ລະບຽບ^ພວກເລວີ 25 - ພຣະຄຳພີສັກສິປີທີເຈັດປີແຫ່ງການປົດປ່ອຍ ( ພບຍ 15:1-11 ) 1 ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊທີ່ເທິງພູເຂົາຊີນາຍວ່າ, 2 “ໃຫ້ມອບລະບຽບການດັ່ງຕໍ່ໄປນີ້ແກ່ປະຊາຊົນອິດສະຣາເອນ. ເມື່ອພວກເຈົ້າເຂົ້າໄປໃນດິນແດນທີ່ເຮົາກຳລັງຈະມອບໃຫ້ ພວກເຈົ້າຈະຕ້ອງຍ້ອງຍໍສັນລະເສີນໃຫ້ກຽດພຣະເຈົ້າຢາເວ ໂດຍທຸກປີທີເຈັດໃດໃຫ້ຢຸດການປູກຝັງ. 3 ພວກເຈົ້າຈະຂຸດຄົ້ນໄຮ່ນາ ຕັດຕອນສວນອະງຸ່ນ ແລະຮີບໂຮມຜົນລະປູກໄວ້ພາຍໃນຫົກປີ. 4 ແຕ່ໃນປີທີເຈັດ ແມ່ນປີໃຫ້ທີ່ດິນທັງໝົດພັກຜ່ອນ ໂດຍອຸທິດຖວາຍເປັນປີຊະບາໂຕແກ່ພຣະເຈົ້າຢາເວ. ຢ່າປູກຝັງໃນໄຮ່ນາຫລືຕັດຕອນສວນອະງຸ່ນ. 5 ຢ່າເກັບກ່ຽວພືດຜົນທີ່ງອກຂຶ້ນມາເອງ ແລະຢ່າເກັບພົ້ວໝາກອະງຸ່ນ ທີ່ພວກເຈົ້າບໍ່ໄດ້ຕັດຕອນຕົ້ນຂອງມັນ. ຈົ່ງປ່ອຍທີ່ດິນໃຫ້ເປັນດິນເຮື້ອ. 6 ໃນປີຊະບາໂຕນັ້ນ ແມ່ນວ່າດິນບ່ອນເຮັດຢູ່ເຮັດກິນບໍ່ໄດ້ໃຊ້ປູກຝັງກໍຕາມ ພວກເຈົ້າຍັງສາມາດນຳອາຫານສຳລັບພວກເຈົ້າ ບັນດາຄົນຮັບໃຊ້ ແລະບັນດາລູກຈ້າງຂອງພວກເຈົ້າ ຊາວຕ່າງດ້າວທີ່ອາໄສຢູ່ກັບພວກເຈົ້າ, 7 ສັດລ້ຽງຂອງພວກເຈົ້າ ແລະສັດປ່າທີ່ອາໄສຢູ່ຕາມທົ່ງນາ. ທຸກໆສິ່ງທີ່ເກີດຂຶ້ນໃນດິນຕອນນັ້ນພວກເຈົ້າກິນໄດ້.” ວາລະຄົບຮອບຫ້າສິບປີ 8 “ຈົ່ງນັບເຈັດເທື່ອຄູນເຈັດ ລວມທັງໝົດເປັນສີ່ສິບເກົ້າປີ. 9 ແລ້ວໃນວັນທີສິບຂອງເດືອນທີເຈັດແມ່ນວັນລຶບລ້າງບາບ ຈົ່ງໃຊ້ຄົນເປົ່າແກປ່າວເຕືອນໄປທົ່ວປະເທດ. 10 ໃນທຳນອງນີ້ ພວກເຈົ້າຈົ່ງຕັ້ງປີທີຫ້າສິບໄວ້ຕ່າງຫາກ ແລະປະກາດອິດສະລະພາບໃຫ້ປະຊາຊົນໃນປະເທດທຸກຄົນ. ໃນປີນີ້ຊັບສົມບັດທັງໝົດທີ່ໄດ້ຖືກຂາຍໄປນັ້ນ ຈະຕ້ອງຖືກສົ່ງຄືນໃຫ້ເຈົ້າຂອງເດີມ ຫລືເຊື້ອສາຍຂອງລາວ ແລະຜູ້ໃດທີ່ຖືກຊື້ມາເປັນຄົນຮັບໃຊ້ ຈະຕ້ອງຖືກສົ່ງຄືນໃຫ້ຄອບຄົວຂອງລາວ. 11 ພວກເຈົ້າຈະຕ້ອງບໍ່ປູກຝັງ ຫລືເກັບກ່ຽວໃນໄຮ່ນາພືດຜົນທີ່ເກີດຂຶ້ນມາເອງ ຫລືເກັບເອົາຜົນອະງຸ່ນໃນສວນທີ່ບໍ່ໄດ້ຕັດຕອນມັນ. 12 ຕະຫລອດປີທີຫ້າສິບຈະເປັນປີບໍຣິສຸດສຳລັບພວກເຈົ້າ; ພວກເຈົ້າຈະກິນພືດຜົນທີ່ເກີດຂຶ້ນເອງໃນທົ່ງນາເທົ່ານັ້ນ. 13 ໃນປີນີ້ ຊັບສົມບັດທັງໝົດທີ່ຖືກຂາຍໄປນັ້ນ ຈະຕ້ອງຖືກສົ່ງຄືນໃຫ້ເຈົ້າຂອງເດີມ. 14 ສະນັ້ນ ເມື່ອພວກເຈົ້າຂາຍທີ່ດິນໃຫ້ຄົນອິດສະຣາເອນ ພີ່ນ້ອງຮ່ວມຊາດຂອງພວກເຈົ້າ ຫລືຊື້ທີ່ດິນຈາກລາວກໍດີ ຢ່າໄດ້ຊື້ຂາຍກັນໂດຍບໍ່ຍຸດຕິທຳ. 15 ສ່ວນລາຄານັ້ນໃຫ້ໄລ່ເອົາຕາມຈຳນວນປີ ຊຶ່ງທີ່ດິນຜະລິດຜົນລະປູກໄດ້ ກ່ອນຈະເຖິງປີຄົບຮອບປີທີຫ້າສິບ. 16 ຖ້າມີຫລາຍປີກໍຕ້ອງໃຫ້ຕື່ມລາຄາຂຶ້ນ ແຕ່ຖ້າມີນ້ອຍປີກໍຕ້ອງໃຫ້ຫລຸດລາຄາລົງ; ເພາະສິ່ງທີ່ຖືກຂາຍໄປນັ້ນແມ່ນຈຳນວນພືດຜົນ ຊຶ່ງທີ່ດິນຜະລິດຜົນໄດ້. 17 ຢ່າໄດ້ສໍ້ໂກງຄົນອິດສະຣາເອນ ພີ່ນ້ອງຮ່ວມຊາດຂອງພວກເຈົ້າ, ແຕ່ຈົ່ງຢຳເກງພຣະເຈົ້າຂອງພວກເຈົ້າ ເພາະເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.” ເລື່ອງຂອງປີທີເຈັດ 18 “ຈົ່ງເຊື່ອຟັງກົດບັນຍັດທຸກໆບົດຂອງເຮົາ ແລະຈົ່ງຖືຮັກສາຄຳສັ່ງທຸກໆຂໍ້ຂອງເຮົາ ເພື່ອວ່າພວກເຈົ້າຈະຢູ່ໃນດິນແດນໄດ້ຢ່າງປອດໄພ. 19 ທີ່ດິນຈະຜະລິດຜົນລະປູກໃຫ້ ແລະພວກເຈົ້າຈະໄດ້ກິນຢ່າງອີ່ມໜຳສຳລານ ແລະຈະຢູ່ໃນປະເທດໄດ້ຢ່າງປອດໄພ. 20 ແຕ່ບາງຄົນອາດຈະຖາມວ່າ, ‘ຈະມີຫຍັງກິນໃນປີທີເຈັດ ໃນເມື່ອບໍ່ໄດ້ຂຸດຄົ້ນທີ່ດິນ ແລະບໍ່ໄດ້ເກັບກ່ຽວພືດຜົນ.’ 21 ເຮົາຈະອວຍພອນທີ່ດິນປູກຝັງໃນປີທີຫົກ ເພື່ອວ່າມັນຈະຜະລິດອາຫານໃຫ້ພໍສຳລັບສາມປີ. 22 ເມື່ອພວກເຈົ້າປູກຝັງໃນໄຮ່ນາໃນປີທີແປດ ພວກເຈົ້າຍັງຈະກິນສິ່ງທີ່ເກັບກ່ຽວໄດ້ຈາກຜົນລະປູກໃນປີທີຫົກນັ້ນຢູ່ ແລະພວກເຈົ້າຍັງຈະມີກິນພຽງພໍຈົນເຖິງລະດູເກັບກ່ຽວຜົນລະປູກໃນປີທີເກົ້າ.” ປີແຫ່ງການສົ່ງຊັບສົມບັດຄືນ 23 “ທີ່ດິນຂອງພວກເຈົ້າຂາຍໃນລັກສະນະຖາວອນບໍ່ໄດ້ ເພາະວ່າພວກເຈົ້າບໍ່ແມ່ນເຈົ້າຂອງທີ່ດິນນັ້ນ; ທີ່ດິນເປັນຂອງເຮົາ ແລະພວກເຈົ້າກໍເປັນດັ່ງຄົນຕ່າງດ້າວທັງຫລາຍ ທີ່ໄດ້ຮັບອະນຸຍາດໃຫ້ປູກຝັງກິນໃນທີ່ດິນເທົ່ານັ້ນ. 24 ແລະທີ່ດິນທຸກບ່ອນທີ່ພວກເຈົ້າຢຶດຄອງຢູ່ນັ້ນ ພວກເຈົ້າຕ້ອງຮັບຮູ້ສິດທິຂອງເຈົ້າຂອງເດີມ ທີ່ຈະຊື້ທີ່ດິນນັ້ນຄືນໄດ້. 25 ຖ້າຄົນອິດສະຣາເອນຜູ້ນັ້ນຍາກຈົນ ແລະຖືກບັງຄັບໃຫ້ຂາຍທີ່ດິນຂອງຕົນໄປ ພີ່ນ້ອງຜູ້ໃກ້ຊິດລາວສາມາດຊື້ທີ່ດິນຄືນໄດ້. 26 ຜູ້ໃດຜູ້ໜຶ່ງທີ່ບໍ່ມີພີ່ນ້ອງຊື້ທີ່ດິນຄືນ ໃນພາຍລຸນມາເມື່ອເກີດຮັ່ງມີເປັນດີຂຶ້ນ ແລະມີເງື່ອນໄຂພຽງພໍ ລາວຈະຊື້ທີ່ດິນຄືນກໍໄດ້. 27 ໃນກໍລະນີເຊັ່ນນີ້ ລາວຕ້ອງຈ່າຍໃຫ້ຜູ້ທີ່ໄດ້ຊື້ທີ່ດິນນັ້ນ ໃນຈຳນວນເງິນຊົດເຊີຍຢ້ອນຫລັງນັບຕັ້ງແຕ່ມື້ທີ່ລາວໄດ້ຊື້ມາ ຈົນຮອດປີຄົບຮອບຫ້າສິບປີຊຸດຕໍ່ມາ. 28 ແຕ່ຖ້າລາວບໍ່ມີເງິນພຽງພໍສຳລັບຊື້ທີ່ດິນຄືນ ທີ່ດິນນັ້ນກໍຍັງຢູ່ພາຍໃຕ້ການດູແລຮັກສາຂອງຜູ້ທີ່ໄດ້ຊື້ທີ່ດິນນັ້ນຕໍ່ໄປ ຈົນຮອດຄົບຮອບປີຫ້າສິບຊຸດໜ້າ. ໃນປີນັ້ນທີ່ດິນຈະຖືກສົ່ງຄືນໃຫ້ເຈົ້າຂອງເດີມ. 29 ຖ້າຜູ້ໜຶ່ງຂາຍເຮືອນໃນເມືອງທີ່ມີກຳແພງ ລາວມີສິດທີ່ຈະຊື້ເຮືອນນັ້ນຄືນພາຍໃນໜຶ່ງປີທຳອິດ ນັບຕັ້ງແຕ່ມື້ຊື້ຂາຍກັນ. 30 ແຕ່ຖ້າລາວບໍ່ຊື້ຄືນພາຍໃນໜຶ່ງປີ ລາວໝົດສິດທິໃນການຊື້ຄືນ ແລະເຮືອນນັ້ນກໍກາຍເປັນກຳມະສິດອັນຖາວອນຂອງຜູ້ຊື້ ແລະເຊື້ອສາຍຂອງລາວ ການສົ່ງໃຫ້ຄືນໃນຄົບຮອບຫ້າສິບປີກໍຈະບໍ່ມີ. 31 ແຕ່ເຮືອນທີ່ຢູ່ນອກເມືອງທີ່ບໍ່ມີກຳແພງອ້ອມ ໃຫ້ຖືເອົາຄືກັນກັບດິນໄຮ່ນາ; ເຈົ້າຂອງຜູ້ທຳອິດມີສິດຊື້ຄືນ ແລະໃນປີຄົບຮອບຫ້າສິບປີ ທີ່ດິນຈະຖືກສົ່ງຄືນໃຫ້ເຈົ້າຂອງເດີມ. 32 ຢ່າງໃດກໍຕາມ ຄົນເລວີມີສິດຊື້ຊັບສົມບັດໃນຕົວເມືອງທັງຫລາຍຄືນໄດ້ທຸກເວລາ ຕາມທີ່ໄດ້ກຳນົດໄວ້. 33 ຖ້າຄົນເລວີຜູ້ໜຶ່ງຂາຍເຮືອນຂອງຕົນຢູ່ໃນເມືອງ ແລະບໍ່ໄດ້ຊື້ຄືນມາ; ເຮືອນນັ້ນຕ້ອງຖືກສົ່ງຄືນໃຫ້ລາວໃນເວລາຄົບຮອບຫ້າສິບປີ ເພາະເຮືອນທີ່ຄົນເລວີເປັນເຈົ້າຂອງຢູ່ໃນເມືອງຂອງພວກເຂົາ ແມ່ນຊັບສົມບັດອັນຖາວອນຂອງພວກເຂົາໃນທ່າມກາງປະຊາຊົນອິດສະຣາເອນ. 34 ແຕ່ດິນດອນຕ່ອນຫຍ້າບ່ອນລ້ຽງສັດທີ່ອ້ອມຕົວເມືອງຕ່າງໆຂອງຄົນເລວີນັ້ນ ຈະຂາຍບໍ່ໄດ້ເດັດຂາດ; ມັນເປັນຊັບສົມບັດຂອງພວກເຂົາຕະຫລອດໄປ.” ການໃຫ້ຄົນຍາກຈົນກູ້ຢືມ 35 “ຖ້າພີ່ນ້ອງອິດສະຣາເອນບ້ານໃກ້ເຮືອນຄຽງພວກເຈົ້າຄົນໜຶ່ງຍາກຈົນຫລາຍ ຈົນລາວບໍ່ສາມາດຈະລ້ຽງຕົນເອງໄດ້; ພວກເຈົ້າຕ້ອງຫາທາງຊ່ວຍເຫລືອລາວ ໃນຖານະເປັນແຂກອາໄສຢູ່ນຳຂອງພວກເຈົ້າ ເພື່ອລາວຈະໄດ້ຢູ່ໃກ້ພວກເຈົ້າ. 36 ຢ່າຄິດເອົາດອກເບ້ຍນຳລາວເລີຍ ແຕ່ຈົ່ງຢຳເກງພຣະເຈົ້າຂອງເຈົ້າແລະໃຫ້ລາວອາໄສຢູ່ໃກ້ພວກເຈົ້າ. 37 ຢ່າໃຫ້ລາວຈ່າຍດອກເບ້ຍເງິນທີ່ພວກເຈົ້າໃຫ້ລາວຢືມ ແລະຢ່າເອົາກຳໄລຈາກອາຫານ ທີ່ພວກເຈົ້າຂາຍໃຫ້ລາວກິນ. 38 ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຜູ້ທີ່ໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ ເພື່ອມອບດິນແດນການາອານໃຫ້ແກ່ພວກເຈົ້າ ແລະເພື່ອເປັນພຣະເຈົ້າຂອງພວກເຈົ້າ. ການປົດປ່ອຍທາດຮັບໃຊ້ໃຫ້ເປັນອິດສະຫລະ 39 ຖ້າພີ່ນ້ອງຊົນຊາດອິດສະຣາເອນທີ່ຢູ່ໃກ້ພວກເຈົ້າ ຕົກທຸກໄດ້ຍາກທີ່ສຸດ ຈົນຂາຍຕົນເອງເປັນທາດຮັບໃຊ້ພວກເຈົ້າ; ຢ່າປະຕິບັດຕໍ່ລາວເໝືອນດັ່ງຄົນຮັບໃຊ້. 40 ໃຫ້ລາວເປັນລູກຈ້າງຜູ້ໜຶ່ງຂອງພວກເຈົ້າ ແລະຢູ່ຮັບໃຊ້ພວກເຈົ້າຈົນຄົບຮອບຫ້າສິບປີຊຸດໜ້າ. 41 ເມື່ອເຖິງເວລານັ້ນ ລາວເອງພ້ອມລູກຈະຕ້ອງໄດ້ຮັບການປົດປ່ອຍເປັນອິດສະຫລະ ແລະກັບຄືນໄປຢູ່ນຳຄອບຄົວ ແລະສູ່ຊັບສິນຂອງປູ່ຍ່າຕາຍາຍຂອງລາວ. 42 ເພາະພວກເຂົາເປັນຄົນຮັບໃຊ້ຂອງເຮົາ ຊຶ່ງເຮົາໄດ້ນຳພວກເຂົາອອກມາຈາກປະເທດເອຢິບ; ພວກເຂົາຈະບໍ່ຖືກຂາຍໃຫ້ເປັນທາດຮັບໃຊ້ອີກ. 43 ຢ່າເຮັດກັບພວກເຂົາຢ່າງໂຫດຮ້າຍທາລຸນ, ແຕ່ຈົ່ງຢຳເກງພຣະເຈົ້າຂອງເຈົ້າ. 44 ຖ້າພວກເຈົ້າຕ້ອງການຄົນຮັບໃຊ້ ພວກເຈົ້າຊື້ເອົາມາໄດ້ຈາກປະເທດໃກ້ຄຽງ. 45 ພວກເຈົ້າອາດຊື້ເອົາລູກຫລານຂອງຄົນຕ່າງດ້າວ ທີ່ຢູ່ທ່າມກາງພວກເຈົ້າກໍໄດ້. ພວກເດັກນ້ອຍເຫຼົ່ານີ້ເກີດຢູ່ໃນດິນແດນຂອງພວກເຈົ້າ ແລະເປັນຊັບສົມບັດຂອງພວກເຈົ້າກໍໄດ້ 46 ແລະພວກເຈົ້າມອບພວກເຂົາ ສືບຕໍ່ໃຫ້ພວກລູກຫລານຂອງພວກເຈົ້າກໍໄດ້. ພວກເຂົາຈະຢູ່ຮັບໃຊ້ພວກເຈົ້າຕາບໃດທີ່ພວກເຂົາຍັງມີຊີວິດຢູ່. ແຕ່ພວກເຈົ້າຕ້ອງບໍ່ປະຕິບັດຢ່າງໂຫດຮ້າຍທາລຸນຕໍ່ພີ່ນ້ອງອິດສະຣາເອນ ຊົນຊາດດຽວກັນກັບພວກເຈົ້າ. 47 ຖ້າຄົນຕ່າງດ້າວຜູ້ໜຶ່ງທີ່ອາໄສຢູ່ທ່າມກາງພວກເຈົ້າ ເກີດຮັ່ງມີເປັນດີຂຶ້ນມາ ແລະໃນຂະນະດຽວກັນນັ້ນ ພີ່ນ້ອງຮ່ວມຊາດອິດສະຣາເອນເກີດຕົກທຸກໄດ້ຍາກ ຈົນຕ້ອງຂາຍຕົວເອງໃຫ້ເປັນທາດຮັບໃຊ້ ເພື່ອຮັບໃຊ້ຄົນຕ່າງດ້າວ ຫລືສະມາຊິກໃນຄອບຄົວຂອງລາວ. 48 ຫລັງຈາກລາວຖືກຂາຍໄປແລ້ວ ລາວຍັງມີສິດທີ່ຈະຊື້ລາວຄືນມາໄດ້. ຄົນໜຶ່ງໃນບັນດາອ້າຍນ້ອງ, 49 ລຸງ ຫລືລູກອ້າຍລູກນ້ອງ ແລະຄົນອື່ນໆທີ່ເປັນພີ່ນ້ອງຜູ້ໃກ້ຊິດຂອງລາວ ຊື້ລາວຄືນມາໄດ້ ຫລືຖ້າລາວເອງມີເງື່ອນໄຂພຽງພໍ ຕ້ອງໃຫ້ລາວຊື້ຕົນເອງເປັນອິດສະຫລະ. 50 ລາວຕ້ອງປຶກສາກັບຜູ້ທີ່ຊື້ລາວມານັ້ນກ່ອນ ແລ້ວໃຫ້ພວກເຂົາຄິດໄລ່ປີ ນັບຕັ້ງແຕ່ມື້ທີ່ລາວໄດ້ຂາຍຕົວເປັນຄົນຮັບໃຊ້ ຈົນຮອດປີຄົບຮອບຫ້າສິບປີຈະມາເຖິງ ແລະໃຫ້ຕັ້ງຄ່າຊື້ຄືນໂດຍອີງໃສ່ອັດຕາຄ່າແຮງງານ ຊຶ່ງເຂົາໄດ້ໃຫ້ລູກຈ້າງຜູ້ໜຶ່ງ. 51 ຖ້າຍັງມີຫລາຍປີ ລາວຕ້ອງໃຊ້ແທນລາຄາໄຖ່ຕົວຕາມປີທັງຫຼາຍທີ່ຍັງເຫລືອຢູ່ນັ້ນ. 52 ແລະຖ້າຍັງມີໜ້ອຍປີທີ່ຈະຮອດປີທີຫ້າສິບ ລາວຕ້ອງຄິດໄລ່ກັບເຈົ້ານາຍຕາມຈຳນວນປີທີ່ຍັງເຫລືອນັ້ນ 53 ເໝືອນດັ່ງກັບວ່າລາວຖືກຈ້າງປະຈຳປີ. ນາຍຂອງລາວບໍ່ຕ້ອງເຮັດຕໍ່ລາວແບບໂຫດຮ້າຍທາລຸນ. 54 ຖ້າລາວບໍ່ໄດ້ຮັບການປົດປ່ອຍໃຫ້ເປັນອິດສະຫລະໂດຍວິທີເຫຼົ່ານີ້ ລາວພ້ອມດ້ວຍລູກຂອງລາວຕ້ອງຖືກປົດປ່ອຍໃຫ້ເປັນອິດສະຫລະ ໃນເວລາຄົບຮອບຫ້າສິບປີຊຸດທີ່ຈະມາເຖິງ. 55 ດ້ວຍວ່າ, ປະຊາຊົນອິດສະຣາເອນນັ້ນເປັນທາດຮັບໃຊ້ຂອງເຮົາ ພວກເຂົາເປັນທາດຮັບໃຊ້ຂອງເຮົາທີ່ເຮົາໄດ້ນຳພວກເຂົາອອກມາຈາກປະເທດເອຢິບ; ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.” |
@ 2012 United Bible Societies. All Rights Reserved.