Biblia Todo Logo
Bìoball air-loidhne

- Sanasan -

ລະບຽບ^ພວກເລວີ 27 - ພຣະຄຳພີສັກສິ


ກົດບັນຍັດ​ກ່ຽວກັບ​ການ​ຖວາຍ​ໃຫ້​ອົງພຣະ​ຜູ້​ເປັນເຈົ້າ

1 ພຣະເຈົ້າຢາເວ​ໄດ້​ກ່າວ​ກັບ​ໂມເຊ​ວ່າ,

2 “ລະບຽບການ​ຕ່າງໆ​ດັ່ງ​ຕໍ່ໄປນີ້​ສຳລັບ​ປະຊາຊົນ​ອິດສະຣາເອນ: ຖ້າ​ຄົນໃດ​ຄົນໜຶ່ງ​ໄດ້​ສາບານ​ໄວ້​ຢ່າງ​ພິເສດ​ວ່າ​ຕົນ​ຈະ​ຖວາຍ​ແກ່​ພຣະເຈົ້າຢາເວ ອັນ​ເນື່ອງ​ມາ​ຈາກ​ຜົນ​ສຳເລັດ​ໃນ​ການ​ບະບົນ​ໄວ້; ລາວ​ຈະ​ເປັນ​ອິດສະຫລະ​ໄດ້​ກໍ​ຕໍ່​ເມື່ອ​ໄດ້​ຈ່າຍ​ເງິນ​ຈຳນວນ

3 ຕາມ​ອັດຕາ​ຂອງ​ສຳນັກ​ນະມັດສະການ​ດັ່ງ​ຕໍ່ໄປນີ້:

4 ຜູ້ຊາຍ​ອາຍຸ​ແຕ່​ຊາວ​ປີ​ຫາ​ຫ້າສິບ​ປີ ເງິນ 50 ແທ່ງ, ແລະ​ສຳລັບ​ແມ່ຍິງ ເງິນ 30 ແທ່ງ

5 ຊາຍໜຸ່ມ​ອາຍຸ​ແຕ່​ຫ້າ​ປີ​ຫາ​ຊາວ​ປີ ເງິນ 20 ແທ່ງ, ແລະ​ສຳລັບ​ຍິງໜຸ່ມ ເງິນ 10 ແທ່ງ

6 ເດັກນ້ອຍ​ຜູ້ຊາຍ ອາຍຸ​ຕໍ່າ​ກວ່າ​ໜຶ່ງ​ເດືອນ​ຫາ​ຫ້າ​ປີ ເງິນ 5 ແທ່ງ, ແລະ​ສຳລັບ​ເດັກນ້ອຍ​ຜູ້ຍິງ ເງິນ 3 ແທ່ງ.

7 ຜູ້ຊາຍ​ອາຍຸ​ຫົກສິບ​ປີ​ຂຶ້ນ​ໄປ, ເງິນ 15 ແທ່ງ, ແລະ​ສຳລັບ​ແມ່ຍິງ​ອາຍຸ​ຫົກສິບ​ປີ​ຂຶ້ນ​ໄປ, ເງິນ 10 ແທ່ງ.

8 ຖ້າ​ຜູ້ໃດ​ຜູ້ໜຶ່ງ​ທີ່​ໄດ້​ບະບົນ​ໄວ້​ນັ້ນ​ເປັນ​ຄົນ​ຍາກຈົນ ແລະ​ບໍ່​ສາມາດ​ຈ່າຍ​ຕາມ​ອັດຕາ​ກຳນົດ​ໄວ້​ໄດ້ ຕ້ອງ​ໃຫ້​ນຳ​ຜູ້ນັ້ນ​ໄປ​ຫາ​ປະໂຣຫິດ ເພື່ອ​ວ່າ​ເພິ່ນ​ຈະ​ວາງ​ອັດຕາ​ໃໝ່​ໃຫ້​ຕາມ​ຄວາມ​ສາມາດ​ທີ່​ລາວ​ຈະ​ຈ່າຍ​ໄດ້.

9 ຖ້າ​ການ​ບະບົນ​ກ່ຽວຂ້ອງ​ກັບ​ສັດ​ໂຕໜຶ່ງ​ທີ່​ຮັບ​ເອົາ​ໄດ້ ໃຫ້​ເປັນ​ການ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ ແລ້ວ​ເຄື່ອງ​ຖວາຍ​ທຸກໆ​ຢ່າງ​ຊຶ່ງ​ຖວາຍ​ແກ່​ພຣະເຈົ້າຢາເວ​ກໍ​ບໍຣິສຸດ.

10 ຢ່າ​ໃຫ້​ເຂົາ​ເອົາ​ສັດ​ໂຕ​ອື່ນ​ມາ​ປ່ຽນ​ແທນ​ສັດ​ໂຕ​ທີ່​ໄດ້​ສັນຍາ​ຖວາຍ ບໍ່​ວ່າ​ໂຕດີ​ປ່ຽນ​ແທນ​ໂຕ​ບໍ່ດີ ຫລື​ໂຕ​ບໍ່ດີ​ປ່ຽນ​ໂຕດີ. ຖ້າ​ລາວ​ປ່ຽນ​ແທນ ສັດ​ທັງສອງ​ນັ້ນ​ກໍ​ຈະ​ເປັນ​ບໍຣິສຸດ.

11 ແຕ່​ຖ້າ​ການ​ບະບົນ​ກ່ຽວຂ້ອງ​ກັບ​ສັດ​ທີ່​ເປັນມົນທິນ​ຕາມ​ກົດບັນຍັດ ຊຶ່ງ​ຮັບ​ເອົາ​ເປັນ​ເຄື່ອງ​ຖວາຍ​ແກ່​ພຣະເຈົ້າຢາເວ​ບໍ່ໄດ້ ຊາຍ​ຄົນ​ນັ້ນ​ຈະ​ຕ້ອງ​ນຳ​ສັດ​ໄປ​ຫາ​ປະໂຣຫິດ.

12 ປະໂຣຫິດ​ຈະ​ຕີ​ລາຄາ​ສັດ​ນັ້ນ ຕາມ​ສຸຂະພາບ​ວ່າ​ດີ​ຫລື​ບໍ່​ດີ; ປະໂຣຫິດ​ກຳນົດ​ລາຄາ​ເທົ່າໃດ​ກໍ​ເປັນ​ເງິນ​ເທົ່ານັ້ນ.

13 ຖ້າ​ຊາຍ​ຄົນ​ນັ້ນ​ຕ້ອງການ​ຊື້​ຄືນ ລາວ​ຕ້ອງ​ຈ່າຍ​ເງິນ​ໃຫ້​ຕາມ​ລາຄາ​ສັດ ແລະ​ຕື່ມ​ອີກ​ຊາວ​ເປີເຊັນ​ຂອງ​ເງິນ​ທີ່​ໄດ້​ຈ່າຍ​ໄປ​ນັ້ນ.

14 ເມື່ອ​ຜູ້ໜຶ່ງ​ມອບ​ເຮືອນ​ຂອງຕົນ​ຖວາຍ​ແກ່​ພຣະເຈົ້າຢາເວ ປະໂຣຫິດ​ຈະ​ຕີ​ລາຄາ​ເຮືອນ​ນັ້ນ​ຕາມ​ຄຸນນະພາບ​ດີ​ຫລື​ບໍ່​ດີ; ປະໂຣຫິດ​ກຳນົດ​ເທົ່າໃດ​ກໍ​ເປັນ​ເງິນ​ເທົ່ານັ້ນ.

15 ຖ້າ​ຜູ້​ທີ່​ມອບ​ເຮືອນ​ນັ້ນ​ຕ້ອງການ​ຊື້​ຄືນ ລາວ​ຕ້ອງ​ຈ່າຍ​ເງິນ​ໃຫ້​ຕາມ​ລາຄາ​ຂອງ​ເຮືອນ ແລະ​ຕື່ມ​ອີກ​ຊາວ​ເປີເຊັນ.

16 ຖ້າ​ຜູ້ໜຶ່ງ​ມອບ​ທີ່ດິນ​ຂອງຕົນ​ສ່ວນໃດ​ສ່ວນໜຶ່ງ​ຖວາຍ​ແກ່​ພຣະເຈົ້າຢາເວ ໃຫ້​ຕີ​ລາຄາ​ທີ່ດິນ​ນັ້ນ​ຕາມ​ຈຳນວນ​ພືດ​ທີ່​ໄດ້​ຫວ່ານ​ລົງ​ໄປ​ຄື: ອັດຕາ​ເງິນ​ຫ້າສິບ​ແທ່ງ​ຕໍ່​ເຂົ້າເດືອຍ​ຊາວ​ກິໂລກຼາມ.

17 ຖ້າ​ລາວ​ມອບ​ທີ່ດິນ​ໃຫ້ ໃນທັນທີ ຫລັງຈາກ​ຄົບຮອບ​ຫ້າສິບ​ປີ​ໃຫ້​ຕີລາຄາ​ທີ່ດິນ​ນັ້ນ​ເຕັມຄ່າ.

18 ຖ້າ​ລາວ​ຖວາຍ​ທີ່ດິນ​ຫລັງຈາກ​ຄົບຮອບ​ຫ້າສິບ​ປີ ປະໂຣຫິດ​ຈະ​ຄິດ​ຄ່າ​ທີ່ດິນ​ຕາມ​ຈຳນວນ​ປີ​ທີ່​ເຫຼືອ​ຢູ່ ຈົນກວ່າ​ຈະ​ຮອດ​ຄົບຮອບ​ຫ້າສິບ​ປີ​ຊຸດ​ໜ້າ ແລະ​ຈະ​ມີ​ການ​ຫລຸດ​ລາຄາ​ຕາມ​ອັດຕາ​ທີ່​ໄດ້​ກຳນົດ​ໄວ້.

19 ຖ້າ​ຜູ້​ຖວາຍ​ໄຮ່ນາ​ໃຫ້​ນັ້ນ ຕ້ອງການ​ຊື້​ທີ່ດິນ​ຄືນ ລາວ​ຕ້ອງ​ຈ່າຍ​ເງິນ​ໃຫ້​ຕາມ​ລາຄາ​ຂອງ​ທີ່ດິນ​ນັ້ນ ແລະ​ຕື່ມ​ອີກ​ຊາວ​ເປີເຊັນ.

20 ຖ້າ​ລາວ​ຂາຍ​ໄຮ່ນາ​ຕໍ່​ໃຫ້​ຄົນອື່ນ​ໂດຍ​ບໍ່ໄດ້​ຊື້​ຄືນ ລາວ​ກໍ​ຈະ​ສູນເສຍ​ສິດທິ​ໃນ​ການ​ຊື້​ນັ້ນ.

21 ໃນ​ເວລາ​ຄົບຮອບ​ຫ້າສິບ​ປີ​ຊຸດ​ໜ້າ ໄຮ່ນາ​ນັ້ນ​ກໍ​ຈະ​ກາຍເປັນ​ສົມບັດ​ຂອງ​ພຣະເຈົ້າຢາເວ​ຢ່າງ​ຖາວອນ​ຄື: ທີ່ດິນ​ຈະ​ເປັນ​ຂອງ​ປະໂຣຫິດ.

22 ຖ້າ​ຜູ້ໜຶ່ງ​ມອບ​ໄຮ່ນາ​ທີ່​ຕົນ​ໄດ້​ຊື້​ມາ ຊຶ່ງ​ບໍ່ແມ່ນ​ມໍຣະດົກ​ຈາກ​ຄອບຄົວ​ຂອງຕົນ​ນັ້ນ ຖວາຍ​ແກ່​ພຣະເຈົ້າຢາເວ

23 ປະໂຣຫິດ​ຈະ​ຄິດໄລ່​ເບິ່ງ​ລາຄາ​ຂອງ​ໄຮ່ນາ​ນັ້ນ ຕາມ​ຈຳນວນ​ປີ ຈົນ​ຮອດ​ຄົບຮອບ​ຫ້າສິບ​ປີ​ຊຸດໜ້າ ແລະ​ຜູ້ນັ້ນ​ຕ້ອງ​ຈ່າຍ​ຄ່າ​ທີ່ດິນ​ໃຫ້​ໃນ​ມື້ນັ້ນໂລດ; ເງິນ​ນັ້ນ​ເປັນ​ຂອງ​ພຣະເຈົ້າຢາເວ.

24 ເມື່ອ​ຄົບຮອບ​ຫ້າສິບ​ປີ​ມາ​ເຖິງ ໄຮ່ນາ​ນັ້ນ​ຈະ​ຕ້ອງ​ຖືກ​ສົ່ງ​ຄືນ​ໃຫ້​ເຈົ້າຂອງ​ເດີມ ຫລື​ໃຫ້​ລູກຫລານ​ທີ່​ເປັນ​ເຊື້ອສາຍ​ຂອງ​ລາວ.

25 ການ​ຕີ​ລາຄາ​ສິ່ງຂອງ​ທັງໝົດ ຈະ​ຕ້ອງ​ກຳນົດ​ເອົາ​ຕາມ​ຫລັກ​ຂອງ​ສຳນັກ​ນະມັດສະການ.

26 ລູກ​ສັດ​ຫົວປີ​ທຸກໆ​ໂຕ​ເປັນ​ຂອງ​ພຣະເຈົ້າຢາເວ​ແລ້ວ; ສະນັ້ນ ຈຶ່ງ​ບໍ່​ໃຫ້​ຜູ້ໃດ​ນຳ​ມາ​ຖວາຍ​ດ້ວຍ​ໃຈ​ສັດທາ​ແກ່​ພຣະອົງ. ລູກ​ງົວ​ກັບ​ລູກແກະ​ຫລື​ລູກ​ແບ້​ເປັນ​ຂອງ​ພຣະເຈົ້າຢາເວ

27 ແຕ່​ຖ້າ​ສັດ​ນັ້ນ​ເປັນ​ມົນທິນ​ຕາມ​ກົດບັນຍັດ ອາດ​ຈະ​ຊື້​ຄືນ​ໄດ້​ຕາມ​ລາຄາ​ຂອງ​ສຳນັກ​ນະມັດສະການ ແລະ​ຕື່ມ​ອີກ​ຊາວ​ເປີເຊັນ. ຖ້າ​ບໍ່​ຢາກ​ຊື້​ຄືນ ຈະ​ຂາຍ​ສັດ​ນັ້ນ​ໃຫ້​ຄົນອື່ນ​ຕາມ​ລາຄາ​ທາງການ​ກໍໄດ້.

28 ຢ່າ​ໃຫ້​ຜູ້ໃດ​ຂາຍ​ຫລື​ຊື້​ຄືນ​ສິ່ງ​ທີ່​ຕົນ​ໄດ້​ຖວາຍ​ຂາດຕົວ ແກ່​ພຣະເຈົ້າຢາເວ​ແລ້ວ ບໍ່​ວ່າ​ຈະ​ເປັນ​ມະນຸດ, ສັດ ຫລື​ທີ່ດິນ​ກໍດີ. ສິ່ງ​ນັ້ນ​ເປັນ​ຂອງ​ພຣະເຈົ້າຢາເວ​ຢ່າງ​ຖາວອນ.

29 ແມ່ນແຕ່​ມະນຸດ​ຜູ້​ທີ່​ໄດ້​ຖວາຍ​ຕົວ​ແລ້ວ ກໍ​ຈະ​ໄຖ່ຕົວ​ຄືນ​ມາ​ບໍ່ໄດ້​ເດັດຂາດ; ຜູ້ນັ້ນ​ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ.

30 ເຄື່ອງ​ຖວາຍ​ໜຶ່ງສ່ວນສິບ​ຂອງ​ຜົນລະປູກ​ຈາກ​ທີ່ດິນ ບໍ່​ວ່າ​ເປັນເມັດ​ຫລື​ເປັນ​ໝາກ​ກໍດີ ຈະ​ຕ້ອງ​ເປັນ​ຂອງ​ພຣະເຈົ້າຢາເວ ສິ່ງ​ເຫຼົ່ານັ້ນ​ເປັນ​ບໍຣິສຸດ​ຖວາຍ​ແກ່​ພຣະເຈົ້າຢາເວ.

31 ຖ້າ​ຄົນ​ໜຶ່ງ​ຕ້ອງການ​ໄຖ່ເອົາ​ສິ່ງ​ເຫຼົ່ານັ້ນ​ຄືນ​ມາ ລາວ​ຕ້ອງ​ຈ່າຍ​ເງິນ​ໃຫ້​ຕາມ​ລາຄາ​ຂອງ​ສຳນັກ​ນະມັດສະການ ແລະ​ຕື່ມ​ອີກ​ຊາວ​ເປີເຊັນ.

32 ສັດ​ລ້ຽງ​ໜຶ່ງ​ໃນ​ສິບ​ໂຕ​ເປັນ​ຂອງ​ພຣະເຈົ້າຢາເວ. ເມື່ອ​ນັບ​ສັດ ສັດ​ໂຕ​ທີ​ສິບ​ເປັນ​ຂອງ​ບໍຣິສຸດ​ຖວາຍ​ແກ່​ພຣະເຈົ້າຢາເວ

33 ຢ່າ​ໃຫ້​ເຈົ້າຂອງ​ສັດ​ຕຽມ​ເລືອກ​ສັດ​ໃນ​ລັກສະນະ​ທີ່​ວ່າ ເລືອກ​ເອົາ​ໂຕ​ບໍ່​ດີ​ແລະ​ລາວ​ຈະ​ສັບ​ປ່ຽນ​ບໍ່ໄດ້. ຖ້າ​ລາວ​ສັບປ່ຽນ​ສັດ​ໂຕໜຶ່ງ​ແທ່ນ​ອີກ​ໂຕໜຶ່ງ ໃນ​ເວລາ​ນັ້ນ​ສັດ​ທັງສອງ​ໂຕ​ຈະ​ເປັນ​ບໍຣິສຸດ ແລະ​ລາວ​ກໍ​ຈະ​ບໍ່ມີ​ສິດ​ໄຖ່​ຄືນ​ໄດ້​ອີກ.”

34 ອັນ​ນີ້​ແມ່ນ​ຂໍ້ຄຳສັ່ງ​ຕ່າງໆ​ຂອງ​ພຣະເຈົ້າຢາເວ ທີ່​ໄດ້​ມອບ​ໃຫ້​ໂມເຊ​ທີ່​ເທິງ​ພູເຂົາ​ຊີນາຍ​ສຳລັບ​ປະຊາຊົນ​ອິດສະຣາເອນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan