Biblia Todo Logo
Bìoball air-loidhne

- Sanasan -

ລະບຽບ^ພວກເລວີ 16 - ພຣະຄຳພີສັກສິ


ວັນ​ລຶບລ້າງ​ບາບ

1 ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ ຫລັງຈາກ​ລູກຊາຍ​ສອງ​ຄົນ​ຂອງ​ອາໂຣນ​ໄດ້​ຕາຍໄປ ຜູ້​ທີ່​ຖືກ​ຂ້າ​ຄາວ​ເມື່ອ​ພວກເຂົາ​ໄດ້​ຫຍັບ​ເຂົ້າ​ໄປ​ໃກ້​ພຣະເຈົ້າຢາເວ​ນັ້ນ.

2 ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ບອກ​ອາໂຣນ​ອ້າຍ​ຂອງ​ເຈົ້າ​ວ່າ ລາວ​ຈະ​ເຂົ້າ​ໄປ​ເບື້ອງ​ຫລັງ​ຜ້າກັ້ງ​ຕໍ່ໜ້າ​ພຣະທີ່ນັ່ງ​ແຫ່ງພຣະຄຸນ​ໃນ​ເວລາ​ກຳນົດ​ໃຫ້​ເທົ່ານັ້ນ​ຄື: ໃນ​ບ່ອນ​ສັກສິດ​ທີ່ສຸດ; ເພາະວ່າ​ທີ່​ນັ້ນ​ແມ່ນ​ບ່ອນ​ທີ່​ເຮົາ​ປາກົດ​ໃນ​ເມກ ເໜືອ​ຝາອັດ​ຫີບ​ພັນທະສັນຍາ. ຖ້າ​ລາວ​ບໍ່​ເຊື່ອຟັງ ລາວ​ຈະ​ຕ້ອງ​ຕາຍ.

3 ຫລັງຈາກ​ລາວ​ໄດ້​ນຳ​ງົວເຖິກ​ໜຸ່ມ​ໂຕໜຶ່ງ​ມາ ເພື່ອ​ຖວາຍ​ລຶບລ້າງ​ບາບ ແລະ​ແກະເຖິກ​ໜຸ່ມ​ໂຕໜຶ່ງ ເພື່ອ​ເຜົາ​ບູຊາ​ແລ້ວ; ລາວ​ຈຶ່ງ​ເຂົ້າ​ໄປ​ໃນ​ບ່ອນ​ສັກສິດ​ໄດ້.”

4 ຕໍ່ມາ ພຣະເຈົ້າຢາເວ​ໄດ້​ມອບ​ຂໍ້ຄຳສັ່ງ​ດັ່ງ​ຕໍ່ໄປນີ້. ກ່ອນ​ອາໂຣນ​ເຂົ້າ​ໄປ​ໃນ​ບ່ອນ​ສັກສິດ​ທີ່ສຸດ​ນັ້ນ ເພິ່ນ​ຕ້ອງ​ອາບນໍ້າ​ຊຳລະ​ຕົວ ແລ້ວ​ໃສ່​ເຄື່ອງ​ປະຈຳ​ຕຳແໜ່ງ​ປະໂຣຫິດ​ຄື: ໃສ່​ເສື້ອຄຸມ​ຍາວ​ມີ​ແຂນ​ທີ່​ເຮັດ​ດ້ວຍ​ຜ້າປ່ານ, ເສື້ອຄຸມ​ຍາວ​ບໍ່ມີ​ແຂນ, ສາຍ​ຮັດ​ແອວ ແລະ​ໝວກສຸບ.

5 ສ່ວນ​ຊຸມຊົນ​ອິດສະຣາເອນ​ນັ້ນ​ຈະ​ຕ້ອງ​ນຳ​ແບ້ເຖິກ​ສອງ​ໂຕ ມາ​ໃຫ້​ອາໂຣນ​ເພື່ອ​ຖວາຍ​ລຶບລ້າງ​ບາບ ແລະ​ແກະເຖິກ​ໂຕໜຶ່ງ​ເພື່ອ​ເຜົາ​ຖວາຍບູຊາ.

6 ເພິ່ນ​ຈະ​ຕ້ອງ​ຖວາຍ​ງົວເຖິກ​ໂຕໜຶ່ງ ຕາມ​ພິທີ​ຖວາຍບູຊາ​ລຶບລ້າງ​ການບາບ​ຂອງຕົນ​ແລະ​ຂອງ​ຄົນ​ໃນ​ຄອບຄົວ.

7 ຕໍ່ມາ ເພິ່ນ​ຈະ​ຕ້ອງ​ນຳ​ແບ້​ສອງ​ໂຕ​ມາ​ຕໍ່ໜ້າ​ພຣະເຈົ້າຢາເວ ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ.

8 ໃນ​ທີ່ນັ້ນ ອາໂຣນ​ຈະ​ໃຊ້​ສະຫລາກ​ດ້ວຍ​ຫີນ​ສອງ​ແຜ່ນ; ແຜ່ນ​ໜຶ່ງ​ນັ້ນ​ໃຫ້​ຂຽນ​ວ່າ, “ສຳລັບ​ພຣະເຈົ້າຢາເວ” ແລະ​ແຜ່ນ​ໜຶ່ງ​ອີກ​ຂຽນ​ວ່າ, “ສຳລັບ​ອາຊາເຊນ.”

9 ອາໂຣນ​ຈະ​ຕ້ອງ​ຖວາຍ​ແບ້​ໂຕ​ທີ່​ສະຫລາກ​ຕົກ​ຖືກ​ນັ້ນ ແກ່​ພຣະເຈົ້າຢາເວ​ເພື່ອ​ລຶບລ້າງ​ບາບ.

10 ແບ້​ໂຕ​ທີ່​ຕົກ​ເປັນ​ຂອງ​ອາຊາເຊນ ຈະ​ຖືກ​ນຳ​ມາ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ​ທັງ​ເປັນ; ແລ້ວ​ເຂົາ​ກໍ​ຈະ​ປ່ອຍ​ແບ້​ໂຕ​ນີ້​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ອາຊາເຊນ ເພື່ອ​ລຶບລ້າງ​ການບາບ​ຂອງ​ປະຊາຊົນ​ອິດສະຣາເອນ.

11 ເມື່ອ​ອາໂຣນ​ຖວາຍບູຊາ​ງົວເຖິກໜຸ່ມ ເພື່ອ​ລຶບລ້າງ​ບາບ​ຂອງຕົນ​ແລະ​ຄົນ​ໃນ​ຄອບຄົວ​ນັ້ນ

12 ເພິ່ນ​ຕ້ອງ​ເອົາ​ໝໍ້ຂາງ​ທີ່​ມີ​ຖ່ານໄຟ​ລຸກ​ແດງ​ຢູ່​ຈາກ​ແທ່ນບູຊາ​ທີ່​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ ພ້ອມ​ທັງ​ກຳຍານ​ທີ່​ບົດ​ໃຫ້​ລະອຽດ​ແລ້ວ​ສອງ​ກຳ ມາ​ບ່ອນ​ສັກສິດ​ທີ່ສຸດ.

13 ໃນ​ທີ່ນັ້ນ ໂດຍ​ຊ້ອງໜ້າ​ພຣະເຈົ້າຢາເວ ເພິ່ນ​ຈະ​ເອົາ​ກຳຍານ​ໂຮຍ​ໃສ່​ໄຟ ແລະ​ຄວັນ​ກຳຍານ​ກໍ​ຈະ​ພຸ່ງ​ຂຶ້ນ​ບັງ​ຝາ​ຫີບ​ພັນທະສັນຍາ​ໄວ້ ເພື່ອ​ວ່າ​ເພິ່ນ​ຈະ​ບໍ່ໄດ້​ເຫັນ​ສິ່ງ​ນັ້ນ ແລະ​ຖືກ​ຂ້າ.

14 ເພິ່ນ​ຈະ​ຕ້ອງ​ເອົາ​ເລືອດ​ບາງ​ສ່ວນ​ຂອງ​ງົວເຖິກໜຸ່ມ​ມາ ແລະ​ໃຊ້​ນິ້ວ​ມື​ຊິດ​ເລືອດ​ນັ້ນ​ໃສ່​ເທິງ​ດ້ານ​ໜ້າ​ຂອງ​ຝາອັດ​ຫີບ​ພັນທະສັນຍາ ແລ້ວ​ຊິດ​ເລືອດ​ນັ້ນ​ອີກ​ເຈັດ​ເທື່ອ​ໃສ່​ທາງ​ດ້ານ​ໜ້າ​ຂອງ​ຫີບ​ພັນທະສັນຍາ.

15 ຫລັງຈາກ​ນັ້ນ ເພິ່ນ​ຈະ​ຕ້ອງ​ຂ້າ​ແບ້​ເພື່ອ​ຖວາຍ​ລຶບລ້າງ​ບາບ​ຂອງ​ປະຊາຊົນ ແລ້ວ​ນຳ​ເລືອດ​ແບ້​ນັ້ນ​ເຂົ້າ​ໄປ​ໃນ​ບ່ອນ​ສັກສິດ​ທີ່ສຸດ ເພື່ອ​ຊິດ​ໃສ່​ເທິງ​ຝາອັດ​ຫີບ​ແລະ​ຊິດ​ໃສ່​ທາງ​ດ້ານ​ໜ້າ​ຂອງ​ຫີບ​ພັນທະສັນຍາ ແບບ​ດຽວ​ກັບ​ຊິດ​ເລືອດ​ຂອງ​ງົວເຖິກ​ໜຸ່ມ.

16 ດັ່ງນີ້ ເພິ່ນ​ຈຶ່ງ​ຈະ​ເຮັດ​ພິທີ​ຊຳລະ​ບ່ອນ​ສັກສິດ​ທີ່ສຸດ ໃຫ້​ພົ້ນ​ຈາກ​ມົນທິນ​ຂອງ​ປະຊາຊົນ​ອິດສະຣາເອນ ແລະ​ຈາກ​ການບາບ​ທຸກຢ່າງ​ຂອງ​ພວກເຂົາ. ເພິ່ນ​ຈະ​ເຮັດ​ພິທີ​ຊຳລະ​ນີ້​ໃຫ້​ຫໍເຕັນ​ບ່ອນ​ຊຸມນຸມ ເພາະວ່າ​ຫໍເຕັນ​ໄດ້​ຕັ້ງ​ຢູ່​ກາງ​ຄ້າຍ ຊຶ່ງ​ເປັນມົນທິນ​ຕາມ​ກົດບັນຍັດ.

17 ເວລາ​ທີ່​ອາໂຣນ​ເຂົ້າ​ໄປ​ໃນ​ບ່ອນ​ສັກສິດ​ທີ່ສຸດ ເພື່ອ​ເຮັດ​ພິທີ​ຊຳລະ​ໃຫ້​ໝົດ​ມົນທິນ​ຈົນ​ຮອດ​ເວລາ​ເພິ່ນ​ອອກ​ມາ​ນັ້ນ ຢ່າ​ໃຫ້​ຜູ້ໃດ​ຢູ່​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ. ເມື່ອ​ເພິ່ນ​ໄດ້​ເຮັດ​ພິທີ​ຊຳລະ​ຕົນເອງ, ຄົນ​ໃນ​ຄອບຄົວ ແລະ​ຊຸມຊົນ​ອິດສະຣາເອນ​ທັງໝົດ​ແລ້ວ

18 ເພິ່ນ​ຕ້ອງ​ອອກ​ມາ​ຂ້າງ​ນອກ​ທີ່​ແທ່ນບູຊາ​ຕໍ່ໜ້າ​ພຣະເຈົ້າຢາເວ ເພື່ອ​ເຜົາ​ເຄື່ອງ​ຖວາຍ​ແລະ​ຊຳລະ​ແທ່ນ​ນັ້ນ​ໃຫ້​ໝົດ​ມົນທິນ. ເພິ່ນ​ຈະ​ເອົາ​ເລືອດ​ງົວເຖິກໜຸ່ມ ແລະ​ເລືອດ​ແບ້​ບາງ​ສ່ວນ ທາ​ໃສ່​ເຂົາ​ທີ່​ແຈ​ຂອງ​ແທ່ນບູຊາ.

19 ແລ້ວ​ໃຊ້​ນິ້ວ​ມື​ຊິດ​ເລືອດ​ບາງ​ສ່ວນ​ເຈັດ​ເທື່ອ​ໃສ່​ເທິງ​ແທ່ນບູຊາ ແລະ​ເຮັດ​ໃຫ້​ແທ່ນ​ນັ້ນ​ບໍຣິສຸດ ເພື່ອ​ໃຫ້​ພົ້ນ​ຈາກ​ການບາບ​ຂອງ​ປະຊາຊົນ​ອິດສະຣາເອນ.


ແບ້​ຮັບ​ບາບ

20 ເມື່ອ​ອາໂຣນ​ເຮັດ​ພິທີ​ຊຳລະ​ລ້າງ​ບ່ອນ​ສັກສິດ​ທີ່ສຸດ, ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ແທ່ນບູຊາ​ແລ້ວ; ເພິ່ນ​ຈະ​ນຳ​ແບ້​ໂຕ​ຍັງ​ເປັນ​ຢູ່ ທີ່​ຕົກ​ເປັນ​ຂອງ​ອາຊາເຊນ ນັ້ນ​ມາ​ຖວາຍ.

21 ເພິ່ນ​ຈະ​ວາງ​ມື​ທັງສອງ​ຂອງ​ເພິ່ນ​ລົງ​ເທິງ​ຫົວ​ແບ້ ແລະ​ສາລະພາບ​ສິ່ງ​ຊົ່ວຮ້າຍ​ທຸກຢ່າງ, ການບາບ​ນາໆ​ຊະນິດ ແລະ​ການ​ທໍລະຍົດ​ທຸກປະການ​ຂອງ​ປະຊາຊົນ​ອິດສະຣາເອນ ແລະ​ຢອງ​ສິ່ງ​ທັງໝົດ​ນີ້​ທີ່​ເທິງ​ຫົວ​ຂອງ​ແບ້​ໂຕ​ນັ້ນ. ຕໍ່ມາ​ແບ້​ໂຕ​ນີ້ ກໍ​ຈະ​ຖືກ​ນຳ​ອອກ​ໄປ​ສູ່​ຖິ່ນ​ແຫ້ງແລ້ງ​ກັນດານ ໂດຍ​ຊາຍ​ທີ່​ໄດ້​ຖືກ​ເລືອກ​ໄວ້.

22 ແບ້​ໂຕ​ນີ້​ກໍ​ຈະ​ຮັບ​ແບກ​ການບາບ​ທັງໝົດ​ຂອງ​ພວກເຂົາ ໄປ​ສູ່​ຖິ່ນ​ເປົ່າປ່ຽວ.

23 ແລ້ວ​ອາໂຣນ​ກໍ​ຕ້ອງ​ເຂົ້າ​ໄປ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ, ແກ້​ເຄື່ອງ​ປະຈຳ​ຕໍ່າແໜ່ງ​ຂອງ​ປະໂຣຫິດ ທີ່​ເພິ່ນ​ໄດ້​ໃສ່​ເມື່ອ​ເຂົ້າ​ໄປ​ໃນ​ບ່ອນ​ສັກສິດ​ທີ່ສຸດ ແລະ​ປະ​ໄວ້​ໃນ​ທີ່ນັ້ນ.

24 ເພິ່ນ​ຕ້ອງ​ອາບນໍ້າ​ຊຳລະ​ຕົວ​ໃນ​ບ່ອນ​ສັກສິດ ແລະ​ນຸ່ງ​ເຄື່ອງ​ແຕ່ງກາຍ​ຂອງ​ຕົນເອງ​ຄືນ. ຫລັງຈາກ​ນັ້ນ ເພິ່ນ​ຈະ​ຕ້ອງ​ອອກ​ໄປ​ຂ້າງ​ນອກ ເພື່ອ​ຖວາຍ​ເຄື່ອງ​ເຜົາບູຊາ​ລຶບລ້າງ​ການບາບ​ຂອງຕົນ​ແລະ​ຂອງ​ປະຊາຊົນ.

25 ເພິ່ນ​ຈະ​ຕ້ອງ​ເຜົາ​ໄຂມັນ​ທັງໝົດ​ທີ່​ເທິງ​ແທ່ນບູຊາ ເພື່ອ​ເປັນ​ການ​ຖວາຍ​ລຶບລ້າງ​ບາບ.

26 ຜູ້​ທີ່​ນຳ​ແບ້​ໄປ​ປ່ອຍ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ອາຊາເຊນ​ນັ້ນ ຕ້ອງ​ຊັກ​ເຄື່ອງນຸ່ງຫົ່ມ​ຂອງຕົນ​ແລະ​ອາບນໍ້າ​ຊຳລະ​ຮ່າງກາຍ ແລ້ວ​ຈຶ່ງ​ກັບຄືນ​ເຂົ້າ​ໃນ​ຄ້າຍພັກ​ໄດ້.

27 ສ່ວນ​ງົວເຖິກ​ກັບ​ແບ້ເຖິກ​ນັ້ນ​ແມ່ນ​ຂ້າ​ຖວາຍ​ລຶບລ້າງ​ບາບ ໂດຍ​ນຳ​ເລືອດ​ສັດ​ເຂົ້າ​ໄປ​ໃນ​ບ່ອນ​ສັກສິດ​ເພື່ອ​ການ​ຍົກ​ບາບ ຈະ​ຕ້ອງ​ຖືກ​ນຳ​ອອກ​ໄປ​ເຜົາ​ຂ້າງ​ນອກ​ພ້ອມ​ທັງ​ໜັງ, ຊີ້ນ ແລະ​ເຄື່ອງໃນ​ໄສ້​ພຸງ.

28 ຜູ້​ເຮັດ​ໜ້າທີ່​ເຜົາ​ນັ້ນ​ຕ້ອງ​ຊັກ​ເຄື່ອງນຸ່ງຫົ່ມ ແລະ​ອາບນໍ້າ​ຊຳລະ​ຕົວ​ເສຍ​ກ່ອນ ຈຶ່ງ​ກັບຄືນ​ເຂົ້າ​ໄປ​ໃນ​ຄ້າຍພັກ​ໄດ້.


ພຣະເຈົ້າ​ສັ່ງ​ໃຫ້​ຢຶດຖື​ວັນ​ລຶບລ້າງ​ບາບ

29 ລະບຽບການ​ດັ່ງ​ກ່າວ​ນີ້​ໃຫ້​ຢຶດຖື​ໄວ້​ທຸກຍຸກ​ທຸກສະໄໝ​ສືບ​ໄປ. ໃນ​ວັນ​ທີ​ສິບ​ຂອງ​ເດືອນ​ທີ​ເຈັດ ຊາວ​ອິດສະຣາເອນ​ກັບ​ຊາວ​ຕ່າງດ້າວ​ທີ່​ອາໄສ​ຢູ່​ທ່າມກາງ​ພວກເຈົ້າ ຕ້ອງ​ຖືສິນ​ອົດ​ອາຫານ​ແລະ​ບໍ່​ຕ້ອງ​ເຮັດ​ວຽກ​ທຳງານ​ໃດໆ​ທັງ​ສິ້ນ.

30 ໃນ​ວັນ​ນັ້ນ ໃຫ້​ຈັດ​ພິທີ​ລຶບລ້າງ​ການບາບ​ທັງໝົດ​ຂອງ​ພວກເຂົາ ເພື່ອ​ພວກເຂົາ​ຈະ​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ​ຕໍ່ໜ້າ​ພຣະເຈົ້າຢາເວ.

31 ໃຫ້​ຖື​ວັນນີ້​ເປັນ​ວັນ​ຊະບາໂຕ​ພັກຜ່ອນ ໃຫ້​ເປັນ​ວັນ​ທີ່​ພວກເຂົາ​ຖືສິນ​ອົດອາຫານ ແລະ​ພັກ​ວຽກງານ​ທັງ​ສິ້ນ.

32 ມະຫາ​ປະໂຣຫິດ​ຜູ້​ໄດ້​ຮັບ​ການ​ສະຖາປະນາ ແລະ​ອຸທິດ​ຕົນ​ໃຫ້​ສືບແທນ​ພໍ່​ຂອງຕົນ​ໃນ​ຖານະ​ເປັນ​ມະຫາ​ປະໂຣຫິດ​ນັ້ນ ຕ້ອງ​ເຮັດ​ພິທີ​ຊຳລະ​ໃຫ້​ໝົດ​ມົນທິນ​ນີ້. ເພິ່ນ​ຈະ​ຕ້ອງ​ນຸ່ງ​ເຄື່ອງ​ປະຈຳ​ຕໍ່າແໜ່ງ​ປະໂຣຫິດ

33 ແລະ​ເຮັດ​ພິທີ​ຊຳລະ​ບ່ອນ​ສັກສິດ​ທີ່ສຸດ, ຫໍເຕັນ, ແທ່ນບູຊາ, ບັນດາ​ປະໂຣຫິດ ແລະ​ຊຸມຊົນ​ທັງໝົດ​ໃຫ້​ໝົດ​ມົນທິນ.

34 ຈົ່ງ​ຢຶດຖື​ລະບຽບການ​ເຫຼົ່ານີ້​ໄວ້​ທຸກຍຸກ​ທຸກສະໄໝ​ສືບໄປ. ພິທີ​ຊຳລະ​ນີ້​ໃຫ້​ຈັດ​ຂຶ້ນ​ປີ​ລະ​ເທື່ອ ເພື່ອ​ຊຳລະ​ປະຊາຊົນ​ອິດສະຣາເອນ​ຈາກ​ການບາບ​ຂອງ​ພວກເຂົາ. ດັ່ງນັ້ນ ໂມເຊ ຈຶ່ງ​ໄດ້​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ນັ້ນ​ທຸກປະການ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan