ລະບຽບ^ພວກເລວີ 3 - ພຣະຄຳພີສັກສິເຄື່ອງຖວາຍເພື່ອຄວາມສາມັກຄີທຳ 1 ເມື່ອຜູ້ໃດຜູ້ໜຶ່ງຖວາຍສັດໂຕໜຶ່ງໃນຝູງຂອງຕົນເພື່ອຄວາມສາມັກຄີທຳ ຕ້ອງໃຫ້ຜູ້ນັ້ນຖວາຍງົວເຖິກ ຫລືງົວແມ່ ໂຕທີ່ມີສຸຂະພາບດີແລະບໍ່ມີຕຳໜິຕໍ່ໜ້າພຣະເຈົ້າຢາເວ. 2 ຊາຍຄົນນັ້ນຈະຕ້ອງວາງມືໃສ່ເທິງຫົວສັດ ແລະຂ້າປາດຄໍສັດທີ່ທາງເຂົ້າປະຕູຂອງຫໍເຕັນບ່ອນຊຸມນຸມ. ປະໂຣຫິດຜູ້ທີ່ສືບເຊື້ອສາຍມາຈາກຄອບຄົວອາໂຣນ ຈະຖອກເລືອດງົວໃສ່ຂ້າງແທ່ນບູຊາທັງສີ່ຂ້າງ. 3 ການຖວາຍເພື່ອຄວາມສາມັກຄີທຳນັ້ນ ຈົ່ງເອົາສ່ວນໜຶ່ງຂອງສັດມາຖວາຍດ້ວຍໄຟແກ່ພຣະເຈົ້າຢາເວຕາມພິທີຖວາຍອາຫານຄື: ໄຂມັນທີ່ຕິດກັບເຄື່ອງໃນທັງໝົດ 4 ໝາກໄຂ່ຫລັງສອງໜ່ວຍກັບໄຂມັນທີ່ຕິດຢູ່ໃນນັ້ນ ແລະໜັງບາງໆຫຸ້ມຫໍ່ຕັບ. 5 ພວກປະໂຣຫິດຈະຕ້ອງເຜົາສ່ວນເຫຼົ່ານີ້ທັງໝົດ ເທິງແທ່ນບູຊາແລະເຄື່ອງຖວາຍອື່ນໆ. ກິ່ນຫອມຫວນຂອງອາຫານທີ່ຖວາຍນີ້ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ. 6 ຖ້າເຄື່ອງຖວາຍເພື່ອຄວາມສາມັກຄີທຳແກ່ພຣະເຈົ້າຢາເວນັ້ນ ເປັນແກະຫລືແບ້ ຈະເປັນໂຕເຖິກຫລືໂຕແມ່ກໍດີ ຕ້ອງໃຫ້ເປັນສັດໂຕທີ່ມີສຸຂະພາບດີແລະບໍ່ມີຕຳໜິ. 7 ຖ້າຜູ້ໃດຜູ້ໜຶ່ງຖວາຍແກະໂຕໜຶ່ງ ເພິ່ນຕ້ອງນຳມາຖວາຍຕໍ່ໜ້າພຣະເຈົ້າຢາເວ. 8 ຈົ່ງໃຫ້ຜູ້ນັ້ນວາງມືລົງເທິງຫົວແກະ ແລະຂ້າປາດຄໍສັດນັ້ນທີ່ທາງດ້ານໜ້າຂອງຫໍເຕັນບ່ອນຊຸມນຸມ. ບັນດາປະໂຣຫິດຈະຕ້ອງຖອກເລືອດແກະນັ້ນໃສ່ຂ້າງທັງສີ່ຂອງແທ່ນບູຊາ 9 ການຖວາຍເພື່ອຄວາມສາມັກຄີທຳນັ້ນ ຈົ່ງເອົາສ່ວນໜຶ່ງຂອງສັດມາຖວາຍດ້ວຍໄຟແກ່ພຣະເຈົ້າຢາເວ ຕາມພິທີຖວາຍອາຫານຄື: ໄຂມັນ, ໄຂມັນຂອງຫາງແປະກະດູກສັນຫລັງ 10 ແລະໄຂມັນທັງໝົດທີ່ຫຸ້ມຫໍ່ເຄື່ອງໃນ, ໝາກໄຂ່ຫລັງທັງສອງໜ່ວຍກັບໄຂມັນຢູ່ໃນນັ້ນ ແລະໜັງບາງໆຫຸ້ມຫໍ່ຕັບ. 11 ປະໂຣຫິດຜູ້ເຮັດພິທີຈະເຜົາສ່ວນເຫຼົ່ານີ້ທັງໝົດນັ້ນເທິງແທ່ນບູຊາ ເພື່ອເປັນການຖວາຍອາຫານດ້ວຍໄຟແກ່ພຣະເຈົ້າຢາເວ. 12 ຖ້າຊາຍຄົນໜຶ່ງຖວາຍແບ້ໂຕໜຶ່ງ ເພິ່ນຕ້ອງນຳມາຖວາຍຕໍ່ໜ້າພຣະເຈົ້າຢາເວ. 13 ຈົ່ງໃຫ້ຜູ້ນັ້ນວາງມືລົງເທິງຫົວຂອງມັນ ແລະຂ້າປາດຄໍແບ້ນັ້ນຢູ່ທາງດ້ານໜ້າຂອງຫໍເຕັນບ່ອນຊຸມນຸມ. ພວກປະໂຣຫິດຈະຕ້ອງຖອກເລືອດແບ້ນັ້ນ ໃສ່ທັງສີ່ຂ້າງຂອງແທ່ນບູຊາ 14 ຈາກເຄື່ອງຖວາຍບູຊານັ້ນ ຈົ່ງເອົາສ່ວນໜຶ່ງມາຖວາຍບູຊາດ້ວຍໄຟ ເພື່ອເປັນການຖວາຍອາຫານແກ່ພຣະເຈົ້າຢາເວຄື: ໄຂມັນທັງໝົດທີ່ຫຸ້ມຫໍ່ຢູ່ໃນເຄື່ອງໃນ, 15 ໝາກໄຂ່ຫລັງທັງສອງໜ່ວຍກັບໄຂມັນທີ່ຢູ່ໃນນັ້ນ ແລະໜັງບາງໆຫຸ້ມຫໍ່ຕັບ. 16 ບັນດາປະໂຣຫິດຈະເຜົາສ່ວນເຫຼົ່ານີ້ທັງໝົດເທິງແທ່ນບູຊາ ເປັນອາຫານບູຊາເຜົາດ້ວຍໄຟທີ່ເປັນກິ່ນຫອມຫວນ ໄຂມັນທັງໝົດເປັນຂອງພຣະເຈົ້າຢາເວ. 17 ຢ່າໃຫ້ຊາວອິດສະຣາເອນຄົນໃດກິນໄຂມັນ ຫລືກິນເລືອດ; ອັນນີ້ແມ່ນລະບຽບການ ທີ່ຊາວອິດສະຣາເອນຕ້ອງຢຶດຖືຕະຫລອດໄປບໍ່ວ່າພວກເຂົາຈະອາໄສຢູ່ທີ່ໃດກໍຕາມ. |
@ 2012 United Bible Societies. All Rights Reserved.