ລະບຽບ^ພວກເລວີ 7 - ພຣະຄຳພີສັກສິເຄື່ອງຖວາຍເພື່ອການຊົດໃຊ້ແທນຄືນ 1 ຕໍ່ໄປນີ້ ແມ່ນລະບຽບການສຳລັບຖວາຍເພື່ອຊົດໃຊ້ແທນຄືນ ຊຶ່ງເປັນການຖວາຍອັນສັກສິດທີ່ສຸດ. 2 ສັດທີ່ຈະຖວາຍນີ້ຕ້ອງໃຫ້ຂ້າປາດຄໍທາງດ້ານເໜືອຂອງແທ່ນບູຊາ ບ່ອນຂ້າສັດເພື່ອຖວາຍບູຊາດ້ວຍໄຟ ແລະໃຫ້ຖອກເລືອດສັດໃສ່ທັງສີ່ດ້ານຂອງແທ່ນ. 3 ໃຫ້ເອົາໄຂມັນທັງໝົດອອກແລະຖວາຍເທິງແທ່ນບູຊາຄື: ໄຂມັນໃນຫາງ, ໄຂມັນທີ່ຕິດກັບເຄື່ອງໃນໄສ້ພຸງ, 4 ໝາກໄຂ່ຫລັງທັງສອງອັນກັບໄຂມັນທີ່ຢູ່ເທິງນັ້ນ ແລະໜັງບາງໆຫຸ້ມຫໍ່ຕັບ. 5 ປະໂຣຫິດຈະຕ້ອງເຜົາໄຂມັນທັງໝົດນັ້ນເທິງແທ່ນບູຊາ ເປັນພິທີຖວາຍບູຊາອາຫານດ້ວຍໄຟແກ່ພຣະເຈົ້າຢາເວ. ອັນນີ້ແມ່ນເຄື່ອງຖວາຍຊົດໃຊ້ແທນຄືນ. 6 ຜູ້ຊາຍທຸກໆຄົນໃນຄອບຄົວປະໂຣຫິດກິນຊີ້ນສັດທີ່ຖວາຍແລ້ວນັ້ນໄດ້, ແຕ່ຕ້ອງກິນໃນບ່ອນສັກສິດ ເພາະເປັນເຄື່ອງບໍຣິສຸດທີ່ສຸດ. 7 ລະບຽບການຂໍ້ໜຶ່ງທີ່ໃຊ້ປະຕິບັດກັບການຖວາຍເພື່ອລຶບລ້າງບາບ ແລະເພື່ອຊົດໃຊ້ແທນຄືນຄື: ຊີ້ນສັດນັ້ນເປັນຂອງປະໂຣຫິດຜູ້ເຮັດພິທີ. 8 ໜັງສັດທີ່ໄດ້ຖວາຍເປັນເຄື່ອງເຜົາບູຊາແລ້ວ ໃຫ້ເປັນຂອງປະໂຣຫິດຜູ້ເຮັດພິທີ. 9 ການຖວາຍພືດຜົນເປັນເມັດທຸກຄັ້ງ ທີ່ໄດ້ບົດເປັນແປ້ງແລະອົບໃນເຕົາ ຫລືຈືນໃສ່ໝໍ້ຂາງ ຫລືປີ້ງເທິງເຫລັກປີ້ງ ຕ້ອງເປັນຂອງປະໂຣຫິດຜູ້ເຮັດພິທີຖວາຍ. 10 ແຕ່ຖ້າພືດຜົນເປັນເມັດຍັງດິບຢູ່ແລະບໍ່ທັນໄດ້ຂົ້ວ ເຖິງແມ່ນວ່າຈະປົນກັບນໍ້າມັນຫລືແຫ້ງແລ້ວກໍຕາມ ໃຫ້ເປັນຂອງປະໂຣຫິດຜູ້ສືບເຊື້ອສາຍມາຈາກຄອບຄົວອາໂຣນ ໂດຍໃຫ້ແບ່ງປັນເປັນສ່ວນເທົ່າກັນ. ເຄື່ອງຖວາຍເພື່ອຄວາມສາມັກຄີທຳ 11 ຕໍ່ໄປນີ້ ແມ່ນລະບຽບການຕ່າງໆ ສຳລັບເຄື່ອງຖວາຍເພື່ອຄວາມສາມັກຄີທຳແກ່ພຣະເຈົ້າຢາເວ. 12 ຖ້າຊາຍຄົນໜຶ່ງຖວາຍເພື່ອໂມທະນາຂອບພຣະຄຸນພຣະເຈົ້າ ລາວຈະຕ້ອງນຳເຄື່ອງຖວາຍນັ້ນມາພ້ອມກັບສັດທີ່ຈະຂ້າບູຊາເຊັ່ນ: ເຂົ້າຈີ່ບໍ່ມີເຊື້ອແປ້ງ ອາດເປັນກ້ອນເຮັດຈາກແປ້ງເຂົ້າທີ່ປົນກັບນໍ້າມັນໝາກກອກເທດ ຫລືເຂົ້າໜົມແຜ່ນບາງໆທີ່ທາດ້ວຍນໍ້າມັນໝາກກອກເທດ ຫລືເຂົ້າໜົມເປັນແຜ່ນເຮັດດ້ວຍແປ້ງເຂົ້າປົນກັບນໍ້າມັນໝາກກອກເທດ. 13 ນອກຈາກນີ້ ລາວຈະຕ້ອງນຳເຂົ້າຈີ່ບໍ່ມີເຊື້ອແປ້ງມາຖວາຍຕື່ມອີກ. 14 ລາວຈະຕ້ອງເອົາເຂົ້າຈີ່ສ່ວນໜຶ່ງຂອງແຕ່ລະຊະນິດ ຖວາຍແກ່ພຣະເຈົ້າຢາເວ; ສ່ວນນີ້ຈະເປັນຂອງປະໂຣຫິດຜູ້ເອົາເລືອດສັດໄປຊິດໃສ່ແທ່ນບູຊາ. 15 ຊີ້ນສັດຕ້ອງກິນໃນມື້ທີ່ຖວາຍບູຊາເທົ່ານັ້ນ; ຢ່າໃຫ້ມີຊີ້ນສັດສ່ວນໃດສ່ວນໜຶ່ງ ເຫຼືອໄວ້ຈົນເຖິງຕອນເຊົ້າຂອງມື້ໃໝ່. 16 ຖ້າຊາຍຄົນໜຶ່ງນຳເຄື່ອງມາຖວາຍບູຊາເພື່ອຄວາມສາມັກຄີທຳ ຕາມການແກ້ບະບົນຫລືໃຈສະໝັກກໍດີ ໃຫ້ລາວກິນເຄື່ອງຖວາຍບູຊາໃນມື້ຈັດພິທີນັ້ນ; ສ່ວນທີ່ເຫຼືອໃຫ້ລາວເອົາໄວ້ກິນໃນມື້ຕໍ່ໄປກໍໄດ້. 17 ຊີ້ນທຸກຊະນິດທີ່ປະໂຣຫິດປະໄວ້ຈົນເຖິງສາມມື້ໃຫ້ເຜົາໄຟຖິ້ມໝົດ. 18 ຖ້າຜູ້ໃດຍັງເອົາຊີ້ນທີ່ເຫຼືອຢູ່ນັ້ນມາກິນໃນມື້ທີສາມ ພຣະເຈົ້າກໍຈະບໍ່ຮັບການຖວາຍຂອງຊາຍຄົນນັ້ນ. ການຖວາຍນີ້ຈະຖືວ່າບໍ່ຖືກຍອມຮັບ ແຕ່ຈະຖືວ່າເປັນມົນທິນ ແລະຜູ້ໃດກໍຕາມທີ່ກິນຈະໄດ້ຮັບຜົນກຳ. 19 ຖ້າຊີ້ນສັດສ່ວນໃດໄປຖືກຂອງທີ່ເປັນມົນທິນ ຢ່າໄດ້ກິນຊີ້ນສ່ວນນັ້ນ ແຕ່ໃຫ້ເຜົາໄຟຖິ້ມເສຍ. ສຳລັບຊີ້ນສ່ວນອື່ນ ຄົນໃດທີ່ບໍ່ເປັນມົນທິນຕາມກົດບັນຍັດກິນຊີ້ນນັ້ນໄດ້ 20 ແຕ່ຖ້າຄົນໃດທີ່ເປັນມົນທິນກິນຊີ້ນນັ້ນ ລາວຈະບໍ່ໄດ້ມີຊື່ວ່າເປັນປະຊາຊົນຂອງພຣະເຈົ້າຢາເວອີກຕໍ່ໄປ. 21 ເຊັ່ນດຽວກັນ ຖ້າຜູ້ໃດກິນຊີ້ນທີ່ຖວາຍນີ້ ຫລັງຈາກຕົນໄດ້ແຕະຕ້ອງສິ່ງທີ່ເປັນມົນທິນຕາມກົດບັນຍັດແລ້ວ ບໍ່ວ່າຈາກຄົນຫລືຈາກສັດກໍຕາມ ຜູ້ນັ້ນຈະບໍ່ໄດ້ມີຊື່ວ່າເປັນປະຊາຊົນຂອງພຣະເຈົ້າຢາເວອີກຕໍ່ໄປ. 22 ພຣະເຈົ້າຢາເວໄດ້ອອກລະບຽບການດັ່ງຕໍ່ໄປນີ້ມອບໃຫ້ໂມເຊ 23 ເພື່ອໃຫ້ປະຊາຊົນອິດສະຣາເອນປະຕິບັດຕາມຄື: ຢ່າກິນໄຂມັນຂອງງົວ ແກະຫລືແບ້. 24 ຢ່າກິນໄຂມັນສັດທີ່ຕາຍເອງ ຫລືທີ່ຖືກສັດປ່າກັດຕາຍ ແຕ່ຈະເອົາໄປເຮັດຢ່າງອື່ນກໍໄດ້. 25 ຖ້າຜູ້ໃດກິນໄຂມັນສັດ ທີ່ໄດ້ຖວາຍດ້ວຍໄຟເປັນອາຫານແກ່ພຣະເຈົ້າຢາເວຕາມພິທີແລ້ວ ຜູ້ນັ້ນຈະບໍ່ໄດ້ມີຊື່ວ່າເປັນປະຊາຊົນຂອງພຣະອົງອີກຕໍ່ໄປ. 26 ຊາວອິດສະຣາເອນບໍ່ວ່າພວກເຂົາຈະຢູ່ບ່ອນໃດກໍຕາມ ຢ່າເອົາເລືອດນົກຫລືເລືອດສັດ ມາກິນເປັນອາຫານ. 27 ຜູ້ໃດທີ່ຝ່າຝືນລະບຽບການນີ້ ຜູ້ນັ້ນຈະບໍ່ໄດ້ມີຊື່ວ່າເປັນປະຊາຊົນຂອງພຣະອົງອີກຕໍ່ໄປ. 28 ພຣະເຈົ້າຢາເວໄດ້ອອກລະບຽບການຕໍ່ໄປນີ້ 29 ມອບໃຫ້ໂມເຊບອກປະຊາຊົນອິດສະຣາເອນປະຕິບັດຕາມ ດັ່ງນີ້: ຖ້າຜູ້ໃດນຳເຄື່ອງມາຖວາຍເພື່ອຄວາມສາມັກຄີທຳແກ່ພຣະເຈົ້າຢາເວ ຜູ້ນັ້ນຕ້ອງນຳເຄື່ອງຖວາຍມາເປັນຂອງຖວາຍແກ່ພຣະເຈົ້າຢາເວ. 30 ຈົ່ງໃຫ້ລາວຖືມາໂດຍຕົນເອງຕາມພິທີຖວາຍບູຊາອາຫານດ້ວຍໄຟແກ່ພຣະເຈົ້າຢາເວ. ລາວຈະຕ້ອງເອົາໄຂມັນສັດພ້ອມທັງຊີ້ນໜ້າເອິກ ມາຖວາຍເປັນຂອງຖວາຍແກວ່ງໄປແກວ່ງມາຕໍ່ໜ້າພຣະເຈົ້າຢາເວ. 31 ປະໂຣຫິດຈະເປັນຜູ້ເຜົາໄຂມັນນັ້ນເທິງແທ່ນບູຊາ ແຕ່ຊີ້ນໜ້າເອິກນັ້ນຈະຕ້ອງເປັນຂອງອາໂຣນແລະພວກລູກຊາຍຂອງລາວ. 32 ຂາຂວາດ້ານຫລັງສັດຈະຕ້ອງມອບເປັນຂອງບຳລຸງແກ່ປະໂຣຫິດ 33 ສຳລັບປະໂຣຫິດຜູ້ຖວາຍເລືອດກັບໄຂມັນຕາມພິທີຖວາຍເພື່ອຄວາມສາມັກຄີທຳ, ຜູ້ນັ້ນຕ້ອງໄດ້ຮັບຊີ້ນຂາຂວາດ້ານຫລັງຂອງສັດນັ້ນ. 34 ຊີ້ນໜ້າເອິກແລະຊີ້ນຂາຂວາດ້ານຫລັງຂອງສັດ ທີ່ປະຊາຊົນອິດສະຣາເອນນຳມາຖວາຍເປັນຂອງມອບໃຫ້ອາໂຣນແລະພວກລູກຊາຍຂອງລາວ. 35 ອັນນີ້ເປັນສ່ວນອາຫານທີ່ຖວາຍແກ່ພຣະເຈົ້າຢາເວ ຊຶ່ງໄດ້ມອບໃຫ້ອາໂຣນແລະພວກລູກຊາຍຂອງຕົນ ໃນມື້ທີ່ສະຖາປະນາພວກເຂົາເປັນປະໂຣຫິດຮັບໃຊ້ຕໍ່ໜ້າພຣະເຈົ້າຢາເວ. 36 ໃນມື້ນັ້ນ ພຣະເຈົ້າຢາເວໄດ້ສັ່ງປະຊາຊົນອິດສະຣາເອນ ເອົາເຄື່ອງຖວາຍສ່ວນນັ້ນໃຫ້ແກ່ພວກປະໂຣຫິດ. ອັນນີ້ແມ່ນລະບຽບການ ທີ່ປະຊາຊົນອິດສະຣາເອນຕ້ອງເຊື່ອຟັງທຸກຍຸກທຸກສະໄໝສືບໄປ. 37 ສະນັ້ນ ທັງໝົດນີ້ຈຶ່ງແມ່ນລະບຽບການສຳລັບເຜົາເຄື່ອງຖວາຍບູຊາ, ຖວາຍພືດຜົນເປັນເມັດ, ຖວາຍເພື່ອລຶບລ້າງບາບ, ຖວາຍເພື່ອຊົດໃຊ້ແທນຄືນ, ຖວາຍສຳລັບການສະຖາປະນາ ແລະຖວາຍເພື່ອຄວາມສາມັກຄີທຳ. 38 ພຣະເຈົ້າຢາເວໄດ້ມອບຂໍ້ຄຳສັ່ງເຫຼົ່ານີ້ໃຫ້ແກ່ໂມເຊ ທີ່ເທິງພູເຂົາຊີນາຍ ໃນມື້ທີ່ເພິ່ນໄດ້ບອກປະຊາຊົນອິດສະຣາເອນ ໃຫ້ນຳເຄື່ອງມາຖວາຍບູຊາແກ່ພຣະເຈົ້າຢາເວຢູ່ໃນຖິ່ນແຫ້ງແລ້ງກັນດານຂອງຊີນາຍ. |
@ 2012 United Bible Societies. All Rights Reserved.