Biblia Todo Logo
Bìoball air-loidhne

- Sanasan -

ລະບຽບ^ພວກເລວີ 21 - ພຣະຄຳພີສັກສິ


ຄວາມ​ບໍຣິສຸດ​ຂອງ​ປະໂຣຫິດ

1 ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໃຫ້​ບອກ​ບັນດາ​ປະໂຣຫິດ ຜູ້​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ອາໂຣນ​ວ່າ, “ຢ່າ​ໃຫ້​ປະໂຣຫິດ​ປະພຶດ​ຕົນ​ເປັນ​ມົນທິນ​ຕາມ​ກົດບັນຍັດ ໂດຍ​ເຂົ້າ​ຮ່ວມ​ພິທີ​ສົບ​ຂອງ​ພວກ​ພີ່ນ້ອງ​ຂອງຕົນ ເມື່ອ​ພວກເຂົາ​ຕາຍໄປ;

2 ເວັ້ນ​ແຕ່​ເປັນ​ພໍ່, ແມ່, ລູກຊາຍ, ລູກສາວ,

3 ອ້າຍ​ເອື້ອຍ​ນ້ອງ​ທີ່​ຍັງ​ບໍ່​ທັນ​ໄດ້​ແຕ່ງງານ ແລະ​ຍັງ​ອາໄສ​ຢູ່​ນຳ​ຄອບຄົວ​ຂອງຕົນ​ເທົ່ານັ້ນ.

4 ລາວ​ຈະ​ຕ້ອງ​ບໍ່​ປະພຶດ​ຕົນ​ໃຫ້​ເປັນ​ມົນທິນ ໃນ​ເລື່ອງ​ການ​ຕາຍ​ຂອງ​ພີ່ນ້ອງ​ທາງ​ພໍ່ດອງ​ແມ່ດອງ.

5 ຢ່າ​ໃຫ້​ປະໂຣຫິດ​ແຖ​ຫົວ​ສ່ວນ​ໃດ​ສ່ວນ​ໜຶ່ງ ຫລື​ກຽນ​ໜວດ​ກຽນ​ເຄົາ ຫລື​ປາດເນື້ອ​ເຖືອໜັງ​ຕາມ​ຮ່າງກາຍ​ຂອງຕົນ​ອັນ​ສະແດງ​ເຖິງ​ການ​ໄວ້ທຸກ.

6 ພວກເຂົາ​ຕ້ອງ​ໃຫ້​ບໍຣິສຸດ​ຕໍ່​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ຢ່າ​ເຮັດ​ໃຫ້​ນາມຊື່​ຂອງ​ພຣະເຈົ້າ​ຂອງ​ພວກເຂົາ​ເສື່ອມ​ເສຍ. ເພາະວ່າ​ພວກເຂົາ​ເປັນ​ຜູ້​ຖວາຍ​ບູຊາ​ດ້ວຍໄຟ​ແກ່​ພຣະເຈົ້າຢາເວ, ເປັນ​ອາຫານ​ຂອງ​ພຣະເຈົ້າ​ຂອງ​ພວກເຂົາ; ສະນັ້ນ ພວກເຂົາ​ຕ້ອງ​ບໍຣິສຸດ.

7 ປະໂຣຫິດ​ຈະ​ບໍ່​ຕ້ອງ​ແຕ່ງງານ​ກັບ​ຍິງ​ທີ່​ເປັນ​ໂສເພນີ ຫລື​ກັບ​ຍິງ​ທີ່​ບໍ່​ບໍຣິສຸດ ຫລື​ກັບ​ແມ່ຮ້າງ. ເພາະ​ພວກເຂົາ​ບໍຣິສຸດ​ຕໍ່​ພຣະເຈົ້າ​ຂອງ​ພວກເຂົາ.

8 ປະຊາຊົນ​ຕ້ອງ​ຖື​ປະໂຣຫິດ​ວ່າ​ບໍຣິສຸດ ເພາະ​ພວກເຂົາ​ເປັນ​ຜູ້​ຖວາຍ​ອາຫານ​ແກ່​ພຣະເຈົ້າ​ຂອງ​ພວກເຈົ້າ. ພວກເຂົາ​ຕ້ອງ​ບໍຣິສຸດ​ຕໍ່​ພວກເຈົ້າ ເພາະວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ​ອົງ​ບໍຣິສຸດ ແລະ​ເຮົາ​ສ້າງ​ປະຊາຊົນ​ຂອງເຮົາ​ໃຫ້​ບໍຣິສຸດ.

9 ຖ້າ​ລູກສາວ​ຂອງ​ປະໂຣຫິດ​ເປັນ​ໂສເພນີ ນາງ​ກໍ​ເຮັດ​ໃຫ້​ພໍ່​ຂອງຕົນ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ; ນາງ​ຈະ​ຕ້ອງ​ຖືກ​ເຜົາ​ທັງເປັນ.

10 ສ່ວນ​ມະຫາ​ປະໂຣຫິດ​ນັ້ນ ແມ່ນ​ຜູ້ໜຶ່ງ​ທີ່​ໄດ້​ຮັບ​ການ​ຫົດສົງ​ສະຖາປະນາ​ດ້ວຍ​ນໍ້າມັນ​ເຈີມ​ສັກສິດ​ໃສ່​ເທິງ​ຫົວ ແລະ​ທັງ​ໄດ້​ຖືກ​ສະຖາປະນາ​ໃຫ້​ນຸ່ງ​ເຄື່ອງ​ປະຈຳ​ຕຳແໜ່ງ​ປະໂຣຫິດ​ໃນ​ທ່າມກາງ​ພີ່ນ້ອງ​ຂອງຕົນ. ສະນັ້ນ ລາວ​ຈຶ່ງ​ບໍ່​ຕ້ອງ​ປ່ອຍ​ຜົມ​ໃຫ້​ຫຍຸ້ງ ຫລື​ຈີກ​ເຄື່ອງນຸ່ງ​ຂອງຕົນ​ເປັນ​ການ​ໄວ້ທຸກ.

11 ລາວ​ຕ້ອງ​ບໍ່​ເຂົ້າ​ໄປ​ໃນ​ສະຖານທີ່​ບ່ອນ​ມີ​ຄົນ​ຕາຍ; ລາວ​ຕ້ອງ​ບໍ່​ປະພຶດ​ຕົນ​ໃຫ້​ເປັນ​ມົນທິນ​ຕາມ​ກົດບັນຍັດ ເຖິງ​ແມ່ນ​ວ່າ​ຜູ້ນັ້ນ​ຈະ​ເປັນ​ຍາດຕິພີ່ນ້ອງ​ຂອງ​ພໍ່​ຫຼື​ແມ່​ຂອງ​ຕົນເອງ​ກໍຕາມ

12 ລາວ​ບໍ່​ຕ້ອງ​ອອກ​ໄປ​ຈາກ​ວິຫານ​ຂອງ​ພຣະເຈົ້າ ແລະ​ບໍ່​ເຮັດ​ໃຫ້​ວິຫານ​ຂອງ​ພຣະເຈົ້າ​ເປັນ​ມົນທິນ ເພາະວ່າ​ລາວ​ໄດ້​ຮັບ​ການ​ຫົດສົງ​ແຕ່ງຕັ້ງ​ດ້ວຍ​ນໍ້າມັນ​ສັກສິດ​ຂອງ​ພຣະເຈົ້າ ເຮົາ​ແມ່ນ​ພຣະເຈົ້າຢາເວ.

13 ລາວ​ຈະ​ຕ້ອງ​ແຕ່ງງານ​ກັບ​ຍິງ​ສາວ​ບໍຣິສຸດ

14 ຢ່າ​ແຕ່ງງານ​ກັບ​ແມ່ຮ້າງ ຫລື​ກັບ​ແມ່ໝ້າຍ ຫລື​ກັບ​ແມ່ຍິງ​ທີ່​ເຄີຍ​ເປັນ​ໂສເພນີ. ລາວ​ຈະ​ຕ້ອງ​ແຕ່ງງານ​ກັບ​ຍິງ​ສາວ​ບໍຣິສຸດ ທີ່​ຢູ່​ໃນ​ຕະກຸນ​ຂອງ​ຕົນເອງ​ເທົ່ານັ້ນ.

15 ບໍ່​ດັ່ງນັ້ນ ລູກຫລານ​ຂອງ​ພວກເຂົາ​ຜູ້​ທີ່​ຈະ​ຕ້ອງ​ບໍຣິສຸດ​ນັ້ນ ກໍ​ຈະ​ເປັນ​ມົນທິນ​ຕາມ​ກົດບັນຍັດ​ດ້ວຍ. ເຮົາ​ແມ່ນ​ພຣະເຈົ້າຢາເວ ແລະ​ເຮົາ​ໄດ້​ຕັ້ງ​ລາວ​ໄວ້​ຕ່າງຫາກ​ເພື່ອ​ເປັນ​ມະຫາ​ປະໂຣຫິດ.”

16 ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ.

17 ໃຫ້​ບອກ​ອາໂຣນ​ວ່າ, “ໃນ​ເຊື້ອສາຍ​ຂອງ​ເຈົ້າ​ນັ້ນ ບໍ່​ໃຫ້​ຜູ້ໃດ​ທີ່​ມີ​ຮ່າງກາຍ​ພິການ ເຂົ້າ​ມາ​ຖວາຍ​ອາຫານ​ແກ່​ພຣະເຈົ້າ​ຂອງເຈົ້າ​ເດັດຂາດ. ຄຳສັ່ງ​ນີ້​ໃຫ້​ປະຕິບັດ​ກັນ​ສືບໄປ​ທຸກຍຸກ​ທຸກສະໄໝ.

18 ບໍ່​ໃຫ້​ຊາຍ​ໃດ​ທີ່​ມີ​ຮ່າງກາຍ​ພິການ​ຖວາຍ​ອາຫານ​ແກ່​ເຮົາ ເຊັ່ນ: ຄົນ​ຕາບອດ, ຄົນ​ຂາ​ພິການ, ຄົນ​ໜ້າ​ຕາ​ເສຍ​ຮູບຊົງ ຫລື​ຕີນມື​ຄົດງໍ;

19 ຄົນ​ຕີນ​ມື​ເປັນ​ຫລ່ອຍ;

20 ຄົນ​ຫລັງກ່ອມ​ຫລື​ຄົນ​ເຕ້ຍ​ຜິດ​ປົກກະຕິ; ຄົນ​ເສຍຕາ ຫລື​ຄົນ​ເປັນ​ພະຍາດ​ຜິວໜັງ ແລະ​ຊາຍ​ທີ່​ອະໄວຍະວະ​ເພດ​ພິການ.

21 ບໍ່​ໃຫ້​ປະໂຣຫິດ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ອາໂຣນ ທີ່​ມີ​ຮ່າງກາຍ​ພິການ​ຖວາຍ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ ເພາະວ່າ​ເຂົາ​ເປັນ​ຄົນ​ມີ​ຕຳໜິ ຢ່າ​ໃຫ້​ເຂົາ​ເຂົ້າ​ມາ​ໃກ້​ອາຫານ​ທີ່​ຖວາຍ​ແກ່​ພຣະເຈົ້າ​ຂອງ​ເຂົາ.

22 ຄົນ​ຢ່າງ​ນັ້ນ​ອາດ​ກິນ​ອາຫານ​ທີ່​ໄດ້​ຖວາຍ​ແກ່​ພຣະເຈົ້າ​ຂອງເຂົາ​ແລ້ວ​ໄດ້ ຄື: ທັງ​ອາຫານ​ທີ່​ຖວາຍ​ແລ້ວ​ຢ່າງ​ບໍຣິສຸດ​ແລະ​ຢ່າງ​ບໍຣິສຸດ​ທີ່ສຸດ;

23 ແຕ່​ຍ້ອນ​ວ່າ​ລາວ​ມີ​ຮ່າງກາຍ​ພິການ ຈຶ່ງ​ຈະ​ເຂົ້າ​ມາ​ໃກ້​ຜ້າກັ້ງ ຫລື​ໃກ້​ແທ່ນບູຊາ​ບໍ່ໄດ້. ລາວ​ຕ້ອງ​ບໍ່​ເຮັດ​ໃຫ້​ສິ່ງ​ບໍຣິສຸດ​ເຫຼົ່ານີ້​ເປັນມົນທິນ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ​ຜູ້​ໃຫ້​ພວກເຂົາ​ເປັນ​ບໍຣິສຸດ.”

24 ນີ້​ແມ່ນ​ຖ້ອຍຄຳ​ທີ່​ໂມເຊ​ໄດ້​ກ່າວ​ແກ່​ອາໂຣນ ແລະ​ພວກ​ລູກຊາຍ​ຂອງ​ອາໂຣນ ຕະຫລອດ​ທັງ​ປະຊາຊົນ​ອິດສະຣາເອນ​ທຸກຄົນ​ດ້ວຍ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan