ລະບຽບ^ພວກເລວີ 19 - ພຣະຄຳພີສັກສິກົດບັນຍັດກ່ຽວກັບຄວາມບໍຣິສຸດ ແລະຄວາມຍຸດຕິທຳ 1 ພຣະເຈົ້າຢາເວໄດ້ສັ່ງໂມເຊ 2 ໃຫ້ບອກຊຸມຊົນອິດສະຣາເອນວ່າ, “ຈົ່ງບໍຣິສຸດ ເພາະເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າເປັນບໍຣິສຸດ. 3 ເຈົ້າແຕ່ລະຄົນຕ້ອງນັບຖືພໍ່ແມ່ຂອງຕົນ ແລະຢຶດຖືວັນຊະບາໂຕຕາມທີ່ເຮົາໄດ້ສັ່ງໄວ້. ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. 4 ຢ່າປະຖິ້ມເຮົາແລະຂາບໄຫວ້ຮູບເຄົາຣົບ; ຢ່າເອົາໂລຫະມາເຮັດຮູບພະ ແລະຂາບໄຫວ້ຮູບນັ້ນ ເພາະເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. 5 ເມື່ອພວກເຈົ້າຂ້າສັດຖວາຍບູຊາເພື່ອຄວາມສາມັກຄີທຳແກ່ພຣະເຈົ້າຢາເວ ຈົ່ງປະຕິບັດຕາມລະບຽບການທີ່ເຮົາໄດ້ມອບໃຫ້; ແລ້ວເຮົາກໍຈະຮັບການຖວາຍນັ້ນ. 6 ຊີ້ນສັດນັ້ນໃຫ້ກິນໝົດໃນມື້ທີ່ຂ້າສັດ ຫລືໃນມື້ຕໍ່ມາ. ຊີ້ນທີ່ເຫຼືອໃນມື້ທີສາມໃຫ້ເຜົາໄຟຖິ້ມ 7 ເພາະແມ່ນຊີ້ນທີ່ເປັນມົນທິນຕາມກົດບັນຍັດ ແລະຖ້າຜູ້ໃດຜູ້ໜຶ່ງກິນຊີ້ນນັ້ນ ເຮົາຈະບໍ່ຮັບເຄື່ອງຖວາຍຂອງຜູ້ນັ້ນ. 8 ຜູ້ໃດຜູ້ໜຶ່ງທີ່ກິນຊີ້ນນັ້ນ ຈະມີຄວາມຜິດເພາະເຂົາໄດ້ເຮັດໃຫ້ສິ່ງຖວາຍແກ່ພຣະເຈົ້າຢາເວເປັນມົນທິນ ແລະເຮົາຈະບໍ່ຖືຄົນນັ້ນວ່າເປັນປະຊາຊົນຂອງເຮົາອີກຕໍ່ໄປ. 9 ເມື່ອພວກເຈົ້າເກັບກ່ຽວເຂົ້າໃນໄຮ່ນາ ຢ່າກ່ຽວຕາມແຄມນາ ແລະຢ່າຄືນມາກ່ຽວເຂົ້າທີ່ເຫຼືອຢູ່. 10 ຢ່າຄືນໄປໃນສວນເກັບເລັມເອົາພົ້ວອະງຸ່ນທີ່ລືມເກັບ ຫລືໝາກອະງຸ່ນທີ່ຕົກເທິງໜ້າດິນ; ຈົ່ງປະໃຫ້ຄົນຍາກຈົນ ແລະຄົນຕ່າງດ້າວ. ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. 11 ຢ່າລັກ, ຢ່າຕົວະ, ຢ່າຫລອກລວງກັນແລະກັນ. 12 ຢ່າສາບານອອກນາມຊື່ຂອງເຮົາເພື່ອຕົວະ ຊຶ່ງເປັນການນຳຄວາມເສື່ອມເສຍມາສູ່ນາມຊື່ຂອງພຣະເຈົ້າຂອງພວກເຈົ້າ. ເຮົາແມ່ນພຣະເຈົ້າຢາເວ. 13 ຢ່າເອົາລັດເອົາປຽບຜູ້ໜຶ່ງຜູ້ໃດ ຫລືປຸ້ນຈີ້ເຂົາ. ຢ່າກັກຄ່າແຮງງານຂອງລູກຈ້າງໄວ້ ແມ່ນແຕ່ຄືນດຽວກໍຕາມ. 14 ຢ່າປ້ອຍດ່າຄົນຫູໜວກ ຫລືເອົາຂອງຂວາງທາງຄົນຕາບອດເພື່ອໃຫ້ລາວຕຳສະດຸດ. ແຕ່ຈົ່ງຢຳເກງພຣະເຈົ້າຂອງພວກເຈົ້າ; ເຮົາແມ່ນພຣະເຈົ້າຢາເວ. 15 ຈົ່ງສັດຊື່ແລະທ່ຽງທຳ ເມື່ອພວກເຈົ້າຕັດສິນຄະດີທາງກົດໝາຍ; ຢ່າສະແດງຄວາມເຫັນອົກເຫັນໃຈຄົນຍາກຈົນ ແລະຢ່າສະແດງຄວາມຢ້ານກົວຕໍ່ຄົນຮັ່ງມີ. 16 ຢ່າທຽວໄປທຽວມາໃສ່ຮ້າຍປ້າຍສີຄົນອື່ນ ຢ່າປອງຮ້າຍຕໍ່ຊີວິດເພື່ອນບ້ານ. ເຮົາແມ່ນພຣະເຈົ້າຢາເວ. 17 ຢ່າຮັກສາຄວາມກຽດຊັງພີ່ນ້ອງໄວ້ໃນໃຈ ແຕ່ຈົ່ງສະສາງຄວາມຂັດແຍ້ງກັນກັບຜູ້ນັ້ນ ເພື່ອວ່າເຈົ້າຈະບໍ່ເຂົ້າສ່ວນໃນໂທດຂອງລາວ. 18 ຢ່າແກ້ແຄ້ນຫລືຜູກພະຍາບາດກັບຜູ້ໃດຜູ້ໜຶ່ງ ແຕ່ຈົ່ງຮັກເພື່ອນມະນຸດເໝືອນຮັກຕົນເອງ. ເຮົາແມ່ນພຣະເຈົ້າຢາເວ. 19 ຈົ່ງຍອມຟັງຂໍ້ຄຳສັ່ງຂອງເຮົາ. ຢ່າປະສົມພັນສັດປະເພດຕ່າງກັນ. ຢ່າຫວ່ານແນວປູກສອງຊະນິດໃສ່ນາໄຮ່ດຽວກັນ. ຢ່ານຸ່ງເຄື່ອງເຮັດດ້ວຍຜ້າສອງຊະນິດປົນກັນ. 20 ຖ້າຊາຍຜູ້ໃດຜູ້ໜຶ່ງນອນນຳທາດຍິງຄົນໜຶ່ງ ທີ່ປະຕິຍານໄວ້ຈະແຕ່ງງານກັບຊາຍອື່ນ ແຕ່ທາດຍິງນັ້ນບໍ່ທັນຖືກຮັບການໄຖ່ ເຂົາທັງສອງຕ້ອງຖືກໂທດ ແຕ່ບໍ່ແມ່ນໂທດເຖິງປະຫານຊີວິດ ເຫດວ່າຍິງນັ້ນບໍ່ທັນໄດ້ຖືກໄຖ່ໃຫ້ເປັນອິດສະຫລະ ຍັງເປັນທາດຢູ່. 21 ສ່ວນຝ່າຍຊາຍຈະຕ້ອງນຳແກະເຖິກໂຕໜຶ່ງ ມາທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ ເປັນເຄື່ອງບູຊາຖວາຍແກ່ພຣະເຈົ້າຢາເວ ເພື່ອຊົດໃຊ້ແທນຄືນ 22 ແລະໂດຍແກະນັ້ນ ປະໂຣຫິດຈະເຮັດພິທີຊຳລະຕໍ່ໜ້າພຣະເຈົ້າຢາເວ ເພື່ອລຶບລ້າງບາບໂທດຂອງຜູ້ນັ້ນ ແລະບາບທີ່ຜູ້ນັ້ນໄດ້ເຮັດກໍຈະໄດ້ຮັບການຍົກໂທດໃຫ້. 23 ເມື່ອພວກເຈົ້າເຂົ້າໄປຢູ່ໃນດິນແດນການາອານ ແລະປູກຕົ້ນໄມ້ຊະນິດກິນໝາກ ຈົ່ງລະນຶກວ່າໃນເວລາສາມປີທຳອິດໝາກໄມ້ໃນຕົ້ນນັ້ນເປັນມົນທິນ. ໃນໄລຍະເວລານັ້ນ ພວກເຈົ້າຢ່າສູ່ກິນ. 24 ໃນປີທີສີ່ ໝາກໄມ້ທຸກໜ່ວຍຈະຕ້ອງຖືກນຳມາຖວາຍແກ່ເຮົາຕາມພິທີ ເພື່ອສະແດງເຖິງການຮູ້ພຣະຄຸນຕໍ່ພຣະເຈົ້າຢາເວ 25 ແຕ່ໃນປີທີຫ້າ ພວກເຈົ້າກິນໝາກໄມ້ນັ້ນໄດ້. ຖ້າພວກເຈົ້າປະຕິບັດຕາມສິ່ງທັງໝົດນີ້ ຕົ້ນໄມ້ຂອງພວກເຈົ້າກໍຈະເກີດໝາກຢ່າງຫລວງຫລາຍ. ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. 26 ຢ່າກິນຊີ້ນທີ່ຍັງມີເລືອດຢູ່ໃນນັ້ນ. ຢ່າຝຶກເວດມົນຄາຖາຊະນິດໃດໆທັງສິ້ນ. 27 ຢ່າກຽນຜົມກາຍຫູຂຶ້ນໄປ ຫລືກຽນຮິມໜວດຂອງພວກເຈົ້າ 28 ຫລືປາດເນື້ອເຖືອໜັງຂອງພວກເຈົ້າເອງ ເພື່ອໄວ້ທຸກໃຫ້ແກ່ຄົນຕາຍ. ເຮົາແມ່ນພຣະເຈົ້າຢາເວ. 29 ຢ່າເຮັດໃຫ້ລູກສາວຂອງພວກເຈົ້າອັບອາຍຂາຍໜ້າ ໂດຍຊຸກຍູ້ໃຫ້ເຂົາເປັນໂສເພນີຢູ່ຕາມວັດ. ຖ້າພວກເຈົ້າຂືນເຮັດ ພວກເຈົ້າກໍຫັນໄປຫາພະອື່ນສາແລ້ວ ແລະດິນແດນຂອງພວກເຈົ້າກໍຈະເຕັມໄປດ້ວຍການຜິດສິນທຳ. 30 ຈົ່ງຢຶດຖືວັນຊະບາໂຕ ແລະຈົ່ງເຄົາຣົບນັບຖືບ່ອນທີ່ຄົນນະມັດສະການເຮົາ. ເຮົາແມ່ນພຣະເຈົ້າຢາເວ. 31 ຢ່າໄປຂໍຄຳແນະນຳຈາກໝໍຜີ ທີ່ປຸກວິນຍານຄົນຕາຍຂຶ້ນມາປຶກສາ; ຖ້າພວກເຈົ້າຂືນເຮັດ ພວກເຈົ້າກໍເປັນມົນທິນຕາມກົດບັນຍັດ. ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. 32 ຈົ່ງສະແດງຄວາມເຄົາຣົບນັບຖືແກ່ຄົນເຖົ້າແກ່ຊະຣາ ແລະໃຫ້ກຽດແກ່ເພິ່ນ. ຈົ່ງຢຳເກງພຣະເຈົ້າຂອງພວກເຈົ້າ. ເຮົາແມ່ນພຣະເຈົ້າຢາເວ. 33 ຢ່າຂົ່ມເຫັງຄົນຕ່າງດ້າວ ທີ່ອາໄສຢູ່ໃນດິນແດນຂອງພວກເຈົ້າ. 34 ຈົ່ງເຮັດກັບພວກເຂົາເໝືອນເຮັດກັບພີ່ນ້ອງອິດສະຣາເອນຄົນອື່ນໆ ແລະຈົ່ງຮັກພວກເຂົາເໝືອນຮັກພວກເຈົ້າເອງ. ຈົ່ງຈຳໄວ້ວ່າ ພວກເຈົ້າກໍເຄີຍເປັນຄົນຕ່າງດ້າວໃນດິນແດນຂອງຊາວເອຢິບມາຄັ້ງໜຶ່ງ. ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. 35 ຢ່າສໍ້ໂກງຜູ້ໃດຜູ້ໜຶ່ງໂດຍໃຊ້ເຄື່ອງວັດແທກປອມ ເຊັ່ນ: ແທກຄວາມຍາວ, ຊັ່ງນໍ້າໜັກ ຫລືນັບຈຳນວນ. 36 ຈົ່ງໃຊ້ມາດຕາສ່ວນ, ເຄື່ອງຊັ່ງ ແລະເຄື່ອງວັດແທກອັນຖືກຕ້ອງ. ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຜູ້ໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ. 37 ຈົ່ງປະຕິບັດຕາມບັນດາກົດບັນຍັດ ແລະຄຳສັ່ງທຸກຂໍ້ຂອງເຮົາ. ເຮົາແມ່ນພຣະເຈົ້າຢາເວ.” |
@ 2012 United Bible Societies. All Rights Reserved.