ລະບຽບ^ພວກເລວີ 14 - ພຣະຄຳພີສັກສິການຊຳລະຕົວຫລັງຈາກເຊົາເປັນພະຍາດຜິວໜັງ 1 ພຣະເຈົ້າຢາເວໄດ້ມອບລະບຽບການດັ່ງຕໍ່ໄປນີ້ໃຫ້ໂມເຊ. 2 ລະບຽບການນີ້ແມ່ນກ່ຽວກັບພິທີຊຳລະຕົວຂອງຜູ້ທີ່ດີຈາກພະຍາດຂີ້ທູດ ໃນມື້ທີ່ລາວຖືກປະກາດວ່າບໍ່ເປັນມົນທິນ. ຜູ້ດີພະຍາດນັ້ນຈະຖືກນຳຕົວໄປຫາປະໂຣຫິດ 3 ແລະເພິ່ນຈະນຳລາວໄປນອກຄ້າຍ ແລະກວດເບິ່ງ. ຖ້າພະຍາດນັ້ນດີແລ້ວ 4 ເພິ່ນຈະສັ່ງລາວໃຫ້ນຳນົກສອງໂຕທີ່ບໍ່ເປັນມົນທິນມາ ເພື່ອເຮັດພິທີຊຳລະຕົວ ແລະນຳສິ່ງເຫຼົ່ານີ້ມາດ້ວຍຄື: ໄມ້ສົນສີດາແທ່ງໜຶ່ງ, ດ້າຍສີແດງເສັ້ນໜຶ່ງ ແລະໃບຫູສົບມັດໜຶ່ງ. 5 ແລ້ວປະໂຣຫິດກໍຈະຂ້າປາດຄໍນົກໂຕໜຶ່ງໃນຖ້ວຍດິນ ຊຶ່ງມີນໍ້າທີ່ເອົາມາຈາກບໍ່. 6 ປະໂຣຫິດຈະເອົານົກໂຕທີ່ຍັງເປັນຢູ່ ຈຸ່ມລົງໃນຖ້ວຍເລືອດຂອງນົກໂຕທີ່ໄດ້ຂ້ານັ້ນ ພ້ອມກັບໄມ້ສົນສີດາ, ດ້າຍສີແດງ ແລະໃບຫູສົບ. 7 ແລ້ວປະໂຣຫິດກໍຈະຊິດເລືອດນັ້ນເຈັດເທື່ອໃສ່ຄົນທີ່ຈະຖືກຊຳລະຕົວຈາກພະຍາດຜິວໜັງ ແລະເພິ່ນກໍຈະປະກາດວ່າລາວບໍ່ເປັນມົນທິນ. 8 ຕໍ່ມາ ຄົນນັ້ນຈະຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນ, ແຖໜວດ, ແຖຫົວ ແລະອາບນໍ້າ; ແລ້ວຜູ້ນັ້ນກໍຈະບໍ່ເປັນມົນທິນຕາມກົດບັນຍັດ. ລາວອາດຈະເຂົ້າໄປໃນຄ້າຍກໍໄດ້ ແຕ່ລາວຕ້ອງນອນຢູ່ນອກເຕັນກ່ອນເປັນເວລາເຈັດວັນ. 9 ໃນວັນທີເຈັດ ລາວຈະຕ້ອງແຖຫົວ, ແຖໜວດ, ແຖຄິ້ວ ແລະແຖຂົນຕາມຕົນຕົວທົ່ວທັງຮ່າງກາຍ; ນອກຈາກນີ້ອີກ ລາວຈະຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນ ແລະອາບນໍ້າຊຳລະຮ່າງກາຍເສຍກ່ອນ ແລ້ວລາວກໍຈະບໍ່ເປັນມົນທິນຕາມກົດບັນຍັດ. 10 ໃນວັນທີແປດ ລາວຈະຕ້ອງນຳສິ່ງຂອງເຫຼົ່ານີ້ມາຄື: ແກະເຖິກສອງໂຕ ແລະລູກແກະແມ່ອາຍຸໜຶ່ງປີໂຕໜຶ່ງທີ່ມີສຸຂະພາບດີແລະບໍ່ມີຕຳໜິ, ແປ້ງປົນນໍ້າມັນໝາກກອກເທດສອງກິໂລກຼາມ ແລະນໍ້າມັນໝາກກອກເທດເຄິ່ງລິດ. 11 ປະໂຣຫິດຈະນຳຊາຍຜູ້ນີ້ພ້ອມກັບເຄື່ອງຖວາຍຂອງລາວໄປຕໍ່ໜ້າພຣະເຈົ້າຢາເວທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ. 12 ແລ້ວປະໂຣຫິດກໍຈະນຳລູກແກະເຖິກ ໜຶ່ງໃນສອງໂຕນັ້ນ ພ້ອມກັບນໍ້າມັນໝາກກອກເທດເຄິ່ງລິດມາ ເພື່ອເປັນເຄື່ອງຖວາຍບູຊາໄຖ່ຄວາມຜິດບາບ. ປະໂຣຫິດຈະຕ້ອງຖວາຍສິ່ງເຫຼົ່ານີ້ແກວ່ງໄປແກວ່ງມາ ເປັນເຄື່ອງຖວາຍແກວ່ງໄປແກວ່ງມາຕໍ່ໜ້າພຣະເຈົ້າຢາເວສຳລັບປະໂຣຫິດ. 13 ເພິ່ນຈະຂ້າປາດຄໍແກະເຖິກ ຢູ່ໃນບ່ອນສັກສິດ ຄືບ່ອນຂ້າສັດຖວາຍລຶບລ້າງບາບ ແລະເຜົາຖວາຍບູຊາ. ເພິ່ນຕ້ອງຂ້າສັດໃນທີ່ນັ້ນ ເພາະວ່າເຄື່ອງຖວາຍຊົດໃຊ້ແທນຄືນ ແລະລຶບລ້າງບາບ ເປັນຂອງປະໂຣຫິດແລະເປັນເຄື່ອງບໍຣິສຸດທີ່ສຸດ. 14 ປະໂຣຫິດຈະເອົາເລືອດບາງສ່ວນຂອງລູກແກະ ທາໃສ່ລຸ່ມໃບຫູເບື້ອງຂວາ, ໃສ່ໂປ້ມືເບື້ອງຂວາ ແລະໃສ່ໂປ້ຕີນເບື້ອງຂວາຂອງຜູ້ທີ່ຈະຖືກປະກາດວ່າ ບໍ່ເປັນມົນທິນຕາມກົດບັນຍັດ. 15 ປະໂຣຫິດຈະຖອກນໍ້າມັນໝາກກອກເທດບາງສ່ວນໃນເຄິ່ງລິດນັ້ນ ໃສ່ໂອ້ງມືຊ້າຍຂອງຕົນ 16 ແລ້ວເອົານິ້ວມືເບື້ອງຂວາຈຸ່ມລົງໃນນໍ້າມັນນັ້ນ ແລະຊິດເຈັດເທື່ອຢູ່ຕໍ່ໜ້າພຣະເຈົ້າຢາເວໃນທີ່ນັ້ນ. 17 ເພິ່ນຈະຕ້ອງເອົານໍ້າມັນບາງສ່ວນໃນອົ້ງມື ແລະເລືອດແກະບາງສ່ວນທາໃສ່ໃບຫູເບື້ອງຂວາ, ໃສ່ນິ້ວໂປ້ມືເບື້ອງຂວາ ແລະໃສ່ໂປ້ຕີນເບື້ອງຂວາຂອງຜູ້ທີ່ຖືກປະກາດວ່າ ບໍ່ເປັນມົນທິນຕາມກົດບັນຍັດ. 18 ສ່ວນນໍ້າມັນທີ່ເຫຼືອຢູ່ໃນອົ້ງມືນັ້ນ ເພິ່ນຈະຕ້ອງຖອກໃສ່ເທິງຫົວຂອງລາວ ຈາກນັ້ນ ປະໂຣຫິດຈຶ່ງຈະໄຖ່ໂທດແທນຜູ້ນັ້ນຕໍ່ໜ້າພຣະເຈົ້າຢາເວ. 19 ຕໍ່ມາ ປະໂຣຫິດຕ້ອງຖວາຍລຶບລ້າງບາບ ແລະເຮັດພິທີຊຳລະໃຫ້ໝົດມົນທິນ. ຫລັງຈາກນັ້ນ ເພິ່ນຈະຂ້າປາດຄໍສັດສຳລັບເຜົາຖວາຍບູຊາ 20 ແລະຖວາຍພືດຜົນເປັນເມັດເທິງແທ່ນບູຊາ. ໃນທຳນອງນີ້ ປະໂຣຫິດຈະເຮັດພິທີຊຳລະໃຫ້ໝົດມົນທິນ ແລະຄົນນັ້ນກໍຈະບໍ່ເປັນມົນທິນຕາມກົດບັນຍັດ. 21 ຖ້າລາວເປັນຄົນຍາກຈົນ ແລະບໍ່ສາມາດທີ່ຈະຫາມາໄດ້ຕາມທີ່ກຳນົດໄວ້ ເພື່ອເປັນການຊຳລະຕົນໃຫ້ໝົດມົນທິນ ລາວຈະຕ້ອງນຳລູກແກະເຖິກໂຕໜຶ່ງມາ ເພື່ອເປັນເຄື່ອງຖວາຍໄຖ່ຄວາມຜິດ ເປັນເຄື່ອງຖວາຍແກວ່ງໄປແກວ່ງມາ ເພື່ອໄຖ່ຄວາມຜິດຂອງຕົນ. ນອກນັ້ນ ລາວຈະຕ້ອງນຳແປ້ງປະສົມກັບນໍ້າມັນໝາກກອກເທດໜຶ່ງກິໂລກຼາມເທົ່ານັ້ນ ເພື່ອເປັນເຄື່ອງຖວາຍພືດຜົນເປັນເມັດ ແລະນໍ້າມັນໝາກກອກເທດອີກເຄິ່ງລິດ. 22 ລາວຈະຕ້ອງນຳນົກເຂົາ ຫລືນົກກາງແກສອງໂຕມາດ້ວຍຄື: ໂຕໜຶ່ງສຳລັບຖວາຍລຶບລ້າງບາບ ແລະໂຕໜຶ່ງອີກສຳລັບເຜົາຖວາຍບູຊາດ້ວຍໄຟ. 23 ໃນວັນທີແປດຂອງພິທີຊຳລະໃຫ້ໝົດມົນທິນນັ້ນ ລາວຈະຕ້ອງນຳສັດເຫຼົ່ານັ້ນ ມາໃຫ້ປະໂຣຫິດທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມຕໍ່ໜ້າພຣະເຈົ້າຢາເວ. 24 ປະໂຣຫິດຈະຕ້ອງເອົາລູກແກະເຖິກ ກັບນໍ້າມັນໝາກກອກເທດເຄິ່ງລິດ ມາຖວາຍເປັນຂອງຖວາຍແກວ່ງໄປແກວ່ງມາຕໍ່ໜ້າພຣະເຈົ້າຢາເວ. 25 ປະໂຣຫິດຈະຕ້ອງຂ້າປາດຄໍແກະນັ້ນ ແລະເອົາເລືອດບາງສ່ວນທາໃສ່ລຸ່ມໃບຫູເບື້ອງຂວາ, ໃສ່ໂປ້ມືເບື້ອງຂວາ ແລະໂປ້ຕີນເບື້ອງຂວາຂອງຄົນນັ້ນ. 26 ແລ້ວປະໂຣຫິດກໍຈະຖອກນໍ້າມັນບາງສ່ວນໃສ່ອົ້ງມືເບື້ອງຊ້າຍຂອງຕົນ 27 ແລະໃຊ້ມືຂວາຊິດນໍ້າມັນເຈັດເທື່ອຊ້ອງໜ້າພຣະເຈົ້າຢາເວໃນທີ່ນັ້ນ. 28 ເພິ່ນຈະເອົານໍ້າມັນບາງສ່ວນໃນໂອ້ງມື ທາໃສ່ບ່ອນດຽວກັນກັບທີ່ໄດ້ທາເລືອດໃສ່ນັ້ນຄື: ທາໃສ່ລຸ່ມໃບຫູເບື້ອງຂວາ, ໃສ່ໂປ້ມືເບື້ອງຂວາ, ໃສ່ໂປ້ຕີນເບື້ອງຂວາຂອງຄົນນັ້ນ. 29 ສ່ວນນໍ້າມັນທີ່ເຫຼືອໃນອົ້ງມືນັ້ນ ເພິ່ນຈະຕ້ອງຖອກໃສ່ຫົວຂອງຜູ້ນັ້ນ. ໃນທຳນອງນີ້ ປະໂຣຫິດຈະເຮັດພິທີຊຳລະໃຫ້ໝົດມົນທິນຕາມກົດບັນຍັດຕໍ່ໜ້າພຣະເຈົ້າຢາເວ. 30 ຕໍ່ມາ ປະໂຣຫິດຕ້ອງເອົານົກເຂົາ ຫລືນົກກາງແກຕາມທີ່ຫາມາໄດ້ນັ້ນມາຖວາຍ. 31 ເປັນເຄື່ອງຖວາຍລຶບລ້າງບາບ ແລະອີກໂຕໜຶ່ງນັ້ນເປັນເຄື່ອງເຜົາບູຊາດ້ວຍໄຟ ຖວາຍກັບພືດຜົນເປັນເມັດ. ໃນທຳນອງນີ້ ປະໂຣຫິດຈະເຮັດພິທີຊຳລະໃຫ້ໝົດມົນທິນຂອງຜູ້ຮັບການຊຳລະຕໍ່ໜ້າພຣະເຈົ້າຢາເວ. 32 ອັນນີ້ແມ່ນກົດບັນຍັດສຳລັບຜູ້ທີ່ເປັນພະຍາດຂີ້ທູດ ແຕ່ບໍ່ສາມາດຫາເຄື່ອງຖວາຍມາຕາມທີ່ກຳນົດໄວ້ໄດ້ ເພື່ອຊຳລະຕົນໃຫ້ໝົດມົນທິນຕາມກົດບັນຍັດ. ຂີ້ເຮື້ອນໃນເຮືອນ 33 ພຣະເຈົ້າຢາເວໄດ້ມອບລະບຽບການດັ່ງກ່າວນີ້ໃຫ້ແກ່ໂມເຊກັບອາໂຣນ. 34 ລະບຽບການນີ້ແມ່ນກ່ຽວກັບເຮືອນທີ່ມີຂີ້ເຮື້ອນແຜ່ລາມອອກໄປ. (ລະບຽບການເຫຼົ່ານີ້ແມ່ນໄດ້ນຳມາໃຊ້ ຫລັງຈາກທີ່ປະຊາຊົນອິດສະຣາເອນ ໄດ້ເຂົ້າໄປອາໄສຢູ່ໃນດິນແດນການາອານ ທີ່ໄດ້ມອບໃຫ້ແກ່ພວກເຂົາເປັນກຳມະສິດ.) 35 ຖ້າຜູ້ໜຶ່ງພົບເຫັນຂີ້ເຮື້ອນຢູ່ໃນເຮືອນຂອງຕົນ ຜູ້ນັ້ນຕ້ອງມາແຈ້ງຕໍ່ປະໂຣຫິດ. 36 ປະໂຣຫິດຈະສັ່ງໃຫ້ຍົກຍ້າຍທຸກໆສິ່ງອອກຈາກເຮືອນຫລັງນັ້ນ ກ່ອນເພິ່ນຈະເຂົ້າໄປກວດເບິ່ງຂີ້ເຮື້ອນ; ບໍ່ດັ່ງນັ້ນ ທຸກສິ່ງໃນເຮືອນຈະຖືກປະກາດວ່າເປັນມົນທິນ. ແລ້ວປະໂຣຫິດກໍຈະໄປທີ່ເຮືອນຫລັງນັ້ນ 37 ແລະກວດເບິ່ງຂີ້ເຮື້ອນ. ຖ້າຝາເຮືອນມີຈຸດຂຽວປົນແດງປາກົດໃຫ້ເຫັນ ແລະກັດກິນລົງໄປຢູ່ໃນຝາເຮືອນ 38 ເພິ່ນຈະຕ້ອງອອກຈາກເຮືອນໃນທັນທີ ແລະອັດເຮືອນປະໄວ້ເຈັດວັນ. 39 ໃນມື້ທີເຈັດ ເພິ່ນຈະກັບມາໃນເຮືອນຫລັງນັ້ນແລະກວດເບິ່ງອີກ. ຖ້າຂີ້ເຮືອນໄດ້ແຜ່ລາມອອກໄປຕາມຝາເຮືອນ 40 ເພິ່ນຈະຕ້ອງສັ່ງໃຫ້ເອົາກ້ອນຫີນໃນບໍລິເວນບ່ອນພົບຂີ້ເຮື້ອນນັ້ນອອກໄປຖິ້ມ ໃນບ່ອນທີ່ຖິ້ມຂອງເປິເປຶ້ອນນອກເມືອງ. 41 ຫລັງຈາກນັ້ນ ເພິ່ນຈະສັ່ງໃຫ້ຂູດຝາໃນເຮືອນທຸກຝາ ແລະໃຫ້ນຳຝຸ່ນປູນທີ່ຂູດອອກນັ້ນ ໄປຖິ້ມໃນບ່ອນຖິ້ມຂອງເປິເປື້ອນນອກເມືອງຄືກັນ. 42 ແລ້ວໃຫ້ເອົາຫີນກ້ອນໃໝ່ມາອັດກ້ອນທີ່ໄດ້ເຈາະອອກໄປນັ້ນ ແລະເອົາປູນມາໂບກຝາເຮືອນໃໝ່ອີກ. 43 ຖ້າຂີ້ເຮື້ອນເກີດຂຶ້ນໃນເຮືອນ ຫລັງຈາກທີ່ໄດ້ເຈາະຫີນບ່ອນມີເຊື້ອຂີ້ເຮື້ອນອອກ ພ້ອມທັງຂູດເຮືອນແລະໂບກປູນໃໝ່ແລ້ວ 44 ປະໂຣຫິດຈະຕ້ອງໄປກວດເບິ່ງອີກ. ຖ້າຂີ້ເຮື້ອນຍັງແຜ່ລາມອອກໄປ ເຮືອນນັ້ນກໍເປັນມົນທິນ. 45 ເຮືອນຫລັງນີ້ຕ້ອງຖືກມ້າງຖິ້ມ ແລະກ້ອນຫີນກັບໄມ້ແລະປູນທີ່ໄດ້ໃຊ້ເຮັດເຮືອນນັ້ນ ຕ້ອງໃຫ້ຂົນອອກໄປນອກເມືອງບ່ອນທີ່ເຂົາຖິ້ມຂອງເປິເປື້ອນ. 46 ຜູ້ໃດຜູ້ໜຶ່ງທີ່ເຂົ້າໄປ ຂະນະທີ່ອັດເຮືອນໄວ້ນັ້ນຈະເປັນມົນທິນຈົນຮອດຄໍ່າ. 47 ຜູ້ໃດຜູ້ໜຶ່ງທີ່ນອນຫລືກິນໃນເຮືອນນັ້ນ ຕ້ອງຊັກເຄື່ອງນຸ່ງຫົ່ມຂອງຕົນ. 48 ເມື່ອປະໂຣຫິດເຂົ້າໄປກວດເບິ່ງແລ້ວ ຖ້າຂີ້ເຮື້ອນບໍ່ປາກົດເຫັນອີກ ຫລັງຈາກທີ່ໄດ້ໂບກປູນເຮືອນໃໝ່ແລ້ວ; ປະໂຣຫິດຈະຕ້ອງປະກາດວ່າ ເຮືອນຫລັງນັ້ນບໍ່ເປັນມົນທິນຕາມກົດບັນຍັດ ເພາະວ່າຂີ້ເຮື້ອນໄດ້ຫາຍໄປໝົດແລ້ວ. 49 ເພື່ອຊຳລະເຮືອນໃຫ້ໝົດຄວາມຂີ້ດຽດເປິເປື້ອນ ໃຫ້ເຈົ້າຂອງເຮືອນນຳນົກສອງໂຕມາ ພ້ອມກັບໄມ້ສົນສີດາແທ່ງໜຶ່ງ, ດ້າຍສີແດງເສັ້ນໜຶ່ງ ແລະໃບຫູສົບມັດໜຶ່ງ. 50 ປະໂຣຫິດຈະຕ້ອງຂ້າປາດຄໍນົກໂຕໜຶ່ງໃນສອງໂຕນັ້ນໃນຖ້ວຍດິນທີ່ມີນໍ້າຈາກບໍ່. 51 ແລ້ວປະໂຣຫິດກໍຈະເອົາໄມ້ສົນສີດາ, ໃບຫູສົບ, ດ້າຍສີແດງ ແລະນົກໂຕທີ່ຍັງເປັນຢູ່ ຈຸ່ມລົງໃນເລືອດຂອງນົກໂຕທີ່ໄດ້ຂ້າໃນຖ້ວຍດິນທີ່ມີນໍ້າບໍ່ນັ້ນ. ເພິ່ນຈະຊິດເລືອດຂອງນົກໃສ່ເຮືອນຫລັງນັ້ນເຈັດເທື່ອ. 52 ໃນທຳນອງນີ້ ປະໂຣຫິດຈະໄດ້ຊຳລະຄວາມຂີ້ດຽດເປິເປື້ອນອອກໄປຈາກເຮືອນ ໂດຍເລືອດນົກກັບນໍ້າບໍ່ແລະນົກໂຕທີ່ຍັງເປັນຢູ່, ໄມ້ສົນສີດາ, ໃບຫູສົບ ແລະດ້າຍສີແດງ. 53 ແລ້ວເພິ່ນກໍຈະປ່ອຍນົກໂຕທີ່ຍັງເປັນຢູ່ນັ້ນ ບິນອອກຈາກເມືອງໄປສູ່ທົ່ງນາ. ໃນທຳນອງນີ້ ເພິ່ນຈະເຮັດພິທີຊຳລະຄວາມຂີ້ດຽດເປິເປື້ອນໃນເຮືອນນັ້ນໃຫ້ໝົດໄປ ແລະເຮືອນນັ້ນກໍຈະບໍ່ເປັນມົນທິນ. 54 ອັນນີ້ແມ່ນກົດບັນຍັດກ່ຽວກັບພະຍາດຂີ້ເຮື້ອນ ເຊັ່ນ: 55-56 ເຈັບປວດ, ໂພງຫລືບວມ ແລະກ່ຽວກັບຂີ້ເຮື້ອນໃນເຄື່ອງນຸ່ງຫົ່ມຫລືໃນເຮືອນ. 57 ກົດບັນຍັດເຫຼົ່ານີ້ແມ່ນຊີ້ຂາດວ່າ ເມື່ອໃດສິ່ງຂອງເຫຼົ່ານັ້ນເປັນມົນທິນ ຫລືບໍ່ເປັນມົນທິນ. |
@ 2012 United Bible Societies. All Rights Reserved.