Biblia Todo Logo
Bìoball air-loidhne

- Sanasan -

ເພງ^ຄໍ່າຄວນ 5 - ພຣະຄຳພີສັກສິ


ການ​ພາວັນນາ​ອະທິຖານ​ຂໍ​ຄວາມ​ເມດຕາ

1 ຂ້າແດ່​ພຣະເຈົ້າຢາເວ ໂຜດ​ຈົດຈຳ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ພວກ​ຂ້ານ້ອຍ ໂຜດ​ຫລຽວເບິ່ງ​ສາ​ວ່າ​ຖືກ​ເສື່ອມເສຍ​ຢ່າງໃດ​ແລ້ວ.

2 ຊັບສິນ​ຂອງ​ພວກ​ຂ້ານ້ອຍ​ກໍ​ຢູ່​ໃນ​ກຳມື​ຂອງ​ຄົນ​ແປກໜ້າ​ໝົດ ຄົນຕ່າງຊາດ​ອາໄສ​ຢູ່​ໃນ​ເຮືອນ​ຂອງ​ພວກ​ຂ້ານ້ອຍ​ດ້ວຍ.

3 ພໍ່​ຂອງ​ພວກ​ຂ້ານ້ອຍ​ໄດ້​ຖືກ​ສັດຕູ​ສັງຫານ ບັດນີ້ ແມ່​ຂອງ​ພວກ​ຂ້ານ້ອຍ​ຕ່າງ​ກໍ​ເປັນ​ໝ້າຍ.

4 ພວກ​ຂ້ານ້ອຍ​ຕ້ອງ​ຈ່າຍ​ຄ່າ​ນໍ້າ​ທີ່​ພວກ​ຂ້ານ້ອຍ​ດື່ມ ແລະ​ຕ້ອງ​ຊື້​ຟືນ​ທີ່​ເອົາ​ມາ​ດັງ​ໄຟ​ນັ້ນ.

5 ຖືກ​ໄລ່​ໄປ​ດັ່ງ​ລໍ​ຫລື​ອູດ​ທີ່​ແບກ​ຂອງ​ໜັກ ອິດເມື່ອຍ​ອ່ອນແຮງ​ແຕ່​ກໍ​ບໍ່ໄດ້​ພັກຜ່ອນ.

6 ເພື່ອ​ຢາກ​ມີ​ອາຫານ​ລ້ຽງ​ຊີບ​ໃຫ້​ມີ​ຊີວິດ​ຢູ່​ຕໍ່ໄປ ຕ້ອງ​ໄປ​ຂໍທານ​ນຳ​ເອຢິບ​ແລະ​ອັດຊີເຣຍ​ພຸ້ນ.

7 ບັນພະບຸລຸດ​ໄດ້​ເຮັດ​ບາບ ແຕ່​ບັດນີ້​ເພິ່ນ​ຕາຍໄປ ພວກ​ຂ້ານ້ອຍ​ທົນທຸກ​ຍ້ອນ​ການບາບ​ຂອງ​ພວກເພິ່ນ.

8 ພວກ​ຂ້ານ້ອຍ​ຖືກ​ປົກຄອງ​ໂດຍ​ຄົນຊົ່ວ ຄື​ພວກ​ທີ່​ບໍ່​ດີກວ່າ​ທາດຮັບໃຊ້​ທັງຫລາຍ ແລະ​ບໍ່ມີ​ຜູ້ໃດ​ຊ່ວຍ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ​ໄພ ຈາກ​ອຳນາດ​ຂອງ​ພວກເຂົາ​ໄດ້.

9 ພວກ​ຂ້າ​ຄົນ​ກໍ​ທ່ອງທ່ຽວ​ໄປມາ​ຕາມ​ຊົນນະບົດ; ພວກ​ຂ້ານ້ອຍ​ສ່ຽງ​ຊີວິດ​ຫາ​ອາຫານ​ມາ​ລ້ຽງ​ທ້ອງ.

10 ຄວາມ​ອຶດຫິວ​ເຮັດ​ໃຫ້​ເຈັບໄຂ້​ຮ້ອນ​ທົ່ວ​ທັງຕົວ ຈົນ​ໜັງ​ແດງ​ດັ່ງ​ເຕົາ​ອົບ​ທີ່​ກຳລັງ​ຮ້ອນ.

11 ເມຍ​ພວກ​ຂ້ານ້ອຍ​ຖືກ​ຂົ່ມຂືນ​ທີ່​ພູເຂົາ​ຊີໂອນ ທັງ​ພວກ​ຜູ້ສາວ​ທີ່​ຢູ່​ຕາມ​ບ້ານ​ຂອງ​ຢູດາຍ​ດ້ວຍ.

12 ພວກ​ເຈົ້ານາຍ​ທັງຫລາຍ​ກໍໄດ້​ຖືກ​ພວກເຂົາ​ຈັບ​ໄປ​ແຂວນ​ຄໍ ແມ່ນແຕ່​ຜູ້ເຖົ້າ​ຜູ້ແກ່​ກໍ​ບໍ່ມີ​ຄົນ​ນັບຖື​ດ້ວຍ.

13 ຊາຍໜຸ່ມ​ຕົກ​ເປັນ​ທາດຮັບໃຊ້ ແລະ​ໂມ້​ແປ້ງ​ໃຫ້​ພວກເຂົາ ເດັກຊາຍ​ຍ່າງ​ໂຊເຊ​ຍ້ອນ​ແບກ​ມັດ​ຟືນ​ໜັກໜ່ວງ.

14 ພວກ​ເຖົ້າແກ່​ກໍ​ບໍ່ໄດ້​ນັ່ງ​ທີ່​ປະຕູ​ເມືອງ​ຕໍ່ໄປ ພວກ​ຄົນ​ໜຸ່ມ​ກໍ​ບໍ່ໄດ້​ຫລິ້ນ​ດົນຕຼີ​ອີກ​ດ້ວຍ.

15 ການ​ຟ້ອນລຳ​ຂອງ​ພວກ​ຂ້ານ້ອຍ ໄດ້​ກາຍ​ມາ​ເປັນ​ການ​ຮ້ອງໄຫ້​ໂສກເສົ້າ.

16 ບໍ່ມີ​ສິ່ງໃດ​ເຫລືອໄວ້​ໃຫ້​ອວດອ້າງ​ໄດ້​ເລີຍ ພວກ​ຂ້ານ້ອຍ​ເຄີຍ​ສ້າງ​ບາບ ຈຶ່ງ​ນຳ​ສະໜອງ​ບັດນີ້.

17 ຈິດໃຈ​ພວກ​ຂ້ານ້ອຍ​ຈຶ່ງ​ອິດອ່ອນ​ຍ້ອນ ສິ່ງ​ເຫຼົ່ານີ້​ທັງໝົດ​ທີ່​ໄດ້​ເກີດ​ມາ ສາຍ​ຕາ​ພວກ​ຂ້ານ້ອຍ​ຈຶ່ງ​ມົວລົງ ເບິ່ງ​ຫຍັງ​ເກືອບ​ເຫັນ​ບໍ່ໄດ້.

18 ກໍ​ຍ້ອນ​ພູເຂົາ​ຊີໂອນ​ຕັ້ງ​ຢູ່​ເປົ່າປ່ຽວ​ວ່າງຄົນ ແລະ​ເປັນ​ບ່ອນ​ພັກເຊົາ​ຂອງ​ພວກ​ໝາປ່າ.

19 ຂ້າແດ່​ພຣະເຈົ້າຢາເວ ແຕ່​ພຣະອົງ​ເປັນ​ກະສັດ​ສືບໄປ ພຣະອົງ​ຈະ​ປົກຄອງ​ຕະຫລອດໄປ​ເປັນນິດ.

20 ເຫດໃດ​ຈຶ່ງ​ໄດ້​ປະຖິ້ມ​ພວກ​ຂ້ານ້ອຍ​ຢ່າງ​ດົນນານ? ພຣະອົງ​ຈະ​ບໍ່​ຈົດຈຳພວກ​ຂ້ານ້ອຍ​ເລີຍ​ບໍ?

21 ຂ້າແດ່​ພຣະເຈົ້າຢາເວ ໂຜດ​ນຳ​ພວກ​ຂ້ານ້ອຍ​ດ້ວຍ ໃຫ້​ກັບ​ມາ​ຫາ​ພຣະອົງ​ອີກ​ແດ່ ແລະ​ໂຜດ​ປົວແປງ​ຖານະ​ເກົ່າ​ນັ້ນ ໃຫ້​ຄືນ​ສູ່​ສະພາບ​ເດີມ​ແດ່ທ້ອນ.

22 ຫລື​ພຣະອົງ​ໄດ້​ປະຖິ້ມ​ພວກ​ຂ້ານ້ອຍ​ສືບໄປ​ຊັ້ນບໍ່? ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ບໍ່ມີ​ຂອບເຂດ​ເລີຍບໍ?

@ 2012 United Bible Societies. All Rights Reserved.

Lean sinn:



Sanasan