Biblia Todo Logo
Bìoball air-loidhne

- Sanasan -

ລູກາ 15 - ພຣະຄຳພີສັກສິ


ຄຳອຸປະມາ​ເລື່ອງ​ແກະ​ທີ່​ເສຍ
( ມທ 18:12-14 )

1 ຕໍ່ມາ ພວກ​ຄົນ​ເກັບພາສີ​ແລະ​ຄົນ​ນອກສິນທຳ ເຂົ້າ​ມາ​ໃກ້​ພຣະເຢຊູເຈົ້າ​ເພື່ອ​ຟັງ​ພຣະອົງ​ກ່າວ,

2 ພວກ​ຟາຣີຊາຍ​ກັບ​ພວກ​ທຳມະຈານ​ກໍ​ເລີ່ມ​ຈົ່ມ​ວ່າ, “ຄົນ​ນີ້​ຕ້ອນຮັບ​ຄົນ​ນອກສິນທຳ ແລະ​ຍັງ​ຮ່ວມ​ກິນ​ນຳ​ພວກເຂົາ​ດ້ວຍ”

3 ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ຄຳອຸປະມາ​ນີ້​ສູ່​ພວກເຂົາ​ຟັງ​ວ່າ,

4 “ມີ​ຄົນ​ໃດ​ແດ່​ໃນ​ພວກເຈົ້າ​ມີ​ແກະ​ຢູ່​ຮ້ອຍ​ໂຕ ແລະ​ໂຕໜຶ່ງ​ເສຍ​ໄປ ຄົນ​ນັ້ນ​ຈະ​ເຮັດ​ຢ່າງ​ໃດ? ລາວ​ຈະ​ບໍ່​ປະ​ເກົ້າສິບເກົ້າ​ໂຕ​ນັ້ນ​ໄວ້​ໃນ​ທົ່ງຫຍ້າ ແລະ​ໄປ​ຊອກ​ຫາ​ໂຕ​ທີ່​ເສຍ​ນັ້ນ​ຈົນ​ພົບ​ບໍ?

5 ເມື່ອ​ພົບ​ແລ້ວ ລາວ​ກໍ​ດີໃຈ​ທີ່ສຸດ ຈຶ່ງ​ຍົກ​ແກະ​ນັ້ນ​ໃສ່​ບ່າ​ຂອງຕົນ

6 ແລະ​ແບກ​ກັບ​ມາ ເມື່ອ​ຮອດ​ເຮືອນ​ແລ້ວ ລາວ​ກໍ​ເອີ້ນ​ບັນດາ​ມິດ​ສະຫາຍ ແລະ​ເພື່ອນບ້ານ​ຂອງຕົນ​ມາ ແລະ​ເວົ້າ​ວ່າ, ‘ຂ້ອຍ​ດີ​ໃຈ​ຫລາຍ ເພາະ​ຂ້ອຍ​ໄດ້​ພົບ​ແກະ​ຂອງຂ້ອຍ​ທີ່​ເສຍ​ໄປ ຈົ່ງ​ຮ່ວມ​ກັນ​ສະຫລອງ​ເທາະ.’

7 ໃນທຳນອງ​ດຽວກັນ​ນັ້ນ​ແຫຼະ ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ໃນ​ສະຫວັນ​ຈະ​ມີ​ຄວາມ​ຊົມຊື່ນ​ຍິນດີ​ຫລາຍ ທີ່​ຄົນ​ບາບ​ຜູ້ໜຶ່ງ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ຫລາຍກວ່າ​ຄົນ​ສິນທຳ​ເກົ້າສິບເກົ້າ​ຄົນ ທີ່​ບໍ່​ຕ້ອງການ​ຖິ້ມໃຈເກົ່າ​ເອົາໃຈໃໝ່.”


ເງິນ​ຫລຽນ​ທີ່​ເສຍ

8 “ແລະ ມີ​ຍິງ​ຄົນ​ໜຶ່ງ​ທີ່​ມີ​ເງິນ​ຢູ່​ສິບ​ຫລຽນ ແລະ​ຫລຽນ​ໜຶ່ງ​ເສຍ​ໄປ ນາງ​ຈະ​ເຮັດ​ຢ່າງ​ໃດ? ນາງ​ຈະ​ບໍ່​ໄຕ້​ໂຄມ, ກວາດ​ເຮືອນ ແລະ​ຄົ້ນ​ຫາ​ຢ່າງ​ຖ້ວນຖີ່ ຈົນກວ່າ​ຈະ​ພົບ​ບໍ?

9 ເມື່ອ​ພົບ​ແລ້ວ ນາງ​ກໍ​ເອີ້ນ​ບັນດາ​ມິດ​ສະຫາຍ ແລະ​ເພື່ອນບ້ານ​ຂອງຕົນ​ມາ ແລະ​ເວົ້າ​ວ່າ ‘ຂ້ອຍ​ດີໃຈ​ຫລາຍ ເພາະ​ຂ້ອຍ​ໄດ້​ພົບ​ເງິນ​ຫລຽນ​ຂອງຂ້ອຍ​ທີ່​ເສຍ​ໄປ ຈົ່ງ​ມາ​ຮ່ວມ​ຊົມຊື່ນ​ຍິນດີ​ກັບ​ຂ້ອຍ​ເທີ້ນ.’

10 ໃນທຳນອງ​ດຽວກັນ​ນັ້ນ​ແຫຼະ ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ຝູງ​ເທວະດາ​ຂອງ​ພຣະເຈົ້າ​ກໍ​ຊົມຊື່ນ​ຍິນດີ ທີ່​ມີ​ຄົນ​ບາບ​ຜູ້ໜຶ່ງ​ຖິ້ມໃຈເກົ່າ​ເອົາໃຈໃໝ່.”


ລູກຊາຍ​ທີ່​ເສຍ

11 ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ຕໍ່ໄປ​ວ່າ, “ມີ​ຊາຍ​ຄົນ​ໜຶ່ງ​ມີ​ລູກຊາຍ​ຢູ່​ສອງ​ຄົນ.

12 ຜູ້​ນ້ອງ​ເວົ້າ​ກັບ​ພໍ່​ວ່າ, ‘ພໍ່​ເອີຍ ຈົ່ງ​ແບ່ງ​ຊັບສິນ​ສ່ວນ​ທີ່​ຈະ​ຕົກ​ເປັນ​ຂອງ​ລູກ​ນັ້ນ ໃຫ້​ລູກ​ສາ.’ ດັ່ງນັ້ນ ພໍ່​ຈຶ່ງ​ໄດ້​ແບ່ງ​ຊັບສິນ​ໃຫ້​ລູກຊາຍ​ທັງສອງ​ຂອງຕົນ.

13 ຕໍ່ມາ​ບໍ່​ເທົ່າ​ໃດ​ວັນ ຜູ້​ເປັນ​ນ້ອງ​ກໍໄດ້​ຮວບຮວມ​ເອົາ​ຊັບສິນ ທີ່​ຕົກ​ເປັນ​ສ່ວນ​ຂອງຕົນ​ນັ້ນ ແລະ​ອອກ​ຈາກ​ບ້ານ​ໄປ​ເພື່ອ​ໄປ​ທ່ຽວ​ແດນ​ໄກ ແລະ​ໄດ້​ຜານ​ຊັບ​ຂອງຕົນ​ຢູ່​ທີ່​ນັ້ນ ໃນ​ການ​ຢູ່​ກິນ​ຢ່າງ​ຟຸມເຟືອຍ.

14 ຫລັງຈາກ​ລາວ​ໄດ້​ໃຊ້ຈ່າຍ​ຊັບ​ຈົນ​ໝົດ​ກ້ຽງ​ແລ້ວ ກໍ​ເກີດ​ການ​ອຶດຢາກ​ອັນ​ຮ້າຍແຮງ​ທົ່ວ​ປະເທດ ແລ້ວ​ລາວ​ຕົກ​ຢູ່​ໃນ​ຄວາມ​ຂັດສົນ.

15 ດັ່ງນັ້ນ ລາວ​ຈຶ່ງ​ໄປ​ຂໍ​ຮັບ​ຈ້າງ​ຢູ່​ນຳ​ຄົນ​ໜຶ່ງ​ໃນ​ເມືອງ​ນັ້ນ ແລະ​ຄົນ​ນັ້ນ​ກໍ​ໃຊ້​ລາວ​ອອກ​ໄປ​ລ້ຽງ​ໝູ​ທີ່​ທົ່ງນາ.

16 ລາວ​ຄິດ​ຢາກ​ກິນ​ໝາກ​ຖົ່ວ​ທີ່​ໝູ​ກິນ​ໃຫ້​ອີ່ມ​ທ້ອງ ແຕ່​ບໍ່ມີ​ຜູ້ໃດ​ເອົາ​ໃຫ້​ລາວ​ກິນ.

17 ໃນ​ທີ່ສຸດ ລາວ​ກໍ​ສຳນຶກ​ຕົວ​ໄດ້ ແລະ​ເວົ້າ​ກັບ​ຕົນເອງ​ວ່າ, ‘ລູກຈ້າງ​ທຸກຄົນ​ຂອງ​ພໍ່​ເຮົາ ກໍ​ຍັງ​ມີ​ອາຫານ​ກິນ​ຢ່າງ​ເຫລືອເຟືອ ສ່ວນ​ເຮົາ​ກຳລັງ​ຕາຍ​ຫິວ​ຢູ່​ທີ່​ນີ້

18 ເຮົາ​ຈະ​ລຸກ​ຂຶ້ນ​ເມືອ​ຫາ​ພໍ່​ຂອງເຮົາ ແລະ​ເວົ້າ​ວ່າ, ພໍ່​ເອີຍ ລູກ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າ ແລະ​ຕໍ່ສູ້​ພໍ່​ແລ້ວ.

19 ລູກ​ບໍ່​ສົມຄວນ​ທີ່​ມີ​ຊື່​ວ່າ ເປັນ​ລູກ​ຂອງ​ພໍ່​ອີກ​ຕໍ່ໄປ, ແຕ່​ຂໍ​ໃຫ້​ລູກ​ເປັນ​ເໝືອນ​ລູກຈ້າງ​ຄົນ​ໜຶ່ງ​ຂອງ​ພໍ່.’

20 ດັ່ງນັ້ນ ລາວ​ຈຶ່ງ​ລຸກ​ຂຶ້ນ ຄືນ​ເມືອ​ຫາ​ພໍ່​ຂອງຕົນ. ຂະນະທີ່​ຍັງ​ຢູ່​ຫ່າງໄກ​ຈາກ​ບ້ານ​ພໍສົມຄວນ ພໍ່​ກໍ​ແນມ​ເຫັນ​ລາວ ແລ້ວ​ມີ​ຄວາມ​ເມດຕາ​ສົງສານ ຈຶ່ງ​ແລ່ນ​ອອກ​ໄປ​ກອດ​ລູກ​ໄວ້​ດ້ວຍ​ຄວາມ​ຮັກແພງ.

21 ຜູ້​ເປັນ​ລູກ​ຈຶ່ງ​ເວົ້າ​ວ່າ, ‘ພໍ່​ເອີຍ ລູກ​ໄດ້​ເຮັດ​ບາບ​ຕໍ່​ພຣະເຈົ້າ ແລະ​ຕໍ່​ພໍ່​ແລ້ວ ລູກ​ບໍ່​ສົມຄວນ​ທີ່​ມີ​ຊື່​ວ່າ, ເປັນ​ລູກ​ຂອງ​ພໍ່​ອີກ​ຕໍ່ໄປ.’

22 ແຕ່​ຜູ້​ເປັນ​ພໍ່​ເອີ້ນ​ບັນດາ​ຄົນ​ຮັບໃຊ້​ຂອງຕົນ​ມາ ເພິ່ນ​ເວົ້າ​ວ່າ, ‘ໄວໆ ຟ້າວ​ເອົາ​ເຄື່ອງ​ຢ່າງດີ​ທີ່ສຸດ​ມາ​ໃຫ້​ລູກ​ຂອງເຮົາ​ນຸ່ງ ຈົ່ງ​ເອົາ​ແຫວນ​ມາ​ສວມ​ໃສ່​ນິ້ວ​ມື ແລະ​ສຸບ​ເກີບ​ໃສ່​ຕີນ​ໃຫ້​ລູກ​ຂອງເຮົາ.

23 ແລ້ວ​ຈົ່ງ​ໄປ​ເອົາ​ງົວ​ໜຸ່ມ​ໂຕ​ຕຸ້ຍພີ​ດີ​ງາມ​ມາ​ຂ້າ ແລະ​ຈັດ​ງານກິນລ້ຽງ ແລະ​ຮ່ວມ​ກັນ​ຊົມຊື່ນ​ຍິນດີ.

24 ດ້ວຍວ່າ, ລູກ​ເຮົາ​ຄົນ​ນີ້​ຕາຍ​ແລ້ວ ແຕ່​ບັດນີ້​ລາວ​ມີ​ຊີວິດ​ຢູ່ ລາວ​ເສຍ​ໄປ​ແລ້ວ ແຕ່​ບັດນີ້​ເຮົາ​ໄດ້​ພົບ​ລາວ​ອີກ.’ ແລະ​ພວກເຂົາ​ກໍໄດ້​ຕັ້ງຕົ້ນ​ຊົມຊື່ນ​ຍິນດີ.

25 ໃນ​ລະຫວ່າງ​ນັ້ນ ລູກຊາຍ​ຜູ້​ກົກ​ກໍ​ຢູ່​ທີ່​ທົ່ງນາ ເມື່ອ​ກັບ​ມາ​ໃກ້​ຈະ​ຮອດ​ເຮືອນ​ແລ້ວ ລາວ​ໄດ້ຍິນ​ສຽງ​ເພງ ແລະ​ສຽງ​ຄົນ​ກຳລັງ​ຟ້ອນລຳ.

26 ດັ່ງນັ້ນ ລາວ​ຈຶ່ງ​ໄດ້​ເອີ້ນ​ຄົນ​ຮັບໃຊ້​ຜູ້ໜຶ່ງ​ມາ ແລະ​ຖາມ​ວ່າ, ‘ມີ​ຫຍັງ​ເກີດຂຶ້ນ?’

27 ຄົນ​ຮັບໃຊ້​ຜູ້​ນັ້ນ​ຕອບ​ວ່າ, ‘ນ້ອງຊາຍ​ຂອງ​ທ່ານ​ກັບ​ມາ​ແລ້ວ ແລະ​ພໍ່​ຂອງ​ທ່ານ​ໄດ້​ຂ້າ​ງົວ​ໜຸ່ມ​ໂຕ​ຕຸ້ຍພີ​ດີງາມ​ຕ້ອນຮັບ ເພາະ​ເພິ່ນ​ໄດ້​ລາວ​ຄືນ​ມາ​ດ້ວຍ​ຄວາມ​ສະຫວັດດີພາບ.’

28 ຝ່າຍ​ອ້າຍ​ກໍ​ໃຈຮ້າຍ​ຫລາຍ ຈົນ​ບໍ່​ຍອມ​ເຂົ້າ​ມາ​ໃນ​ເຮືອນ. ດັ່ງນັ້ນ ຜູ້​ພໍ່​ຈຶ່ງ​ອອກ​ໄປ​ອອຍໃຈ​ໃຫ້​ເຂົ້າ​ມາ.

29 ແຕ່​ລາວ​ໄດ້​ຕອບ​ພໍ່​ວ່າ, ‘ເບິ່ງແມ! ລູກ​ໄດ້​ເຮັດ​ວຽກ​ໃຫ້​ພໍ່​ດັ່ງ​ທາດ​ຕະຫລອດ​ມາ​ຫລາຍ​ປີ ແລະ​ລູກ​ບໍ່ເຄີຍ​ຝ່າຝືນ​ຄຳສັ່ງ​ຂອງ​ພໍ່​ຈັກເທື່ອ ແຕ່​ພໍ່​ຍັງ​ບໍ່​ໃຫ້​ແມ່ນແຕ່​ລູກແກະ​ໂຕ​ດຽວ ເພື່ອ​ຈັດ​ງານລ້ຽງ​ໃຫ້​ໝູ່ເພື່ອນ​ມາ​ຮ່ວມ​ຊົມຊື່ນ​ຍິນດີ.

30 ແຕ່​ເມື່ອ​ລູກຊາຍ​ຂອງ​ພໍ່​ຄົນ​ນີ້ ຜູ້​ທີ່​ໄດ້​ຜານ​ຊັບສິນ​ຂອງ​ພໍ່​ດ້ວຍ​ການ​ຄົບຫາ​ກັບ​ພວກ​ຍິງໂສເພນີ ກັບຄືນ​ມາ​ແລ້ວ ພໍ່​ກໍ​ຍັງ​ຂ້າ​ງົວເຖິກ​ໂຕ​ດີທີ່ສຸດ ຈັດ​ງານລ້ຽງ​ໃຫ້​ມັນ.’

31 ພໍ່​ຕອບ​ວ່າ, ‘ລູກ​ເອີຍ ເຈົ້າ​ຢູ່​ກັບ​ພໍ່​ທີ່​ນີ້​ສະເໝີ ແລະ​ທຸກໆ​ສິ່ງ​ທີ່​ພໍ່​ມີ​ກໍ​ເປັນ​ຂອງ​ເຈົ້າ.

32 ແຕ່​ພວກເຮົາ​ສົມຄວນ​ຮ່ວມ​ຊົມຊື່ນ​ຍິນດີ ເພາະ​ນ້ອງ​ຂອງ​ເຈົ້າ​ຄົນ​ນີ້​ຕາຍ​ແລ້ວ ແຕ່​ບັດນີ້​ມີ​ຊີວິດ​ຢູ່ ລາວ​ເສຍ​ໄປ​ແລ້ວ ແຕ່​ບັດນີ້ ຍັງ​ໄດ້​ພົບ​ອີກ.”’

@ 2012 United Bible Societies. All Rights Reserved.

Lean sinn:



Sanasan