ລະບຽບ^ພວກເລວີ 1 - ພຣະຄຳພີສັກສິເຄື່ອງບູຊາເຜົາສັດທັງໂຕ 1 ພຣະເຈົ້າຢາເວໄດ້ເອີ້ນໂມເຊ ຈາກຫໍເຕັນບ່ອນຊຸມນຸມ 2 ໃຫ້ໄປບອກຊາວອິດສະຣາເອນ ປະຕິບັດຕາມລະບຽບການດັ່ງຕໍ່ໄປນີ້: ເມື່ອພວກເຂົາມີການຖວາຍບູຊາ. ເມື່ອຜູ້ໃດຜູ້ໜຶ່ງຕ້ອງການຖວາຍສັດໂຕໜຶ່ງໃນຝູງເປັນເຄື່ອງບູຊາແກ່ພຣະເຈົ້າຢາເວ ອາດຈະເປັນງົວ ຫລືແກະ ຫລືແບ້ກໍຕາມ. 3 ຖ້າຜູ້ນັ້ນນຳສັດໂຕໜຶ່ງຂອງຕົນມາເຜົາຖວາຍບູຊາ ລາວຕ້ອງຖວາຍງົວເຖິກໂຕທີ່ມີສຸຂະພາບດີ ແລະບໍ່ມີຕຳໜິ. ລາວຕ້ອງນຳສັດໂຕນັ້ນມາທີ່ປະຕູເຂົ້າຫໍເຕັນບ່ອນຊຸມນຸມ ຕໍ່ໜ້າພຣະເຈົ້າຢາເວ ເພື່ອວ່າພຣະອົງຈະຮັບເອົາການຖວາຍຂອງລາວ. 4 ຜູ້ນຳສັດມາຖວາຍນັ້ນຈະຕ້ອງວາງມືລົງເທິງຫົວສັດ ແລະພຣະອົງພໍໃຈຮັບເອົາສັດນັ້ນ ເປັນເຄື່ອງບູຊາເພື່ອລຶບລ້າງບາບຂອງລາວ. 5 ລາວຈະຕ້ອງຂ້າປາດຄໍງົວເຖິກຢູ່ທີ່ນັ້ນ ແລະປະໂຣຫິດຜູ້ທີ່ສືບເຊື້ອສາຍມາຈາກຄອບຄົວອາໂຣນຈະຖວາຍເລືອດສັດນັ້ນ ແລ້ວຖອກເລືອດໃສ່ທັງສີ່ຂ້າງຂອງແທ່ນບູຊາ ທີ່ຕັ້ງຢູ່ທາງເຂົ້າຫໍເຕັນບ່ອນຊຸມນຸມ. 6 ແລ້ວລາວກໍຈະລອກໜັງສັດອອກແລະຕັດສັດເປັນຕ່ອນໆ. 7 ລູກຊາຍຂອງອາໂຣນຜູ້ເປັນປະໂຣຫິດກໍຈະກອງຟືນ ແລະດັງໄຟຂຶ້ນທີ່ເທິງແທ່ນ. 8 ແລ້ວພວກເຂົາກໍຈະເອົາຕ່ອນສັດທັງໝົດ ພ້ອມກັບຫົວແລະໄຂມັນເຜົາໃສ່ໄຟ. 9 ຜູ້ນຳສັດມາຖວາຍນັ້ນຈະຕ້ອງລ້າງເຄື່ອງໃນໄສ້ພຸງແລະຂາຫລັງ ແລະພວກປະໂຣຫິດທີ່ເຮັດພິທີຈະເຜົາຕ່ອນຊີ້ນງົວທັງໝົດທີ່ເທິງແທ່ນບູຊາດ້ວຍໄຟ. ກິ່ນຫອມຫວນຂອງອາຫານທີ່ຖວາຍນີ້ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ. 10 ຖ້າຜູ້ໃດຜູ້ໜຶ່ງຖວາຍແກະ ຫລືແບ້ໂຕໜຶ່ງໃນຝູງຂອງຕົນ ຕ້ອງໃຫ້ເປັນໂຕເຖິກທີ່ມີສຸຂະພາບດີແລະບໍ່ມີຕຳໜິ. 11 ລາວຈະຕ້ອງຂ້າປາດຄໍສັດນັ້ນທາງດ້ານເໜືອຂອງແທ່ນບູຊາຕໍ່ໜ້າພຣະເຈົ້າຢາເວ ແລະບັນດາພວກລູກຊາຍຂອງອາໂຣນຊຶ່ງເປັນປະໂຣຫິດ ກໍຈະຖອກເລືອດສັດນັ້ນໃສ່ທັງສີ່ຂ້າງຂອງແທ່ນບູຊາ. 12 ຫລັງຈາກຊາຍຄົນນັ້ນໄດ້ຕັດຊີ້ນສັດເປັນຕ່ອນໆແລ້ວ ປະໂຣຫິດຜູ້ເຮັດພິທີຈະເອົາຊີ້ນສັດ ເຜົາໃສ່ໄຟພ້ອມທັງຫົວແລະໄຂມັນ. 13 ຜູ້ທີ່ນຳສັດມາຖວາຍນັ້ນຕ້ອງລ້າງເຄື່ອງໃນໄສ້ພຸງແລະຂາຫລັງ ແລະປະໂຣຫິດກໍຈະນຳສ່ວນທັງໝົດມາຖວາຍເຜົາບູຊາທີ່ເທິງແທ່ນບູຊາ. ກິ່ນຫອມຫວນຂອງອາຫານທີ່ຖວາຍນີ້ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ. 14 ຖ້າຜູ້ໃດຜູ້ໜຶ່ງຖວາຍນົກເປັນເຄື່ອງເຜົາບູຊາແກ່ພຣະເຈົ້າຢາເວ ຕ້ອງໃຫ້ແມ່ນນົກເຂົາຫລືນົກກາງແກ. 15 ປະໂຣຫິດຈະຕ້ອງນຳນົກນັ້ນມາທີ່ແທ່ນບູຊາ ບິດຄໍນົກໃຫ້ຕາຍ ແລະເຜົາຫົວນົກເທິງແທ່ນບູຊາ, ບີບເລືອດນົກໃຫ້ໄຫຼອອກທາງຂ້າງແທ່ນບູຊາ. 16 ລາວຕ້ອງດຶງໜຽງອອກ ແລະຖິ້ມໃສ່ບ່ອນຖິ້ມຂີ້ເຖົ່າ ທີ່ຢູ່ທາງທິດຕາເວັນອອກຂອງແທ່ນບູຊາ. 17 ລາວຈະຕ້ອງພືປີກຈີກທ້ອງນົກອອກ ໂດຍບໍ່ໃຫ້ປີກຂາດອອກຈາກໂຕ ແລະໃຫ້ປະໂຣຫິດເຜົານົກເທິງແທ່ນບູຊາດ້ວຍໄຟ. ກິ່ນຫອມຫວນຂອງອາຫານທີ່ຖວາຍນີ້ຈຶ່ງເປັນທີ່ພໍໃຈພຣະເຈົ້າຢາເວ. |
@ 2012 United Bible Societies. All Rights Reserved.