Biblia Todo Logo
Bìoball air-loidhne

- Sanasan -

ລູກາ 3 - ພຣະຄຳພີສັກສິ


ການ​ປະກາດ​ຂອງ​ໂຢຮັນ​ບັບຕິສະໂຕ
( ມທ 3:1-12 ; ມຣກ 1:1-8 ; ຢຮ 1:19-28 )

1 ໃນ​ຣາຊການ​ປີ​ທີ​ສິບຫ້າ​ຂອງ​ຈັກກະພັດ​ຕີເບຣີໂອ, ປົນອີໂອ​ປີລາດ​ໄດ້​ເປັນ​ຜູ້​ປົກຄອງ​ແຂວງ​ຢູດາຍ, ເຮໂຣດ​ໄດ້​ເປັນ​ຜູ້​ປົກຄອງ​ແຂວງ​ຄາລີເລ ແລະ ຟີລິບ​ນ້ອງຊາຍ​ຂອງ​ເຮໂຣດ​ໄດ້​ເປັນ​ຜູ້​ປົກຄອງ​ເຂດແດນ​ອີຕູຣາຍ ແລະ ທາໂຄນິດ, ລີຊາເນຍ​ໄດ້​ເປັນ​ຜູ້​ປົກຄອງ​ແຂວງ​ອາບີເລັນ

2 ແລະ ອັນນາ​ກັບ​ກາຢະຟາ​ໄດ້​ເປັນ​ມະຫາ​ປະໂຣຫິດ ໃນ​ຄາວ​ນັ້ນ ໂຢຮັນ​ລູກຊາຍ​ຂອງ​ເຊກາຣີຢາ ໄດ້​ຮັບ​ຖ້ອຍຄຳ​ຂອງ​ພຣະເຈົ້າ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ.

3 ດັ່ງນັ້ນ ໂຢຮັນ​ຈຶ່ງ​ໄດ້​ອອກ​ໄປ​ທົ່ວ​ຂົງເຂດ​ແມ່ນໍ້າ​ຈໍແດນ ເທດສະໜາ​ປ່າວ​ປະກາດ​ວ່າ, “ຈົ່ງ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ເຊົາ​ເຮັດ​ບາບ​ແລະ​ຮັບ​ບັບຕິສະມາ ແລ້ວ​ພຣະເຈົ້າ​ກໍ​ຈະ​ອະໄພ​ບາບກຳ​ຂອງ​ເຈົ້າ.”

4 ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ໜັງສື​ຂອງ​ຜູ້ທຳນວາຍ​ເອຊາຢາ​ວ່າ, “ແມ່ນ​ສຽງ​ຂອງ​ຄົນ​ໜຶ່ງ​ທີ່​ຮ້ອງ​ປະກາດ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ວ່າ ‘ຈົ່ງ​ຈັດຕຽມ​ຫົນທາງ​ສຳລັບ​ ອົງພຣະ​ຜູ້​ເປັນເຈົ້າ, ຈົ່ງ​ເຮັດ​ຫົນທາງ​ຂອງ​ພຣະອົງ​ໃຫ້​ຊື່​ໄປ

5 ຈົ່ງ​ຖົມ​ຮ່ອມພູ​ທຸກ​ບ່ອນ​ໃຫ້​ເຕັມ ພູເຂົາ ແລະ​ເນີນພູ​ທຸກ​ໜ່ວຍ​ ຈົ່ງ​ເຮັດ​ໃຫ້​ຕໍ່າລົງ. ສ່ວນ​ຫົນທາງ​ທີ່​ຄົດລ້ຽວ​ນັ້ນ ຈົ່ງ​ເຮັດ​ໃຫ້​ຊື່ ທາງ​ທີ່​ມີ​ຕໍ​ແຂງ​ຈົ່ງ​ເຮັດ​ໃຫ້​ກ້ຽງ​ດີ.

6 ມະນຸດ​ທັງປວງ​ຈະ​ໄດ້​ເຫັນ​ການ ທີ່​ພຣະເຈົ້າ​ຊົງ​ໂຜດ​ໃຫ້​ພົ້ນ.”’

7 ປະຊາຊົນ​ຫລວງຫລາຍ​ໄດ້​ອອກ​ມາ​ຫາ​ໂຢຮັນ ເພື່ອ​ຮັບ​ບັບຕິສະມາ ເພິ່ນ​ເວົ້າ​ຕໍ່​ພວກເຂົາ​ວ່າ, “ພວກ​ຊາດ​ງູ​ຮ້າຍ​ເອີຍ ຜູ້ໃດ​ໄດ້​ບອກ​ພວກເຈົ້າ​ໃຫ້​ປົບໜີ​ຈາກ​ການ​ຕັດສິນ​ຂອງ​ພຣະເຈົ້າ ທີ່​ໃກ້​ຈະ​ມາ​ເຖິງ​ນັ້ນ

8 ເຫດສະນັ້ນ ຈົ່ງ​ປະພຶດ​ຕົນ​ໃຫ້​ສົມ​ກັບ​ວ່າ ພວກເຈົ້າ​ໄດ້​ຖິ້ມໃຈເກົ່າ​ເອົາໃຈໃໝ່ ຢ່າ​ຕັ້ງນຶກ​ໃນ​ໃຈ ແລະ​ເວົ້າ​ໃນ​ທ່າມກາງ​ພວກເຈົ້າ​ວ່າ, ‘ເຮົາ​ມີ​ອັບຣາຮາມ​ເປັນ​ບັນພະບຸລຸດ​ຂອງ​ພວກເຮົາ.’ ເຮົາ​ບອກ​ພວກເຈົ້າ​ວ່າ, ພຣະເຈົ້າ​ຊົງ​ຣິດ​ສາມາດ​ເອົາ​ກ້ອນຫີນ​ເຫຼົ່ານີ້ ແລະ​ບັນດານ​ໃຫ້​ເປັນ​ລູກຫລານ​ຂອງ​ອັບຣາຮາມ​ໄດ້

9 ບັດນີ້ ຂວານ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ຕັດ​ຕົ້ນໄມ້​ໃຫ້​ຄຸງ​ເຫງົ້າ ຕົ້ນໄມ້​ທຸກ​ກົກ ທີ່​ບໍ່​ເກີດຜົນ​ດີ ກໍ​ຈະ​ຖືກ​ຕັດ ແລະ​ຖືກ​ໂຍນ​ຖິ້ມ​ໃສ່​ໄຟ​ເສຍ.”

10 ປະຊາຊົນ​ຖາມ​ໂຢຮັນ​ວ່າ, “ຖ້າດັ່ງນັ້ນ ພວກເຮົາ​ຄວນ​ຈະ​ເຮັດ​ຢ່າງ​ໃດ?”

11 ໂຢຮັນ​ຕອບ​ພວກເຂົາ​ວ່າ, “ຜູ້ໃດ​ທີ່​ມີ​ເສື້ອ​ສອງ​ໂຕ ຈົ່ງ​ແບ່ງປັນ​ໂຕໜຶ່ງ​ໃຫ້​ຜູ້​ທີ່​ບໍ່ມີ ແລະ​ຜູ້ໃດ​ທີ່​ມີ​ອາຫານ ຈົ່ງ​ປັນ​ແກ່​ຜູ້​ທີ່​ບໍ່ມີ​ເໝືອນກັນ.”

12 ມີ​ຄົນ​ເກັບພາສີ​ມາ​ຫາ​ໂຢຮັນ ເພື່ອ​ຮັບ​ບັບຕິສະມາ ແລະ​ຖາມ​ວ່າ, “ອາຈານ​ເອີຍ ພວກເຮົາ​ຄວນ​ຈະ​ເຮັດ​ຢ່າງ​ໃດ​ແດ່?”

13 ເພິ່ນ​ຈຶ່ງ​ຕອບ​ພວກເຂົາ​ວ່າ, “ຢ່າ​ໄດ້​ເກັບ​ພາສີ​ເກີນ​ອັດຕາ”.

14 ພວກ​ທະຫານ​ກໍ​ຖາມ​ເພິ່ນ​ເໝືອນກັນ​ວ່າ, “ພວກ​ຂ້ານ້ອຍ​ເດ ຈະ​ເຮັດ​ຢ່າງ​ໃດ?” ເພິ່ນ​ຈຶ່ງ​ຕອບ​ພວກເຂົາ​ວ່າ, “ຢ່າ​ຂົ່ມເຫັງ ຫລື​ຢ່າ​ຫາ​ຄວາມ​ບໍ່​ຈິງ​ໃສ່​ໃຜ​ເພື່ອ​ເອົາ​ເງິນ, ແຕ່​ຈົ່ງ​ພໍໃຈ​ໃນ​ຄ່າຈ້າງ​ຂອງຕົນ.”

15 ເມື່ອ​ປະຊາຊົນ​ມີ​ຄວາມຫວັງ​ຖ້າ​ພຣະຄຣິດ​ຢູ່ ພວກເຂົາ​ກໍ​ຄິດ​ວ່າ ໂຢຮັນ​ອາດ​ເປັນ​ພຣະຄຣິດ​ກໍໄດ້.

16 ໂຢຮັນ​ຈຶ່ງ​ກ່າວ​ແກ່​ພວກເຂົາ​ທຸກຄົນ​ວ່າ, “ຝ່າຍ​ເຮົາ ເຮົາ​ໃຫ້​ພວກເຈົ້າ​ຮັບ​ບັບຕິສະມາ​ດ້ວຍ​ນໍ້າ, ແຕ່​ມີ​ຜູ້ໜຶ່ງ​ກຳລັງ​ຈະ​ມາ ແລະ​ທ່ານ​ຜູ້​ນີ້​ມີ​ຣິດເດດ​ອຳນາດ​ຍິ່ງໃຫຍ່​ກວ່າ​ເຮົາ​ຫລາຍ ຊຶ່ງ​ເຮົາ​ບໍ່​ສົມຄວນ​ແມ່ນແຕ່​ຈະ​ແກ້​ສາຍ​ຮັດ​ເກີບ​ໃຫ້​ເພິ່ນ, ເພິ່ນ​ຈະ​ໃຫ້​ພວກເຈົ້າ​ຮັບ​ບັບຕິສະມາ ດ້ວຍ​ພຣະວິນຍານ​ບໍຣິສຸດ​ແລະ​ດ້ວຍ​ໄຟ.

17 ມື​ຂອງ​ເພິ່ນ​ຖື​ກະດົ້ງ​ເພື່ອ​ຕຽມ​ຝັດ​ເຂົ້າ ເພິ່ນ​ຈະ​ເຮັດ​ລານເຂົ້າ​ຂອງຕົນ​ໃຫ້​ກ້ຽງ​ດີ ແລະ​ຮວບຮວມ​ເອົາ​ເຂົ້າ​ເມັດ​ດີ​ຂອງ​ເພິ່ນ ໄວ້​ໃນ​ເລົ້າ​ຂອງຕົນ ສ່ວນ​ເຂົ້າ​ເມັດ​ລີບ​ນັ້ນ ເພິ່ນ​ຈະ​ເອົາ​ເຜົາ​ໄຟ​ທີ່​ໄໝ້​ຢູ່​ເປັນນິດ.”

18 ດ້ວຍເຫດນີ້, ໂຢຮັນ​ໄດ້​ເທດສະໜາ​ປ່າວ​ປະກາດ​ຂ່າວປະເສີດ ແກ່​ປະຊາຊົນ​ດ້ວຍ​ຫລາຍ​ວິທີ ແລະ​ເຕືອນ​ສະຕິ​ຫລາຍ​ຂໍ້.

19 ເມື່ອ​ໂຢຮັນ​ໄດ້​ກ່າວ​ຕິຕຽນ​ເຮໂຣດ​ຜູ້ປົກຄອງ​ເມືອງ ເພາະ​ເພິ່ນ​ໄດ້​ແຕ່ງງານ​ກັບ​ນາງ​ເຮໂຣເດຍ ເມຍ​ນ້ອງຊາຍ​ຂອງຕົນ ແລະ​ເພິ່ນ​ຍັງ​ໄດ້​ເຮັດ​ການ​ຊົ່ວຮ້າຍ​ຫລາຍ​ຢ່າງ​ດ້ວຍ.

20 ແລ້ວ​ເຮໂຣດ​ກໍ​ເຮັດ​ການ​ຊົ່ວຮ້າຍ​ໜັກ​ຂຶ້ນ​ຕື່ມ​ອີກ ໂດຍ​ຈັບ​ໂຢຮັນ​ຂັງ​ໄວ້​ໃນ​ຄຸກ.


ພຣະເຢຊູເຈົ້າ​ຮັບ​ບັບຕິສະມາ
( ມທ 3:13-17 ; ມຣກ 1:9-11 )

21 ເມື່ອ​ປະຊາຊົນ​ທັງໝົດ​ໄດ້​ຮັບ​ບັບຕິສະມາ​ແລ້ວ ພຣະເຢຊູເຈົ້າ​ກໍ​ຮັບ​ບັບຕິສະມາ​ເໝືອນກັນ ຂະນະທີ່​ພຣະອົງ​ກຳລັງ​ພາວັນນາ​ອະທິຖານ​ຢູ່​ນັ້ນ ທ້ອງຟ້າ​ກໍ​ໄຂ​ອອກ​ແກ່​ພຣະອົງ

22 ແລະ ພຣະວິນຍານ​ບໍຣິສຸດເຈົ້າ ໃນ​ຮູບຮ່າງ​ເໝືອນ​ນົກເຂົາ ກໍ​ລົງ​ມາ​ຢູ່​ເທິງ​ພຣະອົງ ແລ້ວ​ກໍ​ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ສະຫວັນ​ວ່າ, “ທ່ານເອີຍ ທ່ານ​ເປັນ​ບຸດ​ທີ່​ຮັກ​ຂອງເຮົາ ເຮົາ​ພໍໃຈ​ນຳ​ທ່ານ​ຫລາຍ.”


ລຳດັບ​ເຊື້ອວົງ​ຂອງ​ພຣະເຢຊູເຈົ້າ
( ມທ 1:1-17 )

23 ເມື່ອ​ພຣະເຢຊູເຈົ້າ​ເລີ່ມ​ປະຕິບັດ​ພາລະກິດ ພຣະອົງ​ມີ​ອາຍຸ​ໄດ້​ປະມານ​ສາມສິບ​ປີ ຄົນ​ທັງຫລາຍ​ຄິດ​ວ່າ ພຣະເຢຊູເຈົ້າ​ເປັນ​ລູກຊາຍ​ຂອງ​ໂຢເຊັບ, ໂຢເຊັບ​ເປັນ​ລູກຊາຍ​ຂອງ​ເຮລີ,

24 ເຮລີ​ເປັນ​ລູກຊາຍ​ຂອງ​ມັດທາດ, ມັດທາດ​ເປັນ​ລູກຊາຍ​ຂອງ​ເລວີ, ເລວີ​ເປັນ​ລູກຊາຍ​ຂອງ​ເມລະຂີ, ເມລະຂີ​ເປັນ​ລູກຊາຍ​ຂອງ​ຢັນນາ, ຢັນນາ​ເປັນ​ລູກຊາຍ​ຂອງ​ໂຢເຊັບ,

25 ໂຢເຊັບ​ເປັນ​ລູກຊາຍ​ຂອງ​ມັດຕາເທຍ, ມັດຕາເທຍ​ເປັນ​ລູກຊາຍ​ຂອງ​ອາໂມ, ອາໂມ​ເປັນ​ລູກຊາຍ​ຂອງ​ນາຮູມ, ນາຮູມ​ເປັນ​ລູກຊາຍ​ຂອງ​ເອຊະລີ, ເອຊະລີ​ເປັນ​ລູກຊາຍ​ຂອງ​ນາຄາຍ,

26 ນາຄາຍ​ເປັນ​ລູກຊາຍ​ຂອງ​ມາອາດ, ມາອາດ​ເປັນ​ລູກຊາຍ​ຂອງ​ມັດຕາເທຍ, ມັດຕາເທຍ​ເປັນ​ລູກຊາຍ​ຂອງ​ເຊເມອີນ, ເຊເມອີນ​ເປັນ​ລູກຊາຍ​ຂອງ​ໂຢເຊັກ, ໂຢເຊັກ​ເປັນ​ລູກຊາຍ​ຂອງ​ໂຢດາ,

27 ໂຢດາ​ເປັນ​ລູກຊາຍ​ຂອງ​ໂຢຮານັນ, ໂຢຮານັນ​ເປັນ​ລູກຊາຍ​ຂອງ​ເຣສາ, ເຣສາ​ເປັນ​ລູກຊາຍ​ຂອງ​ເຊຣຸບບາເບນ, ເຊຣຸບບາເບນ​ເປັນ​ລູກຊາຍ​ຂອງ​ເຊອານຕີເອນ, ເຊອານຕີເອນ​ເປັນ​ລູກຊາຍ​ຂອງ​ເນຣີ,

28 ເນຣີ​ເປັນ​ລູກຊາຍ​ຂອງ​ເມລະຂີ, ເມລະຂີ​ເປັນ​ລູກຊາຍ​ຂອງ​ອັດດີ, ອັດດີ​ເປັນ​ລູກຊາຍ​ຂອງ​ໂກຊາມ, ໂກຊາມ​ເປັນ​ລູກຊາຍ​ຂອງ​ເອັນມາດາມ, ເອັນມາດາມ​ເປັນ​ລູກຊາຍ​ຂອງ​ເອຣະ,

29 ເອຣະ​ເປັນ​ລູກຊາຍ​ຂອງ​ໂຢຊວຍ, ໂຢຊວຍ​ເປັນ​ລູກຊາຍ​ເອລີເອເຊ, ເອລີເອເຊ​ເປັນ​ລູກຊາຍ​ຂອງ​ໂຢຣີມ, ໂຢຣີມ​ເປັນ​ລູກຊາຍ​ຂອງ​ມັດທາດ, ມັດທາດ​ເປັນ​ລູກຊາຍ​ຂອງ​ເລວີ,

30 ເລວີ​ເປັນ​ລູກຊາຍ​ຂອງ​ຊີເມໂອນ, ຊີເມໂອນ​ເປັນ​ລູກຊາຍ​ຂອງ​ຢູດາ, ຢູດາ​ເປັນ​ລູກຊາຍ​ຂອງ​ໂຢເຊັບ, ໂຢເຊັບ​ເປັນ​ລູກຊາຍ​ຂອງ​ໂຢນາມ, ໂຢນາມ​ເປັນ​ລູກຊາຍ​ຂອງ​ເອລີອາກິມ,

31 ເອລີອາກິມ​ເປັນ​ລູກຊາຍ​ຂອງ​ເມເລອາ, ເມເລອາ​ເປັນ​ລູກຊາຍ​ຂອງ​ເມັນນາ, ເມັນນາ​ເປັນ​ລູກຊາຍ​ຂອງ​ມັດຕາທາ, ມັດຕາທາ​ເປັນ​ລູກຊາຍ​ຂອງ​ນາທານ, ນາທານ​ເປັນ​ລູກຊາຍ​ຂອງ​ດາວິດ,

32 ດາວິດ​ເປັນ​ລູກຊາຍ​ຂອງ​ເຢຊີ, ເຢຊີ​ເປັນ​ລູກຊາຍ​ຂອງ​ໂອເບັດ, ໂອເບັດ​ເປັນ​ລູກຊາຍ​ຂອງ​ໂບອາດ, ໂບອາດ​ເປັນ​ລູກຊາຍ​ຂອງ​ສານໂມນ, ສານໂມນ​ເປັນ​ລູກຊາຍ​ຂອງ​ນາໂຊນ,

33 ນາໂຊນ​ເປັນ​ລູກຊາຍ​ຂອງ​ອຳມີນາດາບ, ອຳມີນາດາບ​ເປັນ​ລູກຊາຍ​ຂອງ​ອັດມີນ, ອັດມີນ​ເປັນ​ລູກຊາຍ​ຂອງ​ອານີ, ອານີ​ເປັນ​ລູກຊາຍ​ຂອງ​ເຮຊະໂຣນ, ເຮຊະໂຣນ​ເປັນ​ລູກຊາຍ​ຂອງ​ເປເຣັດ, ເປເຣັດ​ເປັນ​ລູກຊາຍ​ຂອງ​ຢູດາ,

34 ຢູດາ​ເປັນ​ລູກຊາຍ​ຂອງ​ຢາໂຄບ, ຢາໂຄບ​ເປັນ​ລູກຊາຍ​ຂອງ​ອີຊາກ, ອີຊາກ​ເປັນ​ລູກຊາຍ​ຂອງ​ອັບຣາຮາມ, ອັບຣາຮາມ​ເປັນ​ລູກຊາຍ​ຂອງ​ເຕຣາ, ເຕຣາ​ເປັນ​ລູກຊາຍ​ຂອງ​ນາໂຮ,

35 ນາໂຮ​ເປັນ​ລູກຊາຍ​ຂອງ​ເສຣຸກ, ເສຣຸກ​ເປັນ​ລູກຊາຍ​ຂອງ​ເຣອູ, ເຣອູ​ເປັນ​ລູກຊາຍ​ຂອງ​ເປເລັກ, ເປເລັກ​ເປັນ​ລູກຊາຍ​ຂອງ​ເອເບ, ເອເບ​ເປັນ​ລູກຊາຍ​ຂອງ​ເຊລາ,

36 ເຊລາ​ເປັນ​ລູກຊາຍ​ຂອງ​ກາຍນານ, ກາຍນານ​ເປັນ​ລູກຊາຍ​ຂອງ​ອາກປັກຊາດ, ອາກປັກຊາດ​ເປັນ​ລູກຊາຍ​ຂອງ​ເຊມ, ເຊມ​ເປັນ​ລູກຊາຍ​ຂອງ​ໂນອາ, ໂນອາ​ເປັນ​ລູກຊາຍ​ຂອງ​ລາເມັກ,

37 ລາເມັກ​ເປັນ​ລູກຊາຍ​ຂອງ​ເມທູເສລາ, ເມທູເສລາ​ເປັນ​ລູກຊາຍ​ຂອງ​ເອນົກ, ເອນົກ​ເປັນ​ລູກຊາຍ​ຂອງ​ຢາເຣັດ, ຢາເຣັດ​ເປັນ​ລູກຊາຍ​ຂອງ​ມະຫາລາເລນ, ມະຫາລາເລນ​ເປັນ​ລູກຊາຍ​ຂອງ​ເກນານ,

38 ເກນານ​ເປັນ​ລູກຊາຍ​ຂອງ​ເອໂນດ, ເອໂນດ​ເປັນ​ລູກຊາຍ​ຂອງ​ເຊດ, ເຊດ​ເປັນ​ລູກຊາຍ​ຂອງ​ອາດາມ, ອາດາມ​ເປັນ​ບຸດ​ຂອງ​ພຣະເຈົ້າ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan