ລະບຽບ^ພວກເລວີ 12 - ພຣະຄຳພີສັກສິພິທີຊຳລະຜູ້ຍິງໃຫ້ບໍຣິສຸດຫລັງຈາກເກີດລູກ 1 ພຣະເຈົ້າຢາເວໄດ້ມອບລະບຽບການດັ່ງຕໍ່ໄປນີ້ໃຫ້ໂມເຊ 2 ສຳລັບປະຊາຊົນອິດສະຣາເອນ. ເຈັດມື້ຫລັງຈາກຜູ້ຍິງເກີດລູກເປັນຜູ້ຊາຍແລ້ວ ນາງເປັນມົນທິນຕາມກົດບັນຍັດ ເໝືອນກັນກັບໄລຍະທີ່ນາງເປັນປະຈຳເດືອນ. 3 ໃນມື້ທີແປດ ເດັກນ້ອຍຜູ້ນີ້ຈະຕ້ອງຮັບພິທີຕັດ. 4 ແລ້ວອີກສາມສິບສາມວັນຕໍ່ມາ ນາງຈຶ່ງບໍ່ເປັນມົນທິນຕາມກົດບັນຍັດ ອັນເນື່ອງມາຈາກການເສຍເລືອດນັ້ນ; ນາງຕ້ອງບໍ່ແຕະຕ້ອງສິ່ງໃດໆທີ່ສັກສິດ ຫລືເຂົ້າໄປໃນຫໍເຕັນ ຈົນກວ່າການຊຳລະຕົວໃຫ້ບໍຣິສຸດໄດ້ຜ່ານພົ້ນໄປແລ້ວ. 5 ຫລັງຈາກເກີດລູກເປັນຜູ້ຍິງໄດ້ສິບສີ່ວັນ ຜູ້ຍິງນັ້ນເປັນມົນທິນຕາມກົດບັນຍັດເໝືອນກັນກັບໃນໄລຍະທີ່ນາງເປັນປະຈຳເດືອນ. ແລ້ວອີກຫົກສິບຫົກວັນຕໍ່ມາ ນາງຈຶ່ງບໍ່ເປັນມົນທິນຕາມກົດບັນຍັດ ອັນເນື່ອງມາຈາກການເສຍເລືອດນັ້ນ. 6 ເມື່ອກຳນົດຊຳລະຕົວໃຫ້ບໍຣິສຸດໄດ້ຜ່ານພົ້ນໄປແລ້ວ ບໍ່ວ່າໄດ້ລູກຜູ້ຍິງຫລືລູກຜູ້ຊາຍກໍດີ ນາງຈະຕ້ອງນຳລູກແກະອາຍຸໜຶ່ງປີ ມາໃຫ້ປະໂຣຫິດທີ່ຫໍເຕັນບ່ອນຊຸມນຸມ ເພື່ອເຮັດພິທີເຜົາຖວາຍບູຊາ ແລະນົກກາງແກຫລືນົກເຂົາໜຶ່ງໂຕ ເພື່ອຖວາຍບູຊາລຶບລ້າງບາບ. 7 ປະໂຣຫິດຈະເອົາເຄື່ອງຖວາຍຂອງນາງມາຖວາຍຕໍ່ໜ້າພຣະເຈົ້າຢາເວ ແລະຖວາຍບູຊາຊຳລະມົນທິນໃຫ້ແກ່ນາງ ແລ້ວນາງກໍຈະບໍ່ເປັນມົນທິນຕາມກົດບັນຍັດ. ນີ້ແມ່ນລະບຽບການທີ່ຜູ້ຍິງຕ້ອງປະຕິບັດ ຫລັງຈາກທີ່ນາງໄດ້ອອກລູກແລ້ວ. 8 ຖ້ານາງບໍ່ສາມາດຖວາຍລູກແກະໄດ້ ຕ້ອງໃຫ້ນຳນົກເຂົາຫລືນົກກາງແກສອງໂຕມາ; ໂຕໜຶ່ງເພື່ອເຜົາຖວາຍບູຊາ ແລະອີກໂຕໜຶ່ງເພື່ອຖວາຍລຶບລ້າງບາບ. ປະໂຣຫິດຈະຖວາຍບູຊາຊຳລະມົນທິນໃຫ້ແກ່ນາງ ແລະຍິງນັ້ນກໍຈະບໍ່ເປັນມົນທິນຕາມກົດບັນຍັດ. |
@ 2012 United Bible Societies. All Rights Reserved.