Biblia Todo Logo
Bìoball air-loidhne

- Sanasan -

ລູກາ 1 - ພຣະຄຳພີສັກສິ


ບົດ​ໄຂ​ເນື້ອເລື່ອງ

1 ທ່ານ​ເທໂອຟີໂລ​ທີ່​ນັບຖື: ມີ​ຫລາຍ​ຄົນ​ໄດ້​ລົງ​ມື​ຮຽບ​ຮຽງ​ເລື່ອງ​ເຫດການ​ຕ່າງໆ ຊຶ່ງ​ສຳເລັດ​ແລ້ວ​ໃນ​ທ່າມກາງ​ພວກເຮົາ.

2 ຕາມ​ທີ່​ພວກເຂົາ ຜູ້​ໄດ້​ເຫັນ​ດ້ວຍ​ຕາ​ຕົນເອງ​ຕັ້ງແຕ່​ຕົ້ນ ແລະ​ເປັນ​ຜູ້​ປະກາດ​ຖ້ອຍຄຳ​ນັ້ນ ຈຶ່ງ​ໄດ້​ສົ່ງ​ສືບ​ຕໍ່ມາ​ໃຫ້​ພວກເຮົາ​ຮູ້.

3 ດັ່ງນັ້ນແຫລະ ທ່ານ​ເທໂອຟີໂລ​ທີ່​ນັບຖື ຫລັງຈາກ​ທີ່​ຂ້າພະເຈົ້າ​ໄດ້​ສຶກສາ​ຢ່າງ​ຖີ່ຖ້ວນ​ຮອບຄອບ ເຖິງ​ສິ່ງ​ເຫຼົ່ານີ້​ທັງໝົດ​ແລ້ວ​ຕັ້ງແຕ່​ຕົ້ນ ຂ້າພະເຈົ້າ​ຈຶ່ງ​ເຫັນ​ດີ​ຮຽບຮຽງ​ເລື່ອງລາວ​ຕາມ​ລຳດັບ​ເພື່ອ​ປະໂຫຍດ​ແກ່​ທ່ານ.

4 ຂ້າພະເຈົ້າ​ເຮັດ​ເຊັ່ນ​ນີ້​ກໍ​ເພື່ອ​ທ່ານ​ຈະ​ຮູ້​ຄວາມຈິງ​ຢ່າງ​ຄັກແນ່ ເຖິງ​ເລື່ອງລາວ​ທີ່​ເປັນ​ແກ່ນສານ​ທີ່​ທ່ານ​ໄດ້​ຮັບ​ຮູ້​ກ່ອນ​ນັ້ນ.


ທຳນວາຍ​ການ​ເກີດ​ຂອງ​ໂຢຮັນ​ບັບຕິສະໂຕ

5 ໃນ​ຄາວ​ທີ່​ເຮໂຣດ​ໄດ້​ເປັນ​ກະສັດ​ແຫ່ງ​ຢູດາຍ ກໍໄດ້​ມີ​ປະໂຣຫິດ​ຜູ້ໜຶ່ງ ຢູ່​ໃນ​ໝວດ​ຂອງ​ປະໂຣຫິດ​ອາບີຢາ​ຊື່​ວ່າ ເຊກາຣີຢາ. ເມຍ​ຂອງ​ເພິ່ນ​ກໍ​ສືບ​ເຊື້ອສາຍ​ມາ​ຈາກ​ປະໂຣຫິດ​ອາໂຣນ​ເໝືອນກັນ​ຊື່​ວ່າ ເອລີຊາເບັດ.

6 ສອງ​ຜົວ​ເມຍ​ນີ້​ດຳເນີນ​ຊີວິດ​ຢ່າງ​ຖືກຕ້ອງ​ຕໍ່​ສາຍ​ພຣະເນດ​ຂອງ​ພຣະເຈົ້າ ໂດຍ​ເຊື່ອຟັງ​ກົດບັນຍັດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ຢ່າງ​ບໍ່ມີ​ທີ່ຕິ.

7 ແຕ່​ພວກເພິ່ນ​ບໍ່ມີ​ລູກ ເພາະ​ນາງ​ເອລີຊາເບັດ​ເປັນ​ໝັນ ແລະ​ທັງສອງ​ກໍ​ເຖົ້າແກ່​ແລ້ວ.

8 ວັນ​ໜຶ່ງ ເຊກາຣີຢາ​ກຳລັງ​ປະຕິບັດ​ໜ້າທີ່​ຂອງຕົນ​ຢູ່​ໃນ​ພຣະວິຫານ ເພາະ​ຖືກ​ຜຽນ​ໃນ​ໝວດ​ຂອງຕົນ.

9 ຕາມ​ທຳນຽມ​ຂອງ​ພວກ​ປະໂຣຫິດ​ແລ້ວ ເພິ່ນ​ໄດ້​ຮັບ​ເລືອກ​ໂດຍ​ການ​ໃຊ້​ສະຫລາກ ໃຫ້​ເພິ່ນ​ເຂົ້າ​ໄປ​ໃນ​ພຣະວິຫານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ເພື່ອ​ເຜົາ​ເຄື່ອງຫອມ​ຖວາຍ​ທີ່​ແທ່ນບູຊາ.

10 ສ່ວນ​ປະຊາຊົນ​ຢູ່​ຂ້າງ​ນອກ ກໍ​ພາກັນ​ພາວັນນາ​ອະທິຖານ ໃນ​ເວລາ​ທີ່​ເຜົາ​ເຄື່ອງຫອມ​ຢູ່​ນັ້ນ.

11 ມີ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ໄດ້​ມາ​ປາກົດ​ແກ່​ເພິ່ນ ໂດຍ​ຢືນ​ຢູ່​ເບື້ອງ​ຂວາ​ຂອງ​ແທ່ນບູຊາ.

12 ເມື່ອ​ເຊກາຣີຢາ​ໄດ້​ເຫັນ​ເທວະດາ​ຕົນ​ນັ້ນ​ແລ້ວ ເພິ່ນ​ກໍ​ສະທ້ານ​ຕົກໃຈ ແລະ​ມີ​ຄວາມ​ຢ້ານ.

13 ແຕ່​ເທວະດາ​ຕົນ​ນັ້ນ​ກ່າວ​ແກ່​ເພິ່ນ​ວ່າ, “ເຊກາຣີຢາ​ເອີຍ ຢ່າ​ຢ້ານ​ເລີຍ ພຣະເຈົ້າ​ໄດ້ຍິນ​ຄຳ​ພາວັນນາ​ອະທິຖານ​ຂອງ​ເຈົ້າ​ແລ້ວ ແລະ ເອລີຊາເບັດ​ເມຍ​ຂອງ​ເຈົ້າ ຈະ​ເກີດ​ລູກຊາຍ​ຄົນ​ໜຶ່ງ​ໃຫ້​ເຈົ້າ ເຈົ້າ​ຈົ່ງ​ໃສ່​ຊື່​ໃຫ້​ລາວ​ວ່າ ໂຢຮັນ.

14 ເຈົ້າ​ຈະ​ມີ​ຄວາມ​ຊົມຊື່ນ​ຍິນດີ​ຢ່າງ​ລົ້ນເຫລືອ ແລະ​ຫລາຍ​ຄົນ​ຈະ​ຍິນດີ​ເມື່ອ​ເພິ່ນ​ເກີດ​ມາ.

15 ເພິ່ນ​ຈະ​ເປັນ​ຜູ້​ຍິ່ງໃຫຍ່​ໃນ​ສາຍ​ພຣະເນດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ເພິ່ນ​ຈະ​ບໍ່​ດື່ມ​ເຫຼົ້າ​ອະງຸ່ນ ຫລື​ເຫຼົ້າ​ປຸກ​ແຕ່​ຢ່າງ​ໃດ ແລະ​ຈະ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ຕັ້ງແຕ່​ຈາກ​ທ້ອງ​ແມ່​ມາ

16 ເພິ່ນ​ຈະ​ນຳ​ຊາວ​ອິດສະຣາເອນ​ຢ່າງ​ຫລວງຫລາຍ ກັບຄືນ​ມາ​ຫາ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກເຂົາ.

17 ເພິ່ນ​ຈະ​ອອກ​ໜ້າ​ກ່ອນ ອົງພຣະ​ຜູ້​ເປັນເຈົ້າ​ຢ່າງ​ເຂັ້ມແຂງ​ແລະ​ອົງ​ອາດ ເໝືອນ​ດັ່ງ​ຜູ້ທຳນວາຍ​ເອລີຢາ ເພິ່ນ​ຈະ​ນຳ​ພໍ່​ກັບ​ລູກ​ໃຫ້​ຄືນ​ດີ​ກັນ ເພິ່ນ​ຈະ​ນຳ​ຄົນ​ດື້ດ້ານ​ກັບ​ໃຫ້​ມີ​ປັນຍາ​ຢ່າງ​ຄົນ​ສິນທຳ​ ເພິ່ນ​ຈະ​ຕຽມ​ປະຊາຊົນ​ໄວ້​ພ້ອມ​ສຳລັບ​ອົງພຣະ​ຜູ້​ເປັນເຈົ້າ.”

18 ເຊກາຣີຢາ​ເວົ້າ​ກັບ​ເທວະດາ​ນັ້ນ​ວ່າ, “ຂ້ານ້ອຍ​ຈະ​ຮູ້​ເຫດການ​ນີ້​ໄດ້​ຢ່າງ​ໃດ? ເພາະ​ຂ້ານ້ອຍ​ກໍ​ເຖົ້າແກ່​ແລ້ວ ແລະ​ເມຍ​ຂອງ​ຂ້ານ້ອຍ​ກໍ​ເໝືອນກັນ.”

19 ຝ່າຍ​ເທວະດາ​ນັ້ນ​ຕອບ​ວ່າ, “ເຮົາ​ແມ່ນ​ຄັບຣີເອນ. ຊຶ່ງ​ຢືນ​ຢູ່​ຊ້ອງໜ້າ​ພຣະເຈົ້າ, ພຣະອົງ​ຊົງ​ໃຊ້​ເຮົາ​ມາ​ເວົ້າ​ກັບ​ເຈົ້າ ແລະ​ນຳ​ເອົາ​ຂ່າວ​ດີ​ນີ້​ມາ​ບອກ​ເຈົ້າ.

20 ແຕ່​ບັດນີ້ ເຈົ້າ​ບໍ່​ເຊື່ອ​ຖ້ອຍຄຳ​ຂອງເຮົາ ຊຶ່ງ​ຈະ​ເປັນ​ຈິງ​ຕາມ​ເວລາ​ທີ່​ກຳນົດ​ໄວ້ ຍ້ອນ​ເຈົ້າ​ບໍ່​ເຊື່ອ​ເຈົ້າ​ຈະ​ເປັນ​ຄົນ​ໃບ້​ບໍ່​ສາມາດ​ປາກ​ໄດ້ ຈົນເຖິງ​ວັນ​ທີ່​ເຫດການ​ເຫຼົ່ານັ້ນ​ເກີດຂຶ້ນ.”

21 ຝ່າຍ​ປະຊາຊົນ​ກໍ​ລໍ​ຖ້າ​ເຊກາຣີຢາ​ດ້ວຍ​ຄວາມ​ປະຫລາດ​ໃຈ ທີ່​ເພິ່ນ​ຢູ່​ໃນ​ພຣະວິຫານ​ຕັ້ງ​ດົນນານ.

22 ເມື່ອ​ເພິ່ນ​ອອກ​ມາ ເພິ່ນ​ກໍ​ເວົ້າ​ກັບ​ພວກເຂົາ​ບໍ່ໄດ້ ພວກເຂົາ​ຈຶ່ງ​ສັງເກດ​ຮູ້​ວ່າ ເພິ່ນ​ໄດ້​ເຫັນ​ນິມິດ​ຢູ່​ໃນ​ພຣະວິຫານ ເພິ່ນ​ໄດ້​ໃຊ້​ມື​ເຮັດ​ເປັນ​ພາສາ​ໃບ້​ກັບ​ພວກເຂົາ ແລະ​ຍັງ​ບໍ່​ສາມາດ​ປາກ​ໄດ້.

23 ເມື່ອ​ໝົດ​ກຳນົດ​ຮັບໃຊ້​ໃນ​ພຣະວິຫານ​ແລ້ວ ເຊກາຣີຢາ​ກໍ​ກັບຄືນ​ບ້ານ.

24 ພາຍລຸນມາ ນາງ​ເອລີຊາເບັດ​ເມຍ​ຂອງ​ເພິ່ນ​ກໍ​ຖືພາ ແລະ​ນາງ​ບໍ່ໄດ້​ອອກ​ຈາກ​ເຮືອນ​ໄປ​ໃສ​ເລີຍ ເປັນ​ເວລາ​ຫ້າ​ເດືອນ.

25 ນາງ​ເວົ້າ​ຂຶ້ນ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຊ່ວຍເຫລືອ​ຂ້ານ້ອຍ ບັດນີ້​ພຣະອົງ​ໄດ້​ຍົກ​ຄວາມ​ນິນທາ​ຂອງ​ຂ້ານ້ອຍ ທີ່​ມີ​ຢູ່​ທ່າມກາງ​ຄົນ​ທັງຫລາຍ​ອອກ​ເສຍ.”


ທຳນວາຍ​ການ​ເກີດ​ຂອງ​ພຣະເຢຊູເຈົ້າ

26 ໃນ​ເດືອນ​ທີ​ຫົກ ທີ່​ນາງ​ເອລີຊາເບັດ​ຖືພາ​ຢູ່​ນັ້ນ ພຣະເຈົ້າ​ກໍໄດ້​ໃຊ້​ເທວະດາ​ຄັບຣີເອນ ມາ​ທີ່​ແຂວງ​ຄາລີເລ​ໃນ​ເມືອງ​ໜຶ່ງ​ທີ່​ຊື່​ວ່າ ນາຊາເຣັດ.

27 ມາ​ບອກ​ຍິງ​ສາວ​ພົມມະຈາຣີ​ຄົນ​ໜຶ່ງ ຜູ້​ທີ່​ເປັນ​ຄູ່ໝັ້ນ​ກັບ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ໂຢເຊັບ ຜູ້​ທີ່​ເປັນ​ເຊື້ອສາຍ​ມາ​ຈາກ​ກະສັດ​ດາວິດ ສ່ວນ​ຍິງ​ສາວ​ນັ້ນ​ຊື່​ວ່າ ມາຣີ.

28 ເທວະດາ​ຕົນ​ນັ້ນ​ໄດ້​ມາ​ຫາ​ນາງ ແລະ​ກ່າວ​ວ່າ, “ສັນຕິສຸກ ຈົ່ງ​ມີ​ແກ່​ເຈົ້າ​ເຖີດ ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ສະຖິດ​ຢູ່​ກັບ​ເຈົ້າ ແລະ​ອວຍພອນ​ເຈົ້າ​ຢ່າງ​ຫລວງຫລາຍ.”

29 ຝ່າຍ​ມາຣີ​ກໍ​ຕົກໃຈ​ຫລາຍ​ໃນ​ຖ້ອຍຄຳ​ເຫຼົ່ານີ້ ນາງ​ຈຶ່ງ​ຄິດ​ພິຈາລະນາ​ວ່າ ຄຳ​ທັກທາຍ​ຂອງ​ເພິ່ນ​ນັ້ນ​ໝາຍຄວາມວ່າ​ຢ່າງ​ໃດ.

30 ແລ້ວ​ເທວະດາ​ກໍໄດ້​ກ່າວ​ແກ່​ນາງ​ວ່າ, “ມາຣີ​ເອີຍ ຢ່າ​ຢ້ານ​ເລີຍ ພຣະເຈົ້າ​ຊົງ​ໂຜດ​ເມດຕາ​ກະລຸນາ​ເຈົ້າ​ແລ້ວ.

31 ເຈົ້າ​ຈະ​ຕັ້ງທ້ອງ ແລະ​ເກີດ​ລູກຊາຍ​ຜູ້ໜຶ່ງ ແລະ​ເຈົ້າ​ຈົ່ງ​ໃສ່​ຊື່​ໃຫ້​ກຸມມານ​ນັ້ນ​ວ່າ ເຢຊູ.

32 ກຸມມານ​ນັ້ນ​ຈະ​ເປັນ​ໃຫຍ່ ແລະ​ຈະ​ເປັນ​ທີ່​ເອີ້ນ​ວ່າ ບຸດ​ຂອງ​ພຣະເຈົ້າ​ອົງ​ສູງສຸດ ອົງພຣະ​ຜູ້​ເປັນເຈົ້າ​ພຣະເຈົ້າ​ຈະ​ໃຫ້​ເພິ່ນ​ນັ່ງ​ບັນລັງ​ຂອງ​ກະສັດ​ດາວິດ ຜູ້​ເປັນ​ບັນພະບຸລຸດ​ຂອງ​ເພິ່ນ

33 ແລະ ເພິ່ນ​ຈະ​ປົກຄອງ​ເຊື້ອສາຍ​ຂອງ​ຢາໂຄບ​ຕະຫລອດໄປ ແລະ​ອານາຈັກ​ຂອງ​ເພິ່ນ​ຈະ​ບໍ່​ສິ້ນສຸດ​ເປັນ​ຈັກເທື່ອ.”

34 ຝ່າຍ​ມາຣີ​ຈຶ່ງ​ເວົ້າ​ກັບ​ເທວະດາ​ວ່າ, “ຂ້ານ້ອຍ​ຍັງ​ບໍ່​ທັນ​ໄດ້​ຮ່ວມ​ເພດ​ສຳພັນ​ກັບ​ຜູ້ຊາຍ​ຈັກເທື່ອ ເຫດການ​ນີ້​ຈະ​ເປັນ​ໄປ​ໄດ້​ຢ່າງ​ໃດ?”

35 ເທວະດາ​ໄດ້​ຕອບ​ວ່າ, “ພຣະວິນຍານ​ບໍຣິສຸດເຈົ້າ​ຈະ​ສະເດັດ​ມາ​ຢູ່​ເທິງ​ເຈົ້າ ແລະ​ຣິດເດດ​ຂອງ​ພຣະເຈົ້າ​ອົງ​ສູງສຸດ​ຈະ​ປົກຄຸມ​ເຈົ້າ​ໄວ້. ດ້ວຍເຫດນີ້ ເດັກ​ຜູ້​ບໍຣິສຸດ​ຈະ​ເປັນ​ທີ່​ເອີ້ນ​ວ່າ​ພຣະບຸດ​ຂອງ​ພຣະເຈົ້າ.

36 ເອລີຊາເບັດ​ພີ່ນ້ອງ​ຂອງ​ເຈົ້າ ນາງ​ກຳລັງ​ຈະ​ໄດ້​ລູກຊາຍ​ຜູ້ໜຶ່ງ ເຖິງ​ວ່າ​ນາງ​ເຖົ້າແກ່​ແລ້ວ​ກໍຕາມ ຄົນ​ເວົ້າ​ກັນ​ວ່າ ນາງ​ເປັນ​ໝັນ ແຕ່​ບັດນີ້​ນາງ​ຖືພາ​ໄດ້​ຫົກ​ເດືອນ​ແລ້ວ.

37 ດ້ວຍວ່າ, ບໍ່ມີ​ສິ່ງໃດ​ທີ່​ພຣະເຈົ້າ​ເຮັດ​ບໍ່ໄດ້.”

38 ມາຣີ​ເວົ້າ​ຂຶ້ນ​ວ່າ, “ຂ້ານ້ອຍ​ເປັນ​ທາດ​ຍິງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຂໍ​ໃຫ້​ເຫດການ​ນີ້​ເກີດ​ກັບ​ຂ້ານ້ອຍ​ຕາມ​ທີ່​ທ່ານ​ໄດ້​ກ່າວ​ນັ້ນ​ເທີ້ນ.” ແລ້ວ​ເທວະດາ​ຕົນ​ນັ້ນ​ກໍ​ຈາກ​ນາງ​ໄປ.


ມາຣີ​ໄປ​ຢ້ຽມຢາມ​ເອລີຊາເບັດ

39 ຈາກ​ນັ້ນ​ບໍ່​ດົນ ມາຣີ​ກໍ​ອອກ​ເດີນທາງ​ຢ່າງ​ຮີບ​ດ່ວນ ໄປ​ທີ່​ເມືອງ​ໜຶ່ງ​ທີ່​ເນີນພູ​ຂອງ​ແຂວງ​ຢູດາຍ.

40 ນາງ​ໄດ້​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ເຊກາຣີຢາ ແລະ​ທັກທາຍ​ນາງ​ເອລີຊາເບັດ.

41 ເມື່ອ​ນາງ​ເອລີຊາເບັດ​ໄດ້ຍິນ​ຄຳ​ທັກທາຍ​ຂອງ​ນາງ​ມາຣີ ລູກ​ໃນ​ທ້ອງ​ກໍ​ເໜັງຕີງ ນາງ​ເອລີຊາເບັດ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ

42 ຈຶ່ງ​ເວົ້າ​ຂຶ້ນ​ດ້ວຍ​ສຽງດັງ​ວ່າ, “ເຈົ້າ​ເປັນ​ຍິງ​ທີ່​ໄດ້​ຮັບ​ພຣະພອນ​ຫລາຍ​ທີ່ສຸດ​ກວ່າ​ຍິງ​ທຸກຄົນ ຕະຫລອດ​ທັງ​ລູກ​ທີ່​ຈະ​ເກີດ​ມາ​ນັ້ນ​ດ້ວຍ

43 ເປັນຫຍັງ​ເຫດການ​ອັນ​ຍິ່ງໃຫຍ່​ນີ້​ຈຶ່ງ​ເກີດຂຶ້ນ​ກັບ​ຂ້ານ້ອຍ​ນໍ ຄື​ແມ່​ຂອງ​ພຣະອົງເຈົ້າ​ຂອງ​ຂ້ານ້ອຍ ມາ​ຢ້ຽມຢາມ​ຂ້ານ້ອຍ?

44 ດ້ວຍວ່າ, ພໍ​ຂ້ານ້ອຍ​ໄດ້ຍິນ​ສຽງ​ຂອງ​ນາງ​ຖາມ​ສະບາຍ​ດີ ລູກ​ຢູ່​ໃນ​ທ້ອງ​ຂອງ​ຂ້ານ້ອຍ​ໄດ້​ດິ້ນ​ດ້ວຍ​ຄວາມ​ຍິນດີ.

45 ຄວາມສຸກ​ມີ​ແກ່​ນາງ​ທີ່​ໄດ້​ເຊື່ອ​ວ່າ ຈະ​ສຳເລັດ​ຕາມ​ພຣະທຳ​ທີ່​ນາງ​ໄດ້​ຮັບ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ.”


ມາຣີ​ຮ້ອງເພງ​ສັນລະເສີນ​ພຣະເຈົ້າ

46 ດັ່ງນັ້ນ ມາຣີ​ຈຶ່ງ​ຮ້ອງເພງ​ສັນລະເສີນ​ວ່າ, “ຈິດໃຈ​ຂອງ​ຂ້ານ້ອຍ​ເອີຍ ຈົ່ງ​ສັນລະເສີນ​ອົງພຣະ​ຜູ້​ເປັນເຈົ້າ

47 ແລະ ຈິດ​ວິນຍານ​ຂອງ​ຂ້ານ້ອຍ ໄດ້​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າ ຜູ້​ຊົງ​ໂຜດ​ໃຫ້​ຂ້ານ້ອຍ​ໄດ້​ພົ້ນ

48 ເພາະ​ພຣະອົງ​ໄດ້​ແນມ​ເບິ່ງ​ ຂ້ອຍໃຊ້​ຍິງ​ຂອງ​ພຣະອົງ​ຜູ້​ຕໍ່າຕ້ອຍ ຕັ້ງແຕ່​ນີ້​ໄປ​ຄົນ​ທຸກສະໄໝ ຈະ​ເອີ້ນ​ຂ້ານ້ອຍ​ວ່າ ທໍ່​ແຫ່ງ​ພຣະພອນ

49 ເພາະວ່າ​ພຣະເຈົ້າ​ອົງ​ຊົງ​ຣິດເດດ​ຍິ່ງໃຫຍ່ ໄດ້​ກະທຳ​ການ​ອັນ​ໃຫຍ່​ແກ່​ຂ້ານ້ອຍ ພຣະນາມ​ຂອງ​ພຣະອົງ​ບໍຣິສຸດ,

50 ພຣະ​ກະລຸນາ​ຂອງ​ພຣະອົງ ກໍ​ມີ​ແກ່​ບັນດາ​ຜູ້​ທີ່​ຢຳເກງ​ພຣະອົງ ທັງ​ຊົ່ວ​ອາຍຸ​ນີ້ ແລະ​ຊົ່ວ​ອາຍຸ​ໜ້າ​ສືບໆໄປ.

51 ເມື່ອ​ພຣະຫັດ​ອັນ​ຊົງ​ຣິດ ຂອງ​ພຣະອົງ​ຢຽດ​ອອກ ຄົນ​ຈອງຫອງ ແລະ​ແຜນການ​ ຂອງ​ພວກເຂົາ​ກໍ​ແຕກຊະ.

52 ພຣະອົງ​ຊົງ​ປົດ​ຜູ້ປົກຄອງ​ຜູ້​ມີ​ອຳນາດ ລົງ​ຈາກ​ບ່ອນ​ນັ່ງ ແລະ​ໄດ້​ຊົງ​ຍົກ​ຜູ້​ຕໍ່າຕ້ອຍ​ຂຶ້ນ.

53 ພຣະອົງ​ໃຫ້​ຄົນ​ອຶດຢາກ​ເຕັມ​ໄປ​ດ້ວຍ​ຂອງ​ດີ ແລະ​ໃຫ້​ຄົນ​ຮັ່ງມີ​ໜີໄປ​ມື​ເປົ່າ.

54 ພຣະອົງ​ຊົງ​ຊ່ວຍ​ອິດສະຣາເອນ ຜູ້ຮັບໃຊ້​ຂອງ​ພຣະອົງ ຄື​ພຣະອົງ​ຊົງ​ຈື່ຈຳ​ພຣະ​ເມດຕາ​ ຂອງ​ພຣະອົງ.

55 ທີ່​ມີ​ຕໍ່​ອັບຣາຮາມ ແລະ​ຕໍ່​ເຊື້ອສາຍ​ ຂອງ​ເພິ່ນ​ເປັນນິດ ຕາມ​ທີ່​ພຣະອົງ​ໄດ້​ຊົງ​ບອກ​ໄວ້​ ກັບ​ບັນພະບຸລຸດ​ຂອງ​ພວກເຮົາ.”

56 ແລ້ວ​ມາຣີ​ໄດ້​ພັກ​ຢູ່​ນຳ​ເອລີຊາເບັດ​ປະມານ​ສາມ​ເດືອນ ແລ້ວ​ນາງ​ກໍ​ກັບຄືນ​ເມືອ​ເຮືອນ​ຂອງຕົນ.


ການ​ເກີດ​ຂອງ​ໂຢຮັນ​ບັບຕິສະໂຕ

57 ບັດນີ້​ກໍ​ເຖິງ​ເວລາ​ແລ້ວ ທີ່​ນາງ​ເອລີຊາເບັດ​ຈະ​ໄດ້​ລູກ ແລະ​ນາງ​ກໍ​ເກີດ​ລູກຊາຍ​ຄົນ​ໜຶ່ງ.

58 ເມື່ອ​ເພື່ອນບ້ານ​ໃກ້ຄຽງ​ກັບ​ຍາດຕິພີ່ນ້ອງ​ຂອງ​ນາງ​ໄດ້ຍິນ​ວ່າ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ໃຫ້​ຄວາມ​ເມດຕາປານີ​ແກ່​ນາງ​ຢ່າງ​ຫລວງຫລາຍ ພວກເຂົາ​ຕ່າງ​ກໍ​ຊົມຊື່ນ​ຍິນດີ​ນຳ​ນາງ.

59 ເມື່ອ​ເດັກນ້ອຍ​ຄົບ​ແປດ​ວັນ​ແລ້ວ ພວກເພິ່ນ​ກໍ​ເຮັດ​ພິທີຕັດ​ໃຫ້​ ແລະ​ຕັ້ງ​ຊື່​ໃຫ້​ວ່າ, ເຊກາຣີຢາ ຕາມ​ຊື່​ຂອງ​ພໍ່.

60 ແຕ່​ແມ່​ເວົ້າ​ວ່າ, “ບໍ່ແມ່ນ ລາວ​ຈະ​ຕ້ອງ​ມີ​ຊື່​ວ່າ ໂຢຮັນ.”

61 ພວກເຂົາ​ຈຶ່ງ​ເວົ້າ​ແກ່​ນາງ​ວ່າ, “ແຕ່​ເຈົ້າ​ບໍ່ມີ​ຍາດຕິພີ່ນ້ອງ​ຈັກ​ຄົນ​ທີ່​ໃສ່​ຊື່​ນັ້ນ.”

62 ແລ້ວ​ພວກເຂົາ​ກໍ​ໃຊ້​ພາສາ​ໃບ້​ຖາມ​ພໍ່​ຂອງ​ເດັກ​ວ່າ ເພິ່ນ​ຕ້ອງການ​ໃສ່​ຊື່​ຫຍັງ​ໃຫ້​ລູກຊາຍ.

63 ເຊກາຣີຢາ​ຂໍ​ໃຫ້​ເຂົາ​ເອົາ​ກະດານ​ມາ ແລ້ວ​ເພິ່ນ​ຂຽນ​ວ່າ, “ຊື່​ຂອງ​ລາວ​ແມ່ນ​ໂຢຮັນ.” ແລ້ວ​ທຸກຄົນ​ຕ່າງ​ກໍ​ປະຫລາດ​ໃຈ

64 ເວລາ​ດຽວກັນ​ນັ້ນ ເຊກາຣີຢາ​ກໍ​ປາກ​ໄດ້​ອີກ ເພິ່ນ​ຈຶ່ງ​ອອກ​ປາກ​ສັນລະເສີນ​ພຣະເຈົ້າ.

65 ພວກ​ເພື່ອນບ້ານ​ໃກ້ຄຽງ​ຕ່າງ​ກໍ​ເກີດ​ຄວາມ​ຢ້ານ ແລະ​ຂ່າວ​ກ່ຽວກັບ​ເຫດການ​ເຫຼົ່ານີ້ ກໍ​ຊ່າລື​ໄປ​ທົ່ວ​ເຂດ​ເນີນພູ​ຂອງ​ແຂວງ​ຢູດາຍ.

66 ເມື່ອ​ທຸກຄົນ​ໄດ້ຍິນ​ຂ່າວ​ເຫຼົ່ານັ້ນ ຕ່າງ​ກໍ​ພິຈາລະນາ​ໃນ​ໃຈ ແລະ​ຖາມ​ກັນ​ວ່າ, “ເດັກ​ນີ້​ຈະ​ເປັນ​ຢ່າງ​ໃດ​ນໍ? ເພາະ​ເປັນ​ການ​ຈະແຈ້ງ​ແລ້ວ​ວ່າ ຣິດເດດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຊົງ​ສະຖິດ​ຢູ່​ນຳ​ເດັກ​ຄົນ​ນີ້.”


ເຊກາຣີຢາ​ກ່າວ​ຄຳທຳນວາຍ

67 ຝ່າຍ​ເຊກາຣີຢາ​ພໍ່​ຂອງ​ໂຢຮັນ ກໍ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ຈຶ່ງ​ໄດ້​ທຳນວາຍ​ວ່າ,

68 “ຈົ່ງ​ສັນລະເສີນ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ອິດສະຣາເອນ ດ້ວຍວ່າ, ພຣະອົງ​ໄດ້​ຊົງ​ຢ້ຽມຢາມ ແລະ ໄດ້​ຊົງ​ໄຖ່​ເອົາ​ພົນລະເມືອງ​ ຂອງ​ພຣະອົງ

69 ແລະ ໄດ້​ໃຫ້​ຜູ້​ຊົງ​ຣິດ​ຜູ້ໜຶ່ງ​ເກີດຂຶ້ນ ໃນ​ເຊື້ອວົງ​ຂອງ​ດາວິດ​ຜູ້ຮັບໃຊ້​ ຂອງ​ພຣະອົງ ເພື່ອ​ເປັນ​ຜູ້​ຊົງ​ໂຜດ​ໃຫ້​ພົ້ນ​ຂອງ​ພວກເຮົາ,

70 ຕາມ​ທີ່​ພຣະອົງ​ໄດ້​ຊົງ​ກ່າວ​ໄວ້​ ຕັ້ງແຕ່​ສະໄໝ​ບູຮານ ໂດຍ​ປາກ​ຜູ້ທຳນວາຍ​ບໍຣິສຸດ​ຂອງ​ພຣະອົງ.

71 ຄື​ຊົງ​ໂຜດ​ໃຫ້​ພົ້ນ​ຈາກ​ສັດຕູ​ທັງຫລາຍ​ ຂອງ​ພວກເຮົາ ແລະ ພົ້ນ​ຈາກ​ມື​ຄົນ​ທັງປວງ​ ທີ່​ກຽດຊັງ​ເຮົາ

72 ດັ່ງນັ້ນ ຈຶ່ງ​ຊົງ​ສຳແດງ​ພຣະ​ກະລຸນາ ຊຶ່ງ​ຊົງ​ສັນຍາ​ແກ່​ບັນພະບຸລຸດ​ ຂອງ​ພວກເຮົາ ແລະ​ຊົງ​ລະນຶກເຖິງ​ພັນທະສັນຍາ​ ອັນ​ບໍຣິສຸດ​ຂອງ​ພຣະອົງ

73 ຄື​ຄຳ​ສາບານ ຊຶ່ງ​ພຣະອົງ​ໄດ້​ຊົງ​ສາບານ​ໄວ້ ກັບ​ອັບຣາຮາມ​ບັນພະບຸລຸດ​ຂອງເຮົາ​ວ່າ,

74 ເມື່ອ​ເຮົາ​ໄດ້​ພົ້ນ​ຈາກ​ມື​ສັດຕູ​ທັງຫລາຍ​ຂອງເຮົາ​ແລ້ວ ຈະ​ຊົງ​ໂຜດ​ໃຫ້​ເຮົາ​ໄດ້​ບົວລະບັດ​ ພຣະອົງ ໂດຍ​ປາສະຈາກ​ຄວາມ​ຢ້ານ,

75 ດ້ວຍ​ໃຈ​ສັດຊື່ ແລະ​ດ້ວຍ​ຄວາມ ຊອບທຳ​ຕໍ່​ພຣະພັກ​ພຣະອົງ​ ຕະຫລອດ​ຊີວິດ​ຂອງ​ພວກເຮົາ.

76 ຝ່າຍ​ເຈົ້າ​ລູກ​ນ້ອຍ​ເອີຍ, ເຂົາ​ຈະ​ເອີ້ນ​ເຈົ້າ​ວ່າ, ຜູ້ທຳນວາຍ​ຂອງ​ຜູ້​ສູງສຸດ. ເພາະວ່າ​ເຈົ້າ​ຈະ​ໄປ​ກ່ອນ​ໜ້າ​ອົງ​ພຣະ​ຜູ້​ ເປັນ​ເຈົ້າ ແລະ​ຈັດແຈງ​ບັນດາ​ທາງ​ ຂອງ​ພຣະອົງ

77 ເພື່ອ​ຈະ​ໃຫ້​ພົນລະເມືອງ​ຂອງ​ພຣະອົງ​ ຮູ້​ເຖິງ​ຄວາມ​ພົ້ນ ໂດຍ​ການ​ຊົງ​ໂຜດ​ຍົກ​ບາບກຳ​ ຂອງ​ພວກເຂົາ

78 ດ້ວຍ​ໃຈ​ເມດຕາ​ກະລຸນາ ແຫ່ງ​ພຣະເຈົ້າ​ຂອງ​ພວກເຮົາ ແສງ​ສະຫວ່າງ​ໃນ​ຍາມ​ຮຸ່ງ​ເຊົ້າ​ຈາກ​ທີ່​ສູງ ໄດ້​ມາ​ຢ້ຽມຢາມ​ພວກເຮົາ,

79 ເພື່ອ​ຈະ​ສ່ອງ​ສະຫວ່າງ​ແກ່​ຄົນ​ທັງຫລາຍ​ ທີ່​ຢູ່​ໃນ​ບ່ອນ​ມືດ ແລະ​ຢູ່​ໃນ​ເງົາ​ ຂອງ​ຄວາມ​ຕາຍ ເພື່ອ​ຈະ​ນຳພາ​ຕີນ​ຂອງເຮົາ​ໄປ​ ໃນ​ທາງ​ສະຫງົບສຸກ.”

80 ຝ່າຍ​ລູກ​ນ້ອຍ​ນັ້ນ​ກໍ​ໃຫຍ່​ຂຶ້ນ ແລະ​ຈິດ​ວິນຍານ​ກໍ​ມີ​ກຳລັງ​ທະວີ​ຂຶ້ນ ເພິ່ນ​ໄດ້​ອາໄສ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ຈົນເຖິງ​ວັນ​ທີ່​ຈະ​ໄດ້​ມາ​ປາກົດ​ແກ່​ພວກ​ອິດສະຣາເອນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan