Biblia Todo Logo
Bìoball air-loidhne

- Sanasan -

ລະບຽບ^ພວກເລວີ 24 - ພຣະຄຳພີສັກສິ


ການ​ດູແລ​ຮັກສາ​ຕະກຽງ
( ອພຍ 27:20-21 )

1 ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ,

2 “ໃຫ້​ສັ່ງ​ປະຊາຊົນ​ນຳ​ນໍ້າມັນ​ໝາກກອກເທດ​ສົດ ທີ່​ມີ​ຄຸນນະພາບ​ດີ​ສຳລັບ​ໄຕ້​ຕະກຽງ​ມາ​ຖວາຍ​ໃນ​ຫໍເຕັນ ເພື່ອ​ວ່າ​ຕະກຽງ​ຈະ​ຮຸ່ງແຈ້ງ​ຢູ່​ສະເໝີ.

3 ທຸກ​ວັນ​ເວລາ​ຄໍ່າ ອາໂຣນ​ຕ້ອງ​ໄຕ້​ຕະກຽງ​ທີ່​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ຮັກສາ​ໃຫ້​ມັນ​ຮຸ່ງ​ຢູ່​ຈົນເຖິງ​ແຈ້ງ ຕໍ່ໜ້າ​ພຣະເຈົ້າຢາເວ​ທີ່​ຢູ່​ນອກ​ຜ້າກັ້ງ​ຕໍ່ໜ້າ​ຂອງ​ຫີບ​ພັນທະສັນຍາ. ໃຫ້​ພາກັນ​ຢຶດຖື​ລະບຽບ​ການ​ນີ້​ໄວ້​ທຸກຍຸກ​ທຸກສະໄໝ​ສືບໄປ.

4 ອາໂຣນ​ຈະ​ຕ້ອງ​ດູແລ​ຮັກສາ​ຕະກຽງ​ເທິງ​ຫລັກ​ທີ່​ເຮັດ​ດ້ວຍ​ຄຳສົດ ແລະ​ກວດເບິ່ງ​ໃຫ້​ຮຸ່ງ​ແຈ້ງ​ຢູ່​ຢ່າງ​ສະໝໍ່າ​ສະເໝີ ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ.


ເຂົ້າຈີ່​ທີ່​ຖວາຍ​ແກ່​ພຣະເຈົ້າ

5 ຈົ່ງ​ເອົາ​ແປ້ງ​ສິບສອງ​ກິໂລກຼາມ​ມາ ແລະ​ປັ້ນ​ເຮັດ​ເຂົ້າຈີ່​ສິບສອງ​ກ້ອນ.

6 ເມື່ອ​ເຮັດ​ແລ້ວ ຈົ່ງ​ວາງ​ເຂົ້າຈີ່​ນັ້ນ​ເປັນ​ສອງ​ແຖວ​ຄື: ແຖວ​ລະ​ຫົກ​ກ້ອນ​ເທິງ​ໂຕະ​ທີ່​ໂອບ​ດ້ວຍ​ຄຳສົດ ຊຶ່ງ​ຕັ້ງ​ໄວ້​ຢູ່​ຕໍ່ໜ້າ​ອົງພຣະ​ຜູ້​ເປັນເຈົ້າ.

7 ເທິງ​ແຕ່ລະ​ແຖວ​ນັ້ນ ໃຫ້​ເອົາ​ກຳຍານ​ບໍຣິສຸດ​ບາງ​ສ່ວນ​ໃສ່ ແລະ​ກຳຍານ​ນັ້ນ​ກໍ​ຈະ​ເປັນ​ເຄື່ອງໝາຍ​ວ່າ ເຂົ້າຈີ່​ນັ້ນ​ໄດ້​ອຸທິດ​ຖວາຍ​ເປັນ​ອາຫານ​ແກ່​ພຣະເຈົ້າຢາເວ​ແລ້ວ.

8 ທຸກ​ວັນ​ຊະບາໂຕ ຈົ່ງ​ນຳ​ເຂົ້າຈີ່​ມາ​ວາງ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ​ທຸກຍຸກ​ທຸກສະໄໝ​ສືບໄປ. ອັນ​ນີ້​ໃຫ້​ຖື​ເປັນ​ໜ້າທີ່​ຂອງ​ຊາວ​ອິດສະຣາເອນ​ຕະຫລອດໄປ.

9 ສ່ວນ​ເຂົ້າຈີ່​ນັ້ນ​ໃຫ້​ເປັນ​ຂອງ​ອາໂຣນ ແລະ​ເຊື້ອສາຍ​ຂອງ​ລາວ ແລະ​ພວກເຂົາ​ຈະ​ຕ້ອງ​ກິນ​ເຂົ້າຈີ່​ນັ້ນ​ໃນ​ບ່ອນ​ສັກສິດ ເພາະ​ແມ່ນ​ອາຫານ​ບໍຣິສຸດ ທີ່​ໄດ້​ຖວາຍ​ແກ່​ພຣະເຈົ້າຢາເວ​ສຳລັບ​ປະໂຣຫິດ.”


ຕົວຢ່າງ​ທີ່​ຖືກຕ້ອງ​ແລະ​ການ​ລົງໂທດ​ທີ່​ຍຸດຕິທຳ

10-11 ມີ​ຊາຍ​ຄົນ​ໜຶ່ງ​ທີ່​ພໍ່​ເປັນ​ຄົນ​ເອຢິບ ແລະ​ແມ່​ເປັນ​ຄົນ​ອິດສະຣາເອນ​ຊື່​ວ່າ ເຊໂລມິດ ເປັນ​ລູກສາວ​ຂອງ​ດີບະຣີ ທີ່​ມາ​ຈາກ​ຕະກຸນ​ດານ. ຊາຍ​ຜູ້​ນີ້​ໄດ້​ຜິດຖຽງກັນ​ກັບ​ຄົນ​ອິດສະຣາເອນ​ຜູ້ໜຶ່ງ​ຢູ່​ໃນ​ຄ້າຍພັກ. ເວລາ​ຜິດຖຽງກັນ​ນັ້ນ ລາວ​ໄດ້​ສາບແຊ່ງ​ພຣະນາມ​ພຣະເຈົ້າ. ສະນັ້ນ ເຂົາ​ຈຶ່ງ​ນຳ​ລາວ​ມາ​ຫາ​ໂມເຊ;

12 ເພິ່ນ​ໃຫ້​ເຂົາ​ກັກ​ໂຕ​ລາວ​ໄວ້ ແລະ​ລໍ​ເບິ່ງ​ວ່າ ພຣະເຈົ້າຢາເວ​ຈະ​ບອກ​ໃຫ້​ເຮັດ​ຫຍັງ​ໃນ​ຂັ້ນ​ຕໍ່ໄປ.

13 ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ,

14 “ໃຫ້​ນຳ​ຊາຍ​ຜູ້​ນີ້​ອອກ​ໄປ​ນອກ​ຄ້າຍ. ທຸກໆ​ຄົນ​ທີ່​ໄດ້ຍິນ​ລາວ​ສາບແຊ່ງ ຈະ​ຕ້ອງ​ວາງ​ມື​ໃສ່​ເທິງ​ຫົວ​ຂອງ​ລາວ ເພື່ອ​ຢັ້ງຢືນ​ວ່າ​ຊາຍ​ຄົນ​ນີ້​ໄດ້​ກະທຳ​ຜິດ ແລະ​ຕໍ່ໄປ​ຊຸມຊົນ​ອິດສະຣາເອນ​ຈະ​ຕ້ອງ​ຄວ່າງ​ກ້ອນຫີນ​ໃສ່​ລາວ​ໃຫ້​ຕາຍ.

15 ແລ້ວ​ໃຫ້​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ ຜູ້ໃດ​ຜູ້ໜຶ່ງ​ທີ່​ສາບແຊ່ງ​ພຣະເຈົ້າ ຕ້ອງ​ໄດ້​ຮັບ​ຜົນ​ກຳ ແລະ​ຕ້ອງ​ຮັບ​ໂທດ​ເຖິງ​ຕາຍ.

16 ຄົນ​ອິດສະຣາເອນ​ຜູ້ໃດ ຫລື​ຄົນ​ຕ່າງດ້າວ​ຜູ້ໃດ​ກໍຕາມ ອາໄສ​ຢູ່​ໃນ​ດິນແດນ​ອິດສະຣາເອນ​ທີ່​ສາບແຊ່ງ​ພຣະນາມ​ຂອງ​ພຣະເຈົ້າຢາເວ ຈະ​ຕ້ອງ​ຖືກ​ປະຊາຊົນ​ຄວ່າງ​ກ້ອນຫີນ​ໃສ່​ໃຫ້​ຕາຍ.

17 ຜູ້ໃດ​ຜູ້ໜຶ່ງ​ທີ່​ຂ້າ​ຄົນ ຈະ​ຕ້ອງ​ຖືກ​ລົງໂທດ​ເຖິງ​ຕາຍ

18 ແລະ​ຜູ້ໃດ​ຜູ້ໜຶ່ງ​ທີ່​ຂ້າ​ສັດ​ຂອງ​ຄົນອື່ນ ຈະ​ຕ້ອງ​ໃຊ້​ສັດ​ນັ້ນ​ຄືນ​ໃຫ້​ເຈົ້າຂອງ. ຫລັກການ​ມີ​ຢູ່​ວ່າ ຊີວິດ​ແທນ​ຊີວິດ.

19 ຖ້າ​ຜູ້ໃດ​ຜູ້ໜຶ່ງ​ທຳຮ້າຍ​ຮ່າງກາຍ​ຂອງ​ຜູ້​ອື່ນ ບໍ່​ວ່າ​ລາວ​ຈະ​ເຮັດ​ໃຫ້​ຄົນອື່ນ​ນັ້ນ​ຢ່າງໃດ ເຂົາ​ກໍ​ຈະ​ເຮັດ​ໃຫ້​ລາວ​ເໝືອນກັນ​ຢ່າງນັ້ນ.

20 ຖ້າ​ລາວ​ເຮັດ​ໃຫ້​ກະດູກ​ຊີກ​ໜຶ່ງ​ຂອງ​ຄົນອື່ນ​ຫັກ ກະດູກ​ຊີກ​ໜຶ່ງ​ຂອງ​ລາວ​ກໍ​ຈະ​ຕ້ອງ​ຫັກ​ຄືກັນ; ຖ້າ​ລາວ​ເຮັດ​ໃຫ້​ຕາ​ໜ່ວຍ​ໜຶ່ງ​ຂອງ​ຄົນອື່ນ​ບອດ ຕາ​ໜ່ວຍ​ໜຶ່ງ​ຂອງ​ລາວ​ກໍ​ຈະ​ຕ້ອງ​ບອດ​ດ້ວຍ; ຖ້າ​ລາວ​ຕີ​ແຂ້ວ​ເຫຼັ້ມ​ໜຶ່ງ​ຂອງ​ຄົນອື່ນ​ຫັກ ແຂ້ວ​ເຫຼັ້ມ​ໜຶ່ງ​ຂອງ​ລາວ​ກໍ​ຈະ​ຕ້ອງ​ຫັກ​ດ້ວຍ. ລາວ​ທຳຮ້າຍ​ຄົນອື່ນ​ຢ່າງໃດ ຄົນອື່ນ​ກໍ​ຈະ​ທຳຮ້າຍ​ລາວ​ຄືນ​ຢ່າງນັ້ນ.

21 ຜູ້ໃດ​ກໍຕາມ​ທີ່​ຂ້າ​ສັດ​ຂອງ​ຄົນອື່ນ ຈະ​ຕ້ອງ​ຊົດໃຊ້​ສັດ​ນັ້ນ​ແທນ​ຄືນ, ແຕ່​ຜູ້ໃດ​ກໍຕາມ​ທີ່​ຂ້າ​ຄົນ ຈະ​ຕ້ອງ​ຖືກ​ລົງໂທດ​ໃຫ້​ເຖິງ​ຕາຍ.

22 ກົດບັນຍັດ​ນີ້​ໃຫ້​ໃຊ້​ສຳລັບ​ທຸກຄົນ ບໍ່​ວ່າ​ຈະ​ເປັນ​ຄົນ​ອິດສະຣາເອນ ຫລື​ຄົນ​ຕ່າງດ້າວ​ກໍຕາມ​ທີ່​ອາໄສ​ຢູ່​ໃນ​ທ່າມກາງ​ພວກເຈົ້າ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.”

23 ເມື່ອ​ໂມເຊ​ໄດ້​ກ່າວ​ເຊັ່ນນີ້​ຕໍ່​ປະຊາຊົນ​ອິດສະຣາເອນ​ແລ້ວ ພວກເຂົາ​ໄດ້​ນຳ​ຊາຍ​ຄົນ​ນັ້ນ​ອອກ​ໄປ​ນອກ​ຄ້າຍພັກ ແລະ​ຄວ່າງ​ກ້ອນຫີນ​ໃສ່​ລາວ​ໃຫ້​ຕາຍ. ໃນ​ທຳນອງນີ້​ທີ່​ປະຊາຊົນ​ອິດສະຣາເອນ​ໄດ້​ປະຕິບັດ ຕາມ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ແກ່​ໂມເຊ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan