Biblia Todo Logo
Bìoball air-loidhne

- Sanasan -

ລະບຽບ^ພວກເລວີ 22 - ພຣະຄຳພີສັກສິ


ຄວາມ​ສັກສິດ​ຂອງ​ເຄື່ອງ​ຖວາຍ

1 ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ

2 ໃຫ້​ບອກ​ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ​ວ່າ, “ພວກເຈົ້າ​ບໍ່​ຕ້ອງ​ນຳ​ຄວາມ​ອັບອາຍ​ຂາຍໜ້າ​ມາ​ສູ່​ນາມຊື່​ອັນ​ບໍຣິສຸດ​ຂອງເຮົາ; ສະນັ້ນ ຈົ່ງ​ພາກັນ​ແຍກ​ອອກ​ຈາກ​ເຄື່ອງ​ຖວາຍ​ອັນ​ສັກສິດ ທີ່​ປະຊາຊົນ​ອິດສະຣາເອນ​ໄດ້​ນຳ​ມາ​ຖວາຍ​ແກ່​ເຮົາ​ນີ້​ດ້ວຍ​ຄວາມ​ຢຳເກງ. ເຮົາ​ແມ່ນ​ພຣະເຈົ້າຢາເວ.

3 ຖ້າ​ເຊື້ອສາຍ​ຂອງ​ພວກເຈົ້າ​ຜູ້ໃດ​ເປັນມົນທິນ​ຕາມ​ກົດບັນຍັດ ເຂົ້າ​ມາ​ໃກ້​ເຄື່ອງ​ຖວາຍ​ອັນ​ສັກສິດ ທີ່​ປະຊາຊົນ​ອິດສະຣາເອນ​ໄດ້​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ຜູ້ນັ້ນ​ຈະ​ບໍ່ໄດ້​ເຂົ້າ​ມາ​ຮັບໃຊ້​ເຮົາ​ທີ່​ແທ່ນບູຊາ​ຈັກເທື່ອ. ຂໍ້ຄຳສັ່ງ​ທັງໝົດ​ນີ້​ໃຫ້​ປະຕິບັດ​ສືບຕໍ່​ກັນ​ໄປ. ເຮົາ​ແມ່ນ​ພຣະເຈົ້າຢາເວ.

4 ບໍ່​ໃຫ້​ເຊື້ອສາຍ​ຂອງ​ອາໂຣນ​ຄົນ​ໃດ​ຄົນ​ໜຶ່ງ ທີ່​ເປັນ​ພະຍາດ​ຂີ້ທູດ ຫລື​ຜູ້​ທີ່​ມີ​ສິ່ງ​ໄຫລ​ອອກ​ຈາກ​ຮ່າງກາຍ​ກິນ​ເຄື່ອງ​ຖວາຍ​ອັນ​ສັກສິດ ຈົນກວ່າ​ລາວ​ຈະ​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ. ປະໂຣຫິດ​ທຸກຄົນ​ກໍ​ເປັນ​ມົນທິນ ຖ້າ​ແຕະຕ້ອງ​ສິ່ງ​ທີ່​ເປັນມົນທິນ​ເຊັ່ນ: ແຕະຕ້ອງ​ຊາກສົບ, ມີ​ນໍ້າກາມ​ທີ່​ໄຫລ​ອອກ,

5 ແຕະຕ້ອງ​ສັດ​ຫລື​ຄົນ​ທີ່​ເປັນ​ມົນທິນ.

6 ປະໂຣຫິດ​ທຸກຄົນ​ທີ່​ເປັນມົນທິນ​ກໍ​ຍັງ​ເປັນ​ມົນທິນ​ຈົນ​ຮອດ​ຄໍ່າ ແລະ​ເຂົາ​ຍັງ​ກິນ​ຂອງ​ຖວາຍ​ອັນ​ສັກສິດ​ບໍ່ໄດ້ ຈົນ​ກ່ວາ​ໄດ້​ອາບນໍ້າ​ຊຳລະ​ຮ່າງກາຍ​ແລ້ວ.

7 ຫລັງຈາກ​ຕາເວັນ​ຕົກ​ດິນ​ແລ້ວ ລາວ​ກໍ​ບໍ່​ເປັນ​ມົນທິນ ແລະ​ລາວ​ອາດ​ກິນ​ຂອງ​ຖວາຍ​ອັນ​ສັກສິດ ຊຶ່ງ​ເປັນ​ອາຫານ​ຂອງ​ລາວ​ໄດ້.

8 ລາວ​ຈະ​ຕ້ອງ​ບໍ່​ກິນ​ຊີ້ນ​ສັດ​ໃດໆ​ທີ່​ຕາຍ​ເອງ ຫລື​ຖືກ​ສັດປ່າ​ກັດ​ຕາຍ; ອາຫານ​ນັ້ນ​ຈະ​ເຮັດ​ໃຫ້​ລາວ​ເປັນ​ມົນທິນ. ເຮົາ​ແມ່ນ​ພຣະເຈົ້າຢາເວ.

9 ປະໂຣຫິດ​ທຸກຄົນ​ຈະ​ຕ້ອງ​ປະຕິບັດ​ຕາມ​ລະບຽບການ​ຕ່າງໆ ທີ່​ເຮົາ​ໄດ້​ມອບ​ໃຫ້​ນີ້. ຖ້າບໍ່​ດັ່ງນັ້ນ ພວກເຂົາ​ຈະ​ເຮັດ​ຜິດ​ແລະ​ຕາຍ ເພາະ​ໄດ້​ຝ່າຝືນ​ລະບຽບ​ການ​ອັນ​ສັກສິດ. ເຮົາ​ແມ່ນ​ພຣະເຈົ້າຢາເວ ແລະ​ເຮົາ​ໄດ້​ເຮັດ​ໃຫ້​ພວກເຂົາ​ບໍຣິສຸດ.

10 ຄົນ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ຂອງ​ປະໂຣຫິດ​ເທົ່ານັ້ນ ທີ່​ຈະ​ກິນ​ຂອງ​ຖວາຍ​ອັນ​ສັກສິດ​ໄດ້; ນອກ​ນັ້ນ​ບໍ່ມີ​ຜູ້ໃດ​ສາມາດ​ຈະ​ກິນ​ໄດ້ ແມ່ນແຕ່​ຄົນ​ທີ່​ອາໄສ​ຢູ່​ນຳ​ປະໂຣຫິດ ຫລື​ຄົນ​ທີ່​ປະໂຣຫິດ​ຈ້າງ​ມາ​ຊ່ວຍ​ວຽກ​ກໍ​ກິນ​ບໍ່ໄດ້.

11 ແຕ່​ພວກ​ຄົນ​ຮັບໃຊ້​ທີ່​ປະໂຣຫິດ​ຊື້​ມາ​ດ້ວຍ​ເງິນ​ຂອງ​ຕົນເອງ ຫລື​ທີ່​ເກີດ​ໃນ​ຄອບຄົວ ອາດ​ກິນ​ອາຫານ​ທີ່​ປະໂຣຫິດ​ໄດ້​ນຳມາ​ນັ້ນ.

12 ລູກສາວ​ຂອງ​ປະໂຣຫິດ​ທີ່​ແຕ່ງງານ​ກັບ​ຄົນ​ທີ່​ບໍ່​ເປັນ​ປະໂຣຫິດ ບໍ່​ອາດ​ກິນ​ເຄື່ອງ​ຖວາຍ​ອັນ​ສັກສິດ​ໄດ້.

13 ແຕ່​ລູກສາວ​ຂອງ​ປະໂຣຫິດ​ທີ່​ເປັນ​ແມ່ໝ້າຍ ຫລື​ແມ່ຮ້າງ​ທີ່​ຍັງ​ບໍ່ມີ​ລູກ ແລະ​ຜູ້​ທີ່​ກັບຄືນ​ມາ​ຢູ່​ໃນ​ຄອບຄົວ​ພໍ່​ທີ່​ຢູ່​ໃຕ້​ຄວາມ​ດູແລ​ຂອງ​ເພິ່ນ ອາດ​ກິນ​ອາຫານ​ທີ່​ພໍ່​ຂອງຕົນ​ໄດ້​ຮັບ​ໃນ​ຖານະ​ເປັນ​ປະໂຣຫິດ​ໄດ້. ຄົນ​ໃນ​ຄອບຄົວ​ຂອງ​ປະໂຣຫິດ​ເທົ່ານັ້ນ ທີ່​ກິນ​ເຄື່ອງ​ຖວາຍ​ອັນ​ສັກສິດ​ໄດ້.

14 ຖ້າ​ບຸກຄົນ​ໃດ​ທີ່​ບໍ່ແມ່ນ​ຄົນ​ໃນ​ຄອບຄົວ​ຂອງ​ປະໂຣຫິດ ກິນ​ເຄື່ອງ​ຖວາຍ​ອັນ​ສັກສິດ​ໂດຍ​ບໍ່ໄດ້​ຕັ້ງໃຈ ລາວ​ຕ້ອງ​ຈ່າຍ​ເງິນ​ຄືນ​ໃຫ້​ປະໂຣຫິດ ເຕັມ​ລາຄາ​ພ້ອມ​ກັບ​ເພີ່ມ​ອີກ​ຊາວ​ເປີເຊັນ.

15 ຝ່າຍ​ປະໂຣຫິດ​ຈະ​ຕ້ອງ​ບໍ່​ໝິ່ນປະໝາດ​ຄວາມ​ສັກສິດ​ຂອງ​ເຄື່ອງ​ຖວາຍ​ຕໍ່​ພຣະເຈົ້າຢາເວ

16 ໂດຍ​ປະ​ໃຫ້​ຄົນ​ທີ່​ບໍ່ໄດ້​ຮັບ​ອະນຸຍາດ​ກິນ​ເຄື່ອງ​ຖວາຍ​ອັນ​ສັກສິດ; ເພາະ​ອັນ​ນີ້​ເປັນ​ການ​ນຳ​ຄວາມຜິດ​ກັບ​ການ​ລົງໂທດ​ມາ​ໃຫ້​ຜູ້ນັ້ນ. ເຮົາ​ແມ່ນ​ພຣະເຈົ້າຢາເວ ແລະ​ເຮົາ​ເປັນ​ຜູ້​ເຮັດ​ໃຫ້​ເຄື່ອງຖວາຍ​ສັກສິດ.”

17 ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ

18 ໃຫ້​ມອບ​ລະບຽບການ​ທັງໝົດ​ນີ້ ແກ່​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ກັບ​ປະຊາຊົນ​ອິດສະຣາເອນ ດັ່ງ​ຕໍ່ໄປນີ້: “ເມື່ອ​ຄົນ​ອິດສະຣາເອນ​ຫລື​ຄົນ​ຕ່າງດ້າວ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ອິດສະຣາເອນ ນຳ​ເຄື່ອງ​ມາ​ເພື່ອ​ເຜົາ​ຖວາຍ​ບໍ່​ວ່າ​ເພື່ອ​ແກ້​ບະບົນ ຫລື​ດ້ວຍ​ໃຈ​ສັດທາ​ແກ່​ພຣະເຈົ້າຢາເວ ສັດ​ທີ່​ຈະ​ຖວາຍ​ນັ້ນ​ຕ້ອງ​ເປັນ​ໂຕ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.

19 ເຄື່ອງ​ຖວາຍ​ຈະ​ເປັນ​ທີ່​ຍອມ​ຮັບ​ໄດ້​ນັ້ນ ກໍ​ຕໍ່​ເມື່ອ​ຖວາຍ​ສັດ​ໂຕ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ.

20 ຢ່າ​ເອົາ​ສັດ​ມີ​ຕຳໜິ​ມາ​ຖວາຍ ເພາະວ່າ​ຈະ​ບໍ່​ເປັນ​ທີ່​ຖືກ​ຍອມຮັບ​ໄດ້.

21 ເມື່ອ​ຜູ້ໃດ​ຜູ້ໜຶ່ງ​ນຳ​ເຄື່ອງ​ມາ​ຖວາຍ ເພື່ອ​ຄວາມ​ສາມັກຄີທຳ​ແກ່​ພຣະເຈົ້າຢາເວ ບໍ່​ວ່າ​ຈະ​ເປັນ​ເຄື່ອງ​ຖວາຍ​ເພື່ອ​ແກ້​ບະບົນ ຫລື​ດ້ວຍ​ໃຈ​ສັດທາ​ກໍດີ ສັດ​ທີ່​ຈະ​ຖວາຍ​ນັ້ນ​ຕ້ອງ​ເປັນ​ໂຕ​ທີ່​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ ຈຶ່ງ​ຈະ​ເປັນ​ທີ່​ຍອມ​ຮັບ​ເອົາ​ໄດ້.

22 ຢ່າ​ຖວາຍ​ສັດ​ດັ່ງ​ຕໍ່ໄປນີ້​ໃຫ້​ພຣະເຈົ້າຢາເວ ຄື: ສັດ​ຕາບອດ ຫລື​ຂາ​ພິການ ຫລື​ມີ​ແປ້ວ ຫລື​ມີ​ສິ່ງ​ໄຫລ​ອອກ ຫລື​ເປັນ​ຂີ້ກາກ​ຂີ້ຫິດ. ຢ່າ​ຖວາຍ​ສັດ​ເຫຼົ່ານີ້​ເທິງ​ແທ່ນບູຊາ​ເປັນ​ເຄື່ອງ​ບູຊາ​ຖວາຍ​ດ້ວຍໄຟ​ແກ່​ພຣະເຈົ້າຢາເວ.

23 ສ່ວນ​ການ​ຖວາຍ​ຕາມໃຈ​ສັດທາ​ນັ້ນ ພວກເຈົ້າ​ຖວາຍ​ສັດ​ທີ່​ເປັນ​ໝັນ ຫລື​ຕົນ​ໂຕ​ທີ່​ບໍ່​ສົມບູນ​ໄດ້, ແຕ່​ສຳລັບ​ການ​ຖວາຍ​ເພື່ອ​ແກ້​ບະບົນ​ນັ້ນ​ຈະ​ບໍ່​ເປັນ​ທີ່​ຍອມຮັບ​ໄດ້.

24 ຢ່າ​ຖວາຍ​ສັດ​ໂຕ​ໃດ​ທີ່​ໝາກ​ໄຂ່​ຫຳ​ຖືກ​ບີບ​ແຕກ, ຖືກ​ຕັດ, ຖືກ​ຕອນ ຫລື​ຖືກ​ລອກ​ອອກ​ແກ່​ພຣະເຈົ້າຢາເວ ສິ່ງ​ນີ້​ບໍ່​ເປັນ​ທີ່​ອະນຸຍາດ​ໃຫ້​ເຮັດ​ໃນ​ດິນແດນ​ຂອງ​ພວກເຈົ້າ​ຢ່າງ​ເດັດຂາດ,

25 ຢ່າ​ເອົາ​ສັດ​ທີ່​ໄດ້​ຈາກ​ຊາວ​ຕ່າງດ້າວ ມາ​ເຮັດ​ພິທີ​ຖວາຍ​ອາຫານ​ແກ່​ພຣະເຈົ້າ​ຂອງເຈົ້າ. ສັດ​ເຫຼົ່ານັ້ນ​ຈະ​ຖື​ວ່າ ເປັນ​ສັດ​ທີ່​ບໍ່​ປົກກະຕິ​ແລະ​ຈະ​ເປັນ​ທີ່​ຍອມ​ຮັບ​ເອົາ​ບໍ່ໄດ້.”

26-27 ພຣະເຈົ້າຢາເວ​ກ່າວ​ແກ່​ໂມເຊ​ວ່າ: “ເມື່ອ​ລູກ​ງົວ ຫລື​ລູກແກະ ຫລື​ລູກ​ແບ້​ເກີດ​ມາ ຈົ່ງ​ປະ​ໄວ້​ຢູ່​ກັບ​ແມ່​ຂອງ​ມັນ​ເຈັດ​ວັນ; ຕັ້ງແຕ່​ວັນ​ທີ​ແປດ​ເປັນ​ຕົ້ນ​ໄປ​ການ​ຖວາຍບູຊາ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ ຈຶ່ງ​ຈະ​ເປັນ​ທີ່​ຍອມ​ຮັບ.

28 ຢ່າ​ເອົາ​ງົວ​ກັບ​ລູກ ຫລື​ແກະ​ກັບ​ລູກ ຫລື​ແບ້​ກັບ​ລູກ​ຂອງ​ມັນ ຖວາຍບູຊາ​ໃນ​ວັນ​ດຽວກັນ.

29 ເມື່ອ​ພວກເຈົ້າ​ຖວາຍ​ບູຊາ​ໂມທະນາ​ຂອບພຣະຄຸນ​ແກ່​ພຣະເຈົ້າຢາເວ​ນັ້ນ ຈົ່ງ​ເຮັດ​ຕາມ​ລະບຽບການ​ນີ້ ເພື່ອ​ການ​ຖວາຍ​ນັ້ນ​ຈະ​ເປັນ​ທີ່​ຍອມ​ຮັບ​ເອົາ​ໄດ້;

30 ຈົ່ງ​ກິນ​ເຄື່ອງ​ບູຊາ​ໃນ​ມື້​ນັ້ນ​ໂລດ ແລະ​ຢ່າ​ປະ​ໄວ້​ຈົນ​ຮອດ​ມື້ອື່ນ​ເຊົ້າ. ເຮົາ​ແມ່ນ​ພຣະເຈົ້າຢາເວ.

31 ຈົ່ງ​ເຊື່ອຟັງ​ແລະ​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ຂອງເຮົາ ຝ່າຍ​ເຮົາ​ແມ່ນ​ພຣະເຈົ້າຢາເວ.

32 ຢ່າ​ນຳ​ຄວາມ​ອັບອາຍ​ຂາຍໜ້າ​ມາ​ສູ່​ນາມຊື່​ອັນ​ບໍຣິສຸດ​ຂອງເຮົາ; ເຮົາ​ຕ້ອງ​ເປັນ​ທີ່​ບໍຣິສຸດ​ໃນ​ທ່າມກາງ​ປະຊາຊົນ​ອິດສະຣາເອນ. ເຮົາ​ແມ່ນ​ພຣະເຈົ້າຢາເວ ແລະ​ເຮົາ​ເປັນ​ຜູ້​ເຮັດ​ໃຫ້​ພວກເຈົ້າ​ບໍຣິສຸດ;

33 ແລະ​ເຮົາ​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ກໍ​ເພື່ອ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ. ເຮົາ​ແມ່ນ​ພຣະເຈົ້າຢາເວ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan