Biblia Todo Logo
Bìoball air-loidhne

- Sanasan -

ລະບຽບ^ພວກເລວີ 13 - ພຣະຄຳພີສັກສິ


ກົດບັນຍັດ​ຕ່າງໆ​ກ່ຽວກັບ​ພະຍາດ​ຜິວໜັງ

1 ພຣະເຈົ້າຢາເວ​ໄດ້​ມອບ​ລະບຽບການ​ຕ່າງໆ ດັ່ງ​ຕໍ່ໄປນີ້​ໃຫ້​ໂມເຊ​ແລະ​ອາໂຣນ.

2 ຖ້າ​ຜູ້ໃດ​ຜູ້ໜຶ່ງ​ມີ​ອາການ​ເຈັບປວດ​ຕາມ​ຜິວໜັງ ຫລື​ໂພງ​ຂຶ້ນ ຫລື​ບວມ​ທີ່​ອາດ​ຈະ​ກາຍເປັນ​ພະຍາດ​ຂີ້ທູດ ຜູ້ນັ້ນ​ຕ້ອງ​ຖືກ​ນຳ​ຕົວ​ໄປ​ຫາ​ປະໂຣຫິດ ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ອາໂຣນ.

3 ປະໂຣຫິດ​ຈະ​ກວດເບິ່ງ​ອາການ​ເຈັບປວດ​ນັ້ນ ແລະ​ຖ້າ​ຂົນ​ທີ່​ຜິວໜັງ​ຫງອກ ແລະ​ພະຍາດ​ກໍ​ຢູ່​ເລິກ​ກວ່າ​ຜິວໜັງ​ລົງ​ໄປ ໃຫ້​ນັບ​ຜູ້ນັ້ນ​ວ່າ​ເປັນ​ພະຍາດ​ຂີ້ທູດ ແລະ​ປະໂຣຫິດ​ຕ້ອງ​ປະກາດ​ວ່າ​ຄົນ​ນັ້ນ​ເປັນ​ມົນທິນ.

4 ແຕ່​ຖ້າ​ຜິວໜັງ​ຊື່​ບ່ອນ​ທີ່​ເຈັບປວດ​ນັ້ນ​ຂາວ ແລະ​ພະຍາດ​ບໍ່​ກິນ​ເລິກ​ລົງ​ໄປກວ່າ​ຜິວໜັງ ພ້ອມ​ທັງ​ຂົນ​ໃນ​ບໍລິເວນ​ນັ້ນ​ກໍ​ບໍ່​ຫງອກ ປະໂຣຫິດ​ຈະ​ຕ້ອງ​ກັກ​ຕົວ​ຜູ້ນັ້ນ​ໄວ້​ຢູ່​ຕ່າງຫາກ​ເຈັດ​ວັນ.

5 ປະໂຣຫິດ​ຈະ​ຕ້ອງ​ກວດເບິ່ງ​ລາວ​ອີກ​ໃນ​ວັນ​ທີ​ເຈັດ ແລະ​ຖ້າ​ປະໂຣຫິດ​ເຫັນ​ວ່າ​ອາການ​ເຈັບປວດ​ຍັງ​ຄືເກົ່າ ແລະ​ບໍ່ໄດ້​ຂະຫຍາຍ​ອອກ​ໄປ ຜູ້ນັ້ນ​ຈະ​ຕ້ອງ​ຖືກ​ກັກຕົວ​ໄວ້​ຢູ່​ຕ່າງຫາກ​ອີກ​ເຈັດ​ວັນ.

6 ປະໂຣຫິດ​ຈະ​ຕ້ອງ​ກວດເບິ່ງ​ຜູ້ນັ້ນ​ອີກ​ໃນ​ມື້​ທີ​ເຈັດ ແລະ​ຖ້າ​ອາການ​ເຈັບປວດ​ເບົາບາງ​ລົງ ແລະ​ພະຍາດ​ນັ້ນ​ບໍ່ໄດ້​ແຜ່ລາມ​ອອກ​ໄປ; ປະໂຣຫິດ​ຕ້ອງ​ປະກາດ​ວ່າ ຜູ້ນັ້ນ​ບໍ່ໄດ້​ເປັນມົນທິນ​ຕາມ​ກົດບັນຍັດ. ມັນ​ເປັນ​ພຽງ​ອາການ​ເຈັບປວດ​ເທົ່ານັ້ນ.

7 ແຕ່​ຖ້າ​ອາການ​ເຈັບປວດ​ນັ້ນ​ແຜ່​ລາມ​ອອກ​ໄປ ຫລັງຈາກ​ທີ່​ປະໂຣຫິດ​ໄດ້​ກວດເບິ່ງ ແລະ​ປະກາດ​ວ່າ​ຜູ້ນັ້ນ​ສະອາດ​ດີ​ແລ້ວ ລາວ​ຕ້ອງ​ກັບຄືນ​ມາ​ຫາ​ປະໂຣຫິດ​ອີກ.

8 ປະໂຣຫິດ​ຈະ​ກວດເບິ່ງ​ລາວ​ຕື່ມ​ອີກ ແລະ​ຖ້າ​ພະຍາດ​ນັ້ນ​ແຜ່​ລາມ​ອອກ​ໄປ​ແທ້ ປະໂຣຫິດ​ຈະ​ປະກາດ​ວ່າ​ຜູ້ນັ້ນ​ເປັນ​ມົນທິນ ຍ້ອນ​ພະຍາດ​ຂີ້ທູດ​ຂອງ​ຜູ້ກ່ຽວ.

9-10 ຖ້າ​ຜູ້ໃດ​ຜູ້ໜຶ່ງ​ເປັນ​ພະຍາດ​ຂີ້ທູດ ຜູ້ນັ້ນ​ຈະ​ຕ້ອງ​ຖືກ​ນຳ​ຕົວ​ໄປ​ຫາ​ປະໂຣຫິດ​ໃຫ້​ກວດເບິ່ງ. ຖ້າ​ບໍລິເວນ​ເຈັບປວດ​ນັ້ນ​ບວບ​ມີ​ສີ​ຂາວ ຊຶ່ງ​ເຮັດ​ໃຫ້​ຂົນ​ໜັງ​ຫງອກ​ແລະ​ມີ​ໜອງ​ໃນ​ແຜ

11 ກໍ​ສະແດງ​ວ່າ​ເປັນ​ພະຍາດ​ຜິວໜັງ​ຊໍ້າເຮື້ອ. ປະໂຣຫິດ​ຈະ​ຕ້ອງ​ປະກາດ​ວ່າ​ຜູ້ນັ້ນ​ເປັນ​ມົນທິນ; ບໍ່​ຈຳເປັນ​ຕ້ອງ​ກັກ​ລາວ​ໄວ້​ຢູ່​ຕ່າງຫາກ​ອີກ​ຕໍ່ໄປ ເພາະ​ຮູ້​ໄດ້​ຢ່າງ​ຄັກແນ່​ແລ້ວ​ວ່າ​ລາວ​ເປັນ​ມົນທິນ.

12 ຖ້າ​ພະຍາດ​ຜິວໜັງ​ລາມ​ໄປ​ທົ່ວ​ຮ່າງກາຍ​ແຕ່​ຫົວ​ຫາ​ຕີນ

13 ປະໂຣຫິດ​ຈະ​ຕ້ອງ​ກວດເບິ່ງ​ລາວ​ຄືນ​ໃໝ່. ຖ້າ​ປະໂຣຫິດ​ພົບ​ວ່າ ໂຣກ​ນັ້ນ​ໄດ້​ແຜ່ລາມ​ອອກ​ໄປ​ທົ່ວ​ຮ່າງກາຍ​ແທ້ ເພິ່ນ​ຈະ​ປະກາດ​ວ່າ​ຜູ້ນັ້ນ​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ. ຖ້າ​ໝົດ​ທັງ​ຕົວ​ຂອງ​ລາວ​ຂາວ​ດັ່ງ​ຊ້າງເຜືອກ ລາວ​ກໍ​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ.

14 ແຕ່​ຖ້າ​ອາການ​ເຈັບປວດ​ຕາມ​ຜິວໜັງ​ປາກົດ​ໃຫ້​ເຫັນ​ເມື່ອໃດ ຕ້ອງ​ໃຫ້​ຖື​ວ່າ​ລາວ​ເປັນມົນທິນ​ເມື່ອນັ້ນ.

15 ປະໂຣຫິດ​ຈະ​ຕ້ອງ​ກວດເບິ່ງ​ອີກ​ໃໝ່ ແລະ​ຖ້າ​ເພິ່ນ​ເຫັນ​ແຜ​ໃໝ່​ປາກົດ​ຂຶ້ນ​ມາ ເພິ່ນ​ກໍ​ຈະ​ປະກາດ​ວ່າ​ຊາຍ​ຜູ້ນັ້ນ​ເປັນ​ມົນທິນ. ແຜ​ໃໝ່​ນັ້ນ​ເປັນມົນທິນ​ເພາະ​ມັນ​ແມ່ນ​ພະຍາດ​ຂີ້ທູດ.

16 ແຕ່​ເມື່ອ​ແຜ​ໃໝ່​ນັ້ນ​ດີ ປ່ຽນ​ເປັນ​ສີ​ຂາວ​ອີກ ຕ້ອງ​ໃຫ້​ລາວ​ໄປ​ຫາ​ປະໂຣຫິດ

17 ເພື່ອ​ຈະ​ກວດເບິ່ງ​ລາວ​ຄືນ​ອີກ. ຖ້າ​ພະຍາດ​ນັ້ນ​ເປັນ​ພະຍາດ​ຜິວໜັງ​ສີ​ຂາວ​ເທົ່ານັ້ນ ລາວ​ກໍ​ບໍ່​ເປັນ​ມົນທິນ ແລະ​ປະໂຣຫິດ​ຕ້ອງ​ປະກາດ​ວ່າ ລາວ​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ.

18 ຖ້າ​ຜູ້ໃດ​ຜູ້ໜຶ່ງ​ເປັນ​ຝີ​ໃນ​ຜິວໜັງ​ແຕ່​ດີ​ແລ້ວ

19 ແລະ​ຫລັງຈາກ​ນັ້ນ ຖ້າ​ມີ​ສີຂາວ​ບວມ​ຂຶ້ນ​ມາ ຫລື​ຮອຍ​ສີແດງ​ປົນ​ສີຂາວ​ປາກົດ​ຂຶ້ນ​ໃນ​ບໍລິເວນ​ນັ້ນ ລາວ​ຈະ​ຕ້ອງ​ໄປ​ຫາ​ປະໂຣຫິດ.

20 ປະໂຣຫິດ​ຈະ​ກວດເບິ່ງ​ລາວ ແລະ​ຖ້າ​ບໍລິເວນ​ນັ້ນ​ປາກົດ​ວ່າ ເລິກ​ກວ່າ​ຜິວໜັງ​ແລະ​ຂົນ​ທີ່​ບໍລິເວນ​ນັ້ນ​ຫງອກ ປະໂຣຫິດ​ຕ້ອງ​ປະກາດ​ວ່າ​ລາວ​ເປັນ​ມົນທິນ. ອັນ​ນີ້​ແມ່ນ​ພະຍາດ​ຂີ້ທູດ ທີ່​ໄດ້​ເລີ່ມ​ຟູ​ຂຶ້ນ​ຈາກ​ແປ້ວ​ຝີ.

21 ແຕ່​ຖ້າ​ປະໂຣຫິດ​ກວດເບິ່ງ​ໂຣກ​ນັ້ນ​ແລ້ວ​ແລະ​ພົບ​ວ່າ ຂົນ​ໃນ​ບໍລິເວນ​ນັ້ນ​ບໍ່​ຫງອກ ແລະ​ບໍລິເວນ​ເຈັບປວດ​ນັ້ນ​ບໍ່ໄດ້​ເລິກ​ກວ່າ​ຜິວໜັງ​ແຕ່​ມີ​ສີ​ຊີດໆ; ປະໂຣຫິດ​ຈະ​ຕ້ອງ​ກັກ​ຕົວ​ຄົນ​ນັ້ນ​ໄວ້​ຢູ່​ຕ່າງຫາກ​ເຈັດ​ວັນ.

22 ຖ້າ​ພະຍາດ​ແຜ່​ລາມ​ອອກ​ໄປ​ຕາມ​ຜິວໜັງ ປະໂຣຫິດ​ຈະ​ຕ້ອງ​ປະກາດ​ວ່າ​ຜູ້ນັ້ນ​ເປັນ​ມົນທິນ; ລາວ​ໄດ້​ເປັນ​ພະຍາດ​ຜິວໜັງ​ແລ້ວ.

23 ແຕ່​ຖ້າ​ບໍລິເວນ​ນັ້ນ​ຍັງ​ຄືເກົ່າ​ແລະ​ບໍ່ໄດ້​ແຜ່​ລາມ​ອອກ​ໄປ ກໍ​ເປັນ​ພຽງ​ບາດແຜ​ທີ່​ສືບ​ມາ​ຈາກ​ຕຸ່ມຝີ​ເທົ່ານັ້ນ ແລະ​ປະໂຣຫິດ​ຈະ​ຕ້ອງ​ປະກາດ​ວ່າ ລາວ​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ.

24 ໃນ​ກໍລະນີ​ຂອງ​ຄົນ​ໜຶ່ງ​ທີ່​ຖືກ​ໄຟ​ໄໝ້ ຖ້າ​ເນື້ອ​ໃນ​ບາດ​ສົດ​ທີ່​ຊື່​ກັບ​ບໍລິເວນ​ນັ້ນ​ເປັນ​ສີຂາວ​ຊໍ້າ

25 ປະໂຣຫິດ​ຈະ​ຕ້ອງ​ກວດເບິ່ງ​ລາວ. ຖ້າ​ຂົນ​ທີ່​ບໍລິເວນ​ນັ້ນ​ຫງອກ ແລະ​ບໍລິເວນ​ນັ້ນ​ກໍ​ປາກົດ​ວ່າ​ເລິກກວ່າ​ຜິວໜັງ ພະຍາດ​ນີ້​ແມ່ນ​ພະຍາດ​ຂີ້ທູດ ຊຶ່ງ​ໄດ້​ເລີ່ມ​ໃຄ່​ຂຶ້ນ​ຕາມ​ບໍລິເວນ​ບ່ອນ​ໄຟ​ໄໝ້​ນັ້ນ ແລະ​ປະໂຣຫິດ​ຈະ​ຕ້ອງ​ປະກາດ​ວ່າ ລາວ​ເປັນ​ມົນທິນ.

26 ແຕ່​ຖ້າ​ຂົນ​ເຫຼົ່ານັ້ນ​ບໍ່​ຫງອກ​ແລະ​ບໍລິເວນ​ນັ້ນ​ບໍ່​ເລິກກວ່າ​ຜິວໜັງ​ແຕ່​ມັນ​ເປັນ​ສີ​ຈາງໆ ປະໂຣຫິດ​ຈະ​ຕ້ອງ​ກັກ​ຄົນ​ນັ້ນ​ໄວ້​ຢູ່​ຕ່າງຫາກ​ເປັນ​ເວລາ​ເຈັດ​ວັນ.

27 ປະໂຣຫິດ​ຈະ​ຕ້ອງ​ກວດເບິ່ງ​ລາວ​ຄືນ​ໃໝ່​ໃນ​ວັນ​ທີ​ເຈັດ ແລະ​ຖ້າ​ພະຍາດ​ນັ້ນ​ແຜ່​ລາມ​ອອກ​ໄປ ກໍ​ສະແດງ​ວ່າ​ລາວ​ເປັນ​ພະຍາດ​ຂີ້ທູດ ແລະ​ປະໂຣຫິດ​ຈະ​ຕ້ອງ​ປະກາດ​ວ່າ​ລາວ​ເປັນມົນທິນ.

28 ແຕ່​ຖ້າ​ບໍລິເວນ​ນັ້ນ​ຍັງ​ຄືເກົ່າ ແລະ​ບໍ່ໄດ້​ແຜ່​ລາມ​ອອກ​ໄປ ພ້ອມ​ທັງ​ເປັນ​ສີ​ຊີດໆ ນັ້ນ​ກໍ​ບໍ່ແມ່ນ​ພະຍາດ​ຂີ້ທູດ. ປະໂຣຫິດ​ຈະ​ຕ້ອງ​ປະກາດ​ວ່າ ລາວ​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ ເພາະວ່າ​ມັນ​ເປັນ​ພຽງແຕ່​ແປ້ວ​ຈາກ​ໄຟ້​ໄໝ້​ເທົ່ານັ້ນ.

29 ເມື່ອ​ຊາຍ​ຫລື​ຍິງ​ຜູ້ໜຶ່ງ​ເປັນ​ພະຍາດ​ທີ່​ຫົວ​ຫລື​ທີ່​ຄາງ

30 ປະໂຣຫິດ​ຈະ​ຕ້ອງ​ກວດເບິ່ງ​ພະຍາດ​ນັ້ນ. ຖ້າ​ບໍລິເວນ​ນັ້ນ​ປາກົດ​ວ່າ​ເລິກ​ກວ່າ​ຜິວໜັງ ທັງ​ຜົມ​ຊື່​ບໍລິເວນ​ນັ້ນ​ເຫລືອງ ແລະ​ບາງ​ກໍ​ສະແດງ​ວ່າ​ອາການ​ເຊັ່ນນັ້ນ​ແມ່ນ​ພະຍາດ​ຜິວໜັງ. ປະໂຣຫິດ​ຈະ​ຕ້ອງ​ປະກາດ​ວ່າ​ຄົນ​ນັ້ນ​ເປັນ​ມົນທິນ.

31 ຫລັງຈາກ​ປະໂຣຫິດ​ກວດເບິ່ງ​ລາວ​ແລ້ວ ຖ້າ​ບໍລິເວນ​ບ່ອນ​ເຈັບປວດ​ນັ້ນ​ບໍ່​ປາກົດ​ວ່າ ເລິກ​ກວ່າ​ຜິວໜັງ​ທັງ​ຜົມ​ຍັງ​ບໍ່​ດຳ​ຂຶ້ນ​ຄືນ ປະໂຣຫິດ​ຈະ​ຕ້ອງ​ກັກ​ຜູ້ນັ້ນ​ໄວ້​ຢູ່​ຕ່າງຫາກ​ເປັນ​ເວລາ​ເຈັດ​ວັນ.

32 ປະໂຣຫິດ​ຈະ​ກວດເບິ່ງ​ພະຍາດ​ຄືນ​ໃໝ່​ໃນ​ວັນ​ທີ​ເຈັດ ແລະ​ຖ້າ​ພະຍາດ​ນັ້ນ​ບໍ່​ແຜ່​ລາມ​ອອກ​ໄປ ແລະ​ບໍ່ມີ​ຂົນ​ເຫລືອງ​ແລະ​ບໍ່​ປາກົດ​ເຫັນ​ວ່າ ທີ່​ບໍລິເວນ​ນັ້ນ​ເລິກ​ກວ່າ​ຜິວໜັງ

33 ຕ້ອງ​ໃຫ້​ແຖ​ຜົມ​ຄົນ​ນັ້ນ​ອ້ອມ​ບ່ອນ​ທີ່​ລາວ​ເຈັບປວດ. ແຕ່​ປະໂຣຫິດ​ຈະ​ຕ້ອງ​ກັກ​ຕົວ​ລາວ​ໄວ້​ຢູ່​ຕ່າງຫາກ​ເຈັດ​ວັນ.

34 ໃນ​ວັນ​ທີ​ເຈັດ ປະໂຣຫິດ​ຈະ​ຕ້ອງ​ກວດເບິ່ງ​ຄືນ​ໃໝ່ ແລະ​ຖ້າ​ມັນ​ບໍ່​ແຜ່​ລາມ​ອອກ​ໄປ ທັງ​ບໍ່​ປາກົດ​ໃຫ້​ເຫັນ​ວ່າ​ເລິກ​ກວ່າ​ຜິວໜັງ ປະໂຣຫິດ​ຈະ​ຕ້ອງ​ປະກາດ​ວ່າ ລາວ​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ. ລາວ​ຈະ​ຕ້ອງ​ຊັກ​ເຄື່ອງນຸ່ງ ແລະ​ລາວ​ກໍ​ຈະ​ໝົດ​ເປັນ​ມົນທິນ.

35 ແຕ່​ຖ້າ​ພະຍາດ​ນັ້ນ​ແຜ່ລາມ​ອອກ​ໄປ ຫລັງຈາກ​ທີ່​ລາວ​ໄດ້​ຖືກ​ປະກາດ​ວ່າ​ບໍ່​ເປັນ​ມົນທິນ

36 ປະໂຣຫິດ​ຈະ​ຕ້ອງ​ກວດເບິ່ງ​ຄືນ​ອີກ. ຖ້າ​ອາການ​ເຈັບປວດ​ນັ້ນ​ແຜ່ລາມ​ອອກ​ໄປ ບໍ່​ຈຳເປັນ​ຕ້ອງ​ເບິ່ງ​ຜົມ​ຂອງ​ລາວ​ວ່າ​ເຫລືອງ​ຫລື​ບໍ່; ຄົນ​ນັ້ນ​ເປັນ​ມົນທິນ​ຢ່າງ​ຈະແຈ້ງ​ແລ້ວ.

37 ແຕ່​ຖ້າ​ປະໂຣຫິດ​ເຫັນ​ວ່າ ຄວາມ​ເຈັບປວດ​ນັ້ນ​ບໍ່ໄດ້​ແຜ່​ລາມ​ອອກ​ໄປ ແລະ​ມີ​ຜົມ​ດຳ​ປົ່ງ​ຂຶ້ນ​ມາ​ໃນ​ບໍລິເວນ​ນັ້ນ ກໍ​ສະແດງ​ວ່າ​ພະຍາດ​ນັ້ນ​ໄດ້​ດີ​ແລ້ວ. ປະໂຣຫິດ​ຈະ​ຕ້ອງ​ປະກາດ​ວ່າ ຄົນ​ນັ້ນ​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ.

38 ເມື່ອ​ຊາຍ​ຫລື​ຍິງ​ຜູ້ໜຶ່ງ​ມີ​ຮອຍ​ສີ​ຂາວໆ​ທີ່​ຜິວໜັງ

39 ປະໂຣຫິດ​ຈະ​ຕ້ອງ​ກວດເບິ່ງ​ຜູ້ນັ້ນ. ຖ້າ​ຮອຍ​ຂາວ​ທີ່​ຜິວໜັງ​ນັ້ນ​ເປັນ​ສີ​ຂາວ​ໝົ່ນ ຮອຍ​ນັ້ນ​ກໍ​ເປັນ​ແຕ່​ພຽງ​ຂີ້ກ້ຽນ​ທີ່​ຟູ​ຂຶ້ນ​ຕາມ​ຜິວໜັງ​ເທົ່ານັ້ນ; ຄົນ​ນັ້ນ​ບໍ່ໄດ້​ເປັນມົນທິນ​ຕາມ​ກົດບັນຍັດ.

40-41 ຖ້າ​ຊາຍ​ຄົນ​ໃດ​ຜົມ​ຫລົ່ນ ບໍ່​ວ່າ​ທາງ​ດ້ານ​ໜ້າ​ຫລື​ດ້ານຫລັງ​ກໍຕາມ ຄົນ​ນັ້ນ​ບໍ່ໄດ້​ເປັນ​ມົນທິນ

42 ແຕ່​ຖ້າ​ບໍລິເວນ​ຊື່​ຫົວລ້ານ​ນັ້ນ ປາກົດ​ມີ​ອາການ​ບວມ​ແດງ​ປົນ​ຂາວ​ແລະ​ເຈັບປວດ ອັນ​ນີ້​ກໍ​ສະແດງ​ວ່າ​ແມ່ນ​ພະຍາດ​ຂີ້ທູດ.

43 ປະໂຣຫິດ​ຈະ​ຕ້ອງ​ກວດເບິ່ງ​ລາວ ແລະ​ຖ້າ​ບໍລິເວນ​ນັ້ນ​ມີ​ອາການ​ບວມ​ແດງຊໍ້າ​ປົນ​ຂາວ​ແລະ​ເຈັບປວດ

44 ປະໂຣຫິດ​ຈະ​ຕ້ອງ​ປະກາດ​ວ່າ​ຜູ້ນັ້ນ​ເປັນ​ມົນທິນ ເພາະ​ພະຍາດ​ຂີ້ທູດ​ທີ່​ຫົວ​ຂອງ​ລາວ.

45 ບຸກຄົນ​ໜຶ່ງ​ທີ່​ເປັນ​ພະຍາດ​ຂີ້ທູດ ຕ້ອງ​ໃສ່​ເຄື່ອງນຸ່ງ​ຂາດ, ປ່ອຍ​ຜົມ​ໃຫ້​ຫຍຸ້ງ, ອັດ​ຮີມ​ສົບ​ດ້ານ​ເທິງ​ໄວ້ ແລະ​ຮ້ອງ​ໄປ​ວ່າ, “ເປັນ​ມົນທິນ! ເປັນ​ມົນທິນ!”

46 ຄົນ​ນັ້ນ​ຈະ​ເປັນ​ມົນທິນ​ຕາບໃດ​ທີ່​ລາວ​ຍັງ​ເປັນ​ພະຍາດ​ນີ້​ຢູ່ ແລະ​ລາວ​ຕ້ອງ​ຢູ່​ນອກ​ຄ້າຍພັກ​ຫ່າງ​ຈາກ​ຄົນອື່ນໆ.


ກົດບັນຍັດ​ກ່ຽວກັບ​ພະຍາດ​ຂີ້ເຮື້ອນ

47 ເມື່ອໃດ​ມີ​ຂີ້ເຮື້ອນ ຕິດ​ຢູ່​ຕາມ​ເຄື່ອງນຸ່ງຫົ່ມ ບໍ່​ວ່າ​ຈະ​ເປັນ​ເຄື່ອງນຸ່ງຫົ່ມ​ທີ່​ເປັນ​ຂົນສັດ​ຫລື​ເປັນ​ຜ້າປ່ານ

48 ຫລື​ຕິດ​ຢູ່​ຕາມ​ຜ້າປ່ານ​ຕ່ອນໃດ​ຕ່ອນໜຶ່ງ ຫລື​ຜ້າ​ຂົນສັດ ຫລື​ໜັງສັດ ຫລື​ສິ່ງໃດໆ​ທີ່​ເຮັດ​ດ້ວຍ​ໜັງ​ສັດ;

49 ຖ້າ​ພະຍາດ​ນັ້ນ​ເຮັດ​ໃຫ້​ເຄື່ອງນຸ່ງຫົ່ມ​ມີ​ສີຂຽວ​ຫລື​ສີແດງ ກໍ​ສະແດງ​ວ່າ​ແມ່ນ​ຂີ້ເຮື້ອນ​ທີ່​ກຳລັງ​ແຜ່​ລາມ​ອອກ​ໄປ ແລະ​ຕ້ອງ​ນຳ​ສິ່ງຂອງ​ນັ້ນ​ໄປ​ສະແດງ​ຕໍ່​ປະໂຣຫິດ.

50 ປະໂຣຫິດ​ຈະ​ກວດເບິ່ງ ແລະ​ເອົາ​ສິ່ງຂອງ​ທີ່​ເປັນ​ພະຍາດ​ນັ້ນ ໄປ​ໄວ້​ຕ່າງຫາກ​ເຈັດ​ວັນ.

51 ໃນ​ວັນ​ທີ​ເຈັດ ເພິ່ນ​ຈະ​ກວດເບິ່ງ​ອີກ ແລະ​ຖ້າ​ໂຣກ​ຂີ້ເຮື້ອນ​ນັ້ນ​ແຜ່​ລາມ​ອອກ​ໄປ ສິ່ງຂອງ​ນັ້ນ​ກໍ​ເປັນ​ມົນທິນ.

52 ປະໂຣຫິດ​ຈະ​ຕ້ອງ​ຈູດ​ສິ່ງ​ເຫຼົ່ານັ້ນ ເພາະ​ມັນ​ມີ​ຂີ້ເຮື້ອນ​ທີ່​ກຳລັງ​ແຜ່ລາມ​ອອກ​ໄປ ຈົ່ງ​ໃຫ້​ຈູດໄຟ​ຖິ້ມ​ເສຍ.

53 ແຕ່​ເມື່ອ​ກວດເບິ່ງ​ແລ້ວ ຖ້າ​ປະໂຣຫິດ​ເຫັນ​ວ່າ ຂີ້ເຮື້ອນ​ບໍ່ໄດ້​ແຜ່ລາມ​ອອກ​ໄປ​ເຖິງ​ສິ່ງຂອງ,

54 ເພິ່ນ​ກໍ​ຈະ​ສັ່ງ​ໃຫ້​ເອົາ​ໄປ​ຊັກລ້າງ​ແລະ​ປະ​ໄວ້​ຕ່າງຫາກ​ອີກ​ເຈັດ​ວັນ.

55 ເມື່ອ​ຊັກ​ແລ້ວ​ປະໂຣຫິດ​ຈະ​ກວດເບິ່ງ ແລະ​ຖ້າ​ບໍລິເວນ​ບ່ອນ​ເປັນ​ຂີ້ເຮື້ອນ​ບໍ່​ປ່ຽນ​ສີ ແມ່ນ​ວ່າ​ບໍ່​ແຜ່ລາມ​ອອກ​ໄປ​ກໍຕາມ ມັນ​ກໍ​ຍັງ​ເປັນມົນທິນ​ຢູ່ ຈົ່ງ​ຈູດ​ສິ່ງຂອງ​ນັ້ນ​ເສຍ ບໍ່​ວ່າ​ຂີ້ເຮື້ອນ​ນັ້ນ​ຈະ​ຕິດແປດ​ຢູ່​ຂ້າງໃນ ຫລື​ຢູ່​ຂ້າງນອກ​ສິ່ງຂອງ​ກໍຕາມ.

56 ແຕ່​ຫລັງຈາກ​ທີ່​ປະໂຣຫິດ​ໄດ້​ກວດເບິ່ງ​ອີກ​ແລ້ວ ຖ້າ​ບໍລິເວນ​ທີ່​ເປັນ​ຂີ້ເຮື້ອນ​ມີ​ສີ​ຊີດໆ​ລົງ ປະໂຣຫິດ​ຕ້ອງ​ຈີກ​ບໍລິເວນ​ທີ່​ຕິດ​ໂຣກ​ນັ້ນ​ອອກ​ຈາກ​ເຄື່ອງນຸ່ງ ຫລື​ອອກ​ຈາກ​ໜັງສັດ.

57 ຕໍ່ມາ ຖ້າ​ຂີ້ເຮື້ອນ​ປາກົດ​ຂຶ້ນ​ມາ​ອີກ ແລະ​ແຜ່ລາມ​ອອກ​ໄປ​ຕາມ​ສິ່ງຂອງ​ເຫຼົ່ານັ້ນ. ຜູ້​ເປັນ​ເຈົ້າຂອງ​ຈະ​ຕ້ອງ​ຈູດ​ສິ່ງຂອງ​ເຫຼົ່ານັ້ນ​ເສຍ.

58 ຖ້າ​ລາວ​ຊັກ​ສິ່ງຂອງ​ເຫຼົ່ານັ້ນ​ແລ້ວ ແລະ​ຈຸດ​ທີ່​ປາກົດ​ນັ້ນ​ໝົດ​ໄປ ຕ້ອງ​ໃຫ້​ລາວ​ຊັກ​ຕື່ມ​ອີກ ແລ້ວ​ຈຶ່ງ​ໃຫ້​ຖື​ວ່າ​ເຄື່ອງ​ນັ້ນ​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ.

59 ອັນນີ້ ແມ່ນ​ລະບຽບການ​ກ່ຽວກັບ​ຂີ້ເຮື້ອນ ບໍ່​ວ່າ​ເກີດ​ນຳ​ຂົນສັດ ຫລື​ຜ້າປ່ານ ຫລື​ໃນ​ຜ້າປ່ານ ຫລື​ໃນ​ເຄື່ອງນຸ່ງ​ທີ່​ເປັນ​ຂົນສັດ ຫລື​ສິ່ງໃດໆ​ກໍຕາມ​ທີ່​ເຮັດ​ດ້ວຍ​ໜັງສັດ; ອັນ​ນີ້​ແມ່ນ​ລະບຽບ​ເພື່ອ​ຕັດສິນ​ວ່າ ເປັນ​ມົນທິນ​ຫລື​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan