ລະບຽບ^ພວກເລວີ 11 - ພຣະຄຳພີສັກສິສັດທີ່ຄົນກິນໄດ້ ( ພບຍ 14:3-21 ) 1 ພຣະເຈົ້າຢາເວໄດ້ໃຫ້ລະບຽບການດັ່ງຕໍ່ໄປນີ້ແກ່ໂມເຊແລະອາໂຣນ 2 ສຳລັບປະຊາຊົນອິດສະຣາເອນ. ພວກເຈົ້າສາມາດກິນສັດທຸກຢ່າງທີ່ເທິງແຜ່ນດິນໂລກໄດ້. 3 ເຈົ້າກິນສັດທີ່ເທິງແຜ່ນດິນທີ່ມີໂບກຕີນເປັນກີບ ແລະສັດທີ່ຄ້ຽວເອື້ອງທຸກໆຊະນິດໄດ້ 4-6 ແຕ່ເຈົ້າຢ່າກິນໂຕອູດ, ເໝັ້ນ ຫລືກະຕ່າຍ. ສັດເຫຼົ່ານີ້ຖືວ່າເປັນມົນທິນ; ເປັນສັດຈຳພວກທີ່ຄ້ຽວເອື້ອງ, ແຕ່ມີໂບກຕີນບໍ່ເປັນກີບ. 7 ຢ່າກິນໝູເພາະຖືວ່າເປັນສັດມີມົນທິນ; ມັນເປັນສັດທີ່ມີເລັບຕີນເປັນກີບ ແຕ່ມັນບໍ່ຄ້ຽວເອື້ອງ. 8 ຢ່າກິນສັດເຫຼົ່ານີ້ ຫລືແມ່ນແຕ່ແຕະຕ້ອງຊາກສັດຕາຍ ເພາະສັດເຫຼົ່ານີ້ເປັນມົນທິນ. 9 ເຈົ້າກິນປາທຸກໆຊະນິດທີ່ມີຄີແລະມີເກັດໄດ້ 10 ແຕ່ສິ່ງທີ່ມີຊີວິດຢູ່ໃນນໍ້າທີ່ບໍ່ມີຄີແລະບໍ່ມີເກັດ ຢ່າໄດ້ກິນ. 11 ສັດເຊັ່ນນັ້ນຖືວ່າເປັນມົນທິນ. ຢ່າກິນສັດເຫຼົ່ານັ້ນ ຫລືແມ່ນແຕ່ແຕະຕ້ອງຊາກສັດຕາຍ. 12 ເຈົ້າຢ່າກິນສັດນໍ້າຊະນິດໃດໆທີ່ບໍ່ມີຄີແລະເກັດ ໃຫ້ຖືວ່າມັນເປັນສັດທີ່ໜ້າກຽດຊັງສຳລັບພວກເຈົ້າ. 13-19 ເຈົ້າຢ່າກິນນົກຊະນິດໃດໆດັ່ງຕໍ່ໄປນີ້: ນົກອິນຊີ, ນົກເຄົ້າ, ແຫລວ, ແຫລວຫາງຍາວ, ແຫລວດຳຕາມຊະນິດຂອງມັນ, ແຮ້ງ, ກາ, ນົກກະຈອກເທດ, ນົກນາງນວນ, ນົກກະສາ, ນົກຍາງ, ນົກກະທຸງ, ນົກເປັດ, ນົກຫອນຍາວ ຫລືເຈຍ. 20 ແມງໄມ້ທຸກຊະນິດທີ່ມີປີກແລະມີສີ່ຕີນຍ່າງໄປມາ ໃຫ້ຖືວ່າເປັນສັດທີ່ໜ້າກຽດໜ້າຊັງສຳລັບພວກເຈົ້າ. 21 ເວັ້ນໄວ້ແຕ່ຊະນິດທີ່ເຕັ້ນໄດ້. 22 ເຈົ້າກິນຕັກແຕນ, ຈີ່ຫລໍ່ (ຈີ່ນາຍ) ຫລືຈັກຈັ່ນໄດ້. 23 ແຕ່ແມງໄມ້ນ້ອຍໆຊະນິດອື່ນໆ ທີ່ມີປີກ ແລະທີ່ມີສີ່ຕີນ ໃຫ້ຖືວ່າເປັນສັດທີ່ໜ້າກຽດໜ້າຊັງ. 24-28 ຜູ້ໃດກໍຕາມທີ່ແຕະຕ້ອງຊາກສັດຕາຍດັ່ງຕໍ່ໄປນີ້ ຈະເປັນມົນທິນຈົນຮອດຄໍ່າຄື: ສັດທຸກຊະນິດທີ່ມີເລັບຕີນເປັນກີບ ນອກຈາກເລັບຕີນແຍກກັນແລະຄ້ຽວເອື້ອງ ແລະສັດສີ່ຕີນທີ່ຕີນເປັນຈຸ້ມ. ຜູ້ໃດກໍຕາມທີ່ຫາມຊາກສັດຕ້ອງຊັກເຄື່ອງນຸ່ງຂອງຕົນ ແຕ່ລາວຈະຍັງເປັນມົນທິນຈົນຮອດຄໍ່າ. 29-30 ເຫງັນ, ໜູ, ໜູຊິງ ແລະກັບແກ້ໃຫ້ຖືວ່າສັດເປັນມົນທິນ. 31 ຜູ້ໃດກໍຕາມທີ່ແຕະຕ້ອງສັດເຫຼົ່ານີ້ຫລືຊາກຂອງມັນ ຈະເປັນມົນທິນຈົນຮອດຄໍ່າ. 32 ຖ້າຊາກສັດຕົກຖືກສິ່ງໃດກໍຕາມ ສິ່ງນັ້ນກໍເປັນມົນທິນ; ບໍ່ວ່າຈະເປັນໄມ້, ເຄື່ອງນຸ່ງຫົ່ມ, ໜັງສັດ, ຫລືກະສອບ; ບໍ່ວ່າຈະໃຊ້ເພື່ອປະໂຫຍດຫຍັງກໍຕາມ. ສິ່ງນັ້ນຈະຕ້ອງຖືກແຊ່ນໍ້າ ແຕ່ຈະຍັງເປັນມົນທິນຈົນຮອດຄໍ່າ. 33 ຖ້າຊາກສັດຕົກໃນໝໍ້ດິນ ທຸກສິ່ງທີ່ຢູ່ໃນໝໍ້ນັ້ນກໍເປັນມົນທິນ ແລະຕ້ອງທັບໝໍ້ນັ້ນຖິ້ມ. 34 ຖ້ານໍ້າຈາກໝໍ້ນັ້ນຖືກອາຫານທີ່ກິນເປັນປົກກະຕິ ອາຫານນັ້ນກໍເປັນມົນທິນ ແລະນໍ້າທີ່ດື່ມໄດ້ໃນໝໍ້ນັ້ນກໍເປັນມົນທິນ. 35 ສິ່ງໃດໆທີ່ຊາກສັດຕົກຖືກນັ້ນຈະເປັນມົນທິນ; ບໍ່ວ່າເປັນເຕົາອົບຫລືເຕົາໄຟກໍດີຈະຕ້ອງຖືກທັບຖິ້ມ. 36 ແຕ່ນໍ້າໃນບໍ່ຫລືໃນຖັງເກັບນໍ້າຍັງຖືວ່າເປັນນໍ້າສະອາດ ແຕ່ວ່າຜູ້ໃດທີ່ແຕະຕ້ອງຊາກສັດນັ້ນໃຫ້ຖືວ່າເປັນມົນທິນ. 37 ຖ້າສ່ວນໃດຂອງຊາກສັດຕົກໃສ່ແນວປູກທີ່ຈະເອົາໄປກ້າ ແນວປູກນັ້ນກໍບໍ່ຖືວ່າເປັນມົນທິນ. 38 ແຕ່ຖ້າແນວປູກນັ້ນແຊ່ນໍ້າ ແລະຖ້າສ່ວນໜຶ່ງສ່ວນໃດຂອງຊາກສັດໄດ້ຕົກໃສ່ແນວປູກນັ້ນກໍເປັນມົນທິນ. 39 ຖ້າສັດທີ່ກິນໄດ້ຕາຍເອງ ຜູ້ໃດຜູ້ໜຶ່ງທີ່ແຕະຕ້ອງຊາກສັດນັ້ນ ກໍເປັນມົນທິນຈົນຮອດຄໍ່າ. 40 ແລະຖ້າຜູ້ໃດຜູ້ໜຶ່ງກິນສ່ວນໃດສ່ວນໜຶ່ງຂອງສັດ ລາວຕ້ອງຊັກເຄື່ອງນຸ່ງຫົ່ມ ແຕ່ຈະຍັງເປັນມົນທິນຈົນຮອດຄໍ່າ; ຜູ້ໃດທີ່ຫາມຊາກສັດ ຕ້ອງຊັກເຄື່ອງນຸ່ງຂອງຕົນ ແຕ່ຜູ້ນັ້ນຈະຍັງເປັນມົນທິນຈົນຮອດຄໍ່າ. 41 ແລະສັດທຸກໂຕທີ່ເລືອຄານເທິງໜ້າດິນ ຢ່າໄດ້ກິນສັດເຫຼົ່ານັ້ນ 42 ບໍ່ວ່າຈະເປັນສັດທີ່ເລືອຄານໄປມາຫລືສັດສີ່ຕີນກໍຕາມ. 43 ຢ່າເຮັດໃຫ້ພວກເຈົ້າເປັນມົນທິນໂດຍກິນສັດເຫຼົ່ານີ້. 44 ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະພວກເຈົ້າຕ້ອງບໍຣິສຸດ ເພາະເຮົາບໍຣິສຸດ. ຢ່າເຮັດໃຫ້ພວກເຈົ້າເປັນມົນທິນຍ້ອນສັດທີ່ເລືອຄານເທິງໜ້າດິນ. 45 ເຮົາແມ່ນພຣະເຈົ້າຢາເວພຣະເຈົ້າຜູ້ທີ່ໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ ເພື່ອວ່າເຮົາຈະເປັນພຣະເຈົ້າຂອງພວກເຈົ້າ. ພວກເຈົ້າຕ້ອງບໍຣິສຸດ ເພາະເຮົາບໍຣິສຸດ. 46 ອັນນີ້ ແມ່ນລະບຽບການກ່ຽວກັບສັດແລະນົກ ຕະຫລອດທັງທຸກໆສິ່ງທີ່ຢູ່ໃນນໍ້າ ແລະສັດທຸກໆຊະນິດທີ່ເຄື່ອນຍ້າຍໄປມາເທິງໜ້າດິນ. 47 ເຈົ້າຕ້ອງສາມາດໄຈ້ແຍກຢ່າງລະມັດລະວັງ ລະຫວ່າງສັດຈຳພວກທີ່ເປັນມົນທິນ ແລະຈຳພວກທີ່ບໍ່ເປັນມົນທິນຕາມກົດບັນຍັດຄື: ລະຫວ່າງສັດທີ່ກິນໄດ້ແລະສັດທີ່ກິນບໍ່ໄດ້. |
@ 2012 United Bible Societies. All Rights Reserved.