Biblia Todo Logo
Bìoball air-loidhne

- Sanasan -

ລະບຽບ^ພວກເລວີ 20 - ພຣະຄຳພີສັກສິ


ໂທດກຳ​ຂອງ​ຄວາມ​ບໍ່​ເຊື່ອຟັງ

1 ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ

2 ໃຫ້​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ, “ໃນ​ພວກເຈົ້າ​ຫລື​ໃນ​ຄົນ​ຕ່າງດ້າວ​ທີ່​ອາໄສ​ຢູ່​ນຳ​ພວກເຈົ້າ ຖ້າ​ຜູ້ໃດ​ໃຫ້​ລູກ​ຊາຍ​ຍິງ​ຂອງຕົນ ໄປ​ເປັນ​ເຄື່ອງ​ມື​ຮັບໃຊ້​ພະ​ໂມເລັກ; ຜູ້ນັ້ນ​ຈະ​ຕ້ອງ​ຖືກ​ຊຸມຊົນ​ແກວ່ງ​ກ້ອນຫີນ​ໃສ່​ໃຫ້​ຕາຍ.

3 ຖ້າ​ຜູ້ໃດ​ມອບ​ລູກ​ຊາຍ​ຍິງ​ຂອງຕົນ​ໃຫ້​ພະ​ໂມເລັກ ແລະ​ເຮັດ​ໃຫ້​ຫໍເຕັນ​ສັກສິດ​ຂອງເຮົາ​ເປັນ​ມົນທິນ ແລະ​ເຮັດ​ໃຫ້​ນາມຊື່​ອັນ​ສັກສິດ​ຂອງເຮົາ​ເສື່ອມ​ເສຍ; ເຮົາ​ຈະ​ຫັນ​ມາ​ຕໍ່ສູ້​ຜູ້ນັ້ນ ທັງ​ຈະ​ບໍ່​ຖື​ລາວ​ວ່າ​ເປັນ​ປະຊາຊົນ​ຂອງເຮົາ​ອີກ​ຕໍ່ໄປ.

4 ແຕ່​ຖ້າ​ຊຸມຊົນ​ບໍ່​ເອົາໃຈໃສ່​ຕໍ່​ສິ່ງ​ທີ່​ຜູ້​ນັ້ນ​ໄດ້​ເຮັດ ແລະ​ບໍ່​ລົງໂທດ​ລາວ​ໃຫ້​ເຖິງ​ຕາຍ

5 ເຮົາ​ເອງ​ຈະ​ຫັນ​ມາ​ຕໍ່ສູ້​ລາວ​ກັບ​ຄອບຄົວ​ຂອງ​ລາວ ແລະ​ຕໍ່ສູ້​ທຸກຄົນ​ທີ່​ສົມຮູ້​ຮ່ວມຄິດ​ກັນ​ບໍ່​ສັດຊື່​ຕໍ່​ເຮົາ ຍ້ອນ​ຫັນ​ໄປ​ຂາບໄຫວ້​ພະ​ໂມເລັກ. ເຮົາ​ຈະ​ບໍ່​ຖື​ພວກເຂົາ​ວ່າ​ເປັນ​ປະຊາຊົນ​ຂອງເຮົາ​ອີກ​ຕໍ່ໄປ.

6 ຖ້າ​ຜູ້ໃດ​ໄປ​ຂໍ​ຄຳແນະນຳ​ຈາກ​ໝໍ​ຜີ ທີ່​ປຸກ​ວິນຍານ​ຄົນຕາຍ​ຂຶ້ນ​ມາ​ປຶກສາ ເຮົາ​ຈະ​ຫັນ​ມາ​ຕໍ່ສູ້​ຜູ້ນັ້ນ​ທັງ​ຈະ​ບໍ່​ຖື​ລາວ​ວ່າ ເປັນ​ປະຊາຊົນ​ຂອງເຮົາ​ອີກ​ຕໍ່ໄປ.

7 ຈົ່ງ​ຮັກສາ​ພວກເຈົ້າ​ເອງ​ໃຫ້​ບໍຣິສຸດ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.

8 ຈົ່ງ​ເຊື່ອຟັງ​ກົດບັນຍັດ​ທັງຫລາຍ​ຂອງເຮົາ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ຜູ້​ເຮັດ​ໃຫ້​ພວກເຈົ້າ​ບໍຣິສຸດ.

9 ຜູ້ໃດ​ຜູ້ໜຶ່ງ​ທີ່​ສາບແຊ່ງ​ພໍ່​ແມ່​ຂອງຕົນ ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ; ລາວ​ຮັບຜິດຊອບ​ລາວ​ເອງ​ຕໍ່​ການ​ຕາຍ​ຂອງ​ລາວ​ນັ້ນ.

10 ຖ້າ​ຊາຍ​ຄົນ​ໜຶ່ງ​ຫລິ້ນຊູ້​ກັບ​ເມຍ​ຂອງ​ພີ່ນ້ອງ​ຊາວ​ອິດສະຣາເອນ ຊາຍ​ຍິງ​ທັງສອງ​ຄົນ​ນັ້ນ​ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ.

11 ຊາຍ​ຄົນ​ໜຶ່ງ​ທີ່​ສົມສູ່​ກັບ​ເມຍນ້ອຍ​ຄົນ​ໜຶ່ງ​ຂອງ​ພໍ່​ຕົນ ກໍ​ເຮັດ​ໃຫ້​ພໍ່​ຕົນ​ໄດ້​ຮັບ​ຄວາມ​ເສື່ອມເສຍ ແລະ​ອັບອາຍຂາຍໜ້າ; ຊາຍ​ຍິງ​ທັງສອງ​ຄົນ​ນັ້ນ​ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ. ພວກເຂົາ​ຮັບຜິດຊອບ​ຕໍ່​ການ​ຕາຍ​ຂອງ​ພວກເຂົາ​ເອງ.

12 ຖ້າ​ຊາຍ​ຄົນ​ໜຶ່ງ​ສົມສູ່​ກັບ​ລູກໃພ້​ຂອງຕົນ ພວກເຂົາ​ທັງສອງ​ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ. ພວກເຂົາ​ໄດ້​ປະພຶດ​ຜິດ​ນອກ​ສິນທຳ. ພວກເຂົາ​ຮັບຜິດຊອບ​ຕໍ່​ການ​ຕາຍ​ຂອງ​ພວກເຂົາ​ເອງ.

13 ຖ້າ​ຊາຍ​ກັບ​ຊາຍ​ຮ່ວມ​ຫລິ້ນກັນ​ທາງເພດ ພວກເຂົາ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ກຽດຊັງ ທັງສອງ​ຈະ​ຕ້ອງ​ໄດ້​ຮັບ​ໂທດ​ເຖິງ​ຕາຍ​ເໝືອນກັນ. ພວກເຂົາ​ຈະ​ຕ້ອງ​ຮັບຜິດຊອບ​ຕໍ່​ການ​ຕາຍ​ຂອງ​ພວກເຂົາ​ເອງ.

14 ຖ້າ​ຊາຍ​ກັບ​ຍິງ​ແຕ່ງງານ​ກັນ ແລະ​ເອົາ​ແມ່​ຂອງ​ຍິງ​ນັ້ນ​ເປັນ​ເມຍ​ດ້ວຍ; ເຂົາ​ທັງ​ສາມ​ຈະ​ຕ້ອງ​ຖືກ​ເຜົາ​ໄຟ​ໃຫ້​ຕາຍ​ທັງ​ເປັນ ຍ້ອນ​ສິ່ງ​ອັບອາຍ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ; ການ​ກະທຳ​ເຊັ່ນນີ້​ບໍ່ຄວນ​ໃຫ້​ເກີດຂຶ້ນ​ໃນ​ທ່າມກາງ​ພວກເຈົ້າ.

15 ຖ້າ​ຊາຍ​ຜູ້ໃດ​ໄດ້​ສົມສູ່​ທາງ​ເພດ​ກັບ​ສັດ ຊາຍ​ຜູ້ນັ້ນ​ແລະ​ສັດ​ຈະ​ຕ້ອງ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.

16 ຖ້າ​ຍິງ​ຜູ້ໃດ​ພະຍາຍາມ​ສົມສູ່​ທາງ​ເພດ​ກັບ​ສັດ ຍິງ​ຜູ້ນັ້ນ​ກັບ​ສັດ​ຈະ​ຕ້ອງ​ໄດ້​ຮັບ​ໂທດ​ເຖິງ​ຕາຍ​ເໝືອນກັນ. ເຂົາ​ຮັບຜິດຊອບ​ຕໍ່​ການ​ຕາຍ​ຂອງ​ຕົນເອງ.

17 ຖ້າ​ຊາຍ​ຜູ້ໜຶ່ງ​ແຕ່ງງານ​ກັບ​ເອື້ອຍ ຫລື​ນ້ອງ​ຂອງ​ຕົນເອງ ຫລື​ເອື້ອຍ​ນ້ອງ​ຕ່າງ​ພໍ່​ຕ່າງ​ແມ່​ກັນ, ພວກເຂົາ​ຈະ​ຕ້ອງ​ຖືກ​ປະຊາຊົນ​ປະຈານ​ຂາຍໜ້າ ແລະ​ຖືກ​ຂັບໄລ່​ໃຫ້​ອອກ​ໄປ​ຈາກ​ຊຸມຊົນ. ລາວ​ໄດ້​ສົມສູ່​ກັບ​ເອື້ອຍ​ຫລື​ນ້ອງ​ຂອງຕົນ; ສະນັ້ນ ລາວ​ຈຶ່ງ​ຕ້ອງ​ຮັບ​ຜົນ​ທີ່​ຕາມ​ມາ.

18 ຖ້າ​ຊາຍ​ຜູ້ໜຶ່ງ​ສົມສູ່​ກັບ​ຍິງ​ທີ່​ເປັນ​ປະຈຳເດືອນ ໃຫ້​ຂັບໄລ່​ທັງສອງ​ອອກ​ໄປ​ຈາກ​ຊຸມຊົນ; ເພາະ​ພວກເຂົາ​ໄດ້​ຝ່າຝືນ​ລະບຽບ​ການ ກ່ຽວກັບ​ການ​ເປັນ​ມົນທິນ​ຕາມ​ກົດບັນຍັດ.

19 ຖ້າ​ຊາຍ​ຜູ້ໜຶ່ງ​ໄດ້​ສົມສູ່​ກັບ​ປ້າ​ຫລື​ອາ​ຂອງຕົນ ເຂົາ​ທັງສອງ​ຕ້ອງ​ໄດ້​ຮັບ​ຜົນ​ກຳ​ສຳລັບ​ການ​ຜິດ​ນອກ​ສິນທຳ.

20 ຖ້າ​ຊາຍ​ຜູ້ໜຶ່ງ​ສົມສູ່​ກັບ​ເມຍ​ຂອງ​ລຸງ ລາວ​ກໍ​ເຮັດ​ໃຫ້​ລຸງ​ຂອງຕົນ​ເສື່ອມເສຍ ແລະ​ລາວ​ກັບ​ຍິງ​ນັ້ນ​ຈະ​ເສຍ​ຄ່າ​ທົດແທນ​ໂທດ; ທັງສອງ​ຈະ​ຕາຍ​ໂດຍ​ບໍ່ມີ​ລູກ.

21 ຖ້າ​ຊາຍ​ຜູ້ໜຶ່ງ​ເອົາ​ເມຍ​ອ້າຍ​ນ້ອງ​ຂອງຕົນ​ມາ​ເປັນ​ເມຍ ເຂົາ​ກໍ​ຈະ​ຕາຍ​ໂດຍ​ບໍ່ມີ​ລູກ​ເລີຍ. ເຂົາ​ໄດ້​ເຮັດ​ສິ່ງ​ທີ່​ເປັນ​ມົນທິນ ທັງ​ໄດ້​ສ້າງ​ຄວາມ​ອັບອາຍ​ຂາຍໜ້າ​ໃຫ້​ແກ່​ອ້າຍ​ນ້ອງ​ຂອງຕົນ​ດ້ວຍ.

22 ຈົ່ງ​ປະຕິບັດ​ຕາມ​ບັນດາ​ກົດບັນຍັດ ແລະ​ຂໍ້ຄຳສັ່ງ​ທັງໝົດ​ຂອງ​ເຮົາ ເພື່ອ​ວ່າ​ດິນແດນ​ການາອານ​ຈະ​ບໍ່​ຄາຍ​ພວກເຈົ້າ​ອອກ​ໄປ ຄື​ດິນແດນ​ຊຶ່ງ​ເຮົາ​ກຳລັງ​ນຳພາ​ພວກເຈົ້າ​ເຂົ້າ​ໄປ.

23 ຢ່າ​ໄດ້​ນຳ​ເອົາ​ຮີດຄອງ​ຂອງ​ປະຊາຊົນ​ຜູ້​ທີ່​ອາໄສ​ຢູ່​ໃນ​ບ່ອນ​ນັ້ນ​ມາ​ໃຊ້; ເຮົາ​ກຳລັງ​ຂັບໄລ່​ຄົນ​ບໍ່​ນັບຖື​ພຣະເຈົ້າ​ເຫຼົ່ານັ້ນ​ໃຫ້​ອອກ​ໄປ ເພື່ອ​ພວກເຈົ້າ​ຈະ​ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ. ພວກເຂົາ​ໄດ້​ເຮັດ​ໃຫ້​ເຮົາ​ເບື່ອໜ່າຍ ຕໍ່​ຮີດຄອງ​ອັນ​ຊົ່ວຊ້າ​ທັງປວງ​ຂອງ​ພວກເຂົາ.

24 ແຕ່​ເຮົາ​ໄດ້​ສັນຍາ​ໄວ້​ວ່າ ເຮົາ​ຈະ​ມອບ​ດິນແດນ​ທີ່​ອຸດົມສົມບູນ​ແລະ​ຮັ່ງມີ ນີ້​ໃຫ້​ເປັນ​ກຳມະສິດ​ຂອງ​ພວກເຈົ້າ ແລະ​ເຮົາ​ກໍ​ຈະ​ມອບ​ໃຫ້​ພວກເຈົ້າ​ແທ້. ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເຮົາ​ຈະ​ແຍກ​ພວກເຈົ້າ​ອອກ​ຕ່າງຫາກ​ຈາກ​ບັນດາ​ປະຊາຊາດ​ອື່ນໆ.

25 ສະນັ້ນ ພວກເຈົ້າ​ຈຶ່ງ​ຈະ​ຕ້ອງ​ໄຈ້ແຍກ​ຢ່າງ​ຈະແຈ້ງ ລະຫວ່າງ​ສັດ​ກັບ​ນົກ​ຈຳພວກ​ທີ່​ເປັນ​ມົນທິນ ແລະ​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ​ໃຫ້​ໄດ້. ຢ່າ​ກິນ​ສັດ​ຫລື​ນົກ​ຈຳພວກ​ທີ່​ເປັນ​ມົນທິນ ເພາະ​ເຮົາ​ໄດ້​ປະກາດ​ວ່າ​ສັດ​ຈຳພວກ​ນັ້ນ​ເປັນ​ມົນທິນ ແລະ​ການ​ກິນ​ສັດ​ເຫຼົ່ານັ້ນ​ກໍ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເປັນມົນທິນ​ດ້ວຍ.

26 ພວກເຈົ້າ​ຈະ​ຕ້ອງ​ບໍຣິສຸດ ແລະ​ເປັນ​ປະຊາຊົນ​ຂອງເຮົາ​ເທົ່ານັ້ນ ເພາະວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ​ອົງ​ບໍຣິສຸດ. ເຮົາ​ໄດ້​ແຍກ​ພວກເຈົ້າ​ອອກ​ຕ່າງຫາກ​ຈາກ​ຊົນຊາດ​ອື່ນໆ ເພື່ອ​ພວກເຈົ້າ​ເທົ່ານັ້ນ​ຈະ​ໄດ້​ເປັນ​ປະຊາຊົນ​ຂອງເຮົາ.”

27 “ຊາຍ​ຫລື​ຍິງ​ຄົນ​ໃດ​ທີ່​ປຸກ​ວິນຍານ​ຂອງ​ຄົນ​ຕາຍ​ຂຶ້ນ​ມາ​ປຶກສາ ກໍ​ຈະ​ຖືກ​ແກວ່ງ​ດ້ວຍ​ກ້ອນຫີນ​ໃຫ້​ເຖິງ​ຕາຍ; ຄົນ​ໃດ​ທີ່​ເຮັດ​ສິ່ງ​ນັ້ນ ແມ່ນ​ຮັບຜິດຊອບ​ຕໍ່​ການ​ຕາຍ​ຂອງ​ຕົນເອງ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan