Biblia Todo Logo
Bìoball air-loidhne

- Sanasan -

ລະບຽບ^ພວກເລວີ 10 - ພຣະຄຳພີສັກສິ


ນາດາບ​ແລະ​ອາບີຮູ​ເຮັດ​ບາບ

1 ນາດາບ​ແລະ​ອາບີຮູ​ລູກຊາຍ​ອາໂຣນ ຕ່າງ​ກໍໄດ້​ນຳ​ໝໍ້ຂາງ​ຂອງຕົນ​ມາ ແລະ​ເອົາ​ຖ່ານໄຟ​ທີ່​ກຳລັງ​ລຸກ​ຢູ່​ໃສ່​ໃນ​ນັ້ນ. ພວກເຂົາ​ໄດ້​ເອົາ​ກຳຍານ​ໂຮຍ​ໃສ່​ຕື່ມ ແລະ​ນຳ​ໄປ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ. ແຕ່​ໄຟ​ທີ່​ຖວາຍ​ນີ້​ບໍ່​ບໍຣິສຸດ ເພາະວ່າ​ພຣະອົງ​ບໍ່ໄດ້​ສັ່ງ​ພວກເຂົາ​ໃຫ້​ຖວາຍ​ຢ່າງ​ນັ້ນ.

2 ດັ່ງນັ້ນ ພຣະເຈົ້າຢາເວ​ໄດ້​ສົ່ງ​ໄຟ​ລົງ​ມາ​ໄໝ້​ພວກເຂົາ​ຕາຍ​ຄາ​ທີ່​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ.

3 ແລ້ວ​ໂມເຊ​ໄດ້​ກ່າວ​ແກ່​ອາໂຣນ​ວ່າ, “ພຣະເຈົ້າຢາເວ​ໄດ້​ປະກາດ​ໄວ້​ດັ່ງນີ້: ‘ທຸກຄົນ​ທີ່​ຮັບໃຊ້​ເຮົາ​ຕ້ອງ​ຢຳເກງ​ຄວາມ​ບໍຣິສຸດ​ຂອງເຮົາ; ເຮົາ​ຈະ​ໃຫ້​ປະຊາຊົນ​ຂອງເຮົາ​ເຫັນ​ສະຫງ່າຣາສີ​ຂອງເຮົາ.”’ ສ່ວນ​ອາໂຣນ​ກໍໄດ້​ແຕ່​ຕົກສະເງີ້​ຈົນ​ປາກ​ບໍ່​ອອກ.

4 ໂມເຊ​ໄດ້​ເອີ້ນ​ມີຊາເອນ​ແລະ​ເອນຊາຟັນ ລູກຊາຍ​ຂອງ​ອຸດຊີເອນ​ຜູ້​ເປັນ​ລຸງ​ຂອງ​ອາໂຣນ​ມາ ແລະ​ບອກ​ພວກເຂົາ​ວ່າ, “ຈົ່ງ​ຫາມ​ສົບ​ພີ່ນ້ອງ​ຂອງ​ພວກເຈົ້າ ອອກ​ຈາກ​ຫໍເຕັນ​ສັກສິດ​ໄປ​ໄວ້​ນອກ​ຄ້າຍພັກ​ເສຍ.”

5 ດັ່ງນັ້ນ ພວກເຂົາ​ຈຶ່ງ​ມາ​ຍົກ​ເສື້ອ​ພ້ອມ​ສົບ​ຄົນ​ຕາຍ​ອອກ​ໄປ​ໄວ້​ນອກ​ຄ້າຍພັກ ຕາມ​ທີ່​ໂມເຊ​ໄດ້​ສັ່ງ.

6 ຕໍ່ມາ ໂມເຊ​ໄດ້​ກ່າວ​ກັບ​ອາໂຣນ ແລະ​ເອເລອາຊາ​ແລະ​ອີທາມາ ລູກຊາຍ​ຂອງ​ອາໂຣນ​ວ່າ, “ຢ່າ​ປ່ອຍ​ຜົມ​ໃຫ້​ຫຍຸ້ງ​ຫລື​ຈີກ​ເຄື່ອງນຸ່ງຫົ່ມ ເພື່ອ​ສະແດງ​ວ່າ​ພວກເຈົ້າ​ກຳລັງ​ໄວ້ທຸກ. ຖ້າ​ພວກເຈົ້າ​ເຮັດ ພວກເຈົ້າ​ກໍ​ຈະ​ຕາຍ ແລະ​ພຣະເຈົ້າຢາເວ​ຈະ​ໂກດຮ້າຍ ແລະ​ລົງໂທດ​ຊຸມຊົນ​ທັງໝົດ​ນີ້. ແຕ່​ໃຫ້​ພີ່ນ້ອງ​ຊາວ​ອິດສະຣາເອນ​ຄົນອື່ນໆ​ພາກັນ​ໄວ້ທຸກ ຍ້ອນ​ການ​ຕາຍ​ດ້ວຍ​ໄຟ​ທີ່​ພຣະເຈົ້າຢາເວ​ໄດ້​ສົ່ງ​ມາ.

7 ຢ່າ​ໜີໄປ​ຈາກ​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ ຖ້າບໍ່​ດັ່ງນັ້ນ ພວກເຈົ້າ​ຈະ​ຕາຍ ຍ້ອນ​ວ່າ​ພວກເຈົ້າ​ຖືກ​ອຸທິດ​ຖວາຍ​ແລ້ວ ໂດຍ​ນໍ້າມັນ​ເຈີມ​ສັກສິດ​ຂອງ​ພຣະເຈົ້າຢາເວ.” ສະນັ້ນ ພວກເຂົາ​ຈຶ່ງ​ໄດ້​ປະຕິບັດ​ຕາມ​ສິ່ງ​ທີ່​ໂມເຊ​ໄດ້​ບອກ.


ລະບຽບ​ການ​ສຳລັບ​ພວກ​ປະໂຣຫິດ

8 ພຣະເຈົ້າຢາເວ​ໄດ້​ບອກ​ອາໂຣນ​ວ່າ,

9 “ເຈົ້າ​ແລະ​ພວກ​ລູກຊາຍ​ຂອງ​ເຈົ້າ​ບໍ່​ຕ້ອງ​ເຂົ້າ​ມາ​ທີ່​ຫໍເຕັນ​ບ່ອນ​ຊຸມນຸມ ເມື່ອ​ພວກເຈົ້າ​ດື່ມ​ເຫຼົ້າ​ອະງຸ່ນ ຫລື​ເຫລົ້າປຸກ; ຖ້າ​ພວກເຈົ້າ​ຂືນ​ເຮັດ ພວກເຈົ້າ​ຈະ​ຕາຍ. ອັນ​ນີ້​ແມ່ນ​ລະບຽບ​ການ​ທີ່​ຈະ​ຕ້ອງ​ປະຕິບັດ​ກັນ ທຸກ​ຊົ່ວ​ເຊັ່ນ​ເຊື້ອສາຍ​ຂອງ​ພວກເຈົ້າ.

10 ພວກເຈົ້າ​ຕ້ອງ​ໄຈ້ແຍກ​ໃຫ້​ຈະແຈ້ງ ລະຫວ່າງ​ສິ່ງ​ທີ່​ເປັນ​ບໍຣິສຸດ​ແລະ​ສິ່ງ​ທີ່​ໃຊ້​ກັນ​ຢູ່​ທົ່ວໆໄປ; ລະຫວ່າງ​ສິ່ງ​ທີ່​ເປັນ​ມົນທິນ​ແລະ​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ.

11 ເຈົ້າ​ຕ້ອງ​ສັ່ງສອນ​ປະຊາຊົນ​ອິດສະຣາເອນ​ໃຫ້​ຮູ້​ລະບຽບ​ການ​ທັງໝົດ​ນີ້ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ໃຫ້​ພວກເຈົ້າ​ໂດຍ​ຜ່ານ​ທາງ​ໂມເຊ.”

12 ໂມເຊ​ໄດ້​ກ່າວ​ແກ່​ອາໂຣນ​ແລະ​ເອເລອາຊາ​ແລະ​ອີທາມາ ລູກຊາຍ​ສອງ​ຄົນ​ຂອງ​ລາວ​ວ່າ, “ຈົ່ງ​ເອົາ​ພືດຜົນ​ເປັນເມັດ​ທີ່​ເຫຼືອ​ຈາກ​ການ​ຖວາຍ​ແກ່​ພຣະເຈົ້າຢາເວ​ນັ້ນ ມາ​ເຮັດ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ ແລະ​ກິນ​ທີ່​ຂ້າງ​ແທ່ນບູຊາ​ເພາະ​ການ​ຖວາຍ​ນີ້​ແມ່ນ​ບໍຣິສຸດ​ທີ່ສຸດ.

13 ຈົ່ງ​ກິນ​ໃນ​ບ່ອນ​ບໍຣິສຸດ ເພາະ​ແມ່ນ​ສ່ວນ​ຂອງ​ເຈົ້າ​ແລະ​ແມ່ນ​ສ່ວນ​ຂອງ​ພວກ​ລູກຊາຍ​ຂອງ​ເຈົ້າ ທີ່​ໄດ້​ມາ​ຈາກ​ການ​ຖວາຍ​ອາຫານ​ບູຊາ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ. ອັນ​ນີ້​ແມ່ນ​ສິ່ງ​ທີ່​ເຮົາ​ໄດ້​ຮັບສັ່ງ​ໄວ້​ແລ້ວ.

14 ແຕ່​ເຈົ້າ​ພ້ອມ​ຄອບຄົວ​ຂອງ​ເຈົ້າ​ຈົ່ງ​ກິນ​ຊີ້ນ​ໜ້າເອິກ​ແລະ​ຊີ້ນ​ຂາ​ຫລັງ ແລະ​ຈົ່ງ​ກິນ​ໄດ້​ໃນ​ທຸກໆ​ບ່ອນ​ທີ່​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ. ເຄື່ອງ​ຖວາຍ​ເຫຼົ່ານີ້​ໄດ້​ມອບ​ແກ່​ເຈົ້າ​ແລະ​ເຊື້ອສາຍ​ຂອງ​ເຈົ້າ​ແລ້ວ ຊຶ່ງ​ເປັນ​ສ່ວນ​ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ການ​ຖວາຍ ເພື່ອ​ຄວາມ​ສາມັກຄີທຳ​ຂອງ​ປະຊາຊົນ​ອິດສະຣາເອນ.

15 ຊີ້ນ​ຂາ​ຫລັງ​ກັບ​ຊີ້ນ​ໜ້າເອິກ​ພ້ອມ​ໄຂມັນ ທຸກຢ່າງ​ທີ່​ຖວາຍ​ບູຊາ​ດ້ວຍ​ໄຟ ຈົ່ງ​ເອົາ​ມາ​ເປັນ​ຂອງ​ຖວາຍ​ແກວ່ງໄປ​ແກວ່ງມາ​ຕໍ່ໜ້າ​ພຣະເຈົ້າຢາເວ. ສ່ວນ​ນີ້​ເປັນ​ຂອງ​ເຈົ້າ​ກັບ​ເຊື້ອສາຍ​ຂອງ​ເຈົ້າ​ສືບ​ໄປ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້.”

16 ໂມເຊ​ໄດ້​ສອບ​ຖາມ​ກ່ຽວກັບ​ຊີ້ນ​ແບ້​ທີ່​ໄດ້​ຖວາຍ​ເພື່ອ​ລຶບລ້າງ​ບາບ​ນັ້ນ ເມື່ອ​ເພິ່ນ​ຮູ້​ວ່າ​ແບ້​ນັ້ນ​ໄດ້​ເຜົາ​ໝົດ​ເສຍ​ແລ້ວ. ໂມເຊ​ຈຶ່ງ​ຮ້າຍ​ເອເລອາຊາ​ແລະ​ອີທາມາ​ກ່ຽວກັບ​ເລື່ອງ​ນີ້. ເພິ່ນ​ໄດ້​ຖາມ​ເຂົາ​ວ່າ,

17 “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ກິນ​ເຄື່ອງ​ຖວາຍ​ລຶບລ້າງ​ບາບ​ໃນ​ບ່ອນ​ບໍຣິສຸດ? ມັນ​ເປັນ​ຂອງ​ບໍຣິສຸດ​ທີ່ສຸດ ແລະ​ພຣະອົງ​ໄດ້​ມອບ​ສິ່ງ​ນັ້ນ​ໃຫ້​ພວກເຈົ້າ ເພື່ອ​ລຶບລ້າງ​ບາບ​ຂອງ​ປະຊາຊົນ​ຕໍ່ໜ້າ​ພຣະເຈົ້າຢາເວ.

18 ເມື່ອ​ບໍ່ໄດ້​ນຳ​ເລືອດ​ສັດ​ເຂົ້າ​ໄປ​ໃນ​ຫໍເຕັນ ພວກເຈົ້າ​ຕ້ອງ​ກິນ​ເຄື່ອງ​ຖວາຍບູຊາ​ໃນ​ທີ່ນັ້ນ ຕາມ​ທີ່​ຂ້ອຍ​ໄດ້​ສັ່ງ​ໄວ້.”

19 ອາໂຣນ​ໄດ້​ຕອບ​ວ່າ, “ເບິ່ງແມ! ໃນ​ມື້ນີ້ ປະຊາຊົນ​ໄດ້​ນຳ​ເຄື່ອງ​ມາ​ຖວາຍ​ເພື່ອ​ລຶບລ້າງ​ບາບ ແລະ​ພວກເຂົາ​ກໍໄດ້​ນຳ​ເຄື່ອງ​ຖວາຍບູຊາ​ດ້ວຍ​ໄຟ​ມາ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ, ແຕ່​ເຖິງປານນັ້ນ ເລື່ອງ​ຫຍຸ້ງຍາກ​ແບບນີ້​ກໍ​ຍັງ​ຕົກ​ຖືກ​ຂ້ອຍ​ຈົນ​ໄດ້. ຖ້າ​ຂ້ອຍ​ກິນ​ເຄື່ອງ​ຖວາຍບູຊາ​ລຶບລ້າງ​ບາບ​ໃນ​ມື້ນີ້ ຈະ​ເຮັດ​ໃຫ້​ພຣະເຈົ້າຢາເວ​ເຫັນຊອບ​ບໍ?”

20 ເມື່ອ​ໂມເຊ​ໄດ້ຍິນ​ດັ່ງນັ້ນ​ເພິ່ນ​ກໍ​ເຫັນດີນຳ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan