ລະບຽບ^ພວກເລວີ 5 - ພຣະຄຳພີສັກສິຄະດີທີ່ຮຽກຮ້ອງການຖວາຍລຶບລ້າງບາບ. 1 ການຖວາຍລຶບລ້າງບາບທີ່ຮຽກຮ້ອງເອົາເຄື່ອງບູຊານັ້ນ ແມ່ນຕາມກໍລະນີດັ່ງຕໍ່ໄປນີ້: ຖ້າຜູ້ໜຶ່ງຖືກສານເອີ້ນໄປໃຫ້ການ ແລະບໍ່ຍອມບອກເລື່ອງທີ່ຕົນໄດ້ຮູ້ ໄດ້ເຫັນ ແລະໄດ້ຍິນ, ລາວຕ້ອງໄດ້ຮັບໂທດໃນຖານຜູ້ກະທຳຜິດ. 2 ຖ້າຜູ້ໜຶ່ງແຕະຕ້ອງສິ່ງທີ່ເປັນມົນທິນຕາມກົດບັນຍັດໂດຍບໍ່ຕັ້ງໃຈ ເຊັ່ນຊາກສັດຕາຍ; ລາວກໍເປັນມົນທິນແລະມີຄວາມຜິດ. 3 ຖ້າຜູ້ໜຶ່ງແຕະຕ້ອງສິ່ງທີ່ເປັນມົນທິນຈາກມະນຸດໂດຍບໍ່ຕັ້ງໃຈ ບໍ່ວ່າໃນກໍລະນີໃດໆກໍຕາມ; ລາວກໍມີຄວາມຜິດ ເມື່ອສຳນຶກໄດ້ໃນສິ່ງທີ່ຕົນໄດ້ກະທຳໄປນັ້ນ. 4 ຖ້າຜູ້ໜຶ່ງເຜີຕົວກ່າວສາບານ ບໍ່ວ່າຈະເປັນເລື່ອງຫຍັງກໍຕາມ; ລາວກໍມີຄວາມຜິດ ເມື່ອສຳນຶກໄດ້ໃນສິ່ງທີ່ຕົນໄດ້ກະທຳໄປນັ້ນ. 5 ເມື່ອບຸກຄົນໜຶ່ງກະທຳຜິດ ລາວຕ້ອງສາລະພາບບາບຂອງຕົນ 6 ແລະເພື່ອເປັນການໄຖ່ໂທດສຳລັບບາບນັ້ນ ລາວຕ້ອງນຳແກະແມ່ຫລືແບ້ແມ່ໂຕໜຶ່ງ ມາຖວາຍແກ່ພຣະເຈົ້າຢາເວ. ປະໂຣຫິດຈະເປັນຜູ້ຖວາຍບູຊາເພື່ອລຶບລ້າງບາບຂອງລາວ. 7 ຖ້າຊາຍຄົນໜຶ່ງບໍ່ສາມາດຖວາຍແກະຫລືແບ້ໂຕໜຶ່ງໄດ້ ຕ້ອງໃຫ້ລາວນຳນົກກາງແກຫລືນົກເຂົາສອງໂຕ ມາຖວາຍແກ່ພຣະເຈົ້າຢາເວ ເປັນຄ່າຊົດໃຊ້ບາບຂອງຕົນຄື: ໂຕໜຶ່ງຖວາຍເພື່ອລຶບລ້າງບາບ ແລະອີກໂຕໜຶ່ງເພື່ອເຜົາຖວາຍບູຊາດ້ວຍໄຟ. 8 ລາວຈະຕ້ອງນຳນົກເຫຼົ່ານັ້ນມາໃຫ້ປະໂຣຫິດ ຜູ້ທີ່ຈະເຮັດພິທີລຶບລ້າງບາບກ່ອນ. ລາວຈະຫັກຄໍນົກບໍ່ໃຫ້ຂາດຈາກໂຕ, 9 ແລະຊິດເລືອດບາງສ່ວນໃສ່ຂ້າງແທ່ນບູຊາ. ສ່ວນເລືອດທີ່ເຫຼືອນັ້ນ ບີບໃຫ້ມັນໄຫລໃສ່ຕີນແທ່ນ. ອັນນີ້ ແມ່ນພິທີຖວາຍລຶບລ້າງບາບ. 10 ແລ້ວລາວກໍຈະເຜົານົກໂຕທີສອງຖວາຍບູຊາຕາມລະບຽບການ. ໃນທຳນອງນີ້ ປະໂຣຫິດຈະຖວາຍລຶບລ້າງບາບຂອງຜູ້ນັ້ນ ແລະລາວກໍຈະຫລຸດພົ້ນຈາກບາບນັ້ນ. 11 ຖ້າຊາຍຄົນໜຶ່ງບໍ່ສາມາດຖວາຍນົກກາງແກຫລືນົກເຂົາສອງໂຕໄດ້ ຕ້ອງໃຫ້ລາວນຳແປ້ງໜຶ່ງກິໂລກຼາມ ມາຖວາຍເປັນການລຶບລ້າງບາບ. ລາວບໍ່ຕ້ອງເອົານໍ້າມັນໝາກກອກເທດ ຫລືເຄື່ອງຫອມໃສ່ໃນແປ້ງນັ້ນ ເພາະວ່າແມ່ນການຖວາຍລຶບລ້າງບາບ ແລະບໍ່ແມ່ນການຖວາຍພືດຜົນເປັນເມັດ. 12 ລາວຕ້ອງນຳແປ້ງເຂົ້າມາໃຫ້ປະໂຣຫິດ ຜູ້ທີ່ຈະກຳເອົາແປ້ງເຕັມກຳ ອັນເປັນເຄື່ອງໝາຍສະແດງວ່າໄດ້ຖວາຍດ້ວຍໄຟແກ່ພຣະເຈົ້າຢາເວແລ້ວ ແລະປະໂຣຫິດກໍຈະເຜົາແປ້ງກຳນັ້ນ ເທິງແທ່ນບູຊາເປັນພິທີຖວາຍອາຫານ. 13 ໃນທຳນອງນີ້ ປະໂຣຫິດຈະຖວາຍລຶບລ້າງບາບຂອງຜູ້ນັ້ນ ແລະລາວກໍຈະຫລຸດພົ້ນຈາກບາບນັ້ນ. ສ່ວນແປ້ງເຂົ້າທີ່ເຫຼືອຈະເປັນຂອງປະໂຣຫິດ ເໝືອນກັນກັບກໍລະນີຖວາຍພືດຜົນເປັນເມັດ. ເຄື່ອງຖວາຍເພື່ອການຊົດໃຊ້ແທນຄືນ 14 ພຣະເຈົ້າຢາເວໄດ້ອອກລະບຽບການດັ່ງຕໍ່ໄປນີ້ໃຫ້ໂມເຊ. 15 ຖ້າຜູ້ໃດຜູ້ໜຶ່ງເຮັດບາບ ຍ້ອນລືມຊຳລະສິ່ງບໍຣິສຸດໃຫ້ແກ່ພຣະເຈົ້າຢາເວ ໂດຍບໍ່ຕັ້ງໃຈ ເພື່ອເປັນການຊົດໃຊ້ແທນຄືນຫລັງໃຫ້ພຣະອົງ ລາວຕ້ອງນຳແກະຫລືແບ້ເຖິກໂຕໜຶ່ງ ທີ່ມີສຸຂະພາບດີແລະບໍ່ມີຕຳໜິມາຖວາຍແກ່ພຣະເຈົ້າຢາເວ. ສ່ວນລາຄາສັດນັ້ນ ໃຫ້ຖືເອົາຕາມອັດຕາທາງການຂອງສຳນັກນະມັດສະການ. 16 ລາວຕ້ອງຈ່າຍສິ່ງທີ່ຍັງຄ້າງຢູ່ນັ້ນກ່ອນ ແລະຈ່າຍເພີ່ມອີກໜຶ່ງສ່ວນຫ້າເປັນຄ່າທົດແທນການຫລົງລືມ. ລາວຈະຕ້ອງຈ່າຍສິ່ງເຫຼົ່ານີ້ໃຫ້ແກ່ປະໂຣຫິດ ແລະປະໂຣຫິດຈະຖວາຍລຶບລ້າງບາບຂອງຜູ້ນັ້ນ ແລະລາວກໍຈະຫລຸດພົ້ນຈາກບາບນັ້ນ. 17 ຖ້າຜູ້ໃດຜູ້ໜຶ່ງກະທຳບາບໂດຍບໍ່ຕັ້ງໃຈ ຄືຝ່າຝືນຄຳສັ່ງຂອງພຣະເຈົ້າຢາເວຂໍ້ໃດຂໍ້ໜຶ່ງ ລາວມີຄວາມຜິດແລະຕ້ອງຮັບໂທດ. 18 ລາວຕ້ອງນຳແກະ ຫລືແບ້ເຖິກໂຕໜຶ່ງ ທີ່ມີສຸຂະພາບດີແລະບໍ່ມີຕຳໜິມາຖວາຍ. ສ່ວນລາຄາສັດນັ້ນ ໃຫ້ຖືເອົາຕາມອັດຕາທາງການຂອງສຳນັກນະມັດສະການ. ປະໂຣຫິດຈະຕ້ອງຖວາຍບູຊາລຶບລ້າງບາບໃຫ້ຜູ້ນັ້ນ ແລະລາວກໍຈະຫລຸດພົ້ນຈາກບາບນັ້ນ. 19 ອັນນີ້ ແມ່ນການຖວາຍ ເພື່ອຊົດໃຊ້ແທນຄືນຕໍ່ໜ້າພຣະເຈົ້າຢາເວ. |
@ 2012 United Bible Societies. All Rights Reserved.