໄດ້​ຈະເລີນ​ເຕີບໃຫຍ່​ຂຶ້ນ​ນັ້ນ ແລະ​ໃນ​ວັນ​ຊະບາໂຕ ພຣະອົງ​ໄດ້​ໄປ​ທີ່​ທຳມະສາລາ​ຕາມ​ປົກກະຕິ ພຣະອົງ​ໄດ້​ຢືນ​ຂຶ້ນ​ເພື່ອ​ຈະ​ອ່ານ​ພຣະຄຳພີ.

17 ແລະ ເຂົາ​ກໍໄດ້​ຍື່ນ​ໜັງສື​ມ້ວນ​ຂອງ​ຜູ້ທຳນວາຍ​ເອຊາຢາ ໃຫ້​ພຣະອົງ​ອ່ານ ເມື່ອ​ພຣະອົງ​ພື​ໜັງສື​ມ້ວນ​ອອກ ກໍ​ພົບ​ຂໍ້ຄວາມ​ທີ່​ຂຽນ​ໄວ້​ວ່າ,

18 “ພຣະວິນຍານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຊົງ​ສະຖິດ​ຢູ່​ເທິງ​ຂ້ານ້ອຍ ເພາະ​ພຣະອົງ​ໄດ້​ຫົດສົງ​ແຕ່ງຕັ້ງ​ຂ້ານ້ອຍ​ໄວ້ ໃຫ້​ປະກາດ​ຂ່າວປະເສີດ​ແກ່​ຄົນ​ຍາກຈົນ. ພຣະອົງ​ໃຊ້​ຂ້ານ້ອຍ​ໄປ​ປະກາດ​ ອິດສະຫລະ​ພາບ ແກ່​ຄົນ​ທັງຫລາຍ​ທີ່​ຖືກ​ຈຳຈອງ ແລະ ຄົນ​ຕາບອດ​ຈະ​ເຫັນ​ຮຸ່ງ​ອີກ ປົດປ່ອຍ​ຜູ້​ຖືກ​ກົດຂີ່​ໃຫ້​ເປັນ​ອິດສະຫລະ

19 ແລະ ໃຫ້​ປະກາດ​ປີ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ຈະ​ເມດຕາ​ນັ້ນ.”

20 ແລ້ວ​ພຣະເຢຊູເຈົ້າ​ກໍໄດ້​ກໍ້​ໜັງສື​ມ້ວນ ຍື່ນຄືນ​ໃຫ້​ແກ່​ຜູ້​ທີ່​ມີ​ໜ້າທີ່​ເກັບ​ຮັກສາ​ໄວ້ ແລະ​ນັ່ງ​ລົງ ທຸກຄົນ​ໃນ​ທຳມະສາລາ​ຕ່າງ​ກໍ​ຈ້ອງ​ຕາ​ເບິ່ງ​ພຣະອົງ

21 ແລະ ພຣະອົງ​ກ່າວ​ແກ່​ພວກເຂົາ​ວ່າ, “ພຣະທຳ​ຕອນ​ນີ້​ໄດ້​ສຳເລັດ​ເປັນ​ຈິງ​ໃນວັນນີ້ ຕາມ​ທີ່​ພວກເຈົ້າ​ໄດ້ຍິນ​ນັ້ນ​ແຫຼະ.”

22 ທຸກຄົນ​ກໍ​ກ່າວ​ຊົມເຊີຍ​ພຣະອົງ ແລະ​ປະທັບ​ໃຈ​ໃນ​ຖ້ອຍຄຳ​ອັນ​ອ່ອນຫວານ ຊຶ່ງ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ ພວກເຂົາ​ຈຶ່ງ​ເວົ້າ​ວ່າ, “ລາວ​ບໍ່ແມ່ນ​ລູກຊາຍ​ຂອງ​ໂຢເຊັບ​ບໍ?”

23 ພຣະອົງ​ຊົງ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ຄົງ​ຈະ​ກ່າວ​ຄຳ​ສຸພາສິດ​ຂໍ້​ນີ້ ຕໍ່​ເຮົາ​ເປັນ​ແນ່​ຄື​ວ່າ, ‘ທ່ານໝໍ​ເອີຍ, ຈົ່ງ​ປົວ​ຕົວ​ເອງ​ໃຫ້​ດີ’ ຄື ‘ບັນດາ​ການ ຊຶ່ງ​ພວກເຮົາ​ໄດ້ຍິນ​ວ່າ ທ່ານ​ໄດ້​ກະທຳ​ໃນ​ເມືອງ​ກາເປນາອູມ ຈົ່ງ​ເຮັດ​ໃນ​ເມືອງ​ຂອງຕົນ​ທີ່​ນີ້​ເໝືອນກັນ.”’

24 ແລ້ວ​ພຣະອົງ​ກໍ​ກ່າວ​ອີກ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ບໍ່ມີ​ຜູ້ທຳນວາຍ​ຄົນ​ໃດ​ດອກ ທີ່​ໄດ້​ຮັບ​ຄວາມ​ເຄົາຣົບ​ນັບຖື​ໃນ​ບ້ານ​ເມືອງ​ຂອງຕົນ.”

25 “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ໃນ​ສະໄໝ​ຂອງ​ເອລີຢາ ເມື່ອ​ຝົນ​ບໍ່​ຕົກ​ສາມ​ປີ​ເຄິ່ງ ຊຶ່ງ​ເປັນ​ເຫດ​ໃຫ້​ເກີດ​ການ​ອຶດຢາກ​ຢ່າງ​ຮ້າຍແຮງ​ທົ່ວ​ດິນແດນ​ນັ້ນ ໄດ້​ມີ​ແມ່ໝ້າຍ​ຫລາຍ​ຄົນ​ໃນ​ຊາດ​ອິດສະຣາເອນ.

26 ແຕ່​ເອລີຢາ​ບໍ່ໄດ້​ຖືກ​ໃຊ້​ໄປ​ຫາ​ໃຜ​ຈັກ​ຄົນ ໃນ​ພວກ​ແມ່ໝ້າຍ​ເຫຼົ່ານີ້ ນອກຈາກ​ແມ່ໝ້າຍ​ຜູ້ໜຶ່ງ ຢູ່​ທີ່​ເມືອງ​ຊາເຣຟັດ​ແຂວງ​ຊີໂດນ​ແຕ່​ເທົ່ານັ້ນ.

27 ໃນ​ສະໄໝ​ຂອງ​ຜູ້ທຳນວາຍ​ເອລີຊາ ໄດ້​ມີ​ຄົນ​ຂີ້ທູດ​ຕັ້ງ​ຫລາຍ​ຄົນ​ໃນ​ຊາດ​ອິດສະຣາເອນ, ແຕ່​ບໍ່ມີ​ຜູ້ໃດ​ໃນ​ພວກເຂົາ ໄດ້​ຮັບ​ການ​ຊຳລະ​ໃຫ້​ສະອາດ​ດີ ນອກຈາກ​ນາອາມານ ຊາວ​ຊີເຣຍ​ແຕ່​ເທົ່ານັ້ນ.”

28 ເມື່ອ​ປະຊາຊົນ​ໃນ​ທຳມະສາລາ​ໄດ້ຍິນ​ເຊັ່ນ​ນີ້ ພວກເຂົາ​ກໍ​ຄຽດຮ້າຍ​ທີ່ສຸດ.

29 ພວກເຂົາ​ໄດ້​ລຸກ​ຂຶ້ນ ຊຸກ​ພຣະເຢຊູເຈົ້າ​ອອກ​ໄປ​ຈາກ​ເມືອງ ແລະ​ນຳ​ພຣະອົງ​ໄປ​ຍັງ​ແງ່​ຜາຊັນ ທີ່​ເມືອງ​ຂອງ​ພວກເຂົາ​ຕັ້ງ​ຢູ່​ນັ້ນ ເພື່ອ​ໝາຍ​ຈະ​ຊຸກ​ພຣະອົງ​ລົງ.

30 ແຕ່​ພຣະອົງ​ຍ່າງ​ຜ່ານ​ທ່າມກາງ​ປະຊາຊົນ​ໜີໄປ​ໄດ້.


ຊາຍ​ຄົນ​ໜຶ່ງ​ທີ່​ຜີຊົ່ວຮ້າຍ​ເຂົ້າ​ສິງ
( ມຣກ 1:21-28 )

31 ແລ້ວ​ພຣະເຢຊູ​ຄຣິດເຈົ້າ ກໍໄດ້​ໄປ​ທີ່​ເມືອງ​ກາເປນາອູມ ໃນ​ແຂວງ​ຄາລີເລ ແລະ​ຢູ່​ໃນ​ເມືອງ​ນີ້ ພຣະອົງ​ໄດ້​ສັ່ງສອນ​ປະຊາຊົນ​ໃນ​ວັນ​ຊະບາໂຕ.

32 ພວກເຂົາ​ທຸກຄົນ​ຕ່າງ​ກໍ​ປະຫລາດ​ໃຈ ໃນ​ຄຳ​ສອນ​ຂອງ​ພຣະອົງ ເພາະ​ພຣະອົງ​ສອນ​ດ້ວຍ​ຣິດອຳນາດ.

33 ໃນ​ທຳມະສາລາ​ນັ້ນ ໄດ້​ມີ​ຊາຍ​ທີ່​ຜີມານຮ້າຍ​ເຂົ້າ​ສິງ​ຢູ່​ຄົນ​ໜຶ່ງ ມັນ​ຮ້ອງ​ຂຶ້ນ​ດ້ວຍ​ສຽງດັງ​ວ່າ,

34 “ເຢຊູ​ໄທ​ນາຊາເຣັດ​ເອີຍ, ທ່ານ​ມາ​ຫຍຸ້ງກ່ຽວ​ກັບ​ພວກເຮົາ​ເຮັດ​ຫຍັງ? ທ່ານ​ມາ​ທຳລາຍ​ພວກເຮົາ​ຊັ້ນບໍ? ພວກເຮົາ​ຮູ້​ແລ້ວ​ວ່າ​ທ່ານ​ແມ່ນ​ຜູ້ໃດ ກໍ​ແມ່ນ​ຜູ້​ບໍຣິສຸດ​ຂອງ​ພຣະເຈົ້າ.”

35 ພຣະເຢຊູເຈົ້າ​ສັ່ງ​ຫ້າມ​ມັນ​ວ່າ, “ມິດ​ແມ ອອກ​ຈາກ​ຄົນ​ນີ້​ສາ” ຜີມານຮ້າຍ​ໄດ້​ເຮັດ​ໃຫ້​ຊາຍ​ຄົນ​ນີ້​ລົ້ມ​ລົງ​ຕໍ່ໜ້າ​ພວກເຂົາ ແລະ​ອອກ​ໄປ​ຈາກ​ລາວ​ໂດຍ​ບໍ່ໄດ້​ທຳຮ້າຍ​ແຕ່​ຢ່າງ​ໃດ.

36 ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ແລະ​ເວົ້າ​ກັນ​ວ່າ, “ຄຳ​ເວົ້າ​ນີ້​ເປັນ​ຢ່າງ​ໃດ​ໜໍ ເພາະວ່າ​ເພິ່ນ​ໄດ້​ສັ່ງ​ຜີຊົ່ວຮ້າຍ​ເຫຼົ່ານີ້​ດ້ວຍ​ອຳນາດ​ແລະ​ຣິດເດດ ແລ້ວ​ພວກ​ມັນ​ກໍ​ອອກ​ໜີໄປ.”

37 ແລ້ວ​ຊື່ສຽງ​ຂອງ​ພຣະເຢຊູເຈົ້າ ກໍ​ຊ່າລື​ໄປ​ທົ່ວ​ທຸກ​ບ່ອນ​ໃນ​ຂົງເຂດ​ນັ້ນ.


ພຣະເຢຊູເຈົ້າ​ຊົງ​ໂຜດ​ແມ່​ເມຍ​ຂອງ​ເປໂຕ​ໃຫ້​ດີ​ໄຂ້
( ມທ 8:14-17 ; ມຣກ 1:29-34 )

38 ແລ້ວ​ພຣະເຢຊູເຈົ້າ ກໍ​ຈາກ​ທຳມະສາລາ ແລະ​ເຂົ້າ​ໄປ​ເຮືອນ​ຂອງ​ຊີໂມນ ແມ່​ເມຍ​ຂອງ​ຊີໂມນ​ບໍ່​ສະບາຍ​ເພາະ​ໄຂ້​ຂຶ້ນ​ສູງ ແລະ​ພວກເຂົາ​ກໍໄດ້​ອ້ອນ​ວອນ​ພຣະເຢຊູເຈົ້າ​ໃຫ້​ຊົງ​ໂຜດ​ຮັກສາ​ນາງ.

39 ພຣະອົງ​ມາ​ຢືນ​ຢູ່​ຂ້າງ​ນາງ ແລະ​ສັ່ງ​ໄຂ້​ນັ້ນ​ໃຫ້​ໜີໄປ, ໄຂ້​ກໍ​ຫາຍ​ໜີໄປ​ຈາກ​ນາງ ແລະ​ທັນໃດນັ້ນ ນາງ​ກໍ​ລຸກ​ຂຶ້ນ​ບົວລະບັດ​ຮັບໃຊ້​ພຣະອົງ​ກັບ​ພວກ​ສາວົກ.

40 ພໍ​ຕາເວັນ​ຕົກ​ດິນ ຜູ້​ທີ່​ມີ​ໝູ່ເພື່ອນ​ບໍ່​ສະບາຍ​ຍ້ອນ​ພະຍາດ​ໂຣຄາ​ຕ່າງໆ ກໍໄດ້​ນຳ​ຄົນ​ເຫຼົ່ານັ້ນ​ມາ​ຫາ​ພຣະເຢຊູເຈົ້າ ພຣະອົງ​ວາງ​ມື​ໃສ່​ເທິງ​ພວກເຂົາ​ທຸກຄົນ ແລະ​ຊົງ​ໂຜດ​ໃຫ້​ພວກເຂົາ​ຫາຍ​ດີ.

41 ບັນດາ​ຜີມານຮ້າຍ​ກໍ​ອອກ​ໄປ​ຈາກ​ຫລາຍ​ຄົນ​ໂດຍ​ຮ້ອງ​ແຜດ​ສຽງ​ວ່າ, “ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.” ແຕ່​ພຣະເຢຊູເຈົ້າ​ຫ້າມ​ເດັດຂາດ​ບໍ່​ໃຫ້​ພວກ​ມັນ​ເວົ້າ​ອີກ​ຕໍ່ໄປ ເພາະ​ພວກ​ມັນ​ຮູ້​ດີ​ວ່າ ພຣະອົງ​ເປັນ​ພຣະຄຣິດ.


ພຣະເຢຊູເຈົ້າ​ເທດສະໜາ​ໃນ​ທຳມະສາລາ
( ມຣກ 1:35-39 )

42 ພໍ​ຮຸ່ງ​ເຊົ້າ​ມາ ພຣະເຢຊູເຈົ້າ​ກໍ​ຈາກ​ເມືອງ​ໄປ​ຖິ່ນ​ແຫ້ງແລ້ງ​ກັນດານ ບ່ອນ​ທີ່​ງຽບ​ສະຫງັດ ຝ່າຍ​ປະຊາຊົນ​ຕ່າງ​ກໍ​ຊອກ​ຫາ​ພຣະອົງ ແລະ​ເມື່ອ​ພົບ​ພຣະອົງ​ແລ້ວ ພວກເຂົາ​ກໍ​ໜ່ວງໜ່ຽວ​ພຣະອົງ​ໄວ້​ບໍ່​ໃຫ້​ຈາກ​ພວກເຂົາ​ໄປ.

43 ແຕ່​ພຣະອົງ​ກ່າວ​ແກ່​ພວກເຂົາ​ວ່າ, “ເຮົາ​ຕ້ອງ​ປະກາດ​ຂ່າວປະເສີດ​ແຫ່ງ​ອານາຈັກ​ຂອງ​ພຣະເຈົ້າ​ໃນ​ເມືອງ​ອື່ນ​ເໝືອນກັນ ທີ່​ພຣະເຈົ້າ​ຊົງ​ໃຊ້​ເຮົາ​ມາ ກໍ​ເພາະ​ພາລະກິດ​ນີ້​ແຫຼະ.”

44 ແລ້ວ​ພຣະອົງ​ໄດ້​ເທດສະໜາ​ປ່າວ​ປະກາດ ຕາມ​ທຳມະສາລາ​ຕ່າງໆ​ໃນ​ແຂວງ​ຢູດາຍ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan