ລະບຽບ^ພວກເລວີ 17 - ພຣະຄຳພີສັກສິຄວາມສັກສິດຂອງເລືອດ 1 ພຣະເຈົ້າຢາເວໄດ້ສັ່ງໂມເຊ 2 ໃຫ້ມອບລະບຽບການດັ່ງຕໍ່ໄປນີ້ແກ່ອາໂຣນແລະພວກລູກຊາຍ ພ້ອມທັງປະຊາຊົນອິດສະຣາເອນທຸກຄົນ ແລະຈົ່ງກ່າວແກ່ພວກເຂົາວ່າ, ພຣະເຈົ້າຢາເວໄດ້ສັ່ງໄວ້ດັ່ງນີ້: 3-4 ຖ້າຄົນອິດສະຣາເອນຜູ້ໜຶ່ງຂ້າປາດຄໍງົວ ຫລືແກະ ຫລືແບ້ໂຕໜຶ່ງ ເພື່ອຖວາຍແກ່ພຣະເຈົ້າຢາເວໃນບ່ອນໃດກໍດີ ແທນທີ່ຈະເອົາມາຖວາຍທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມຈະໄດ້ເປັນເຄື່ອງຖວາຍແກ່ພຣະເຈົ້າຢາເວຕໍ່ໜ້າຫໍເຕັນສັກສິດຂອງພຣະເຈົ້າຢາເວ; ແມ່ນຄົນນັ້ນໄດ້ລະເມີດກົດບັນຍັດ ເພາະລາວໄດ້ເຮັດໃຫ້ເລືອດໄຫລອອກ ແລະລາວຈະບໍ່ໄດ້ມີຊື່ວ່າເປັນປະຊາຊົນຂອງພຣະອົງອີກຕໍ່ໄປ. 5 ຄວາມໝາຍຂອງຄຳສັ່ງນີ້ ເພື່ອໃຫ້ປະຊາຊົນນຳສັດທີ່ພວກເຂົາເຄີຍຂ້ານອກເມືອງນັ້ນ ມາຂ້າຖວາຍແກ່ພຣະເຈົ້າຢາເວ. ບັດນີ້ ພວກເຂົາຈະຕ້ອງນຳສັດເຫຼົ່ານັ້ນ ມາຫາປະໂຣຫິດທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ ແລະຂ້າສັດນັ້ນຕາມພິທີຖວາຍເພື່ອຄວາມສາມັກຄີທຳແກ່ພຣະເຈົ້າຢາເວ. 6 ປະໂຣຫິດຈະຊິດເລືອດສັດໃສ່ຂ້າງທັງສີ່ຂອງແທ່ນບູຊາຂອງພຣະເຈົ້າຢາເວ ທີ່ຕັ້ງຢູ່ທາງເຂົ້າຫໍເຕັນບ່ອນຊຸມນຸມ ແລະເຜົາໄຂມັນເພື່ອໃຫ້ກິ່ນຫອມຫວນເປັນທີ່ພໍໃຈພຣະເຈົ້າຢາເວ. 7 ແລ້ວປະຊາຊົນອິດສະຣາເອນກໍຈະບໍ່ເຮັດຜິດອີກຕໍ່ໄປຄື: ຈະບໍ່ຂ້າສັດຂອງພວກເຂົາຖວາຍແກ່ຜີປີສາດແບ້. ປະຊາຊົນອິດສະຣາເອນຕ້ອງຢຶດຖືລະບຽບການນີ້ໄວ້ ທຸກຍຸກທຸກສະໄໝສືບໄປ. 8 ຖ້າຊາວອິດສະຣາເອນ ຫລືຊາວຕ່າງດ້າວຜູ້ໜຶ່ງຜູ້ໃດ ທີ່ອາໄສຢູ່ນຳຊຸມຊົນ ນຳເຄື່ອງມາເຜົາຖວາຍຫລືເຄື່ອງບູຊາອື່ນໆ 9 ມາຖວາຍແກ່ພຣະເຈົ້າຢາເວຢູ່ໃນບ່ອນໃດໆກໍຕາມ ນອກຈາກທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມແລ້ວ ຈະບໍ່ໄດ້ມີຊື່ວ່າເປັນປະຊາຊົນຂອງພຣະອົງອີກຕໍ່ໄປ. 10 ຖ້າຊາວອິດສະຣາເອນ ຫລືຄົນຕ່າງດ້າວຜູ້ໃດຜູ້ໜຶ່ງ ທີ່ອາໄສຢູ່ທ່າມກາງເຈົ້າ ກິນຊີ້ນທີ່ມີເລືອດຢູ່; ເຮົາຈະຕໍ່ສູ້ລາວ ແລະເຮົາຈະບໍ່ຖືຜູ້ນັ້ນວ່າເປັນປະຊາຊົນຂອງເຮົາອີກຕໍ່ໄປ. 11 ຊີວິດຂອງທຸກໆສິ່ງທີ່ເປັນຢູ່ແມ່ນຢູ່ໃນເລືອດ; ເພາະສະນັ້ນ ເຮົາຈຶ່ງໄດ້ສັ່ງໃຫ້ຖອກເລືອດທຸກຊະນິດໃສ່ເທິງແທ່ນບູຊາ ເພື່ອລຶບລ້າງການບາບທຸກຢ່າງຂອງປະຊາຊົນ. ເລືອດສາມາດລຶບລ້າງບາບໄດ້ ເພາະແມ່ນຊີວິດ. 12 ດັ່ງນັ້ນ ເຮົາຈຶ່ງໄດ້ບອກປະຊາຊົນອິດສະຣາເອນບໍ່ໃຫ້ພວກເຂົາ ຫລືຄົນຕ່າງດ້າວທີ່ອາໄສຢູ່ທ່າມກາງເຈົ້າ ກິນຊີ້ນທີ່ມີເລືອດຢູ່. 13 ຖ້າຊາວອິດສະຣາເອນຫລືຄົນຕ່າງດ້າວຜູ້ໜຶ່ງຜູ້ໃດ ທີ່ອາໄສຢູ່ທ່າມກາງເຈົ້າ ຈັບສັດ ຫລືນົກທີ່ບໍ່ເປັນມົນທິນຕາມກົດບັນຍັດໄດ້ ລາວຕ້ອງຂ້າສັດນັ້ນໂດຍໃຫ້ເລືອດໄຫລລົງໃສ່ດິນ ແລະເອົາຂີ້ຝຸ່ນດິນຖົມໄວ້. 14 ຊີວິດຂອງທຸກໆສິ່ງທີ່ເປັນຢູ່ ແມ່ນຢູ່ໃນເລືອດ ເພາະສະນັ້ນ ເຮົາຈຶ່ງໄດ້ບອກປະຊາຊົນອິດສະຣາເອນບໍ່ໃຫ້ກິນຊີ້ນສັດໃດໆທີ່ມີເລືອດຢູ່ ແລະຜູ້ໃດຜູ້ໜຶ່ງທີ່ຍັງຂືນກິນ ເຮົາຈະບໍ່ຖືຜູ້ນັ້ນວ່າ ເປັນປະຊາຊົນຂອງເຮົາອີກຕໍ່ໄປ. 15 ບຸກຄົນໃດໆ ບໍ່ວ່າຄົນອິດສະຣາເອນ ຫລືຄົນຕ່າງດ້າວກໍຕາມ ທີ່ໄດ້ກິນຊີ້ນສັດຕາຍເອງ ຫລືຖືກສັດປ່າກັດຕາຍ; ລາວຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນ, ອາບນໍ້າຊຳລະຮ່າງກາຍ ແລະລາວຈະເປັນມົນທິນຈົນຮອດຄໍ່າ ຈົ່ງອາບນໍ້າຊັກເຄື່ອງ ຫລັງຈາກນັ້ນ ຈຶ່ງຖືວ່າຈະບໍ່ເປັນມົນທິນຕາມກົດບັນຍັດ. 16 ຖ້າລາວບໍ່ອາບນໍ້າຊັກເຄື່ອງ ລາວຈະໄດ້ຮັບໂທດກຳຂອງລາວ. |
@ 2012 United Bible Societies. All Rights Reserved.