Biblia Todo Logo
Bìoball air-loidhne

- Sanasan -

ລູກາ 11 - ພຣະຄຳພີສັກສິ


ພຣະເຢຊູເຈົ້າ​ຊົງ​ສອນ​ເຖິງ​ເລື່ອງ​ການ​ພາວັນນາ​ອະທິຖານ
( ມທ 6:9-13 ; 7:7-11 )

1 ວັນ​ໜຶ່ງ ພຣະເຢຊູເຈົ້າ​ກຳລັງ​ພາວັນນາ​ອະທິຖານ​ຢູ່​ໃນ​ສະຖານທີ່​ແຫ່ງ​ໜຶ່ງ ເມື່ອ​ພຣະເຢຊູເຈົ້າ​ພາວັນນາ​ອະທິຖານ​ຈົບ​ແລ້ວ ສາວົກ​ຄົນ​ໜຶ່ງ​ກໍ​ເວົ້າ​ກັບ​ພຣະອົງ​ວ່າ, “ພຣະອົງເຈົ້າ​ເອີຍ, ຂໍໂຜດ​ສອນ​ພວກ​ຂ້ານ້ອຍ​ໃຫ້​ພາວັນນາ​ອະທິຖານ ເໝືອນ​ດັ່ງ​ໂຢຮັນ​ໄດ້​ສອນ​ພວກ​ສິດ​ຂອງ​ເພິ່ນ​ແດ່ທ້ອນ.”

2 ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ເມື່ອ​ພວກເຈົ້າ​ພາວັນນາ​ອະທິຖານ​ນັ້ນ ຈົ່ງ​ເວົ້າ​ດັ່ງນີ້: ‘ຂ້າແດ່​ພຣະບິດາເຈົ້າ ຂໍ​ໃຫ້​ພຣະນາມ​ຂອງ​ພຣະອົງ​ ເປັນ​ທີ່​ເຄົາຣົບ​ບູຊາ ຂໍ​ໃຫ້​ຣາຊອານາຈັກ​ຂອງ​ພຣະອົງ​ ມາ​ຕັ້ງ​ຢູ່​ເທິງ​ໂລກນີ້​ເຖິດ.

3 ຂໍໂຜດ​ປະທານ​ເຂົ້າ​ຈີ່​ປະຈຳ​ວັນ ທີ່​ພວກ​ຂ້ານ້ອຍ​ຕ້ອງການ

4 ຂໍໂຜດ​ຍົກໂທດ​ບາບກຳ ໃຫ້​ພວກ​ຂ້ານ້ອຍ​ດ້ວຍ​ເທີ້ນ ດ້ວຍວ່າ, ພວກ​ຂ້ານ້ອຍ​ຍົກ​ຄວາມຜິດ​ ຄວາມ​ບາບ​ໃຫ້​ທຸກຄົນ ທີ່​ເຮັດ​ຜິດ​ຕໍ່​ພວກ​ຂ້ານ້ອຍ​ນັ້ນ. ແລະ ຂໍ​ຢ່າ​ນຳ​ພວກ​ຂ້ານ້ອຍ​ເຂົ້າ​ໄປ ໃນ​ການ​ທົດລອງ.”’

5 ພຣະອົງ​ຊົງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ຜູ້ໃດ​ໃນ​ພວກເຈົ້າ​ມີ​ມິດ​ສະຫາຍ​ຄົນ​ໜຶ່ງ ແລະ​ຈະ​ໄປ​ຫາ​ມິດ​ສະຫາຍ​ນັ້ນ​ໃນ​ເວລາ​ທ່ຽງ​ຄືນ ແລະ​ເວົ້າ​ວ່າ, ‘ສະຫາຍ​ເອີຍ, ຂໍ​ໃຫ້​ເຮົາ​ຢືມ​ເຂົ້າຈີ່​ຈັກ​ສາມ​ກ້ອນ​ແດ່.

6 ເພາະ​ເພື່ອນ​ຄົນ​ໜຶ່ງ​ຂອງເຮົາ​ຫາ​ກໍ​ເດີນທາງ​ມາ​ແວ່ ແລະ​ເຮົາ​ບໍ່ມີ​ຫຍັງ​ຈະ​ສູ່​ລາວ​ກິນ.’

7 ຝ່າຍ​ມິດ​ສະຫາຍ​ທີ່​ຢູ່​ຂ້າງ​ໃນ ຈະ​ຕອບ​ອອກ​ມາ​ວ່າ, ‘ຢ່າ​ລົບກວນ​ເຮົາ​ເທາະ ປະຕູ​ກໍ​ອັດ​ແລ້ວ ແລະ​ພວກ​ລູກ​ຂອງເຮົາ ກໍ​ນອນ​ຢູ່​ກັບ​ເຮົາ​ໝົດ​ແລ້ວ ເຮົາ​ລຸກ​ຂຶ້ນ​ເອົາ​ໃຫ້​ເຈົ້າ​ບໍ່ໄດ້​ດອກ.’

8 ເຮົາ​ບອກ​ພວກເຈົ້າ​ວ່າ, ເຖິງ​ແມ່ນ​ຜູ້​ນັ້ນ ຈະ​ບໍ່​ລຸກ​ຂຶ້ນ​ເອົາ​ເຂົ້າຈີ່​ໃຫ້ ເພາະ​ການ​ເປັນ​ເພື່ອນ​ກັນ​ກໍຕາມ, ແຕ່​ເພາະ​ການ​ໝັ່ນ​ຂໍ​ຂອງ​ຜູ້​ເປັນ​ເພື່ອນ​ນັ້ນ ລາວ​ກໍ​ຈະ​ລຸກ​ຂຶ້ນ​ເອົາ​ໃຫ້​ຕາມ​ທີ່​ເພື່ອນ​ຕ້ອງການ.

9 ຝ່າຍ​ເຮົາ​ຈຶ່ງ​ບອກ​ແກ່​ພວກເຈົ້າ​ວ່າ, ຈົ່ງ​ໝັ່ນ​ຂໍ ແລະ ພວກເຈົ້າ​ຈະ​ໄດ້​ຮັບ ຈົ່ງ​ໝັ່ນ​ຊອກຫາ ແລະ​ພວກເຈົ້າ​ຈະ​ໄດ້​ພົບ ຈົ່ງ​ໝັ່ນ​ເຄາະ ແລະ​ຈະ​ມີ​ຜູ້​ໄຂ​ປະຕູ​ໃຫ້.

10 ດ້ວຍວ່າ, ທຸກຄົນ​ທີ່​ໝັ່ນ​ຂໍ ກໍໄດ້​ຮັບ ຜູ້ໃດ​ທີ່​ໝັ່ນ​ຊອກ​ຫາ ກໍໄດ້​ພົບ ແລະ​ຜູ້ໃດ​ທີ່​ໝັ່ນ​ເຄາະ ກໍ​ຈະ​ມີ​ຜູ້​ໄຂ​ປະຕູ​ໃຫ້.

11 ມີ​ຜູ້ໃດ ໃນ​ພວກເຈົ້າ​ທີ່​ເປັນ​ພໍ່​ຈະ​ເອົາ​ງູ​ໃຫ້ ເມື່ອ​ລູກ​ຂອງ​ຕົນເອງ​ຂໍ​ປາ?

12 ຫລື​ຈະ​ເອົາ​ແມງງອດ​ໃຫ້ ເມື່ອ​ລູກ​ຂໍ​ໄຂ່?

13 ດ້ວຍເຫດນັ້ນ ພວກເຈົ້າ​ຜູ້​ເປັນ​ຄົນຊົ່ວ ກໍ​ຍັງ​ຮູ້ຈັກ​ເອົາ​ຂອງ​ດີ​ໃຫ້​ແກ່​ລູກ​ຂອງຕົນ ຫລາຍກວ່າ​ນັ້ນ​ອີກ​ຈັກ​ເທົ່າ​ໃດ ພຣະບິດາເຈົ້າ​ຂອງ​ພວກເຈົ້າ ຜູ້​ສະຖິດ​ຢູ່​ໃນ​ສະຫວັນ ກໍ​ຈະ​ປະທານ​ພຣະວິນຍານ​ບໍຣິສຸດເຈົ້າ ແກ່​ຜູ້​ທີ່​ຂໍ​ຈາກ​ພຣະອົງ.”


ພຣະເຢຊູເຈົ້າ ແລະ ເບເອນເຊບູນ
( ມທ 12:22-30 ; ມຣກ 3:20-27 )

14 ພຣະເຢຊູເຈົ້າ​ກຳລັງ​ຂັບໄລ່​ຜີ​ປາກກືກ​ໂຕໜຶ່ງ​ອອກ ເມື່ອ​ຜີ​ປາກກືກ​ອອກ​ໄປ​ແລ້ວ ຊາຍ​ຄົນ​ນັ້ນ​ກໍ​ເລີ່ມຕົ້ນ​ເວົ້າ​ໄດ້ ຝ່າຍ​ປະຊາຊົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ,

15 ແຕ່​ປະຊາຊົນ​ບາງຄົນ​ເວົ້າ​ວ່າ, “ແມ່ນ​ເບເອນເຊບູນ ນາຍ​ຂອງ​ຜີມານຮ້າຍ​ທີ່​ໃຫ້​ອຳນາດ​ແກ່​ຄົນ​ນີ້ ຂັບໄລ່​ຜີມານຮ້າຍ​ອອກ.”

16 ສ່ວນ​ຄົນອື່ນ​ນັ້ນ ຫວັງ​ຢາກ​ຈັບ​ຜິດ​ພຣະເຢຊູເຈົ້າ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຂໍ​ໃຫ້​ພຣະອົງ​ເຮັດ​ໝາຍສຳຄັນ​ຈາກ​ສະຫວັນ.

17 ແຕ່​ພຣະເຢຊູເຈົ້າ​ຮູ້​ວ່າ ພວກເຂົາ​ກຳລັງ​ຄິດ​ຢ່າງ​ໃດ. ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ແກ່​ພວກເຂົາ​ວ່າ, “ອານາຈັກ​ໃດ ທີ່​ປະຊາຊົນ​ແບ່ງ​ອອກ​ເປັນ​ກຸ່ມ​ຕໍ່ສູ້​ກັນ​ເອງ ກໍ​ຈະ​ຕັ້ງ​ຢູ່​ຕໍ່ໄປ​ບໍ່ໄດ້ ຄົວ​ເຮືອນ​ໜຶ່ງ ທີ່​ສະມາຊິກ​ໃນ​ຄອບຄົວ​ຕໍ່ສູ້​ກັນ​ເອງ ກໍ​ຈະ​ລົ້ມ​ລະລາຍ.

18 ຖ້າ​ອານາຈັກ​ຂອງ​ມານຊາຕານ​ແບ່ງ​ກຸ່ມ​ຕໍ່ສູ້​ກັນແລະກັນ ອານາຈັກ​ນັ້ນ​ຈະ​ຕັ້ງ​ຢູ່​ໄດ້​ຢ່າງ​ໃດ? ພວກເຈົ້າ​ກ່າວຫາ​ວ່າ ເຮົາ​ຂັບໄລ່​ພວກ​ຜີມານຮ້າຍ​ອອກ​ໄດ້ ເພາະ​ເບເອນເຊບູນ​ໃຫ້​ຣິດອຳນາດ​ແກ່​ເຮົາ.

19 ຖ້າ​ເຮົາ​ຂັບໄລ່​ພວກ​ມັນ​ໂດຍ​ເບເອນເຊບູນ​ນັ້ນ. ແມ່ນ​ຜູ້ໃດ​ໃຫ້​ຣິດອຳນາດ​ແກ່​ລູກຫລານ​ຂອງ​ພວກເຈົ້າ​ຂັບໄລ່​ຜີມານຮ້າຍ? ບັນດາ​ລູກຫລານ​ຂອງ​ພວກເຈົ້າ​ເອງ ຈະ​ເປັນ​ຜູ້​ຕັດສິນ​ພວກເຈົ້າ

20 ແຕ່​ຖ້າ​ເຮົາ​ຂັບໄລ່​ພວກ​ຜີມານຮ້າຍ​ອອກ ໂດຍ​ຣິດອຳນາດ​ຂອງ​ພຣະເຈົ້າ. ດັ່ງນັ້ນ ອານາຈັກ​ຂອງ​ພຣະເຈົ້າ​ກໍ​ມາ​ເຖິງ​ພວກເຈົ້າ​ແລ້ວ.

21 ເມື່ອ​ຄົນ​ແຂງແຮງ​ຜູ້ໜຶ່ງ ຖື​ອາວຸດ​ຄົບ​ຊຸດ​ຕຽມພ້ອມ​ເຝົ້າ​ເຮືອນ​ຂອງຕົນ​ຢູ່ ສິ່ງ​ຂອງ​ຂອງ​ລາວ​ທີ່​ມີ​ຢູ່​ທັງໝົດ​ກໍ​ປອດໄພ.

22 ແຕ່​ເມື່ອ​ມີ​ຄົນ​ແຂງແຮງ​ກວ່າ​ມາ​ໂຈມຕີ ແລະ​ຊະນະ​ລາວ​ໄປ ຄົນ​ນັ້ນ​ກໍ​ຈະ​ຍາດ​ເອົາ​ອາວຸດ​ທັງໝົດ ທີ່​ເຈົ້າ​ຂອງ​ເຮືອນ​ເພິ່ງພາ​ນັ້ນ​ໜີໄປ ແລະ​ແບ່ງປັນ​ສິ່ງ​ຂອງ​ທັງໝົດ​ທີ່​ເຂົາ​ຍາດ​ເອົາ​ໄປ​ນັ້ນ.

23 ຜູ້ໃດ​ທີ່​ບໍ່​ຢູ່​ຝ່າຍ​ເຮົາ ກໍ​ຕໍ່ສູ້​ເຮົາ ຜູ້ໃດ​ທີ່​ບໍ່​ໂຮມ​ເຂົ້າ​ກັບ​ເຮົາ ກໍ​ເປັນ​ຜູ້​ເຮັດ​ໃຫ້​ແຕກ​ຊະຊາຍ​ໄປ.”


ຜີຊົ່ວຮ້າຍ​ກັບຄືນ​ເຮືອນ​ເກົ່າ
( ມທ 12:43-45 )

24 “ເມື່ອ​ຜີຊົ່ວຮ້າຍ​ອອກ​ມາ​ຈາກ​ຄົນ​ໃດ​ແລ້ວ ມັນ​ກໍ​ທຽວ​ໄປມາ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ຊອກ​ຫາ​ບ່ອນ​ພັກ​ເຊົາ​ເມື່ອຍ ເມື່ອ​ມັນ​ຫາ​ບໍ່ໄດ້.

25 ມັນ​ກໍ​ເວົ້າ​ວ່າ, ‘ເຮົາ​ຈະ​ກັບຄືນ​ເມືອ​ເຮືອນ​ຂອງເຮົາ ທີ່​ເຮົາ​ໄດ້​ໜີ​ມາ.’ ດັ່ງນັ້ນ ມັນ​ຈຶ່ງ​ກັບຄືນ​ໄປ ແລະ​ພົບ​ເຮືອນ​ນັ້ນ​ເປົ່າຫວ່າງ​ຢູ່​ທັງ​ສະອາດ ແລະ​ຕົບແຕ່ງ​ໄວ້​ຢ່າງດີ​ແລ້ວ​ດ້ວຍ.

26 ແລ້ວ​ມັນ​ກໍ​ອອກ​ໄປ​ນຳ​ເອົາ​ຜີຊົ່ວຮ້າຍ​ເຈັດ​ໂຕ ທີ່​ຊົ່ວຮ້າຍ​ຍິ່ງ​ກວ່າ​ມັນ​ອີກ ແລ້ວ​ກັບ​ມາ​ເຂົ້າ​ອາໄສ​ຢູ່​ທີ່​ເຮືອນ​ນັ້ນ ໃນ​ທີ່ສຸດ​ຄົນ​ນີ້ ກໍ​ຈະ​ຢູ່​ໃນ​ສະພາບ​ທີ່​ຊົ່ວຮ້າຍ​ຫລາຍກວ່າ​ຕອນ​ຕົ້ນ​ອີກ.”


ຄວາມສຸກ​ແທ້

27 ເມື່ອ​ພຣະເຢຊູເຈົ້າ​ກ່າວ​ຖ້ອຍຄຳ​ເຫຼົ່ານັ້ນ​ແລ້ວ ກໍ​ມີ​ຍິງ​ຄົນ​ໜຶ່ງ​ໃນ​ໝູ່​ປະຊາຊົນ​ເວົ້າ​ກັບ​ພຣະອົງ​ວ່າ, “ຍິງ​ທີ່​ໃຫ້​ກຳເນີດ​ທ່ານ​ແລະ​ລ້ຽງດູ​ທ່ານ ຄວນ​ມີ​ຄວາມສຸກ​ຫລາຍ​ທີ່ສຸດ!”

28 ແຕ່​ພຣະເຢຊູເຈົ້າ​ຕອບ​ວ່າ, “ຄົນ​ທັງຫລາຍ​ທີ່​ໄດ້​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າ ແລະ​ປະຕິບັດ​ຕາມ ກໍ​ມີ​ຄວາມສຸກ​ຫລາຍກວ່າ​ນັ້ນ​ອີກ.”


ປະຊາຊົນ​ຂໍ​ໃຫ້​ເຮັດ​ໝາຍສຳຄັນ
( ມທ 12:38-42 ; ມຣກ 8:12 )

29 ເມື່ອ​ປະຊາຊົນ​ເຕົ້າໂຮມ​ກັນ​ໜາແໜ້ນ​ຂຶ້ນ ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ຄົນ​ໃນ​ຍຸກ​ນີ້​ຕ່າງ​ກໍ​ຊົ່ວຮ້າຍ ພວກເຂົາ​ຂໍ​ໃຫ້​ເຮັດ​ໝາຍສຳຄັນ​ການ​ອັດສະຈັນ ແຕ່​ຈະ​ບໍ່ມີ​ໝາຍສຳຄັນ​ໃຫ້​ພວກເຂົາ ນອກຈາກ​ໝາຍສຳຄັນ​ຂອງ​ໂຢນາ.

30 ດ້ວຍວ່າ, ໂຢນາ​ເປັນ​ໝາຍສຳຄັນ​ແກ່​ຊາວ​ເມືອງ​ນີເນເວ​ຢ່າງໃດ ບຸດ​ມະນຸດ​ກໍ​ຈະ​ເປັນ​ໝາຍສຳຄັນ​ແກ່​ຄົນ​ໃນ​ຍຸກ​ນີ້​ຢ່າງນັ້ນ.

31 ໃນ​ວັນ​ພິພາກສາ​ໂລກ ນາງ​ກະສັດ​ຈາກ​ທິດ​ໃຕ້​ຈະ​ຢືນ​ຂຶ້ນ​ກ່າວໂທດ​ພວກເຈົ້າ ເພາະ​ນາງ​ໄດ້​ເດີນທາງ​ມາ​ໄກ​ແສນ​ໄກ​ຈາກ​ປະເທດ​ຂອງຕົນ ເພື່ອ​ຟັງ​ຄຳສັ່ງສອນ​ອັນ​ເຕັມ​ໄປ​ດ້ວຍ​ສະຕິປັນຍາ​ຂອງ​ກະສັດ​ໂຊໂລໂມນ ແລະ​ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຜູ້​ທີ່​ຍິ່ງໃຫຍ່​ກວ່າ​ໂຊໂລໂມນ​ກໍ​ຢູ່​ທີ່​ນີ້.

32 ໃນ​ວັນ​ແຫ່ງ​ການ​ພິພາກສາ ຊາວ​ເມືອງ​ນີເນເວ​ຈະ​ຢືນ​ຂຶ້ນ​ກ່າວໂທດ​ພວກເຈົ້າ ເພາະ​ພວກເຂົາ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ເມື່ອ​ໄດ້ຍິນ​ຄຳ​ປະກາດ​ຂອງ​ໂຢນາ ແລະ​ຜູ້ໜຶ່ງ​ທີ່​ຍິ່ງໃຫຍ່​ກວ່າ​ໂຢນາ​ກໍ​ຢູ່​ທີ່​ນີ້.”


ຄວາມ​ສະຫວ່າງ​ຂອງ​ຮ່າງກາຍ
( ມທ 5:15 ; 6:22-23 )

33 “ບໍ່​ຫ່ອນ​ມີ​ຜູ້ໃດ ເມື່ອ​ໄຕ້​ໂຄມໄຟ​ແລ້ວ ຕັ້ງ​ໄວ້​ໃນ​ບ່ອນ​ລັບບັງ ຫລື​ເອົາ​ເຂົ້າ​ໄວ້​ໃນ​ກະບຸງ, ແຕ່​ເຄີຍ​ຕັ້ງ​ໄວ້​ເທິງ​ທີ່​ສູງ ເພື່ອ​ວ່າ​ຄົນ​ທີ່​ເຂົ້າ​ມາ ຈະ​ເຫັນ​ແສງ​ສະຫວ່າງ​ນັ້ນ.

34 ຕາ​ເປັນ​ດວງ​ສະຫວ່າງ​ສຳລັບ​ຮ່າງກາຍ ເມື່ອ​ຕາ​ຂອງ​ເຈົ້າ​ແຈ້ງ​ເປັນ​ປົກກະຕິ ຮ່າງກາຍ​ທຸກ​ພາກ​ສ່ວນ​ກໍ​ແຈ້ງ​ເໝືອນກັນ, ແຕ່​ເມື່ອ​ຕາ​ຂອງ​ເຈົ້າ​ບໍ່​ແຈ້ງ​ເປັນ​ປົກກະຕິ ຮ່າງກາຍ​ທຸກ​ພາກ​ສ່ວນ​ກໍ​ຢູ່​ໃນ​ຄວາມມືດ.

35 ດ້ວຍເຫດນັ້ນ ຈົ່ງ​ລະວັງ​ໃຫ້​ດີ ຢ້ານ​ວ່າ​ຄວາມ​ສະຫວ່າງ​ທີ່​ມີ​ຢູ່​ໃນ​ເຈົ້າ​ນັ້ນ​ມືດ​ໄປ.

36 ຖ້າ​ຮ່າງກາຍ​ຂອງ​ເຈົ້າ​ທຸກ​ພາກ​ສ່ວນ​ເຕັມ​ດ້ວຍ​ຄວາມ​ສະຫວ່າງ ຄື​ບໍ່ມີ​ສ່ວນ​ໃດ​ມືດ​ເລີຍ ແສງ​ແຈ້ງ​ສະຫວ່າງ​ນັ້ນ ກໍ​ຈະ​ສະຫວ່າງ​ທົ່ວ​ໄປ ເໝືອນ​ດັ່ງ​ແສງ​ໂຄມໄຟ​ສ່ອງ​ມາ​ໃສ່​ເຈົ້າ ດ້ວຍ​ແສງແຈ້ງ​ອັນ​ແຈ່ມໃສ.”


ພຣະເຢຊູເຈົ້າ​ປະນາມ​ພວກ​ຟາຣີຊາຍ ແລະ ພວກ​ທຳມະຈານ
( ມທ 23:1-36 ; ມຣກ 12:38-40 )

37 ຂະນະທີ່​ພຣະເຢຊູເຈົ້າ​ຍັງ​ກ່າວ​ຢູ່ ກໍ​ມີ​ຄົນ​ຟາຣີຊາຍ​ຜູ້ໜຶ່ງ ເຊີນ​ພຣະອົງ​ໄປ​ຮັບປະທານ​ອາຫານ​ທີ່​ເຮືອນ​ຂອງຕົນ ພຣະເຢຊູເຈົ້າ​ຈຶ່ງ​ໄປ ແລະ​ນັ່ງ​ລົງ​ຮັບປະທານ​ອາຫານ.

38 ຄົນ​ຟາຣີຊາຍ​ຜູ້​ນີ້ ກໍ​ປະຫລາດ​ໃຈ​ເມື່ອ​ເຫັນ​ວ່າ​ກ່ອນ​ຈະ​ກິນ ພຣະອົງ​ບໍ່ໄດ້​ຊຳລະ​ລ້າງ​ຕາມ​ທຳນຽມ.

39 ດັ່ງນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ກ່າວ​ແກ່​ລາວ​ວ່າ, “ເຈົ້າ​ຄົນ​ຟາຣີຊາຍ​ເອີຍ ເຈົ້າ​ເຄີຍ​ລ້າງ​ຖ້ວຍ​ຊາມ​ໃຫ້​ສະອາດ​ແຕ່​ຂ້າງ​ນອກ ແຕ່​ຂ້າງ​ໃນ​ແລ້ວ ພວກເຈົ້າ​ເຕັມ​ແຕ່​ການ​ໂລບ​ເອົາ ແລະ​ການ​ຊົ່ວຮ້າຍ.

40 ໂອ ຄົນ​ໂງ່​ເອີຍ ພຣະເຈົ້າ​ຜູ້​ໄດ້​ສ້າງ​ພາຍ​ນອກ ກໍໄດ້​ສ້າງ​ພາຍ​ໃນ​ເໝືອນກັນ​ບໍ່ແມ່ນ​ບໍ?

41 ແຕ່​ຈົ່ງ​ບໍລິຈາກ​ໃຫ້​ແກ່​ຄົນ​ຍາກຈົນ ຕາມ​ທີ່​ພວກເຈົ້າ​ມີ​ຢູ່​ຂ້າງ​ໃນ ແລະ​ທຸກສິ່ງ​ກໍ​ຈະ​ສະອາດ​ເສາະໃສ​ສຳລັບ​ພວກເຈົ້າ.”

42 “ແຕ່​ວິບັດ​ແກ່​ເຈົ້າ ພວກ​ຟາຣີຊາຍ​ເອີຍ ພວກເຈົ້າ​ຖວາຍ​ໜຶ່ງສ່ວນສິບ ໃນ​ເຄື່ອງ​ປູກ​ຂອງ​ຝັງ​ຕາມ​ລະດູ​ການ​ແກ່​ພຣະເຈົ້າ ຄື​ຜັກ​ກ້ານກໍ່າ ຜັກ​ແພວ ແລະ​ຜັກ​ອື່ນໆ​ທຸກ​ຊະນິດ, ແຕ່​ພວກເຈົ້າ​ລະເລີຍ​ຄວາມ​ຍຸດຕິທຳ ແລະ​ຄວາມຮັກ​ຂອງ​ພຣະເຈົ້າ ແມ່ນ​ສິ່ງ​ນີ້​ແຫຼະ ທີ່​ພວກເຈົ້າ​ຄວນ​ປະຕິບັດ ໂດຍ​ບໍ່​ລະເລີຍ​ສິ່ງ​ອື່ນ​ດ້ວຍ.”

43 “ວິບັດ​ແກ່​ເຈົ້າ ພວກ​ຟາຣີຊາຍ​ເອີຍ ພວກເຈົ້າ​ມັກ​ນັ່ງ​ບ່ອນ​ມີ​ກຽດ​ໃນ​ທຳມະສາລາ ແລະ​ມັກ​ໃຫ້​ຄົນ​ຄຳນັບ​ດ້ວຍ​ຄວາມນັບຖື​ກາງ​ຕະຫລາດ.

44 ວິບັດ​ແກ່​ພວກເຈົ້າ ພວກເຈົ້າ​ເປັນ​ດັ່ງ​ບ່ອນ​ຝັງສົບ ທີ່​ຄົນ​ບໍ່​ສັງເກດ​ຮູ້​ເຫັນ ເປັນ​ບ່ອນ​ທີ່​ຄົນ​ທັງຫລາຍ​ຢຽບ​ໄປມາ ໂດຍ​ບໍ່​ຮູ້​ວ່າ​ມີ​ຫຍັງ.”

45 ແລ້ວ​ກໍ​ມີ​ທຳບັນດິດ​ຄົນ​ໜຶ່ງ ເວົ້າ​ຕໍ່​ພຣະອົງ​ວ່າ, “ອາຈານ​ເອີຍ ເມື່ອ​ທ່ານ​ເວົ້າ​ເຊັ່ນນີ້ ທ່ານ​ກໍ​ເວົ້າ​ໝິ່ນປະໝາດ​ພວກເຮົາ​ເໝືອນກັນ.”

46 ພຣະເຢຊູເຈົ້າ​ຕອບ​ວ່າ, “ວິບັດ​ຈະ​ມີ​ແກ່​ພວກເຈົ້າ​ເໝືອນກັນ ພວກ​ທຳບັນດິດ​ເອີຍ ພວກເຈົ້າ​ວາງ​ພາລະ​ໜັກ​ເທິງ​ຫລັງ​ປະຊາຊົນ ສ່ວນ​ພວກເຈົ້າ​ເອງ​ນັ້ນ ບໍ່​ຍອມ​ແມ່ນແຕ່​ຈະ​ເດ່​ມື​ນີ້ວ​ດຽວ​ໄປ​ຈັບ.

47 ວິບັດ​ແກ່​ພວກເຈົ້າ ເພາະ​ພວກເຈົ້າ​ສ້າງ​ອຸບມຸງ​ຝັງສົບ​ອັນ​ງົດງາມ​ໃຫ້​ຜູ້ທຳນວາຍ​ທັງຫລາຍ ຄື​ພວກ​ຜູ້ທຳນວາຍ​ເຫຼົ່ານັ້ນ​ແຫຼະ ທີ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ເອງ​ໄດ້​ຂ້າ.

48 ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ເປັນ​ພະຍານ​ວ່າ ພວກເຈົ້າ​ເຫັນ​ພ້ອມ​ກັບ​ສິ່ງ​ທີ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ໄດ້​ເຮັດ ພວກເຂົາ​ໄດ້​ຂ້າ​ບັນດາ​ຜູ້ທຳນວາຍ ແລະ​ພວກເຈົ້າ​ກໍ​ເປັນ​ຜູ້​ສ້າງ​ອຸບມຸງ​ໃຫ້​ແກ່​ສົບ​ເຫຼົ່ານັ້ນ.

49 ດ້ວຍເຫດນີ້ ພຣະ​ປັນຍາ​ຂອງ​ພຣະເຈົ້າ​ຈຶ່ງ​ກ່າວ​ວ່າ, ‘ເຮົາ​ຈະ​ໃຊ້​ພວກ​ຜູ້ທຳນວາຍ ແລະ ພວກ​ອັກຄະສາວົກ​ມາ​ຫາ​ພວກເຂົາ, ພວກເຂົາ​ຈະ​ຂ້າ​ບາງຄົນ ແລະ​ຈະ​ຂົ່ມເຫັງ​ບາງຄົນ.’

50 ສະນັ້ນ ຄົນ​ໃນ​ຍຸກ​ນີ້​ຈະ​ຕ້ອງ​ຖືກ​ລົງໂທດ​ຍ້ອນ​ເລືອດ​ຂອງ​ບັນດາ​ຜູ້ທຳນວາຍ​ທຸກຄົນ​ທີ່​ໄຫລ​ອອກ ຕັ້ງແຕ່​ຄາວ​ວາງ​ຮາກ​ສ້າງ​ໂລກ,

51 ຄື​ຕັ້ງແຕ່​ເລືອດ​ຂອງ​ອາເບັນ ຈົນເຖິງ​ເລືອດ​ຂອງ​ເຊກາຣີຢາ ຜູ້​ທີ່​ຖືກ​ຂ້າ​ລະຫວ່າງ​ແທ່ນບູຊາ​ກັບ​ພຣະວິຫານ​ນັ້ນ ແມ່ນ​ແລ້ວ​ເຮົາ​ບອກ​ພວກເຈົ້າ​ວ່າ ຄົນ​ໃນ​ຍຸກ​ນີ້​ຈະ​ຖືກ​ລົງໂທດ​ຍ້ອນ​ເລືອດ​ພວກ​ນັ້ນ​ທັງໝົດ​ທີ່​ຖືກ​ຂ້າ.”

52 “ວິບັດ​ແກ່​ເຈົ້າ ພວກ​ທຳບັນດິດ​ເອີຍ ພວກເຈົ້າ​ໄດ້​ເອົາ​ກະແຈ ທີ່​ໄຂ​ໄປ​ສູ່​ຄວາມ​ຮູ້​ໄວ້ ພວກເຈົ້າ​ເອງ​ກໍ​ບໍ່​ເຂົ້າ​ໄປ ແລະ​ຄົນ​ທີ່​ພະຍາຍາມ​ຈະ​ເຂົ້າ​ໄປ​ນັ້ນ ພວກເຈົ້າ​ຊໍ້າພັດ​ຂັດຂວາງ​ໄວ້.”

53 ເມື່ອ​ພຣະເຢຊູເຈົ້າ​ຈາກ​ທີ່​ນັ້ນ​ໄປ​ແລ້ວ ພວກ​ທຳມະຈານ​ກັບ​ພວກ​ຟາຣີຊາຍ ກໍ​ເລີ່ມຕົ້ນ​ໂຈມຕີ​ຕໍ່ຕ້ານ​ພຣະອົງ​ຢ່າງ​ໜັກ ແລະ​ຖາມ​ພຣະອົງ​ເຖິງ​ຫລາຍສິ່ງ​ຫລາຍຢ່າງ,

54 ໂດຍ​ຫວັງ​ຊອກ​ຈັບ​ຜິດ​ພຣະອົງ​ໃນ​ຖ້ອຍຄຳ​ໃດໜຶ່ງ ທີ່​ພຣະອົງ​ກ່າວ​ອອກ​ມາ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan