ລະບຽບ^ພວກເລວີ 26 - ພຣະຄຳພີສັກສິພຣະພອນສຳລັບການເຊື່ອຟັງ ( ພບຍ 7:12-24 ; 28:1-14 ) 1 “ຢ່າສ້າງຮູບເຄົາຣົບ ຫລືຕັ້ງຮູບຫລໍ່ຮູບປັ້ນ, ເສົາຫີນ ຫລືເສົາຫີນທີ່ແກະສະຫລັກເປັນລວດລາຍ ຢູ່ໃນດິນແດນຂອງພວກເຈົ້າເພື່ອຂາບໄຫວ້ມັນ ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. 2 ຈົ່ງຢຶດຖືວັນຊະບາໂຕເປັນວັນພັກຜ່ອນ ແລະຈົ່ງໃຫ້ກຽດວິຫານບ່ອນທີ່ມະນຸດນະມັດສະການເຮົາ. ເຮົາແມ່ນພຣະເຈົ້າຢາເວ. 3 ຖ້າພວກເຈົ້າໃຊ້ຊີວິດຕາມກົດບັນຍັດ ແລະຄຳສັ່ງທັງຫລາຍຂອງເຮົາ 4 ເຮົາກໍຈະໃຫ້ຝົນຕົກຕາມລະດູການ ເພື່ອທີ່ດິນຈະຜະລິດຜົນລະປູກໄດ້ຫລາຍ ແລະຕົ້ນໄມ້ກໍຈະເກີດໝາກຫລາຍ. 5 ຜົນລະປູກຂອງພວກເຈົ້າຈະມີຫລາຍ ຈົນພວກເຈົ້າຈະຍັງເກັບກ່ຽວເຂົ້າຢູ່ ເມື່ອເຖິງລະດູເກັບໝາກອະງຸ່ນ ແລະພວກເຈົ້າຍັງຈະເກັບໝາກອະງຸ່ນຢູ່ເມື່ອເຖິງລະດູປູກເຂົ້າ. ພວກເຈົ້າຈະມີທຸກສິ່ງທີ່ພວກເຈົ້າຕ້ອງການກິນ ແລະພວກເຈົ້າກໍຈະອາໄສຢູ່ໃນດິນແດນຢ່າງປອດໄພ. 6 ເຮົາຈະນຳຄວາມສະຫງົບສຸກມາສູ່ດິນແດນຂອງພວກເຈົ້າ ແລະພວກເຈົ້າກໍຈະສາມາດນອນຫລັບສະບາຍຢ່າງຫາຍກັງວົນ. ເຮົາຈະກຳຈັດຝູງສັດທີ່ນຳອັນຕະລາຍມາສູ່ທີ່ດິນແດນທຳມາຫາກິນຂອງພວກເຈົ້າ ແລະໃນທີ່ນັ້ນເສິກສົງຄາມຈະບໍ່ມີອີກຕໍ່ໄປ. 7 ພວກເຈົ້າຈະເອົາຊະນະເຫຼົ່າສັດຕູທັງຫລາຍ ພວກເຂົາຈະລົ້ມລົງດ້ວຍຄົມດາບຕໍ່ໜ້າພວກເຈົ້າ; 8 ພວກເຈົ້າຫ້າຄົນຈະຂັບໄລ່ສັດຕູຮ້ອຍຄົນໃຫ້ພ່າຍແພ້ໄດ້ ແລະພວກເຈົ້າຮ້ອຍຄົນຈະຂັບໄລ່ສັດຕູສິບພັນຄົນໃຫ້ພ່າຍແພ້ໄດ້ ແລະເຂົາຈະລົ້ມລົງດ້ວຍຄົມດາບຕໍ່ໜ້າພວກເຈົ້າ. 9 ເຮົາຈະອວຍພອນພວກເຈົ້າໃຫ້ມີລູກຫລານຢ່າງຫລວງຫລາຍ; ສ່ວນເຮົາກໍຈະຖືຮັກສາພັນທະສັນຍາ ຊຶ່ງເຮົາໄດ້ເຮັດໄວ້ກັບພວກເຈົ້າ. 10 ພວກເຈົ້າຈະເກັບກ່ຽວໄດ້ຢ່າງຫລວງຫລາຍ ຈົນວ່າເອົາໄວ້ກິນກຸ້ມໜຶ່ງປີໄດ້ ແລະເຖິງແມ່ນວ່າ ພວກເຈົ້າຈະຂົນຜົນລະປູກທີ່ເຫຼືອໃນປີທີ່ຜ່ານມານັ້ນອອກໄປໝົດ ມັນຍັງຈະບໍ່ມີບ່ອນພຽງພໍສຳລັບໄວ້ຜົນລະປູກທີ່ເກັບກ່ຽວໃໝ່ໃນປີນັ້ນ. 11 ເຮົາຈະສະຖິດຢູ່ໃນຫໍເຕັນຂອງເຮົາໃນທ່າມກາງພວກເຈົ້າ ໂດຍຈະບໍ່ຫັນໜີໄປຈາກພວກເຈົ້າຈັກເທື່ອ. 12 ເຮົາຈະຢູ່ກັບເຈົ້າ, ເຮົາຈະເປັນພຣະເຈົ້າຂອງພວກເຈົ້າ ແລະພວກເຈົ້າກໍຈະເປັນປະຊາຊົນຂອງເຮົາ. 13 ຝ່າຍເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຜູ້ທີ່ໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ ເພື່ອວ່າພວກເຈົ້າຈະບໍ່ຕ້ອງເປັນທາດຮັບໃຊ້ຂອງຊາວເອຢິບອີກຕໍ່ໄປ. ເຮົາໄດ້ຕັດແລະຫັກແອກ ທີ່ເຮັດໃຫ້ກຽດແລະສັກສີຂອງພວກເຈົ້າຕົກຕໍ່າ ແລະທັງໄດ້ຊ່ວຍກອບກູ້ເອົາພວກເຈົ້າ ໃຫ້ຍ່າງໄປມາຢ່າງສະຫງ່າຜ່າເຜີຍ.” ໂທດກຳຂອງການບໍ່ເຊື່ອຟັງ ( ພບຍ 28:15-68 ) 14 “ແຕ່ຖ້າພວກເຈົ້າບໍ່ເຊື່ອຟັງຂໍ້ຄຳສັ່ງຂອງເຮົາ ພວກເຈົ້າກໍຈະໄດ້ຮັບໂທດກຳ. 15 ຖ້າພວກເຈົ້າປະຕິເສດທີ່ຈະເຊື່ອຟັງກົດບັນຍັດທັງຂໍ້ຄຳສັ່ງທັງຫລາຍຂອງເຮົາ ແລະທຳລາຍພັນທະສັນຍາທີ່ເຮົາໄດ້ເຮັດໄວ້ກັບພວກເຈົ້າ 16 ເຮົາຈະລົງໂທດພວກເຈົ້າ. ເຮົາຈະນຳໄພອັນຕະລາຍມາສູ່ພວກເຈົ້າ ຄື: ພະຍາດຊໍ້າເຮື້ອແລະການເຈັບໄຂ້ໄດ້ປ່ວຍນາໆປະການ ອັນຈະເຮັດໃຫ້ພວກເຈົ້າຕາບອດ ແລະຕາຍຖິ້ມໄປລ້າໆ; ພວກເຈົ້າຈະປູກພືດນາໆຊະນິດ ແຕ່ພວກເຈົ້າຈະບໍ່ໄດ້ກິນຜົນຂອງມັນ ຍ້ອນວ່າເຫຼົ່າສັດຕູຂອງພວກເຈົ້າຈະເຂົ້າມາຢຶດຄອງ ແລະກິນສິ່ງທີ່ພວກເຈົ້າໄດ້ລົງແຮງປູກຝັງນັ້ນ. 17 ເຮົາຈະຫັນມາຕໍ່ສູ້ພວກເຈົ້າເພື່ອວ່າພວກເຈົ້າຈະພ່າຍແພ້ ແລະຜູ້ທີ່ຊັງພວກເຈົ້າກໍຈະປົກຄອງພວກເຈົ້າ; ພວກເຈົ້າຈະຕື່ນຕົກໃຈຢ້ານກົວ ຈົນແລ່ນເປີດໜີໄປຢ່າງບໍ່ຮູ້ສຶກຕົວໂດຍບໍ່ມີໃຜໄລ່ຕິດຕາມ. 18 ຖ້າເຖິງຂັ້ນນີ້ແລ້ວພວກເຈົ້າຍັງບໍ່ຍອມເຊື່ອຟັງເຮົາ ເຮົາກໍຈະລົງໂທດບາບກຳຂອງພວກເຈົ້າຕື່ມອີກເຈັດເທົ່າ. 19 ເຮົາຈະທຳລາຍຄວາມດື້ດຶງຈອງຫອງຂອງພວກເຈົ້າ; ຝົນຈະບໍ່ຕົກ ປະເທດຂອງພວກເຈົ້າຈະເກີດແຫ້ງແລ້ງ ແລະດິນປູກຝັງຈະແຂງດັ່ງຫີນ. 20 ພວກເຈົ້າເຮັດວຽກໜັກ ແຕ່ມັນຈະບໍ່ນຳຜົນດີຫຍັງມາໃຫ້ພວກເຈົ້າ ເພາະວ່າທີ່ດິນປູກຝັງນັ້ນຈະບໍ່ຜະລິດຜົນລະປູກຫຍັງໃຫ້ ແລະຕົ້ນໄມ້ກໍຈະບໍ່ເກີດໝາກອີກດ້ວຍ. 21 ຖ້າພວກເຈົ້າຍັງສືບຕໍ່ຕໍ່ຕ້ານເຮົາ ແລະປະຕິເສດທີ່ຈະຍອມເຊື່ອຟັງເຮົາ; ເຮົາກໍຈະເພີ່ມໂທດກຳໃຫ້ແກ່ພວກເຈົ້າ ຕາມໂທດກຳທີ່ພວກເຈົ້າສົມຄວນໄດ້ຮັບອີກເຖິງເຈັດເທົ່າ. 22 ເຮົາຈະໃຫ້ສັດຮ້າຍມາທຳຮ້າຍລູກຂອງພວກເຈົ້າໃຫ້ຕາຍ ຝູງສັດຂອງພວກເຈົ້າຈະຈິບຫາຍ ຈົນຕາມຖະໜົນຫົນທາງບໍ່ມີຄົນທຽວໄປມາເລີຍ. 23 ຫລັງຈາກຜ່ານການລົງໂທດນີ້ແລ້ວ ຖ້າພວກເຈົ້າຍັງບໍ່ຍອມເຊື່ອຟັງເຮົາ ແລະສືບຕໍ່ໝິ່ນປະໝາດເຮົາຢູ່ 24 ເຮົາກໍຈະຫັນມາຕໍ່ສູ້ພວກເຈົ້າ ແລະເຮົາຈະລົງໂທດບາບກຳຂອງພວກເຈົ້າໃຫ້ໜັກກວ່າເກົ່າອີກເຖິງເຈັດເທົ່າ. 25 ເຮົາຈະນຳການລົບລາຂ້າຟັນມາເປັນການລົງໂທດ ຍ້ອນວ່າພວກເຈົ້າໄດ້ຝ່າຝືນພັນທະສັນຍາຂອງເຮົາ ແລະຖ້າພວກເຈົ້າເຕົ້າໂຮມກັນຢູ່ໃນເມືອງທີ່ປອດໄພ ເຮົາກໍຈະສົ່ງໂຣກລະບາດມາໃນທ່າມກາງພວກເຈົ້າ ແລະພວກເຈົ້າກໍຈະຖືກບີບບັງຄັບໃຫ້ຍອມຈຳນົນແກ່ເຫຼົ່າສັດຕູຂອງພວກເຈົ້າ. 26 ເມື່ອເຮົາທຳລາຍອາຫານຫລັກຂອງພວກເຈົ້າ, ແມ່ຍິງສິບຄົນຈະໃຊ້ເຕົາໜ່ວຍດຽວອົບເຂົ້າຈີ່. ພວກເຂົາຈະກຳນົດອັດຕາອາຫານໃຫ້ ແລະເມື່ອພວກເຈົ້າກິນແລ້ວ, ແຕ່ຍັງຈະຫິວຢູ່. 27 ຫລັງຈາກເຫດການທັງໝົດນີ້ແລ້ວ ຖ້າພວກເຈົ້າສືບຕໍ່ຂັດຂືນເຮົາຢູ່; 28 ຕໍ່ໄປເຮົາຈະຫັນມາລົງໂທດພວກເຈົ້າຢ່າງໂຫດຮ້າຍທາລຸນ ໃຫ້ໜັກຕື່ມຂຶ້ນກວ່າເກົ່າອີກເຈັດເທົ່າ. 29 ພວກເຈົ້າຈະຫິວໂຫຍຢ່າງໜັກທີ່ສຸດ ຈົນຈະຕ້ອງກິນພວກລູກຊາຍລູກຍິງຂອງຕົນເອງ. 30 ເຮົາຈະທຳລາຍສະຖານທີ່ນະມັດສະການຂອງພວກເຈົ້າທີ່ເທິງພູ ມ້າງແລະຮື້ແທ່ນບູຊາເຄື່ອງຫອມລົງໝົດ ແລະໂຍນສົບພວກເຈົ້າຖິ້ມໃສ່ເທິງຮູບເຄົາຣົບຂອງພວກເຈົ້າທີ່ຫັກເພພັງ. ຍ້ອນເຮົາເບື່ອໜ່າຍພວກເຈົ້າຫລາຍທີ່ສຸດ 31 ເຮົາຈະປ່ຽນເມືອງທັງຫລາຍຂອງພວກເຈົ້າໃຫ້ເປັນບ່ອນຮົກຮ້າງຫວ່າງເປົ່າ ແລະຈະທຳລາຍສະຖານທີ່ນະມັດສະການຂອງພວກເຈົ້າດ້ວຍ. ເຮົາຈະບໍ່ຍອມຮັບເອົາເຄື່ອງບູຊາຂອງພວກເຈົ້າ. 32 ເຮົາຈະທຳລາຍດິນແດນຂອງພວກເຈົ້າໃຫ້ກ້ຽງ ເພື່ອວ່າສັດຕູຜູ້ຢຶດຄອງດິນແດນນັ້ນ ຈະອົກສັ່ນຂວັນເສຍອັນເນື່ອງມາຈາກການທຳລາຍນີ້. 33 ເຮົາຈະເອົາການລົບລາຂ້າຟັນກັນມາສູ່ພວກເຈົ້າ ແລະເຮັດໃຫ້ພວກເຈົ້າແຕກກະຈັດກະຈາຍໄປຢູ່ໃນປະເທດຕ່າງໆ. ດິນແດນຂອງພວກເຈົ້າຈະຮົກຮ້າງວ່າງເປົ່າ ແລະຕົວເມືອງທັງຫລາຍຂອງພວກເຈົ້າກໍຈະຖືກປະໃຫ້ເປັນເມືອງຮ້າງ. 34-35 ແລ້ວທີ່ດິນກໍຈະດີອົກດີໃຈກັບປີຊະບາໂຕພັກຜ່ອນຢ່າງແທ້ຈິງ ຊຶ່ງພວກເຈົ້າບໍ່ສາມາດຢິບຍື່ນໃຫ້ໄດ້ ຕະຫຼອດເວລາທີ່ດິນນັ້ນຖືກປະໄວ້ໃຫ້ຮົກຮ້າງຫວ່າງເປົ່າ ໃນຂະນະທີ່ພວກເຈົ້າອາໄສຢູ່ໃນດິນແດນຂອງເຫຼົ່າສັດຕູຂອງພວກເຈົ້າ. ເມື່ອນັ້ນແຜ່ນດິນຈະໄດ້ພັກຜ່ອນ ແລະຊົມຊື່ນຍິນດີກັບປີຊະບາໂຕ. 36 ເຮົາຈະໃຫ້ຫລາຍຄົນໃນພວກເຈົ້າ ຄືຜູ້ທີ່ຢູ່ໃນຕ່າງຖິ່ນອົກສັ່ນຂວັນເສຍ ຈົນສຽງລົມພັດໃບໄມ້ກໍເຮັດໃຫ້ພວກເຈົ້າແລ່ນເປີດໜີໄປ. ພວກເຈົ້າຈະແລ່ນປົບໜີເໝືອນດັ່ງກັບວ່າ ຖືກສັດຕູໄລ່ຕິດຕາມໃນສະໜາມຮົບ ແລະພວກເຈົ້າຈະລົ້ມລົງໃນບ່ອນທີ່ບໍ່ມີສັດຕູໃດໆໄລ່ມາໃກ້ພວກເຈົ້າ. 37 ພວກເຈົ້າຈະສະດຸ້ງຕື່ນກັນເອງ ທັງໆທີ່ບໍ່ມີໃຜໄລ່ຕິດຕາມມາ ແລະພວກເຈົ້າຈະບໍ່ສາມາດຕໍ່ສູ້ສັດຕູໃດໆໄດ້. 38 ພວກເຈົ້າຈະສິ້ນຊີວິດຢູ່ໃນປະເທດຕ່າງໆ ບ່ອນດິນແດນຂອງສັດຕູຈະກືນກິນພວກເຈົ້າ. 39 ຜູ້ທີ່ລອດຊີວິດມາໄດ້ ຕ່າງກໍຈະໝົດເຫື່ອໝົດແຮງຕາຍໄປໃນທີ່ສຸດ ເພາະບາບກຳຂອງພວກເຈົ້າເອງ ແລະບາບກຳບັນພະບຸລຸດຂອງພວກເຈົ້າ. 40 ແຕ່ຖ້າພວກເຈົ້າຈະສາລະພາບການບາບຂອງພວກເຂົາ ແລະການບາບຂອງບັນພະບຸລຸດຜູ້ທີ່ໄດ້ກະບົດຕໍ່ເຮົາ 41 ອັນເປັນຕົ້ນເຫດໃຫ້ເຮົາຫັນມາຕໍ່ສູ້ພວກເຂົາ ແລະສົ່ງພວກເຂົາເຂົ້າໄປອາໄສຢູ່ໃນດິນແດນຂອງເຫຼົ່າສັດຕູ. ໃນທີ່ສຸດ ເມື່ອເຊື້ອສາຍຂອງພວກເຂົາຍອມຖ່ອມຕົວລົງ ແລະຍອມຮັບໂທດ ອັນເນື່ອງມາຈາກການບາບ ແລະການກະບົດຂອງພວກເຂົານັ້ນແລ້ວ 42 ເຮົາກໍຈະລະນຶກເຖິງພັນທະສັນຍາຂອງເຮົາ ທີ່ໄດ້ມີໄວ້ກັບຢາໂຄບ, ອີຊາກ ແລະອັບຣາຮາມ ແລະເຮົາຈະຮື້ຟື້ນພັນທະສັນຍາຂອງເຮົາໃໝ່ ເພື່ອມອບດິນແດນໃຫ້ປະຊາຊົນຂອງເຮົາ. 43 ເຖິງຢ່າງໃດກໍດີ ໃນຂັ້ນຕົ້ນດິນແດນຈະຕ້ອງບໍ່ໃຫ້ມີຄົນພັກພາອາໄສຢູ່ ເພື່ອວ່າມັນຈະຊົມຊື່ນຍິນດີກັບປີຊະບາໂຕ (ປີແຫ່ງການພັກຜ່ອນ) ແລະພວກເຂົາຕ້ອງຮັບໂທດຢ່າງພຽງພໍເສຍກ່ອນ ຍ້ອນການທີ່ພວກເຂົາໄດ້ປະຖິ້ມກົດບັນຍັດ ແລະຂໍ້ຄຳສັ່ງຂອງເຮົາ. 44 ແຕ່ເຖິງປານນັ້ນກໍດີ ເມື່ອພວກເຂົາໄດ້ອາໄສຢູ່ໃນດິນແດນຂອງສັດຕູນັ້ນ ເຮົາຈະບໍ່ປະຖິ້ມພວກເຂົາຢ່າງໝົດສິ້ນ ຫລືທຳລາຍພວກເຂົາໃຫ້ໝົດໄປ. ການກະທຳເຊັ່ນນັ້ນ ກໍເທົ່າກັບເປັນການຕັດຂາດຕໍ່ພັນທະສັນຍາຂອງເຮົາທີ່ມີໄວ້ກັບພວກເຂົາ ເພາະເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ. 45 ເຮົາຈະຮື້ຟື້ນພັນທະສັນຍາທີ່ເຮົາໄດ້ເຮັດໄວ້ກັບບັນພະບຸລຸດຂອງພວກເຂົາ ເມື່ອເຮົາໄດ້ສຳແດງໃຫ້ທຸກຊົນຊາດໄດ້ເຫັນຣິດອຳນາດຂອງເຮົາ ໂດຍໄດ້ນຳພາປະຊາຊົນຂອງເຮົາອອກມາຈາກປະເທດເອຢິບ ເພື່ອວ່າເຮົາຈະໄດ້ເປັນພຣະເຈົ້າຂອງພວກເຂົາ ເຮົາແມ່ນພຣະເຈົ້າຢາເວ.” 46 ທັງໝົດນີ້ແມ່ນກົດບັນຍັດ ແລະຂໍ້ຄຳສັ່ງຕ່າງໆ ຊຶ່ງພຣະເຈົ້າຢາເວໄດ້ມອບໃຫ້ແກ່ໂມເຊ ທີ່ເທິງພູເຂົາຊີນາຍສຳລັບປະຊາຊົນອິດສະຣາເອນ. |
@ 2012 United Bible Societies. All Rights Reserved.